ສ້າງພື້ນທີ່, ເງື່ອນໄຂເພື່ອເສີມຂະຫຍາຍກຳລັງຄວາມສາມາດ, ກຳລັງປະດິດຄິດສ້າງ ຂອງໄວໜຸ່ມຢ່າງສຸດຂີດ

(VOVWORLD) - ການ ຫັນເປັນດີຈີຕອນ ແລະ ນະວັດຕະກໍາ ແມ່ນທ່າອ່ຽງທີ່ຈຳເປັນເພື່ອຊ່ວຍເລັ່ງລັດກວ່າ, ສ້າງຄວາມສະເໝີພາບກວ່າ ໃນການປະຕິບັດບັນດາເປົ້າໝາຍການພັດທະນາ ແບບຍືນຍົງສຳລັບແຕ່ລະປະເທດ.
ສ້າງພື້ນທີ່, ເງື່ອນໄຂເພື່ອເສີມຂະຫຍາຍກຳລັງຄວາມສາມາດ, ກຳລັງປະດິດຄິດສ້າງ ຂອງໄວໜຸ່ມຢ່າງສຸດຂີດ - ảnh 1(ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ)

“ບົດບາດຂອງໄວໜຸ່ມໃນການຊຸກຍູ້ການປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ ຜ່ານການຫັນເປັນດີຈີຕອນ ແລະ ນະວັດຕະກຳ” ແມ່ນຫົວຂໍ້ຂອງກອງປະຊຸມສະມາຊິກລັດຖະສະພາສະພາໜຸ່ມທົ່ວໂລກຄັ້ງທີ 9 ທີ່ໄດ້ໄຂຂຶ້ນໃນວັນທີ 15 ກັນຍາ, ຢູ່ ຮ່າໂນ້ຍ. ນີ້ແມ່ນເນື້ອໃນສອດຄ່ອງກັບທ່າອ່ຽງທີ່ຈຳເປັນໃນປະຈຸບັນ ແລະ ໄດ້ຮັບຖືວ່າແມ່ນບຸລິມະສິດຂອງຫຼາຍປະເທດ; ພ້ອມກັນນັ້ນ, ກໍ່ແມ່ນຂົງເຂດທີ່ໄວໜຸ່ມເວົ້າລວມ, ບັນດາສະມາຊິກລັດຖະສະພາໜຸ່ມ, ສະມາຊິກສະພາແຫ່ງຊາດໜຸ່ມ ເວົ້າສະເພາະ ສາມາດເສີມຂະຫຍາຍກຳລັງແຮງຂອງຕົນໃນການປະຕິບັດ ເປົ້າໝາຍພັດທະນາແບບຍືນຍົງຂອງບັນດາປະເທດ.

ຫົວຂໍ້ຂອງກອງປະຊຸມສະມາຊິກລັດຖະສະພາໜຸ່ມທົ່ວໂລກຄັ້ງທີ 9 ແມ່ນ “ບົດບາດຂອງໄວໜຸ່ມໃນການຊຸກຍູ້ການປະຕິບັດບັນດາເປົ້າໝາຍການພັດທະນາແບບຍືນຍົງ ຜ່ານການຫັນເປັນດີຈີຕອນ ແລະ ນະວັດຕະກຳ” ຕອບສະໜອງໄດ້ 3 ເປົ້າໝາຍສຳຄັນຄື: ທີ 1 ແມ່ນເຕື້ອງເຖິງບັນດາບັນຫາທົ່ວໂລກ ເຊິ່ງທຸກໆປະເທດຕ້ອງຮ່ວມມືກັນແກ້ໄຂ. ທີ 2 ແມ່ນ, ຕອບສະຫນອງໄດ້ຄວາມຕ້ອງການສ່ວນຕົວ ຂອງໄວຫນຸ່ມ. ທີ 3 ແມ່ນ, ສອດຄ່ອງກັບການກຳນົດທິດພັດທະນາຂອງ ຫວຽດນາມ ໃນໄລຍະຈະມາເຖິງ. ບັນດາເປົ້າໝາຍດັ່ງກ່າວແມ່ນມີສາຍພົວພັນທີ່ສະໜິດຕິດພັນນຳກັນ, ສ້າງເງື່ອນໄຂເພື່ອເສີມຂະຫຍາຍກຳລັງຄວາມສາມາດ, ກຳລັງປະດິດຄິດສ້າງຂອງໄວໜຸ່ມຢ່າງສຸດຂີດ, ປະກອບສ່ວນໃຫ້ແກ່ການພັດທະນາຂອງແຕ່ລະປະເທດ ກໍ່ຄືສັນຕິພາບ, ຄວາມວັດທະນາຖາວອນໃນທົ່ວໂລກ.

ສ້າງພື້ນທີ່, ເງື່ອນໄຂເພື່ອເສີມຂະຫຍາຍກຳລັງຄວາມສາມາດ, ກຳລັງປະດິດຄິດສ້າງ ຂອງໄວໜຸ່ມຢ່າງສຸດຂີດ - ảnh 2ທ່ານ ດິງກົງຊີ້, ຮອງປະທານຜູ້ປະຈຳການກຸ່ມສະມາຊິກລັດຖະສະພາແຫ່ງຊາດໜຸ່ມ ຊຸດທີ XV
(ພາບ: quochoi.vn)

ສ້າງພື້ນທີ່, ເງື່ອນໄຂເພື່ອເສີມຂະຫຍາຍກຳລັງຄວາມສາມາດ, ກຳລັງປະດິດຄິດສ້າງ ຂອງໄວໜຸ່ມຢ່າງສຸດຂີດ

ບັນດາສະມາຊິກລັດຖະສະພາຂອງສະຫະພັນລັດຖະສະພາໂລກ (IPU) ກໍ່ຄືລັດຖະບານຂອງບັນດາປະເທດ ໄດ້ຮັບຮູ້ຢ່າງຈະແຈ້ງ ແລະ ຢັ້ງຢືນວ່າ: ການ ຫັນເປັນດີຈີຕອນ ແລະ ນະວັດຕະກໍາ ແມ່ນທ່າອ່ຽງທີ່ຈຳເປັນເພື່ອຊ່ວຍເລັ່ງລັດກວ່າ, ສ້າງຄວາມສະເໝີພາບກວ່າ ໃນການປະຕິບັດບັນດາເປົ້າໝາຍການພັດທະນາ ແບບຍືນຍົງສຳລັບແຕ່ລະປະເທດ. ໃນສະພາບຄວາມຄືບໜ້າໃນການປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງໃນປະຈຸບັນຍັງຊັກຊ້າຢູ່, ກອງປະຊຸມສະມາຊິກລັດຖະສະພາໜຸ່ມທົ່ວໂລກຄັ້ງທີ 9 ແມ່ນມາດຕະການແກ້ໄຂເພື່ອໃຫ້ລັດຖະສະພາບັນດາປະເທດ ພ້ອມກັບສະຫະປະຊາຊາດ ໝູນໃຊ້ເຕັກໂນໂລຊີນະວັດຕະກຳ, ເລັ່ງລັດການຊອກຫາວິທີແກ້ໄຂ ເພື່ອຊຸກຍູ້ການປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ. ທ່ານ ດິງກົງຊີ້, ຮອງປະທານຜູ້ປະຈຳການກຸ່ມສະມາຊິກລັດຖະສະພາແຫ່ງຊາດໜຸ່ມ ຊຸດທີ XV, ຮອງປະທານກຳມາທິການວັດທະນະທຳ, ການສຶກສາຂອງສະພາແຫ່ງຊາດ ຫວຽດນາມ, ຖືວ່າ:

“ປະຈຸບັນການຫັນເປັນດີຈີຕອນພວມແມ່ນທ່າອ່ຽງຂອງທົ່ວໂລກ ແລະ ແມ່ນບັນຫາໄດ້ຮັບຄວາມສົນໃຈຈາກທຸກໆປະເທດ. ບັນດາສະມາຊິກລັດຖະສະພາໜຸ່ມ, ໃນຖານະເປັນນັກການເມືອງທີ່ໃກ້ຊິດກັບລຸ້ນໜຸ່ມ, ແມ່ນຜູ້ມີຄວາມເຂົ້າໃຈດ້ານວິທະຍາສາດເຕັກໂນໂລຊີ, ດ້ວຍຖານະເປັນການນຳໃນອະນາຄົດ, ຕ້ອງຮ່ວມແຮງຮ່ວມໃຈຊຸກຍູ້ການຫັນເປັນດີຈີຕອນ, ນຳໃຊ້ການຫັນເປັນດີຈີຕອນເພື່ອເລັ່ງລັດການປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ.

 ໂດຍເນັ້ນໜັກເຖິງບົດບາດຂອງໄວໜຸ່ມໃນທ່າອ່ຽງຫັນເປັນດີຈີຕອນ ແລະ ນະວັດຕະກຳໃນສະພາບການປະຈຸບັນ, ທ່ານ ຫງວຽນແອງຕວນ, ປະທານກຸ່ມສະມາຊິກສະພາແຫ່ງຊາດໜຸ່ມ ຫວຽດນາມ, ຊີ້ແຈ້ງວ່າ:

“ລຸ້ນໜຸ່ມໃນປະຈຸບັນພວມມີພາລະກຳອັນໃຫຍ່ຫຼວງ ນັ້ນແມ່:ນປ່ຽນແປງໃໝ່ຮູບແບບການພັດທະນາຂອງມະນຸດ ຕາມທິດທາງທີ່ຍືນຍົງກວ່າ. ຖືມະນຸດເປັນໃຈກາງ ຢ່າງແທ້ຈິງ ແລະ ເປັນມິດກັບສິ່ງແວດລ້ອມຢ່າງແທ້ຈິງ. ເພື່ອເຮັດໄດ້ຄືແນວນັ້ນ, ຕ້ອງຊຸກຍູ້ຮູບແບບການເຕີບໂຕສີຂຽວ, ເສດຖະກິດໝູນວຽນ, ການບໍລິໂພກທີ່ເໝາະສົມ, ພ້ອມກັບກຳລັງໜູນຈາກການຫັນເປັນດີຈີຕອນ, ນະວັດຕະກຳ ແລະ ສ້າງບັນດາຄຸນຄ່າເພີ່ມ ຈາກສີສັນວັດທະນະທຳຂອງປະເທດຕົນ ແລະ ຊາດຕົນ. ນັ້ນກໍ່ແມ່ນຂົງເຂດທີ່ເປັນທ່າແຮງຂອງໄວໜຸ່ມ ຕ້ອງເສີມຂະຫຍາຍຢ່າງສຸດຂີດ ທັງປະກອບສ່ວນປ່ຽນໃໝ່ຮູບແບບການເຕີບໂຕ, ທັງສ້າງຊີວິດທີ່ຈະເລີນຮຸ່ງເຮືອງໃຫ້ແກ່ຄົນລຸ້ນຫຼັງ.

ເສີມຂະຫຍາຍສຽງເວົ້າຂອງສະມາຊິກລັດຖະສະພາໜຸ່ມ ຫວຽດນາມ

ປະຈຸບັນ, ຫວຽດນາມ ແມ່ນປະເທດທີ່ມີປະຊາກອນໜຸ່ມ. ດ້ວຍຄວາມເອົາໃຈໃສ່ເປັນພິເສດຈາກພັກກອມມູນິດ ຫວຽດນາມ ແລະ ສະພາແຫ່ງຊາດ ຫວຽດນາມ, ປີ 2015, ຄະນະປະຈຳສະພາແຫ່ງຊາດຊຸດທີ XIII ໄດ້ສ້າງຕັ້ງກຸ່ມສະມາຊິກສະພາແຫ່ງຊາດໜຸ່ມ ຫວຽດນາມ ມີບັນດາສະມາຊິກສະພາແຫ່ງຊາດທີ່ມີອາຍຸຕ່ຳກວ່າ 45 ປີ. ໃນສະພາບທີ່ການຫັນເປັນດີຈີຕອນແມ່ນທ່າອ່ຽງຂອງທົ່ວໂລກ ແລະ ຄວາມເປັນຕາຍສຳລັບແຕ່ລະປະເທດນັ້ນ, ການເຂົ້າຮ່ວມຂອງສະມາຊິກລັດຖະສະພາໜຸ່ມ, ເຊິ່ງແມ່ນບັນດາຜູ້ເປັນເຈົ້າການ ແລະ ຮັບມືຢ່າງວ່ອງໄວກັບຫັນເປັນດີຈີຕອນ ແລະ ນະວັດຕະກໍານັ້ນ, ຈະປະກອບສ່ວນປະຕິບັດບັນດາເປົ້າໝາຍການພັດທະນາແບບຍືນຍົງ. ທ່ານ ຫງວຽນແອງຕວນ, ປະທານກຸ່ມສະມາຊິກສະພາແຫ່ງຊາດໜຸ່ມ ຫວຽດນາມ, ເນັ້ນໜັກວ່າ:

“ຢູ່ ຫວຽດນາມ, ສະພາແຫ່ງຊາດພວມຍູ້ແຮງການສ້າງສຳເລັດກອບນິຕິກຳ ແລະ ພື້ນຖານລະບອບລະບຽບການ ໃຫ້ແກ່ການຫັນເປັນດີຈີຕອນ, ນະວັດຕະກຳ ແລະ ການເລີ່ມດຳເນີນທຸລະກິດ, ຮັກສາ ແລະ ເສີມຂະຫຍາຍບັນດາຄຸນຄ່າວັດທະນະທຳຂອງປະເທດຊາດ ໃນສະພາບການເຊື່ອມໂຍງເຂົ້າກັບສາກົນທີ່ນັບມື້ນັບເລິກເຊິ່ງ, ກວ້າງຂວາງ. ບັນດາສະມາຊິກສະພາແຫ່ງຊາດໜຸ່ມ ຫວຽດນາມ ມີສະຕິຮັບຮູ້ໄດ້ຕໍ່ຄວາມຮັບຜິດຊອບຂອງຕົນ ຈະຕັ້ງໜ້າເຂົ້າຮ່ວມຂະບວນການສ້າງລະບອບລະບຽບການ, ຂອບນິຕິກຳໃຫ້ສົມບູນແບບໃຫ້ບັນລຸປະສິດທິຜົນ, ເຂົ້າຮ່ວມການຕິດຕາມກວດກາການປະຕິບັດນະໂຍບາຍ ແລະ ສົ່ງສານຂອງກອງປະຊຸມເຖິງບັນດາຜູ້ມີສິດເລືອກຕັ້ງໜຸ່ມຢ່າງມີປະສິດທິຜົນ, ຊ່ວຍໃຫ້ເຂົາເຈົ້າມີຄວາມຮູ້ ແລະ ທັກສະທີ່ຈຳເປັນເພື່ອແບກຫາບພາລະກຳ ແລະ ຄວາມຮັບຜິດຊອບທີ່ສຳຄັນນີ້.

ໄວໜຸ່ມ, ຊາວໜຸ່ມແມ່ນກຳລັງຫຼັກແຫຼ່ງໃນພາລະກິດເຊື່ອມໂຍງ ແລະ ພັດທະນາຂອງແຕ່ລະປະເທດ ແລະ ແມ່ນຄວາມວັດທະນາຖາວອນລວມຂອງໂລກ. ສະມາຊິກລັດຖະສະພາໜຸ່ມ ຫວຽດນາມ ແຕ່ລະຄົນ ແມ່ນທູດທີ່ຂະຫຍັນຂັນເຄື່ອນ, ເສີມຂະຫຍາຍພູມປັນຍາ, ກຳລັງແຮງໜຸ່ມ, ມີຫົວຄິດປະດິດສ້າງ, ມີຄວາມຮັບຜິດຊອບ ແລະ ຄວາມກະຕືລືລົ້ນ ເພື່ອຕັ້ງໜ້າປະກອບສ່ວນເຂົ້າໃນການພັດທະນາລວມຂອງມວນມະນຸດ.

ຕອບກັບ

ຂ່າວ/ບົດ​ອື່ນ