ສ້າງ APEC ທີ່​ມີ​ຄວາມ​ເຂັ້ມ​ແຂງ, ວັດ​ທະ​ນາ​ຖາ​ວອນ​ລວມ​ໃນອະ​ນາ​ຄົດ

(VOVWORLD) -ກອງປະຊຸມສຸດຍອດການນຳບັນດາພື້ນຖານເສດຖະກິດສະມາຊິກເວທີປາໄສຮ່ວມມືເສດຖະກິດອາຊີ-ປາຊີຟິກ ຄັ້ງທີ 27 (APEC 27) ໄດ້ຈັດຂຶ້ນເມື່ອວັນທີ 20 ພະຈິກດ້ວຍທາງອອນລາຍ ໂດຍພາຍໃຕ້ການເປັນປະທານຂອງທ່ານນາຍົກລັດຖະມົນຕີ ມາເລເຊຍ Muhyddin Yassin. ການນຳ 21 ພື້ນຖານເສດຖະກິດສະມາຊິກ, ໃນນັ້ນມີທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊັນຟຸກ ໄດ້ຮັບຮອງເອົາຖະແຫຼງການ Putrajaya ກ່ຽວກັບວິໄສທັດ APEC ຮອດປີ 2040 ຊື່ງໄດ້ສ້າງປະຖົມປັດໄຈທີ່ສຳຄັນ ເພື່ອໃຫ້ APEC ພ້ອມກັນຮ່ວມມື, ພ້ອມກັນພັດທະນາໃນ 2 ທົດສະວັດທີ່ຈະມາເຖິງ.
ສ້າງ APEC ທີ່​ມີ​ຄວາມ​ເຂັ້ມ​ແຂງ, ວັດ​ທະ​ນາ​ຖາ​ວອນ​ລວມ​ໃນອະ​ນາ​ຄົດ - ảnh 1

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊັນຟຸກ ເຂົ້າຮ່ວມກອງປະຊຸມຢູ່ສະຖານທີ່ເຊື່ອມຕໍ່ທີ່ຮ່າໂນ້ຍ (ພາບ: VGP/Quang Hiếu)

    ວິໄສທັດຮອດປີ 2040 ຂອງ APEC ໄດ້ກຳນົດຈະສ້າງປະຊາຄົມອາຊີ-ປາຊີຟິກ ເປີດ, ຂະຫຍັນຂັນເຄື່ອນ, ເຂັ້ມແຂງ ແລະ ສັນຕິພາບ ເພື່ອຄວາມວັດທະນາຖາວອນຂອງປະຊາຊົນທຸກຄົນ ແລະ ລຸ້ນຕ່າງໆໃນອະນາຄົດ. ບັນດາການນຳໃຫ້ຄຳໝັ້ນສັນຍາຈະສຶບຕໍ່ປະຕິບັດພາລະກຳຂອງ APEC ເພື່ອບັນລຸໄດ້ວິໄສທັດນີ້ ຜ່ານການຊຸກຍູ້ 3 ກຳລັງໜູນດ້ານເສດຖະກິດຄື: ການຄ້າ ແລະ ການລົງທຶນ; ການປ່ຽນແປງໃໝ່ ແລະ ຫັນເປັນດີຈີຕອນ; ການຈະເລີນເຕີບໂຕທີ່ເຂັ້ມແຂງ, ດຸ່ນດ່ຽງ, ປອດໄພ, ຍືນຍົງ ແລະ ກວມລວມ.

ເອກະພາບກ່ຽວກັບທິດພັດທະນາຈຸດສຸມ

  ກ່ຽວກັບດ້ານການຄ້າ ແລະ ການລົງທຶນ, ເພື່ອຮັບປະກັນໃຫ້ ອາຊີ-ປາຊີຟິກ ສືບຕໍ່ແມ່ນເຂດເສດຖະກິດທີ່ຂະຫຍັນຂັນເຄື່ອນ ແລະ ມີການເຊື່ອມຕໍ່ກ່ວາໝູ່ໃນໂລກນັ້ນ, ການນຳບັນດາພື້ນຖານເສດຖະກິດສະມາຊິກ ໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ເພື່ອສ້າງສະພາບແວດລ້ອມແຫ່ງການຄ້າ ແລະ ການລົງທຶນເສລີ, ແບບເປີດ, ມີຄວາມຍຸດຕິທຳ ແລະ ສະຖຽນລະພາບ. ບັນດາການນຳກໍ່ຢັ້ງຢືນຄືນໃໝ່ ຈະສະໜັບສະໜູນບັນດາຂໍ້ກຳນົດ ທີ່ໄດ້ຮັບຄວາມເຫັນດີເຫັນພ້ອມຂອງອົງການການຄ້າໂລກ  (WTO) ເພື່ອແນໃສ່ຊຸກຍູ້ລະບົບການຄ້າຫຼາຍຝ່າຍ ເຄື່ອນໄຫວຢ່າງມີປະສິດທິຜົນ. ຄຽງຂ້າງນັ້ນ ແມ່ນການສືບຕໍ່ຊຸກຍູ້ບັນດາເປົ້າໝາຍ Bogor ແລະ ການຮ່ວມສຳພັນໃນພາກພື້ນ.

ສ້າງ APEC ທີ່​ມີ​ຄວາມ​ເຂັ້ມ​ແຂງ, ວັດ​ທະ​ນາ​ຖາ​ວອນ​ລວມ​ໃນອະ​ນາ​ຄົດ - ảnh 2

ກອງປະຊຸມບັນດາການນຳ APEC 27 ທີ່ມາເລເຊຍ ເມື່ອວັນທີ 20 ພະຈິກ (ພາບ:  hanoimoi.com.vn)

    ເພື່ອຊ່ວຍໃຫ້ປະຊາຊົນທຸກຄົນ ແລະ ວິສາຫະກິດ ເຂົ້າຮ່ວມ ແລະ ພັດທະນາໃນພື້ນຖານເສດຖະກິດທົ່ວໂລກ ທີ່ໄດ້ຮັບການເຊື່ອມຕໍ່ຢ່າງແໜ້ນແຟ້ນນັ້ນ, ການນຳບັນດາພື້ນຖານເສດຖະກິດສະມາຊິກ APEC ໄດ້ໃຫ້ຄຳໝັ້ນສັນຍາ ຈະຊຸກຍູ້ສະພາບແວດລ້ອມທີ່ອຳນວຍຄວາມສະດວກ, ໃນນັ້ນ ຮັບປະກັນການກຳນົດທິດຕະຫຼາດ ແລະ ການພັດທະນາຂອງເສດຖະກິດດີຈີຕອນ ແລະ ການປ່ຽນແປງໃໝ່ທີ່ມີຫົວຄິດປະດິດສ້າງ.

   ການນຳບັນດາພື້ນຖານເສດຖະກິດສະມາຊິກ APEC ໄດ້ຢືນຢັນຈະຊຸກຍູ້ການເຕີບໂຕທີ່ມີຄຸນນະພາບ, ເພີ່ມທະວີການພັດທະນາແຫຼ່ງຊັບພະຍາກອນມະນຸດຮອບດ້ານ ເພື່ອແນໃສ່ປະກອບບັນດາທັກສະ ແລະ ພູມປັນຍາທີ່ດີກ່ວາ ໃຫ້ແກ່ປະຊາຊົນໃນອະນະຄົດ ເພື່ອຮັບປະກັນໃຫ້ອາຊີ-ປາຊີຟິກ ມີຄວາມສາມາດຮັບມືກັບວິກິດການ, ໂລກລະບາດ ແລະ ບັນດາກໍລະນີຮີບດ່ວນອື່ນໆ. ບັນດາພື້ນຖານເສດຖະກິດສະມາຊິກ ກໍ່ຈະຊຸກຍູ້ບັນດານະໂຍບາຍ, ການຮ່ວມມື ແລະ ການເຕີບໂຕດ້ານເສດຖະກິດ ເພື່ອແນໃສ່ໜູນຊ່ວຍທົ່ວໂລກໃນການແກ້ໄຂສຳລັບສິ່ງທ້າທາຍທຸກປະການ ໂດຍສັງລວມ ກ່ຽວກັບດ້ານສະພາບແວດລ້ອມ ເພື່ອໜ່ວຍໂລກທີ່ຍືນຍົງ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊັນຟຸກ ຍົກອອກຄຳເຫັນວ່າ:

    ກ່ອນອື່ນໝົດ APEC ຕ້ອງສົມທົບກັນເພື່ອຄວບຄຸມໂລກລະບາດໂຄວິດ 19 ແລະ ຊຸກຍູ້ການຮ່ວມສຳພັນດ້ານເສດຖະກິດ ເພື່ອຮັບປະກັນບັນດາລະບົບສະໜອງເພື່ອຫ້ອາຊີ-ປາຊີຟິກ ສືບຕໍ່ນຳໜ້າໃນວິວັດທະນາການຟື້ນຟູເສດຖະກິດ. ໂດຍແມ່ນປະເທດປະທານອາຊຽນ 2020, ຫວຽດນາມ ໄດ້ພ້ອມກັບບັນດາປະເທດສະມາຊິກອາຊຽນ ມີຄວາມສະໜິດຕິດພັນຢ່າງແທ້ຈິງ, ສົມທົບກັນຢ່າງແໜ້ນແຟ້ນກັບຫຼາຍຄູ່ຮ່ວມມືທີ່ເປັນສະມາຊິກຂອງ APEC ເພື່ອເປັນເຈົ້າການຮັບມື, ມີການເຄື່ອນໄຫວຢ່າງຂ້ຽວຂາດ, ທັນການເພື່ອຄວບຄຸມໂລກລະບາດໄດ້, ຟື້ນຟູເສດຖະກິດເທື່ອລະ ກ້າວ, ໃນນັ້ນມີ 15 ປະເທດທີ່ໄດ້ລົງນາມໃນສັນຍາ RCEP.

ຫວຽດນາມ ໃຫ້ຄຳໝັ້ນສັນຍາຮ່ວມເດີນທາງພ້ອມກັບບັນດາພື້ນຖານເສດຖະກິດສະມາຊິກ APEC

    ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊັນຟຸກ ຊີ້ແຈ້ງວ່າ: ຍິ່ງກ່ວາເວລາໃດໝົດ, APEC ຕ້ອງຍົກສູງນ້ຳໃຈຮ່ວມມືສາກົນ ແລະ ເພີ່ມທະວີການຮ່ວມມືຫຼາຍຝ່າຍ. ບົນເນື້ອໃນຈິດໃຈດັ່ງກ່າວ, ສືບຕໍ່ຊຸກຍູ້ບັນດາບ້ວງເງິນຊຸກຍູ້ເສດຖະກິດ ແລະ ສ້າງເງື່ອນໄຂອຳນວນຍຄວາມສະດວກ ໃຫ້ແກ່ການເຄື່ອນຍ້າຍທີ່ຈຳເປັນຂອງປະຊາຊົນ, ໂດຍສະເພາະແມ່ນບັນດາວິສາຫະກິດ, ພ້ອມກັນນັ້ນ ກໍ່ຮັບປະກັນຄວາມສາມາດໃນການສຳຜັດກັບວັກຊິນຢ່າງສະເໝີພາບ ຂອງປະຊາຊົນ ແລະ ບັນດາຜະລິດຕະພັນການແພດທີ່ຈຳເປັນ.  ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊັນຟຸກ ຢືນຢັນວ່າ:

   ຂ້າພະເຈົ້າເຫັນດີເຫັນພ້ອມ ເມື່ອກອງປະຊຸມຮັບຮອງເອົາວິໄສທັດ APEC ຮອດປີ 2040. ດ້ວຍຄວາມຕັດສິນໃຈ ຄວາມມານະພະຍາຍາມຂອງຕົນ ແລະ ການຊ່ວຍເຫຼືອຂອງປະຊາຄົມໂລກ, ຫວຽດນາມ ຈະສືບຕໍ່ຮ່ວມເດີນທາງພ້ອມກັບບັນດາພື້ນຖານເສດຖະກິດສະມາຊິກ APEC ເພື່ອຫັນວິໄສທັດ ແລະ ຄວາມມຸ່ງຫວັງແຫ່ງສັນຕິພາບ, ສະຖຽນລະພາບ ແລະ ຄວາມຜາສຸກຂອງປະຊາຊົນທຸກຄົນ ໃນພາກພື້ນເປັນຈິງ.

 APEC ແມ່ນເວທີປາໄສຮ່ວມມືດ້ານເສດຖະກິດພາກພື້ນອັນດັບໜຶ່ງ, ລິເລີ່ມ ແລະ ນຳໜ້າໃນການຊຸກຍູ້ທ່າອ່ຽງ ຫັນເສດຖະກິດ, ການຄ້າ ແລະ ການລົງທຶນໃນພາກພື້ນ ແລະ ໃນໂລກ ເປັນເສລີ. ໃນສະພາບການທີ່ໂລກຕ້ອງປະເຊີນໜ້າກັບໂລກລະບາດໂຄວິດ 19 ແລະ ການແກ່ງແຍ້ງຍຸດທະສາດລະຫວ່າງບັນດາປະເທດໃຫຍ່ນັບມື້ນັບຂ້ຽວຂາດນັ້ນ, ເລື່ອງບັນດາພື້ນຖານເສດຖະກິດສະມາຊິກ APEC ໃນນັ້ນມີຫວຽດນາມ ໄດ້ເຫັນດີເປັນເອກະສັນກ່ຽວກັບການກຳນົດທິດທາງຍຸດທະສາດການພັດທະນາໃນໄລຍະທີ່ຈະມາເຖິງ ແມ່ນຕ່ອງໂສ້ສຳຄັນທີ່ສຸດເພື່ອໃຫ້ APEC ປັບປຸງທີ່ຕັ້ງນຳໜ້າໃນແຜນທີ່ເສດຖະກິດໂລກ.

 

 

 

 

ຕອບກັບ

ຂ່າວ/ບົດ​ອື່ນ