“ສ້າງຄວາມຮັ່ງມີ, ເຂັ້ມແຂງຈາກທະເລແຫ່ງບ້ານເກີດເມືອງນອນ” ແຜ່ກະຈາຍເນື້ອໃນຈິດໃຈມະຕິຂອງພັກກ່ຽວກັບຍຸດທະສາດພັດທະນາເສດຖະກິດທະເລ

(VOVWORLD) - ບັນດາສານທີ່ຍົກອອກມາໃນລາຍການແມ່ນ: ຄວາມຮັກຕໍ່ທະເລ, ໝູ່ເກາະ, ຄວາມເອກອ້າງທະນົງໃຈຕໍ່ປະເທດຊາດ, ເຈດຈຳນົງ, ຄວາມຕັດສິນໃຈປົກປັກຮັກສາອະທິປະໄຕເຂດທະເລ, ໝູ່ເກາະແຫ່ງບ້ານເກີດເມືອງນອນ
“ສ້າງຄວາມຮັ່ງມີ, ເຂັ້ມແຂງຈາກທະເລແຫ່ງບ້ານເກີດເມືອງນອນ” ແຜ່ກະຈາຍເນື້ອໃນຈິດໃຈມະຕິຂອງພັກກ່ຽວກັບຍຸດທະສາດພັດທະນາເສດຖະກິດທະເລ - ảnh 1(ທີ່ລາຍການພົບປະແລກປ່ຽນສະແດງສິລະປະ)

        ລາຍການພົບປະແລກປ່ຽນສະແດງສິລະປະ “ສ້າງຄວາມຮັ່ງມີ, ເຂັ້ມແຂງຈາກທະເລແຫ່ງບ້ານເກີດເມືອງນອນ” ໂດຍວິທະຍຸກະຈາຍສຽງ ຫວຽດນາມ (VOV), ຄະນະໂຄສະນາສຶກສາສູນກາງພັກ, ກົມໃຫຍ່ການເມືອງກອງທັບປະຊາຊົນ ຫວຽດນາມ - ກະຊວງປ້ອງກັນປະເທດ ແລະ ຄະນະກຳມະການປະຊາຊົນແຂວງ ແຄງຮ່ວາ ໄດ້ສົມທົບກັນຈັດຂຶ້ນໃນຕອນຄ່ຳວັນທີ 12 ສິງຫາ, ຢູ່ ທ່າກຳປັ່ນທະຫານ ຍາຈາງ, ແຂວງ ແຄງຮ່ວາ. ລາຍການແມ່ນເພື່ອປະກອບສ່ວນແຜ່ກະຈາຍຄວາມຮັກຕໍ່ເຂດທະເລ, ໝູ່ເກາະ ແລະ ບັນດາຜົນງານຂອງ ຫວຽດນາມ ໃນ 5 ປີແຫ່ງການຜັນຂະຫຍາຍມະຕິເລກທີ 36 (ລົງວັນທີ 22 ຕຸລາ 2018) ຂອງຄະນະບໍລິການງານສູນກາງພັກຊຸດທີ XII ກ່ຽວກັບຍຸດທະສາດພັດທະນາເສດຖະກິດທະເລ ຫວຽດນາມ ແບບຍືນຍົງຮອດປີ 2030, ວິໄສທັດຮອດປີ 2045.

        ນີ້ແມ່ນລາຍການພົບປະແລກປ່ຽນສະແດງສິລະປະລະດັບຊາດ, ມີຂອບຂະໜາດໃຫຍ່ສຸດນັບແຕ່ກ່ອນມາຮອດປະຈຸບັນ. ບັນດາສານທີ່ຍົກອອກມາໃນລາຍການແມ່ນ: ຄວາມຮັກຕໍ່ທະເລ, ໝູ່ເກາະ, ຄວາມເອກອ້າງທະນົງໃຈຕໍ່ປະເທດຊາດ, ເຈດຈຳນົງ, ຄວາມຕັດສິນໃຈປົກປັກຮັກສາອະທິປະໄຕເຂດທະເລ, ໝູ່ເກາະແຫ່ງບ້ານເກີດເມືອງນອນ ແລະ ຄວາມຄາດຫວັງພິຊິດທະເລ, ສ້າງຄວາມຮັ່ງມີຈາກທະເລ…

ເນື້ອໃນເລິກເຊິ່ງ ແລະ ມີຄວາມໝາຍ

        ລາຍການພົບປະແລກປ່ຽນສະແດງສິລະປະ “ສ້າງຄວາມຮັ່ງມີ, ເຂັ້ມແຂງຈາກທະເລແຫ່ງບ້ານເກີດເມືອງນອນ” ລວມມີ 3 ພາກຕົ້ນຕໍ, ດ້ວຍຫົວຂໍ້ທີ່ວ່າ: “ຈິດສຳນຶກທະເລ”, “ຫວຽດນາມ ມຸ່ງໄປເຖິງການສ້າງຄວາມຮັ່ງມີຈາກທະເລ” ແລະ “ຫວຽດນາມ ມຸ່ງໄປເຖິງການສ້າງທະເລໃຫ້ເຂັ້ມແຂງ”. ນັກສິລະປິນດີເດັ່ນ ຢວານເຈື່ອງງວຽນ, ຫົວໜ້າພະແນກດົນຕີ (VOV3), ວິທະຍຸກະຈາຍສຽງ ຫວຽດນາມ, ຮັບຜິດຊອບເນື້ອໃນດົນຕີຂອງລາຍການ, ໃຫ້ຮູ້ວ່າ:

        “ເນື້ອໃນທັງໝົດໄດ້ສົ່ງຜ່ານບັນດາຮູບແບບ, ຄື: ສາລະຄະດີ, ການສຳພາດ, tallshow ບົນເວທີສະແດງ. ພິເສດ, ດ້ວຍພາສາດົນຕີ, ລາຍການໄດ້ສົ່ງສານຕ່າງໆ, ບັນດາແຜນນະໂຍບາຍຂອງພັກ ແລະ ລັດຖະບານ, ເນື້ອໃນຈິດໃຈຂອງມະຕິເລກທີ 36 ກ່ຽວກັບຍຸດທະສາດພັດທະນາເສດຖະກິດທະເລແບບຍືນຍົງ”.

        ນອກຈາກລາຍການສະແດງສິລະປະທີ່ໄດ້ຮັບການປະຕິບັດຢ່າງຟົດຟື້ນ, ມີຂອບຂະໜາດໃຫຍ່ແລ້ວ, ບັນດານັກຊ່ຽວຊານ, ນັກຄົ້ນຄວ້າກ່ຽວກັບທະເລ, ໝູ່ເກາະຂອງ ຫວຽດນາມ ຍັງໄດ້ແບ່ງປັນບັນດາເລື່ອງລາວສະຖານະການການເມືອງ, ຍົກອອກຫຼາຍຄຳເຫັນປະກອບສຳລັບຍຸດທະສາດພັດທະນາເສດຖະກິດທະເລແບບຍືນຍົງອີກດ້ວຍ. ໃນພາກສຸດທ້າຍຂອງລາຍການ, ມີນັກຮົບ 300 ຄົນທີ່ຕາງໜ້າໃຫ້ບັນດາກຳລັງປົກປັກຮັກສາອະທິປະໄຕທາງທະເລ ໄດ້ພ້ອມກັນສະແດງໃຫ້ເຫັນຈິດໃຈສາມັກຄີ, ຄວາມຕັດສິນໃຈໃນການປົກປັກຮັກສາອະທິປະໄຕເຂດທະເລ, ໝູ່ເກາະຂອງປະເທດຊາດ. ທ່ານພັນເອກ ບຸຍຢຸຍເຈົາ, ອະດີດອາຈານສອນຢູ່ວິທະຍາຄານກອງທັບເຮືອ, ແປ່ງປັນວ່າ:

        “ຂ້າພະເຈົ້າມີຄວາມຕື້ນຕັນໃຈ, ມີຄວາມເປັນກຽດ ແລະ ມີຄວາມເອກອ້າງທະນົງໃຈເມື່ອໄດ້ຮັບຂອງຂວັນອັນລ້ຳຄ່າແມ່ນແກ້ວນ້ຳທະເລ ເຊິ່ງບັນດານັກຮົບຢູ່ກຳປັ່ນດຳນ້ຳເອົາມາຈາກເຂດທີ່ມີຄວາມເລິກຢູ່ທະເລແຫ່ງຄວາມຮັກຂອງປະເທດຊາດ. ຂອງຂວັນນີ້ແມ່ນຄວາມເປັນກຽດ, ການຕອບບຸນແທນຄຸນໃຫ້ລຸ້ນຂ້າພະເຈົ້າ. ຂ້າພະເຈົ້າເຊື່ອໝັ້ນວ່າ, ບັນດາກຳລັງປະກອບອາວຸດຂອງ ຫວຽດນາມ ທີ່ເຄື່ອນໄຫວຢູ່ເຂດທະເລຈະປົກປັກຮັກສາເຂດທະເລ, ໝູ່ເກາະທີ່ຮັ່ງມີສວຍງາມຂອງປະເທດຊາດໄວ້ຢ່າງໝັ້ນຄົງ”.

ແຜ່ກະຈາຍສານກ່ຽວກັບຄວາມຮັກຕໍ່ເຂດທະເລ, ໝູ່ເກາະ

        ລຸງ ກາວວັນເທີ, ຊາວປະມົງຢູ່ຕາແສງ ເຟືອກຮົ່ງ, ນະຄອນ ຍາຈາງ, ແຂວງ ແຄງຮ່ວາ, ປີນີ້ມີອາຍຸກວ່າ 60 ປີແລ້ວ. ລຸງໄດ້ຕິດພັນກັບອາຊີບການປະມົງເປັນເວລາເກືອບ 2/3 ຂອງຊີວິດແລ້ວ, ລຸງ ເທີ ໄດ້ຖືທະເລຄືດັ່ງເຮືອນຂອງຕົນ. ເມື່ອໄດ້ຮັບຊົມລາຍການສາລະຄະດີກ່ຽວກັບທະເລ, ໝູ່ເກາະ, ຮັບຟັງບັນດາບົດເພງກ່ຽວກັບຄວາມຮັກຕໍ່ບ້ານເກີດເມືອງນອນ, ຮັບຊົມພາບຖ່າຍກຳປັ່ນທີ່ລອບຢູ່ທະເລຂອງປະເທດຊາດ ທັງເວັນ ແລະ ຄືນທີ່ສະເໜີໃນລາຍການດັ່ງກ່າວ, ລຸງໃຫ້ຮູ້ວ່າ:

        “ລາຍການມ່ວນທີ່ສຸດ, ເມື່ອຮັບຊົມແລ້ວ ພວກຂ້າພະເຈົ້າຮູ້ສຶກວ່າ ຕົນເອງໄດ້ຮັບການລະດົມກຳລັງໃຈເພື່ອສືບຕໍ່ເດີນເຮືອຕິດພັນກັບທະເລ. ລາຍການກໍ່ສະແດງໃຫ້ເຫັນບັນຫາທີ່ວ່າ ຍາມໃດພັກ ແລະ ລັດ ກໍ່ມີຫຼາຍນະໂຍບາຍທີ່ມີຄວາມເອົາໃຈໃສ່ເຖິງຊາວປະມົງ. ສານທີ່ພວກຂ້າພະເຈົ້າຮັບຮູ້ໄດ້ຜ່ານລາຍການ, ນັ້ນແມ່ນ: ຊາວປະມົງໃນມື້ນີ້ເມື່ອເດີນເຮືອໄປຫາປາແມ່ນຈະບໍ່ໂດດດ່ຽວ ຫາກຍັງມີການຮຽງບ່າຮຽງໄຫຼ່, ການຮ່ວມເດີນທາງຂອງບັນດາກຳລັງຕະຫຼວດທະເລ, ທະຫານຊາຍແດນ. ຄວາມຈິງແລ້ວ, ເມື່ອຮັບຊົມຂ້າພະເຈົ້າມີຄວາມມັກຮັກລາຍການນີ້ຫຼາຍ”.

“ສ້າງຄວາມຮັ່ງມີ, ເຂັ້ມແຂງຈາກທະເລແຫ່ງບ້ານເກີດເມືອງນອນ” ແຜ່ກະຈາຍເນື້ອໃນຈິດໃຈມະຕິຂອງພັກກ່ຽວກັບຍຸດທະສາດພັດທະນາເສດຖະກິດທະເລ - ảnh 2(ບັນດາຜູ້ແທນເຂົ້າຮ່ວມລາຍການ)

ແຜ່ກະຈາຍຄວາມຄາດຫວັງສ້າງຄວາມຮັ່ງມີ, ເຂັ້ມແຂງຈາກທະເລ

        ລາຍການພົບປະແລກປ່ຽນສະແດງສິລະປະ “ສ້າງຄວາມຮັ່ງມີ, ເຂັ້ມແຂງຈາກທະເລແຫ່ງບ້ານເກີດເມືອງນອນ” ໄດ້ຢືນຢັນວ່າ ຫວຽດນາມ ແມ່ນປະເທດທະເລ ດ້ວຍຄາດຫວັງຈາກລຸ້ນຕ່າງໆວ່າຢາກພິຊິດທະເລ, ສ້າງຄວາມວັດທະນາຖາວອນຈາກທະເລ ແລະ ປົກປັກຮັກສາສັນຕິພາບຢູ່ທະເລ, ເຈດຈຳນົງຕັດສິນໃຈປົກປັກຮັກສາອະທິປະໄຕເຂດທະເລ, ໝູ່ເກາະຂອງ ຫວຽດນາມ. ທ່ານ ຟ້າມແມ້ງຮຸ່ງ, ຮອງຜູ້ອຳນວຍການໃຫຍ່ VOV, ຮອງຫົວໜ້າຄະນະຊີ້ນຳ, ຫົວໜ້າຄະນະຈັດຕັ້ງລາຍການພົບປະແລກປ່ຽນສະແດງສິລະປະ “ສ້າງຄວາມຮັ່ງມີ, ເຂັ້ມແຂງຈາກທະເລແຫ່ງບ້ານເກີດເມືອງນອນ”, ໃຫ້ຮູ້ວ່າ:

“ພວກຂ້າພະເຈົ້າຫວັງວ່າ, ລາຍການນີ້ຈະສ້າງການແຜ່ກະຈາຍຄວາມຮັກ, ຄວາມເອກອ້າງທະນົງໃຈຕໍ່ເຂດທະເລ, ໝູ່ເກາະແຫ່ງບ້ານເກີດເມືອງນອນ ຫວຽດນາມ ແລະ ໜ້າທີ່ຄວາມຮັບຜິດຊອບຂອງປະຊາຊົນ ຫວຽດນາມ ໃນການເສີມຂະຫຍາຍ, ຂຸດຄົ້ນ, ອະນຸລັກຮັກສາເຂດທະເລ ຫວຽດນາມ ຮັບໃຊ້ການພັດທະນາປະເທດຊາດ ໃນພາຍພາກໜ້າ ແລະ ໃນໄລຍະຍາວ”.

ເມື່ອຕີລາຄາກ່ຽວກັບແນວຄິດຂອງລາຍການ, ທ່ານພົນໂທ ຈິ້ງວັນກວຽດ, ກຳມະການສູນກາງພັກ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນ ຫວຽດນາມ, ຢືນຢັນວ່າ:

“ລາຍການພົບປະແລກປ່ຽນສະແດງສິລະປະ “ສ້າງຄວາມຮັ່ງມີ, ເຂັ້ມແຂງຈາກທະເລແຫ່ງບ້ານເກີດເມືອງນອນ” ຈະປະກອບສ່ວນເພື່ອໃຫ້ທຸກຂັ້ນ, ທຸກຂະແໜງການ ສືບຕໍ່ຍົກສູງຄວາມຮັບຮູ້ກ່ຽວກັບສະຕິຄວາມຮັບຜິດຊອບໃນການເຂົ້າຮ່ວມການປົກປັກຮັກສາອະທິປະໄຕເຂດທະເລ, ໝູ່ເກາະ. ເປັນເຈົ້າການ, ເພີ່ມທະວີ, ເປີດກວ້າງການພົວພັນຕ່າງປະເທດ ແລະ ການຮ່ວມມືສາກົນກ່ຽວກັບການຄຸ້ມຄອງ, ນຳໃຊ້ ແລະ ປົກປັກຮັກສາທະເລ ແລະ ມະຫາສະໝຸດແບບຍືນຍົງ. ຍົກສູງກຳລັງຮັບມືກັບບັນດາສິ່ງທ້າທາຍຕໍ່ຄວາມໝັ້ນຄົງແບບໃໝ່ທາງທະເລ”.

ດ້ວຍການສົມທົບກັນຢ່າງປະສົມກົມກຽວລະຫວ່າງບັນຫາສະຖານະການການເມືອງ, ວິເຄາະການເມືອງ ກັບບັນດາລາຍການສະແດງສິລະປະທີ່ເປັນເອກະລັກສະເພາະ ແລະ ເວທີທີ່ໃຫຍ່ໂຕນັ້ນ. ລາຍການພົບປະແລກປ່ຽນສະແດງສິລະປະ “ສ້າງຄວາມຮັ່ງມີ, ເຂັ້ມແຂງຈາກທະເລແຫ່ງບ້ານເກີດເມືອງນອນ” ໄດ້ສ້າງຄວາມເອກອ້າງທະນົງໃຈ ແລະ ຄວາມຮັກຕໍ່ທະເລ, ເຈດຈຳນົງປົກປັກຮັກສາອະທິປະໄຕເຂດທະເລ, ໝູ່ເກາະຂອງຊາວ ຫວຽດນາມ ລຸ້ນຕ່າງໆ.

ຕອບກັບ

ຂ່າວ/ບົດ​ອື່ນ