ສ້າງສະພາບແວດລ້ອມການແກ້ງແຍ້ງຢ່າງຍຸຕິທຳ:ເປັນຄັ້ງທຳອິດຫວຽດນາມນຳໃຊ້ອັດຕາພາສີຕ້ານການຂາຍບຸບລາຄາ


(vovworld)- ແຕ່​ວັນ​ທີ 5/10/2014, ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ​ຫວຽດ​ນາມ ໄດ້​ນຳ​ໃຊ້​ມາດ​ຕະ​ການ​ຕ້ານ​ການ​ຂາຍ​ບຸບ​ລາ​ຄາ​ສຳ​ລັບ​ຜະ​ລິດ​ຕະ​ພັນ​ເຫລັກ​ກ້າ​ບໍ່​ເຂົົ້າ​ໝ້ຽງຈຳ​ນວນ​ຫນຶ່ງ​ທີ່​ຫວຽດ​ນາມ​ນຳ​ເຂົົ້າ​ຈາກ ຈີນ, ມາ​ເລ​ເຊຍ, ອິນ​ໂດ​ເນ​ເຊຍ ແລ​ະ ໄຕ້​ຫວັນ​ປະ​ເທດ​ຈີນ ຢ່າງ​ເປັນ​ທາງ​ການ. ອັດ​ຕາ​ພາ​ສີ​ຕ່ຳ​ສຸດ​ແມ່ນ 3,07% ແລະ ສູງ​ສຸດ​ແມ່ນ 37,29%. ນີ້​ເປັນ​ຄັັ້ງ​ທຳ​ອິດ​ນັບ​ແຕ່​ເມື່ອ​ເປີດ​ປະ​ຕູ​ເຊື່ອມ​ໂຍງ​ເຂົ້າ​ກັບ​ຕະ​ຫລາດ​ໂລກ, ຫວຽດ​ນາມ ໄດ້​ນຳ​ໃຊ້​ມາດ​ຕະ​ການ​ປ້ອງ​ກັນ ດ້ວຍ​ການ​ຈັດ​ວາງ​ພາ​ສີ​ຕ້ານ​ການ​ຂາຍ​ບຸບ​ລາ​ຄາ.

        ເຫລັກ​ກ້າ​ບໍ່ເຂົ້າ​ໝ້ຽງ ແມ່ນ​ເຫລັກ​ກ້າ​ປະ​ເພດ​ໄດ້​ນຳ​ໃຊ້​ໃນ​ຂະ​ແຫນ​ງ​ອຸດ​ສາ​ຫະ​ກຳ​ຜະ​ລິດ​ເຄື່ອງ​ໃຊ້​ໃນ​ເຮືອນ, ເຄື່ອງ​ອາ​ໄລ່​ຂອງ​ລ​ົດ​ໂອ​ໂຕ, ວັດ​ສະ​ດຸກໍ່​ສ້າງ, ….. ປີ 2013, ບໍ​ລິ​ສັດ Posco VST ແລະ ຮ່​ວາ​ບີງ Inox ສະ​ເຫນີ​ກົມ​ຄຸ້ມ​ຄອງ​ແກ້ງ​ແຍ້ງ(ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ​ຫວຽດ​ນາມ) ສືບ​ສວນ​ສອບ​ສວນ​ກໍ​ລະ​ນີ​ຂາຍ​ບຸບ​ລາ​ຄາ​ປະ​ເພດ​ເຫລັກ​ກ້າບໍ່​ເຂົ້າ​ໝ້ຽງທີ່​ນຳ​ເຂົ້າ​ຈາກ ຈີນ, ມ​າ​ເລ​ເຊຍ, ອິນ​ໂດ​ເຊຍ ແລະ ໄຕ້​ຫວັນ ເມື່ອ​ຂາຍ​ອອກ​ດ້ວຍ​ລາ​ຄາ​ຕ່ຳ​ສຸດ, ກໍ່​ຄວາມ​ເສຍ​ຫ​າຍ​ໃຫ້​ແກ່​ບັນ​ດາ​ວິ​ສາ​ຫະ​ກິດ​ຫວຽດນາມ. ພາຍ​ຫລັງ 1 ປີ​ແຫ່ງ​ການ​ສືບ​ສວນ​ສອບ​ສວນ ແລະ ສົມ​ທົບ​ກັບ​ປະ​ເທດ​ທີ 3 ເພື່ອ​ປ​ຽບ​ທ​ຽບ​ລາ​ຄາ, ກົມ​ຄຸ້ມ​ຄອງ​ແກ້ງ​ແຍ້ງ ໄດ້​ສະ​ຫລຸບ​ວ່າ ບັນ​ດາ​ວິ​ສາ​ຫະ​ກິດ​ຂຶ້ນ​ກັບ 4 ປະ​ເທດ ແລະ ເຂດ​ແຄ້ວນ​ດັ່ງ​ກ່າວ ໄດ້​ຂາຍ​ຜະ​ລິດ​ຕະ​ພັນ​ດ້ວຍ​ລາ​ຄາ​ຕ່ຳ​ສຸດ, ແກ້ງ​ແຍ້ງ​ຢ່າງບໍ່​ຍຸ​ຕິ​ທຳ​ເມື່ອ​ທຽບ​ໃສ່​ບັນ​ດາ​ວິ​ສາ​ຫ​ະ​ຫິດ​ຜະ​ລິດ​ພາຍ​ໃນ​ປະ​ເທດ.

ສ້າງສະພາບແວດລ້ອມການແກ້ງແຍ້ງຢ່າງຍຸຕິທຳ:ເປັນຄັ້ງທຳອິດຫວຽດນາມນຳໃຊ້ອັດຕາພາສີຕ້ານການຂາຍບຸບລາຄາ - ảnh 1
ພາບ​ປະ​ກອບ: internet

        ຂໍ້​ຕົກ​ລົງ​​ນຳ​ໃຊ້ອັດ​ຕາ​ພາ​ສີ​ຕ້ານ​ການ​ຂາຍ​ບຸ​ບ​ລາ​ຄາ​ຂອງ​ຫວຽດ​ນາມ ແມ່ນ​ສອດ​ຄ​ອ່ງ​ກັບ​ມາດ​ຖານ​ສາ​ກົນ

        ກວມ​ເອົາ 80% ອັດ​ຕາ​ສ່ວນ​ຂອງ​ຕະ​ຫລາດ​ເຫລັກ​ກ້າບໍ່​ເຂົ້າ​ໝ້ຽງ​ທີ່​ຜະ​ລິດ​ພາຍ​ໃນ​ປະ​ເທດ, ມາ​ຮອດ​ປະ​ຈຸ​ບັນ ຍອດ​ກຳ​ລັງ​​ການ​ຜະ​ລິດ​ຂອງບໍ​ລິ​ສັດ Posco VST ຮ່​ວາ​ບີງ Inox  ໄດ້​ຂຶ້ນ​ເຖິງ 37.000 ໂຕນ. ເມື່ອ​ທຽບ​ກັບ​ກຳ​ລັງ​ການ​ຜະ​ລິດ​ພາຍ​ໃນ​ປະ​ເທດ 400.000 ໂຕນ, ການ​ຜະ​ລິດ​ເຫລັກ​ກ້າບໍ່​ເຂົ້າ​ໝ້ຽງ​ພ​າຍ​ໃນ​ປະ​ເທດ​ສາ​ມາດ​ຕອບ​ສະ​ຫນອງ​ຄວາມ​ຕ້ອງ​ການ​ນຳ​ໃຊ້. ເຖິງ​ຢ່າງ​ໃດ​ກໍ​ຕາມ, ຄວາມ​ຈິງ ການ​ຜະ​ລິດ​ຢູ່​ບັນ​ດາ​ວິ​ສາ​ຫະ​ກິດ ມາ​ຮອດ​ປະ​ຈຸ​ບັນ ບໍ່​ທັນ​ບັນ​ລຸ​ສະ​ມັດ​ຕະ​ພາບ​ຕາມ​ການ​ອອກ​ແບບ ຍ້ອນ​ຕ້ອງ​ແກ້ງ​ແຍ້ງ​ກັບ​ປະ​ລິ​ມານ​ເຫລັກ​ກ້າ​ນຳ​ເຂົ້າ​ຈາ​ກ​ບັນ​ດາ​ປະ​ເທດ​ດັ່ງ​ກ່າວ. ສະ​ນັ້ນ ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ ໄດ້​ນຳ​ໃຊ້​ອັດ​ຕາ​ພາ​ສີ​ຕ້ານ​ການ​ຂາຍ​ບຸບ​ລາ​ຄາ ແມ່ນ​ການ​ປະ​ຕິ​ບັດ​ຕາມ​ກົດ​ໝາຍ​ຂອງ​ອົງ​ການ​ການ​ຄ້າ​ໂລກ ເພື່ອ​ປົກ​ປ້ອງ​ຜົນ​ປະ​ໂຫຍດ​ອັນ​ຊອບ​ທຳ​ຂອງ​ບັນ​ດາ​ບໍ​ລິ​ສັດ​ຜະ​ລິດ​ຢູ່​ປະ​ເທດນັ້ນ. ໂດຍ​ແມ່ນ​ປະ​ເທດ​ເຂົ້າ​ເປັນ​ສະ​ມາ​ຊິກ​ອົງ​ການ​ການ​ຄ້າ​ໂລກ ເມື່ອ​ປີ 2007, ມາ​ຮອດ​ປະ​ຈຸ​ບັນ ຫວຽດ​ນາມ ຖືກ​ສືບ​ສວນ​ສອບ​ສວນ​ເກືອບ 100 ຄັັ້ງ​ກ່ຽວ​ກັບ​ການ​ຕ້ານ​ການ​ຂາຍ​ບຸບ​ລາ​ຄາ​ຈາກ​ໂລກ, ແຕ່ນີ້​ເປັນ​ຄັ້ງ​ທຳ​ອິດ ຫວຽດ​ນາມ​ ນຳ​ໃຊ້​​ອັດ​ຕາ​ພາ​ສີ​ຕ້ານ​ການ​ຂາຍ​ບຸບ​ລາ​ຄາ​ສຳ​ລັບ​ປະ​ເພດ​ສິນ​ຄ້າ​ນຳ​ເຂົ້າ​ຈາກ​ຕ່າງ​ປະ​ເທດ. ທ່ານ ໂຮ່​ເຫງ໋ຍ​ຢູງ, ປະ​ທານ​ສະ​ຫະ​ສະ​ມາ​ຄົມ​ເຫລັກ​ກ້າ​ຫວຍດ​ນາມ, ຖື​ວ່າ ຂໍ້​ຕົກ​ລົງ​ຂອງ​ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ ແມ່ນ​ຊັດ​ເຈນ ແລະ ລະ​ມັດ​ລະ​ວັງ, ສອດ​ຄ່ອງ​ກັບ​ມາດ​ຖານ​ສາ​ກົນ.

  “ ຕາມທັດສະນະຂອງສະຫະສະມາຄົມ, ນີ້ແມນ່ວຽກງານທີ່ຈຳເປັນຕາມທຳນຽມ ສາກົນ​ເພື່ອ​ປົກ​ປ້ອງ​ການຜະລິດ​ຢູ່​ພາຍ​ໃນ​ປະ​ເທດ, ປົກ​ປ້ອງ​ສິນຄ້າ​ປະ​ເພດ​ເຫຼັກ​ກ້າ​ຢູ່​ພາຍ​ໃນ​ປະ​ເທດທີ່​ສາມາດ​ຜະລິດ​ໄດ້. ຄວນມີນະໂຍບາຍພາສີອາກອນທີ່ ເໝາະສົມ​ເພື່ອ​ໃຫ້​ນັກ​ລົງທຶນ​ທັງ​ຢູ່​ພາຍ​​ໃນ ​ແລະ ຕ່າງປະ​ເທດ​ລົງທຶນ​ເຂົ້າ​ຫວຽດນາມ. ຖ້າ​ຫາກ​ນຳ​ເຂົ້າ​ດ້ວຍ​ລາ​ຄາ​ທີ່​ເໝາະ​ສົມນັ້ນ, ​ກໍ​ແມ່ນ​ການ​ແກ່ງ​ແຍ້​ງທີ່​ສົດ​ໃສ​ໂດຍ​ຈ​ຳ​ເປັນ, ​ແຕ່​ຖ້າ​ຫາກ​ນຳ​ເຂົ້າ​ດ້ວຍ​ລາຄາ​ຖືກ ​ແລະ ບຸບ​ລາຄາ​ນັ້ນ, ​ແມ່ນ​ບໍ່​ໄດ້, ຕ້ອງ​ຖືກ​ປັບ​ໄໝ​ລົງ​ໂທດ.

ນຳ​ໃຊ້ອັດຕາ​ພາສີ​ອາ​ກອນ​ຕ້ານ​ການ​ຂາຍບຸບລາຄາເພື່ອສ້າງສະພາບ ແວວລ້ອມ​ແກ່ງ​ແຍ້​ງທີ່​ຍຸດຕິ​ທຳ.

   ​ເມື່ອ​ທຽ​ບ​ໃສ່​ໜ້າ​ພຽງ​ລວມຂອງ​ໂລກ, ອັດຕາ​ພາສີ​ອາ​ກອນ​ຕ້ານ​ການ​ຂາຍບຸບລາຄາ​ໂດຍ​ກະຊວງ​ອຸດສາຫະກຳ​ການ​ຄ້າ​ຍົກ​ອອກ​ມາ ​ແມ່ນ​ບໍ່​ສູງ​ເກີນ​ໄປ. ​ໃນ​ບັນດາ​ກໍລະນີຕ້ານ​ການ​ຂາຍບຸບລາຄາສຳລັບສິນຄ້າ​ປະ​ເພດ​ເຫຼັກ​ກ້າ​ໃນ​ໂລກ​ເມື່ອ​ມໍ່​ມາ​ນີ້, ທຳ​ມະ​ດາ​ແລ້ວ​ແມ່ນ​ແຕ່ 20 ຫາ 30%, ຫຼື​ມີ​ກໍລະນີ​ຂຶ້ນ​ເຖິງ 100%. ທ່ານ​ນາງ ຝ້າ​ມ​ເຈົາຢາງ, ຜູ້ຕາງໜ້າ​ກົມ​ຄຸ້ມ​ຄອງ​ການ​ແກ່ງ​ແຍ້​ງ- ກະຊວງ​ອຸດສາຫະກຳ​ການ​ຄ້າ ຢືນຢັນ​ວ່າ ຈຸດປະສົງ​ຂອງ​ການ ນຳ​ໃຊ້​ອັດຕາ​ພາສີ​ອາ​ກອນ​ຕ້ານ​ການ​ຂາຍບຸບລາຄາ ​ແມ່ນບໍ່ພຽງ​ແຕ່​ເພື່ອ​ປົກ​ປ້ອງ​ການ​ຜະລິດ​ຢູ່​ພາຍ​ໃນ​ປະ​ເທດ​ເທົ່າ​ນັ້ນ, ຫາກ​ສຳຄັນ​ກວ່າ​ນັ້ນ, ​ແມ່ນ​ສ້າງ​ການ​ແກ່ງ​​ແຍ້​ງຢ່າງ​ຍຸດຕິ​ທຳ​ລະຫວ່າງ​ສິນຄ້າ​ນຳ​ເຂົ້າ​ຫວຽດນາມພວມ​ຖືກ​ຂາຍບຸບລາຄາ ກັບ​ສິນຄ້າ​ຜະລິດ​ຢູ່​ພາຍ​ໃນ​ປະ​ເທດ. ທ່ານ​ນາງ ຝ້າ​ມ​ເຈົາຢາງ, ຜູ້ຕາງໜ້າ​ກົມ​ຄຸ້ມ​ຄອງ​ການ​ແກ່ງ​ແຍ້​ງ- ກະຊວງ​ອຸດສາຫະກຳ​ການ​ຄ້າກ່າວ​ວ່າ:

   “ ການ​ກະທຳ​ຂາຍບຸບລາຄາ ​ແມ່ນ​ເມື່ອ​ຕ່າງປະ​ເທດ​ຕັ້ງ​ໃຈ​ແນ​ໃສ່​ຈຸດໝາຍ​ສົ່ງ​ອອກ​ຂາຍ​ໃຫ້​ຫວຽດນາມ​ດ້ວຍ​ລາຄາ​ຕ່ຳ. ​ເພາະສະ​ນັ້ນ, ອົງການ​ສືບສວນ​ບັນດາ​ປະ​ເທດ​ຈັດ​ວາງອັດຕາ​ພາສີ​ອາ​ກອນ​ຕ້ານ​ການ​ຂາຍບຸບລາຄາ​ເພື່ອ​ມີ​ການ​ແກ່ງ​​ແຍ້​ງຢ່າ​ງຍຸດຕິ​ທຳ. ປະຈຸ​ບັນ, ​ມີ​ຫຼາຍ​ປະ​ເທດ​ສົ່ງເຫຼັກກ້າມາ​ຂາຍ​ໃຫ້​ຫວຽດນາມ, ​ແຕ່​ໃນ​ກໍລະນີ​ນີ້ ມີ​ພຽງ 4 ປະ​ເທດ ​ແລະ ​ເຂດ​ແຄ້ວ​ນຖືກ​ຈັດ​ວາງອັດຕາ​ພາສີ​ອາ​ກອນ​ຕ້ານ​ການ​ຂາຍບຸບລາຄາ, ດັ່ງ​ນັ້ນ​ວິ​ສາ​ຫະກິດ​ຢູ່​ພາຍ​ໃນ​ປະ​ເທດທີ່ບໍ່​ຢາກ​ຊຶ້ສິນຄ້າຂອງບັນດາ​ນັກ​ຜະລິດ​ພາຍ​ໃນ​ປະ​ເທດ, ກໍ​ອາດ​ຈະ​ນ​ຳ​ເຂົ້າ​ຈາກ​ແຫຼ່ງອື່ນໆ ​ໂດຍ​ບໍ່​ຖືກ​ເສຍພາສີ​ອາ​ກອນ​ຕ້ານ​ການ​ຂາຍບຸບລາຄາ”

     ​ໄລ​ຮອດ​ຈຸດ​ເວລາ​ນີ້, ​ເຫຼັກ​ກ້າ​ບໍ່​ເຂົ້າ​ໝ້ຽງ​ແມ່ນ​ຜະລິດ​ຕະພັນ​ນຳ​ເຂົ້າຫວຽດນາມປະ​​ເພດ​ທີ 3 ຖືກ​ຟ້ອງ​ຮ້ອງ, ​ແຕ່​ນີ້​ແມ່ນ​ສິນຄ້າ​ປະ​ເພດ​ທຳ​ອິດຖືກ​​ນຳ​ໃຊ້​ອັດ​ຕາ​ພາສີ​ອາ​ກອນ​ຕ້ານ​ການ​ຂາຍບຸບລາຄາ​ຢູ່​ຫວຽ​ດນາມ. ​ໃນ​ສະພາບ​ຫວຽດນາມ​ພວມ​ເພີ່ມ​ທະວີ​ການ​ເປີດ​ປະຕູ​ຕະຫຼາດ​ຜ່ານ​ບັນດາ​ສັນຍາ​ການ​ຄ້າ​ເສລີ​ນັ້ນ, ການ​ຟ້ອງ​ຮ້ອງ​ຂາຍບຸບລາຄາ​ໄດ້​ຮັບ​ການ​ຕີ​ລາຄາ​ວ່າ​ແມ່ນ​ໜຶ່ງ​​ໃນ​ສາມ​ເຄື່ອງ​ມື​ທີ່​ຖືກຕ້ອງ​ຕາມ​ກົດໝາຍ ​ແລະ ມີ​ຜົນ​ປະ​ໂຫຍ​ດຊຶ່ງ​ວິ​ສາ​ຫະກິດ​ສາມາດ​ນຳ​ໃຊ້​ເພື່ອ​ປົກ​ປ້ອງ​ຕະຫຼາດ​ພາຍ​ໃນ​ຂອງ​ຕົນ.

 

 

ຕອບກັບ

ຂ່າວ/ບົດ​ອື່ນ