​ສ້າງ ອາຊຽນ ​ໃຫ້ໝັ້ນຄົງ​ເຂັ້ມ​ແຂງ ຕໍ່ໜ້າການ​ກະທົບ​ຈາກ​ສະພາບ​ການ​​ໂລກ ​ແລະ ພາກ​ພື້ນ

(VOVWORLD) -ດ້ວຍຈຸດປະສົງ “ສະໜິດຕິດພັນ ແລະ ເປັນເຈົ້າການຮັບມື”, ໃນລະຫວ່າງວັນທີ 1 ມັງກອນ 2020 ຫວຽດນາມ ໄດ້ເລີ່ມຜັນຂະຫຍາຍບັນດາການເຄື່ອນໄຫວທໍາອິດໃນຖານະເປັນປະທານ ອາຊຽນ. ດ້ວຍປະສົບການເປັນປະທານອາຊຽນ ເມື່ອປີ 2010 ມາກ່ອນ, ທີ່ຕັ້ງບົດບາດຂອງຫວຽດນາມໄດ້ຍົກສູງຂຶ້ນ, ພ້ອມກັບເລື່ອງຮັບດໍາລົງຕໍາແໜ່ງຄວບ ເປັນກໍາມະການບໍ່ປະຈໍາການສະພາຄວາມໝັ້້ນຄົງ ສປຊ ອີກນັ້ນ, ຫວຽດນາມ ໝັ້້ນໃຈວ່າ ຈະເສີມຂະຫຍາຍຄວາມສາມາດຂອງຕົນ ພ້ອມທັງປາດຖະໜາຢາກສ້າງ ອາຊຽນ ໃຫ້ໝັ້ນຄົງເຂັ້ມແຂງຕໍ່ໜ້າບັນດາການກະທົບຈາກສະພາບການໂລກ ແລະ ພາກພື້ນ.

        ໂດຍໄດ້ຮັບການສ້າງຕັ້ງເມື່ອວັນທີ 8 ສິງຫາ 1967, ອາຊຽນ ໄດ້ອອກຖະແຫຼງການບາງກອກ ສະແດງໃຫ້ເຫັນເຖິງຄວາມໄຝ່ຝັນກ່ຽວກັບ ສະຫະສະມາຄົມທີ່ເຕົ້າໂຮມບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້ ມຸ່ງໄປສູ່ພາກພື້ນສັນຕິພາບ - ເສລີພາບ - ວັດທະນາຖາວອນ. ປະຊາຄົມ ອາຊຽນ ໄດ້ຮັບການສ້າງຕັ້ງເມື່ອວັນທີ 31 ທັນວາ 2015, ຄ່ອຍໆກາຍເປັນແບບຢ່າງປະຊາຄົມສະໜິດຕິດພັນກ່ຽວກັບດ້ານການເມືອງ, ຮ່ວມສໍາພັນດ້ານເສດຖະກິດ ແລະ ແບ່ງປັນຄວາມຮັບຜິດຊອບສັງຄົມ. ນັບແຕ່ເມື່ອເຂົ້າເປັນສະມາຊິກ ອາຊຽນ ແຕ່ປີ 1995 ເປັນຕົ້ນມາ, ຫວຽດນາມ ພ້ອມກັບ ອາຊຽນ ຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍນາໆປະການ. ຄວາມໝັ້ນຄົງເຂັ້ມແຂງຂອງ ອາຊຽນໃນວັນນີ້ ກໍມີບັນດາຄວາມມານະພະຍາຍາມຢ່າງບໍ່ຢຸດຢັ້ງຂອງຫວຽດນາມ, ຜ່ານນັ້ນ ປະກອບສ່ວນສ້າງຄວາມສາມັກຄີ ແລະ ຄວາມເປັນເອກະພາບ ຊ່ວຍ ອາຊຽນ ຜ່ານຜ່າບັນດາຈຸດເວລາທີ່ຫຍຸ້ງຍາກໄປໄດ້.

​ສ້າງ ອາຊຽນ ​ໃຫ້ໝັ້ນຄົງ​ເຂັ້ມ​ແຂງ ຕໍ່ໜ້າການ​ກະທົບ​ຈາກ​ສະພາບ​ການ​​ໂລກ ​ແລະ ພາກ​ພື້ນ - ảnh 1ພິທີເລີ່ມເຄື່ອນໄຫວປີປະທານ ອາຊຽນ 2020 (ພາບ: baoquocte.vn) 

        ປະຊາຄົມ ອາຊຽນ ສືບຕໍ່ສະໜິດຕິດພັນ

         ໃນວັນນີ້ ອາຊຽນ ໄດ້ກາຍເປັນຄູ່ຮ່ວມມືສໍາຄັນຂອງບັນດາປະເທດຢູ່ນອກພາກພື້ນ, ເປັນແກ່ນສານໃນວິວັດການເຈລະຈາ ແລະ ຮ່ວມມື. ມຸ່ງໄປສູ່ເປົ້າໝາຍປະຕິບັດວິໄສທັດ ອາຊຽນ ຮອດປີ 2025 ໃຫ້ເປັນປະກົດຜົນເປັນຈິງ, ປະຊາຄົມອາຊຽນ ສືບຕໍ່ສະໜິດຕິດພັນ, ຢັ້ງຢືນບົດບາດເປັນໃຈກາງໃນບັນດາວິວັດການສ້າງພາກພື້ນເພື່ອສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບ ແລະ ພັດທະນາຢູ່ອາຊີຕາເວັນອອກສ່ຽງໃຕ້, ມີສຽງເວົ້າສໍາຄັນໃນໂຄງສ້າງຂອງພາກພື້ນທີ່ພວມສ້າງເປັນຮູບເປັນຮ່າງ ແລະ ໃນຫຼາຍບັນຫາສາກົນທີ່ສໍາຄັນ. ໃນຍຸດທະສາດຂອງບັນດາປະເທດໃຫຍ່, ອາຊຽນ ແມ່ນຄູ່ຮ່ວມມືສໍາຄັນ ເພື່ອເຈລະຈາ ແລະ ຮ່ວມມືໃນພາກພື້ນ.

        ຮັບດໍາລົງຕໍາແໜ່ງເປັນປະທານ ອາຊຽນ ກົງກັບໂອກາດຄົບຮອບ 25 ປີ ແຫ່ງວັນເຂົ້າເປັນສະມາຊິກ ອາຊຽນ, ຫວຽດນາມ ມີຄວາມສະດວກຫຼາຍຢ່າງ ແຕ່ກໍຕ້ອງປະເຊີນໜ້າກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍນາໆປະການ. ຊຸກຍູ້ ອາຊຽນ ບືນຕົວຂຶ້ນຢ່າງແຮງ, ພັດທະນາແບບຍືນຍົງ ຈະເປັນການປະກອບສ່ວນຢ່າງແທດຈິງຂອງຫວຽດນາມ ສໍາລັບປະຊາຄົມ ອາຊຽນ.

        ໂດຍມີທີ່ຕັ້ງພູມສັນຖານຍຸດທະສາດ ຢູ່ໃຈກາງຂອງພາກພື້ນທີ່ກວ້າງໃຫຍ່ ເຊື່ອມຕໍ່ກັບ 2 ເຂດທະເລມະຫາສະໝຸດ ອິນເດຍ ແລະ ປາຊີຟິກ, ພວມຢືນຢູ່ຕໍ່ໜ້າກາລະໂອກາດ ແລະ ສິ່ງທ້າທາຍໃໝ່. ໂດຍມີພົນລະເມືອງກວ່າ 642 ລ້ານຄົນ, ອາຊຽນ ແມ່ນຕະຫຼາດທີ່ມີຄວາມສາມາດບົ່ມຊ້ອນ ດ້ວຍພື້ນຖານເສດຖະກິດທີ່ຂະຫຍັນຂັນເຄື່ອນ ແລະ ແມ່ນຈຸດພົ້ນເດັ່ນຂອງເສດຖະກິດທົ່ວໂລກ. ບັນດາປະເທດ ອາຊຽນ ກໍຂະຫຍັນຂັນເຄື່ອນບືນຕົວຂຶ້ນຢ່າງບໍ່ຢຸດຢັ້ງ, ຮັບເອົາບັນດາຜົນປະໂຫຍດຂອງການປະຕິວັດອຸດສາຫະກໍາ 4.0 ດ້ວຍການເຂົ້າຮ່ວມບັນດາຂົງເຂດເຕັກໂນໂລຢີໃໝ່ຢ່າງແຮງຄື ປັນຍາປະດິດ, ຫຸ່ນຍົນທັນສະໄໝ... ເຖິງຢ່າງໃດກໍຕາມ, ການເພີ່ມຂຶ້ນຂອງລັດທິອາລັກຂາ ແລະ ສົງຄາມການຄ້າລະຫວ່າງບັນດາປະເທດໃຫຍ່ ກໍໄດ້ວາງອອກສິ່ງທ້າທາຍຫຼາຍຢ່າງ, ສົ່ງຜົນສະທ້ອນຕໍ່ລະດັບການພັດທະນາເສດຖະກິດ ແລະ ການຄ້າສາກົນ. ໄປຄຽງຄູ່ກັນນັ້ນ, ຄວາມແຕກໂຕນໃນການພັດທະນາເສດຖະກິດລະຫວ່າງບັນດາປະເທດສະມາຊິກ ແລະ ບັນດາຄວາມຮຽກຮ້ອງຕ້ອງການເຊື່ອມໂຍງສູງກວ່າ, ເລິກກວ່າໃນໄລຍະໃໝ່ນັ້ນ ໄດ້ຮຽກຮ້ອງໃຫ້ລັດຖະບານບັນດາປະເທດ ຕ້ອງມີນະໂຍບາຍເສດຖະກິດທີ່ເໝາະສົມ. ດັ່ງນັ້ນ, ອາຊຽນ ພວມຢືນຢູ່ຕໍ່ໜ້າບັນດາຄວາມຮຽກຮ້ອງໝູນໃຊ້ກາລະໂອກາດຢ່າງສຸດຂີດ, ແກ້ໄຂບັນດາສິ່ງທ້າທາຍ, ຫຼີກລ້ຽງຄວາມສ່ຽງຕົກຕໍ່າຖອຍຫຼັງ ເພື່ອສືບຕໍ່ບືນຕົວຂຶ້ນຢ່່າງໝັ້້ນຄົງຍືນຍົງ.   

ເພື່ອການພັດທະນາແບບຍືນຍົງຂອງອາຊຽນ

        ເມື່ອເລືອກເອົາຫົວຂໍ້ໃຫ້ແກ່ປີ ອາຊຽນ 2020 ແມ່ນ “ສະໜິດຕິດພັນ ແລະ ເປັນເຈົ້າການໃນການຮັບມື” ຫວຽດນາມມີຄວາມປາດຖະໜາວ່າ ຢັ້ງຢືນຄວາມສາມັກຄີທີ່ມີຄວາມໝັ້ນຕັດສິນຊີ້ຂາດສຳລັບຄວາມຍືນຍົງຂອງ ອາຊຽນ. ປະຊາຄົມ ອາຊຽນມີຄວາມສະໜິດຕິດພັນ ແລະ ພັດທະນາຈຶ່ງສາມາດຮັບມືກັບບັນດາປັດໄຈກະທົບຈາກພາຍນອກ ແລະ ກົງກັນຂ້າມໃຫ້ມີປະສິດທິຜົນ, ເປັນເຈົ້າການໃນການຮັບມືຈະຊ່ວຍໃຫ້ອາຊຽນສະໜິດຕິດພັນຢ່າງແໜ້ນແຟ້ນ, ຈາກນັ້ນຈະເພີ່ມທະວີກຳລັງແຮງສັງລວມຂຶ້ນ. ຫົວຂໍ້ນີ້ມີລັກສະນະສືບທອດ ຈາກບັນດາຫົວຂໍ້ຂອງ ອາຊຽນ ໃນປີ 2019 ແມ່ນ “ເພີ່ມທະວີຄູ່ຮ່ວມມືເພື່ອການພັດທະນາແບບຍືນຍົງ” ແລະ ປີ 2018 ແມ່ນ “ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ປະດິດຄິດສ້າງ”. ຫົວຂໍ້ກໍ່ໄດ້ຮັບການຕອບສະໜອງຢ່າງສູງຈາກບັນດາປະເທດສະມາຊິກ ອາຊຽນ ແລະ ຄວາມເຫັນດີເຫັນພ້ອມ, ການສະໜັບສະໜູນຂອງບັນດາປະເທດຄູ່ຮ່ວມມືຂອງ ອາຊຽນ.

        ສະພາບການຕົວຈິງໃຫ້ເຫັນວ່າ: ເພື່ອຄົງຕົວ  ແລະ       ຮັບມືກັບບັນດາການຜັນແປຢ່າງສັບສົນຂອງສະພາບການໃນພາກພື້ນ ແລະ ສາກົນ ຢ່າງມີປະສິດທິຜົນ, ອາຊຽນຕ້ອງຮັກສາກຸ່ມກ້ອນສາມັກຄີຢ່າງໝັ້ນຄົງເຂັ້ມແຂງ, ມີຄວາມເປັນເອກະພາບ, ຍົກສູງຄວາມສາມາດໃນການສ້າງຄວາມເຂັ້ມແຂງດ້ວຍຕົນເອງກ່ຽວກັບດ້ານເສດຖະກິດ, ຄວາມສາມາດໃນການເປັນເຈົ້າການຮັບມື ແລະ ມີໄຫວພິບຕໍ່ບັນດາສິ່ງທ້າທາຍທີ່ເກີດຂຶ້ນແບບບັງເອີນ, ເພີ່ມທະວີລັກສະນະປະດິດຄິດສ້າງ, ເປັນເຈົ້າການ, ມີການຜັນປ່ຽນ, ບືນຕົວຂຶ້ນເພື່ອໃຫ້ມີຄວາມເຂັ້ມແຂງກ່ວາ, ມຸ່ງໄປສູ່ທາງໜ້າ. ບໍ່ພຽງແຕ່ສຸມໃສ່ຍົກສູງກຳລັງແຮງພາຍໃນກຸ່ມເທົ່ານັ້ນ, ຫາກເລື່ອງແກ້ໄຂການພົວພັນກັບພາຍນອກຢ່າງສົມເຫດສົມຜົນ ແລະ ຍາດແຍ່ງແຫຼ່ງກຳລັງຂອງບັນດາຄູ່ຮ່ວມມືເພື່ອຮັບໃຊ້ໃຫ້ແກ່ຜົນປະໂຫຍດລວມກໍ່ແມ່ນບັນຫາທີ່ຕ້ອງແກ້ໄຂອີກດ້ວຍ.

        ພ້ອມກັບຄວາມສະໜັບສະໜູນຂອງບັນດາປະເທດ ອາຊຽນ ແລະ ບັນດາຄູ່ຮ່ວມມື, ເພື່ອນມິດຂອງ ອາຊຽນ, ການຕອບສະໜອງທີ່ຕັ້ງໜ້າຂອງ ທຸກໆ ອົງການ, ຄະນະ, ຂະແໜງການ, ທ້ອງຖິ່ນ ແລະ ພິເສດແມ່ນປະຊາຊົນທົ່ວປະເທດ, ຫວຽດນາມ ເຊື່ອໝັ້ນວ່າ ຈະປະຕິບັດບົດບາດສຳຄັນຂອງການເປັນປະທານອາຊຽນ 2020 ໃຫ້ເປັນຢ່າງດີ, ປະກອບສ່ວນເຂົ້າໃນອາຊຽນແຫ່ງຄວາມສະໜິດຕິດພັນ ແລະ ເປັນເຈົ້າການໃນການຮັບມື, ການຫັນວິໄສທັດປະຊາຄົມອາຊຽນ 2025 ໃຫ້ປະກົດຜົນເປັນຈິງ.

ຕອບກັບ

ຂ່າວ/ບົດ​ອື່ນ