ສ້າງນະໂຍບາຍບຸລິມະສິດຜູ້ມີຄຸນງາມຄວາມດີໃຫ້ສົມບູນແບບ

(vovworld)- ການ​ສຳ​ຫລວດ​ກວດກາ​ນະ​ໂຍບາຍ​ບຸລິມະສິດ​ຜູ້​ມີ​ຄຸນງາມຄວາມດີ​ໃນ​ທົ່ວ​ປະ​ເທດ ​ແມ່ນ​ຫນຶ່ງ​ໃນ​ບັນດາ​ຫນ້າ​ທີ່​ຈຸດ​ສຸມ​ຂອງ​ວຽກ​ງານ​ຕອບ​ບຸນ​ແທນ​ຄຸນ​ໃນ​ໄລຍະ2 ປີ ຄື​ປີ 2014- 2015. ວຽກ​ງານ​ນີ້​ເພື່ອ​​ແນ​ໃສ່ຕີ​ລາຄາ​ການ​ປະຕິບັດ​ນະ​ໂຍບາຍ​ຂອງ​ພັກ ​ແລະ ລັດ​ຕໍ່ ຜູ້​ມີ​ຄຸນງາມຄວາມດີ ຢ່າງຮອບດ້ານ, ສືບ​ຕໍ່​ສ້າງ​ນະ​ໂຍບ​າຍ​ຕໍ່​ບັນດາ​ເປົ້າ​ໝາຍ​ນີ້​ໃນ​ໄລຍະ​ຈະ​ມາ​ເຖິງ​ໃຫ້​ສົມບູນ​ແບບ.  ມາ​ຮອດ​ປະຈຸ​ບັນ, ພາຍ​ຫລັງ​ຜັນ​ຂະຫຍາຍ​ມາ​ເປັນ​ເວລາເກືອບ 4 ​ເດືອນ​, ການ​ສຳ​ຫລວດ​ກວດກາ​ນະ​ໂຍບາຍ​ຕໍ່ຜູ້​ມີ​ຄຸນງາມຄວາມດີ ພວມ​ໄດ້​ຮັບ​ການ​ປະຕິບັດ​ຢ່າງ​ຮີບ​ເຮັ່ງ​​ໃນ​ທຸກ​ທ້ອງ​ຖິ່ນ.

ສ້າງນະໂຍບາຍບຸລິມະສິດຜູ້ມີຄຸນງາມຄວາມດີໃຫ້ສົມບູນແບບ - ảnh 1
ການນຳບໍລິສັດໂທລະຄົມມະນາຄົມນະຄອນເຫ້ວມອບຂອງຂວັນ
ໃຫ້ແມ່ຫວຽດນາມວິລະຊົນ
ພາບ:hue.vnn.vn

        ການ​ສຳ​ຫລວດ​ກວດກາ​ນະ​ໂຍບາຍຕໍ່​​ຜູ້​ມີ​ຄຸນງາມຄວາມດີ ​ແມ່ນ​ສຸມ​ໃສ່ 7 ​ເປົ້າໝາຍ​ຕົ້ນຕໍ, ​ໃນ​ນັ້ນ ມີ​ນັກຮົບ​ເສຍສະຫລະ​ຊີວິດ​ເພື່ອ​ຊາດ ​ແລະ ຄອບຄົວ​ເຂົາ​ເຈົ້າ, ​ແມ່​ຫວຽດນາມ ວິລະ​ຊົນ, ທະຫານ​ເສຍ​ອົງຄະ, ທະຫານ​ເຈັບ​ປ່ວຍ, ຜູ້​​ເຂົ້າ​ຮ່ວມ​ການ​ຕໍ່ຕ້ານ​ຖືກ​ຕິດ​ທາ​ດພິດ​​ເຄມີ, ​ຜູ້​ມີ​ຄຸນງາມຄວາມດີ​ໃນ​ການ​ປະຕິວັດ, ອະດີດ​ຊາວ​ຫນຸ່ມ​ຕະລຸມບອນ. ນີ້​ແມ່ນ​ບັ້ນ​ສຳ​ຫລວດ​ກວດກາ​ທີ່ມີ​ຂອບ​ຂະຫນາດ​ໃຫຍ່​ສຸດ​ນັບ​ແຕ່​ກ່ອນ​ມາ​ຮອດ​ປະຈຸ​ບັນ, ​ແລະ ຄາດ​ວ່າ ຈະ​ສຳ​ຫລວດ​ປະມານ 4,8 ລ້ານ​ຄົນ. ວຽກ​ງານ​ນີ້​ໄດ້​ຮັບ​ການ​ປະຕິບັດ​ຢ່າງ​ຄົບ​ຊຸດ​ຢູ່ 11.000 ຕາ​ແສງ​ໃນ​ທົ່ວ​ປະ​ເທດ.

        ສືບ​ທອດ​ນະ​ໂຍບາຍ​ຕອບ​ບຸນ​ແທນ​ຄຸນ

        ຈຸດປະສົງ​ຂອງ​ບັ້ນ​ສຳ​ຫລວດກ​ວດກາ​ນະ​ໂຍບາຍ​ຕໍ່​ຜູ້​ມີ​ຄຸນງາມຄວາມດີ ​ໄດ້​ລະບຸ​​ໄວ້​ໃນ​ຄຳ​ສັ່ງ​ຂອງ​ນາຍ​ົກລັດຖະມົນຕີ ​​ແນ​ໃສ່​ແກ້​ໄຂ​ບັນຫາ​ທີ່​ຍັງຄົງຄ້າງ​ໃນ​ການ​ປະຕິບັດ​ນະ​ໂຍບາຍ​ຕໍ່​ຜູ້​ມີ​ຄຸນງາມຄວາມດີ, ສື​ບຕໍ່​ສ້າງ​ນະ​ໂຍບາຍ​ຕໍ່​ເປົ້າ​ໝາຍ​ນີ້​ໃຫ້​ສົມບູນ​ແບບ.

        ຄວາມ​ຈິງ​ໃຫ້​ເຫັນ​ວ່າ:​ໃນ​ຊຸມ​ປີຜ່ານມາ, ພັກ ​ແລະ ລັດ​ໄດ້​ປະຕິບັດນະ​ໂຍບາຍ​ຕໍ່​​ຜູ້​ມີ​ຄຸນງາມຄວາມດີກວ່າ 8 ລ້ານ​ຄົນ​ໃດ້​ສຳ​ເລັດ​​ເທ່ືອ​ລະ​ກ້າວ ​ເພື່ອ​ໃຫ້​ເໝາະ​ສົມ​ກັບ​ສະພາບ​ຕົວ​ຈິງ, ​ເໝາະ​ສົມ​ກັບ​ເງື່ອ​ນ​ໄຂ​ທາງ​ດ້ານ​ເສດຖະກິດ​ສັງຄົມ​ຂອງ​ປະ​ເທດ​ຊາດ​ໃນ​ແຕ່ລະ​ໄລຍະ. ຕາມ​ທ່ານ​ນາງ ຟ້າ​ມທິຫາຍ​ຈ່ວຽນ, ລັດຖະມົນຕີ​ກະຊວງ​ແຮງ​ງານ ທະຫານ​ເສຍ​ອົງຄະ​ ​ແລະ ສັງຄົມ​ຫວຽດນາມ​ແລ້ວ, ​ຜູ້​ມີ​ຄຸນງາມຄວາມດີ ນັບ​ມື້​ນັບ​ໄດ້​ຮັບ​ຄວາມ​​ເອົາ​ໃຈ​ໃສ່ທາງ​ດ້ານ​ວັດ​ຖຸ​ ​ແລະ ຈິດ​ໃຈ​ ຈາກ ລັດ ​ແລະ ສັງຄົມກວ່າ. ນອກ​ຈາກ​ຊ່ວຍ​ຫນູນ​ບຸລິມະສິດ, ​ຜູ້​ມີ​ຄຸນງາມຄວາມດີ ຍັງ​ໄດ້​ຊົມ​ໃຊ້​ລະບອບ​ເບິ່ງ​ແຍງ​ສຸຂະພາບ, ປັບປຸງ​ເຮືອນ​ຢູ່, ບຸລິມະສິດ​ໃນ​ການ​ສອນວິຊາ​ຊີບ, ສ້າງ​ວຽກ​ເຮັດ​ງານ​ທຳ.. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ​ກະຊວງ, ຂະ​ແຫນງ​ການ, ທ້ອງ​ຖິ່ນ​ຈຳນວນ​ຫນຶ່ງ, ການ​ຊີ້​ນຳ​ນຳພາ, ກາ​ນຈັດ​ຕັ້ງ​ປະຕິບັດ​ນະ​ໂຍບາຍ​ຕໍ່​ຜູ້​ມີ​ຄຸນງາມຄວາມດີ​ຕໍ່​ການ​ປະຕິວັດ​ບໍ່​ທັນ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ຢ່າງ​ເຖິງ​ຖອງ, ການຈັດ​ຕັ້ງ​ປະຕິບັດ​ນະ​ໂຍບາຍ​ບໍ່​ທັນ​ຖືກຕ້ອງ. ສະ​ນັ້ນ ບັ້ນ​ສຳ​ຫລວດ​ກວດກາ​ນະ​ໂຍບາຍ​ຕໍ່​ຜູ້​ມີ​ຄຸນງາມຄວາມດີ ຈະ​ປະກອບສ່ວນ​ຕີ​ລາຄາ​ຢ່າງ​ຄົບ​ຖ້ວນ, ປະກອບ​ສ່ວນ​ສ້າງ​ນະ​ໂຍບາຍ​ຂອງ​ພັກ ​ແລະ ລັດ​ຕໍ່​ຜູ້​ມີ​ຄຸນງາມຄວາມດີ​ໃຫ້​ສົມບູນ​ແບບ ​ພ້ອມ​ທັງ​ເສີມ​ຂະຫຍາຍ​ມູນ​ເຊື້​ອອັນ​ດີງາມຕອບ​ບຸນ​ແທນ​ຄຸນຂອງ​ຊາດ. ທ່ານ​ນາງ ຮ່າ​ທິລຽນ, ຮອງ​ປະທານ​ຄະນະ​ກຳມະການ​ສູນ​ການ​​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ຖື​ວ່າ:

        “​ເພື່ອ​ຍົກ​ສູງ​ລະດັບ​ຄອງ​ຊີບ​ໃຫ້​ແກ່​ຜູ້​ມີ​ຄຸນງາມຄວາມດີຕໍ່​ປະ​ເທດ​ຊາດ ກ່ອນ​ອື່ນ​ໝົດ ຕ້ອງ​ເຮັດ​ໃຫ້​ຜູ້​ມີ​ຄຸນງາມຄວາມດີ​ໄດ້​ຊົມ​ໃຊ້​ນະ​ໂຍບາຍ​ຢ່າງ​ຄົບ​ຖ້ວນ ​ແລະ ບັ້ນ​ສຳ​ຫລວດ​ກວດກາ​ຄັ້ງນີ້ ກໍ​ແມ່ນ​ຈຸດປະສົງ​ເພື່ອ​ໃຫ້​ພວກ​ເຮົາ​ສືບ​ຕໍ່​ປະຕິບັດ​ນະ​ໂຍບາຍ​ຂອງ​ພັກ ​ແລະ ລັດ. ພ້ອມ​ກັບ​ການ​ພັດທະນາ​ຂອງ​ປະ​ເທດ​ຊາດ ບັນດາ​ນະ​ໂຍບາຍ​ຂອງ​ພັກ ​ແລະ ລັດ ຕໍ່​ຜູ້​ມີ​ຄຸນງາມຄວາມດີ ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ຫລາຍ​ກວ່າ,​ ຊີວິດ​ການ​ເປັນ​ຢູ່​ຂອງ​ເຂົາ​ເຈົ້າ​ກໍ​ໄດ້​ຮັບການ​​ປັບປຸງ​ດີ​ກວ່າ.”

        ຜັນ​ຂະຫຍາຍ​ຢ່າງ​ຄົບ​ຊຸດ, ​ແຫນ້ນ​ແຟ້ນຈາກ​ສູນ​ກາງ​ລົງ​ຮອດ​ທ້ອງ​ຖິ່ນ

        ຢູ່​ສູນ​ກາງ, ​ແຕ່​ເດືອນ 3/2014, ກະຊວງ​ແຮງ​ງານ, ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ​ຫວຽດນາມ, ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ໂດຍ​ກົງ​ຜ່ານ​ເຄືອ​ຂ່າຍ​ອິນ​ເຕີ​ແນັດ ທົ່ວ​ປະ​ເທດກ່ຽວ​ກັບ​ການ​ຝືກອົບຮົມ​ໂຄງການ​ດັ່ງກ່າວ. ທ່ານ​ນາງຮ່າ​ທິລຽນ, ຮອງ​ປະທານ​ຄະນະ​ກຳມະການ​ສູນ​ກາງແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ໃຫ້​ຮູ້​ວ່າ:

        “ພວກ​ຂ້າພະ​ເຈົ້າ​ໄດ້​ປະຕິບັດ​ຢ່າງ​ລະອຽດ​ວິວັດ​ການ​ກະກຽມ​ກ່ອນ​ຜັນ​ຂະຫຍາຍ​ໃນ​ທົ່ວ​ປ​ະ​ເທດ. ​ເພ່ືອ​ປະຕິບັດ​ຫນ້າ​ທີ່​ນີ້, ຄະນະ​ສຳ​ຫລວດກວດກາທຸກ​ຂັ້ນ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ ​ແລະ ຢູ່​ເຂດຊຸ​ມຊົນ ກໍ​ໄດ້​ສ້າງ​ຕັ້ງ​ຫນ່ວຍ​ສຳ​ຫລວດ​ກວດກາ, ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ສະມາ​ຄົມ​ນັກຮົບ​ເກົ່າ, ສະຫະພັນ​ແມ່ຍິງ, ຄະນະ​ຊາວ​ຫນຸ່ມ ​ເພ່ືອ​ຮັບປະກັນ​ລັກສະນະ​ພາວະ​ວິ​ໄສ.”

        ​ເພື່ອ​ຜັນ​ຂະຫຍາຍ​ບັ້ນ​ສຳ​ຫລວດ​ກວດກາ, ​ໃນ 2 ປີ ຄື​ປີ 2014-2015, ນະຄອນ ​ໂຮ່ຈິ​ມີນ ​ຄາດ​ຄະ​ເນ​ວ່າ​ຈະສຳ​ຫລວດ​ກວດກາ​ ຕໍ່​ເປົ້າ​ໝາຍຜູ້​ມີ​ຄຸນງາມຄວາມດີ 62.000 ຄົນ. ນອກ​ນັ້ນ ນະຄອນ​ໂຮ່ຈິ​ມີນ ຍັງ​ສຳ​ຫລວດ​ກວດກາ​ເບິ່ງ​ແຍງ​​ດູ​ແລແມ່​ຫວຽດນາມ ວິລະ​ຊົນ, ສຳ​ຫລວດ​ກວດກາ​ເຮືອນ​ແຫ່ງ​ສາຍ​ຈິດ​ມິດ​ໃຈ 16.000 ຫລັງ​ເພື່ອ​ສ້ອມ​ແປງ​ຫລື​ກໍ່ສ້າງ​ໃຫມ່. ຢູ່​ນະຄອນ ດາ​ຫນັງ​, ຄະນະ​ກຳມະການ​ປະຊາ​ຊົນ​ນະຄອນ ​ໄດ້​ຕົກລົງ​ສ້າງ​ຕັ້ງ​ຄະນະ​ສຳ​ຫລວດ​ກວດກາ ​ໂດຍ​ການ​ນຳ​ຄະນະ​ກຳມະການ​ປະຊາຊົນ​ເປ​ັນຫົວຫນ້າ​ຄະນະ. ຄາດ​ວ່າ ​ເດືອນ 8/2015, ຄະນະ​ກຳມະການ​ປະຊາຊົນ​ນະຄອນ ດາ​ຫນັງ ຈະລາ​ຍງານ​ໝາກຜົນ​ກາ​ນສຳ​ຫລວດ​ກວດກາ​ຕໍ່​ສູນ​ກາງ. ຕາມ​ກະຊວງ​ແຮງ​ງານ, ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ​ຫວຽດນາມ​ແລ້ວ, ປະຈຸ​ບັນ ວຽກ​ງານ​ຜັນ​ຂະຫຍາຍການ​ສຳ​ຫລວດ​ກວດກາ​ໄດ້​ຮັບ​ການ​ປະຕິ​ບັດ​ຢ່າງ​ເຂັ້ມ​ງວດ​ຈາກບັນດາ​ທ້ອງ​ຖິ່ນ, ຮັບປະກັນ​ຂັ້ນ​ຕອນ. ທ່ານ ​ເຢືອງມີ​ງ​ໂດ໋, ຮອງ​ຫົວຫນ້າ​ກົມ​ຮັບຜິດຊອບ​ວຽກ​ງານ​ຕໍ່ ຜູ້​ມີ​ຄຸນງາມຄວາມດີ, ສັງກັດ​ກະຊວງ​ແຮງ​ງານ​ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ​ຫວຽດນາມ ​ໃຫ້​ຮູ້​ວ່າ:

        “ມາ​ຮອດ​ປະຈຸ​ບັນ, ບັນດາ​ທ້ອງ​ຖິ່ນ ລ້ວນ​ແຕ່​ໄດ້​ຈັດ​ຕັ້ງ​ການສຳ​ຫລດວກ​ວດກາ​ທົດລອງສຳ​ເລັດ​ຜົນ.  63 ​ແຂວງ, ນະຄອນທັງ​ໝົດ ພວມ​ດຳ​ເນີນ​ການ​ສຳ​ຫລວດ​ກວດກາ​ຢູ່​ບັນດາ​ຕາ​ແສງທີ່​ຍັງ​ເຫລືອ ​ເພື່ອ​ຮອດ​​ທ້າຍເດືອນ 7/2014 ຈະ​ປະກາດ​ໝາກຜົນ​ໃນ​ເບື້ອງ​ຕົ້ນ.”

        ຕາມ​ລະດັບ​ຄວາມ​ໄວ​ການ​ປະຕິບັດ​ໂຄງການ, ຮອດ​ເດືອນ 8/2015, ຄະນະ​ກຳມະການ​ປະຊາຊົນ​ບັນດາ​ແຂວງ ​ໄດ້​ສ່ົງ​ບົດ​ລາຍ​ງານ​ສຳ​ຫລວດ​ກວດກາ​​ເຖິງ​ກະຊວງ​ແຮງ​ງານ, ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ ​ແລະ ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ. ​ເດືອນ 10/2015, ຜູ້ປະຈຳ​ຄະນະ​ກຳມະການ​ສູນ​ການ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ແລະ ກະ​ຊວງ​ແຮງ​ງານ, ທະ​ຫາຍ​ເສຍ​ອົງຄະ ​ແລະ ສັງຄົມ ​ຈະໄດ້​ລາຍ​ງານ​ຕໍ່​ລັດຖະບານ ​ແລະ ສະພາ​ແຫ່ງ​ຊາດ ໝາກຜົນ​ການ​ສຳ​ຫລວດ​ກວດກາ​ການ​ປະຕິບັດ​ນະ​ໂຍບາຍ​ບຸລິມະສິດ​ຕໍ່ ຜູ້​ມີ​ຄຸນງາມຄວາມດີ​ໃນ​ທົ່ວ​ປະ​ເທດ.

        ຜັນ​ຂະຫຍາຍ​ການ​ສຳ​ຫລວດ​ກວດກາ​ນະ​ໂຍບາຍ​ຕໍ່ ຜູ້​ມີ​ຄຸນງາມຄວາມດີ ທັງ​ສະ​ແດງ​ໃຫ້​ເຫັນ​ຫນ້າ​ທີ່​ຂອງ​ພັກ, ລັດ ຕໍ່ ຜູ້​ມີ​ຄຸນງາມຄວາມດີ ​ທັງ​ສະ​ແດງ​ໃຫ້​ເຫັນ​ລັກສະນະ​ດີ​ເລີດ​ໃນ​ນະ​ໂຍບາຍ​ຮັບປະກັນ​ຊີວິດ​ສັງຄົມ​ຂອງ​ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ