ສ້າງພະລັງແຮງໃໝ່ເພື່ອສຳເລັດຈຸດໝາຍ ສ້າງສາ ແລະ ປົກປັກຮັກສາປະເທດຊາດຢ່າງມີໄຊ

  ດັ່ງ​ທີ່​ໄດ້​ໃຫ້​ຂ່າວ​ໄປ​ແລ້ວ, ຕອນ​ບ່າຍ​ວັນ​ທີ 12/1, ຢູ່​ຮ່າ​ໂນ້ຍ, ​ກອງ​ປະ​ຊຸມ​ຄັ້ງ​ທີ 10 ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມຊຸດ​ທີ່ 11 ໄດ້​ອັດ​ລົງແລ້ວ, ພາຍຫຼັງ​ດຳ​ເນີນ​ມາ​ເປັນ​ເວ​ລາ 8 ວັນ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ຫງວຽນ​ຟູ້​ຈ້ອງ ໄດ້​ມີ​ບົດ​ກ່າວ​ປາ​ໄສ​ທີ່​ສຳ​ຄັນ ຊຶ່ງ​ໄດ້​ເນັ້ນ​ໜັກ​ເຖິງ​ບັນ​ດາ​ບັນ​ຫາ​ໂດຍ​ສັງ​ເຂບ​ກ່ຽວ​ກັບ​ເນື້ອ​ໃນ​ຂອງກອງ​ປະ​ຊຸມ.

ສ້າງພະລັງແຮງໃໝ່ເພື່ອສຳເລັດຈຸດໝາຍ ສ້າງສາ ແລະ ປົກປັກຮັກສາປະເທດຊາດຢ່າງມີໄຊ - ảnh 1
ທ່ານ​ເລ​ຂາ​ທິ​ການ​ໃຫຍ່ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ຫງວຽນ​ຟູ້​ຈ້ອງ ກ່າວ​ຄຳ​ເຫັນ​ທີ່​ວາ​ລະ​ອັດກອງ​ປະ​ຊຸມ​ຄັ້ງ​ທີ 10 ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມຊຸດ​ທີ່ 11

    ທ່ານ​ເລ​ຂາ​ທິ​ການ​ໃຫຍ່ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ຫງວຽນ​ຟູ້​ຈ້ອງ ຢືນ​ຢັນ​ວ່າ ບັນ​ດາ​ກຳ​ມະ​ການ​ສູນ​ກາງ​ພັກ​ທີ່​ເຂົ້າ​ຮ່ວມກອງ​ປະ​ຊຸມ ໄດ້​ສະ​ແດງ​ໃຫ່​ເຫັນ​ຈິດ​ໃຈ​ຮັບ​ຜິດ​ຊອບ​ຊອບ​ສູງ, ປຶກ​ສາ​ຫາ​ລື​ຢ່າງ​ປະ​ຊາ​ທິ​ປະ​ໄຕ, ກົງ​ໄປ​ກົງ​ມາ, ປະ​ກອບ​ຄຳ​ຄິດ​ຄຳ​ເຫັນ​ດ້ວຍ​ການ​ສຸມ​ສະ​ຕິ​ປັນ​ຍາ​ເຂົ້າ​ໃນ​ບັນ​ດາ​ບົດ​ລາຍ​ງານ, ແຜນ​ຮ່າງ ແລະ ເຮັດ​ສຳ​ເລັດຫຼາ​ຍ​ວຽກ​ງານ​ອື່ນ​ທີ່​ສຳ​ຄັນ. ກົມ​ການ​ເມືອງ​ໄດ້​ຮັບ​ເອົາ​ຄຳ​ເຫັນ​ປະ​ກອບ​ສ່ວນ ແລະ ອະ​ພິ​ປາຍບັນ​ດາ​ບັນ​ຫາ​ທີ່​ຍັງ​ມີ​ຄຳ​ເຫັນ​ແຕກ​ຕ່າງ​ກັນ; ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມໄດ້​ເຫັນ​ດີ​ຢ່າງ​ສູງ​ຮັບ​ຮອງ​ເອົາ​ມະ​ຕິ​ຂອງ​ກອງ​ປະ​ຊຸມ.

    ບັນ​ດາ​ຮ່າງ​ເອ​ກະ​ສານກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມສືບ​ຕໍ່​ສ້າງ​ໃຫ້​ສົມ​ບູນ​ແບບ.

   ທ່ານ​ເລ​ຂາ​ທິ​ການ​ໃຫຍ່ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ຫງວຽນ​ຟູ້​ຈ້ອງ ໃຫ້​ຮູ້​ວ່າ : ສູນ​ກາງ​ພັກ​ໄດ້​ເຫັນ​ດີ​ໂດຍ​ພື້ນ​ຖານ​ກ່ຽວ​ກັບ​ບັນ​ດາ​ເນື້ອ​ໃນ, ບັນ​ຫາ​ຊຶ່ງ​ຖືກ​ເຕື້ອງ​ເຖິງ​ໃນ​ບັນ​ດາ​ຮ່າງ​ບົດ​ລາຍ​ງານ, ໃນ​ສະ​ເໜີ ແລະ ຖື​ວ່າ ບັນ​ດາ​ຮ່າງ​ເອ​ກະ​ສານໄດ້​ຮັບ​ການ​ຄັດ​ເລືອກ, ສາ​ມາດ​ສ່ອງແສງໄດ້​ເຖິງ​ໝາກ​ຜົນ​ສະຫຼຸບ​ບາງ​ບັນ​ຫາ​ທິດ​ສະ​ດີ - ພຶດ​ຕິ​ກຳ​ຜ່ານ 30 ປີ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່ ແລະ ສຳຫຼວດກວດ​ຄືນ, ຕີ​ລາ​ຄາ​ໄລ​ຍະ 5 ປີ​ແຫ່ງ​ການ​ປະ​ຕິ​ບັດ​ມະ​ຕິກອງ​ປະ​ຊຸມ​ໃຫຍ່ຄັ້ງ​ທີ 11 ຂອງ​ພັກ​, ຕິດ​ແທດ​ກັບ​ຕົວ​ຈິງ ແລະ ມີ​ການ​ຄົ້ນ​ພົບ, ຂໍ້​ສະ​ເໜີໃໝ່ຫຼາຍ​ຢ່າງ. ທ່ານ​ເລ​ຂາ​ທິ​ການ​ ຫງວຽນ​ຟູ້​ຈ້ອງ ຊີ້​ແຈ້ງວ່າ :

   “ສູນ​ກາງ​ພັກ​ຕ້ອງ​ເຫັນ​ໄດ້​ເຖິງຄວາມໝາຍ, ຄວາມ​ສຳ​ຄັນ​ທັງ​ໝົດ​ຂອງກອງ​ປະ​ຊຸມໃຫຍ່​ຄັ້ງ​ທີ 12 ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ຊຶ່ງ​ຖື​ດຳ​ເນີນ​ໃນ​ຈຸດ​ເວ​ລາ​ທີ່​ທົ່ວ​ພັກ, ທົ່ວ​ປວງ​ຊົນ, ທົ່ວ​ກອງ​ທັບ​ຫວຽດ​ນາມ​ປະ​ຕ​ິບ​ັດ​ບັນ​ດາ​ແຜນ​ນະ​ໂຍ​ບາຍ, ຈຸດ​ໝາຍ ແລະ ໜ້າ​ທີ່​ຊຶ່ງ​ໄດ້​ກຳ​ນົດ​ໃນ​ມະ​ຕິກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 11 ຂອງ​ພັກ​ຢ່າງ​ມີ​ໄຊ; ໂດຍ​ຜ່ານ 30 ປີ​ແຫ່ງ​ການ​ປະ​ຕິ​ບັດ​ກິດ​ຈະ​ການ​ປ່ຽນ​ແປງ​ໃໝ່, 5 ປີ​ແຫ່ງ​ການ​ປະ​ຕິ​ບັດ​ໂຄງ​ການກໍ່​ສ້າງ​ປະ​ເທດ​ຊາດ​ໃນ​ໄລ​ຍະ​ຂ້າມ​ຜ່ານ​ກ້າວ​ຂຶ້ນ​ສັງ​ຄົມ​ນິ​ຍົມ ແລະ ຍຸດ​ທະ​ສາດ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ 2011-2020, 2 ປີ​ແຫ່ງ​ການ​ປະ​ຕິ​ບັດ​ລັດ​ຖະ​ທຳ​ມະ​ນູນ​ປີ 2013. ສະ​ພາບ​ການນັ້ນ, ໄດ້​ຮຽກ​ຮ້ອງ​ໃຫ້ຫວຽດ​ນາມ​ຕ້ອງສືບ​ຕໍ່​ເພີ່ມ​ທະ​ວີວຽກ​ງານກໍ່​ສ້າງ​ພັກ ແລະ ລະ​ບົບ​ການ​ເມ​ືອງ​ໃຫ້​ດີ​ກ່​ວາ​ອີກ, ເສີມ​ຂະ​ຫຍາຍ​ກຳ​ລັງ​ແຮງ​ທົ່ວ​ທັງ​ຊາດ, ຍູ້​ແຮງ​ກິດ​ຈະ​ການ​ປ່ຽນ​ແປງ​ໃໝ່​ຢ່າງ​ຮອບ​ດ້ານ ແລະ ຄົບ​ຊຸດ, ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ​ສັງ​ຄົມ​ນິ​ຍົມ​ໃຫ້​ໝັ້ນ​ຄົງ​ໜັກ​ແໜ້ນ, ຮັກ​ສາ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ສ້າງ​ພື້ນ​ຖານ​ເພື່ອ​ກາຍ​ເປັນ​ປະ​ເທດ​ອຸດ​ສາ​ຫະ​ກຳ​ຕາມ​ທິດ​ທັນ​ສະ​ໄໝ​ໂດຍ​ໄວ ”

    ທ່ານ​ເລ​ຂາ​ທິ​ການ​ ຫງວຽນ​ຟູ້​ຈ້ອງ ຍັງ​ຖື​ວ່າ ຄວນ​ຕີ​ລ​າ​ຄາ​ໝາກ​ຜົນຂອງ 30 ປີ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່(1986-2016) ແລະ 5 ປີ​ແຫ່ງ​ການ​ປະ​ຕິ​ບັດ​ມະ​ຕິກອງ​ປະ​ຊຸມ​ໃໝ່​ຄັ້ງ​ທີ 11 ຂອງ​ພັກ (2011-2015) ດ້ວຍ​ຈິດ​ໃຈ​ພາ​ວະ​ວິ​ໄສ​ເຫັນ​ແຈ້ງວ່າ ໄລ​ຍະ30 ປີ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່ ແມ່ນ​ໄລ​ຍະ​ປະ​ຫວັດ​ສາດ​ທີ່​ສຳ​ຄັນ​ໃນ​ວິ​ວັດ​ທະ​ນາ​ການ​ພັດ​ທະ​ນາ​ພັດ​ທະ​ນາ​ຂອງ​ປະ​ເທດ​ຊາດ, ເປັນ​ຂີດ​ໝາຍ​ການ​ເຕີບ​ໃຫຍ່​ໃນ​ທຸກ​ດ້ານ​ຂອງ​ພັກ, ລັດ ແລະ ປະ​ຊາ​ຊົນ​ຫວຽດ​ນາມ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ຫງວຽນ​ຟູ້​ຈ້ອງ ເນັ້ນ​ໜັກ​ວ່າ :

   “ ບົນ​ພື້ນ​ຖານ​ການ​ຕີ​ລາ​ຄາ​ໂດຍ​ພາ​ວະ​ວິ​ໄສ​ກ່ຽວ​ກັບ​ສະ​ພາບ​ການ ແລະ ບັນ​ດາ​ໝາກ​ຜົນ​ທີ່​ບັນ​ລຸ​ໄດ້​ໃນ​ໄລ​ຍະ​ທີ່​ຜ່ານ​ມາ, ຄາດ​ຄະ​ເນ​ຢ່າງຖືກ​ຕ​້ອງກ່ຽວ​ກັ​ບ​ສະ​ພາບ​ການ​ຂອງ​ປະ​ເທດ​ຊາດ ແລະ ໂລກ​ໃນ​ໄລ​ຍະ​ທີ່​ຈະ​ມາ​ເຖິງ, ພວກ​ເຮົາ​ຈະ​ມີ​ເງື່ອນ​ໄຂ​ກຳ​ນົດ​ຢ່າງ​ຖືກ​ຕ້ອງ​ກ່ຽວ​ກັບ​ທິດ​ທາງ​, ຈຸດ​ໝາຍ, ໜ້າ​ທີ່​ພັດ​ທະ​ນາປະ​ເທດ​ຊາດ​ໃນ​ໄລ​ຍະ 2016-2020, ນັບ​ທັງ​ຈຸດ​ໝາຍ​ສັງ​ລວມ ແລະ ບັນ​ດາ​ໜ້າ​ທີ່ລະ​ອຽດ. ສືບ​ຕໍ່​ມີ​ບັນ​ດາ​ແຜນ​ນະ​ໂຍ​ບາຍ, ວິ​ທີ​ການ​ແກ້​ໄຂ​ຍູ້​ແຮງ​ການ​ຫັນ​ເ​ປັນອຸດ​ສາ​ຫະ​ກຳ ແລະ ທັນ​ສະ​ໄໝ, ປ່ຽນ​ໃໝ່​ຮູບ​ແບບ​ການ​ເຕີບ​ໂຕ, ສ້າງ​ໂຄງ​ປະ​ກອບ​ພື້ນ​ຖານ​ເສດ​ຖະ​ກິດ​ຄືນ​ໃໝ່; ສ້າງ​ລະ​ບອບ​ລະ​ບຽບ​ການ​ໃຫ້​ສົມ​ບູນ​ແບບ, ພັດ​ທະ​ນາ​ເສດ​ຖະ​ກິດ​ການ​ຕະຫຼາດ​ຕາມ​ກຳ​ນົດ​ທິດ​ສັງ​ຄົມ​ນິ​ຍົມ​; ພັດ​ທະ​ນາ​ວັດ​ທະ​ນະທ​ຳ, ກໍ່​ສ້າ​ງມະ​ນຸດ; ປ່ຽ​ນໃໝ່ການ​ຄຸ້ມ​ຄອງ​ພັດ​ທະ​ນາ​ສັງ​ຄົມ, ປະ​ຕິ​ບັດ​ຄວາມ​ກ້າວ​ໜ້າ, ຍຸ​ຕິ​ທຳ​ທາງ​ສັງ​ຄົມ, ເພີ່ມ​ທະ​ວີ​ການ​ປ້ອງ​ກັນ​ຊາດ ປ້ອງ​ກັນ​ຄວາມ​ສະ​ຫງົບ, ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ​ສັງ​ຄົມ​ນິ​ຍົມ​ໃຫ້​ໝັ້ນ​ຄົງ​ໜັກ​ແໜ້ນ; ເປັນ​ເຈົ້າ​ການ ແລະ ຕັ້ງ​ໜ້າ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ, ເສີມ​ຂະ​ຫຍາຍ​ປະ​ຊາ​ທິ​ປະ​ໄຕ, ສ້າງ​ລັດ​ແຫ່ງ​ອຳ​ນາດ​ນິ​ຕິບ​ັນ​ຍັດ​ສັງ​ຄົມ​ນິ​ຍົມ​ໃຫ້​ສົມ​ບູນ​ແບບ; ກໍ່​ສ້າງ​ພັກ​ໃຫ້​ນັບ​ມື້​ນັບ​ໂປ່ງ​ໃສ, ໝັ້ນຄົງ​ເຂັ້ມ​ແຂງ ”

  ສ້າງ​ການ​ຫັນ​ປ່ຽນ​ຢ່າງ​ຈະ​ແຈ້ງ​ໃນ​ການຫຼຸດ​ຜ່ອນ​ພະ​ນັກ​ງານ​ບັນ​ຈຸ, ປະ​ຕິ​ບັດ​ແຜນກຳ​ນົດ​ສັງລວມ​ສື່ມວນ​ຊົນ​ໂດຍ​ໄວ

  ຕາມທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ້​ຈ້ອງແລ້ວ, ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ໄດ້​ປຶກ​ສາ​ຫາ​ລື​ຢ່າງ​ຟົດ​ຟື້ນ, ປະ​ກອບ​ຄຳ​ເຫັນຫຼາຍ​ຂໍ້​ທີ່​ສຳ​ຄັນ​ກ່ຽວ​ກັບ​ແຜນ​ຮ່າງຫຼຸດ​ຜ່ອນ​ພະ​ນັກ​ງານ​ບັນ​ຈຸ ແລະ ສ້າງ​ໂຄງ​ປະ​ກອບ​ຖັ​ນ​ແຖວ​ພະ​ນັກ​ງານ, ລັດ​ຖະ​ກອນ​ຄືນ​ໃໝ່. ສູນ​ກາງ​ພັກ ໄດ້​ເນັ້ນ​ໜັກ​ວ່າ ຄວນສ້າງ​ການ​ຫັນ​ປ່ຽນ​ຢ່າງ​ຈະ​ແຈ້ງ​ໃນ​ການຫຼຸດ​ຜ່ອນ​ພະ​ນັກ​ງານ​ບັນ​ຈຸ ແລະ ສ້າງ​ໂຄງ​ປະ​ກອບ​ຖັ​ນ​ແຖວ​ພະ​ນັກ​ງານ, ລັດ​ຖະ​ກອນ​ຄືນ​ໃໝ່; ດຶງ​ດູດ​ບັນ​ດາ​ຜູ້​ທີ່​ມີ​ຄຸນ​ສົມ​ບັດ, ມີ​ຄວາມ​ເກັ່ງ​ກ້​າ​ສາ​ມາດ​ເຂົ້າ​ເຮັດ​ວຽກ​ໃນ​ບັນ​ດາ​ອົງ​ການ​ສຳ​ນັກ​ງານ ແລະ ຫົວ​ໜ່ວຍ​ຕ່າງໆ​ຂອງ​ພັກ ແລະ ລັດ ແລະ ບັນ​ດາ​ອົງ​ການ​ການ​ເມືອງ-ສັງ​ຄົ​ມ. ມີ​ກົນ​ໄກ, ນະ​ໂຍ​ບາຍ​ບຸກ​ທະ​ລຸ​ເພື່ອ​ປ່ຽນ​ແປງ​ໃໝ່, ຍົກ​ສູງ​ຄຸນ​ນະ​ພາບ​ການ​ຈັດ​ຕັ້ງ ແລະ ການ​ເຄື່ອນ​ໄຫວ​ຂອງ​ບັນ​ດາ​ຫົວ​ໜ່ວຍ​ພາ​ລະ​ກິດ​ພາກ​ບໍ​ລິ​ການ​ສ່ວນ​ລວມ. ຜັນ​ຂະ​ຫຍາຍ​ການ​ປະ​ຕິ​ຮູບ​ດ້ານ​ບໍ​ລິ​ຫານ, ປະ​ຕິ​ຮູບ​ລະ​ບອບ​ລັດ​ຖະ​ການ, ລັດ​ຖະ​ກອນຢ່າງ​ຄົບ​ຊຸດ, ໂດຍ​ສະ​ເພາະ​ແມ່ນ​ກຳ​ນົດ​ຖາ​ນະ​ຕຳ​ແໜ່ງ, ວຽກ​ເຮັດ​ງານ​ທຳ, ສ້າງ​ໂຄງ​ປະ​ກອບ​ລັດ​ຖະ​ກອນ​ໃຫ້​ເໝາະ​ສົມ, ດ້ວຍ​ຈຳ​ນວນ​ທີ່​ແທດ​ເໝາະ​ກັບ​ຕົວ​ຈິງ.

   ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ້​ຈ້ອງ ຍັງ​ໃຫ້​ຮູ້​ວ່າ : ກອງ​ປະ​ຊຸມໃຫຍ່ຄັ້ງ​ທີ 11 ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ໄດ້​ຢືນ​ຢັນ​ຄວາມ​ຈຳ​ເປັນ​ຕ້ອງ​ປະ​ກາດ​ໃຊ້​ໂດຍ​ໄວ ແລະ ຈັດ​ຕັ້ງ​ປະ​ຕິ​ບັດ​ແຜນ​ກຳ​ນົດ​ພັດ​ທະ​ນາ ແລະ ຄຸ້ມ​ຄອງ​ສື່ມວນ​ຊົນເຖິງ​ປີ 2025 ແນ​ໃສ່ພັດ​ທະ​ນາ​ສື່ມວນ​ຊົນ​ຕາມ​ທິດ​ປະ​ຕິ​ວັດ, ເປັນ​ອາ​ຊີບ ມີ​ປະ​ສິດ​ທິ​ຜົນ​ເພື່ອ​ສ້າງ​ຄວາມ​ເປັນ​ຈິດ​ໜຶ່ງ​ໃຈ​ດຽວ​ໃນ​ສັງ​ຄົມ.

ຕອບກັບ

ຂ່າວ/ບົດ​ອື່ນ