ສາກົນຕີລາຄາສະພາບເສດຖະກິດຂອງ ຫວຽດນາມ ໃນປີ 2024 ມີສັນຍານດີຂຶ້ນ

(VOVWORLD) -

ໂດຍອີງໃສ່ທ່າຟື້ນຟູທີ່ຈະແຈ້ງຂອງເສດຖະກິດ ຫວຽດນາມ, ພ້ອມກັບບັນດາສັນຍານຕັ້ງໜ້ານັບແຕ່ເດືອນຕົ້ນປີ 2024, ຫຼາຍອົງການສາກົນ ກໍ່ຄືນັກຊ່ຽວຊານ ໄດ້ໃຫ້ຂໍ້ສັງເກດວ່າ: ຫວຽດນາມ ຍັງສືບຕໍ່ແມ່ນຈຸດເດັ່ນດ້ານເສດຖະກິດ ແລະ ປີ 2024 ອາດຈະແມ່ນປີບຸກທະລຸຂອງເສດຖະກິດ ຫວຽດນາມ.

ສາກົນຕີລາຄາສະພາບເສດຖະກິດຂອງ ຫວຽດນາມ ໃນປີ 2024 ມີສັນຍານດີຂຶ້ນ - ảnh 1ທ່ານ Budiarsa Sastrawinata, ປະທານກຸ່ມ Ciputra
(ພາບ: TTXVN)

ໃນສະພາບເສດຖະກິດໂລກຕ້ອງປະເຊີນໜ້າກັບຫຼາຍສິ່ງທ້າທາຍ, ເຖິງວ່າການເຕີບໂຕ GDP ຂອງ ຫວຽດນາມ ບໍ່ບັນລຸໄດ້ເປົ້າໝາຍໃນປີ 2023, ແຕ່ກໍ່ແມ່ນລະດັບປະທັບໃຈ ແລະ ແຕ່ໄຕມາດ IV ປີ 2023, ທ່າເຕີບໂຕເສດຖະກິດ ຫວຽດນາມ ນັບມື້ນັບຈະແຈ້ງຂຶ້ນ.

ປະເອີບໃຈຕໍ່ດັດຊະນີການເຕີບໂຕ GDP ຂອງ ຫວຽດນາມ

        ຫວ່າງແລ້ວນີ້, ບັນດາອົງການການເງິນ, ເສດຖະກິດທົ່ວໂລກລ້ວນແຕ່ຍົກອອກຂໍ້ສັງເກດທີ່ປະເອີບໃຈ ກ່ຽວກັບແງ່ຫວັງເສດຖະກິດ ຫວຽດນາມ ປີ 2024.

ທະນາຄານ Standard Chartered ໄດ້ຄາດຄະເນການເຕີບໂຕ GDP ຂອງ ຫວຽດນາມ ບັນລຸລະດັບ 6,7% ໃນປີ 2024 ນີ້. ຕາມບົດລາຍງານແງ່ຫວັງການພັດທະນາ ອາຊີ ໂດຍທະນາຄານພັດທະນາ ອາຊີ (ADB) ປະກາດໃນເດືອນ ມັງກອນ 2024, ADB ຄາດຄະເນການເຕີບໂຕເສດຖະກິດຂອງ ຫວຽດນາມ ໃນປີ 2024 ຈະບັນລຸລະດັບ 6%. ທະນາຄານ UOB ກໍ່ໄດ້ຄາດຄະເນການເຕີບໂຕເສດຖະກິດ ຫວຽດນາມ ຈະຢູ່ໃນລະດັບ 6% ໃນປີນີ້. ການສົ່ງອອກ, ການດຶງດູດເງິນລົງທຶນ FDI ຈະແມ່ນກຳລັງໜູນຂອງການເຕີບໂຕຕົ້ນຕໍຂອງ ຫວຽດນາມ, ພ້ອມທັງຢັ້ງຢືນວ່າ ຫວຽດນາມ ພວມຢູ່ໃນທ່າດີ ເພື່ອສືບຕໍ່ດຶງດູດເງິນລົງທຶນໂດຍກົງຈາກຕ່າງປະເທດ (FDI).

ໃນຂະນະນັ້ນ, ສື່ເອເລັກໂຕນິກ Bloomberg (ປະເທດ ອາເມລິກາ) ໄດ້ປະຕິບັດການສຳຫຼວດ ແລະ ໃຫ້ໝາກຜົນຂອງພື້ນຖານເສດຖະກິດ ຫວຽດນາມ ອາດຈະເຕີບໂຕ 6,3% ໃນໄຕມາດ I/2024 ແລະ ລະດັບ 6,5% ໃນໄຕມາດ II/2024. ການເຕີບໂຕ GDP ໄດ້ຄາດຄະເນຢູ່ໃນລະດັບ 6% ໃນປີ 2024 ແລະ 6,4% ໃນປີ 2025. ກອງທຶນເງິນຕາສາກົນ (IMF) ຄາດຄະເນວ່າ, GDP ປີ 2024 ຂອງ ຫວຽດນາມ ອາດຈະເພີ່ມຂຶ້ນ 5,8%, ຍືນອັນດັບທີ 2 ໃນພາກພື້ນ.

ສັນຍານຕັ້ງໜ້າ

ຕາມຕົວເລກທີ່ປະກາດໃນທ້າຍເດືອນ ມັງກອນ ຂອງກົມໃຫຍ່ສະຖິຕິ ແລ້ວ, ຫວຽດນາມ ຮັບຮູ້ສັນຍານຕັ້ງໜ້າຢູ່ໃນຫຼາຍດັດຊະນີການພັດທະນາເສດຖະກິດໃນເດືອນທຳອິດຂອງປີ 2024, ພິເສດແມ່ນການດຶງດູດເງິນລົງທຶນໂດຍກົງຈາກຕ່າງປະເທດ (FDI), ບັນລຸກ່ວາ 2,36 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 40,2% ເມືື່ອທຽບໃສ່ໄລຍະດຽວກັນຂອງປີ 2023, ໃນນັ້ນທຶນຈົດທະບຽນໃໝ່ເພີ່ມຂຶ້ນຢ່າງແຮງ, ດ້ວຍ 190 ໂຄງການໃຫມ່ທີ່ໄດ້ອອກໃບຢັ້ງຢືນຈົດທະບຽນການລົງທຶນ.

ເມື່ອຕີລາຄາກ່ຽວກັບກາລະໂອກາດລົງທຶນຢູ່ ຫວຽດນາມ, ທ່ານ      Budiarsa Sastrawinata, ປະທານກຸ່ມບໍລິສັດ Ciputra, ຖືວ່າ:

 “ປະຈຸບັນ, ຫວຽດນາມ ມີຫຼາຍຄວາມສາມາດບົ່ມຊ້ອນໃຫ້ແກ່ ບັນດານັກລົງທຶນ. ຫວຽດນາມ ມີຈຳນວນປະຊາກອນຫຼາຍສົມຄວນໃນອາຊຽນ. ຫວຽດນາມ ມີພື້ນຖານເສດຖະກິດພັດທະນາສະຖຽນລະພາບ ພິເສດໃນໄລຍະມໍ່ໆມານີ້, ກາຍເປັນໜຶ່ງໃນບັນດາພື້ນຖານເສດຖະກິດເຕີບໂຕໄວທີ່ສຸດໃນ ອາຊຽນ. ນັ້ນກໍ່ແມ່ນບັນດາເງື່ອນໄຂເຊິ່ງນັກລົງທຶນໃດກໍ່ປາດຖະໜາ. ປະຈຸບັນ, Ciputra ກໍ່ໄດ້ພິຈາລະນາບັນດາໂຄງການຮ່ວມມືລົງທຶນໃໝ່ຢູ່ ຫວຽດນາມ”.

ເສດຖະກິດມະຫາພາກເປັນປົກກະຕິ, ນະໂຍບາຍການເງິນ ແລະ ນະໂຍບາຍເງິນຕາມີປະສິດທິຜົນ, ກະສິກຳສືບຕໍ່ແມ່ນພື້ນຖານຫລັກຂອງເສດຖະກິດ. ບັນດາຂະແໜງບໍລິການພວມຟື້ນຟູເທື່ອລະກ້າວ ດ້ວຍຈຸດເດັ່ນແມ່ນການເຄື່ອນໄຫວທ່ອງທ່ຽວ. ນອກຈາກນັ້ນ, ການເຄື່ອນໄຫວອຸດສາຫະກຳກໍ່ຄ່ອຍໆຟື້ນຟູ, ດັດຊະນີການຜະລິດອຸດສາຫະກຳມີທ່າອ່ຽງເພີ່ມຂຶ້ນຄືນໃໝ່. ພ້ອມກັນນັ້ນ, ລັດຖະບານ ຫວຽດນາມ ກໍ່ມານະພະຍາຍາມຍູ້ແຮງການປ່ອຍເງິນລົງທຶນຂອງລັດ. ນີ້ແມ່ນບັນດາປັດໄຈເຊິ່ງບັນດາອົງການການເງິນ, ເສດຖະກິດທົ່ວໂລກ, ກໍ່ຄືບັນດານັກລົງທຶນຕ່າງປະເທດໃຫ້ຂໍ້ສັງເກດແມ່ນດີພໍສົມຄວນ ກ່ຽວກັບການເຕີບໂຕເສດຖະກິດຂອງ ຫວຽດນາມ ໃນປີນີ້ ແລະ ໃນໄລຍະຈະມາເຖິງ. ທ່ານ Kao Kim Hourn, ເລຂາທິການໃຫຍ່ ອາຊຽນ, ຖືວ່າ:

          “ຫວຽດນາມ ພວມຍາດແຍ່ງທຸກໆທ່າໄດ້ປຽບໃນສະພາບການປະຈຸບັນ ແລະ ຫວຽດນາມ ມີຫຼາຍເງື່ອນໄຂສະດວກເພື່ອພັັດທະນາເສດຖະກິດ. ປັດໄຈສະຖຽນລະພາບ ແມ່ນສຳຄັນທີ່ສຸດສຳລັບບັນດານັກລົງທຶນ, ຫວຽດນາມ ມີສິ່ງດັ່ງກ່າວ ແລະ ນີ້ແມ່ນທ່າໄດ້ປຽບ. ຫວຽດນາມ ກໍ່ມີກົງຈັກການນຳທີ່ມີປະສິດທິຜົນ. ດ້ວຍບັນດາເງື່ອນໄຂນີ້, ຂ້າພະເຈົ້າເຫັນວ່າ ຫວຽດນາມ ພວມໝູນໃຊ້ບັນດາທ່າໄດ້ປຽບຂອງຕົນເພື່ອ ບໍ່ພຽງແຕ່ດຶງດູດການລົງທຶນຈາກຕ່າງປະເທດເທົ່ານັ້ນ ຫາກຍັງຊຸກຍູ້ຕະຫຼາດການສົ່ງອອກອີກດ້ວຍ. ຫວຽດນາມ ມີຫຼາຍຕະຫຼາດສົ່ງອອກທີ່ມີຄວາມສາມາດບົ່ມຊ້ອນຄື: ອາເມລິກາ, ຈີນ, ສ ເກົາຫຼີ, ເອີລົບ... ແລະ ປະລິມານການສົ່ງອອກຂອງ ຫວຽດນາມ ຢູ່ຕະຫຼາດພາຍນອກກໍ່ໃຫຍ່ຫຼວງຢູ່”.

ສາກົນຕີລາຄາສະພາບເສດຖະກິດຂອງ ຫວຽດນາມ ໃນປີ 2024 ມີສັນຍານດີຂຶ້ນ - ảnh 2ທ່ານເລຂາທິການໃຫຍ່ ອາຊຽນ Kao Kim Hourn
(ພາບ: Lê Dương/TTXVN)

ຫວຽດນາມ ຍັງໄດ້ຮັບການຕີລາຄາວ່າແມ່ນຕະຫຼາດມີຄວາມສາມາດບົ່ມຊ້ອນໃຫ້ແກ່ບັນດາຂົງເຂດຮ່ວມມືໃໝ່, ຄື: ຫັນປ່ຽນພະລັງງານ, ສະສົມ ກາກບອນ, ພັດທະນາພະລັງງານທົດແທນ, ພະລັງງານສີຂຽວ...

ໂດຍຜ່ານຜ່າບັນດາຄວາມຫຍຸ້ງຍາກຂອງເສດຖະກິດສາກົນ ແລະ ພາຍໃນປະເທດ, ເສດຖະກິດ ຫວຽດນາມ ໄດ້ສະແດງໃຫ້ເຫັນທ່າຟື້ນຟູການເຕີບໂຕຢ່າງຈະແຈ້ງ. ປີ 2024 ແລະ ຊຸມປີຕໍ່ໄປ, ໄປຄຽງຄູ່ກັບກາລະໂອກາດ ກໍ່ຍັງມີຄວາມຫຍຸ້ງຍາກ, ສິ່ງທ້າທາຍຫຼາຍຢ່າງ, ຫວຽດນາມ ຈະສືບຕໍ່ສະໜິດຕິດແທດສະພາບເສດຖະກິດ, ການເງິນສາກົນ; ເປັນເຈົ້າການໃນການໄຈ້ແຍກ, ຄາດຄະເນ ເພື່ອມີແຜນການຮັບມືໃຫ້ເໝາະສົມ. ຫັນຕະຫຼາດສົ່ງອອກເປັນຫຼາຍຮູບຫຼາຍແບບ, ຍາດແຍ່ງບັນດາ FTA ທີ່ໄດ້ເຊັນແລ້ວ ແລະ ການພົວພັນຄູ່ຮ່ວມມືຍຸດທະສາດທີ່ໄດ້ຍົກລະດັບໄລຍະມໍ່ໆມານີ້ໃຫ້ເປັນຢ່າງດີ ເພື່ອຊຸກຍູ້ການປ່ອຍເງິນລົງທຶນໃຫ້ມີປະສິດທິຜົນ. ພ້ອມກັນນັ້ນ, ກໍ່ຂຸດຄົ້ນບັນດາກຳລັງໜູນການເຕີບໂຕໃໝ່ ທີ່ກ່ຽວຂ້ອງເຖິງການພັດທະນາເສດຖະກິດດີຈີຕອນໃຫ້ເປັນຢ່າງດີ, ໝູນໃຊ້ວິທະຍາສາດເຕັກໂນໂລຊີ, ການເຕີບໂຕສີຂຽວ, ຫັນປ່ຽນພະລັງງານ; ເພີ່ມສະມັດຕະພາບການອອກແຮງງານ, ຍູ້ແຮງການປະຕິຮູບລະບອບເສດຖະກິດ, ສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດ... ນີ້ແມ່ນພື້ນຖານສຳຄັນໃຫ້ແກ່ເສດຖະກິດ ຫວຽດນາມ ບືນຕົວຂຶ້ນໃນປີ 2024 ແລະ ຊຸມປີຕໍ່ໄປ./.

ຕອບກັບ

ຂ່າວ/ບົດ​ອື່ນ