ສ້າງກຳລັງໜູງໃໝ່ນຳປະເທດຊາດພັດທະນາຢ່າງວ່ອງໄວແລະໝັ້ນຄົງ

(VOVWORLD) -ບໍ່ວ່າປະເທດໃດ - ຊາດໃດ ຢາກພັດທະນາຢ່າງວັດທະນາຖາວອນນັ້ນ ກໍລ້ວນແຕ່ລະດົມ ແລະ ນຳໃຊ້ທຸກແຫຼ່ງກຳລັງຢ່າງມີປະສິດທິຜົນ ເພື່ອຮັບໃຊ້ໃຫ້ແກ່ການພັດທະນາ.
ສ້າງກຳລັງໜູງໃໝ່ນຳປະເທດຊາດພັດທະນາຢ່າງວ່ອງໄວແລະໝັ້ນຄົງ - ảnh 1

ໂດຍສືບຕໍ່ການປ່ຽນແປງໃໝ່ເພື່ອແນໃສ່ເປີດຊ່ອງທາງ, ປົດປ່ອຍ, ລະດົມ ແລະ ນຳໃຊ້ປະສິດທິຜົນຂອງທຸກແຫຼ່ງກຳລັງຢ່າງສຸດຂີດ, ສ້າງກຳລັງໜູນໃໝ່ເພື່ອນຳປະເທດຊາດໃຫ້ພັດທະນາຢ່າງວ່ອງໄວ ແລະ ໝັ້ນຄົງ ແມ່ນຫົວຂໍ້ບົດຂຽນຂອງທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ທີ່ຫາກໍ່ໄດ້ເອົາລົງໃນໜັງສືພິມຂອງຫວຽດນາມ ຫວ່າງແລ້ວນີ້. ໃນບົດຂຽນ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ເນັ້ນໜັກວ່າ, ເພື່ອປະຕິບັດບັນດາເປົ້າໝາຍຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 12 ຂອງພັກ ທີ່ໄດ້ວາງອອກ ແລະ ສ້າງພື້ນຖານຢ່າງໝັ້ນຄົງເພື່ອນຳປະເທດຊາດໃຫ້ພັດທະນາຢ່າງໄວ, ໝັ້ນຄົງໃນສິບໆປີຈະມາເຖິງໃຫ້ເປັນຢ່າງດີນັ້ນ, ຕ້ອງສືບຕໍ່ປ່ຽນແປງໃໝ່ຈິນຕະນາການ ກໍຄືການກະທຳຢ່າງຂ້ຽວຂາດເພື່ອເປີດຊ່ອງທາງ, ປົດປ່ອຍ, ລະດົມ ແລະ ນຳໃຊ້ປະສິດທິຜົນຂອງທຸກແຫຼ່ງກຳລັງພັດທະນາຢ່າງສຸດຂີດ.

        ຕາມທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ແລ້ວ, ບໍ່ວ່າປະເທດໃດ - ຊາດໃດ ຢາກພັດທະນາຢ່າງວັດທະນາຖາວອນນັ້ນ ກໍລ້ວນແຕ່ລະດົມ ແລະ ນຳໃຊ້ທຸກແຫຼ່ງກຳລັງຢ່າງມີປະສິດທິຜົນ ເພື່ອຮັບໃຊ້ໃຫ້ແກ່ການພັດທະນາ. ສຳລັບຫວຽດນາມ, ເພື່ອປະຕິບັດໜ້າທີ່ສັງລວມດັ່ງກ່າວໄດ້ເປັນຢ່າງດີ, ຄວນສຸມໃສ່ເຂົ້າໃນບັນດາການກຳນົດທິດໃຫຍ່ຄື:

        ກ່ອນອື່ນໝົດ, ຫວຽດນາມ ຕ້ອງສືບຕໍ່ປ່ຽນແປງໃໝ່ຮູບແບບການເຕີບໂຕ ຕິດພັນກັບການສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່, ປະຕິບັດບັນດາການກຳນົດທິດບຸລິມະສິດຢ່າງຖືກຕ້ອງເພື່ອຂຸດຄົ້ນ ແລະ ປົດປ່ອຍ, ລະດົມ ແລະ ນຳໃຊ້ປະສິດທິຜົນຂອງທຸກແຫຼ່ງກຳລັງຢ່າງສຸດຂີດ ຕິດພັນກັບການພັດທະນາຂະແໜງ, ອາຊີບໃໝ່ ບົນພື້ນຖານກຳແໜ້ນ, ນຳໃຊ້ກາລະໂອກາດຈາກການປະຕິວັດອຸດສາຫະກຳຄັ້ງທີ 4 ຢ່າງສຸດຂີດ . ຫວຽດນາມ ຕ້ອງເຂົ້າຮ່ວມການປະຕິວັດອຸດສາຫະກຳຄັ້ງທີ 4 ດ້ວຍຈິດໃຈເປັນເຈົ້າການ ແລະ ມີຫົວຄິດປະດິດສ້າງ, ເນື້ອໃນແກ່ນສານແມ່ນຊຸກຍູ້ການພັດທະນາວິທະຍາສາດ - ເຕັກໂນໂລຊີ ແລະ ປ່ຽນແປງໃໝ່ປະດິດຄິດສ້າງໃນທຸກຂະແໜງການ, ຂົງເຂດ; ຊຸກຍູ້ການຫັນປະເທດຊາດເປັນດີຈີຕອນ, ກ້າວໄປເຖິງອຳນາດການປົກຄອງດີຈີຕອນ. ຫວຽດນາມ ກໍ່ຄວນສຸມໃສ່ສ້າງລະບອບລະບຽບການ, ກົດໝາຍວ່າດ້ວຍວິສາຫະກິດ, ເລີ່ມທຸລະກິດປະດິດຄິດສ້າງ, ຊັບສິນທາງປັນຍາ, ການຄ້າ, ການລົງທຶນ, ການດຳເນີນທຸລະກິດໃຫ້ສຳເລັດ ເພື່ອສ້າງຄວາມສະດວກໃຫ້ແກ່ທຸກອົງການຈັດຕັ້ງ, ສ່ວນບຸກຄົນ, ກ່ອນອື່ນໝົດແມ່ນວິສາຫະກິດເປັນເຈົ້າການເຂົ້າຮ່ວມການປະຕິວັດອຸດສາຫະກຳຄັ້ງທີ 4. ມີນະໂຍບາຍພັດທະນາ ແລະ ຍົກສູງກຳລັງຄວາມສາມາດປ່ຽນແປງໃໝ່ປະດິດຄິດສ້າງ, ກໍ່ສ້າງ ແລະ ພັດທະນາສູນປ່ຽນແປງໃໝ່ປະດິດຄິດສ້າງແຫ່ງຊາດ, ສຸມໃສ່ພັດທະນາບັນດາຂະແໜງການ ແລະ ເຕັກໂນໂລຊີບຸລິມະສິດທີ່ມີລະດັບຄວາມພ້ອມສູງ, ຕິດພັນກັບການຮ່ວມມືໃນການພັດທະນາວິທະຍາສາດ - ເຕັກໂນໂລຊີຢ່າງແໜ້ນແຟ້ນ. ຫວຽດນາມ ຕ້ອງສ້າງບາດກ້າວບຸກທະລຸໃນຄຸນສະພາບແຫຼ່ງຊັບພະຍາກອນມະນຸດໃຫ້ໄດ້, ສ້າງລະບອບລະບຽບການ, ນະໂຍບາຍໃຫ້ສຳເລັດເພື່ອດຶງດູດ, ນຳໃຊ້ຜູ້ມີຄວາມເກັ່ງກ້າສາມາດ, ແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ບໍ່ຈຳແນກວ່າເປັນຊາວຫວຽດນາມ ຢູ່ພາຍໃນປະເທດ ຫຼື ອາໄສຢູ່ຕ່າງປະເທດ, ນັບທັງດຶງດູດນັກຊ່ຽວຊານສາກົນມາເຮັດວຽກຢູ່ຫວຽດນາມ.

        ທີ 2, ເພື່ອເປັນການເປີດຊ່ອງທາງ, ປົດປ່ອຍບັນດາແຫຼ່ງກຳລັງຢ່າງສຸດຂີດນັ້ນ, ຕ້ອງກຳແໜ້ນ ແລະ ຊາບຊຶມທັດສະນະ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 12 ຂອງພັກ ທີ່ໄດ້ວາງອອກແມ່ນ “ຕະຫຼາດໄດ້ສວມບົດບາດຕົ້ນຕໍໃນການລະດົມ ແລະ ຈັດແບ່ງບັນດາແຫຼ່ງກຳລັງພັດທະນາຢ່າງມີປະສິດທິຜົນ, ແມ່ນກຳລັງໜູນຕົ້ນຕໍເພື່ອປົດປ່ອຍກຳລັງການຜະລິດ”, “ບັນດາແຫ່ຼງກຳລັງຂອງລັດໄດ້ຮັບການຈັດແບ່ງຕາມຍຸດທະສາດ, ການວາງແຜນຜັງ, ແຜນການເໝາະສົມກັບກົນໄກການຕະຫຼາດ”. ຕ້ອງແກ້ໄຂສິ່ງຕິດຂັດຂອງກົນໄກ, ນະໂຍບາຍທີ່ເຮັດໃຫ້ແຫຼ່ງກຳລັງຫຼາຍຢ່າງຖືກເປີດອອກ, ໃນນັ້ນແກ່ນສານແມ່ນຮັບປະກັນບົດບາດຕົ້ນຕໍຂອງຕະຫຼາດໃນການລະດົມ ແລະ ຈັດແບ່ງແຫຼ່ງກຳລັງ, ຕ້ານຄືນບັນດາສະພາບ “ເກື້ອກູນ”, “ປອດຕະຫຼາດ” ທີ່ຍັງຄົງຕົວພາຍໃຕ້ຫຼາຍຮູບຫຼາຍແບບ, ໂດຍສະເພາະແມ່ນການຮັບປະກັນຫຼັກການແກ່ງແຍ້ງສະເໝີພາບ ໃນການສຳຜັດກັບບັນດາແຫຼ່ງກຳລັງແຫ່ງຊາດລະຫວ່າງບັນດາເຈົ້າຂອງພື້ນຖານເສດຖະກິດການຕະຫຼາດ ຕາມກຳນົດທິດສັງຄົມນິຍົມ, ຍ້ອນເຫດນັ້ນ ແຫຼ່ງກຳລັງຈະໄປຖືກເປົ້າໝາຍທີ່ສາມາດນຳໃຊ້ໄດ້ຢ່າງມີຜະສິດທິຜົນ.

        ທີ 3 ແມ່ນປ່ຽນແປງໃໝ່ກົນໄກ, ນະໂຍບາຍຢ່າງແຮງ ເພື່ອລະດົມແຫຼ່ງກຳລັງນອກລັດໃຫ້ເປັນຢ່າງດີກວ່າ, ຍົກສູງປະສິດທິຜົນການລົງທຶນພາກລັດ ແລະ ການເຄື່ອນໄຫວດຳເນີນທຸລະກິດດ້ວຍທຶນຂອງລັດ. ຄວນສ້າງລະບອບລະບຽບການ, ກົດໝາຍ, ກົນໄກ, ນະໂຍບາຍລະດົມແຫຼ່ງທຶນຈາກບັນດາພາກສ່ວນເສດຖະກິດ, ນັກລົງທຶນຢູ່ພາຍໃນ ແລະ ຕ່າງປະເທດ ເພື່ອຍູ້ແຮງການພັດທະນາພື້ນຖານໂຄງລ່າງ, ຮັບປະກັນຄວາມກົມກຽວຜົນປະໂຫຍດຂອງລັດ, ນັກລົງທຶນ ແລະ ສັງຄົມ. ນີ້ໄດ້ຮັບຖືວ່າແມ່ນມາດຕະການແກ້ໄຂບຸກທະລຸເພື່ອຍູ້ແຮງລະດັບຫັນພື້ນຖານໂຄງລ່າງ ແລະ ການພັດທະນາເສດຖະກິດ-ສັງຄົມເປັນທັນສະໄໝ.

        ທີ 4 ແມ່ນເປັນເຈົ້າການກຳແໜ້ນ, ນຳໃຊ້ທ່າອ່ຽງຫັນປ່ຽນຂະແໜງ, ອາຊີບຢ່າງສຸດຂີດ ຕິດພັນກັບການຫັນປ່ຽນແຫຼ່ງກຳລັງທີ່ພວມດຳເນີນໄປໃນປະຈຸບັນ ເພື່ອຍົກສູງກຳລັງດຶງດູດ ແລະ ນຳໃຊ້ແຫຼ່ງກຳລັງຢູ່ພາຍນອກຢ່າງມີປະສິດທິຜົນ, ຮັບເອົາ ແລະ ຫັນປ່ຽນກຳລັງພາຍນອກໃຫ້ກາຍເປັນກຳລັງພາຍໃນ. ການດຶງດູດແຫຼຼ່ງລົງທຶນ FDI ຕ້ອງຫັນປ່ຽນຈາກຖືເອົາຈຳນວນເປັນສຳຄັນໄປສູ່ການຖືກເອົາຄຸນນະພາບເປັນສຳຄັນ; ໃຫ້ບຸລິມະສິດບັນດາບັນດາໂຄງການທີ່ສ້າງມູນຄ່າເພີ່ມສູງ, ມີເຕັກໂນໂລຊີທັນສະໄໝ ແລະ ມີຮູບແບບຄຸ້ມຄອງທັນສະໄໝ… ເພື່ອຂຸດຄົ້ນ, ນຳໃຊ້ປະສິດທິຜົນຮັບໃຊ້ໃຫ້ແກ່ພາລະກິດພັດທະນາປະເທດຊາດ.

        ຕ້ອງກຳແໜ້ນກາລະໂອກາດທີ່ວາງອອກເມື່ອປະຕິບັດບັນດາສັນຍາເສລີລຸ້ນໃໝ່ຄື: ສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP), ສັນຍາການຄ້າເສລີລະຫວ່າງຫວຽດນາມ ແລະ ສະພາບເອີລົບ (EVFTA), ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP) ກໍ່ຄືບັນດາສັນຍາການຄ້າເສລີອື່ນໆ ເຊິ່ງຫວຽດນາມ ໄດ້ ແລະ ພວມເຈລະຈາ, ລົງນາມກັບບັນດາຄູ່ຮ່ວມມືເພື່ອດຶງດູດການລົງທຶນ, ເປີດກວ້າງຕະຫຼາດ, ຮັບເອົາເຕັກໂນໂລຊີ, ເຂົ້າຮ່ວມລະບົບມູນຄ່າທົ່ວໂລກ.

        ຕາມທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ແລ້ວ, ປີ 2020 ຫວຽດນາມ ຮັບດຳລົງຕຳແໜ່ງປະທານອາຊຽນ, ທັງຮັບດຳລົງຕຳແໜ່ງກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດອາຍຸການ 2020 – 2021. ຕໍ່ໜ້າກາລະໂອກາດໃໝ່, ເພື່ອປະຕິບັດວຽກງານຍົກສູງບົດບາດທີ່ຕັ້ງຂອງຫວຽດນາມ ໃນປະຊາຄົມສາກົນ, ໄດ້ຮຽກຮ້ອງໃຫ້ຫວຽດນາມ ຕ້ອງມີຄວາມຕັດສິນໃຈດ້ານການເມືອງສູງ, ມີຄວາມມານະພະຍາຍາມຢ່າງໃຫຍ່ຫຼວງ, ມີການກະທຳຢ່າງຂ້ຽວຂາດກວ່າ, ໂດຍສະເພາະແມ່ນການປະຕິຮູບການບໍລິຫານເພື່ອປົດປ່ອຍ, ລະດົມ ແລະ ນຳໃຊ້ທຸກແຫຼ່ງກຳລັງຢ່າງມີປະສິດທິຜົນສຸດຂີດ, ຮັບປະກັນນັບທັງທາງດ້ານວັດຖຸ ແລະ ຈິດໃຈທັງຢູ່ພາຍໃນປະເທດ ແລະ ສາກົນທີ່ໄດ້ເຊື່ອມຕໍ່, ເຄື່ອນໄຫວລຸລ່ວງ, ພ້ອມກັນສ້າງກຳລັງໜູນໃໝ່ເພື່ອນຳປະເທດຊາດໃຫ້ພັດທະນາຢ່າງວ່ອງໄວ ແລະ ໝັ້ນຄົງ.

ຕອບກັບ

ຂ່າວ/ບົດ​ອື່ນ