ສ້າງກຳລັງໜູນໃໝ່ໃຫ້ແກ່ການພົວພັນຫວຽດນາມ - ນິວຊີແລນ

(VOVWORLD) -ໂດຍໄດ້ຮັບຄຳເຊີນຂອງທ່ານນາງນາຍົກລັດຖະມົນຕີນິວຊີແລນ Jacinda Ardern, ວັນທີ 13 ມີນາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ເລີ່ມຕົ້ນດຳເນີນ ການເຄື່ອນໄຫວຕ່າງໆໃນການຢ້ຽມຢາມ ສ.ນິວຊີແລນ ຢ່າງເປັນທາງການ ໃນລະຫວ່າງວັນທີ 11 – 14 ມີນາ.

ສ້າງກຳລັງໜູນໃໝ່ໃຫ້ແກ່ການພົວພັນຫວຽດນາມ - ນິວຊີແລນ - ảnh 1(ການຢ້ຽມຢາມຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຖືກດຳເນີນໃນສະພາບການ

ນິວຊີແລນ ປາດຖະໜາຢາກເພີ່ມທະວີການພົວພັນກັບຫວຽດນາມ ກວ່າອີກ)

ນີ້ແມ່ນການຢ້ຽມຢາມນິວຊີແລນ ຢ່າງເປັນທາງການ ເປັນຄັ້ງທຳອິດຂອງທ່ານນາຍົກລັດຖະມົນຕີ, ປະກອບສ່ວນສ້າງກຳລັງໜູນໃໝ່ໃຫ້ແກ່ການພົວພັນຄູ່ຮ່ວມມືຮອບດ້ານຫວຽດນາມ - ນິວຊີແລນ.

        ການຢ້ຽມຢາມຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຖືກດຳເນີນໃນສະພາບການນິວຊີແລນ ປາດຖະໜາຢາກເພີ່ມທະວີການພົວພັນກັບຫວຽດນາມ ກວ່າອີກ, ສະແດງໃຫ້ເຫັນນະໂຍບາຍຖືເປັນສຳຄັນບົດບາດ ແລະ ທີ່ຕັ້ງຂອງຫວຽດນາມ ໃນພາກພື້ນ; ໂດຍຜ່ານຫວຽດນາມ ເພື່ອເພີ່ມທະວີການພົວພັນນິວຊີແລນ - ອາຊຽນ ກວ່າອີກ. ເພາະສະນັ້ນ, ການຢ້ຽມຢາມແມ່ນມີຄວາມໝາຍສຳຄັນສຳລັບທັງຫວຽດນາມ ແລະ ນິວຊີແລນ.

ມຸ່ງໄປເຖິງການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ - ນິວຊີແລນ

        ຫວຽດນາມ ແລະ ນິວຊີແລນ ໄດ້ສ້າງຕັ້ງການພົວພັນທາງການທູດເມື່ອປີ 1975. ນັບແຕ່ປີ 2009, 2 ປະເທດໄດ້ສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະ ປີ 2015, 2 ປະເທດໄດ້ອອກຖະແຫຼງການຮ່ວມເຫັນດີເພີ່ມທະວີ ແລະ ເຮັດໃຫ້ການພົວພັນຄູ່ຮ່ວມມືຮອບດ້ານມຸ່ງໄປເຖິງຄູ່ຮ່ວມມືຍຸດທະສາດຢ່າງເລິກເຊິ່ງກວ່າ. ຢູ່ນອກກອງປະຊຸມສຸດຍອດເວທີປາໄສຮ່ວມມືເສດຖະກິດອາຊີ - ປາຊີຟິກ - APEC 2017 ເຊິ່ງໄດ້ຮັບການຈັດຕັ້ງຢູ່ຫວຽດນາມ ໃນເດືອນ ພະຈິກ 2017, ຫວຽດນາມ ແລະ ນິວຊີແລນ ໄດ້ສ້າງສຳເລັດ ແລະ ລົງນາມໃນໂຄງການເຄື່ອນໄຫວໄລຍະ 2017 – 2020.

        ຖ້າຫາກທາງດ້ານການພົວພັນຕ່າງປະເທດ, ນິວຊີແລນ ໄດ້ຖືຫວຽດນາມ ແມ່ນປັດໄຈສຳຄັນໃນນະໂຍບາຍ ສຳລັບພາກພື້ນອາຊີ - ປາຊີຟິກ ນັ້ນ, ກ່ຽວກັບທາງດ້ານເສດຖະກິດ, ນິວຊີແລນ ໄດ້ຕີລາຄາວ່າ ຫວຽດນາມ ແມ່ນຄູ່ຮ່ວມມືທີ່ມີຄວາມສາມາດບົ່ມຊ້ອນ. ວົງເງິນສົ່ງອອກຂອງຫວຽດນາມ ໄປຍັງ ນິວຊີແລນ ໄດ້ຢືນອັນດັບທີ 19. ປີ 2017, ວົງເງິນການຄ້າ 2 ສົ້ນບັນລຸໄດ້ກວ່າ 900 ລ້ານ USD ແລະ ປະຈຸບັນ ນິວຊີແລນ ແມ່ນຄູ່ຄ້າລາຍໃຫຍ່ຢືນອັນດັບທີ 31 ຂອງຫວຽດນາມ. ການນຳຂັ້ນສູງຂອງ 2 ປະເທດໄດ້ວາງອອກບັນດາຄາດໝາຍບັນລຸໄດ້ວົງເງິນການຄ້າ 2 ສົ້ນກ່ຽວກັບທາງດ້ານສິນຄ້າ ແລະ ການບໍລິການລະຫວ່າງ 2 ປະເທດໃຫ້ຂຶ້ນລະດັບ 1,7 ຕື້ USD ໃນປີ 2020. ປະຈຸບັນ, ນິວຊີແລນ ມີ 28 ໂຄງການລົງທຶນຢູ່ຫວຽດນາມ ດ້ວຍຍອດຈຳນວນທຶນຈົດທະບຽນບັນລຸກວ່າ 100 ລ້ານ USD. ນິວຊີແລນ ໃຫ້ຄຳໝັ້ນສັນຍາສະຫງວນແຫຼ່ງທຶນ ODA ໃນໄລຍະແຕ່ເດືອນ ກໍລະກົດ 2015 ຮອດເດືອນ ມິຖຸນາ 2018 ຈະສະໜອງໃຫ້ຫວຽດນາມ ຈຳນວນທຶນແມ່ນປະມານ 19 ລ້ານ USD, ເພື່ອຊ່ວຍຫວຽດນາມ ຊຸກຍູ້ການລົບລ້າງຄວາມອຶດຫິວ ຫຼຸດຜ່ອນຄວາມທຸກຍາກ, ພັດທະນາກະສິກຳ, ສາທາລະນະສຸກ, ການສຶກສາ.

        ສິ່ງທີ່ໜ້າສົນໃຈອື່ນອີກໃນການພົວພັນລະຫວ່າງຫວຽດນາມ - ນິວຊີແລນ ແມ່ນການສຶກສາ. ຕາມຕົວເລກສະຖິຕິແລ້ວ, ມີນັກສຶກສາຫວຽດນາມ ເກືອບ 3.000 ຄົນພວມຮ່ຳຮຽນຢູ່ ນິວຊີແລນ, ຢືນອັນດັບທີ 9 ໃນຈຳນວນບັນດາປະເທດທີ່ມີນັກສຶກສາຫວຽດນາມ ພວມຮ່ຳຮຽນຢູ່ປະເທດນີ້.

        ຢູ່ບັນດາເວທີປາໄສພາກພື້ນ ແລະ ສາກົນ, ຫວຽດນາມ ແລະ ນິວຊີແລນ ຍາມໃດກໍ່ຕັ້ງໜ້າສະຫງວນການສະໜັບສະໜູນເຊິ່ງກັນ ແລະ ກັນ, ໃນນັ້ນມີການເຈລະຈາ, ພ້ອມກັນຊຸກຍູ້ເພື່ອກ້າວໄປເຖິງການລົງນາມໃນສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP). 2 ປະເທດກໍ່ຊຸກຍູ້ການເຈລະຈາສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP) ໂດຍໄວ.

ພ້ອມກັນຕັ້ງໜ້າປະກອບສ່ວນໃຫ້ແກ່ການພົວພັນຄູ່ຮ່ວມມືຍຸດທະສາດນິວຊີແລນ - ອາຊຽນ

        ນິວຊີແລນ ຍາມໃດກໍ່ຖືບົດບາດຂອງອາຊຽນ ເປັນສຳຄັນ, ພິເສດໃນສະພາບອາຊຽນ ແລະ ນິວຊີແລນ ສະເຫຼີມສະຫຼອງ 40 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມື ແລະ ຍົກລະດັບການພົວພັນໃຫ້ຂຶ້ນສູ່ລະດັບຄູ່ຮ່ວມມືຍຸດທະສາດ (ເດືອນພະຈິກ 2015) ຢ່າງເປັນທາງການ. 2 ຝ່າຍໄດ້ໃຫ້ຄຳໝັ້ນສັນຍາຈະເພີ່ມທະວີການເຊື່ອມໂຍງຢ່າງເລິກເຊິ່ງ, ກວ້າງຂວາງກວ່າຢູ່ພາກພື້ນ, ປະກອບສ່ວນປະຕິບັດສຳເລັດບັນດາເປົ້າໝາຍທີ່ໄດ້ວາງອອກໃນວິໄສທັດປະຊາຄົມອາຊຽນ 2025 ກໍຄືພ້ອມກັນຜັນຂະຫຍາຍແຜນການເຄື່ອນໄຫວອາຊຽນ - ນິວຊີແລນ ໄລຍະ 2016 – 2020 ຢ່າງມີປະສິດທິຜົນ, ເພື່ອແນໃສ່ຫັນການພົວພັນຄູ່ຮ່ວມມືຍຸດທະສາດໃຫ້ປະກົດຜົນເປັນຈິງ. ນິວຊີແລນ ໃຫ້ຄຳໝັ້ນສັນຍາປະກອບຈຳນວນເງິນປະມານ 145 ລ້ານ USD ພາຍໃນ 3 ປີຈະມາເຖິງ ເພື່ອປະຕິບັດ 2 ຍຸດທະສາດກ່ຽວກັບມະນຸດ ແລະ ຄວາມວັດທະນາຖາວອນ, ຖືນີ້ແມ່ນຈຸດສຸມຂອງແຜນການເຄື່ອນໄຫວອາຊຽນ - ນິວຊີແລນ. ປະຈຸບັນ, ອາຊຽນແມ່ນຄູ່ຄ້າລາຍໃຫຍ່ຢືນອັນດັບທີ 5 ຂອງນິວຊີແລນ.

        ສຳລັບຫວຽດນາມ, ຍາມໃດຫວຽດນາມ ກໍຢືນຢັນນະໂຍບາຍສະເໝີຕົ້ນສະເໝີປາຍຖືການພົວພັນຄູ່ຮ່ວມມືຍຸດທະສາດອາຊຽນ - ນິວຊີແລນ ເປັນສຳຄັນ; ຊົມເຊີຍ ແລະ ສະໜັບສະໜູນບັນດາໝາກຜົນການຮ່ວມມື 2 ຝ່າຍໃນໄລຍະຜ່ານມາຢ່າງແຮງ. ດ້ວຍບົດບາດເປັນສະມາຊິກທີ່ຕັ້ງໜ້າໃນອາຊຽນ, ຍາມໃດຫວຽດນາມ ກໍຕີລາຄາສູງການໜູນຊ່ວຍຂອງ ນິວຊີແລນ ໃນຫຼາຍຂົງເຂດຮ່ວມມື, ພິເສດແມ່ນບັນດາການປະກອບສ່ວນຂອງ ນິວຊີແລນ ໃນການຮ່ວມມືປ້ອງກັນຄວາມສະຫງົບ - ປ້ອງກັນຊາດ. ຫວຽດນາມ ແລະ ນິວຊີແລນ ຍາມໃດກໍ່ເພີ່ມທະວີການສົມທົບກັນ ເພື່ອເສີມຂະຫຍາຍບົດບາດ ແລະ ເພີ່ມລັກສະນະມີປະສິດທິຜົນຂອງບັນດາກົນໄກຮ່ວມມືດ້ານຄວາມໝັ້ນຄົງໃນພາກພື້ນ ໂດຍອາຊຽນ ນຳພາ, ຮ່ວມມືກັນຢ່າງແໜ້ນແຟ້ນກ່ຽວກັບການສ້າງກຳລັງຄວາມສາມາດຮັບມືກັບບັນດາສິ່ງທ້າທາຍດ້ານຄວາມໝັ້ນຄົງ, ໃນນັ້ນມີການເພີ່ມທະວີການຮ່ວມມືໃນການເດີນເຮືອຢູ່ທະເລ.

        ບົນພື້ນຖານນັ້ນ, ການຢ້ຽມຢາມ ນິວຊີແລນ ຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ສ້າງກຳລັງໜູນຕື່ມອີກ ເພື່ອເຮັດໃຫ້ການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງ 2 ປະເທດທີ່ໄດ້ຮັບການສ້າງຕັ້ງເມື່ອປີ 2009 ໃຫ້ນັບມື້ນັບກ້າວເຂົ້າສູ່ແທດຈິງ, ສ້າງທ່ວງທ່າເພື່ອເປີດກວ້າງບັນດາຂົງເຂດຮ່ວມມືໃນອະນາຄົດ, ພິເສດແມ່ນໃນບັນດາຂົງເຂດບຸລິມະສິດ ເຊິ່ງ 2 ຝ່າຍມີຄວາມຕ້ອງການ ແລະ ມີທ່າແຮງ.

ຕອບກັບ

ຂ່າວ/ບົດ​ອື່ນ