ສ້າງປະສິດທິຜົນໃຫ້ແກ່ວິວັດການສ້າງໂຄງປະກອບພື້ນຖານເສດຖະກິດຄືນໃຫມ່

(vovworld)- ສ້າງ​ອົງ​ປະກອບ​ການ​ລົງທຶນ​ຂອງ​ລັດ ​ແລະ ລັດ​ວິ​ສາ​ຫະກິດ​ຄືນ​ໃຫມ່​ໄດ້​ຮັບ​ຖື​ວ່າ ​ແມ່ນ 2 ຂົງ​ເຂດ​ສຳຄັນ​ຂອງ​​ແຜ​ນຮ່າງສັງ​ລວມ​ສ້າງ​ໂຄງ​ປະ​ກອບ​ພື້ນຖານ​ເສດຖະກິດ​ຫວຽດນາມ ຄືນ​ໃຫມ່.​ ນີ້​ກໍ​ແມ່ນ 2 ຫົວ​ຂໍ້​ຂອງ​ກອງ​ປະຊຸມ​ສຳ​ມະ​ນາ​ຊຶ່ງ​ດຳ​ເນີນ​ໄປ​ໃນ​ວັນ​ທີ 3/5 ຢູ່ ຮ່າ​ໂນ້ຍ ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ນັກວິທະຍາສາດ ​ແລະ ຜູ້​ຊ່ຽວຊານ​ເສດຖະກິດ​ກວ່າ 100 ທ່ານ.

ສ້າງປະສິດທິຜົນໃຫ້ແກ່ວິວັດການສ້າງໂຄງປະກອບພື້ນຖານເສດຖະກິດຄືນໃຫມ່ - ảnh 1
ໃນວາລະປຶກສາຫາລືຂອງຄະນະປະຈຳສະພາແຫ່ງຊາດກ່ຽວກັບແຜນຮ່າງ
ສ້າງໂຄງປະກອບພື້ນຖານເສດຖະກິດຄືນໃຫມ່.
ພາບ:vietnamexpress.vn

        ການ​ລົງທຶນ​ຂອງ​ລັດ ຢູ່ ຫວຽດນາມ ​ແມ່ນ​ອີງ​​ໃສ່​ 3 ​ແຫ​ລ່ງ​ທຶນຕົ້ນຕໍ​ຄື: ​​         ແຫ​ລ່ງທຶນ​ຈາກ​ງົບປະມານ​ແຫ່ງ​ລັດ, ​ທຶນ​ກູ້​ຢືມ​ຈາກ​ພັນທະບັດ​ຂອງ​ລັດຖະບານ ​ແລະ ທຶນ​ກູ້​ຢືມ​ຈາກ​ຕ່າງປະ​ເທດ. ຍ້ອນ​ການ​ລົງທຶນ​ຂອງ​ລັດ​ບໍ່​​ມີຈຸດ​ສຸມ, ​ໃຫ້ປະສິດທິ​ຜົນ​ຕຳ່​ໃນ​ໄລຍະ​ຜ່ານ​ມາ​ ​ໄດ້​​ເຮັດ​ໃຫ້​ບ້ວງ​ຫນິ້ສິນຂອງ​ລັດ​ເພີ່ມ​ຂຶ້ນ​ຢ່າງ​ວ່ອງ​ໄວ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້.​​ໄລ່​ມາ​ຮອດ​ປີ 2010, ຫນິ້ສິນ​ຂອງ​ລັດ​ ຫວຽດນາມ ກວມ​ກວ່າ 56,7% GDP. ຕາມ​ທ່ານ Vu Dinh Anh ຜູ້​ຊ່ຽວຊານ​ເສດຖະກິດ ​ແລ້ວ, ​ໃນ​ໄລຍະ​ມໍ່ໆ​ມາ​ນີ້ ຫນິ້ສິນ​ຂອງ​ລັດ​ເພີ່ມ​ຂຶ້ນ ​ໃນ​ຂະນະທີ່​ການ​ລົງທຶນ​ຂອງ​ລັດພັດ​ມີ​ທ່າ​ອ່ຽງຫລຸດ​ລົງ. ສາຍ​ເຫດ​ ​ແມ່ນ ຍ້ອນ​ມີ​ຫລາຍ​​ໂຄງການ​ລົງທຶນ​ຂອງ​ລັດ​ບໍ່​ມີ​ຄວາມ​ສາມາດ​ຊຳລະ​ຫນິ້ສິນ​ລວມທັງ​ຕົ້ນ​ທຶນ ​ແລະ ດອກ​ເບ້ຍ  ສະ​ນັ້ນ, ຈຳນວນ​ເງິນ​ເພື່ອ​ຊຳລະ​ບ້ວງ​ຕົ້ນ​ທຶນແມ່ນ​ອີງ​ໃສ່​ແຫ່​ລງງົບປະມານ, ​ເຮັດ​ໃຫ້​ເກິ​ດຂາດ​ດຸນ​ງົບປະມານ ​ແຕ່​ຈຳ​ເປັນຕ້ອງ​ກູ້​ຢືມ​ຕື່ມເພື່ອ​ລົງທຶນ. ທ່ານ Vu Dinh Anh ຖື​ວ່າ: ຂອບ​ຂະຫນາດ​ຫນິ້ສິນຂອງ​ລັດ ​ແລະ ​ຫນິ້ສິນ​ກູ້​ຢືມ​ຈາກ​ຕ່າງປະ​ເທດ​ເພີ່ມ​ຂຶ້ນ​ສູງ ຈະ​ກໍ​ຄວາມ​ສ່ຽງ​​ດ້ານ​ການ​ເງິນ. ສະ​ນັ້ນ​ ສ້າງ​ອົງ​ປະກອບ​ການ​ລົງທຶນ​ຂອງ​ລັດ ຕ້ອງ​ປະຕິບັດ​ຕາມ​ທິດ​ຍົກ​ສູງ​ປະສິດທິ​ຜົນ​ເງິ​ນລົງທຶນ ​ແລະ ບໍ່​ສົ່ງ​ຜົນ​ສະທ້ອນ​ເຖິງ​ຫນິ້ສິນ​ຂອງ​ລັດ.

        “ຂອບ​ຂະຫນາດ​ການ​ລົງທຶນ​ຂອງ​ລັດ​ໃນ​ໄລຍະ 5 -10 ປີ​ຈະ​ມາ​ເຖິງ ​ແມ່ນ​ ເພີ່ມ​ຂອບ​ຂະຫນາດ​ການ​ເຕີບ​ໂຕ​ເສດຖະກິດ​ເປັນ​ຫລັກ, ຜ່ານ​ນັ້ນ ຍັງ​ຄົງ​ຮັກສາ​ລາຍ​ຮັບ​ງົບປະມານ​ຢູ່​ອັດຕາ​ຕຳ່​ກວ່າ. ​ໃນ​ສະພາບທີ່ແຫ​ລ່ງກຳລັງ​ຈຳກັດ​ຢູ່ ​ແມ່ນຕ້ອງ​ສຸມ​ໃສ່​ເຂົ້າ​ໃນ​ບັນດາ​ໂຄງການ​ມີ​ປະສິດທິ​ຜົນ​ກວ່າ​ໝູ່. ບັນດາ​ໂຄງການ​​ເຫລົ່ານັ້ນ ບໍ່​ພຽງ​ແຕ່​ສຸມ​ໃສ່​ໃຫ້​ແກ່​ພື້ນຖານ​ໂຄງ​ລ່າງ​ເທົ່າ​ນັ້ນ ຫາກ​ຍັງ​ຕ້ອງ​ພິຈາລະນາ​ປະສິດທິ​ຜົນ​ດ້ານ​​ເສດຖະກິດ​ການ​ເງິນອີກ​ດ້ວຍ ​ເພື່ອ​ຫລຸດຜ່ອນ​ຄວາມ​ສ່ຽງ​​ໃຫ້​ແກ່​ຫນິ້ສິນຂອງ​ລັດ.”

        ​ເພື່ອ​ໃຫ້ການ​ສ້າ​ງອົງ​ປະກອບ​ການ​ລົງທຶນ​ຂອງ​ລັດ​ໃນ​ໄລຍະ​ປະຈຸ​ບັນ​ບັນລຸ​ປະສິດທິ​ຜົນ, ຕາມ​ຜູ້​ຊ່ຽວຊານ​ເສດຖະກິດ​​ ຫວຽດນາມ ຫລາຍທ່ານ​ແລ້ວ ຄວນ​ກວດກາ​ການ​ລົງທຶນ​ຂອງ​ລັດ​ຢ່າງ​​ແຫນ້ນ​ແຟ້ນ. ​ດອກ​ເຕີ Tran Dinh Thien ຫົວຫນ້າ​ສະ​ຖາ​ບັນ​ເສດຖະກິດ ຫວຽດນາມ ຖື​ວ່າ:

        “ຫລຸດຜ່ອນ​ການ​ລົງທຶນ​ຕ້ອງ​ຄິດ​ໄລ່​ຊັ່ງຊາ​ເຖິງ​ບັນຫາ​ກ່ຽວກັບ​ປະສິດທິ​ຜົນ. ພວ​ກ​ເຮົາ​ບໍ່​ຄວນ​ປຶກສາ​ຫາລືເຖິງ​ຈຳນວນ​ໂຄງການ ຫາກ​ເອົາ​ໃຈ​ໃສ່​ເຖິງ​ປະສິດທິ​ຜົນ. ທາງ​ລັດ​ໄດ້​ລົງທຶນ​ຫລາຍ​ໂຄງການ​ເກີ​ນ​ໄປ ​ບໍ່​ສາມາດຄຸ້ມ​ຄອງ​ໄດ້. ອັນໃດ​ກໍ​ຈຳ​ເປັນ ​ແຕ່​ພວກ​ເຮົາ​ຕ້ອງ​ລົງທຶນ​ຢ່າງ​ມີ​ຈຸດ​ສຸມ.

        ກ່ຽວ​ກັບ​ການ​ສ້າງ​ໂຄງ​ປະກອບ​ລັດ​ວິ​ສາ​ຫະກິດ​ຄືນ​ໃຫມ່, ຕາມ​ບັນດາ​ຜູ້​ຊ່ຽວຊານ​​ແລ້ວ, ລັດ​ວິ​ສາ​ຫະກິດ​ຕ້ອງ​​​ແມ່ນກະດູກ​ສັນຫລັງ​ຂອງພື້ນຖານ​​ເສດຖະກິດ, ​ແຕ່​ເຖິງ​ຢ່າງ​ໃດ​ກໍ​ຕາມ ​ໃນ​ໄລຍະ​ຍາວຜ່ານ​ມາ ສະພາບ​ການ​ລັດ​ວິ​ສາ​ຫະກິດ​ດຳເນີນ​ທຸລະ​ກິດ​ນັ້ນ ບັນລຸ​ປະສິດທິ​ຜົນ​ບໍ່​ສົມ​ກັບ​ຂອບ​ຂະຫນາດ. ກຸ່ມ​ວິ​ສາ​ຫະກິດ​ນີ້ ກວມ​ເກືອບ 50% ​ແຫ​ລ່ງສິນ​ເຊື່ອ​ຂອງ​ພື້ນຖານ​ເສດຖະກິດ ​ແຕ່​ປະສິດທິ​ຜົນ​ດ້ານ​ເສດຖະກິດ​ບໍ່​​ໄດ້​ເທົ່າ​ທີ່​ຄວນ. ​ເມື່ອ​ເຕຶ້ອງ​ເຖິງ​ບັນຫາ​ນີ້, ທ່ານ Truong Dinh Tuyen ອະ​ດີດ​ລັດຖະມົນຕີ​ກະຊວງ​ການ​ຄ້າ ຫວຽດນາມ ຖື​ວ່າ: ຕ້ອງ​ກຳນົດ​ໃຫ້​ໄດ້​ບັນດາ​ອາຊີບ​ ທີ່ຈຳ​ເປັນ​ຕ້ອງມີ​ການ​ເຂົ້າຮ່ວມ​ຂອງ​ລັດ​ວິ​ສາ​ຫະກິດ ​ແລະ ອັດຕາ​ສ່ວນ​ເຂົ້າ​ຮ່ວມ​ຕ້ອງ​ລະອຽດ. ພ້ອມ​ກັບ​ການ​ຍູ້​ແຮງ​ການ​ຫັນ​ລັດ​ວິ​ສາ​ຫະກິດ​ເປັນ​ຫຸ້ນ​ສ່ວນ ພວກ​ເຮົາ​ຕ້ອງ​ຈັດ​ວາງ​ລັດ​ວິ​ສາ​ຫະກິດ​ເຂົ້າ​ໃນ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ແກ້ງ​ແຍ້​ງຢ່າງ​ສະ​ເຫມີ​ກັບ​​ວິ​ສາ​ຫະກິດ​ຂຶ້ນ​ກັບ​ພາກສ່ວນ​ເສດຖະກິດ​ອື່ນ ​ແລະ ການ​ປ່ຽນ​ໃຫມ່​ວິທີ​ບໍລິຫານ​ລັດ​ວິ​ສາ​ຫະກິດ. ຕາມທ່ານ Tran Xuan Gia ອະດີດ​ລັດຖະມົນຕີ​ກະຊວງ​ແຜນການ ​ແລະ ການ​ລົງທຶນ ​ແລ້ວ, ລັດ​ວິ​ສາ​ຫະກິດ​ພຽງ​ແຕ່​​ມີຫນ້າ​​ໃນ​ບັນດາ​ຂົງ​ເຂດ​ກ່ຽວຂ້ອງ​ເຖິງ​ການ​ປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ທາງ​ສັງຄົມ, ສ່ວນ​ທີ່ຍັງ​ເຫລືອ​ປະ​ໃຫ້​ພາກ​ເອກະ​ຊົນຮັບຜິດຊອບ, ທາງລັດ​ພຽງ​ແຕ່​ຄຸ້ມ​ຄອງ ​ແລະ ​ເກັບ​ອາກອນ​ເທົ່າ​ນັ້ນ. ທ່ານ Le Dang Doanh ຜູ້​ຊ່ຽວຊານ​ເສດຖະກິດ​ຍົກ​ຄຳ​ເຫັນ​ວ່າ:

        “​ຂະ​ແຫນງ​ໃດ​ຕ້ອງ​ລົງທຶນ​ເຂົ້າ​ຂະ​ແຫນງ​ນັ້ນ ຕົວຢ່າງ: ​ໄຟຟ້າ ພຽງ​ແຕ່​ລົງທຶນ​ໃນ​ໂຄງການ​​ໄຟຟ້າ​ເທົ່າ​ນັ້ນ. ປະຈຸ​ບັນ ຈຳນວນ​ເງິນ​ລົງທຶນ​ນອກ​ຂະ​ແຫນງ​ແມ່ນ 20.000 ຕຶ້ື້ດົງ ​ແລະ ຕ້ອງ​ເກັບ​ທຶນ​ຄືນ​ຕາມ​ຄຳ​ຮຽກຮ້ອງ​​ຂອງ​ນາຍົກລັດຖະມົນຕີ. ຂ້າພະ​ເຈົ້າ​ຄິດ​ວ່າ ​ໃນ​ໄລຍະ​ຈະ​ມາ​ເຖິງ, ລັດ​ວິ​ສາ​ຫະກິດຈະ​ເຄື່ອນ​ໄຫວ​​ເປັນ​ຈຸດ​ສຸມ​ກວ່າ, ມີ​ຈຸດປະສົງ​ກວ່າ ​ແລະ​ສຳ​ເລັດ​ຫນ້າທີ່ຫລັກ​ແຫ​ລ່ງ​ທີ່​ໄດ້​ຮັບ​ການ​ມອບ​ໝາຍ.”

        ບັນດາ​ຜູ້​ຊ່ຽວຊານ​ເສດຖະກິດ​ກໍ​ກ່າວ​ເຕືອນ​ວ່າ ​ວິ​ສາ​ຫະກິດ​ແຕ່ລະ​ແຫ່ງ ຄວນ​ມີ​ບາດກ້າວ​ປ່ຽນ​ແປງ​ວິທີ​ບໍລິຫານ​ເທື່ອ​ລະ​ກ້າວ, ​ເພີ່ມ​ທະວີ​ຄຸນ​ນະພາ​ບວຽກ​ງາ​ນບໍລິຫານ​ພາຍ​ໃນ, ຂໍ້​ມູນ​ຂ່າວສານ​ຕ້ອງ​​ເປີດ​ເຜີຍ ​ແລະ ປະຕິບັດ​ການກວດ​ສອບ​ ​ເອກະລາດ, ລົງທຶນ​ໃຫ້​​ແກ່​ການ​ພັດທະນາ​ເຄື່ອງໝາຍ​ການ​ຄ້າ ​ແລະ ​ເຕັກ​ໂນ​ໂລ​ຊີ​ໃຫມ່ຢ່າງ​ເໝາະ​ສົມ. ​ເຮັດ​ໄດ​້ຄື​ແນວ​ນັ້ນ ​ເລື່ອງ​ສ້າງ​ໂຄງ​ປະກອບ​ເສດຖະກິດ​ຄືນ​ໃຫມ່​ຈຶ່ງ​ເສີມ​ຂະຫຍາຍ​ປະສິດທິ​ຜົນ​​ໄດ້.

ນັກ​ຂ່າວ Thuy Van

ຕອບກັບ

ຂ່າວ/ບົດ​ອື່ນ