ສ້າງກຳລັງໜູນໃໝ່ໃຫ້ແກ່ການພົວພັນຫວຽດນາມ-ຟິລິບປີນ

(vovworld)- ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ຟິ​ລິບ​ປີນ Rodrio Duterte ພວມ​ມີ​ການ​ຢ້ຽ​ມ​ຢາມ​ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ, ຕາມ​ຄຳ​ເຊີ​ນ​ຂອງ​ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈີນ​ດ້າຍກວາງ. ການ​ຢ້ຽມ​ຢາມ​​ດຳ​ເນີ​ນ​ໄປ​ໃນ​ສະ​ພາບ​ທີ່ 2 ປະ​ເທດ​ຫາກໍ່​ລົງ​ນາມ​ໃນ​ຖະ​ແຫຼງ​ການ​ຮ່ວ​ມ​ກ່ຽວ​ກັບ​ການ​ສ້າງ​ຕັ້ງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ເມື່ອ​ເດືອນ 11/2015. ນີ້​ແມ່ນ​ເຫດ​ການ​​ທີ່​ມີ​ຄວາມ​ໝາຍສຳ​ຄ​ັນ, ເຮັດ​ໃຫ້​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ 2 ປະ​ເທດ​ໃນ​ທຸກ​ຂົ​ງ​ເຂດ​​ເລິກ​ເຊິ່ງກວ່າອ​ີກ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ຮັກ​ສາ​ສັນ​ຕິ​ພາບ, ຄວາມ​ວັດ​ທະ​ນາ​ຖາ​ວອນ ແລະ ຄວາມ​ໝັ້ນ​ຄົງ​ໃນ​ພາກ​ພື້ນ. ບົດ​​ສັງ​ລວມ​ຂອງ​ບັນ​ນາ​ທິ​ການ ແອ໋ງ​ຮ່​ວຽນ.


ສ້າງກຳລັງໜູນໃໝ່ໃຫ້ແກ່ການພົວພັນຫວຽດນາມ-ຟິລິບປີນ - ảnh 1
ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ຟິ​ລິບ​ປີນ Rodrio Duterte
​ຢ້ຽ​ມ​ຢາມ​ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ
(ພາບ: TTXVN)


ນີ້​ແມ່ນ​ການ​ຢ້ຽມ​ຢາມຫວຽດ​ນາມ ເປັນ​ຄັ້ງ​ທຳ​ອິດ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Rodrigo Duterte ນັບ​ແຕ່​ເມື່ອ​ທ່ານ​ຮັບ​ດຳ​ລົງ​ຕຳ​ແໜ່ງ, ກໍ​ຄື​ນັບ​ແຕ່​ຫວຽດ​ນາມ ແລະ ຟິ​ລິບ​ປີນ ສ້າງ​ຕັ້ງ​ການ​ພົວ​ພັນ​ຄູ່​ຮ່ວມ​ມືຍຸດ​ທະ​ສາດ. ການ​ຢ້ຽມ​ຢາມ​ຍິ່ງ​ມີ​ຄວາມ​ໝາຍກວ່າ ໃນ​ສະ​ພາບທີ່ 2 ປະ​ເທດ​ພວມ​ສະ​ເຫຼີມ​ສ​ະ​ຫຼອງ 40 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູ​ດ.

ການ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ໝັ້​ນ​ຄົງ, ແທດ​ຈິງ​ ແລະ​ ມີ​ປະ​ສິດ​ທິ​ຜົນ

        ກ່ອນນີ້ 40 ປີ, ໃນ​ວັນ​ທີ 12/07/1976, ຫວຽດ​ນາມ ແລະ ຟີ​ລິບ​ປີນ ໄດ້​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ​ຢ່າງ​ເປັນ​ທາງ​ການ. ໃນ​ຕະ​ຫຼອດ​ໄລ​ຍະ 40 ປີ​ຜ່ານ​ມາ, ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ 2 ປະ​ເທດ​ໄດ້​ຮັບ​ການ​ເພີ່ມ​ພູນ​ຄຸນ​ສ້າງ​ຢ່າງບໍ່​ຢຸດຢັ້ງ ບົນ​ຈິດ​ໃຈ​ມິດ​ຕະ​ພາບ, ສະ​ເໝີ​ພາບ, ເຄົາ​ລົບ​ເຊິ່ງ​ກັນ ແລະ ກັນ ແລະ ຮ່ວມ​ມື​ເພື່ອ​ຜົນ​ປະ​ໂຫຍດ​ຂອງ​ປະ​ຊາ​ຊົນ 2 ປະ​ເທດ. 2 ຝ່າຍ​ບັ​ນ​ລຸ​ໄດ້ບັນ​ດາ​ບາດ​ກ້າວ​ພັດ​ທະ​ນາ​ຢ່າງ​ຕັ້ງ​ໜ້າ​ ເຊິ່ງ​ສະ​ແດງ​ອອກ​ໃນ​ຫຼາຍ​ຂົງ​ເຂດ ຈາກ​ດ້ານ​ເສດ​ຖະ​ກິດ, ການ​ເມືອງ ເຖິງ​ການ​ປ້ອງ​ກັນ​ຊາດ, ປ້ອງ​ກັນ​ຄວາມ​ສະ​ຫງົບ, ວັດ​ທະ​ນະ​ທ​ຳ - ສັງ​ຄົມ.

        ສິ່ງ​ທ​ີ່​ໜ້າ​ສົນ​ໃຈນັ້ນ​ແມ່ນ, ໃນ​ຊຸ​ມ​ປີ​ມໍ່ໆ​ມານີ້, ວົງ​ເງິນ​ການ​ຄ້າ​ລະ​ຫວ່າງ 2 ປະ​ເທດສີບ​ຕໍ່ມີທ່າ​ເຕີບ​ໂຕ, ບັນ​ລຸ​ເກືອບ 3 ຕື້ USD ໃນ​ປີ 2015 ແລະ ໄລ່​ສະ​ເພາະ 7 ເດືອນ​ຕົ້​ນ​ປີ 2016 ບັນ​ລຸກວ່າ 1,7 ຕື້ USD (ເພີ່ມ​ຂຶ້ນ 17% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2015). ​ແຕ່​ປີ 2008, ແຕ່​ລະ​ປີຫວຽດ​ນາມ ສົ່ງ​ອອກ​ເກີນ​ດຸນ​ໄປ​ຍັງ​ຟິ​ລິບ​ປີນ ກວ່າ 1 ຕື້ USD, ຫຼາຍກວ່າ​ໝູ່​ໃນ​ກຸ່ມ​ອາ​ຊຽນ, ໃນ​ນັ້ນສິນ​ຄ້າ​ຕົ້ນ​ຕ​ໍ່​ແມ່ນເຂົ້າ​ສານ. ນອກ​ຈາກ​ເຂົ້າ​ສານ​ແລ້ວ, ຫວຽດ​ນາມ ຍັງ​ສົ່ງ​ໄປ​ຍັງ​ຟິ​ລິບ​ປີນ ເຄື່ອ​ງ​ອາ​ໄ​ຫຼ່​ເອ​​ເລັກ​ໂຕ​ນິກ, ຜະ​ລິດ​ຕະ​ພັນ​ກະ​ເສດ ແລະ ນຳ​ເຂົ້າ​ຈາກ​ຟິ​ລິບ​ປີນ ​ຄື: ຝຸ່​ນ​ເຄ​ມີ, ເຄື່ອງ​ອາ​ໄຫຼ່​ກົນ​ຈັກ, ​ອຸ​ປະ​ກອນ, ແຮ່​ທາດ, ນ້ຳ​ມັນ, ຜະ​ລິດ​ຕະ​ພັນ​ການຢາ, ວັດ​ສະ​ດຸກໍ່​ສ້າງ… ໃນ​ຂະ​ນະ​ນັ້ນ, ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ປະ​ເທດ​ໄດ້​ຮັບ​ການ​ພັດ​ທະ​ນາ​ຢ່າງ​ແທ​້​ຈິງ ແລະ ນັບ​ມື້​ນັບ​ໄດ້​ຮັບ​ການ​ເປີ​ດກວ້າງ. 2 ຝ່າຍ​ໄດ້​ຈັດ​ການ​ເຈ​ລະ​ຈາ​ນະ​ໂຍ​ບາຍ​ຂັ້ນ​ຮອງ​ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ​ຄັ້ງ​ທີ 2 ໃນ​ເດືອນ 04/2016. 2 ຝ່າຍ​ຕັ້ງ​ໜ້າ​ຜັນ​ຂະ​ຫຍາຍ​ບັນ​ດາ​ຂໍ້​ຕົກ​ລົງທີ່​ໄ​ດ້​ຮັບ​ການ​ລົງ​ນາ​ມ​ແລ້ວ​ຄື: ຂໍ້​ຕົກ​ລົງ​ສ້າງໂທ​ລະ​ສັບ​ສາຍ​ດ່ວນ​ລະ​ຫວ່າງ​ກອງ​ບັນ​ຊາ​ການ​ຕ​ຳ​ຫຼ​ວດ​ທະ​ເລ​ຫວຽດ​ນາມ ແລະ ກອງ​ບັນ​ຊາ​ການປ້ອງ​ກັນ​ຝ​ັ່ງ​ທະ​ເລ​ຟິ​ລິບ​ປີນ; ຂໍ້​ຕົກ​ລົງເພີ່ມ​ທະ​ວ​ີ​ການ​ຮ່ວມ​ມື ແລະ ແບ່ງ​ປັນ​ຂ​ໍ້​ມູນ​ຂ່​າວ​ສານ​ລະ​ຫວ່າງກອງ​ທັບ​ເຮືອ​ຫວຽດ​ນາມ ແລະ ກອງ​ທັບ​ເຮືອ​ຟິ​ລິບ​ປີນ; ກົດ​ລະ​ບຽ​ບພົບ​ປະແລກ​ປ່ຽນ​ໃນ​ເກາະ ​ຊອງ​ຕື​ໄຕ ແລະ ​ຊອງ​ຕື​ດົງ ຂອງ​ຫວຽດ​ນາມ ລະຫວ່າງກອງ​ທັບ​ເຮືອ 2 ປະ​ເທດ. ການ​ຮ່ວມ​ມືດ້ານ​ທະ​ເລ ແລະ ມະ​ຫາ​ສະ​ມຸດ ສືບ​ຕໍ່​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ເສົ້າ​ຄ້ຳ​ໃນ​ການ​ພົວ​ພັນ​ລະ​ຫວ່າງ 2 ປະ​ເທດ, ໃນ​ນັ້ນ​ບຸ​ລິ​ມະ​ສິດແມ່ນ​ບັນ​ຫາ​ປ້ອງ​ກັ​ນ​ຄວາມ​ສະ​ຫງົບ ແລະ ການ​ເດີນ​ເຮືອ​ຢ່າງ​ເສ​ລີ, ພ​ັດ​ທະ​ນາ​ເສດ​ຖະ​ກິດ​ທະ​ເລ, ​ຊອ​ກ​ຫາກູ້​ໄພ​ກູ້​ຊີບ. 2 ຝ່າຍ​ມີ​ກົນ​ໄກກຸ່ມ​ປະ​ຕິ​ບັດ​ງານ​ລວມ​ກ່ຽວ​ກັບ​ທະ​ເລ ແລະ ມະ​ຫາ​ສະ​ມຸດ, ໄດ້​ຈັດ​ກອງ​ປະ​ຊຸມ​ປະ​ຈຳ​ປີ ແລະ ໄດ້​ຍົກ​ລະ​ດັບ​ເປັນ​ຄະ​ນະ​ກຳ​ມະ​ການ​ປະ​ສົມ​ທະ​ເລ ແລະ ມະ​ຫາ​ສະ​ມຸດ​ຂັ້ນ​ຮອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ. ບັນ​ດາ​ຂົງ​ເຂດ​ຮ່ວມ​ມືລະ​ຫວ່າງ 2 ປະ​ເທດ​ຄື: ກະ​ສິ​ກຳ, ການ​ສຶກ​ສາ, ການ​ທ່ອງ​ທ່ຽວ… ນັບ​ມື້​ນັບ​ໄດ້​ຮັບ​ການ​ພັດ​ທະ​ນາ.

     ການ​ນຳ​ຂັ້ນ​ສູງຫວຽດ​ນາມ ແລະ​ ຟິ​ລິບ​ປີນ ກໍ​ໄດ້​ມີ​ການ​ຢ້ຽມ​ຢາມ​ເຊິ່ງ​ກັນ ແລະ ກັນ​ເປັນ​ປະ​ຈຳ. 2 ປະ​ເທດ​ໄດ້​ສົມ​ທົບ​ກັນ​ຢ່າງ​ແໜ້ນ​ແຟ້ນກັບ​ບັນ​ດາ​ປະ​ເທດ​ອາ​ຊຽນ ອ​ື່ນໆ, ປະ​ກອບ​ສ່ວນ​ສ້າງ​ປະ​ຊາ​ຄົມ​ອາ​ຊຽນ ​ສາ​ມັກ​ຄີ, ໝັ້ນ​ຄົງ​ເຂັ້​ມ​ແຂງ, ຮັກ​ສາ​ບົດ​ບາດ​ໃຈ​ກາງ​ຂອງ​ອາ​ຊຽນ ໃນ​ບັນ​ດາ​ບັນ​ຫາ​ໃຫຍ່​ທີ່​ກ່ຽວ​ຂ້ອງ​ເຖິງ​ຄວາມ​ສະ​ຫງົບ, ຜົນ​ປະ​ໂຫຍດ​ຂອງ​ແຕ່​ລະ​ປ​ະ​ເທດ ແລະ ຂອງ​ພາກ​ພື້ນ. ຫວຽດ​ນາມ ແລະ ຟິ​ລິ​ປີນ ກໍສົມ​ທົບ​ກັນ, ໜູນ​ຊ່ວຍ​ເຊິ່ງ​ກັນ​ ແລະ ກັນ​ເປັນ​ປະ​ຈຳ ຢູ່​ບັນ​ດາ​ເວ​ທີ​ປາ​ໄສ​ຫຼາຍ​ຝ່າຍສາ​ກົນ ແລະ ພາກ​ພື້ນ.

ສ້າງກຳລັງໜູນໃໝ່ໃຫ້ແກ່ການພົວພັນຫວຽດນາມ-ຟິລິບປີນ - ảnh 2
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟ​ຸກ
ພົບ​ປະ​ກັບທ່ານ​ປະ​ທາ​ນາ​ທິ​ບໍ​ດີ Rodrio Duterte
(ພາບ: TTXVN)

ສ້າງ​ກຳ​ລັງ​ໜູນໃຫ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ

        ເມື່ອ​ຕົ້​ນ​ເດືອນ 09, ທີ່​ການ​ພົບ​ປະ​ກັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟ​ຸກ ຢູ່ນອກກອງ​ປະ​ຊຸມ​ສຸດຍອດ​ອາ​ຊຽນ ທີ່​ນະ​ຄອນ​ຫຼວງວຽງ​ຈັນ, ປະ​ເທດ​ລາວ, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Rodrio Duterte ໄ​ດ້​ຢືນ​ຢັນ​ວ່າ, ຟິ​ລິບ​ປີນ ຖື​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ກັບ​ຫວຽດ​ນາມ ເປັນ​ສຳ​ຄັນ, ຖື​ຫວຽດ​ນາມ ບໍ່​ພຽງ​ແຕ່ແມ່ນ “ຖານ​ບ້ານ​ໃກ້​ເຮືອ​ນ​ຄຽງ​ທີ່​ດີ” ຫາກ​ຍັງ​ແມ່ນ “ອ້າຍ​ນ້ອງ​ທີ່​ໃກ້​ຊິດ​ສະ​ໜິດ​ສະ​ໜົມ” ອີກ​ດ້ວຍ. ບົນ​ຈິດ​ໃຈ​ນັ້ນ, ການ​ຢ້ຽມ​ຢາມ​ຫວຽດ​ນາມ ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດ​ີ Rodrio Duterte ແມ່ນ​ໂອ​ກາດ​ເພື່ອ​ໃຫ້ 2 ຝ່າຍ​ຫັນ​ເປັນ​ລະ​ອຽດ ແລະ ຜັນ​ຂະ​ຫຍາຍ​ເນື້ອ​​ແທ້​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ, ໂດຍ​ສະ​ເພາະ​ແມ່ນ​ດ້ານ​ການ​ເມືອງ, ການ​ປ້ອງ​ກັ​ນ​ຊາດ​ປ້ອງ​ກັນ​ຄວາມ​ສະ​ຫງົບ, ເສດ​ຖະ​ກິດ, ການ​ຄ້າ. ທ່ານ Rodrio Duterte ພ້ອມ​ກັ​ບ​ການ​ນຳ​ຫວຽດ​ນາມ ​ໄດ້ແລກ​ປ່ຽນບັນ​ດາ​ບັນ​ຫາ​ສາ​ກົນ ແລະ ພາກ​ພື້ນ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ.

        ການ​ຢ້ຽມ​ຢາມ​ຫວຽດ​ນາມ ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Rodrio Duterte ໄດ້​ເພີ່ມ​ກຳ​ລັງໜູນ​ພັດ​ທະ​ນາ​ການ​ພົວ​ພັ​ນ​ຮ່ວມ​ມື​ຍຸດ​ທະ​ສາດ​ຢ່າງ​ຮອບ​ດ້ານ ໃນ​ຂົງ​ເຂດ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຫວຽດ​ນາມ - ຟິ​ລິບ​ປີນ, ນຳ​ມາ​ເຊິ່ງ​ຜົນ​ປະ​ໂຫຍດ​ອັນ​ຊອບ​ທຳ​ໃຫ້​ປະ​ຊາ​ຊົນ 2 ປະ​ເທດ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ ແລະ ຄວາມ​ວັດ​ທະ​ນາ​ຖາ​ວອນ​ຢູ່​ພາກ​ພື້ນ.

ຂ່າວ/ບົດ​ອື່ນ