ສ້າງລະບອບລະບຽບການເພື່ອຊ່ວຍວິທະຍາສາດເຕັກໂນໂລຊີພັດທະນາ

(VOVWORLD) - ການພົບປະລະຫວ່າງທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ກັບນັກວິທະຍາສາດດີເດັ່ນໃນຂົງເຂດຕ່າງໆ 300 ຄົນ, ທີ່ຕາງໜ້າໃຫ້ວົງການນັກປັນຍາຊົນ 4 ລ້ານຄົນໃນທົ່ວປະເທດ ເພື່ອຮັບຟັງບັນດາຄຳຄິດເຫັນສຳລັບການພັດທະນາຂອງວິທະຍາສາດເຕັກໂນໂລຊີ ຫວຽດນາມ ໄດ້ດຳເນີນໃນວັນທີ 29 ມັງກອນ 2019 ຢູ່ ຮ່າໂນ້ຍ. 

ນີ້ແມ່ນການເຄື່ອນໄຫວແນໃສ່ປຸກລຸກ ແລະ ປຸກລະດົມແຫຼ່ງພູມປັນຍາທີ່ມີຢູ່ແລ້ວຢ່າງແຮງ ເພື່ອປະກອບສ່ວນເຂົ້າໃນການພັດທະນາຂອງ ຫວຽດນາມ ໃນອະນາຄົດ.

ສ້າງລະບອບລະບຽບການເພື່ອຊ່ວຍວິທະຍາສາດເຕັກໂນໂລຊີພັດທະນາ - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ  ພົບປະກັບນັກວິທະຍາສາດດີເດັ່ນໃນຂົງເຂດຕ່າງໆ

        ທີ່ການພົບປະນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຢັ້ງຢືນໝາກຜົນຂອງກິດຈະການປ່ຽນແປງໃໝ່ ແລະ ພັດທະນາປະເທດຊາດມີການປະກອບສ່ວນຢ່າງໃຫຍ່ຫລວງ, ໂດຍກົງຈາກກຳລັງນັກປັນຍາຊົນ ແລະ ບັນດານັກວິທະຍາສາດຂອງ ຫວຽດນາມ. ພັກ, ລັດ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນຖັນແຖວນັກປັນຍາຊົນ, ຜູ້ມີຄວາມເກັ່ງກ້າສາມາດ.

ປາດຖະໜາຢາກໃຫ້ປັນຍາຊົນປະກອບສ່ວນເຂົ້າໃນການພັດທະນາຂອງປະເທດຊາດ

       ປີ 2019, ລັດຖະບານ ຫວຽດນາມ ໄດ້ຍົກອອກທິດນຳແຫ່ງການກະທຳທີ່ວ່າ “ມີລະບຽບວິໄນ, ສັດຊື່ບໍລິສຸດ, ມີການກະທຳ, ການປະດິດຄິດສ້າງ, ບຸກທະລຸ ແລະ ມີປະສິດທິຜົນ”  ແລະ ຈະມີບັນດາ “ບາດກ້າວກະໂດດຂັ້ນ” ບໍ່ພຽງແຕ່ທາງດ້ານເສດຖະກິດເທົ່ານັ້ນ ຫາກຍັງທັງດ້ານການພັດທະນາທີ່ມີຄວາມສ້າງສັນອີກດ້ວຍ. ຕາມທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລ້ວ, ເພື່ອພັດທະນາປະເທດຊາດຢ່າງວ່ອງໄວ ແລະ ຍືນຍົງ, ຮຽກຮ້ອງໃຫ້ ຫວຽດນາມ ຕ້ອງເສີມຂະຫຍາຍແຫຼ່ງພູມປັນຍາທີີ່ມີຢູ່ແລ້ວ ຢ່າງແຮງ, ປຸກລຸກ ແລະ ລະດົມກຳລັງການປະດິດຄິດສ້າງຂອງຊາວ ຫວຽດນາມ. ນີ້ແມ່ນສິ່ງທ້າທາຍ ທັງແມ່ນໂອກາດໃຫ້ແກ່ຜູ້ທີ່ເຮັດວຽກງານວິທະຍາສາດເຕັກໂນໂລຊີ ປະກອບສ່ວນເຂົ້າໃນການພັດທະນາຂອງປະເທດຊາດຫລາຍກ່ວາ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ປາດຖະໜາວ່າ ຖັນແຖວນັກປັນຍາຊົນທີ່ຢູ່ພາຍໃນປະເທດ ແລະ ຕ່າງປະເທດ ຈະປະກອບສ່ວນເຂົ້າໃນຄວາມຄາດຫວັງຂອງຊົນຊາດ ນຳປະເທດ ຫວຽດນາມ ກາຍເປັນປະເທດທີ່ມີລະດັບລາຍຮັບສູງ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກ່າວວ່າ:

        ບັນດາສະຫາຍລ້ວນແຕ່ເວົ້າເຖິງຄວາມຄາດຫວັງ, ພວກຂ້າພະເຈົ້າຢາກເວົ້າແຈ້ງກ່ວາ, ນັ້ນແມ່ນຄວາມຄາດຫວັງນຳປະເທດຊາດພັດທະນາຢ່າງໝັ້ນຄົງເຂັ້ມແຂງ ພ້ອມກັບການໝູນໃຊ້ກາລະໂອກາດ, ກຳລັງແຮງຍຸກປັດຈຸບັນ, ອອກແຮງແກ້ໄຂສິ່ງທີ່ຍັງຄົງຄ້າງຈຳກັດ, ຮ່ວມແຮງຮ່ວມໃຈກັນ ເຂົ້າໃນກິດຈະການຂອງທົ່ວພັກ, ທົ່ວປວງຊົນໃນທົ່ວປະເທດ ແລະ ຕ່າງປະເທດ, ພິເສດແມ່ນການເຂົ້າຮ່ວມຢ່າງສຸດຈິດສຸດໃຈດ້ວຍຄວາມຮັບຜິດຊອບຢ່າງໝົດຈິດໝົດໃຈຂອງບັນດານັກປັນຍາຊົນ, ນັກຊ່ຽວຊານ ແລະ ນັກວິທະຍາສາດ. ສິ່ງທັງໝົດເຫຼົ່ານັ້ນ ດ້ວຍຄວາມຄາດຫວັງຂອງ ຫວຽດນາມ ເພື່ອ    ນຳປະເທດ ຫວຽດນາມ ກ້າວຂຶ້ນ. ເປົ້າໝາຍແມ່ນຮອດປີ 2045, ຫວຽດນາມ ພັດທະນາໃຫ້ກາຍເປັນປະເທດທີ່ປະຊາຊົນມີລາຍຮັບສູງ.

        ດ້ວຍຈິດໃຈນັ້ນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ປາດຖະໜາວ່າ ຖັນແຖວນັກປັນຍາຊົນ, ນັກວິທະຍາສາດ ຫວຽດນາມ ຈະສຸມໃສ່ປະກອບສ່ວນພູມປັນຍາເຂົ້າໃນບາງຂົງເຂດລະອຽດຄື: ການປ່ຽນແປງຂອງດິນຟ້າອາກາດ; ຄວາມປອດໄພ, ຄວາມໝັ້ນຄົງດ້ານພະລັງງານ; ການເບິ່ງແຍງດູແລສຸຂະພາບໃຫ້ມະນຸດ, ພັດທະນາກະສິກຳ, ຊົນນະບົດ. ໄປຄຽງຄູ່ກັນນັ້ນແມ່ນຂົງເຂດວິທະຍາສາດສັງຄົມ, ເປັນຕົ້ນແມ່ນວິທະຍາສາດການຄຸ້ມຄອງເພື່ອພັດທະນາ, ວິທະຍາສາດດ້ານນິຕິທຳເພື່ອປົກປ້ອງສິດທິມະນຸດ, ສິດພົນລະເມືອງຕາມເນື້ອໃນຈິດໃຈລັດຖະທຳມະນູນປີ2013.

ລະບອບລະບຽບການທີ່ດີຈະຊ່ວຍໃຫ້ວິທະຍາສາດເຕັກໂນໂລຊີພັດທະນາ

       ທີ່ການພົບປະໃນຄັ້ງນີ້, ບັນດານັກວິທະຍາສາດຕີລາຄາສູງຕໍ່ພັກ, ລັດ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນບັນດານັກປັນຍາຊົນ, ນັກວິທະຍາສາດ. ໃນນາມສ່ວນຕົວທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ມີບັນດາການເຄື່ອນໄຫວພົບປະເຈລະຈາກັບບັນດານັກປັນຍາຊົນເປັນປະຈຳ. ນີ້ແມ່ນການສົ່ງເສີມສຳຄັນ ເພື່ອໃຫ້ບັນດານັກປັນຍາຊົນ, ນັກວິທະຍາສາດອອກແຮງປະກອບສ່ວນເຂົ້າໃນການພັດທະນາຂອງປະເທດຊາດ. ສ່ວນທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເຫັນດີເປັນເອກະພາບຕໍ່ບັນດາຄຳຄິດເຫັນໂດຍຖືວ່າ: ເພືຶ່ອໃຫ້ວິທະຍາສາດເຕັກໂນໂລຊີພັດທະນານັ້ນ ຕ້ອງມີລະບອບລະບຽບການ, ກົດໝາຍດີ. ປັດຈຸບັນນະໂຍບາຍກ່ຽວກັບເສດຖະກິດ ແລະ ບັນດານະໂຍບາຍສຳລັບວິທະຍາສາດເຕັກໂນໂລຊີຂອງ ຫວຽດນາມ ທີ່ຍັງມີຂໍ້ຄົງຄ້າງຫລາຍຢ່າງ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢືນຢັນວ່າ: ລັດຖະບານຈະສືບຕໍ່ປ່ຽນແປງໃໝ່ນະໂຍບາຍດ້ານການເງິນ, ເສດຖະກິດ ເພື່ອຊ່ວຍໃຫ້ວິທະຍາສາດເຕັກໂນໂລຊີພັດທະນາ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃຫ້ຮູ້ວ່າ:

        ສາດສະດາຈານ, ປະລິນຍາເອກ 300 ຄົນທີ່ຕາງໜ້າໃຫ້ວົງການນັກປັນຍາຊົນ 4 ລ້ານກ່ວາຄົນທີ່ຢູ່ພາຍໃນປະເທດ ແລະ ຕ່າງປະເທດ, ແຕ່ລະຄົນປະກອບຄຳຄິດເຫັນໃຫ້ແກ່ການພັດທະນາຂອງປະເທດຊາດ ພຽງແຈ່ເຈ້ຍໃບດຽວ ນັ້ນກໍ່ຈະເຕົ້າໂຮມໄດ້ສະຕິປັນຍາຂອງປັນຍາຊົນ ຫວຽດນາມ.

        ສຸດທ້າຍ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກວ່າ ຖັນແຖວນັກປັນຍາຊົນທັງຢູ່ພາຍໃນ ແລະ ຕ່າງປະເທດຂອງ ຫວຽດນາມ  ລ້ວນແຕ່ພວມພັດທະນາຢ່າງແຮງ. ນັ້ນແມ່ນກຳລັງຄວາມສາມາດບົ່ມຊ້ອນອັນໃຫຍ່ຫລວງ ບໍ່ແມ່ນວ່າ ຢູ່ປະເທດໃດກໍ່ມີ. ພັກ, ລັດ ຫວຽດນາມ ຍາມໃດກໍ່ປາດຖະໜາຢາກເສີມຂະຫຍາຍຄວາມສາມາດບົ່ມຊ້ອນສຳຄັນນີ້ເປັນຢ່າງດີທີ່ສຸດ ເພື່ອກາຍເປັນແຫຼ່ງກຳລັງ, ກຳລັງແຮງໃຫ້ແກ່ການພັດທະນາປະເທດຊາດ, ຍົກສູງທີ່ຕັ້ງບົດບາດຂອງປະເທດກ່ວາອີກ, ປັບປຸງ ແລະ ຫຼໍ່ຫຼອມຄວາມເອກອ້າງທະນົງໃຈຂອງປະເທດຊາດຕື່ມອີກ./.

ຕອບກັບ

ຂ່າວ/ບົດ​ອື່ນ