ສ້າງລັດແຫ່ງອຳນາດນິຕິບັນຍັດເພື່ອຮັບໃຊ້ປະຊາຊົນໃຫ້ດີກວ່າ

(VOVWORLD) -ແຜນ “ຍຸດທະສາດກໍ່ສ້າງ ແລະ ສ້າງລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມຫວຽດນາມ ຮອດປີ 2030, ກຳນົດທິດຮອດປີ 2045 ໃຫ້ສົມບູນແບບ” ຖືເອົາລັດທິ ມາກເລນິນ, ແນວຄິດໂຮ່ຈີມິນ ເປັນແນວຄິດລຸລ່ວງໃນຕະຫຼອດວິວັດການສ້າງແຜນ
ສ້າງລັດແຫ່ງອຳນາດນິຕິບັນຍັດເພື່ອຮັບໃຊ້ປະຊາຊົນໃຫ້ດີກວ່າ - ảnh 1ທ່ານປະທານປະເທດ ຫງວຽນຊວັນຟຸກ, ຫົວໜ້າຄະນະຊີ້ນຳການສ້າງແຜນດັ່ງກ່າວ
(ພາບ: TTXVN)

ໃນທ້າຍອາທິດຜ່ານມາ, ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ໄດ້ເປັນປະທານການເຮັດວຽກ 2 ຕອນກ່ຽວກັບແຜນ “ຍຸດທະສາດກໍ່ສ້າງ ແລະ ສ້າງລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມຫວຽດນາມ ຮອດປີ 2030, ກຳນົດທິດຮອດປີ 2045 ໃຫ້ສົມບູນແບບ”. ນີ້ແມ່ນແຜນສຳຄັນ, ມີລັກສະນະຍຸດທະສາດສຳລັບການພັດທະນາຂອງປະເທດຊາດ. ເລື່ອງສ້າງແຜນມຸ່ງໄປເຖິງການຊຸກຍູ້ຄວາມກ້າວໜ້າຂອງສັງຄົມໃນບັນດາຂົງເຂດຄື: ເສດຖະກິດ, ວັດທະນະທຳ, ສັງຄົມ, ສິ່ງແວດລ້ອມ… ແລະ ສຳຄັນທີ່ສຸດແມ່ນມຸ່ງໄປເຖິງປະຊາຊົນ, ເພື່ອຮັບໃຊ້ປະຊາຊົນໃຫ້ເປັນຢ່າງດີກວ່າ.

        ແຜນ “ຍຸດທະສາດກໍ່ສ້າງ ແລະ ສ້າງລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມຫວຽດນາມ ຮອດປີ 2030, ກຳນົດທິດຮອດປີ 2045 ໃຫ້ສົມບູນແບບ” ຖືເອົາລັດທິ ມາກເລນິນ, ແນວຄິດໂຮ່ຈີມິນ ເປັນແນວຄິດລຸລ່ວງໃນຕະຫຼອດວິວັດການສ້າງແຜນ; ວິທີການສຳຜັດທີ່ເໝາະສົມກັບສະພາບການສາກົນ ແລະ ພາກພື້ນ; ເຮັດແຈ້ງບາງເນື້ອໃນ ແລະ ສາມາດເພີ່ມເຕີ່ມບາງຫົວເລື່ອງສະເພາະໃໝ່ໃຫ້ເໝາະສົມກັບຄວາມຮຽກຮ້ອງຕົວຈິງ.

ຖືເອົາລັດທິມາກ-ເລນິນ ແລະ ແນວຄິດໂຮ່ຈີມິນ ເປັນພື້ນຖານດ້ານແນວຄິດ

        ເລື່ອງສ້າງລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມຢູ່ຫວຽດນາມ ໄດ້ສະແດງອອກໃນລັດຖະທຳມະນູນປີ 1946. ບັນຫາດັ່ງກ່າວກໍ່ໄດ້ຮັບການຢັ້ງຢືນຄືນໃໝ່ໃນໂຄງການການເມືອງໃນໄລຍະຂ້າມຜ່ານກ້າວຂຶ້ນສັງຄົມນິຍົມປີ 1991 (ສະບັບເພີ່ມເຕີ່ມ, ພັດທະນາປີ 2011). ຕໍ່ຈາກນັ້ນ, ລັດຖະທຳມະນູນປີ 2013 ແລະ ບັນດາຍຸດທະສາດພັດທະນາເສດຖະກິດ-ສັງຄົມລ້ວນແຕ່ໄດ້ຢັ້ງຢືນອີກເທື່ອໜຶ່ງກ່ຽວກັບບັນຫາກໍ່ສ້າງລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມຢູ່ຫວຽດນາມ. ພິເສດ, ມະຕິກອງປະຊຸມໃຫຍ່ທົ່ວປະເທດຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ ສືບຕໍ່ຢັ້ງຢັ້ນເລື່ອງສ້າງລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມແມ່ນຂອງປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອປະຊາຊົນ ໂດຍພັກນຳພາ ແມ່ນໜ້າທີ່ຈຸດສຸມຂອງການປ່ຽນແປງໃໝ່ລະບົບການເມືອງ. ທ່ານປະທານປະເທດ ຫງວຽນຊວັນຟຸກ, ຫົວໜ້າຄະນະຊີ້ນຳການສ້າງແຜນດັ່ງກ່າວ, ຢືນຢັນວ່າ:

        “ຈິດໃຈຂອງພວກເຮົາແມ່ນ, ສ້າງແຜນມີລັກສະນະຍຸດທະສາດ, ແທດຈິງສຳລັບປະຊາຊົນ ແລະ ອົງການແຫ່ງລັດ, ເປັນລັດແຫ່ງອຳນາດນິຕິບັນຍັດຂອງປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອປະຊາຊົນຢ່າງແທ້ຈິງ. ເປັນເອກະພາບບັນດາທັດສະນະພື້ນຖານ, ບຸກທະລຸ. ມີຫຼາຍຄຳເຫັນສະເໜີໃຫ້ມີບັນດາຂອດບຸກທະລຸທີ່ຈຳເປັນເພື່ອໃຫ້ລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມຫວຽດນາມ ໃນໄລຍະຈະມາເຖິງ, ວິໄສທັດຮອດປີ 2045 ຮັບປະກັນບັນລຸຜົນສຳເລັດ, ໃນນັ້ນມີບັນຫາປົກປ້ອງປະຊາຊົນ, ປົກປ້ອງມະນຸດ, ສ້າງລະບຽບວິໄນຂອງປະເທດຊາດ, ປ້ອງກັນ - ຕ້ານການສໍ້ລາດບັງຫຼວງ, ລະບົບກົດໝາຍຮັບປະກັນການເຊື່ອມໂຍງເຂົ້າກັບສາກົນ. ພວກເຮົາຕ້ອງຊາບຊຶມຈິດໃຈທີ່ວ່າ, ລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມຫວຽດນາມ ຖືເອົາລັດທິມາກ-ເລນິນ, ແນວຄິດໂຮ່ຈີມິນ ເປັນພື້ນຖານດ້ານແນວຄິດ ເພື່ອປັບປຸງ ແລະ ພັດທະນາຢ່າງບໍ່ຢຸດຢັ້ງ”.

ສ້າງລັດແຫ່ງອຳນາດນິຕິບັນຍັດເພື່ອຮັບໃຊ້ປະຊາຊົນໃຫ້ດີກວ່າ - ảnh 2ບັນດາສະມາຊິກໃນຄະນະຊີ້ນຳການກໍ່ສ້າງແຜນ
(ພາບ: TTXVN)

ເໝາະສົມກັບສະພາບການສາກົນ ແລະ ພາກພື້ນ

        ໃນສະພາບຫວຽດນາມ ເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງ, ກວ້າງຂວາງນັ້ນ, ຄວາມຮຽກຮ້ອງທີ່ໄດ້ວາງອອກສຳລັບແຜນແມ່ນ ມີການຕີລາຄາຜົນກະທົບຂອງການເຊື່ອມໂຍງກັບການສ້າງລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມຂອງຫວຽດນາມ. ເລື່ອງສ້າງລະບົບກົດໝາຍໃຫ້ສົມບູນແບບຕ້ອງມີຄວາມກົມກຽວກັບກົດໝາຍສາກົນ, ຕອບສະໜອງການປະຕິບັດບັນດາຄຳໝັ້ນສັນຍາສາກົນເຊິ່ງຫວຽດນາມ ໄດ້ເຂົ້າຮ່ວມ, ບົນພື້ນຖານຮັບປະກັນຜົນປະໂຫຍດຂອງປະເທດຊາດ. ພ້ອມກັນນັ້ນແມ່ນການຕີລາຄາຜົນກະທົບຂອງການປະຕິວັດອຸດສາຫະກຳຄັ້ງທີ 4, ຍ້ອນປະກົດມີຫຼາຍຮູບແບບໃໝ່ໃນຫຼາຍຂົງເຂດ ສະນັ້ນກົດໝາຍກໍ່ຕ້ອງໄປທຽບທັນ ແລະ ມີການດັດປັບ. ທ່ານປະທານປະເທດ ຫງວຽນຊວັນຟຸກ, ຊີ້ແຈ້ງວ່າ:

        “ແຜນດັ່ງກ່າວແມ່ນເພື່ອແນໃສ່ຮັບໃຊ້ປະຊາຊົນ, ສ້າງເງື່ອນໄຂໃຫ້ແກ່ປະເທດພັດທະນາ ຕາມທິດປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ສັງຄົມຍຸຕິທຳ, ປະຊາທິປະໄຕ, ສີວິໄລ, ຫາກບໍ່ແມ່ນແຜນໃຊ້ລະບົບກົດໝາຍເປັນຫຼັກ. ສະນັ້ນ, ວິວັດການສ້າງແຜນຕ້ອງຕິດພັນກັບບັນດາທັດສະນະ, ແຜນນະໂຍບາຍຂອງພັກ, ລັດຖະທຳມະນູນ, ກົດໝາຍຂອງລັດກ່ຽວກັບການສ້າງລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມຫວຽດນາມ. ເລື່ອງສ້າງແຜນຕ້ອງມີວິທີການສຳຜັດກັບວິທະຍາສາດ, ມີວິໄສທັດຍາວນານ, ເໝາະສົມກັບທ່າອ່ຽງພັດທະນາສາກົນ ອີງຕາມພື້ນຖານການຄົ້ນຄວ້າຢ່າງເປັນລະບົບກ່ຽວກັບທິດສະດີ ແລະ ພຶດຕິກຳຕົວຈິງທີ່ໄດ້ວາງອອກຕາມຄຳຮຽກຮ້ອງລະອຽດຂອງສະພາບການຢູ່ພາຍໃນປະເທດ ແລະ ສາກົນ”.

        ຫວຽດນາມ ພວມຢູ່ໃນໄລຍະເບື້ອງຕົ້ນຂອງການສ້າງແຜນ “ຍຸດທະສາດກໍ່ສ້າງ ແລະ ສ້າງລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມຫວຽດນາມ ຮອດປີ 2030, ກຳນົດທິດຮອດປີ 2045 ໃຫ້ສົມບູນແບບ”. ຄາດວ່າ, ແຜນດັ່ງກ່າວຈະໄດ້ຍື່ນສະເໜີຕໍ່ສູນກາງພັກໃນເດືອນ ຕຸລາ 2022. ເລື່ອງແຜນດັ່ງກ່າວໄດ້ຮັບການສ້າງຂຶ້ນບົນຈິດໃຈມີລັກສະນະຍຸດທະສາດ, ມີບັນດາບາດກ້າວບຸກທະລຸທີ່ຈຳເປັນ ຈະປະກອບສ່ວນສຳຄັນເພື່ອສ້າງຮູບແບບລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມຫວຽດນາມ ວິໄສທັດຮອດປີ 2045 ໃຫ້ສົມບູນແບບ, ມີຄວາມໝາຍຢ່າງແທດຈິງສຳລັບປະຊາຊົນ ແລະ ອົງການແຫ່ງລັດ.

ຕອບກັບ

ຂ່າວ/ບົດ​ອື່ນ