ສ້າງທ່ວງທ່າຊຸກຍູ້ການເຈລະຈາ ກ່ຽວກັບບັນຫານິວເຄຼຍ

     ສ້າງທ່ວງທ່າຊຸກຍູ້ການເຈລະຈາ ກ່ຽວກັບບັນຫານິວເຄຼຍ - ảnh 1
ຫົວໜ້າ​ຄະນະ​ນັກ​ເຈລະຈາ ອາເມລິກາ Glyn Davies
(ພາບ: internet)

     ວັນ​ທີ 23 ກຸມພາ, ຢູ່​ປັກ​ກິ​ງ​ແຫ່ງ​ປະ​ເທດ​ຈີ​ນ, ​ໄດ້​ດຳ​ເນີນ​ການ​ເຈລະຈາ 2 ຝ່າ​ຍ ຂັ້ນຮອງລັດຖະມົນຕີການ ຕ່າງປະເທດຄັ້ງທຳອິດລະຫວ່າງ ອາເມລິກາ ແລະ ສາທາລະນະ​ລັດ​ປະຊາຊົ​ນປະຊາທິປະ​ໄຕ​ເກົາ​ຫຼີນັບ​ຕັ້ງ​ແຕ່​ພາຍຫຼັງ​ການ​ນຳສາທາ ລະນະ​ລັດ​ປະຊາຊົ​ນປະຊາທິປະ​ໄຕ​ເກົາ​ຫຼີ Kim jong In ​ໄດ້​ເຖິງ​ແກ່​ມໍລະນະ​ກຳ​ເມື່ອ​ເດືອນ​ທັນວາ​ປີ​ກາຍ​ນີ້. ​ເຖິງ​ວ່າ​ໄດ້​ມີ​ການ​ຄາດ​ຄະນາ​ວ່າ ຍາກ​ທີ່​ຈະ​ບັນລຸ​ບາດກ້າວ​ບຸກທະລຸ​ກໍ​ຕາມ, ​ແຕ່​ຕາມ​ວົງ​ການ​ນັກສັງ​ເກດ​ການ​ແລ້ວ, ການ​ເຈລະຈາ​ຈະ​ສະທ້ອນ​ໃຫ້​ເຫັນ​ທັດສະນະ, ​ເຈດ​ຕະນາ​ດີ​ຂອງ​ທັງອາເມລິກາ ​ແລະ ສາທາ ລະນະ​ລັດ​ປະຊາຊົ​ນປະຊາທິປະ​ໄຕ​ເກົາ​ຫຼີ​ໃນ​ການ​ປັບປຸງ​ການ​ພົວພັນ 2 ຝ່າ​ຍກໍ​ຄື​ການ​ສ້າງ​ປະຖົມ​ປັດ​​ໄຈ​ເພື່ອ​ຊຸກຍູ້​ການ​ເຊື່ອມ​ຕໍ່​ການ​ເຈລະຈາ 6 ຝ່າ​ຍ ກ່ຽວ​ກັບ​ບັນຫາ​ນິວ​ເຄຼຍ​ໃນ​ແຫຼມ​​ເກົາຫຼີ​ຄືນ​ໃໝ່ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ.

   ການ​ເຈລະ​ຈາລະ​ຫວ່າງ ອາເມລິກາ - ສາທາລະນະ​ລັດ​ປະຊາຊົ​ນປະຊາທິປະ​ໄຕ​ເກົາ​ຫຼີຄັ້ງ​ນີ້, ​ເພື່ອ​ແນ​ໃສ່​ຢັ້ງຢືນ​ຂໍ້​ຕົກລົງ​ຂອງ 2 ຝ່າຍ​ຄືນ​ໃໝ່ ຊຶ່ງ​ຕາມ​ນັ້ນ, ອາເມລິກາສະ​ເໜີ​ໃຫ້ ສາທາລະນະ​ລັດ​ປະຊາຊົ​ນປະຊາທິປະ​ໄຕ​ເກົາ​ຫຼີຈົ່ງ​ຢຸດຕິ​ໂຄງການ​ເສີມ​ທາດ Uranium (UEP)​ ໂດຍ​ມີ​ການ​ຕິດຕາມ​ກວດກາ​ຂອງ​ອົງການ​ພະລັງງານ​ປະລະມານູສາກົນ( IAEA). ສ່ວນ​ພຽງ​ຢາງຈະ​ໄດ້ຮັບ​ການ​ໜູນ​ຊ່ວຍ​ດ້ານ​ສະບຽງ​ອາຫານຈາກ ອາເມລິກາ. ນອກຈາກ​ນັ້ນ, ນີ້​ກໍ​ແມ່ນ​ໂອກາດ​ເພື່ອ​ເກັ້ຍກອມ ສາທາລະນະ​ລັດ​ປະຊາຊົ​ນປະຊາທິປະ​ໄຕ​ເກົາ​ຫຼີ ກັບ​ຄືນສູ່ການ​ເຈລະຈາ 6 ຝ່າ​ຍ ກ່ຽວ​ກັບ​ບັນຫາ​ນິວ​ເຄຼຍທີ່​ໄດ້​ຖືກ​ໂຈະ​ໄວ້​ແຕ່​ເດືອນ​ເມສາ ປີ 2009. ຕາມ​ວົງ​ການ​ນັກ​ສັງ​ເກດ​ການ​ແລ້ວ, ນີ້​ລ້ວນ​​ແຕ່​ແມ່ນ​ບັນດາ​ເນື້ອ​ໃນ​ທີ່​ບໍ່​ໃໝ່​ອຽມ​ເມື່ອ​ທຽບ​ໃສ່​ບັນ​ດາການ​ເຈລະຈາ​ຄັ້ງ​ກອ່ນໆ. ​ແລະ ​ເບິ່ງ​ຄື​ວ່າ​ໝາກຜົນ​ແຫ່ງ​ການ​ເຈລະຈາ​ກໍ່​ໄດ້​ຮັບ​ການ​ທຳນາຍ​ລ່ວງ​ໜ້າ​ຈາກ​ທຸກ​ຝ່າຍ. ​ແຕ່​ນັກ​​ໄຈ້​ແຍກ​ຫຼາຍ​ຄົນ​ຖື​ວ່າ: ສິ່ງ​ດັ່ງ​ກ່າວ​ແມ່ນ​ບໍ່​ສຳຄັນ, ​ແຕ່​ສິ່ງ​ທີ່​ຕັ້ງໜ້າ​ກ່ວາ​ໝູ່​ຂອງ​ການ​ເຈລະຈາ​ຄັ້ງ​ນີ້​ອາດ​ຈະ​​ແມ່ນ​ວຽກ​ງານ​ທີ່ 2 ຝ່າຍ​​​ໄດ້ດຳ​ເນີນ ​ແລະ ​ກໍມີ​ຄວາມ​ໝາຍ​ເຊັ່ນ​ດຽວ​ກັນ​ກັບ​ເລື່ອງ​ການ​ສົນທະນາ​ໂດຍ​ກົງ​ໄດ້​ຮັບ​ການ​ຮັກສາ​ໄວ້. ບັນຫາ​ເລິກ​ເຊິ່ງກ່ວາ ນັ້ນ​ແມ່ນ​ຜ່ານ​ການເຈລະຈາ, ຈະ​ສາມາດ​ສ່ອງ​ແສງ​ດ້ານ​ຫຼັກ​ໝັ້ນ, ນະ​ໂຍບາຍ​ຂອງອາເມລິກາ ​ແລະ ສາທາລະນະ​ລັດ​ປະຊາຊົ​ນປະຊາທິປະ​ໄຕ​ເກົາ​ຫຼີ ​ໃນ​ໄລຍະ​ມອບ​ໂອນ​ສິດ​ອຳນາດ​ຢູ່​ພຽງ​ຢາງ. ສິ່ງ​ດັ່ງກ່າວ​ໄດ້​ຮັບ​ການ​ພິສູດ​ໃຫ້​ເຫັນ​ຜ່ານ​ເລື່ອງ​ທີ່​ວ່າ: ພາຍຫຼັງ​ໄປ​ຮອດ​ປັກ​ກິ​ງ​ເມື່ອ​ວັນ​ທີ 22 ກຸມພາ, ຫົວໜ້າ​ຄະນະ​ນັກ​ເຈລະຈາ ອາເມລິກາ, ທູດ​ພິ​ເສດ Glyn Davis ​ໃຫ້​ຮູ້​ວ່າ: ທ່ານ​ຢາກ​ໄດ້​ເຫັນ​ບັນດາ​ປະກົດ​ການ​ກ່ຽວ​ກັບ​ນະ​ໂຍບາຍ​ຂອງ​ທ່ານ Kim jong Un ການ​ນຳ​ຄົນ​ໃໝ່​ຂອງ ສາທາລະນະ​ລັດ​ປະຊາຊົ​ນປະຊາທິປະ​ໄຕ​ເກົ່າ​ຫຼີ. ອາເມລິກາກໍ​ຢາກ​ເຫັນ ສາທາລະນະ​ລັດ​ປະຊາຊົ​ນປະຊາທິປະ​ໄຕ​ເກົ່າ​ຫຼີມີ​ຄວາມກຽມພ້ອມ​ເພື່ອ​ປະຕິບັດ​ບັນດາ​ບາດກ້າວ​ເດີນ​ເພື່ອ​ເຮັດ​ໃຫ້​ໂລກ​ມີ​ຄວາມ​ອຸ່ນ​ອຽນໃຈຫຼື​ບໍ່?. ​ໃນ​ຂະນະ​ນັ້ນ, ສຳລັບ ສາທາລະນະ​ລັດ​ປະຊາຊົ​ນປະຊາທິປະ​ໄຕ​ເກົາ​ຫຼີ, ການ​ເຈລະຈາ​ກໍ​ແມ່ນ​ກາ​ລະໂອກາດ​ເພື່ອ​ກວດກາ​ຄຳ​ຢືນ​ຢັນ​ຂອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອາເມລິກາ ທ່ານ​ນາງ HillaryClinton ເມື່ອ​ກ່ອນ​ນັ້ນ​, ຂະນະ​ທີ່​ທ່ານ​ນາງ​ຖະ​ແຫຼ​ງ ວ່າ: ອາເມລິກາປາດ​ທະ​ໜາ​ຈະ​ປັບປຸງ​ການ​ພົວພັນກັບສາທາລະນະ​ລັດ​ປະຊາຊົ​ນປະຊາທິປະ​ໄຕ​ເກົ່າ​ຫຼີ​ໂດຍ​ພາຍ​ໃຕ້​ການຊີ້​ນຳ​ນຳພາ​ຂອງ​ທ່ານ Kim jong Un.

  ບໍ່​ສະ​ເພາະ​ແຕ່ ອາເມລິກາ ​ແລະ ສາທາລະນະ​ລັດ​ປະຊາຊົ​ນປະຊາທິປະ​ໄຕ​ເກົາ​ຫຼີຢາກ​ຢັ່ງ​ເບິ່ງ​ທ່າ​ທີ​ຂອງກັນ​ເທົ່າ​ນັ້ນ, ຫາກຫຼາຍ​ປະ​ເທດ​ຢູ່​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ເໜືອກໍ​ຖື​ການ​ເຈລະຈາ​ນີ້​ແມ່ນ​ກາລະ​ໂອກາດ​ເພື່ອທຳນາຍ​ຄວາມ​ສາມາດ​ເປັນ​ໄປ​ຂອງ​​ການ​ເຊື່ອມ​ຕໍ່ ການ​ເຈລະຈາ 6 ຝ່າ​ຍ ກ່ຽວ​ກັບ​ບັນຫາ​ນິວ​ເຄຼຍ​ໃນ​ແຫຼມ​ເກ​ົ່າຫຼີຄືນ​ໃໝ່. ຍ້​ອນ​ເຫດ​ນີ້​ເອງ, ກ່ອນ​ທີ່​ດຳ​ເນີນ​ການ​ເຈລະ​ຈາ, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ໄດ້​ຖະ​ແຫຼ​ງວ່າ: ປັກ​ກິ​ງປາດ​ທະ​ໜາ​ວ່າການ​ເຈລະຈາ 2 ຝ່າຍ​ລະຫວ່າງ ອາເມລິກາ - ສາທາລະນະ​ລັດ​ປະຊາຊົ​ນປະຊາທິປະ​ໄຕ​ເກົາ​ຫຼີຈະ​ບັນລຸ​ໝາກຜົນ​ອັນ​ຕັ້ງ​ໜ້າ​ເພື່ອ​ສ້າງປະຖົມ​ປັດ​​ໄຈ​ໃຫ້​ແກ່​ການ​ຊຸກຍູ້​ການ​ເຊື່ອມ​ຕໍ່ ການ​ເຈລະຈາ 6 ຝ່າ​ຍ ກ່ຽວ​ກັບ​ບັນຫາ​ນິວ​ເຄຼຍ​ໃນ​ແຫຼມ​ເກ​ົາຫຼີຄືນ​ໃໝ່. ​ໃນ​ຂະນະ​ນັ້ນ, ສ​ເກົ່າ​ຫຼີຢືນຢັນ​ວ່າ: ນີ້​ແມ່ນ​ການ​ເຈລະ​ຈາທີ່​ໜ້າ​ລໍຄອຍ​ເພາະ​ມັນ​​ເປີດ​ກາລະ​ໂອກາດ​ເຊື່ອມ​ຕໍ່​ວິວັດທະນາ​ການ​ເຈລະຈາ 6 ຝ່າ​ຍຄືນ​ໃໝ່​ຊຶ່ງ​ຖືກ​ຢຸດ​ສະ​ງັກພາຍຫຼັງ​ການ​ເຖິງ​ແກ່​ມໍລະນະ​ກຳ​ຂອງ​ທ່ານ Kim jong In. ສ່ວນ​ທາງ​ຝ່າຍ​ຍີ​ປຸ່ນ, ລັດຖະມົນຕີ​ການ​ຕ່າງປະ​ເທດ Koichiro Gemba ​ໃຫ້​ຮູ້​ວ່າ : ຍີ​ປຸ່ນຊົມ​ເຊີຍ​​ເລື່ອງອາເມລິກາ​ ແລະ ສາທາລະນະ​ລັດ​ປະຊາຊົ​ນປະຊາທິປະ​ໄຕ​ເກົາ​ຫຼີ ດຳ​ເນີນ​ການ​ເຈລະຈາ. ຍີ່​ປຸ່ນຈະສື​ບຕໍ່​ເພີ່​ມທະວີການ​ຮ່ວມ​ມືກັບ​ບັນດາ​ຄູ່​ຮ່ວມ​ມື​ຄື: ອາເມລິກາ, ສ​ເກົ່າ​ຫຼີ....​ໃນ​ການ​ແກ້​ໄຂ​ບັນຫາ​ນິວ​ເຄຼຍ​ໃນ​ແຫຼມ​ເກົາ​ຫຼີ.

   ​ເຖິງ​ວ່າ​​ການ​ເຈລະ​ຈາ 2 ຝ່າຍ​ຂັ້ນສູງ​ລະຫວ່າງ​ອາເມລິກາ - ສາທາ ລະນະ​ລັດ​ປະຊາຊົ​ນປະຊາທິປະ​ໄຕ​ເກົາ​ຫຼີຄັ້ງ​ນີ້ໄດ້​ຮັບ​ການສັງ​ເກດວ່າ ພຽງ​ແຕ່​ແມ່ນ​ການ​ຢັ່ງ​ເບິ່ງທ່າ​ທີ​ຂອງ​ບັນດາ​ຝ່າຍ​ເທົ່າ​ນັ້ນ, ​ແຕ່​ມັນ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ 2 ຝ່າ​ຍ​ໄດ້​ຫຍັບ​ມໍ່​ເຂົ້າກັນ​ເພື່ອ​ພ້ອມ​ກັນ​ແກ້​ໄຂ​ຄວາມ​ບໍ່​ລົງ​ລອຍ​ກັນ​ທີ່​ມີ​ມາ​ແຕ່​ດົນ​ນານ, ຫຼື​ເວົ້າ​ແນວ​ອື່ນ​ວ່າ: ທ່າ​ອຽງ​ດຳ​ເນີນ​ການ​ເຈລະຈາ​ໄດ້​ທົດ​ແທນ​​ໃຫ້ທ່າ​ອຽງສູ້​ຢັນ​ຕໍ່ກັນ.

ຕອບກັບ

ຂ່າວ/ບົດ​ອື່ນ