ສ້າງກຳລັງໜູນໃໝ່ເພື່ອພ້ອມກັນເສີມສ້າງອະນາຄົດຂອງອາຊີ-ປາຊີຟີກ

ກອງ​ປະ​ຊຸມ​ບັນ​ດາ​ເຈົ້າ​ໜ້າ​ທີ່​ອາ​ວຸ​ໂສ​ເວ​ທີ​ປາ​ໄສ​ເສດ​ຖະ​ກິດ​ອາ​ຊີ-ປາ​ຊີ​ຟີກ APEC ຢ່າງບໍ່​ເປັນ​ທາງ​ການ(ISOM-APEC) 2017, ການ​ເຄື່ອນ​ໄຫວ​ເລີ່ມ​ດຳ​ເນີນ​ປີ APEC ໂດຍ​ຫວຽດ​ນາມ​ເປັນ​ເຈົ້າ​ພາບ​ຈັດ​ຕັ້ງ ໄດ້​ຖືກ​ໄຂ​ຂຶ້ນ​ຢູ່​ຮ່າ​ໂນ້ຍ. ຕໍ່​ໜ້າ​ບັນ​ດາ​ການ​ຫັນ​ປ່ຽນ​ຢ່າງ​ເລິກ​ເຊິ່ງ​ໃນ​ໂລກ ແລະ ທ່າ​ອຽງ​ຮ່ວມ​ສຳ​ພັນ​ໃນ​ພາກ​ພື້ນ ແລະ ໃນ APEC ນັບ​ມື້​ນັບ​ເລິກ​ເຊິ່ງ ກ້​ວາງຂວາງນັ້ນ, ການ​ຈັດ​ຕັ້ງ​ປີ APEC 2017, ກອງ​ປະ​ຊຸມ ISOM-APEC ໄດ້​ສະ​ແດງວິ​ໄສ​ທັດ​ຍຸດ​ທະ​ສາດ​ຂອງ​ຫວຽດ​ນາມ​ກ່ຽວ​ກັບ​ ​ອາ​ຊີ-ປາ​ຊີ​ຟີກ, ຍົກ​ອອກ​ບັນ​ດາ​ບຸ​ລິ​ມະ​ສິດ​ລະ​ອຽດ​ເພື່ອ​ຊຸກ​ຍູ້​ການ​ຮ່ວມ​ມື APEC ຢ່າງ​ມີ​ປະ​ສິດ​ທິ​ຜົນ ແລະ ແທດ​ຈິງ​ກ່​ວາ​ໃນ​ໄລ​ຍະ​ທີ່​ຈະ​ມາ​ເຖິງ.

 

ສ້າງກຳລັງໜູນໃໝ່ເພື່ອພ້ອມກັນເສີມສ້າງອະນາຄົດຂອງອາຊີ-ປາຊີຟີກ  - ảnh 1
ກອງ​ປະ​ຊຸມ​ບັນ​ດາ​ເຈົ້າ​ໜ້າ​ທີ່​ອາ​ວຸ​ໂສ​ເວ​ທີ​ປາ​ໄສ​ເສດ​ຖະ​ກິດ​ອາ​ຊີ-ປາ​ຊີ​ຟີກ APEC ຢ່າງບໍ່​ເປັນ​ທາງ​ການ 2017

     ມີ​ຜູ້​ແທນ​ປະ​ມານ 400 ຄົນ​ຊຶ່ງ​ແມ່ນ​ບັນ​ດາ​ນັກ​ການ​ເມືອງ, ນັກ​ຮຽນ​ຮູ້, ວິ​ສາ​ຫະ​ກິດ​ຂອງ​ບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິດ​ສະ​ມາ​ຊິກ APEC ແລະ ບັນ​ດາ​ອົງ​ການ​ສາ​ກົນ​ທັງ​ຢູ່​ພາຍ​ໃນ ແລະ ນອກ​ພາກ​ພື້ນ​ໄດ້​ເຂົ້າ​ຮ່​ວມ ISOM-APEC ຄັ້ງ​ນີ້. ໃນ​ສະ​ຖາ​ນະ​ການ​ໂລກ ແລະ ພາກ​ພື້ນ​ພວມ​ຫັນ​ປ່ຽນ​ຢ່າງວ່ອງ​ໄວ​ກວ່າ ແລະ ຍາກ​ທີ່​ຈະ​ຄາດ​ຄິດ​ລ່​ວງ​ໜ້າ​ໄດ້, ພິ​ເສດ​ແມ່ນ​ທ່າ​ອ່ຽງ​ປົກ​ປ້ອງ ແລະ ມຸ່ງ​ໄປ​ສູ່​ພາຍ​ໃນ​ໄດ້​ພົ້ນ​ເດັ່ນ​ຂຶ້ນ​ຢູ່​ບາງ​ແຫ່ງ, ນີ້​ແມ່ນ​ຈຸດ​ເວ​ລາ​ທີ່ APEC ຄວນ​ເສີມ​ຂະ​ຫຍາຍ​ບົດ​ບາດ​ຊັກ​ຈູງ, ຊຸກ​ຍູ້​ການ​ເຕີບ​ໂຕ​ແບບ​ຍືນ​ຍົງ, ຮ່ວມ​ສຳ​ພັນ​ຢ່າງ​ເລິກ​ເຊິ່ງ​ກ້​ວາງ​ຂວາງ, ປັບ​ປຸງ​ລະ​ບົບ​ການ​ຄ້າຫຼາຍ​ຝ່າຍ. ພ້ອມກ​ັນ​ນັ້ນ, APEC ຄວນ​ຢືນ​ຢັນ​ບົດ​ບາດ​ນຳ​ໜ້າ​ລິ​ເລີ່ມ​ແນວ​ຄວາມ​ຄິດ ແລະ ປະ​ສານ​ງານ​ບັນ​ດາ​ກົນ​ໄກ​ຮ່ວມ​ມື​ເສດ​ຖະ​ກິດ​ພາກ​ພື້ນ, ພິ​ເສດ​ແມ່ນ​ໃນ​ບັນ​ດາ​ບັນ​ຫາ​ການ​ຄ້າ ການ​ລົງ​ທຶນ​ລຸ່ນ​ໃໝ່.

     ເພາະ​ສະ​ນັ້ນ, ດ້ວຍ​ຫົວ​ເລື່ອງ​ທີ່​ຫວຽດ​ນາມ​ໄດ້​ເລືອກ​ເຟັ້ນໃຫ້​ທັງ​ປີ APEC 2017 ຄື “ສ້າງ​ກຳ​ລັງ​ໜູນ​ໃໝ່​ເພື່ອ​ພ້ອມ​ກັນ​ເສ​ີ​ມ​ສ້າງ​ອະ​ນາ​ຄົດ​ຮ່ວມ ” ແມ່ນ​ມີ​ຄວາມ​ໝາຍ​ສຳ​ຄັນ. ທີ 1 , ແມ່ນ​ສ່ອງ​ແສງ​ທັດ​ສະ​ນະ​ລວມ​ຂອງ​ບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິດ APEC ກ່ຽວ​ກັບ​ການ​ຊອກ​ຫາ “ກຳ​ລັງ​ຫ​ນູນ​ໃໝ່” ໃຫ້​ແກ່​ການ​ເຊື່ອມ​ໂຍງ, ຮ່ວມ​ສຳ​ພັນ ແລະ ເຕີບ​ໂຕ​ເສດ​ຖະ​ກິດ​ຂອງ ​ອາ​ຊີ-ປາ​ຊີ​ຟີກ. ທີ 2 ແມ່ນ​ສະ​ແດງ​ໃຫ້​ເຫັນ​ເປົ້າ​ໝາຍ​ລວມ ແລະ ຍາວ​ນານ​ຂອງ APEC ​ ແລະ ອາ​ຊີ-ປາ​ຊີ​ຟີກກ່ຽວ​ກັບ​ການ​ເສີມ​ສ້າງ​ອະ​ນາ​ຄົດ​ລວມ, ນັ້ນ​ແມ່ນ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ການ​ພັດ​ທະ​ນາ ແລະ ວັດ​ທະ​ນາ​ຖາ​ວອນ. ທີ 3 ແມ່ນ​ສະ​ແດງ​ໃຫ້​ເຫັນ​ຄວາມ​ຫວັງ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ໃໝ່​ຂອງ APEC ໃນ​ປີ 2017, ປະ​ກອບ​ສ່ວນ​ຢືນ​ຢັນ​ທີ່​ຕັ້ງ​ບົດ​ບາດ​ຂອງ​ເວ​ທີ​ປາ​ໄສ​ໃນ​ສະ​ພາບ​ການ​ໃໝ່.

     ບັນ​ດາ​ຈຸ​ດສຸມບຸ​ລິ​ມະ​ສິດ

  ທີ່ກອງ​ປະ​ຊຸມ​ສຸດຍອດ APEC 2016 ຊຶ່ງ​ຈັດ​ຂຶ້ນ​ຢູ່​ລີ​ມາ ປະ​ເທດ​ເປ​ຣູ​ໃນ​ເດືອນ 11 ທີ່​ຜ່ານ​ມາ, ຫວຽດ​ນາມ​ໄດ້​ຍົກ​ອອກ 4 ບຸ​ລິ​ມະ​ສິດ​ເພື່ອ​ປະ​ຕິ​ບັດ ແລະ ເຮັດ​ໃຫ້​ຫົວ​ຂໍ້​ດັ່ງ​ກ່າວ​ໃຫ້​ຈະ​ແຈ້ງກວ່າ. ຫົວ​ຂໍ້​ນີ້​ລວມ​ມີ ຍູ້​ແຮງ​ການ​ເຕີບ​ໂຕ​ແບບ​ຍືນ​ຍົງ, ກວມ​ລວມ ແລະ ປະ​ດິດ​ຄິດ​ສ້າງ; ບົດ​ບາດ​ເປັນ​ຂໍ້​ກຸນ​ແຈ​ຂອງ APEC ໃນ​ການ​ຊຸກ​ຍູ້​ການ​ຮ່ວມ​ສຳ​ພັນ​ເສດ​ຖະ​ກິດ​ພາກ​ພື້ນ​ຢ່າງ​ເລິກ​ເຊິ່ງ​ກ້​ວາງ​ຂວາງ; ຄວາມ​ສາ​ມາດ​ແກ່ງ​ແຍ້ງ​ຢ່າງ​ມີ​ຫົວ​ຄິດ​ປະ​ດິດ​ສ້າງ​ໃນ​ສັງ​ກາດ​ດີ​ຈີ​ຕອນ​ທີ່​ມີ​ຕໍ່​ບັນ​ດາ​ວິ​ສາ​ຫະ​ກິດ​ຂະ​ໜາດ​ກາງ ແລະ ນ້ອຍ; ເພີ່ມ​ທະ​ວີ​ການ​ຄ້ຳ​ປະ​ກັນ​ສະ​ບຽງ​ອາ​ຫານ ແລະ ກະ​ສີ​ກຳ​ແບບ​ຍືນ​ຍົງ, ດັບ​ປັບ​ໃຫ້​ແທດ​ເໝາະ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ກາດ. ດ້ວຍ​ຫົວ​ຂໍ້ “ສ້າງ​ກຳ​ລັງ​ໜູນ​ໃໝ່​ເພື່ອ​ພ້ອມ​ກັນ​ເສ​ີ​ມ​ສ້າງ​ອະ​ນາ​ຄົດ​ໃນ​ອາ​ຊີ-ປາ​ຊີ​ຟີກ ”. ຜູ້​ແທນ​ເກືອບ​ທັງ​ໝົດ​ຕ່າງ​ກໍ​ໃຫ້​​ຂໍ້ສັງ​ເກດ​ວ່າ ບັນ​ດາ​ບຸ​ລິ​ມະ​ສິດ​ຊຶ່ງ​ຫວຽດ​ນາມ​ຍົກ​ອອກ​ມາ​ແມ່ນ​ສອດ​ຄ່ອງ​ກັບ​ວິ​ວັດ​ການ​ພັດ​ທະ​ນາ​ໃນ​ປະ​ຈຸ​ບັນ​ຂອງ APEC. ພິ​ເສດ​ໃນ​ສະ​ພາບ​ທີ່ ບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິດ, ບັນ​ດາ​ພາກ​ພື້ນ​ຕ່າງ​ກໍ​ພວມ​ປະ​ເຊີນ​ໜ້າ​ກັບ​ບັນ​ດາ​ສິ່ງ​ທ້າ​ທາຍ, ເປັນ​ຕົ້ນ​ແມ່ນ​ນັບ​ແຕ່​ພາຍຫລັງວິ​ກິດ​ການ​ການ​ເງິນ​ທົ່ວ​ໂລກ. ທ່ານ​​ນາງເອກ​ອັກ​ຄະ​ລັດ​ຖະ​ທູດ ຫງວຽນ​ງວຽດງາ ທີ່​ປຶກ​ສາ​ຊັ້ນ​ສູງ​ຄະ​ນະ​ເລ​ຂາ APEC ຫວຽດ​ນາມ 2017 ຢືນ​ຢັນ​ວ່າ : 

   “ ໃນ​ບັນ​ດາ​ຂໍ້​ລິ​ເລີ່ມປະ​ຈຸ​ບັນ, ກໍ​ລ້ວນ​ແຕ່​ເລັ່ງ​ໃສ່​ບັນ​ດາ​ບຸ​ລິ​ມະ​ສິດ​ໃຫຍ່​ຂອງ APEC ແລະ ສອດ​ຄ່ອງ​ກັບ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ໃໝ່​ຂອງ​ການ​ເຕີບ​ໂຕ ແລະ ຮ່ວມສຳ​ພັນ. ໃນ​ນັ້ນ, ສິ່ງ​ສຳ​ຄັນ​ທີ່​ສຸດ​ແມ່ນ​ການ​ເພີ່ມ​ຄຸນ​ນະ​ພາບ. ດັ່ງ​ນັ້ນ, ພວກ​ເຮົາ​ຍົກ​ອອກ​ຂໍ້​ລິ​ເລີ່ມ​ກ່ຽວ​ກັບ​ການ​ຍົກ​ສູງ​ຄຸນ​ນະ​ພາບ, ກ່ຽວ​ກັບ​ການ​ເຊື່ອມ​ຕໍ່, ກ່ຽວ​ກັບ​ການ​ສ້າງ​ໂຄງ​ປະ​ກອບ​ເສດ​ຖະ​ກິດ​ຄືນ​ໃໝ່, ສິ່ງນີ້​ແມ່ນ​ເໝາະ​ສົມ​ກັບ​ຄວາມ​ຕ້ອງ​ການ​ຂອງ​ຫວຽດ​ນາມ ແລະ ສອດ​ຄ່ອງ​ກັບ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ກາ​ນ​ໃໝ່​ຂອງ APEC ໃນ​ປະ​ຈຸ​ບັນ. ພວກ​ເຮົາ​ກໍ​ມີ​ບັນ​ດາ​ຂໍ້​ລິ​ເລີ່ມ​ທີ່ຖື​ເປັນ​ສຳ​ຄັນ​ພິ​ເສດການ​ເພີ່ມ​ທະ​ວີ ແລະ ຫນູນ​ຊ່ວຍບັນ​ດາ​ວິ​ສາ​ຫະ​ກິດ​ຂະ​ໜາດ​ກາງ​ ແລະ ນ້ອຍ, ບັນ​ດາ​ຂໍ້​ລິ​ເລີ່ມ​ກ່ຽວ​ກັບ​ການກໍ່​ສ້າງ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ, ພິ​ເສດ​ແມ່ນ​ໃນ​ສັງ​ກາດ​ດີ​ຈີ​ຕອນ”

    ການ​ຍົກ​ອອກ​ບັນ​ດາ​ຫົວ​ຂໍ້​ບຸ​ລິ​ມະ​ສິດ​ເພື່ອ​ໃຫ້ບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິດພາ​ຄີ APEC ພ້ອມ​ກັນ​ປຶກ​ສາ​ຫາ​ລື ແລະ ມຸ່ງ​ໄປ​ສູ່​ການ​ປະ​ຕິ​ບັດ​ທີ່​ມີ​ຄວາມ​ໝາຍ​ສຳ​ຄັນ​ສຳ​ລັບ​ການ​ພັດ​ທະ​ນາ​ຂອງ APEC ໃນ​ຊຸມ​ປີ​ທີ່​ຈະ​ມາ​ເຖິງ, ເປັນ​ຕົ້ນ​ແມ່ນ​ໃນ​ຈຸດ​ເວ​ລາປະ​ຕິ​ບັດ​ເປົ້າ​ໝາຍ BOGO ໃນ​ປີ 2020 ພວມ​ຫຍັບ​ເຂົ້າ​ໃກ້. ທ່ານ​ບຸຍ​ແທງ​ເຊີນ, ຮອງ​ລັດ​ຖະ​ມົນ​ຕີ​ຜູ້​ປະ​ຈຳ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ, ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ແຫ່ງ​ຊາດ APEC 2017 ໃຫ້​ຮູ້​ວ່າ : 

    “ ພວກ​ເຮົາ​ໄດ້​ກຳ​ນົດ 4 ບຸ​ລິ​ມະ​ສິດ​ໃຫຍ່​ໃຫ້​ແກ່ປີ APEC 2017 ໃນ​ຂົງ​ເຂດ​ຮ່ວມສຳ​ພັນເສດ​ຖະ​ກິດ, ຂົງ​ເຂດ​ພັດ​ທະ​ນາ​ແບບ​ຍືນ​ຍົງ, ປ່ຽນ​ແປງ​ໃໝ່​ຢ່າງ​ມີ​ຫົວ​ຄິດ​ປະ​ດິດ​ສ້າງ ແລະ ພິ​ເສດ​ແມ່ນ​ການ​ປະ​ຕິ​ຮູບ​ບັນ​ດາ​ວິ​ສາ​ຫະ​ກິດ​ຂະ​ໜາດ​ກາງ ແລະ ນ້ອຍ. ບັນ​ດາ​ຜູ້​ຊ່ຽວ​ຊານ, ນັກ​ຮຽນ​ຮູ້, ພິ​ເສດ​ແມ່ນ​ບັນ​ດາ​ເຈົ້າ​ໜ້າ​ທີ່​ອາ​ວຸ​ໂສ​ຂອງ ບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິດ APEC ຈະ​ປະ​ກອບ​ຄຳ​ຄິດ​ຄຳ​ເຫັນ​ໃຫ້​ແກ່​ບັນ​ດາ​ບຸ​ລິ​ມະ​ສິດນີ້. ເປົ້າ​ໝາຍ​ຂອງ​ພວກ​ເຮົາ ແມ່ນ​ຕ້ອງ​ມີ​ແນວ​ຄວາມ​ຄິດ​ຮ່ວມ​ເພື່ອ​ສ້າງ​ປະ​ຊາ​ຄົ​ມ APEC ເພື່ອ​ປະ​ຊາ​ຊົນ, ເພື່ອ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ ແລະ ເພື່ອ​ບັນ​ດາ​ວິ​ສາ​ຫະ​ກິດ​ໃນ APEC ”

     ໂຄ​ສະ​ນາ​ພາບ​ພົດ​ປະ​ເທດ​ຊາດ ແລະ ຊາວ​ຫວຽດ​ນາມ

  ຕໍ່​ໜ້າ​ການ​ຫັນ​ປ່ຽນ​ຢ່າງ​ເລິກ​ເຊິ່ງ​ໃນ​ໂລກ ແລະ ທ່າ​ອ່ຽງ​ຮ່ວມ​ສຳ​ພັນ​ໃນ​ພາກ​ພື້ນ ແລະ ໃນ APEC ທີ່​ນັບ​ມື້​ນັບ​ກ້​ວາ​ງ​ເລິກ​ນັ້ນ, ການ​ຈັດ​ຕັ້ງ​ປີ APEC 2017 ແມ່ນ​ສະ​ແດງ​ໃຫ້​ເຫັນ​ວິ​ໄສ​ທັດ​ຍຸດ​ທະ​ສາດ​ຂອງ​ຫວຽດ​ນາມ​ກ່ຽວ​ກັບ​ອາ​ຊີ-ປາ​ຊີ​ຟີກ. ກອງ​ປະ​ຊຸມ ISOM-APEC ຊຶ່ງ​ແມ່ນ​ການ​ເຄື່ອນ​ໄຫວ​ທຳ​ອິດ​ຂອງ​ປີ APEC 2017 ກໍ​ເປັນ​ການຢັ້ງ​ຢືນ​ວຽກ​ງານ​ກະ​ກຽມ​ຢ່າງ​ລອບ​ຄອບ​ຖີ່​ຖ້ວນ, ມີ​ລັກ​ສະ​ນະອາ​ຊີບ​ຂອງຝ່າຍ​ຫວຽດ​ນ​າມ. ນອກ​ຈາກນັ້ນ, ມີ​ສານ​ໃຫຍ່​ຊຶ່ງຫວຽດ​ນາມ​ຢາກ​ຝາກ​ຝັງ​ໂດຍ​ຜ່ານ​ການ​ເປັນ​ເຈົ້າ​ພາບ​ຈັດ​ຕັ້ງ​ປີ APEC 2017 ແມ່ນ​ເພື່ອ​ໂຄ​ສະ​ນາ​ປະ​ເທດ​ຊາດ ແລະ ຊາ​ວ​ຫວຽດ​ນາມ.  ພາບ​ພົດ​ຫວຽດ​ນາມ​ທີ່​ສະ​ໜິດ​ສະ​ໜິດ​ສະ​ໜົ​ມ, ສະ​ພາບ​ແວດ​ລ້ອມ​ດ້ານ​ການ​ຄ້າ ແລະ ການ​ລົງ​ທຶນ​ທີ່​ສີ​ວິ​ໄລ, ໂປ່ງ​ໃສ, ເອື້ອ​ອຳ​ນວຍ​ຄວາມ​ສະ​ດວກ ຈະ​ຊ່ວຍ​ບັນ​ດາ​ຜູ້​ແທນ​ທີ່ມາ​ຈາກບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິດ APEC ມີ​ການ​ສັງ​ເກດ​ທີ່​ຊັດ​ເຈນ​ກ່​ວາ, ຈາກນັ້ນ ຈຶ່ງ​ເປີດ​ທິດ​ທາງ​ຮ່ວມ​ມື​ທີ່​ດີ​ກ່​ວາ​ໃນ​ໄລ​ຍະ​ທີ່​ຈະ​ມາ​ເຖິງ. ນີ້​ກໍ​ແມ່ນ​ໂອ​ກາດ​ເພື່ອ​ໃຫ້​ຫວຽດ​ນາມຮັບ​ເອົາ​ຄຳ​ຄິດ​ເຫັນ​ຂອງ​ບັນ​ດາ​ຜູ້​ແທນ, ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ສາກ​ົນ, ນັກ​ຮຽ​ນ​ຮູ້ ແລະ ວິ​ສາ​ຫະ​ກິດ, ຮັບ​ໃຊ້​ໃຫ້​ແກ່​ກິດ​ຈະ​ການ​ຫັນ​ປະ​ເທດ​ຊາດ​ເປັນ​ປະ​ເທດ​ອຸດ​ສາ​ຫະ​ກຳ ແລະ ທັນ​ສ​ະ​ໄໝ.

ຕອບກັບ

ຂ່າວ/ບົດ​ອື່ນ