ສ້າງກຳລັງຫນູນໃຫມ່ໃຫ້ແກ່ການພົວພັນລະຫວ່າງ ຫວຽດນາມ ແລະ ສເຊັກໂກ

(VOVWORLD) - ສິ້ນສຸດການຢ້ຽມຢາມ ຮູມານີ, ວັນທີ 16 ເມສາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ແລະ  ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງລັດຖະບານຫວຽດນາມ ເລີ່ມຕົ້ນການຢ້ຽມຢາມ ສເຊັກໂກ. ການຢ້ຽມຢາມແມ່ນໂອກາດເພື່ອໃຫ້ສອງຝ່າຍແລກປ່ຽນບັນດາມາດຕະການ ຊຸກຍູ້ການຮ່ວມມືສອງຝ່າຍໃນບັນດາຂົງເຂດ, ພິເສດ ແມ່ນເສດຖະກິດ, ການຄ້າ, ການລົງທຶນ, ການສຶກສາບຳລຸງສ້າງ, ການສົ່ງຄົນງານໄປເຮັດວຽກຢູ່ ສເຊັກໂກ ພ້ອມທັງແມ່ນກາລະໂອກາດເພື່ອໃຫ້ຫວຽດນາມ ຍາດແຍ່ງການສະຫນັບສະຫນູນຂອງ ເຊັກໂກ ໃນການພົວພັນກັບສະຫະພາບເອີລົບ (EU) ເປັນຕົ້ນໃນການຊຸກຍູ້ເລື່ອງລົງນາມໃນສັນຍາການຄ້າເສລີ ຫວຽດນາມ - EU (EVFTA).

ສ້າງກຳລັງຫນູນໃຫມ່ໃຫ້ແກ່ການພົວພັນລະຫວ່າງ ຫວຽດນາມ ແລະ ສເຊັກໂກ - ảnh 1 ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ

ນັບແຕ່ເມື່ອສອງປະເທດສ້າງຕັ້ງການພົວພັນທາງການທູດໃນວັນທີ 2 ກຸມພາປີ 1950, ການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຫລາຍດ້ານລະຫວ່າງຫວຽດນາມ ແລະ ສເຊັກໂກ ໄດ້ຮັບການເພີ່ມພູນຄູນສ້າງຈາກການນຳ, ປະຊາຊົນສອງປະເທດຜ່ານຫລາຍລຸ້ນຄົນ.  ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການພັດທະນາການພົວພັນກັບບັນດາປະເທດເພື່ອນມິດທີ່ເປັນມູນເຊື້ອຢູ່ ພາກພື້ນເອີລົບກາງ ແລະ ເອີລົບຕາເວັນອອກ, ໃນນັ້ນເຊັກໂກແມ່ນຫນຶ່ງໃນບັນດາຄູ່ຮ່ວມມືບຸລິມະສິດ. ສ ເຊັກໂກ   ຍາມໃດກໍ່ເອົາໃຈໃສ່ປະຕິບັດນະໂຍບາຍພັດທະນາການພົວພັນຮ່ວມມືກັບຫວຽດນາມ ໃນທຸກຂົງເຂດ.

ຫວຽດນາມ ແລະ ສ ເຊັກໂກ: ຄູ່ຮ່ວມມືສຳຄັນຂອງກັນ    

ການຢ້ຽມຢາມຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຖິງ ສ ເຊັກໂກ  ຄັ້ງນີ້ ມີຄວາມໝາຍສຳຄັນທີ່ສຸດ ແລະ ດຳເນີນໃນສະພາບພາຍຫລັງ 12 ປີຈຶ່ງມີການແລກປ່ຽນຂັ້ນນາຍົກລັດຖະມົນຕີ ແລະ ກ່ອນທີ່ດຳເນີນການສະຫລອງ 70 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງສອງປະເທດ ( ວັນທີ 2 ກຸມພາປີ 1950- 2 ກຸມພາປີ 2020).

ນອກຈາກເລື່ອງສອງຝ່າຍແລກປ່ຽນຄະນະຜູ້ແທນເປັນປະຈຳ,    ມີຫລາຍກະຊວງ, ຄະນະ, ຂະແຫນງການ ແລະ ທ້ອງຖິ່ນສອງປະເທດໄດ້ສ້າງການພົວພັນຮ່ວມມືຢ່າງລະອຽດໃນແຕ່ລະຂົງເຂດມີທ່າແຮງຂອງຕົນ. ສອງຝ່າຍຈັດຕັ້ງກອງປະຊຸມຂອງຄະນະກຳມະການລະຫວ່າງລັດຖະບານກ່ຽວກັບການຮ່ວມມືເສດຖະກິດເປັນປະຈຳ ເພື່ອແນໃສ່ຜັນຂະຫຍາຍບັນດາການເຄື່ອນໄຫວຮ່ວມມືເສດຖະກິດສອງປະເທດ, ແລະ ກອງປະຊຸມຄັ້ງທີ 6 ໄດ້ຈັດຂຶ້ນໃນເດືອນເມສາ ປີ 2018 ຢູ່ ຮ່າໂນ້ຍ.

ການພົວພັນດ້ານການຄ້າລະຫວ່າງສອງປະເທດ ໄດ້ມີບັນດາບາດກ້າວພັດທະນາຫລາຍພໍສົມຄວນ. ໄລຍະ 5 ປີຄືແຕ່ ປີ 2014-2018, ການຄ້າສອງຝ່າຍໄດ້ເຕີບໂຕກວ່າ 68%.ປີ 2018 ຫວຽດນາມ ແມ່ນຄູ່ຮ່ວມມືດ້ານການຄ້າໃຫຍ່ອັນດັບ 36 ໃນຈຳນວນກວ່າ 200 ຄູ່ຮ່ວມມືຂອງ ສ ເຊັກໂກ. ສະເພາະການສົ່ງອອກສິນຄ້າ, ຫວຽດນາມ ແມ່ນປະເທດສົ່ງອອກໃຫຍ່ອັນດັບທີ 28 ເຂົ້າ ສ ເຊັກໂກ. ເຖິງຢ່າງໃດກໍຕາມ ຕາມທ່ານ ໂຮ່ມີນຕວັນ, ເອກອັກຄະລັດຖະທູດຫວຽດນາມ ປະຈຳ ສ ເຊັກໂກ : ການເຕີບໂຕຄືດັ່ງກ່າວຍັງບໍ່ທັນເໝາະສົມກັບຄວາມສາມາດບົ່ມຊ້ອນຂອງທັງສອງຝ່າຍ.

“ດ້ວຍການເຕີບໂຕເພີ່ມຂຶ້ນທົບສອງເທົ່າພາຍຫລັງ 5 ປີ ແມ່ນລະດັບດີສົມຄວນ ແຕ່ເມື່ອທຽບໃສ່ຄວາມສາມາດບົ່ມຊ້ອນຂອງສອງປະເທດ ຕົວເລກນີ້ຍັງຕ່ຳຢູ່. ກ່ຽວກັບການລົງທຶນ, ບັນດາວິສາຫະກິດ ສ ເຊັກໂກ  ລົງທຶນເຂົ້າຫວຽດນາມ ຍັງບໍ່ທັນຫລາຍ ເປັນຕົ້ນແມ່ນໂຄງການຂະຫນາດນ້ອຍ. ມາຮອດປະຈຸບັນ ນີ້ແມ່ນຂົງເຂດສອງຝ່າຍໄດ້ແລກປ່ຽນ ແລະ ປຶກສາຫາລືຫລາຍຄັ້ງຜ່ານກອງປະຊຸມຄະນະກຳມະການລະຫວ່າງລັດຖະບານ ຫລື ກອງປະຊຸມສຳມະນາ."

ແງ່ຫວັງຫລາຍຢ່າງໃຫ້ແກ່ການພົວພັນສອງຝ່າຍຫວຽດນາມ - ສ ເຊັກໂກ     

ໃນການຢ້ຽມຢາມ ສ ເຊັກໂກ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ມີການເຈລະຈາກັບທ່ານນາຍົກລັດຖະມົນຕີ ສ ເຊັກໂກ, ພົບປະກັບປະທານາທິບໍດີ ສ ເຊັກໂກ ແລະ ປະທານສະພາຕ່ຳ ສ ເຊັກໂກ, ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ເວທີປາໄສວິສາຫະກິດຫວຽດນາມ - ສ ເຊັກໂກ, ເຂົ້າຮ່ວມການພົບປະກັບປະຊາຄົມຊາວຫວຽດນາມ ອາໄສ ຢູ່ ສ ເຊັກໂກ ແລະ ບັນດາການເຄື່ອນໄຫວອື່ນ. ທ່ານ ໂຮ່ມີນຕວັນ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ສ ເຊັກໂກ ໃຫ້ຮູ້ຕື່ມອີກວ່າ:

“ຜ່ານການພົບປະໃນໄລຍະມໍ່ໆມານີ້ ພວກຂ້າພະເຈົ້າໄດ້ຮູ້ວ່າ ບັນດາວິສາຫະກິດ ສ ເຊັກໂກ ມີຄວາມສົນໃຈເຖິງຕະຫລາດຫວຽດນາມ ໃນບັນດາຂົງເຂດຜະລິດລົດໂອໂຕ, ຜະລິດໄຟຟ້າ, ອຸດສາຫະກຳການໃຊ້ສອຍ ຫລື ບໍລິການບັນເທິງ ດ້ວຍບັນດາໂຄງການໃຫຍ່ສົມຄວນ. ນອກນັ້ນ ການຢ້ຽມຢາມ ສ ເຊັກໂກ ຂອງບໍລິສັດ Bamboo Airway ຈະແລກປ່ຽນກັບຄູ່ຮ່ວມມື ສ ເຊັກໂກ   ກ່ຽວກັບການສ້າງຕັ້ງສາຍການບິນໂດຍກົງລະຫວ່າງສອງປະເທດ."            

ໃນການຢ້ຽມຢາມຄັ້ງນີ້ ສອງປະເທດຄາດວ່າ ຈະລົງນາມໃນເອກະສານຮ່ວມມືບາງສະບັບລະຫວ່າງບັນດາກະຊວງ, ຂະແຫນງການ ແລະ ທ້ອງຖິ່ນ ກັບວິສາຫະກິດ. ການຢ້ຽມຢາມຂັ້ນສູງຄັ້ງນີ້ຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສືບຕໍ່ສະແດງໃຫ້ເຫັນນ້ຳໃຈມິດຕະພາບ, ພາບພົດອັນດີງາມກ່ຽວກັບປະເທດຊາດ ແລະ ຊາວຫວຽດນາມ ກໍຄືປະຊາຄົມຊາວຫວຽດນາມ ອາໄສຢູ່ ສ ເຊັກໂກ ເຖິງອຳນາດການປົກຄອງທຸກຂັ້ນ ແລະ ປະຊາຊົນປະເທດປະຈຳຖິ່ນ. ການຢ້ຽມຢາມເປັນການປະກອບສ່ວນຢ່າງແທດຈິງ, ລະອຽດເຂົ້າໃນການຊຸກຍູ້ບັນດາການພົວພັນຮ່ວມມືດ້ານເສດຖະກິດ ການຄ້າ, ການລົງທຶນລະຫວ່າງຫວຽດນານ ແລະ ສ ເຊັກໂກ                                                                                                                  

ຕອບກັບ

ຂ່າວ/ບົດ​ອື່ນ