ສ້າງກຳລັງໜູນໃໝ່ໃຫ້ແກ່ການພົວພັນລະຫວ່າງ ຫວຽດນາມ ກັບ ໂອຕາລິດ, ອີຕາລີ ແລະ ວາຕີກັງ

(VOVWORLD) - ການໄປປະຕິບັດງານຂອງທ່ານປະທານປະເທດ ຫວໍວັນເຖືອງ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ບັນລຸໄດ້ບັນດາໝາກຜົນສຳຄັນຫຼາຍຢ່າງ
ສ້າງກຳລັງໜູນໃໝ່ໃຫ້ແກ່ການພົວພັນລະຫວ່າງ ຫວຽດນາມ ກັບ ໂອຕາລິດ, ອີຕາລີ ແລະ ວາຕີກັງ - ảnh 1(ທ່ານປະທານປະເທດ ຫວໍວັນເຖືອງ ແລະ ພັນລະຍາ ໄປຢ້ຽມຢາມ ສ.ໂອຕາລິດ)

        ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ຫາກໍ່ສິ້ນສຸດການເດີນທາງໄປຢ້ຽມຢາມ ສ.ໂອຕາລິດ ຢ່າງເປັນທາງການ, ຢ້ຽມຢາມທາງລັດຖະກິດປະເທດ ສ.ອີຕາລີ ແລະ ສຳນັກ ວາຕີກັງ. ການໄປປະຕິບັດງານຢູ່ຕ່າງປະເທດທີ່ດຳເນີນໄປແຕ່ວັນທີ 23 – 28 ກໍລະກົດ ຂອງທ່ານປະທານປະເທດ ຫວໍວັນເຖືອງ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ບັນລຸໄດ້ບັນດາໝາກຜົນສຳຄັນຫຼາຍຢ່າງ, ສ້າງກຳລັງໜູນໃໝ່ເພື່ອຊຸກຍູ້ການພົວພັນ 2 ຝ່າຍລະຫວ່າງ ຫວຽດນາມ ແລະ ໂອຕາລິດ, ອີຕາລີ, ກໍຄືປະກອບສ່ວນປັບປຸງ ແລະ ເຮັດໃຫ້ການພົວພັນອັນດີງາມກັບສຳນັກ ວາຕີກັງ ເລິກເຊິ່ງກວ່າເກົ່າ.

        ການເດີນທາງໄປປະຕິບັດງານຂອງທ່ານປະທານປະເທດ ຫວໍວັນເຖືອງ ແລະ ພັນລະຍາ ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ແມ່ນສິ່ງພິສູດໃຫ້ເຫັນຢ່າງຈະແຈ້ງຕໍ່ນະໂຍບາຍການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ຫັນເປັນຫຼາຍຮູບຫຼາຍແບບ ແລະ ຫຼາຍຝ່າຍ, ສະແດງໃຫ້ເຫັນນະໂຍບາຍສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ຍາມໃດກໍ່ຖືການພັດທະນາສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຫຼາຍດ້ານກັບ ສ.ໂອຕາລິດ, ການພົວພັນຄູ່ຮ່ວມມືຍຸດທະສາດກັບ ອີຕາລີ ກໍຄືການພົວພັນກັບສຳນັກ ວາຕີກັງ ເປັນສຳຄັນ.

ບັນລຸຜົນສຳເລັດອັນດີງາມ

        ໃນການໄປປະຕິບັດງານ, ທ່ານປະທານປະເທດ ຫວໍວັນເຖືອງ ແລະ ຄະນະຜູ້ແທນ ຫວຽດນາມ ໄດ້ດຳເນີນການເຄື່ອນໄຫວປະມານ 50 ຄັ້ງ ດ້ວຍເນື້ອໃນ, ຮູບແບບທີ່ອຸດົມສົມບູນ, ບັນລຸໄດ້ຜົນງານລະອຽດ ແລະ ຮອບດ້ານຫຼາຍຢ່າງໃນທຸກຂົງເຂດ.

        ຢູ່ ສ.ໂອຕາລິດ, ທ່ານປະທານປະເທດ ຫວໍວັນເຖືອງ ແລະ ບັນດາການນຳ ໂອຕາລິດ ໄດ້ເຫັນດີເປັນເອກະພາບເປັນຢ່າງສູງຕໍ່ບັນດາມາດຕະການສືບຕໍ່ຜັນຂະຫຍາຍບັນດາຂໍ້ຕົກລົງລະຫວ່າງ 2 ປະເທດໃຫ້ບັນລຸປະສິດທິຜົນ, ໂດຍສະເພາະແມ່ນໃນຂົງເຂດນະວັດຕະກຳ, ການຫັນປ່ຽນພະລັງງານ, ວັດທະນະທຳ, ປະກອບສ່ວນສ້າງກຳລັງໜູນໃໝ່ເພື່ອຊຸກຍູ້ການພົວພັນ 2 ຝ່າຍໃຫ້ຫຼາຍກວ່າເກົ່າໃນໄລຍະຈະມາເຖິງ. ຫວຽດນາມ ແລະ ໂອຕາລິດ ໃຫ້ຄຳໝັ້ນສັນຍາສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ບັນດາເວທີປາໄສຢູ່ພາກພື້ນ ແລະ ສາກົນ. ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ, ໃຫ້ຮູ້ວ່າ:

        “ສຳລັບໂອຕາລິດ, ຫວຽດນາມ ສະແດງໃຫ້ເຫັນຄວາມຕັດສິນໃຈ ເພີ່ມພູມຄູນສ້າງ ແລະ ພັດທະນາສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຫຼາຍດ້ານເວົ້າລວມ ແລະ ການພົວພັນທີ່ໄວ້ເນື້ອເຊື່ອໃຈລະຫວ່າງການນຳຂັ້ນສູງ 2 ປະເທດເວົ້າສະເພາະໃຫ້ຫຼາຍກວ່າເກົ່າ, ສອດຄ່ອງກັບມູນເຊື້ອກວ່າ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ. 2 ຝ່າຍກໍ່ເຫັນດີສົມທົບກັນຜັນຂະຫຍາຍບັນດາສັນຍາການຄ້າເສລີ EVFTA ລະຫວ່າງ ຫວຽດນາມ ແລະ ສະຫະພາບເອີລົບ (ອີຢູ) ໃຫ້ບັນລຸປະສິດທິຜົນ, ຝ່າຍ ໂອຕາລິດ ຈະໃຫ້ສັດຕະຍາບັນສັນຍາອາລັກຂາການລົງທຶນ ຫວຽດນາມ - ອີຢູ (EVIPA); ຊຸກຍູ້ໃຫ້ ອີຢູ ຍົກເລີກບັດເຫຼືອງ IUU ສຳລັບສິນໃນນ້ຳຂອງ ຫວຽດນາມ ທີ່ສົ່ງໄປຍັງ ເອີລົບ ໂດຍໄວ…”

ສ້າງກຳລັງໜູນໃໝ່ໃຫ້ແກ່ການພົວພັນລະຫວ່າງ ຫວຽດນາມ ກັບ ໂອຕາລິດ, ອີຕາລີ ແລະ ວາຕີກັງ - ảnh 2(ທ່ານປະທານປະເທດ ຫວໍວັນເຖືອງ ຢ້ຽມຢາມ ອີຕາລີ)

        ສຳລັບ ອີຕາລີ, ບັນດາການນຳ ອີຕາລີ ໄດ້ຢືນຢັນເລື່ອງຖື ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນແຖວໜ້າຂອງປະເທດນີ້ຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້. 2 ຝ່າຍກໍ່ເຫັນດີສົມທົບກັນຢູ່ບັນດາເວທີປາໄສພາກພື້ນ ແລະ ສາກົນ; ແກ້ໄຂບັນດາບັນຫາທີ່ມີລັກສະນະທົ່ວໂລກ. ພິເສດ, ລັດຖະສະພາ ອີຕາລີ ໄດ້ຮັບຮອງເອົາສັນຍາອາລັກຂາການລົງທຶນ ຫວຽດນາມ - ອີຢູ (EVIPA) ໃນຈຸດເວລາທີ່ທ່ານປະທານປະເທດ ມາຢ້ຽມຢາມ, ຜ່ານນັ້ນ, ກໍ່ສ້າງເງື່ອນໄຂເພື່ອໃຫ້ 2 ຝ່າຍເພີ່ມທະວີການຮ່ວມມືໃນບັນດາຂົງເຂດທີ່ມີຄວາມສາມາດບົ່ມຊ້ອນ, ຄື: ເສດຖະກິດດີຈີຕອນ, ເຕັກໂນໂລຊີສູງ, ການພັດທະນາສີຂຽວ, ກະສິກຳອັດສະລິຍະ. ກ່ຽວກັບສິ່ງດັ່ງກ່າວ, ທ່ານປະທານປະເທດ ຫວໍວັນເຖືອງ, ເນັ້ນໜັກວ່າ:

        “ເລື່ອງສະພາແຫ່ງຊາດ ອີຕາລີ ຮັບຮອງເອົາສັນຍາອາລັກຂາການລົງທຶນ EVIPA ກົງກັບວັນປະທານປະເທດ ຫວຽດນາມ ປະຕິບັດການໄປຢ້ຽມຢາມທາງລັດຖະກິດ ອີຕາລີ ແມ່ນຂ່າວດີ ແລະ ຂ້າພະເຈົ້າຖືວ່າ ເລື່ອງຮັບຮອງເອົາສັນຍາດັ່ງກ່າວຈະນຳມາເຊິ່ງຜົນປະໂຫຍດໃຫ້ແກ່ວິສາຫະກິດ ແລະ ປະຊາຊົນຂອງ 2 ປະເທດ; ປະກອບສ່ວນສຳຄັນເພື່ອຊຸກຍູ້ການຮ່ວມມືດ້ານການຄ້າ, ການລົງທຶນ 2 ຝ່າຍຢ່າງແຮງກວ່າໃນໄລຍະຈະມາເຖິງ”.

ສ້າງກຳລັງໜູນໃໝ່ໃຫ້ແກ່ການພົວພັນລະຫວ່າງ ຫວຽດນາມ ກັບ ໂອຕາລິດ, ອີຕາລີ ແລະ ວາຕີກັງ - ảnh 3(ທ່ານປະທານປະເທດ ຫວໍວັນເຖືອງ ພົບປະເຈລະຈາກັບສັນຕະປະປາ Francis)

ສ້າງຂີດໝາຍການພັດທະນາໃໝ່ລະຫວ່າງ ຫວຽດນາມ ແລະ ສຳນັກ ວາຕີກັງ

        ເມື່ອໄປຢ້ຽມຢາມສຳນັກ ວາຕີກັງ, ທ່ານປະທານປະເທດ ຫວໍວັນເຖືອງ ໄດ້ພົບປະເຈລະຈາກັບສັນຕະປະປາ Francis ແລະ ພະຄະດີນັນ Parolin ນາຍົກລັດຖະມົນຕີສຳນັກ ວາຕີກັງ. ຈຸດພົ້ນເດັ່ນໃນການຢ້ຽມຢາມນີ້ແມ່ນ 2 ຝ່າຍໄດ້ປະກາດຮັບຮອງເອົາຂໍ້ກຳນົດກົດລະບຽບການເຄື່ອນໄຫວຂອງຜູ້ຕາງໜ້າ ແລະ ຫ້ອງການຕາງໜ້າສຳນັກ ວາຕີກັງ ປະຈຳ ຫວຽດນາມ. ໂດຍຕິດຕາມທ່ານປະທານປະເທດໃນການຢ້ຽມຢາມ, ທ່ານ ຫວູຮ່ວາຍບັກ, ຫົວໜ້າຄະນະສາສະໜາລັດຖະບານ ຫວຽດນາມ, ໃຫ້ຮູ້ວ່າ:

        “ການໄປຢ້ຽມຢາມຂອງທ່ານປະທານປະເທດ ຫວຽດນາມ ໃນຄັ້ງນີ້ ໄດ້ຕອບສະໜອງຄວາມຮຽກຮ້ອງທັງ 2 ຝ່າຍ, ພ້ອມທັງຕອບສະໜອງຄວາມມຸ່ງມາດປາດຖະໜາຂອງສະມາຄົມຄຼິດທະສາສະໜາ ຫວຽດນາມ, ຊຸກຍູ້ຄວາມໄວ້ເນື້ອເຊື່ອໃຈກ່ຽວກັບນະໂຍບາຍ, ສາສະໜາຂອງ ພັກ ແລະ ລັດ ຫວຽດນາມ; ຊຸກຍູ້ທ່າອ່ຽງຜູກຜັນກັບປະເທດຊາດຂອງປະຊາຄົມຄຼິດທະສາສະໜາ ຫວຽດນາມ, ສົ່ງຜົນກະທົບເຖິງບັນດາສາສະໜາອື່ນໆ. ພ້ອມທັງ, ປະກອບສ່ວນເພີ່ມທະວີກຸ່ມກ້ອມມະຫາສາມັກຄີທົ່ວປວງຊົນທັງຊາດ”.

        ການເດີນທາງໄປຢ້ຽມຢາມ ສ.ໂອຕາລິດ ຢ່າງເປັນທາງການ, ຢ້ຽມຢາມທາງລັດຖະກິດ ສ.ອີຕາລີ ແລະ ຢ້ຽມຢາມສຳນັກ ວາຕີກັງ ຂອງທ່ານປະທານປະເທດ ຫວໍວັນເຖືອງ ບັນລຸໄດ້ບັນດາໝາກຜົນສຳຄັນ, ສ້າງກຳລັງໜູນໃໝ່ໃຫ້ແກ່ການຊຸກຍູ້ການພົວພັນ 2 ຝ່າຍລະຫວ່າງ ໂອຕາລິດ, ອີຕາລີ ກໍຄືປະກອບສ່ວນປັບປຸງ ແລະ ເຮັດໃຫ້ການພົວພັນອັນດີງາມກັບສຳນັກ ວາຕີກັງ ເລິກເຊິ່ງກວ່າເກົ່າ.

ຕອບກັບ

ຂ່າວ/ບົດ​ອື່ນ