ສ້າງ​ພື້ນ​ຖານ​ເສດ​ຖະ​ກິດ​ເອ​ກະ​ລາດ, ເປັນ​ເຈົ້າ​ຕົນ​ເອງ​ຕິດ​ພັນ​ກັບ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ

(VOVWORLD) -ເວທີປາໄສເສດຖະກິດ ຫວຽດນາມ ຄັ້ງທີ 4 ດ້ວຍຫົວຂໍ້ “ສ້າງພື້ນຖານເສດຖະກິດເອກະລາດ, ເປັນເຈົ້າຕົນເອງຕິດພັນກັບການເຊື່ອມໂຍງເຂົ້າກັບສາກົນໃນສະພາບການໃໝ່” ຄາດວ່າຈະຈັດຕັ້ງຢູ່ນະຄອນ ໂຮ່ຈີມິນ ໃນວັນທີ 5 ມິຖຸນາຈະມາເຖິງ. ເວທີປາໄສດັ່ງກ່າວຈະແລກປ່ຽນຄຳເຫັນ, ແບ່ງປັນທັດສະນະກ່ຽວກັບເນື້ອໃນພື້ນຖານເສດຖະກິດເອກະລາດ, ເປັນເຈົ້າຕົນເອງ, ພ້ອມທັງສະເໜີບັນດາແຜນນະໂຍບາຍ, ວິທີການແກ້ໄຂໃຫຍ່ໃຫ້ແກ່ການກໍ່ສ້າງກຳລັງຄວາມສາມາດເປັນເຈົ້າຕົນເອງຂອງພື້ນຖານເສດຖະກິດ ຫວຽດນາມ.

ສ້າງ​ພື້ນ​ຖານ​ເສດ​ຖະ​ກິດ​ເອ​ກະ​ລາດ, ເປັນ​ເຈົ້າ​ຕົນ​ເອງ​ຕິດ​ພັນ​ກັບ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ - ảnh 1ທ່ານ ເຈິ່ນກວັກເຟືອງ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ (ພາບ:  baotintuc.vn)

ໄລຍະຜ່ານມາ, ໂລກລະບາດໂຄວິດ - 19 ໄດ້ກໍ່ຜົນສະທ້ອນຢ່າງເລິກເຊິ່ງຕໍ່ພື້ນຖານເສດຖະກິດໃນທົ່ວໂລກ, ດ້ານອື່ນຕາມຫຼາຍແງ່ມູມກໍ່ໄດ້ກໍ່ຜົນກະທົບຕໍ່ເສດຖະກິດ - ສັງຄົມຂອງ ຫວຽດນາມ. ດ້ານໜຶ່ງ ໂຄວິດ - 19 ໄດ້ເຮັດໃຫ້ບັນຫາທີ່ຍັງຄົງຄ້າງຈະແຈ້ງກ່ວາ, ກໍ່ສິ່ງທ້າທາຍ ໃຫຍ່ຫຼາຍຢ່າງຕ້ອງໄດ້ແກ້ໄຂຂອງພື້ນຖານເສດຖະກິດ, ດ້ານອື່ນ ກໍ່ເປີດກາລະໂອກາດ, ທິດທາງພັດທະນາໃໝ່, ມຸ່ງໄປເຖິງເປົ້າໝາຍທັງ ຮັບມືກັບພະຍາດໂຄວິດ - 19ຢ່າງມີປະສິດທິຜົນ, ທັງຮັກສາສະຖຽນລະພາບເສດຖະກິດມະຫາພາກ, ຊຸກຍູ້ການເຕີບໂຕ ແລະ ຮັບປະກັນຊີວິດການເປັນຢູ່ຂອງປະຊາຊົນ. ໃນສະພາບການນັ້ນ, ຮຽກຮ້ອງໃຫ້ຕ້ອງສືບຕໍ່ປະຕິບັດການສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່ຢ່າງມີປະສິດທິຜົນ ແລະ ແທດຈິງ, ຊ່ວຍສ້າງພື້ນຖານໃຫ້ແກ່ການພັດທະນາແບບຍືນຍົງຂອງປະເທດຊາດ ໃນໄລຍະກາງ ແລະ ໄລຍະຍາວ. ເປົ້າໝາຍເຊິ່ງເວທີປາໄສເສດຖະກິດ ຫວຽດນາມຄັ້ງທີ 4 ປີນີ້ມຸ່ງໄປເຖິງນັ້ນແມ່ນ ຄາດຄະເນການຜັນແປຂອງເສດຖະກິດສາກົນ, ບັນດາທ່າອ່ຽງໃໝ່ໃນໂລກພາຍຫຼັງພະຍາດໂຄວິດ - 19, ຕີລາຄາ, ໄຈ້ແຍກກ່ຽວກັບບັນດາຜົນງານ, ຂໍ້ຄົງຄ້າງ  ແລະ ສິ່ງຈຳກັດ ໃນການພັດທະນາເສດຖະກິດ - ສັງຄົມ, ການຮັບມືກັບພະຍາດໂຄວິດ - 19 ຢູ່ ຫວຽດນາມໃນໄລຍະຜ່ານມາ ຢ່າງພາວະວິໄສ, ຮອບດ້ານ, ເລິກເຊິ່ງ ແລະ ກຳນົດບັນດາທັດສະນະ, ໜ້າທີ່, ມາດຕະການ, ຂັ້ນຕອນປະຕິຮູບ, ສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່ເພື່ອແນໃສ່ແກ້ໄຂຄວາມຫຍຸ້ງຍາກ, ຜ່ານຜ່າສິ່ງທ້າທາຍ, ຍາດແຍ່ງກາລະໂອກາດເພື່ອປະຕິບັດເປົ້າໝາຍພັດທະນາເສດຖະກິດ -ສັງຄົມ. ທ່ານ ຫງວຽນແທັງຟອງ ຮອງຫົວໜ້າຄະນະເສດຖະກິດສູນກາງ ໃຫ້ຮູ້ວ່າ:

ໜຶ່ງໃນບັນດາບັນຫາຫຼັກແຫຼ່ງຕ້ອງມີລັກສະນະສັງລວມ ແລະ ຍາວນານໃນການພັດທະນາເສດຖະກິດຂອງປະເທດຊາດ ໃນໄລຍະນັ້ນຕ້ອງສ້າງພື້ນຖານເສດຖະກິດພັດທະນາ, ຂະຫຍັນຂັນເຄື່ອນໂດຍໄວ ແລະ ຍືນຍົງ, ເອກະລາດ, ເປັນເຈົ້າຕົນເອງ ບົນພື້ນຖານວິທະຍາສາດເຕັກໂນໂລຢີປ່ຽນແປງໃໝ່ປະດິດຄິດສ້າງ ຕິດພັນກັບການຍົກສູງປະສິດທິຜົນໃນການເຄື່ອນໄຫວການພົວພັນຕ່າງປະເທດ ແລະ ເຊື່ອມໂຍງເຂົ້າກັບສາກົນຄືໄດ້ກຳນົດໃນເປົ້າໝາຍສັງເຂບຂອງຍຸດທະສາດພັດທະນາເສດຖະກິດສັງຄົມ 2021 2030 ທີ່ໄດ້ຮັບຮອງເອົາຢູ່ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດ ຫວຽດນາມ.

ເວທີປາໄສດ້ານເສດຖະກິດ ຫວຽດນາມ ຄັ້ງທີ 4 ລວມມີ ວາລະຄົບຄະນະ - ການໂອ້ລົມສົນທະນາຂັ້ນສູງດ້ວຍຫົວຂໍ້ “ສ້າງພື້ນຖານເສດຖະກິດເອກະລາດ, ເປັນເຈົ້າຕົນເອງ ຕິດພັນກັບການເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງກ້ວາງຂວາງໃນສະພາບການໃໝ່”. ພ້ອມທັງ, ມີ ກອງປະສຸມສຳມະນາຫົວເລື່ອງສະເພາະ ດ້ວຍ3 ຫົວເລື່ອງນັ້ນແມ່ນ: “ພັດທະນາລະບົບສະໜອງແຮງງານເປັນປົກກະຕິຫຼັງໂຄວິດ - 19”, “ພັດທະນາຕະຫຼາດທຶນຮອນ ແລະ ຕະຫຼາດອະສັງຫາລິມະຊັບ”, “ປ່ຽນແປງໃໝ່ເຕັກໂນໂລຢີ, ຫັນເປັນດີຈີຕອນ ແລະ ຫັນລະບົບສະໜອງເປັນຫຼາຍຮູບຫຼາຍແບບ”. ເວທີປາໄສກໍ່ຈະແລກປ່ຽນຄຳເຫັນ, ແບ່ງປັນທັດສະນະກ່ຽວກັບເນື້ອໃນພື້ນຖານເສດຖະກິດເອກະລາດ, ເປັນເຈົ້າຕົນເອງ, ພ້ອມທັງ ສະເໜີແຜນນະໂຍບາຍ, ວິທີການແກ້ໄຂໃຫຍ່ໃຫ້ແກ່ວຽກງານສ້າງກຳລັງຄວາມສາມາດເປັນເຈົ້ນຕົນເອງຂອງພື້ນຖານເສດຖະກິດ. ສະເໜີບັນດາວິທີການສຳຜັດລະຫວ່າງການສ້າງພື້ນຖານເສດຖະກິດເປັນເຈົ້າຕົນເອງ ແລະ ເຊື່ອມໂຍງໃນສະພາບການໃໝ່. ໃນນັ້ນ, ການເປັນເຈົ້າຕົນເອງ ດ້ານເຕັກໂນໂລຢີ ແລະ ການຕະຫຼາດພາຍໃນປະເທດແມ່ນ 2 ເນື້ອໃນຈຸດສຸມ ຂອງເວທີປາໄສ. ລະອຽດແມ່ນ, ການເປັນເຈົ້າຕົນເຕັກໂນໂລຢີ ແມ່ນ “ເສົາຄ້ຳ” ຂອງຍຸດທະສາດພັດທະນາເສດຖະກິດແຫ່ງຊາດ, ສ່ວນການກໍ່ສ້າງຕະຫຼາດພາຍໃນປະເທດແມ່ນ “ໄມ້ງັດ”. ກ່ຽວກັບເນື້ອໃນ “ປ່ຽນແປງໃໝ່ເຕັກໂນໂລຢີ, ຫັນເປັນດີຈີຕອນ ແລະ ຫັນລະບົບສະໜອງເປັນຫຼາຍຮູບແບບ”, ທ່ານ ເຈິ່ນກວັກເຟືອງ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ເນັ້ນໜັກວ່າ:

ໜຶ່ງໃນບັນດາປັດໄຈສຳຄັນທີ່ສຸດໃນການສ້າງພື້ນຖານເສດຖະກິດເອກະລາດ, ເປັນເຈົ້າຕົນເອງແມ່ນຕ້ອງມີເອກະລາດ, ເປັນເຈົ້າເຕັກໂນໂລຢີ ປັດຈຸບັນພວກເຮົາບັນລຸໄດ້ຫຼາຍບາດກ້າວພັດທະນາຢ່າງໃຫຍ່ຫຼວງທີ່ສຸດ ກ່ຽວກັບເຕັກໂນໂລຢີ ຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການຂອງການປະຕິວັດອຸດສາຫະກຳ 4.0, ເຖິງຢ່າງໃດກໍ່ຕາມ, ເມື່ອທຽບໃສ່ກັບເປົ້າໝາຍທີ່ວາງອອກ ພວກເຮົາຍັງຊັກຊ້າພໍສົມຄວນ. ດັ່ງນັ້ນ, ການຕັ້ງບັນຫາເພື່ອປຶກສາຫາລືກ່ຽວກັບການປ່ຽນແປງໃໝ່ເຕັກໂນໂລຢີຫັນເປັນດີຈີຕອນໃນເວທີປາໄສເສດຖະກິດຄັ້ງນີ້ແມ່ນເນື້ອໃນສຳຄັນທີ່ສຸດ ແລະ ຕິດພັນກັບຫົວຂໍ້ສ້າງພື້ນຖານເສດຖະກິດເອກະລາດ, ເປັນເຈົ້າຕົນເອງ.

ເວທີປາໄສເສດຖະກິດ ຫວຽດນາມ ແມ່ນເຫດການປະຈຳປີ ໄດ້ຈັດຕັ້ງມາແຕ່ປີ 2017 ຈົນຮອດປັດຈຸບັນ, ຍາມໃດກໍ່ສ້າງຊື້ສຽງມີກຳລັງແຜ່ກະຈາຍຢ່າງເລິກເຊິ່ງກວ້າງຂວາງໃນທົ່ວປະເທດແລະ ສາກົນ, ໂດຍໄດ້ຮັບການຕີລາຄາແມ່ນເວທີປາໄສດ້ານເສດຖະກິດແຖວໜ້າລະດັບພາກພື້ນ ແລະ ສາກົນຂອງ ຫວຽດນາມ. ໃນກອງປະຊຸມຄົບຄະນະຂອງເວທີປາໄສປີນີ້, ຈະດຳເນີນການໂອ້ລົມສົນທະນາຂັ້ນສູງໂດຍມີການເຂົ້າຮ່ວມຂອງການນຳພັກ, ລັດ. ພິເສດ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງຈະມີບົດກ່າວປາໄສສຳຄັນເພື່ອສະຫຼຸບເວທີປາໄສ.

ຕອບກັບ

ຂ່າວ/ບົດ​ອື່ນ