ສ້າງລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມໃຫ້ສົມບູນແບບ ເພື່ອພັດທະນາແບບຍືນຍົງ

(VOVWORLD) -ກົມການເມືອງໄດ້ຕົກລົງສ້າງຕັ້ງຄະນະຊີ້ນຳການສ້າງ “ແຜນຮ່າງຍຸດທະສາດກ່ຽວກັບການສ້າງລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມ ຫວຽດນາມ ຮອດປີ 2030, ກຳນົດທິດຮອດປີ 2045 ໃຫ້ສົມບູນແບບ”
ສ້າງລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມໃຫ້ສົມບູນແບບ ເພື່ອພັດທະນາແບບຍືນຍົງ - ảnh 1ທ່ານປະທານປະເທດ ຫວຽນຊວນຟຸກ ກ່າວຄຳເຫັນທີ່ການເຮັດວຽກ
(ພາບ: TTXVN)

ຄະນະຊີ້ນຳການສ້າງ “ແຜນຮ່າງຍຸດທະສາດກ່ຽວກັບການສ້າງລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມ ຫວຽດນາມ ຮອດປີ 2030, ກຳນົດທິດຮອດປີ 2045 ໃຫ້ສົມບູນແບບ” ຫາກໍ່ສ້າງສຳເລັດແຜນຮ່າງຄັ້ງທີ 1. ເລື່ອງສ້າງສຳເລັດແຜນຮ່າງຄັ້ງທີ 1 ຂອງແຜນຮ່າງສຳຄັນດັ່ງກ່າວ ໄດ້ສ້າງຂີດໝາຍສຳຄັນໃນວິວັດທະນາການສ້າງລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມ ຫວຽດນາມ.

        ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ ກຳນົດວ່າ: “ສືບຕໍ່ສ້າງລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມ ຫວຽດນາມ ຂອງປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອປະຊາຊົນໃຫ້ສົມບູນແບບ ໂດຍພັກນຳພາ ແມ່ນໜ້າທີ່ຈຸດສຸມຂອງການປ່ຽນແປງໃໝ່ລະບົບການເມືອງ”. ກຳນົດທິດລວມແມ່ນ: “ຍົກສູງກຳລັງຄວາມສາມາດ, ປະສິດທິພາບ, ປະສິດທິຜົນການເຄື່ອນໄຫວຂອງລັດ. ກຳນົດບົດບາດ, ທີ່ຕັ້ງ, ພາລະໜ້າທີ່ ແລະ ສິດອຳນາດຂອງບັນດາອົງການແຫ່ງລັດຢ່າງຈະແຈ້ງກວ່າ ໃນການປະຕິບັດບັນດາສິດນິຕິບັນຍັດ, ການບໍລິຫານ, ຕຸລາການ ບົນພື້ນຖານບັນດາຫຼັກການອຳນາດນິຕິບັນຍັດ, ຮັບປະກັນສິດອຳນາດຂອງລັດເປັນເອກະພາບ, ມີການຈັດແບ່ງຢ່າງຈະແຈ້ງ, ສົມທົບກັນຢ່າງແໜ້ນແຟ້ນ ແລະ ເພີ່ມທະວີການຄວບຄຸມສິດອຳນາດຂອງລັດ. ສ້າງລະບົບກົດໝາຍໃຫ້ສົມບູນແບບ, ທັນການ, ຄົບຊຸດ, ເປັນເອກະພາບ, ມີຄວາມເປັນໄປໄດ້, ເປີດເຜີຍ, ກະຈ່າງແຈ້ງ, ມີສະຖຽນລະພາບ, ຖືເອົາສິດ ແລະ ຜົນປະໂຫຍດ ຖືກຕາມກົດໝາຍອັນຊອບທຳຂອງປະຊາຊົນ, ວິສາຫະກິດເປັນໃຈກາງຊຸກຍູ້ການປ່ຽນແປງໃໝ່ປະດິດຄິດສ້າງ, ຮັບປະກັນຄວາມຮຽກຮ້ອງພັດທະນາຢ່າງໄວ, ຍືນຍົງ”.

        ເພື່ອຜັນຂະຫຍາຍການປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ, ເດືອນ ພຶດສະພາ 2021, ກົມການເມືອງໄດ້ຕົກລົງສ້າງຕັ້ງຄະນະຊີ້ນຳການສ້າງ “ແຜນຮ່າງຍຸດທະສາດກ່ຽວກັບການສ້າງລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມ ຫວຽດນາມ ຮອດປີ 2030, ກຳນົດທິດຮອດປີ 2045 ໃຫ້ສົມບູນແບບ”, ໂດຍທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ, ເປັນຫົວໜ້າຄະນະຊີ້ນຳ. ຕາມທ່ານຮອງສາດສະດາຈານ, ປະລິຍາເອກ ຮ່ວາງເທລຽນ, ອະດີດຮອງລັດຖະມົນຕີກະຊວງຍຸຕິທຳ ຫວຽດນາມ ແລ້ວ: “ບັນດານັກຊ່ຽວຊານ, ນັກວິທະຍາສາດ ແລະ ນັກວາງນະໂຍບາຍ ໄດ້ປຶກສາຫາລືຢ່າງເລິກເຊິ່ງ, ກົງໄປກົງມາບັນດາຫົວເລື່ອງກອງປະຊຸມສຳມະນາ. ບັນດາກອງປະຊຸມສຳມະນາກໍ່ໄດ້ປຸກລຸກຈິນຕະນາການຂອງສັງຄົມ ເພື່ອປະກອບສ່ວນສ້າງແຜນຮ່າງ”. ພ້ອມກັນນັ້ນ, ບັນດາອົງການ, ສຳນັກງານກໍ່ໄດ້ຈັດກອງປະຊຸມສຳມະນາຫຼາຍຄັ້ງເພື່ອປຶກສາຫາລື, ຮັບເອົາຄຳເຫັນປຸກລະດົມການເຂົ້າຮ່ວມຂອງພະນັກງານ, ພາລະກອນ, ລັດຖະກອນ, ນັກຊ່ຽວຊານ, ນັກວິທະຍາສາດຫຼາຍຄົນ ປະກອບຄຳເຫັນໃນແຕ່ລະຂົງເຂດລະອຽດຂອງແຜນຮ່າງ.

        ໝາກຜົນການຄົ້ນຄວ້າທິດສະດີ, ພຶດຕິກຳຕົວຈິງ ແລະ ລວບລວມເນື້ອໃນຂອງບັນດາບົດລາຍງານຫົວເລື່ອງສະເພາະ, ບັນດາກອງປະຊຸມສຳມະນາລະດັບຊາດ ໄດ້ຊ່ວຍໃຫ້ຄະນະຊີ້ນຳ, ໜ່ວຍຮຽບຮຽງສ້າງແຜນຮ່າງ ໄດ້ຖອດຖອນຄວາມເຫັນສຳຄັນ, ເປັນພື້ນຖານໃຫ້ແກ່ການສ້າງແຜນຮ່າງ. ຄືດັ່ງຄຳຢືນຢັນຂອງທ່ານປະທານປະເທດ ຫວຽນຊວນຟຸກ, ໃນຄຳກ່າວປາໄສສະຫຼຸບກອງປະຊຸມສຳມະນາລະດັບຊາດຄັ້ງທີ 3 ຫວ່າງມໍ່ໆມານີ້, ຢູ່ນະຄອນ ໂຮ່ຈີມິນ: “ລັດແຫ່ງອຳນາດນິຕິບັນຍັດແມ່ນວິທີການຈັດຕັ້ງສິດອຳນາດຂອງລັດ ບົນພື້ນຖານການເຄົາລົບລັດຖະທຳມະນູນ ແລະ ກົດໝາຍ ເພື່ອຮັບປະກັນເນື້ອແທ້ປະຊາທິປະໄຕຂອງລັດ. ຈາກນັ້ນ, ສ້າງທັດສະນະທີ່ວ່າ: “ການສ້າງລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມ ຫວຽດນາມ ໃຫ້ສົມບູນແບບ ແມ່ນຂະບວນວິວັດທີ່ລັດ ຫວຽດນາມ ສ້າງຕັ້ງ ແລະ ດຳເນີນການເຄື່ອນໄຫວບັນດາຫຼັກການ, ຄວາມກ້າວໜ້າຂອງລັດແຫ່ງອຳນາດນິຕິບັນຍັດທີ່ທັນສະໄໝ, ມີລັກສະນະກຳນົດທິດສັງຄົມນິຍົມ, ຮັບປະກັນສີສັນວັດທະນະທຳທີ່ເປັນມູນເຊື້ອຂອງ ຫວຽດນາມ ແມ່ນ ລັດຂອງປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອປະຊາຊົນ, ໂດຍພັກນຳພາ, ເພື່ອແນໃສ່ເປົ້າໝາຍພັດທະນາປະເທດຊາດ, ນຳມາເຊິ່ງຄວາມຜາສຸກໃຫ້ແກ່ປະຊາຊົນ”. ຢືນຢັນວ່າ “ການສ້າງລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມ ຫວຽດນາມ ໃຫ້ສົມບູນແບບ ແມ່ນກົດເກນພັດທະນາທີ່ຈຳເປັນຕ້ອງໄປຂອງລັດ ຫວຽດນາມ, ສອດຄ່ອງກັບທ່າອ່ຽງຂອງຍຸກສະໄໝ, ແມ່ນແຜນນະໂຍບາຍສະເໝີຕົ້ນສະເໝີປາຍ, ຖືກຕ້ອງຂອງພັກ, ແມ່ນຄວາມມຸ່ງມາດປາດຖະໜາ, ການຄັດເລືອກຂອງປະຊາຊົນ, ແມ່ນຄວາມຮຽກຮ້ອງອັນຮີບດ່ວນເພື່ອພັດທະນາປະເທດຊາດຢ່າງວ່ອງໄວ, ຍືນຍົງ ແລະ ເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງ, ກວ້າງຂວາງ”.

        ໂດຍຕິດພັນກັບບັນດາທັດສະນະດັ່ງກ່າວ, ເນື້ອໃນຂອງແຜນຮ່າງຄັ້ງທີ 1 “ຍຸດທະສາດສ້າງລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມ ຫວຽດນາມ ຮອດປີ 2030, ກຳນົດທິດຮອດປີ 2045 ໃຫ້ສົມບູນແບບ” ຕິດພັນກັບໂຄງການການເມືອງສ້າງສາປະເທດຊາດ, ລັດຖະທຳມະນູນ 2013, ບັນດາມະຕິຂອງສູນກາງພັກ, ໂດຍສະເພາະແມ່ນມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ, ມີຫຼາຍຈຸດໃໝ່, ມີລັກສະນະບຸກທະລຸ, ຈະສ້າງການຫັນປ່ຽນຢ່າງແຮງໃນການສ້າງລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມ ຫວຽດນາມ ໃຫ້ສົມບູນແບບ ໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ