ສ້າງຖັນແຖວພະນັກງານທຸກຂັ້ນໃຫ້ເໝາະສົມກັບໜ້າທີ່ວຽກງານ

(VOVWORLD) - ແຜນຮ່າງ “ສຸມໃສ່ສ້າງຖັນແຖວພະນັກງານທຸກຂັ້ນ, ພິເສດແມ່ນພະນັກງານຂັ້ນຍຸດທະສາດມີກຳລັງຄວາມສາມາດຢ່າງພຽງພໍ, ມີຄຸນສົມບັດ ແລະ ມີອິດທິພົນຊື່ສຽງ, ເໝາະສົມກັບໜ້າທີ່ວຽກງານ”, ຂອງຄະນະຈັດຕັ້ງສູນກາງພັກ, ພວມໄດ້ຮັບການປຶກສາຫາລືທີ່ກອງປະຊຸມຄັ້ງທີ 7, ຄະນະບໍລິຫານງານສູນກາງພັກກອມນູນິດ ຫວຽດນາມ ຊຸດທີ 12.
ສ້າງຖັນແຖວພະນັກງານທຸກຂັ້ນໃຫ້ເໝາະສົມກັບໜ້າທີ່ວຽກງານ - ảnh 1ກອງປະຊຸມຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຄັ້ງທີ 7 ຊຸດທີ 12

 ຕາມແຜນຮ່າງນີ້ແລ້ວ, ປີ 2020 ຫວຽດນາມ ຈະປະຕິບັດສຳເລັດການຄົ້ນຄ້ວາ, ສ້າງຍຸດທະສາດມີຄວາມເກັ່ງກ້າສາມາດ, ໂຄງການແຫ່ງຊາດກ່ຽວກັບການບຳລຸງກໍ່ສ້າງພະນັກງານ, ເລືອກເຟັ້ນເອົາພະນັກງານມີຄຸນສົມບັດ, ມີຄວາມສາມາດຢ່າງແທ້ຈິງ, ມີກຳລັງຄວາມສາມາດທີ່ໂດດເດັ່ນເພື່ອພັດທະນາປະເທດຢ່າງວ່ອງໄວ. ບົດຂຽນຂອງນັກຂ່າວລ້າຍຮວາ.

        ປະຈຸບັນ, ຢູ່ ຫວຽດນາມ ມີພະນັກງານຂັ້ນຍຸດທະສາດປະມານ 610 ຄົນເຊິ່ງເປັນການນຳບັນດາອົງການສຳນັກງານຂອງພັກ, ລັດ, ການນຳຫຼັກແຫຼ່ງຂອງບັນດາຄະນະ, ກະຊວງ, ຂະແໜງການ, ອົງການຈັດຕັ້ງມະຫາຊົນຂັ້ນສູນກາງ, ບັນດາແຂວງ, ອົງຄະນະພັກນະຄອນ, ຄະນະພັກຂຶ້ນກັບສູນກາງ; ບັນດາຜູ້ມີຄວາມຮັບຜິດຊອບຍົກອອກລັດຖະນະໂຍບາຍ ແລະ ແກ້ໄຂບັນດາບັນຫາຍຸດທະສາດຂອງພັກ, ລັດ, ຂອງຊາດ, ຂຶ້ນກັບການຄຸ້ມຄອງຂອງກົມການເມືອງ, ຄະນະເລຂາ.

ຍົກສູງສະຕິຄວາມຮູ້ກ່ຽວກັບວຽກງານພະນັກງານ

       ພາຍຫຼັງການປະຕິບັດມະຕິສູນກາງພັກຄັ້ງທີ 3 ຊຸດທີ 8 ມາເປັນເວລາ 20 ປີ, ກ່ຽວກັບນະໂຍບາຍພະນັກງານ, ສະໄໝຍູ້ແຮງການຫັນປະເທດເປັນປະເທດອຸດສາຫະກຳ, ທັນສະໄໝ, ສະພາບການໄດ້ມີການປ່ຽນແປງຫຼາຍຢ່າງ. ສະພາບການຕົວຈິງໄດ້ ແລະ ພວມວາງອອກບັນດາຄຳຮຽກຮ້ອງຕ້ອງການທີ່ຈຳເປັນ, ນັ້ນແມ່ນຕ້ອງສ້າງຖັນແຖວພະນັກງານໃຫ້ມີກຳລັງຄວາມສາມາດຢ່າງພຽງພໍ, ມີຄຸນສົມບັດ ແລະ ມີອິດທິພົນຊື່ສຽງ, ເໝາະສົມກັບໜ້າທີ່ວຽກງານ ເພື່ອພັດທະນາປະເທດຊາດຢ່າງວ່ອງໄວ. ທ່ານນາງ ໂດ໋ທິຮ່ວາງ, ຮອງເລຂາຄະນະພັກແຂວງ ກວາງນິງ, ໄດ້ຍົກອອກຄຳເຫັນກ່ຽວກັບການສ້າງໂຄງປະກອບກຳມະການສຳຮອງ ແລະ ບັນຫາຊັບຊ້ອນພະນັກງານ:

        “ຂ້າພະເຈົ້າສະເໜີຕໍ່ສູນກາງ ຄົ້ນຄ້ວາການຊັບຊ້ອນພະນັກງານ ແລະ ການຍົກຍ້າຍພະນັກງານຂັ້ນຫົວໜ້າ, ບໍ່ມີຂັ້ນຮອງ. ໝາຍຄວາມວ່າ, ຖ້າແມ່ນຂັ້ນຫົວໜ້າຈຶ່ງສະແດງໃຫ້ເຫັນຄຸນສົມບັດ, ພູມປັນຍາ, ກຳລັງຄວາມສາມາດ ແລະ ຄວາມຕັດສິນໃຈຢ່າງເດັດຂາດຂອງຕົນ. ພ້ອມທັງ, ຍິ່ງເພີ່ມທະວີການຊັບຊ້ອນພະນັກງານຢູ່ບັນດາທ້ອງຖິ່ນທີ່ແຕກຕ່າງກັນ ດ້ວຍເງື່ອນໄຂປະຕິບັດທີ່ແຕກຕ່າງກັນນັ້ນ ປະກົດການພາຍໃນທ້ອງຖິ່ນ, ການສະແຫວງຫາຜົນປະໂຫຍດເປັນກຸ່ມ ຈະຖືກຈຳກັດ ແລະ ລັກສະນະເຄົາລົບກົດໝາຍຍິ່ງນັບມື້ນັບເພີ່ມຂຶ້ນ.”

ສ້າງຖັນແຖວພະນັກງານທຸກຂັ້ນໃຫ້ເໝາະສົມກັບໜ້າທີ່ວຽກງານ - ảnh 2 ພາບປະກອບ

        ມະຕິສູນກາງພັກຄັ້ງທີ 6 ຊຸດທີ 12 ໄດ້ຊີ້ແຈ້ງວ່າຄວນເອົາໃຈໃສ່ເຖິງການຮ່ຳຮຽນ, ຊາບຊຶມແນວທາງ, ແຜນນະໂຍບາຍຂອງພັກ, ນະໂຍບາຍກົດໝາຍຂອງລັດກ່ຽວກັບວຽກງານພະນັກງານ, ເພື່ອແນໃສ່ຍົກສູງຄວາມຮັບຮູ້ກ່ຽວກັບວຽກງານພະນັກງານ ແລະ ຖັນແຖວພະນັກງານ. ພ້ອມກັນນັ້ນ, ກໍ່ສືບຕໍ່ປ່ຽນແປງໃໝ່ວຽກງານຮັບສະໝັກ, ວາງແຜນ ການບຳລຸງສ້າງ, ການຊັບຊ້ອນພະນັກງານ. ຕາມທິດທາງນີ້, ທ່ານນາງ ໂງທິແທງຮັ່ງ, ຮອງເລຂາຜູ້ປະຈຳການຄະນະພັກນະຄອນ ຮ່າໂນ້ຍ, ຍົກອອກຄວາມຄິດເຫັນກ່ຽວກັບວຽກງານຄົ້ນຄ້ວາ ການສ້າງຕັ້ງສູນຮັບສະໝັກພະນັກງານ, ພາລະກອນ, ລັດຖະກອນລະດັບຊາດ:

        “ຄວນຄິດໄລ່ຊັ່ງຊາຕື່ມອີກກ່ຽວກັບການສ້າງຕັ້ງສູນຮັບສະໝັກລັດຖະກອນລະດັບຊາດ. ຍ້ອນວ່າ, ໃນໄລຍະຜ່ານມາ, ພວກເຮົາໄດ້ຈັດຕັ້ງກອງປະຊຸມສູນກາງພັກຄັ້ງທີ 6 ຊຸດທີ 12 ໄດ້ກຳນົດການຈັດແບ່ງຂັ້ນໃນການຮັບສະໝັກລັດຖະກອນ, ພາລະກອນໃຫ້ແກ່ບັນດາທ້ອງຖິ່ນ ເພື່ອໃຫ້ເໝາະສົມກັບຈຸດທີ່ເປັນເອກະລັກສະເພາະຂອງບັນດາທ້ອງຖິ່ນ, ຫົວໜ່ວຍ, ພິເສດແມ່ນຈັດແບ່ງຂັ້ນໃນການຮັບສະໝັກຢູ່ ບັນດາທ້ອງຖິ່ນປະຕິບັດຕາມຮູບແບບອຳນາດການປົກຄອງຕົວເມືອງ. ຕາມຂ້າພະເຈົ້າແລ້ວ, ຄວນມີຄວາມກ້າຫານໃນການຈັດແບ່ງຂັ້ນ. ຖ້າຫາກວ່າພວກເຮົາຍິ່ງມີການຈັດແບ່ງຂັ້ນນັ້ນ, ບັນດາແຂວງ, ນະຄອນຍິ່ງມີຄວາມຮັບຜິດຊອບກ່ວາອີກ.”

ມີຫຼາຍຂອດບຸກທະລຸໃນວຽກງານພະນັກງານ

       ທີ່ກອງປະຊຸມສູນກາງພັກຄັ້ງທີ 7 ຊຸດທີ 12 ພວມດຳເນີນໄປຢູ່ຮ່າໂນ້ຍນັ້ນ, ທ່ານ ຟ້າມມີງຈີ໋ງ, ຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ເນັ້ນໜັກວ່າ: ຈຸດສຸມຂອງແຜນຮ່າງແມ່ນ “ສຸມໃສ່ກໍ່ສ້າງຖັນແຖວພະນັກງານທຸກຂັ້ນ, ໂດຍສະເພາະແມ່ນພະນັກງານຂັ້ນຍຸດທະສາດໃຫ້ມີກຳລັງຄວາມສາມາດຢ່າງພຽງພໍ, ມີຈັນຍາບັນ ແລະ ມີອິດທິພົນຊື່ສຽງ, ເໝາະສົມກັບໜ້າທີ່ວຽກງານ” ແມ່ນສືບຕໍ່ປ່ຽນໃໝ່ວຽກງານພະນັກງານ, ກໍ່ສ້າງຖັນແຖວພະນັກງານຍຸດທະສາດ, ພະນັກງານຫຼັກແຫຼ່ງທຸກຂັ້ນດ້ວຍ 2 ບຸກທະລຸ. ນັ້ນແມ່ນ: ຕີລາຄາ, ແຕ່ງຕັ້ງ, ຮັບສະໝັກຜູ້ມີຄວາມເກັ່ງກ້າສາມາດ ແລະ ຄຸ້ມຄອງ, ປ່ຽນແທນພະນັກງານ.

ຕາມນັ້ນແລ້ວ, ສິ່ງສຳຄັນທີ່ສຸດ ແມ່ນສ້າງສະພາບແວດລ້ອມສະເໝີພາບ ເພື່ອດຶງດູດຄວາມສາມາດບົ່ມຊ້ອນ, ພູມປັນຍາຂອງຖັນແຖວພະນັກງານທຸກຂັ້ນໃຫ້ຫຼາຍທີ່ສຸດ, ໄປຄຽງຄູ່ກັບການພົບເຫັນ, ບຳລຸງກໍ່ສ້າງ, ນຳໃຊ້ຜູ້ມີຄວາມເກັ່ງກ້າສາມາດ. ພ້ອມກັນນັ້ນ, ຂັ້ນມີສິດອຳນາດກໍ່ຕ້ອງວາງອອກບັນດາຂໍ້ກຳນົດເພື່ອຫັນເປັນມາດຖານ, ຮັດກຸມລະບຽບວິໄນ, ພ້ອມທັງເປີດກວ້າງຂອບເຂດ, ກົນໄກເສີມຂະຫຍາຍພູມປັນຍາຂອງພະນັກງານ, ສະມາຊິກພັກ ເພື່ອໃຫ້ເຂົາເຈົ້າມີຄວາມຂະຫຍັນຂັນເຄື່ອນ, ມີຫົວຄິດປະດິດສ້າງ, ສ້າງກຳລັງໜູນໃຫ້ແກ່ການປ່ຽນແປງໃໝ່ໃນການພັດທະນາ. ສຳລັບບັນຫາດັ່ງກ່າວ, ທ່ານ ຟານແທງບິງ, ຫົວໜ້າກຳມາທິການວັດທະນະທຳ, ການສຶກສາ, ຊາວໜຸ່ມເຍົາວະຊົນ ແລະ ອະນຸຊົນຂອງສະພາແຫ່ງຊາດຫວຽດນາມ, ໄດ້ປະກອບຄຳເຫັນວ່າ:

        “ພວກເຮົາຄວນຮັບຮູ້ເຖິງເລື່ອງບັນດາຕຳແໜ່ງບໍລິຫານທັງໝົດຂອງພວກເຮົາ ລ້ວນແຕ່ຕ້ອງເປັນມືອາຊີບ. ບໍ່ແມ່ນວ່າ ພຽງແຕ່ໃນການບໍລິຫານເປັນມືອາຊີບເທົ່ານັ້ນ, ຫາກໃນດ້ານການເມືອງກໍຕ້ອງເປັນມືອາຊີບ, ຖ້າພວກເຮົາປະຕິບັດຖືກຕ້ອງ ພວກເຮົາກໍຈະໄດ້ຮັບການຍ້ອງຍໍຊົມເຊີຍ, ເລື່ອນຕຳແໜ່ງ ແລະ ຖ້າຫາກເຮົາເຮັດຜິດກໍຈະຖືກລົງໂທດຕາມກົດໝາຍ, ມີເຂົ້າ, ມີອອກ, ມີຂຶ້ນ, ມີລົງ ແລະ ມີການຍ້ອງຍໍຊົມເຊີຍ ກໍຕ້ອງມີການປະຕິບັດວິໄນ. ນັ້ນແມ່ນມືອາຊີບ, ຫາກບໍ່ແມ່ນມີພຽງແຕ່ຂຶ້ນ ແຕ່ບໍ່ມີລົງ. ຕາມຂ້າພະເຈົ້າແລ້ວ, ຄວນເບິ່ງບັນຫາທີ່ມີລັກສະນະເປັນມືອາຊີບໃນທຸກຕຳແໜ່ງ ນັບທັງໃນໝູ່ພະນັກງານການເມືອງຂອງພວກເຮົາອີກດ້ວຍ”.

        ໄຊຊະນະ ຫຼື ປະລາໄຊໃນພາລະກິດແຫ່ງການປະຕິວັດໃດ ກໍລ້ວນແຕ່ຂຶ້ນກັບຖັນ ແຖວພະນັກງານ. ດັ່ງນັ້ນ, ຕໍ່ກັບໜ້າທີ່, ສະພາບການໃໝ່ ຮຽກຮ້ອງໃຫ້ພັກກອມມູນິດຫວຽດນາມຕ້ອງມີມະຕິສະບັບໃໝ່ກ່ຽວກັບວຽກງານພະນັກງານ ແລະ ກໍ່ສ້າງຖັນແຖວພະນັກງານໂດຍໄວ ເພື່ອຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການ, ໜ້າທີ່ສ້າງສາ ແລະ ພັດທະນາປະເທດຊາດ.  

ຕອບກັບ

ຂ່າວ/ບົດ​ອື່ນ