ສ້າງ​ກຳ​ລັງ​ແຮງ​ໃໝ່​ໃຫ້​ແກ່​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ ກັບ ສິງ​ກະ​ໂປ ແລະ ບ​ຣູ​ໄນ

(VOVWORLD) - ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານນາຍົກລັດຖະມົນຕີ ສ.ສິງກະໂປ ລີຊຽນຫຼົງ ແລະ ກະສັດ Sultan Haji Hassanal Bolkiah ແຫ່ງ ລາຊະອານາຈັກ ບຣູໄນ ດາຣູຊາລາມທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ພັນລະຍາ ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງໄປຢ້ຽມຢາມ ປະເທດ ສ.ສິງກະໂປ ແລະ ບຣູໄນ ດາຣູຊາລາມ ຢ່າງເປັນທາງການແຕ່ວັນທີ 8 – 11 ກຸມພາ ປີ 2023. ການຢ້ຽມຢາມຢ່າງເປັນທາງການຢູ່ສອງປະເທດ ສະມາຊິກ ອາຊຽນ ຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະແດງມໃຫ້ເຫັນການຖືເປັນສຳຄັນ ແລະ ຄວາມປາດຖະໜາຢາກສ້າງກຳລັງແຮງໃໝ່ໃຫ້ແກ່ການພົວພັນ ລະຫວ່າງ ຫວຽດນາມ ກັບສິງກະໂປ ແລະ ບຣູໄນ.
ສ້າງ​ກຳ​ລັງ​ແຮງ​ໃໝ່​ໃຫ້​ແກ່​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ ກັບ ສິງ​ກະ​ໂປ ແລະ ບ​ຣູ​ໄນ - ảnh 1ທ່ານ ປ.ອ Vannarith Chheang, ສັງກັດມະຫາວິທະຍາໄລເຕັກໂນໂລຢີ Nanyang, ຫົວໜ້າສະຖາບັນຄົ້ນຄ້ວາວິໄສທັດ ອາຊີ (Asia Vision Institute) (ພາບ:  ປ.ອ Vannarith Chheang)

ການຢ້ຽມຢາມ ສິງກະໂປ ແລະ ບຣູໄນຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ມີຄວາມສຳຄັນໃນສະພາບການ ທັງສາມປະເທດລ້ວນແຕ່ ຜ່ານຜ່າພະຍາດໂຄວິດ - 19 ດ້ວຍຖານະບົດບາດໃໝ່ ແລະ ຄວາມຄາດຫວັງໃໝ່. ຫວຽດນາມ, ສິງກະໂປ ແລະ ບຣູໄນ ມີຫຼາຍກາລະໂອກາດຮ່ວມມື ເພື່ອສ້າງໝາກຜົນພິເສດ. ການເຫັນດີເປັນເອກະພາບໃນການຮ່ວມມືລະຫວ່າງ ຫວຽດນາມ ແລະ ສິງກະໂປ, ຫວຽດນາມ ແລະ ບຣູໄນມີຄວາມໝາຍສຳຄັນທີ່ສຸດ, ປະກອບສ່ວນນຳເສດຖະກິດ ອາຊີຕາເວັນອອກສ່ຽງໃຕ້ ພັດທະນາຢ່າງແຮງກ່ວາອີກໃນທົດສະວັດຈະມາເຖິງ.

ຫວຽດນາມ: ຄູ່ຮ່ວມມືດ້ານເສດຖະກິດສຳຄັນຂອງສິງກະໂປ

    ສິງກະໂປແມ່ນໜຶ່ງໃນບັນດາປະເທດທຳອິດທີ່ສ້າງຕັ້ງການພົວພັນທາງການທູດ ກັບ ຫວຽດນາມ (ເດືອນ ສິງຫາປີ 1973) ພາຍຫຼັງທີ່ສັນຍາ ປາຣີ ປີ 1973 ໄດ້ລົງນາມ. ການພົວພັນລະຫວ່າງສອງປະເທດ ໄດ້ມີບັນດາບາດກ້າວພັດທະນາໂດຍໄວ, ພິເສດແມ່ນພາຍຫຼັງທີ່ ຫວຽດນາມ ເຂົ້າເປັນສະມາຊິກຂອງອາຊຽນໃນປີ 1995. ປີ 2013, ສິງກະໂປກາຍເປັນໜຶ່ງໃນບັນດາປະເທດ ອາຊຽນ ທຳອິດທີ່ສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດກັບ ຫວຽດນາມ, ເປີດສັງກາດໃໝ່ໃນການຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດເຄົາລົບ ແລະ ມີຄວາມໄວ້ເນື້ອເຊື່ອໃຈກັນລະຫວ່າງສອງປະເທດ.

    ການຮ່ວມມືດ້ານເສດຖະກິດ ໄດ້ ແລະ ພວມແມ່ນຈຸດພົ້ນເດັ່ນໃຫ້ແກ່ການພົວພັນສອງຝ່າຍລະຫວ່າງ ຫວຽດນາມ ແລະ ສິງກະໂປ. ຫວຽດນາມ ພວມແມ່ນໜຶ່ງໃນບັນດາພື້ນຖານເສດຖະກິດພັດທະນາຢ່າງແຮງໃນພາກພື້ນ. ປີ 2022, GDP ຂອງ ຫວຽດນາມ ບັນລຸລະດັບສູງກ່ວາ 8%. ໝາກຜົນດັ່ງກ່າວບໍ່ພຽງແຕ່ສ່ອງແສງໃຫ້ເຫັນຄວາມຕັດສິນໃຈຂອງ ປະຊາຊົນຫວຽດນາມເທົ່ານັ້ນ ຫາກຍັງສະແດງໃຫ້ເຫັນວິໄສທັດຢ່າງຈະແຈ້ງຂອງ ລັດຖະບານໃນການກຳນົດທິດໃຫ້ປະເທດຊາດກ້າວຂຶ້ນອີກດ້ວຍ.

    ບັນດາບໍລິສັດຂອງ ສິງກະໂປ ກໍ່ເຫັນໄດ້ຄວາມສາມາດບົ່ມຊ້ອນອັນຍິ່ງໃຫຍ່ຂອງພື້ນຖານເສດຖະກິດ ຫວຽດນາມ. ໃນ 3 ປີຜ່ານມາ, ສິງກະໂປ ແມ່ນໜຶ່ງໃນບັນດານັກລົງທຶນຕ່າງປະເທດໃຫຍ່ຢູ່ ຫວຽດນາມ. ຕີລາຄາກ່ຽວກັບແງ່ຫວັງການຮ່ວມມືສອງຝ່າຍ, ທ່ານ ປ.ອ Vannarith Chheang, ສັງກັດມະຫາວິທະຍາໄລເຕັກໂນໂລຢີ Nanyang, ຫົວໜ້າສະຖາບັນຄົ້ນຄ້ວາວິໄສທັດ ອາຊີ (Asia Vision Institute)ຖືວ່າ:

    ສິງກະໂປມີເຕັກໂນໂລຢີ, ພື້ນຖານເສດຖະກິດດີຈີຕອນ, ເສດຖະກິດສີຂຽວ ແລະ ຄວາມປອດໄພທາງເຄືອຂ່າຍອິນເຕີແນັດທີ່ກ້າວໜ້າ. ໃນຂະນະທີ່ ຫວຽດນາມ ກໍ່ມີທ່າໄດ້ປຽບຫຼາຍຢ່າງເພື່ອສະໜອງ ຄື ຫວຽດນາມ ພວມມີການຫັນເປັນດີຈີຕອນໂດຍໄວ. ຫວຽດນາມ ແມ່ນໜຶ່ງໃນບັນດາພື້ນຖານເສດຖະກິດດີຈີຕອນພັດທະນາໄວທີ່ສຸດຢູ່ອາຊີຕາເວັນອອກສ່ຽງໃຕ້. ມີລັດວິສາຫະກິດຫຼາຍແຫ່ງເຂົ້າໃຈເຕັກໂນໂລຢີດີທີ່ສຸດ ແລະ ມີຈິດໃຈເລີ່ມຕົ້ນທຸລະກິດກ່ຽວກັບເຕັກໂນໂລຢີ. ເພາະສະນັ້ນ, ຂ້າພະເຈົ້າຄິດວ່າ ນີ້ແມ່ນບັນດາຂົງເຂດຮ່ວມມືທີ່ມີຄວາມສາມາດບົ່ມຊ້ອນ. ສອງປະເທດອາດຈະຊຸກຍູ້ການຮ່ວມມືສ້າງກຳລັງຄວາມສາມາດທາງດ້ານເສດຖະກິດດີຈີຕອນ, ເສດຖະກິດສີຂຽວ, ຕາໜ່າງນະຄອນອັດສະລິຍະ ແລະ ຄວາມປອດໄພທາງເຄືອຂ່າຍອິນເຕີແນັດ.

ໃນຂະນະນັ້ນ, ຕາມທ່ານ ມາຍເຟືອກຢຸງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສິງກະໂປ ແລ້ວ, ຄາດວ່າ ໃນການຢ້ຽມຢາມຄັ້ງນີ້, ສອງປະເທດອາດຈະເຊັນຂໍ້ຕົກລົງກ່ຽວກັບຄູ່ຮ່ວມມືດີຈີຕອນ ແລະ ຄູ່ຮ່ວມມືສີຂຽວ. ນີ້ແມ່ນບັນດາເອກະສານພື້ນຖານສຳຄັນທີ່ສຸດເພື່ອຫັນບັນດາຂໍ້ຕົກລົງຂອງການນຳຂັ້ນສູງໃນປີ 2022 ເປັນລະອຽດ.

ສ້າງ​ກຳ​ລັງ​ແຮງ​ໃໝ່​ໃຫ້​ແກ່​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ ກັບ ສິງ​ກະ​ໂປ ແລະ ບ​ຣູ​ໄນ - ảnh 2ທ່ານ ມາຍເຟືອກຢຸງ ເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມແຫ່ງສສ.ຫວຽດນາມປະຈຳ ສິງກະໂປ
(ພາບ: TTXVN)

ເພີ່ມທະວີການພົວພັນຮ່ວມມືກັບ ບຣູໄນ

    ຫວຽດນາມ ແລະ ບຣູໄນສ້າງການພົວພັນທາງການທູດໃນວັນທີ 29 ກຸມພາ 1992, ຍົກລະດັບຂຶ້ນເປັນການພົວພັນຄູ່ຮ່ວມມືຮອບດ້ານເນື່ອງໃນໂອກາດການຢ້ຽມຢາມທາງລັດຖະກິດ ຫວຽດນາມ ຂອງກະສັດ ບຣູໄນ ດາຣູຊາລາມໃນເດືອນມີນາ ປີ  2019.

    ໃນການຮ່ວມມືທາງດ້ານເສດຖະກິດ - ການຄ້າ - ການລົງທຶນ, ບຣູໄນ ດາຣູຊາລາມ ແມ່ນຕະຫຼາດນ້ອຍ ສຳລັບ ສິນຄ້າສົ່ງອອກຂອງ ຫວຽດນາມ. ປີ 2022, ວົງເງິນການຄ້າສອງສົ້ມບັນລຸກ່ວາ 700 ລ້ານ USD, ເພີ່ມຂຶ້ນ 134%ເມື່ອທຽບໃສ່ກັບປີ 2021, ລື່ນຄາດໝາຍ 500 ລ້ານ USD ໃນປີ 2025 ເຊິ່ງການນຳສອງປະເທດວາງອອກ. ບຣູໄນ ຍືນຢູ່ອັນດັບທີ 26/141 ປະເທດ ແລະ ເຂດແຄ້ວນທີ່ມີການລົງທຶນຢູ່ ຫວຽດນາມ ດ້ວຍຍອດທຶນຈົດທະບຽນບັນລຸ 971 ລ້ານ USD, ສຸມໃສ່ເຂົ້າຂົງເຂດອຸດສາຫະກຳປຸງແຕ່ງ, ປະດິດສ້າງ, ກໍ່ສ້າງ ແລະ ດຳເນີນທຸລະກິດອະສັງຫາລິມະຊັບ. ຕີລາຄາກ່ຽວກັບການພົວພັນ ຫວຽດນາມ - ບຣູໄນ, ທ່ານປ.ອ Vannarith Chheang ຖືວ່າ:

    ການພົວພັນຫວຽດນາມ - ບຣູໄນ ເຖິງວ່າຍັງບໍ່ມີຜົນສຳເລັດຫຼາຍຢ່າງຄືການພົວພັນລະຫວ່າງ ຫວຽດນາມ - ສິງກະໂປ ກ່ຽວກັບການຄ້າ - ການລົງທຶນກໍ່ຕາມ, ແຕ່ຍັງມີແງ່ມູມຂອງການຮ່ວມມືທີ່ເປັນເອກະລັກສະເພາະຄືການຮ່ວມມືກ່ຽວກັບນ້ຳມັນອາຍແກັດ. ນອກຈາກນັ້ນ, ຍັງພ້ອມກັນເປັນສະມາຊິກ ອາຊຽນ, ຫວຽດນາມ ແລະ ບຣູໄນ ຈະຮ່ວມມືກັນຢ່າງແໜ້ນແຟ້ນຕາມຂອບເຂດ, ກົນໄກໂດຍ ອາຊຽນນຳພາ, ໃນນັ້ນມີໂຄງການດຳເນີນງານກ່ຽວກັບບັນດາບັນຫາໃນພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈຄືບັນຫາຢູ່ທະເລຕາເວັນອອກ.

    ກ່ຽວກັບການຮ່ວມມືທາງດ້ານປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ສອງປະເທດສືບຕໍ່ຜັນຂະຫຍາຍບັນດາເນື້ອໃນຮ່ວມມືຢ່າງມີປະສິດທິຜົນຄື: ແລກປ່ຽນຄະນະຜູ້ແທນທຸກຂັ້ນ, ບຳລຸງສ້າງ, ແລກປ່ຽນຂໍ້ມູນຂ່າວສານ ແລະ ສົມທົບກັນໃນການຊອກຫາກູ້ໄພກູ້ຊີບ. ຮ່ວມມືກັນໃນບັນດາຂົງເຂດພະລັງງານ, ກະສິກຳ, ການສຶກສາ, ການຮ່ວມມືທາງທະເລ, ການພົວພັນແລກປ່ຽນປະຊາຊົນ…ສືບຕໍ່ໄດ້ຮັບການເອົາໃຈໃສ່ ພັດທະນາ.

    ການຢ້ຽມຢາມ ສິງກະໂປ ແລະ ບຣູໄນ ດາຣູຊາລາມ ຢ່າງເປັນທາງການໃນຄັ້ງນີ້ຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ພັນລະຍາ ຈະປະກອບສ່ວນເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈທາງການເມືອງ ແລະ ຊຸກຍູ້ການຄ້າ, ການລົງທຶນລະຫວ່າງ ຫວຽດນາມ ແລະ 2 ປະເທດສະມາຊິກ ອາຊຽນ, ກໍ່ຄືຊຸກຍູ້ການຮ່ວມມື, ສົມທົບກັນລະຫວ່າງບັນດາຝ່າຍໃນບັນດາບັນຫາພາກພື້ນ ແລະ ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.

ຕອບກັບ

ຂ່າວ/ບົດ​ອື່ນ