ສ້າງຄຸນຄ່າແທ້ຈິງຄືນໃຫມ່ໃຫ້ແກ່ຕະຫລາດຫລັກຊັບ.

ປີ 2012 ພ້ອມ​ກັບ​ການ​ສ້າງ​ໂຄງ​ປະກອບ​ລັດ​ວິ​ສາ​ຫະກິດ​, ທະນາຄານຄືນ​ໃຫມ່ ຫວຽດນາມ ກໍ​ມີ​ແຜນການ​ປະຕິ​ຮູບ​ຕະຫລາດ​ຫລັກ​ຊັບ​ຢ່າງ​ແຂງ​​ແຮງ.​ ນີ້​ໄດ້​ຮັບ​ຖື​ວ່າ ​ແມ່ນ​ພາກສ່ວນ​ຫນຶ່ງ​ທີ່ສຳຄັນ​ຂອງ​ຕະຫລາດ​ການ​ເງິນ ​ໃນ​ການ​ລະດົມ​ແຫ​ລ່ງທຶນ​ໃຫ້​ແກ່​ວິວັດ​ການ​ພັດທະນາ.

        ຄະນະ​ກຳມະການ​ຫລັກ​ຊັບ​ແຫ່ງ​ລັດ  ​ໄດ້​ເລືອກ​ເຟັ້ນປີ 2012 ​ແມ່ນ​ປີ​ສ້າງ​ໂຄງ​ປະກອບ​ຕະຫລາດ​ຫລັກ​ຊັບ​ຄືນ​​ໃຫມ່ ​ແລະ ປະຈຸ​ບັນ​ໄດ້​ຍື່ນ​ສ​ະ​ເຫ​ນີ ແຜນ​ຮ່າງ​ສ້າງ​ໂຄງ​ປະກອບ​ຕະຫລາດ​ຄືນ​ໃຫມ່ຕໍ່ ລັດຖະບານ,​ ​ໃນ​ນັ້ນ  ​ເລັ່ງ​ໃສ່ 4 ບັນຫາ​ຊຶ່ງ​ລວມມີ: ສ້າງ​ອົງປະກອບ​​ການ​ເງິນ​ເປັນກາງ, ຕະຫລາດ​ສິນຄ້າ, ຄວາມ​ຕ້ອງການ​​ໃນການ​ລົງທຶນ ​ແລະ ບັນດາ​ບໍລິສັດ​ຫລັກ​ຊັບ. ຕາມ​ບັນດາ​ຜູ້​ຊ່ຽວຊານ​ແລ້ວ, ນີ້​ແມ່ນ​ວຽກ​ງານ​ຈຳ​ເປັນ​ທີ່​ສຸດ, ​ເຖິງ​ວ່າ​​ຈະ​ມີ​ຄວາມຊັກ​ຊ້າ ​ເພື່ອ​ຟື້ນ​ຕົວ​ຕະຫລາດ​ໃຫມ່​ທີ່​ບໍ່​ທັນ​ເຂັ້ມ​ແຂງ ​ແຕ່​ສຳຄັນ​ສຳລັບ​ພື້ນຖານ​ເສດຖະກິດ.

        ​ໃນກວ່າ 11 ປີ ​ແຫ່ງ​ການ​ເຄື່ອນ​ໄຫວ, ຕະຫລາດ​ຫລັກ​ຊັບ​ຫວຽດນາມ ​ ລະດົມ​ທຶນໄດ້ປະມານ 400.000 ຕຶ້ດົ່ງ, ຂຸດ​ຄົ້ນ​​ໄດ້​ຫລາຍ​ແຫ​ລ່ງທຶນ​ຈາກພາຍ​ໃນ ​ແລະ ຕ່າງປະ​ເທດ.​ຈາກ​ນັ້ນ ຊ່ວຍ​ນຳ​ໃຊ້​ແຫ​ລ່ງ​ເງິນ​ໃນ​ປະຊາຊົນ,​ ສ້າງ​ທ່ວງທ່າ​ໃຫ້​ແກ່​ວິ​ສາ​ຫະກິດ​ເຄື່ອນ​ໄຫວ​ຢ່າງ​ມີ​ປະສິດທິ​ຜົນ. ​ແຕ່ ​ໃນ​ສອງ​ສາມ​ປີ​ມາ​ນີ້, ຕະຫລາດ​ຫລັກ​ຊັບ​ຫວຽດນາມ ພວມ​ມີ​ບັນດາ​ສັນຍານ​ຂາດ​ຄວາມ​ດຸນ​ດຽງ. ລາຄາ​ໃບ​ຫຸ້ນຕົກລົງ​ມາ​ຢູ່​ໃນ​ລະດັບຕຳ່​ສຸດ​​ເກີດຂຶ້ນ​ຢ່າງ​ລຽນ​ຕິດ, ​ເຮັດ​ໃຫ້​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈຂອງ​ນັກ​ລົງທຶນ​ຖືກ​ຫລຸດ​ລົງ, ກະ​ແສ​ເງິນ​ລົງທຶນ​ເຂົ້າ​ຕະຫລາດ​ຫລັກ​ຊັບ​ນັບ​ມື້​ນັບ​ຫນ້ອຍ​ລົງ, ມູນ​ຄ່າ​ໃບ​ຫຸ້ນ​ກໍ​ຫລຸດ​ລົງ​ຫລາຍ. ​ໄລ່​ມາ​ຮອດ​ທ້າຍປີ 2011 ດັດຊະນີ​ຕົ້ນຕໍ​ຂອງ​ຕະຫລາດ ​ແມ່ນ VN index  ຫລຸດ​ລົງ​ເຖິງ 25% ​ເມື່ອ​ທຽບ​ໃສ່​ທ້າຍ​ປີ 2010, ຄວາມ​ສາມາດ​ໃນການ​ຊຳ​ລະພຽງ​ເທົ່າ​ກັບ 50% ​ເມື່ອ​ທຽບ​ໃສ່​ປີ 2010. ການ​ຊຸດ​ໂຊມຢ່າງ​ຮ້າຍ​ແຮງ​ຂອງ​ຕະຫລາດ​ຫລັກ​ຊັບ ສ່ວນ​ຫນຶ່ງ​ແມ່ນຍ້ອນ​ສະພາບ​ການ​ເສດຖະກິດ​ໂລກ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ, ​ແຕ່​ສ່ວນ​ໃຫຍ່​​ແມ່ນຍ້ອນ​ບັນຫາ​ຄົງ​ຄ້າງຢູ່​ຕະຫລາດພາຍ​ໃນ​ປະ​ເທດ, ​ຊຶ່ງ​ຕາມ​ບັນດາ​ຜູ້​ຊ່ຽວຊານ​ແລ້ວ, ຖ້າ​ຫາກ​ບໍ່​​ໄດ້​ຮັບ​ການແກ້​ໄຂ​ໂດຍ​ໄວ ຍາກ​ທີ່​ຈະ​ຍາກ​ທີ່​ຈະ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ນັກ​ລົງ​ທຶນ​ໄດ້.

        ຖ້າ​ຫາກ​ປີ 2000, ທົ່ວ​ຫວຽດນາມ ມີ​ ບໍລິສັດ​ຫຸ້ນ​ສ່ວນ ພຽງ​​ 6 ​ແຫ່ງ   ​ແລະ ​ໃບ​ຫຸ້ນ 2 ລະຫັດໄດ້​ຮັບ​ການ​ຕິດ​ປະກາດ​ຢູ່​ສູນ​ຕິດ​ຕໍ່​ຄ້າຂາຍ​ຫລັກ​ຊັບ, ສອງ​ສາມ​ປີ​ຕໍ່​ມາ​ເມື່ອ​ຕະຫລາດ​ຫລັກ​ຊັບ​ມີ​ການ​ເຄື່ອນ​​ໄຫວ​ຢ່າງ​ຟົດ​ຟື້ນ, ບັນດາ​ບໍລິສັດ​ຫລັກ​ຊັບ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ເປັນ​ຈຳນວນ​ຫລວງຫລາຍ ​ດ້ວຍ​ຈຸດປະສົງ​ຢາກ​ສະ​ແຫວ​ງຫາຜົນກ​ຳ​ໄລ​ຈາກ​ການ​ຕິດ​ຕໍ່​ຄ້າຂາຍ​ຈາກ​ໃບ​ຫຸ້ນ​ຂອງ​ຕົນ. ຂໍ​ພຽງ​​ແຕ່​ມີຫນັງສື​ອະນຸຍາດ​​ດຳ​ເນີນ​ທຸລະ​ກິດ, ລາຄາ​ໃບ​ຫຸ້ນ​ຂອງ​ບໍລິສັດ​ຫລັກ​ຊັບ ​ໄດ້​ຮັບ​ການ​ຕິດ​ຕໍ່​ຄ້າຂາຍ​ດ້ວຍລາຄາ​ຂຶ້ນ​ເຖິງ 2- 3 ​ເທົ່າໃນ​ທັນ​ທີ່. ມາ​ຮອດ​ປະຈຸ​ບັນ, ທົ່ວ​ຕະຫລາດ​ມີ​ເຖິງ 105 ບໍລິສັດ​ຫລັກ​ຊັບ ຮັບ​ໃຊ້​ໃຫ້​ແກ່​ຕະຫລາດ​ມີ​ພຽງ 1,2 ລ້ານ​ບັນຊີ, ​ໃນ​ນັ້ນ ມີ​ບໍລິສັດ​ຫລາຍ​ແຫ່ງ​ມີ​ຂອບ​ຂະຫນາດ​ນ້ອຍ, ກຳລັງ​ຄວາມ​ສາ​ມາດ​ການ​ເງິນ​ຕຳ່, ບໍ່​ຮັບປະກັນ​ປະສິດທິ​ຜົນ​ການ​ເຄື່ອນ​ໄຫວ​ໄດ້, ຊ້ອນ​ແຝງຄວາມ​ສ່ຽງ​ທີ່​ມີ​ຕໍ່​ລະບົບ. ຕາມ​ບັນດາ​ຜູ້​ຊ່ຽວຊານ​ແລ້ວ, ຈຳ​ເປັນ​ຕ້ອງ​ຄັດ​ເລ​ືອກ ​ເພື່ອ​ໃຫ້​ມີ​ພຽງ 20 -30 ບໍລິສັດ​ຫລັກ​ຊັບ​ຄົງ​ຕົວ ດ້ວຍ​ພາລະ​ບົດບາດ​ການ​ເຄື່ອນ​ໄຫວ​ແມ່ນ​ຈະ​ແຈ້ງ,​​ໂປ່​ງ​ໃສ​ດ້ານ​ຂໍ້​ມູນ​ຂ່າວສານ. ທ່ານ ຫງວຽນ ​ແທນ ກີ່, ​ເລຂານຸການ ສະຫະ​ສະມາຄົມ​ດຳ​ເນີນ​ທຸລະ​ກິດ​ຫລັກ​ຊັບ​ຫວຽດນາມ ຖື​ວ່າ:

        “ອາດ​ຈະ​ເວົ້າ​ໄດ້​ວ່າ,​​ໃນ​ໄລຍະ​ຜ່ານ​ມາ ຕະຫລາດ​ຫລັກ​ຊັບ​ຂອງ​ພວກ​ເຮົາ​​ເຄື່ອນ​ໄຫວ​ບໍ່​ເປັນ​ລະບົບ ​ແລະ ​ເກີດ​ຫລາຍ​ບັນຫາ​ໃນ​ການ​ວາງ​ອອກ​ມາດຖານ​ລາຍ​ງານ​ຂໍ້​ມູນ​ຂ່າວສານ. ພາ​​ໃຫ້​ເກີດ​ບັນຫາ​ດັ່ງ​ນີ້: ທີ​ຫນຶ່ງ​ແມ່ນ ລັກສະນະ​​ໂປ່​ງ​ໃສ, ການ​ເປີດ​ເຜີຍ​ບໍ່​ຈະ​ແຈ້ງ.​ ທີ​ສອງ ບໍ່​ທັນ​ການ ​ແລະ ທີ​ສາມ ​ແມ່ນ​ວາງ​ອອກ​ຫລາຍ​ມາດຖານ, ວິ​ເຄາະ​ຄຸນ​ລັກສະນະ, ການ​ຈຳກັດ​ປະລິມານ​ບໍ່​ລະອຽດ. ສະ​ນັ້ນ ມີ​ບໍລິສັດຫລາຍ​ແຫ່ງ ​ແລະ ນັກ​ລົງທຶນ​ຫລາຍ​ຄົນ​ມີ​ຄວາມ​ລະ​ແວງ​ສົງ​ໃສ​ໃນ​ບັນຫາ​ນີ້.“

ສ້າງຄຸນຄ່າແທ້ຈິງຄືນໃຫມ່ໃຫ້ແກ່ຕະຫລາດຫລັກຊັບ. - ảnh 1

ສູນຕິດຕໍ່ຄ້າຂາຍຫລັກຊັບ

        ຄຽງ​ຂ້າງ​ນັ້ນ,​​ເລື່ອງ​ຕິດ​ປະກາດ​ໃບ​ຫຸ້ນ​ຂອງ​ບັນດາ​ວິ​ສາ​ຫະກິດ​ຢູ່​ຕະຫລາດ​ຫລັກ​ຊັບ​ໃນ​ໄລຍະ​ຜ່ານ​ມາ ບໍ່​ທັນ​ບັນລຸ​ປະສິດທິ​ຜົນ​ ຕາມ​ຈຸດປະສົງ​ຂອງ​ເລື່ອງ​ຕິດ​ປະກາດ​ເທື່ອ. ​ເລື່ອງ​ບັນດາ​ບໍລິສັດ​ຕິດ​ປະກາດ​ໃບ​ຫຸ້ນ​​ເປັນຈຳນວນ​ຫລວງຫລາຍ ​ໃນ​ຂະນະ​ນຄຸນ​ນະ​ພາບ​ຂອງ​ບັນດາ​ບໍລິສັດ​​ເຫຼົ່າ​ນັ້ນ​ບໍ່​ທັນ​ສູງ, ພິ​ເສດ​​ແມ່ນຍັງ​ມີ​ຄວາມຈຳກັດ​ດ້ານ​ການ​ບໍລິຫານ​ບໍລິສັດ ​ແລະ ລັກສະນະ​ເປີດ​ເຜີຍ, ​ກະ​ຈ່າງ​ແຈ້ງ. ພິ​ເສດ ​ໃນ​ໄລຍະ 2010 - 2011,​  ມີ​ບໍລິສັດ​ຫລາຍ​ແຫ່ງ​ດັ່ງກ່າວ​ດຳ​ເນີນ​ທຸລະ​ກິດ​ລຸບທຶນ, ສົ່ງຜົນ​ສະທ້ອນ​ເຖິງ​ຄວາມ​ດູດ​ດື່ມ​ຂອງ​ບັນດາ​ໃບ​ຫຸ້ນ ​ແລະ ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ບັນດາ​ນັກ​ລົງທຶນ. ຊ້ຳ​ບໍ່​ໜ​ຳ, ມີ​ບໍລິສັດ​ຫລາຍ​ແຫ່ງ​ຂໍ້​ຍົກ​ເລີກ​ການ​ຕິດ​ປະກາດ ​ເພື່ອ​ກູ້​ເອົາ​ລາຄາ​ໃບ​ຫຸ້ນ​ທີ່​ພວມ​ຫລຸດ​ລົງ​ຢ່າງ​ວ່ອງ​ໄວ. ຕາມ​ບັນດາ​ຜູ້​ຊ່ຽວຊານ​ແລ້ວ, ​ຢູ່​ຕ່າງປະ​ເທດເລື່ອງ​ຍົກ​ເລ​ີກການ​ຕິດ​ປະກາດ​​​ໃບ​ຫຸ້ນ ​ແມ່ນ​ສັນຍາ​ນບໍ່​ດີ, ​ແຕ່​ຢູ່ ຫວຽດນາມ ພັດ​ຖື​ວ່າ ​ແມ່ນ​ວິທີ​ເພື່ອ​ຮັກ​ສາ​ຄຸ​ນຄ່າ​ຂອງ​ບໍລິສັດ ​ແລະ ​ໄດ້​ຮັບ​ການ​ຮັບຮອງ. ທ່ານ ​ໂດ້ບ໋າ​ວງອກ ຜູ້​ຊ່ຽວຊານ​ໄຈ້​ແຍກ ສັງກັດ​ບໍລິສັດ​ຫຸ້ນ​ສ່ວນ Habubank  ​ໃຫ້​ຮູ້​ວ່າ:

        “ຄວາມ​ຈິງ​ແລ້ວ ລາຄາ​ໃບ​ຫຸ້ນ​ຂອງ​ບໍລິສັດ​ຫລາຍ​ແຫ່ງ​ຖືກ​ຫລຸດ​ລົງ​ຕຳ່​ກວ່າ​ມູນ​ຄ່າ​ໃນ​ປື້​ມບັນຊີ. ມີ​ວິ​ສາ​ຫະກິດ​ຫລາຍ​ແຫ່ງ​ຖື​ວ່າ: ມູນ​ຄ່າ​ໃບ​ຫຸ້ນ ພວມ​ໄດ້​ຮັບ​ການ​ຕິດ​ຕໍ່​ຄ້າຂາ​ຍຢູ່​ຕະຫລາດ​ໃນປະຈຸ​ບັນ ​ແມ່ນ​ຕຳ່​ກວ່າ​ຫລາຍ​ເມື່ອ​ທຽບ​ໃສ່​ລາຄາ​ທີ່​ຈິງ​ຂອງ​ວິ​ສາ​ຫະກິດ,​​ ​ແຕ່​ທ່າ​ໄດ້​ປຽບ​ຂອງ​ວິ​ສາ​ຫະກິດ​ພວມ​ມີ ​ແລະ ມຸນ​ຄ່າ​ຊຶ່ງ​ວິ​ສາ​ຫະກິດ​ພວມ​ສ້າງ​ຂຶ້ນ.  ດ​້ວຍ​​ຄວາມ​ຄິດ​ຄື​ແນວ​ນັ້ນ, ບັນດາ​ວິ​ສາ​ຫະກິດ​ ພວມ​ຮູ້ສຶກ​ວ່າ ​ເລື່ອງ​ຕິດ​ປະກາດ​ຢູ່​ຕະຫລາດ​ຫລັກ​ຊັບ​ໃນ​ໄລຍະ​ປະຈຸ​ບັນ ​ແມ່ນ​ວຽກ​ງານ​ທີ່​ຫຍຸ້ງຍາກ​ສຳລັບ​ເຂົາ​ເຈົ້າ​ໃນ​ຂະນະ​ເຂົາ​ເຈົ້າ​ພວມ​ດຳ​ເນີນ​ທຸລະ​ກິດ​ເປັນ​ຢ່າງ​ດີ.“

        ຕໍ່ຫນ້າ​ສະພາບ​ການ​ຊຸດ​ໂຊມ​ຂອງ​ຕະຫລາດ​ຫລັກ​ຊັບ​ນັ້ນ, ຄະນະ​ກຳມະການ​ຫລັກ​ຊັບ​ແຫ່ງ​ລັດ ​ໄດ້​ສ້າງ​ແຜນ​ຮ່າງ​ສ້າງ​ໂຄງ​ປະກອບ​ຕະຫລາດ​ຫລັກ​ຊັບ​ຄືນ​ໃຫມ່ ​ແລະ ຄາດ​ວ່າ ຈະ​ຜັນ​ຂະຫຍາຍ​ນັບ​ແຕ່​ວັນ​ທີ 1/4/2012 ​ເປັນ​ຕົ້ນ​ໄປ. ​​ເຖິງ​ຢ່າງ​ໃດ​ກໍ​ຕາມ ​ເພື່ອ​ສາມາດ​ຄຸ້ມ​ຄອງ​ຕະຫລາດ​ຫລັກ​ຊັບ​ທີ່​ມີ​ຂອບ​ຂະຫນາດ​ຄື​ແນວ​ນັ້ນ, ຜູ້​ຊ່ຽວຊານຫລາຍ​ທ່ານ​​ໄດ້​ໃຫ້​ຂໍ້​ສັງ​ເກດ​ວ່າ ​ເພື່ອ​ຮັບປະກັນ​ວິວັດ​ການ​ສ້າງ​ໂຄ​ງປະກອບ​ປະສົບ​ຜົນສຳ​ເລັດ, ຈຳ​ເປັນ​ຕ້ອງ​ນຳ​ໃຊ້​ທັງ​ມາດ​ຕະການ​ດ້ານ​ເສດຖະກິດ ​ແລະ ບໍລິຫານ, ​ໃນ​ນັ້ນຈຸດ​ໃຈກາງ​ແມ່ນ​ມາດ​ຕະການ​ເສດຖະກິດ.​​ເຖິງ​ວ່າ ​ແມ່ນ​ວຽກ​ງານ​ຫຍຸ້ງຍາກ​ກໍ​ຕາມ ​ແຕ່​ການ​ສ້າງ​ໂຄງ​ປະກອບ​ຕະຫລາດ​ຫລັກ​ຊັບ ​ແມ່ນຄວາມ​ຕ້ອງການ​ທີ່​ຈຳ​ເປັນ​ ​ເພື່ອ​ຟື້ນ​ຕົວ​ຕະຫລາດ​ທີ່​ສຳ​ຄັນ​ນີ້, ຫນູນ​ຊ່ວຍ​ຢ່າງ​ມີ​ປະສິດທິ​ຜົນ​ໃຫ້​ແກ່​ການ​ພັດທະນາ​ຂອງ​ປະ​ເທດ​ຊາດ ​ໃນ​ສະພາບ​ພື້ນຖານ​ເສດຖະກິດ​ມະຫາ​ພາກ​ໄດ້​ຮັບ​ຄວາມ​ມູ້​ງຫວັງ​ວ່າ ຈະ​ຟື້ນ​ຟູ​ໃນ​ປີ 2012./.

       

​ແອນ ຮ່ວຽນ

ຕອບກັບ

ຂ່າວ/ບົດ​ອື່ນ