ສ້າງລະບອບລະບຽບການ ນະໂຍບາຍການລົງທຶນຕ່າງປະເທດໃນສະພາບການໃໝ່ໃຫ້ສົມບູນແບບ

(VOVWORLD) -ພາຍຫຼັງໄລຍະ 30 ປີແຫ່ງການປະຕິບັດການດຶງດູດ ແລະ ນຳໃຊ້ແຫຼ່ງເງິນລົງທຶນໂດຍກົງຈາກຕ່າງປະເທດ (FDI), ພື້ນຖານເສດຖະກິດຫວຽດນາມ ໄດ້ຮັບປະສິດທິຜົນຕັ້ງໜ້າຫຼາຍຢ່າງ. ສືບຕໍ່ດຶງດູດແຫຼ່ງທຶນ FDI ແມ່ນບຸລິມະສິດຕົ້ນຕໍຂອງຫວຽດນາມ ໃນໄລຍະຈະມາເຖິງ.
ສ້າງລະບອບລະບຽບການ ນະໂຍບາຍການລົງທຶນຕ່າງປະເທດໃນສະພາບການໃໝ່ໃຫ້ສົມບູນແບບ - ảnh 1(ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ, ກ່າວຄຳເຫັນທີ່ກອງປະຊຸມປຶກສາຫາລືປະກອບຄຳເຫັນການກຳນົດທິດສ້າງລະບອບລະບຽບການ ກ່ຽວກັບການລົງທຶນຕ່າງປະເທດໃນສະພາບການໃໝ່ໃຫ້ສົມບູບແບບ)

ຕາມນັ້ນແລ້ວ, ລັດຖະບານຫວຽດນາມ ຈະຍູ້ແຮງການສ້າງລະບອບລະບຽບການ, ນະໂຍບາຍໃຫ້ສຳເລັດສົມບູນ, ສະພາບແວດລ້ອມແຫ່ງການລົງທຶນທີ່ສະດວກສະບາຍສຳລັບບັນດານັກລົງທຶນ.

        ທຶນ FDI ແມ່ນແຫຼ່ງກຳລັງສຳຄັນໃນຍອດເງິນລົງທຶນພັດທະນາຂອງທົ່ວສັງຄົມ, ປະກອບສ່ວນເກືອບ 20% ເຂົ້າຍອດຜະລິດຕະພັນພາຍໃນ (GDP) ຂອງທົ່ວປະເທດ. ປະຈຸບັນ, FDI ໄດ້ປະກອບສ່ວນ 70% ເຂົ້າຍອດຜະລິດຕະພັນສົ່ງອອກຂອງຫວຽດນາມ ໃນແຕ່ລະປີ, ປະກອບສ່ວນສ້າງແຫຼ່ງເງິນຕາຕ່າງປະເທດ ແລະ ແມ່ນໜຶ່ງໃນບັນດາປັດໄຈຕົ້ນຕໍປະກອບສ່ວນເຂົ້າການສົ່ງອອກເກີນດຸນຂອງຫວຽດນາມ ໃນໄລຍະຜ່ານມາ.

        ໄລ່ຮອດທ້າຍປີ 2018, ທົ່ວປະເທດມີ 27.500 ໂຄງການລົງທຶນ FDI ທີ່ພວມເຄື່ອນໄຫວ ເຊິ່ງມາຈາກ 130 ປະເທດ ແລະ ເຂດແຄ້ວນ, ດ້ວຍຍອດເງິນລົງທຶນທີ່ໃຫ້ຄຳໝັ້ນສັນຍາແມ່ນ 340 ຕື້ USD, ໃນນັ້ນການລົງທຶນໄດ້ປະຕິບັດບັນລຸ 140 ຕື້ USD.

ສ້າງຍຸດທະສາດ, ວິໄສທັດໃຫ້ແກ່ການດຶງດູດທຶນ FDI

        ບັນດາໝາກຜົນໃນການດຶງດູດທຶນ FDI ໃນໄລຍະຜ່ານມາ ແມ່ນຍ້ອນສະພາບການເມືອງສະຖຽນລະພາບ, ສະພາບແວດລ້ອມແຫ່ງການລົງທຶນໄດ້ຮັບການປັບປຸງຢ່າງຕໍ່ເນື່ອງ, ລະດັບເປີດປະຕູດ້ານການຄ້າສູງ ແລະ ທ່າສະດວກດ້ານພູມມີປະເທດຂອງຫວຽດນາມ… ພິເສດ, ຍາມໃດລັດຖະບານຫວຽດນາມ ກໍ່ສຸມໃສ່ຊີ້ນຳການປະຕິຮູບສະພາບແວດລ້ອມແຫ່ງການລົງທຶນຢ່າງແຮງ. ສິ່ງດັ່ງກ່າວໄດ້ກະທົບຢ່າງຕັ້ງໜ້າເຖິງເຂດ FDI ແລະ ໄດ້ຮັບການຕີລາຄາສູງຈາກປະຊາຄົມບັນດານັກລົງທຶນຕ່າງປະເທດ.

        ເຖິງຢ່າງໃດກໍ່ຕາມ, ຫວຽດນາມ ກໍ່ຮັບຮູ້ໄດ້ວ່າ ຕ້ອງມີການປ່ຽນແປງຍຸດທະສາດດ້ານນະໂຍບາຍ ເພື່ອຮັກສາຄວາມສາມາດໃນການແກ່ງແຍ້ງ, ຮັບປະກັນຄວາມໝັ້ນຄົງຂອງກະແສທຶນ FDI ທີ່ໄດ້ຮັບ ແລະ ຍູ້ແຮງ FDI ມີມູນຄ່າເພີ່ມສູງ. ສະນັ້ນ, ຫວຽດນາມ ຄວນສ້າງການກຳນົດທິດໃໝ່ໃຫ້ແກ່ການດຶງດູດທຶນ FDI. ທີ່ກອງປະຊຸມປຶກສາຫາລືປະກອບຄຳເຫັນການກຳນົດທິດສ້າງລະບອບລະບຽບການ ກ່ຽວກັບການລົງທຶນຕ່າງປະເທດໃນສະພາບການໃໝ່ໃຫ້ສົມບູບແບບ ເຊິ່ງດຳເນີນໃນວັນທີ 14 ກຸມພາ ຢູ່ແຂວງບິ່ງເຢືອງ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເວືອງດິ່ງເຫ້ວ, ເນັ້ນໜັກວ່າ.

        “ລັດຖະບານມີແຜນນະໂຍບາຍສະຫຼຸບ, ຕີລາຄາ 30 ປີແຫ່ງການດຶງດູດ ແລະ ນຳໃຊ້ແຫຼ່ງທຶນ FDI ແລະ ສ້າງແຜນຮ່າງເພື່ອຍື່ນສະເໜີຕໍ່ອົງການທີ່ມີສິດອຳນາດເພື່ອຄົ້ນຄວ້າ. ຖ້າຫາກວ່າ ແຜນຮ່າງຮັບປະກັນມີຄຸນນະພາບດີ ແມ່ນຈະຍົກອອກມະຕິສຳຄັນກ່ຽວກັບການກຳນົດທິດ, ສ້າງລະບອບລະບຽບການ ແລະ ນະໂຍບາຍໃຫ້ສົມບູນແບບ ເພື່ອຍົກສູງປະສິດທິຜົນການດຶງດູດ ແລະ ນຳໃຊ້ແຫ່ງທຶນ FDI ໃນໄລຍະຈະມາເຖິງ”.

ໝູນໃຊ້ກາລະໂອກາດຈາກການປະຕິວັດອຸດສາຫະກຳ 4.0 ເພື່ອດຶງດູດທຶນ FDI

        ປະຈຸບັນ, ຫວຽດນາມ ພວມຮັກສາຮູບແບບການເຕີບໂຕໂດຍ ອີງໃສ່ການຂຸດຄົ້ນແຫຼ່ງຊັບພະຍາກອນ, ການປະກອບເຄື່ອງຈັກ, ດຳເນີນການຫັນປະເທດຊາດເປັນອຸດສາຫະກຳ, ທັນສະໄໝ ໂດຍອີງໃສ່ການດຶງດູດທຶນ FDI ແລະ ການສົ່ງອອກ. ເຖິງຢ່າງໃດກໍ່ຕາມ, ຮູບແບບການເຕີບໂຕດັ່ງກ່າວຈະປະສົບກັບສິ່ງທ້າທາຍໃຫຍ່ຫຼວງໃນສະພາບການປະຕິວັດອຸດສາຫະກຳ 4.0 ເມື່ອ ຫຸ່ນຍົນ, ພູມປັນຍາທຽມ ຈະປ່ຽນແທນການອອກແຮງງານຂອງມະນຸດ, ການເຄື່ອນໄຫວທຳການຜະລິດ, ການປະດິດສ້າງໃນອະນາຄົດຈະກັບຄືນສູ່ບັນດາປະເທດອຸດສາຫະກຳພັດທະນາ. ເຖິງວ່າ, ສິ່ງທ້າທາຍໃຫຍ່ຫຼວງ, ແຕ່ກາລະໂອກາດກໍ່ມີຫຼາຍ. ສະພາບແວດລ້ອມທີ່ສະດວກໃຫ້ແກ່ການປະຕິວັດອຸດສາຫະກຳ 4.0 ພ້ອມກັບທັກສະ ແລະ ເຕັກໂນໂລຊີທີ່ເໝາະສົມຂອງຫວຽດນາມ ຈະແມ່ນການສະເໜີຄຸນຄ່າທີ່ດູດດື່ມ ເພື່ອແນໃສ່ດຶງດູດຮູບແບບການລົງທຶນ FDI ທີ່ມີການກຳນົດທິດການສົ່ງອອກທີ່ມີມູນຄ່າເພີ່ມຫຼາຍກວ່າ. ໃນການໂອ້ລົມສົນທະນາກັບວິສາຫະກິດຢູ່ພາຍໃນປະເທດ ແລະ ຕ່າງປະເທດໃນທ້າຍປີ 2018 ຜ່ານມາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ, ເຄີຍຢືນຢັນວ່າ:

        “ສືບຕໍ່ປ່ຽນແປງໃໝ່ກົນໄກ, ນະໂຍບາຍກົດໝາຍຕາມທິດເສດຖະກິດການຕະຫຼາດຕາມການກຳນົດທິດສັງຄົມນິຍົມຂອງຫວຽດນາມ. ພວກຂ້າພະເຈົ້າກໍ່ຕ້ອງສືບຕໍ່ຮັບຟັງບັນດາຄຳເຫັນປະກອບຈາກບັນດາວິສາຫະກິດຕື່ມອີກ ເພື່ອແນໃສ່ສ້າງນະໂຍບາຍ, ກົດໝາຍ, ທ້ອງຖິ່ນໃຫ້ສົມບູນແບບ ຕາມທຳນຽມສາກົນໃຫ້ເປັນຢ່າງດີກວ່າ. ພ້ອມກັນນັ້ນແມ່ນຍູ້ແຮງການເຊື່ອມໂຍງເຂົ້າກັບສາກົນ, ຫວຽດນາມ ໄດ້ເຂົ້າຮ່ວມສັນຍາການຄ້າສາກົນຫຼາຍສະບັບ ແລະ ກາລະໂອກາດພັດທະນາອັນໃຫຍ່ຫຼວງສຳລັບບັນດາວິສາຫະກິດ, ບໍ່ພຽງແຕ່ວິສາຫະກິດຫວຽດນາມ ເອງເທົ່ານັ້ນ, ຫາກນັບທັງວິສາຫະກິດຕ່າງປະເທດທີ່ລົງທຶນຢູ່ຫວຽດນາມ ອີກດ້ວຍ. ຂ້າພະເຈົ້າຖືວ່າ, ບັນດາການປະຕິຮູບໃນເບື້ອງຕົ້ນຄືແນວນັ້ນ ຈະສ້າງສະພາບແວດລ້ອມທີ່ດີ, ສ້າງຄວາມອຸ່ນອຽນໃຈຢ່າງໃຫຍ່ຫຼວງໃຫ້ແກ່ບັນດານັກລົງທຶນຢູ່ພາຍໃນ ແລະ ຕ່າງປະເທດ ເມື່ອມາລົງທຶນ, ທຳມາຫາກິນຢູ່ ຫວຽດນາມ”.

        ນອກຈາກຄວາມມານະພະຍາຍາມໃນການສ້າງລະບອບລະບຽບການເສດຖະກິດການຕະຫຼາດທີ່ທັນສະໄໝ, ເໝາະສົມກັບບັນດາມາດຕະຖານສາກົນ, ທຳນຽມສາກົນໃຫ້ດີທີ່ສຸດເທົ່າທີ່ຈະເຮັດໄດ້ນັ້ນ, ຫວຽດນາມ ກໍ່ພວມຊຸກຍູ້ຈິດໃຈດຳເນີນທຸລະກິດສົ່ງເສີມການລົງທຶນ ແລະ ການປ່ຽນແປງໃໝ່, ຖ່າຍທອດເຕັກໂນໂລຊີ; ປັບປຸງໂຄງປະກອບພື້ນຖານໂຄງລ່າງ, ຍົກສູງຄຸນນະພາບແຫຼ່ງຊັບພະຍາກອນມະນຸດ. ລັດຖະບານ ກໍ່ພວມສືບຕໍ່ສ້າງແຜນຮ່າງການກຳນົດທິດສ້າງລະບອບລະບຽບການ, ນະໂຍບາຍ, ຍົກສູງຄຸນນະພາບ, ປະສິດທິຜົນ ແລະ ນຳໃຊ້ແຫຼ່ງທຶນ FDI ຮອດປີ 2030 ໃຫ້ສົມບູນແບບ ເພື່ອລາຍງານຕໍ່ກົມການເມືອງພິຈາລະນາຮັບຮອງເອົາ. ມະຕິສະເພາະກ່ຽວກັບການກຳນົດທິດຍຸດທະສາດໃນການດຶງດູດ, ນຳໃຊ້ແຫຼ່ງທຶນ FDI ໄດ້ຮັບການຮັບຮອງເອົາ ແນ່ນອນວ່າຈະຊ່ວຍຍົກສູງປະສິດທິຜົນຂອງກະແສເງິນລົງທຶນດັ່ງກ່າວໃນໄລຍະຈະມາເຖິງກວ່າອີກ.

ຕອບກັບ

ຂ່າວ/ບົດ​ອື່ນ