ສ້າງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ປະ​ຕິ​ບັດ​ປະ​ຊາ​ທິ​ປະ​ໄຕ​ຢູ່​ຂັ້ນ​ຮາ​ກ​ຖານ​ໃຫ້​ສົມ​ບູນ​ແບບ

(VOVWORLD) -  ທີ່ກອງປະຊຸມສະພາແຫ່ງຊາດ, ມື້ນີ້, ບັນດາສະມາຊິກສະພາແຫ່ງຊາດປຶກສາຫາລືກ່ຽວກັບຮ່າງກົດໝາຍວ່າດ້ວຍການປະຕິບັດປະຊາທິປະໄຕຢູ່ຂັ້ນຮາກຖານ. ນີ້ເປັນຄັ້ງທຳອິດ, ຮ່າງກົດໝາຍສະບັບນີ້ໄດ້ຍື່ນສະເໜີຕໍ່ສະພາແຫ່ງຊາດເພື່ອໃຫ້ບັນດາຜູ້ແທນປຶກສາຫາລື, ປະກອບຄຳເຫັນຢ່າງສັງລວມ, ຮອບດ້ານ, ປະກອບສ່ວນສ້າງກົດໝາຍວ່າດ້ວຍການປະຕິບັດປະຊາທິປະໄຕຢູ່ຂັ້ນຮາກຖານໃຫ້ສົມບູນແບບ.
ສ້າງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ປະ​ຕິ​ບັດ​ປະ​ຊາ​ທິ​ປະ​ໄຕ​ຢູ່​ຂັ້ນ​ຮາ​ກ​ຖານ​ໃຫ້​ສົມ​ບູນ​ແບບ - ảnh 1ກອງປະຊຸມສະໄໝສາມັນເທື່ອທີ 3, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV (ພາບ: quochoi.vn)

ຢູ່ ຫວຽດນາມ, ຄວາມມຸ່ງມາດປາດຖະໜາກ່ຽວກັບປະຊາທິປະໄຕ ແລະ ປະຕິບັດປະຊາທິປະໄຕໄດ້ຮັບການສະແດງອອກຢ່າງຈະແຈ້ງໃນແນວຄວາມຄິດປະທານ ໂຮ່ຈີມິນ. ນັ້ນແມ່ນແນວຄວາມຄິດກ່ຽວກັບພື້ນຖານປະຊາທິປະໄຕຢ່າງແທ້ຈິງ, ທຸກສິດອຳນາດແມ່ນຂຶ້ນກັບປະຊາຊົນ, ຖືປະຊາທິປະໄຕຄືດັ່ງແບບວິທີທີ່ມີປະສິດທິຜົນເພື່ອນຳມາເຊິ່ງເສລີພາບ, ຄວາມຜາສຸກ, ປະຊາຊົນໄດ້ກິນອີ່ມນຸ່ງອຸ່ນ, ນຳມາເຊິ່ງຄວາມວັດທະນາຖາວອນ ແລະ ສະຖຽນລະພາບໃຫ້ແກ່ປະເທດຊາດ… ໂດຍສືບທອດແນວຄວາມຄິດຂອງເພິ່ນ, ພັກຄອມມູນິດ ຫວຽດນາມ ຍາມໃດກໍມີທັດສະນະຢ່າງສະເໝີຕົ້ນສະເໝີປາຍກ່ຽວກັບການສ້າງລະບອບປະຊາທິປະໄຕສັງຄົມນິຍົມ ແລະ ຮັບປະກັນສິດເປັນເຈົ້າຂອງປະຊາຊົນ.

        ສ້າງກົດໝາຍວ່າດ້ວຍປະຊາທິປະໄຕຢູ່ຂັ້ນຮາກຖານໃຫ້ສົມບູນແບບຢ່າງບໍ່ຢຸດຢັ້ງ

        ການຫັນແຜນນະໂຍບາຍ, ແນວທາງ, ນະໂຍບາຍຂອງພັກກ່ຽວກັບການເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນໃຫ້ເປັນລະອຽດນັ້ນ, ໃນລັດຖະທຳມະນູນສະບັບຕ່າງໆຂອງ ຫວຽດນາມ ລ້ວນແຕ່ໄປຕາມທິດຍູ້ແຮງການສ້າງກອບນິຕິກຳໃຫ້ສົມບູນແບບເພື່ອນຳໄປຜັນຂະຫຍາຍປະຕິບັດໃນຕົວຈິງກ່ຽວກັບສິດປະຊາທິປະໄຕຂອງປະຊາຊົນ, ເພື່ອແນໃສ່ຮັບປະກັນການປະຕິບັດປະຊາທິປະໄຕຢູ່ຂັ້ນຮາກຖານນັບມື້ນັບດີຂຶ້ນກວ່າເກົ່າ. ບົນພື້ນຖານຂອງລັດຖະທຳມະນູນ, ກົມການເມືອງ, ຄະນະປະຈຳສະພາແຫ່ງຊາດ, ລັດຖະບານ ຫວຽດນາມ ໄດ້ປະກາດໃຊ້ຄຳສັ່ງ, ລັດຖະບັນຍັດ, ມະຕິ, ດຳລັດສະພາບຕ່າງໆກ່ຽວກັບການສ້າງ ແລະ ປະຕິບັດລະບອບລະບຽບການປະຊາທິປະໄຕຢູ່ຂັ້ນຮາກຖານ, ລະອຽດແມ່ນຢູ່ຕາແສງ, ເທດສະບານເມືອງ, ຢັ້ງຢືນທິດນຳທີ່ວ່າ “ປະຊາຊົນຮັບຮູ້, ປະຊາຊົນປຶກສາຫາລື, ປະຊາຊົນເຮັດ, ປະຊາຊົນກວດກາ”. ດ້ວຍການປະກາດໃຊ້ເອກະສານສະບັບຕ່າງໆນັ້ນ, ລັດຖະ ໄດ້ວາງອອກເຄື່ອງມືທາງດ້ານນິຕິກຳກ່ຽວກັບການປະຕິບັດປະຊາທິປະໄຕຢູ່ຂັ້ນຮາກຖານ, ມອບໃຫ້ປະຊາຊົນຢູ່ຂັ້ນຮາກຖານມີສິດປະຊາທິປະໄຕຢ່າງແທ້ຈິງ ຄື: ສິດຮັບຊາບເນື້ອໃນຕ່າງໆທີ່ກ່ຽວຂ້ອງເຖິງຊີວິດທາງດ້ານເສດຖະກິດ - ສັງຄົມຂອງປະຊາຊົນຢູ່ຂັ້ນຮາກຖານ; ສິດໄດ້ປຶກສາຫາລື ແລະ ຕັດສິນໂດຍກົງ, ປຶກສາຫາລື ແລະ ລົງຄະແນນສຽງເພື່ອໃຫ້ຂັ້ນມີສິດອຳນາດຕັດສິນ ສຳລັບບັນຫາທີ່ສຳຄັນຂອງທ້ອງຖິ່ນ; ສິດຕິດຕາມກວດກາສຳລັບທຸກເນື້ອໃນ ເຊິ່ງປະຊາຊົນມີສິດໄດ້ຮັບຊາບ, ໄດ້ປະກອບຄຳເຫັນ ແລະ ຕັດສິນໂດຍກົງ… ທ່ານນາງ ຟ້າມທິແທງຈ່າ ລັດຖະມົນຕີກະຊວງພາຍໃນ ຫວຽດນາມ ໃຫ້ຮູ້ວ່າ:

        “ບັນດາເອກະສານທີ່ໄດ້ຍົກມາຂ້າງເທິງນັ້ນ ໄດ້ກຳນົດເນື້ອໃນ, ຮູບແບບປະຕິບັດປະຊາທິປະໄຕຢູ່ຂັ້ນຮາກຖານຢ່າງຄົບຖ້ວນພໍສົມຄວນ, ຮັບປະກັນການປະຕິບັດແຜນນະໂຍບາຍຂອງພັກ ແລະ ລັດກ່ຽວກັບ “ປະຊາຊົນຮູ້, ປະຊາຊົນປຶກສາຫາລື, ປະຊາຊົນເຮັດ, ປະຊາຊົນກວດກາ”, ສ້າງພື້ນຖານນິຕິກຳໃຫ້ແກ່ການປະຕິບັດສິດເປັນເຈົ້າຂອງປະຊາຊົນ ແລະ ຂອງພາລະກອນ, ລັດຖະກອນ, ພະນັກງານ, ຊາວຜູ້ອອກແຮງງານຢູ່ຂັ້ນຮາກຖານ, ສ້າງການຫັນປ່ຽນຢ່າງຕັ້ງໜ້າໃນຊີວິດທາງດ້ານການເມືອງ - ສັງຄົມ.”

ສ້າງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ປະ​ຕິ​ບັດ​ປະ​ຊາ​ທິ​ປະ​ໄຕ​ຢູ່​ຂັ້ນ​ຮາ​ກ​ຖານ​ໃຫ້​ສົມ​ບູນ​ແບບ - ảnh 2ທ່ານ ຮວ່າງແທງຕູງ, ຫົວໜ້າກຳມາທິການກົດໝາຍຂອງສະພາແຫ່ງຊາດ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: quochoi.vn)
 ເຖິງຢ່າງໃດກໍຕາມ ຕໍ່ໜ້າຄວາມຮຽກຮ້ອງຕ້ອງການຂອງການເຊື່ອມໂຍງ ແລະ ປ່ຽນແປງໃໝ່ຢ່າງແຮງໃນບັນດາຂົງເຂດຂອງຊີວິດສັງຄົມ, ການສ້າງກົດໝາຍວ່າດ້ວຍປະຊາທິປະໄຕຢູ່ຂັ້ນຮາກຖານດ້ວຍຂອບຂະໜາດທີ່ກວ້າງກວ່າ, ກຳນົດເປົ້າໝາຍຢ່າງລະອຽດກວ່າ ແລະ ມີຜົນສັກສິດຕໍ່ບັນດາລະບອບລະບຽບການປະຊາທິປະໄຕໃຫ້ນັບມື້ນັບເໝາະສົມນັ້ນ ແມ່ນມີຄວາມຈຳເປັນເພື່ອຮັບປະກັນໃຫ້ບັນດາລະບອບລະບຽບການປະຊາທິປະໄຕໄດ້ຮັບການປະຕິບັດຢ່າງມີປະສິດທິຜົນໃນຕົວຈິງ. ທ່ານ ຮວ່າງແທງຕູງ, ຫົວໜ້າກຳມາທິການກົດໝາຍຂອງສະພາແຫ່ງຊາດ, ຖືວ່າ:

        “ປະກາດໃຊ້ກົດໝາຍວ່າດ້ວຍການປະຕິບັດປະຊາທິປະໄຕຢູ່ຂັ້ນຮາກຖານແມ່ນເພື່ອແນໃສ່ໄປທັນກັບການຫັນແຜນນະໂຍບາຍ “ປະຕິບັດ ແລະ ເສີມຂະຫຍາຍປະຊາທິປະໄຕສັງຄົມນິຍົມ, ສິດເປັນເຈົ້າ ແລະ ບົດບາດເປັນເຈົ້າຂອງປະຊາຊົນ” ເປັນລະອຽດ ດ້ວຍທິດນຳທີ່ວ່າ “ປະຊາຊົນຮູ້, ປະຊາຊົນປຶກສາຫາລື, ປະຊາຊົນເຮັດ, ປະຊາຊົນກວດກາ, ປະຊາຊົນຕິດຕາມ, ປະຊາຊົນຊົມໃຊ້” ແລະ “ປະຕິບັດປະຊາທິປະໄຕໂດຍກົງ, ປະຊາທິປະໄຕແບບຕາງໜ້າ, ພິເສດແມ່ນປະຊາທິປະໄຕຢູ່ຂັ້ນຮາກຖານ” ໄດ້ເນັ້ນໜັກຢ່າງແຮງໃນເອກະສານຂອງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ; ສືບຕໍ່ຫັນສິດເປັນເຈົ້າຂອງປະຊາຊົນ, ສິດທິມະນຸດ, ສິດ ແລະ ພັນທະພື້ນຖານຂອງພົນລະເມືອງທີ່ໄດ້ກຳນົດໃນລັດຖະທຳມະນູນປີ 2013 ໃຫ້ເປັນລະອຽດ, ບົນພື້ນຖານນັ້ນ ປະກອບສ່ວນເຂົ້າໃນການສ້າງ ແລະ ບູລະນະ ລັດແຫ່ງສິດອຳນາດນິຕິບັນຍັດສັງຄົມນິຍົມ ຫວຽດນາມ ຢ່າງສົມບູນ”.

ຮັບປະກັນໃຫ້ບັນດາລະບອບລະບຽບການປະຊາທິປະໄຕໄດ້ຮັບການປະຕິບັດຢ່າງມີປະສິດທິຜົນ

        ໃນຮ່າງກົດໝາຍ, ຂອບຂະໜາດດັດປັບໄດ້ເປີດກວ້າງເມື່ອກຳນົດການປະຕິບັດປະຊາທິປະໄຕຢູ່ຂັ້ນຮາກຖານສຳລັບ 3 ຮູບແບບຮາກຖານຕົ້ນຕໍ, ລວມມີ: ຕາແສງ, ເທດສະບານເມືອງ ແລະ ວົງຄະນະຍາດຊຸມຊົນ ໃນບໍລິເວນຫົວໜ່ວຍປົກຄອງຂັ້ນຕາແສງ, ອົງການ, ຫົວໜ່ວຍພາລະການຂອງພັກ, ລັດ, ອົງການການເມືອງ - ສັງຄົມ; ວິສາຫະກິດ; ຮ່າງກົດໝາຍສະບັບນີ້ໄດ້ເພີ່ມເຕີມຂໍ້ກຳນົດຫຼາຍຢ່າງກ່ຽວກັບການປະຕິບັດປະຊາທິປະໄຕຢູ່ຂັ້ນຮາກຖານຄືສິດຮ້ອງທຸກ, ຮ້ອງຟ້ອງ, ກ່າວຟ້ອງການກະທຳລະເມີດກົດໝາຍກ່ຽວກັບການປະຕິບັດປະຊາທິປະໄຕຢູ່ຂັ້ນຮາກຖານ; ກຳນົດຮູບການປັບໄໝ, ລົງໂທດສຳລັບແຕ່ກຸ່ມເປົ້າໝາຍ ແລະ ການກະທຳທີ່ລະເມີດ. ກ່ຽວກັບການປະຕິບັດປະຊາທິປະໄຕຢູ່ຕາແສງ, ເທດສະບານເມືອງ, ທ່ານນາງ ຟ້າມທິແທງຈ່າ ລັດຖະມົນຕີກະຊວງພາຍໃນ ໃຫ້ຮູ້ວ່າ:

        “ຮ່າງກົດໝາຍໄດ້ເປີດກວ້າງຂອບຂະໜາດເປີດເຜີຍຂໍ້ມູນຢູ່ຂັ້ນຕາແສງສອດຄ່ອງກັບຂໍ້ກຳນົດຂອງກົດໝາຍວ່າດ້ວຍການເຂົ້າເຖິງຂໍ້ມູນ ແລະ ກົດໝາຍທີ່ປະກາດໃຊ້ໃນປັດຈຸບັນ; ເປີດເຜີຍຂໍ້ມູນຢູ່ຂັ້ນຕາແສງດ້ວຍຫຼາຍຮູບຫຼາຍແບບ, ເພີ່ມເຕີມບາງຮູບແບບໃໝ່ຄືເອົາຂໍ້ມູນລົງປະຕູຖານຂໍ້ມູນເອເລັກໂຕນິກ, ເວັບໄຊ; ຜ່ານກອງປະຊຸມແລກປ່ຽນ, ສົນທະນາລະຫວ່າງຄະນະກຳມະການປະຊາຊົນຂັ້ນຕາແສງກັບ ປະຊາຊົນ; ເປີດກວ້າງປະຊາທິປະໄຕໂດຍກົງຢູ່ຂັ້ນຮາກຖານຕາມທິດເພີ່ມເຕີມບັນດາບັນຫາ ປະຊາຊົນປຶກສາຫາລື ແລະ ຕັດສິນໂດຍກົງ, ຂໍ້ກຳນົດກ່ຽວກັບຂໍ້ລິເລີ່ມຂໍ້ສະເໜີແນະຂອງປະຊາຊົນ”.

        ໃນການປະຕິບັດປະຊາທິປະໄຕຢູ່ວິສາຫະກິດ, ຊາວຜູ້ອອກແຮງງານໄດ້ຕົກລົງກ່ຽວກັບການປະກອບເງິນໃສ່ບັນດາກອງທຶນສັງຄົມ, ກອງທຶນກຸສົນຢູ່ວິສາຫະກິດ; ກຳນົດຕາມທິດທີ່ມີການຈຳແນກກ່ຽວກັບເນື້ອໃນ, ຮູບແບບ, ຂັ້ນຕອນ, ລະບຽບການຊາວຜູ້ອອກແຮງງານກວດກາ ແລະ ຊາວຜູ້ອອກແຮງງານຕິດຕາມ.

        ການເສີມຂະຫຍາຍປະຊາທິປະໄຕ ແມ່ນບັນຫາທີ່ມີຄວາມໝາຍຍຸດທະສາດສຳລັບວິວັດການພັດທະນາປະເທດຊາດ. ເລື່ອງສະພາແຫ່ງຊາດໄດ້ສຸມໃສ່ປຶກສາຫາລືຮ່າງກົດໝາຍວ່າດ້ວຍການປະຕິບັດປະຊາທິປະໄຕຢູ່ຂັ້ນຮາກຖານແມ່ນມີຄວາມໝາຍສຳຄັນ, ປະກອບສ່ວນຫັນສິດເປັນເຈົ້າຂອງປະຊາຊົນ, ສິດທິມະນຸດ ເປັນລະອຽດ, ສ້າງລັດແຫ່ງສິດອຳນາດນິຕິບັນຍັດສັງຄົມນິຍົມ ຫວຽດນາມໃຫ້ສົມບູນແບບ./.

ຕອບກັບ

ຂ່າວ/ບົດ​ອື່ນ