ສ້າງສາເຂດກາຊາຄືນໃໝ່ : ຄວາມຈິງຍັງຄົງຢູ່ທາງໜ້າ

   ກອງ​ປະຊຸມ​ບັນດາ​ນັກ​ອຸປະຖຳ​ສາກົນ​ໄດ້​ຖືກ​ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ ກາຍ​ໂຣປະ​ເທດ​ອີ​ຢິບ​ເມື່ອ​ວັນ​ທີ 12/10 ​ໄດ້​ແຜ່​ບໍລິຈາກ​ເງິນ​ເປັນ​ຈຳ​ນວນ 5,4 ຕື້ USD ​ໃຫ້​ແກ່​ກິດຈະການ​ສ້າງສາ​ເຂດ​ກາ​ຊາ​ຄືນ​ໃໝ່. ບັນດາ​ນັກ​ອຸປະຖຳຍັງ​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ ຈະ​ປ່ອຍ​ບັນດາ​ບ້ວງ​ເງິນ​ຊ່ວຍ​ເຫຼືອ​ໂດຍ​ໄວ. ນີ້​ອາດ​ຈະ​ຮັບ​ຖື​ວ່າ ​ແມ່ນ​ຜົນສຳ​ເລັດ​ກ່ຽວ​ກັບ​ການ​ລະດົມ​ແຫຼ່ງທຶນ​ເພື່ອ​ຊ່ວຍ​ຊາວ ປາ​ແລັດ​ສະຕິ​ນຢູ່​ເຂດ ກາຊາ ຟື້ນ​ຟູ​ການ​ດຳ​ລົງ​ຊີວິດ ​ແລະ ​ເສດຖະກິດ, ​ແຕ່​ສັງ​ເກດ​ລວມ​ແລ້ວ, ຫາງສຽງຍັງ​ຄົງ​ວິ​ຕົກ​ກັງວົນກ່ຽວກັບປະສິດທິ​ຜົນ​ແທ້​ຈິງ​ຂອງ ກິດຈະການ​ສ້າງສາ​ເຂດ​ກາ​ຊາ​ຄືນ​ໃໝ່ນີ້ ຂະນະ​ທີ່​ຍັງ​ປະສົບ​ກັບ​ສິ່ງ​ທ້າ​ທາຍ​ນາໆ​ປະການ.

ສ້າງສາເຂດກາຊາຄືນໃໝ່ : ຄວາມຈິງຍັງຄົງຢູ່ທາງໜ້າ - ảnh 1
ຊາກ​ຫັກ​ພັງ​ຢູ່​ເຂດ​ກາ​ຊາ ພາຍຫຼັງຖືກ​ບຸກ​ໂຈມ​ຕີ​ທາງ​ອາ​ກາດ


    ເຂດ​ກາ​ຊາ ຖືກ​ທຳລາຍ​ຢ່າງ​ໜັກໜ່ວງ​ພາຍຫຼັງ​ບັ້ນ​ບຸກ​ໂຈມ​ຕີ​ຂອງ​ອິດສະຣາ​ແອນທີ່​ດຳ​ເນີນ​ເປັນ​ເວລາ 50 ວັນ​ໂດຍ​ໃສ່​ຊື່ວ່າ “ ປົກ​ປັກ​ຮັກສາ​ຊາຍ​ແດນ ”​ເມື່ອ​ເດືອນ 7 ​ແລະ ​ເດືອນ 8 ທີ່​ຜ່ານ​ມາ. ມີ​ຜູ້​ເສຍ​ຊີວິດ​ກວ່າ 2 ພັນ​ຄົນ ​ແລະ ກວ່າ 1 ​ແສນ​ຄົນ​ຖືກ​ສູນ​ເສຍ​ເຮືອນ​ຢູ່. ຈຳນວນ​ຜູ້​ວ່າງ​ງານ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ກະ​ໂດດ​ຂັ້ນ. ​ໄພ​ອຶດຫິວ​ໄດ້​ເກີດ​ຂຶ້ນ​ຢູ່​ທົ່ວ​ທຸກ​ແຫ່ງ​ຍ້ອນ​ການ​ຜະລິດອຶດ​ອາດ​ຊັກ​ຊ້າ ​ໃນ​ຂະນະ​ທີ່​ແຫຼ່ງສະໜອງ​ທັນ​ຍາ​ຫານ, ອາຫານ ​ແມ່ນ​ບໍ່​ເປັນ​ປົກກະຕິ

   ​ໃນ​ຈຳນວນ​ເງິນ​ຊ່ວຍ​ເຫຼືອ 5,4 ຕື້ USD, ກາ​ຕາ​ໄດ້​ໝັ້ນ​ໝາຍ​ປະກອບສ່ວນ 1 ຕື້ USD . ສະຫະພາບ​ເອີ​ລົບ​ປະກາດ​ຈາ​ຍເງິນ 568 ລ້ານ USD . UAE  ​ແລະ ຄູ​ເວດ​ຊ່ວຍ​ເຫຼືອ ປະ​ເທດ​ລະ 200 ລ້ານ USD . ອາ​ເມ​ລິ​ກາ​ຕົກລົງ​ຊ່ວຍ​ເຫຼືອ 212 ລ້ານ USD .

    ດຳ​ເນີນ​ບັນດາການ​​ເຄື່ອນ​ໄຫວສ້າງສາຄືນ​ໃໝ່

  ພາຍຫຼັງ​ດຳ​ເນີນ​ກອງ​ປະ​ຊຸມ​ເປັນ​ເວລາ 2 ວັນ, ວັນ​ທີ 14/10, ທ່ານ​ເລຂາ​ທິ ການໃຫຍ່ ສ.ປ.ຊ Ban Ki – moon ​ໄດ້​ໄປ​ຮອດ ເຂດ​ກາ​ຊາ​ເພື່ອດຳ​ເນີນ​ບັນດາການ​​ເຄື່ອນ​ໄຫວສ້າງສາ​ເຂດ​ນີ້​ຄືນ​ໃໝ່ ​ໂດຍ​ພາຍ​ໃຕ້​ການ​ຕິດຕາມ​ກວດກາ​ຂອງ ສ.ປ.ຊ. ທ່ານ​ເລຂາ​ທິການ​ໃຫຍ່ ສ.ປ.ຊ Ban Ki – moon ​ເນັ້ນ​ໜັກ​ວ່າ ສ.ປ.ຊ ສະໜັບສະໜູນ​ຊາວ ປາ​ແລັດ​ສະຕິ​ນ​ໃນ​ກິດຈະການ​ພັດທະນາ​ເສດຖະກິດ ​ແລະ ມຸ່ງ​ໄປ​ສູ່​ອະນາຄົດ​ທີ່​ດີງາມ​ກວ່າ, ພ້ອມ​ກັນ​ນັ້ນ, ກຳ​ປັ່ນ​ຖ້ຽວ​ທຳ​ອິດ​ບັນທຸກ​ວັດ​ສະ​ດຸ​ກໍ່ສ້າງ ຫາ​ກໍ​ໄດ້​ຮັບ​ອະນຸຍາດ​ເຂົ້າເຂດ​ກາ​ຊາ. ​ໃນ​ໄລຍະ​ຢູ່​ຢ້ຽມຢາມເຂດ​ກາ​ຊາ, ທ່ານ​ເລຂາ​ທິການ​ໃຫຍ່ ສ.ປ.ຊ Ban Ki – moon ກໍ​ໄດ້​ພົບ​ປະ​ກັບ​ບັນດາ​ສະມາຊິກ​ໃນ​ຄະນະ​ລັດຖະບານ ປາ​ແລັດ​ສະຕິ​ນ ​ແລະ ຄາດ​ວ່າ​ຈະ​ປະກາດ​ວິວັດ​ການ​ສ້າງສາເຂດ​ກາ​ຊາຄືນ​ໃໝ່.

   ກ່ອນ​ໜ້າ​ນັ້ນ, ລັດຖະມົນຕີ​ການ​ຕ່າງປະ​ເທດ​ນອກ​ແວ Borge Brende ​ໄດ້​ເປັນ​ປະທານ​ຮ່ວມ​ກອງ​ປະຊຸມ ສ້າງສາເຂດ​ກາ​ຊາຄືນ​ໃໝ່ ກັບ​ອີ​ຢິບ, ປະກາດ​​ເງິນ​ຊ່ວຍ​ເຫຼືອຈຳນວນ​​ເຄິ່ງໜຶ່ງ ​ແມ່ນ​ນຳ​ໃຊ້​ໃຫ້​ແກ່ ສ້າງສາເຂດ​ດິນ​ແຄ​ມທະ​ເລຄືນ​ໃໝ່. ​ເງິນ​ຈຳນວນ​ທີ່​ຍັງ​ເຫຼືອ ​ແມ່ນ​ອາດ​ຈະ​ຖືກ​ໃຊ້​ເພື່ອ​ໜູ​ນຊ່ວຍ​ງົບປະມານ, ຊຸກຍູ້​ການ​ເຄື່ອນ​ໄຫວ​ເສດຖະກິດ, ຊ່ວຍ​ບັນ​ເທົາ​ທຸກ​ດ່ວນ ….

    ໄລຍະ​ຫ່າງ​ວລະຫວ່າງກິດຈະການ​ສ້າງສາຄືນ​ໃໝ່ ​ແລະ ສະພາບ​ຕົວ​ຈິງ.

  ​ໃນ​ຂະນະ​ທີ່​ບັນດາ​ປະ​ເທດ​ໝັ້ນ​ໝາຍ​ຊ່ວຍ​ເຫຼືອ ​ເພື່ອ​ຊ່ວຍ​ກໍ່ສ້າງ​ເຮືອນ​ຊານ ​ແລະ ບັນ​ເທົາ​ຄວາມທຸກ​ຍາກ​​ໃຫ້​ແກ່​ປະຊາຊົນ​ຢູ່ ເຂດ​ກາ​ຊານັ້ນ, ມາດ​ຕະການ​​ແກ້​ໄຂ​ດ້ານການ​ເມືອງ​ຢ່າງ​ໝັ້ນ​ຄົງໃຫ້​ແກ່​ການ​ປະ​ທະກັນ​ເປັນ​ປະຈຳ​ລະຫວ່າງ ຮ່າ​ມາດ ​ແລະ ອິດສະຣາ​ແອນ ຍັງ​ຄົງ​ບໍ່​ບັນລຸ​ໄດ້. ນີ້​​ຖືກ​ຖື​ວ່າ ແມ່ນ​ສິ່ງ​ທ້າທາຍ​ອັນ​ໃຫຍ່​ຫຼວງທີ່​ສຸດ​ສຳລັບ​ວິວັດ​ການ ສ້າງສາເຂດ​ກາ​ຊາຄືນ​ໃໝ່. ບັນດາ​ນັກ​ອຸປະຖຳ​ທັງ​ໝົດ​ໄດ້​ຍອມຮັບ​ວ່າ ບັນດາ​ຄວາມ​ມານະ​ພະຍາ​ຍາມຂອງ​ເຂົາ​ເຈົ້າ​ຈະ​ແມ່ນ​ໄຮ້​ຜົນ​ປະ​ໂຫຍ​ດ ຖ້າ​ຫາກ​ວ່າ​ບໍ່​ມີ​ພື້ນຖານ​ສັນຕິພາບ​ຍາວ​ນານ​ລະຫວ່າງ ປາ​ແລັດ​ສະຕິ​ນ ​ແລະ  ອິດສະຣາ​ແອນ. ດັ່ງ​ນັ້ນ ພ້ອມ​ກັບ​ຄຳ​ໝັ້ນ​ສັນຍາດ້ານ​ການ​ເງິນ​​ໃຫ້​ແກ່​ກິດຈະການ ສ້າງສາເຂດ​ກາ​ຊາຄືນ​ໃໝ່, ກອງ​ປະຊຸມ​ຍັງ​ເນັ້ນ​ໜັກ​ເຖິງ​ຄວາມ​ຈ​ຳ​ເປັນ​ຕ້ອງ​ຊຸກຍູ້​ວິວັດທະນາ​ການ​ເຈລະຈາ​ລະຫວ່າງ ປາ​ແລັດ​ສະຕິ​ນ ​ແລະ ອິດສະຣາ​ແອນ ​ແນ​ໃສ່​ກ້າວ​ໄປ​ສູ່​ສັນຍາ​ສັນຕິ​ພາບ​ຍາວ​ນານ​ໃຫ້​ແກ່​ການປະ​ທະ​ກັນ. ​ໂດຍ​ມີ​ຄວາມ​ເປັນ​ຫ່ວງ​ກັງວົນ​ເຊັ່ນ​ກັນ, ດັ່ງ​ນັ້ນ​ພາຍຫຼັງ​ດຳ​ເນີນ​ກອງ​ປະຊຸມ​ເປັນ​ເວລາ 1 ວັນ, ວັນ​ທີ 13/10, ທ່ານ​ເລຂາ​ທິການ​ໃຫຍ່ ສ.ປ.ຊ Ban Ki – moon ​ໄດ້​ຮຽກຮ້ອງປາ​ແລັດ​ສະຕິ​ນ ​ແລະ ອິດສະຣາ​ແອນ ຟື້ນ​ຟູ​ວິວັດທະນາ​ການ​ເຈລະຈາ​ລະຫວ່າງ 2 ຝ່າຍ​ຊຶ່ງ​ພວມ​ອຶດ​ອາດ​ຊັກ​ຊ້າ​ໃນ​ເວລາ​ທີ່​ຜ່ານ​ມາ, ພ້ອມ​ທັງ​ກ່າວ​ເຕືອນສະພາບ​ການ​ໃຊ້​ຄວາມ​ຮຸນ​ແຮງທີ່​ອາດ​ຈະ​ເກີດ​ຂຶ້ນ​ຄືນ​ໃໝ່ ຖ​້າຫາກ 2 ຝ່າຍ​ບໍ່​ບັນລຸ​ໄດ້​ຂໍ້​ຕົກລົງ​ກ່ຽວ​ກັບ​ບັນຫາ​ນີ້ .

    ປະຈຸ​ບັນ, ຫາງ​ສຽງ​ຍັງ​ສະ​ແດງ​ຄວາມ​ວິຕົກ​ກັງວົນ​ກ່ຽວ​ກັບ​ກໍລະນີ​ບໍ່​ຮັບ​ການ​ຊ່ວຍ​ເຫຼືອ​ດ້ານ​ການ​ເງິນ​ຢ່າ​ງຄົບ​ຖ້ວນ, ​ເພາະ​ໃນ​ຕົວ​ຈິງ ນີ້​ບໍ່​ແມ່ນ​ກອງ​ປະຊຸມ ສ້າງສາເຂດ​ກາ​ຊາຄືນ​ໃໝ່ຄັ້ງ​ທຳ​ອິດ. ດັ່ງ​ນັ້ນ​ໃນ​ກອງ​ປະຊຸມ​ພິ​ເສດ​ຂອງ​ສະມັດຊາ​ໃຫຍ່ ສ.ປ.ຊ ​ເມື່ອ​ວັນ​ທີ 6/8ທີ່​ຜ່ານ​ມາ, ທ່ານ​ເລຂາ​ທິການ​ໃຫຍ່ ສ.ປ.ຊ Ban Ki – moon ​ໄດ້​ຖະ​ແຫຼ​ງວ່າ ສ.ປ.ຊ ພ້ອມ​ແລ້ວ​ຊ່ວຍ ສ້າງສາເຂດ​ກາ​ຊາຄືນ​ໃໝ່, ​ແຕ່​ຄັ້ງ​ນີ້​ແມ່ນ​ຄັ້ງ​ສຸດ​ທ້າຍ. ທ່ານ​ເລຂາ​ທິການ​ໃຫຍ່ ສ.ປ.ຊ Ban Ki – moon ຍັງ​ກ່າວ​​ເຕືອນຄວາມ​ມານະ​ອົດທົນ​ຂອງ​ໂລກ​ທີ່​ມີ​ຕໍ່​ທັງ ອິດສະຣາ​ແອນ ​ແລະ ປາ​ແລັດ​ສະຕິ​ນ ກໍ​ພວມ​ຖືກ​ທ້າ​ທາຍ ​ແລະ ຮຽກຮ້ອງ​ໃຫ້​ທຸກ​ຝ່າຍ​ຈົ່ງ​ມຸ່ງ​ໄປ​ສູ່​ສັນຕິພາບ​ຍາວ​ນານ.

   ກິດຈະການ ສ້າງສາເຂດ​ກາ​ຊາຄືນ​ໃໝ່ຍັງ​ປະສົບ​ກັບ​ສິ່ງ​ກີດຂວາງ​ຂະນະ​ທີ່ ທຸກໆ​ຄວາມ​ມານະ​ພະຍາຍາມ​ໃດໆ​ກໍ​ຖືກ​ຈຳກັດ​ຍ້ອນ​ຄຳ​ສັ່ງ​ປິດ​ລ້ອມ​ຂອງ ອິດສະຣາ​ແອນ, ຊຶ່ງ​ເຄີຍ​ໄດ້​ຈັດ​ວາງ​ນັບ​ຕັ້ງ​ແຕ່​ກຸ່ມ​ຮາ​ມາດ ກຳ​ອຳນາດ​ເມື່ອ​ປີ ຶ2007. ອິດສະຣາ​ແອນ ​ໄດ້​ຈຳ​ກັດ​ຢ່າງ​ເຄັ່ງ​ຄັດສຳລັບ​ການ​ໄປມາ ​ແລະ ຈໍລະ​ຈອນ​ຂອງ​ຄົນ ​ແລະ ສິນຄ້າ​ຢູ່​ຊາຍ​ແດນ​ກາຊາ, ພິ​ເສດ​ແມ່ນ​ການ​ນຳ​ເຂົ້າ​ຊີມັງ ​ແລະ ວັດ​ສະ​ດຸກໍ່ສ້າງ​ເພາະ​ມີ​ຄວາມ​ຢ້ານ​ກົວ​ວ່າ ບັນດາ​ມື​ປືນ​ຈະ​ນຳ​ໃຊ້​ເຂົ້າ​ໃນ​ການ​ກໍ່ສ້າງ​ຖານ​ຍິງ​ລູກ​ສອນ​ໄຟ ​ແລະ ລະບົບ​ທາງ​ອຸ​ໂມງ​ຂ້າມ​ຊາຍ​ແດນ. ຕໍ່ໜ້າ​ຄວາມ​ຫຍຸ້ງຍາກ​ນີ້, ຄະນະ​ກຳມະການ​ເສດຖະກິດປາ​ແລັດ​ສະຕິ​ນ ກ່ຽວ​ກັບ​ການ​ຄົ້ນ​ຄ້ວາ ​ແລະ ພັດທະນາ ປະ​ເມີນ​ວ່າ ກິດຈະການສ້າງສາເຂດ​ກາ​ຊາຄືນ​ໃໝ່ ຕ້ອງ​ໃຊ້​ເວລາ​ເຖິງ 5 ປີ​ຈຶ່ງ​ສຳ​ເລັດ ຖ້າ​ຫາກ ອິດສະຣາ​ແອນຍົກ​ເລີກ​ຄຳ​ສ່ັງ​ປິດ​ລ້ອມເຂດ​ກາ​ຊາທັງ​ໝົດ.

   ບ້ວງ​ເງິນ​ຊ່ວຍ​ເຫຼືອ​ຂອງ​ສາກົນ ​ແມ່ນ​ສາມາດ​ຊ່ວຍ​ປະຊາຊົນ​ຢູ່ເຂດ​ກາ​ຊາຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ​ໄດ້​ສ່ວນ​ໃດ​ສ່ວນ​ໜຶ່ງ​ປະຈຸ​ບັນ, ​ແຕ່​ມັນ​ບໍ່​ອາດ​ນຳ​ມາ​ເຊິ່ງການ​ດຳລົງ​ຊີວິດ​ທີ່​ສະຫງົບ​ສຸກ ​ແລະ ມີ​ສະຖຽນ​ລະ​ພາບ​ໄດ້, ຂະນະ​ທີ່​ສັນຍາ​ຢຸດ​ຍິງຖາວອນ, ການຢຸດຕິ​ການປິດ​ລ້ອມ​ລະຫວ່າງ​ ອິດສະຣາ​ແອນ ​ແລະ ປາ​ແລັດ ສະຕິ​ນ ຍັງ​ບໍ່​ທັນ​ບັນລຸ​ໄດ້. ຄາດ​ວ່າ ການ​ເຈລະຈາ​ຮອບ​ໃໝ່​ລະຫວ່າງ ອິດສະຣາ​ແອນ ​ແລະ ປາ​ແລັດ​ສະຕິ​ນກ່ຽວ​ກັບ​ການ​ຊອກ​ຫາ​ສັນຕິພາບ​ຍາວ​ນານ​ໃຫ້​ແກ່​ເຂດ​ກາຊາ ຈະ​ຖືກ​ດຳ​ເນີ​ນ​ໃນ​ທ້າຍ​ເດືອນ 10 ຢູ່ ກາຍ​ໂຣ. ​ແຕ່​ການ​ບັນລຸ​ໄດ້​ບາດກ້າວ​ໃໝ່​ທີ່ ການ​ເຈລະຈາ​ຮອບ​ນີ້ ​ເບິ່ງ​ຄືວ່າ ຈະ​ບໍ່​ປະຕິບັດ​ໄດ້​ຢ່າງ​ງາຍ​ດາຍ ຂະນະ​ທີ່​ທັງ 2 ຝ່າຍ​ຍັງ​ມີ​ຄວາມ​ບໍ່​ລົງລອຍ​ກັນ​ຫຼາຍ​ຢ່າງ.

ຕອບກັບ

ຂ່າວ/ບົດ​ອື່ນ