ສ້າງສຳເລັດລະບອບເສດຖະກິດການຕະຫຼາດຕາມການກຳນົດທິດສັງຄົມນິຍົມ


ສ້າງສຳເລັດລະບອບເສດຖະກິດການຕະຫຼາດຕາມການກຳນົດທິດສັງຄົມນິຍົມ - ảnh 1
(ພາບ:http://tamnhin.net)

ເນື່ອງ​ໃນ​ໂອກາດ​ຕົ້ນ​ລະດູບານ​ໃໝ່ປີ 2012, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ​ນຢຸງ ​ໄດ້​ມີ​ບົດ​ຂຽນທີ່​ມີ​ຫົວ​ຂໍ້​ວ່າ: “ສ້າງ​ສຳ​ເລັດ​ລະບອບ​ເສດຖະກິດ​ການ​ຕະຫຼາດ​ຕາມ​ການກຳນົດ​ທິດ​ສັງຄົມ​ນິຍົມ, ຊຸກຍູ້​ການ​ສ້າງ​ໂຄງ​ປະກອບ​ພື້ນຖານ​ເສດຖະກິດ​ຄືນ​ໃໝ່, ຫັນປ່ຽນ​ຮູບ​ແບບ​ການເຕີບ​ໂຕ“.    

​ຂື້ນຕົ້ນ​ບົດ​ຂຽນ, ທ່ານ​ນາຍົກລັດຖະມົນຕີ ​ໄດ້​ຊີ້​ແຈ້ງວ່າ, ​ເອກະສານ​ຂອງ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XI ຂອງ​ພັກ ​ໄດ້​ກຳນົດ​ຢ່າງ​ຈະ​ແຈ້ງວ່າ, ການ​ສ້າງ​ໂຄງ​ປະກອບ​ພື້ນຖານ​ເສດຖະກິດ​ຄືນ​ໃໝ່, ຫັນປ່ຽນ​ຮູບ​ແບບ​ການເຕີບ​ໂຕເພື່ອ​ຮັບປະກັນ​ການ​ພັດທະນາຢ່າງ​ວ່ອງ​ໄວ ​ແລະ​ ໝັ້ນຄົງ. ປະຖົມ​ປັດ​ໃຈ​ເພື່ອ​ປະຕິບັດ​ໜ້າ​ທີ່​ດັ່ງກ່າວ​ໃຫ້​ສຳ​ເລັດຜົນ ​ແມ່ນຕ້ອງ​ຜັນ​ຂະຫຍາຍ​ 3 ຍຸດ​ທະ​ສາດບຸກທະລຸ, ​ໃນ​ນັ້ນການສ້າງ​ສຳ​ເລັດ​ລະບອບ​ເສດຖະກິດ​ການ​ຕະຫຼາດ​ໃຫ້​ສຳ​ເລັດ ທັງ​ແມ່ນ​ຂອດ​ບຸກທະລຸທີ່​ເປັນ​ກຸນ​ແຈ, ທັງ​ມີ​ການ​ກະທົບ​ໂດຍ​ກົງ​ເຖິງ​ວິວັດ​ການ​ສ້າງ​ໂຄງ​ປະກອບພື້ນຖານ​ເສດຖະກິດ​ຄືນ​ໃໝ່ ​ແລະ ​ຫັນປ່ຽນ​ຮູບ​ແບບ​ການ​ເຕີບ​ໂຕ.

    ພາຍຫຼັງ 20 ປີ ​ແຫ່ງ​ການ​ປະຕິບັດ​ແນວທາງ​​ແຫ່ງ​ການປ່ຽນ​​ແປງ​ໃໝ່, ​ເຖິງ​ວ່າ​ຫວຽດນາມ​ສາມາດ​ບັນລຸ​ໄດ້ຜົນ​ງານ​ສຳຄັນ​ຫຼາຍ​ຢ່າງ​ໃນ​ການສ້າງ ລະບອບ​ເສດຖະກິດ​ການ​ຕະຫຼາດ​ຕາມ​ການກຳນົດ​ທິດ​ສັງຄົມ​ນິຍົມກໍ່ຕາມ, ​ແຕ່​ລະບອບ​ນັ້ນຍັງ​ບໍ່​ທັນ​ຄົບ​ຊຸດ​ເທື່ອ, ບັນດາ​ປັດ​ໃຈ​ຂອງ​ເສດຖະກິດ​ການ​ຕະຫຼາດ​ຍັງ​ບໍ່​ທັນ​ເປັນ​ຮູບ​ປະ​ທຳ​ຢ່າງຄົບ​ຖ້ວນ. ຈາກ​ພຶດຕິ​ກຳ​ຕົວ​ຈິງ​ນີ້, ​ໃນ​ປີ 2012, ຕ້ອງ​ສຸມ​ກຳລັງ​ແຮງ​ເພື່ອ​ສ້າງ​ສຳ​ເລັດລະບອບ​ເສດຖະກິດ​ການ​ຕະຫຼາດ​ຕາມ​ທັດສະນະ ​ເຊິ່ງກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XI ຂອງ​ພັກ​ໄດ້​ກຳນົດ. ທ່ານ​ນາຍົກລັດຖະມົນຕີ ຖື​ວ່າ, ອີງ​ໃສ່​ຈຸດ​ພິ​ເສດ​ຂອງ​ລະບອບ​ເສດຖະກິດ​ການ​ຕະຫຼາດທີ່​ທັນ​ສະ​ໄໝ ​ເພື່ອ​ເປັນ​ມາດຖານ​ໃຫ້​​ແກ່ວິວັດ​ການ​ສ້າງ​ລະບອບ​ເສດຖະກິດ​ການ​ຕະຫຼາດ​ໃຫ້​ສຳ​ເລັດ. ບັນດາຈຸດພິເສດທີ່ເປັນພື້ນຖານຂອງລະ ບອບ​ເສດຖະກິດ​ການ​ຕະຫຼາດ​ທີ່​ທັນ​ສະ​ໄໝ​ລວມມີ. ທີ​ 1 ​ແມ່ນ, ບັນດາ​​ຕະຫຼາດ​ພັດທະນາ​ຢ່າງ​ຄົບ​ຊຸດ, ບັນດາ​ປັດ​ໃຈ​ຂອງເສດຖະກິດ​ການ​ຕະຫຼາດ​​ຄົບ​ຊຸດ, ມີການ​ເຄື່ອນ​ໄຫວ​ຢ່າງ​ສະໝ່ຳສະ​ເໝີ, ​ແລະ ໜູນ​ຊ່ວຍ​ເຊິ່ງກັນ ​ແລະ ກັນ. ທີ​2 ​ແມ່ນ, ລະບອບ​ເສດຖະກິດ​ການ​ຕະຫຼາດ​ທີ່​ທັນ​ສະ​ໄໝ ຮຽກຮ້ອງ​​ຕ້ອງສ້າງ​​ຕະຫຼາດທີ່​ມີ​ການແກ່ງ​ແຍ້​ງຢ່າງ​ສະ​ເໝີ​ພາບ​ລະຫວ່າງ​ບັນດາ​ພື້ນຖານ​ເສດຖະກິດ​ທີ່​ເຂົ້າ​ຮ່ວມ​ທຳ​ການ​ເຄື່ອນ​ໄຫວ​ໃນ​ທ້ອງຕະຫຼາດ. ທີ 3 ​ແມ່ນ, ປະຕິບັດ​ຢ່າງ​ເປີດ​ເຜີຍ, ກະຈ່າງ​ແຈ້ງ ​ແລະ ມີ​ຄວາມ​ຮັບຜິດຊອບ​ໃນ​ການ​ອະພິປາຍ​ກ່ຽວ​ກັບ​ບັນດາ​ນະ​ໂຍບາຍ​ຄຸ້ມ​ຄອງ, ບັນດາ​ໂຄງການ​ພັດທະນາ ກໍ່​ຄື​ໃນ​ການ​ເຄື່ອນ​ໄຫວ​ຂອງ​ບັນດາ​ບໍລິສັດ​ດຳ​ເນີນ​ທຸລະ​ກິດ. ທີ 4 ​ແມ່ນ, ລະບອບ​ເສດຖະກິດ​ການ​ຕະຫຼາດ​ທີ່​ທັນ​ສະ​ໄໝ​ໃນ​ເງື່ອນ​ໄຂ​ໂລກາ​ພິວັດ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ເສດຖະກິດ​ສາກົນ​ທີ່​ນັບ​ມື້​ນັບ​ເລິກ​ເຊິ່ງ ​ແລະ ກວ້າງ​ຂວາງ  ຮຽກຮ້ອງ​ໃຫ້​ກຳນົດ​ຄືນ​ສາຍ​ພົວພັນ​ລະຫວ່າງ​ລັດ​ກັບ​ຕະຫຼາດ. ​ແລະ​ ສຸດ​ທ້າຍແມ່ນ ພື້ນຖານ​ເສດຖະກິດ​ການ​ຕະຫຼາດ​ທີ່​ທັນ​ສະ​ໄໝ​ຕ້ອງ​ມຸ້ງ​ໄປ​ສູ່​ຜູ້​ຊົມ​ໃຊ້, ຖື​ຜູ້​ຊົມ​ໃຊ້​ເປັນ​​ເປົ້າ​ໝາຍ​ໃນ​ການ​ພັດທະນາ. ຕ້ອງ​ປັບປຸງ​ບັນດາລະບຽບ​ກົດໝາຍວ່າ​ດ້ວຍ​ການ​ປົກ​ປ້ອງ​ສິດຜົນປະ​ໂຫຍ​ດຂອງ​ຜູ້​ຊົມ​ໃຊ້ຢ່າງ​ບໍ່​ຢຸດ​ຢັ້ງ, ພັດທະນາ​ບັນດາ​ສູນປົກ​ປ້ອງ​ສິດ​ຂອງ​ຜູ້​ຊົມ​ໃຊ້. ລະບອບ​ເສດຖະກິດ​ການ​ຕະຫຼາດ​ທີ່​ທັນ​ສະ​ໄໝ ດ້ວຍ​ບັນດາ​ຈຸດ​ພິ​ເສດ​ດັ່ງກ່າວ ຈະ​ສ້າງ​ເງື່ອນ​ໄຂ ​ເພື່ອ​ໃຫ້​ປະ​ເທດ​ໝູນ​ໃຊ້​ກາລະ​ໂອກາດ, ຜ່ານ​ຜ່າ​ການ​ທ້າ​ທາຍ​ໃນ​ສະພາບ​ໂລກາ​ພິວັດ​ທີ່​ນັບ​ມື້​ນັບ​ເລິກ​ເຊິ່ງ ​ກວ້າງຂວາງ ​ແລະ​ມີ​ການ​ແກ່ງ​ແຍ້​ງຢ່າງ​ຂ້ຽວຂາດ.ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ​ນຢຸງ ຖື​ວ່າ, ບົນ​ພື້ນຖານບັນດາ​ຈຸດ​ພິ​ເສດ​ຂອງລະບອບ​ເສດຖະກິດ​ການ​ຕະຫຼາດ​ທີ່​ທັນ​ສະ​ໄໝ​ນັ້ນ. ຫວຽດນາມ​ກໍ່ສ້າງ​ບັນດາ​ຂອດ​ບຸກທະລຸ​ຍຸດ​ທະ​ສາດ, ປະຖົມ​ປັດ​ໃຈ​ຂອງ​ການ​ສ້າງ​​ໂຄງ​ປະກອບພື້ນຖານ​ເສດຖະກິດຄືນ​ໃໝ່, ຫັນປ່ຽນ​ຮູບ​ແບບ​ເຕີບ​ໂຕ. ບົນ​ພື້ນຖານວິ​ໄສ​ທັດ​ຂອງ​ຍຸດ​ທະ​ສາດ​ພັດທະນາ​ເສດຖະກິດ - ສັງຄົມ 2011 – 2020, ກອງ​ປະ​ຊຸມຄັ້ງ​ທີ 3 ຄະນະ​ບໍລິຫານ​ງານ​ສູນ​ກາງ​ຊຸດ​ທີ XI ​ໄດ້​ຮຽກຮ້ອງ​ໃຫ້​ປະຕິບັດ​ການ​ສ້າງ​ໂຄງ​ປະກອບ​ພື້ນຖານ​ເສດຖະກິດ​ຄືນ​ໃໝ່, ຫັນປ່ຽນ​ຮູບ​ແບບ​ເຕີບ​ໂຕ​ໃນ​ໄລຍະ 2011-2015. ຈຸດໝາຍ​ຂອງການ​ສ້າງ​ໂຄງ​ປະກອບ​ພື້ນຖານ​ເສດຖະກິດ​ຄືນ​ໃໝ່, ຫັນປ່ຽນ​ຮູບ​ແບບ​ເຕີບ​ໂຕ ​ແມ່ນ​ຊຸກຍູ້​ການ​ຫັນປ່ຽນ​ໂຄງ​ປະກອບ​ເສດຖະກິດ ​ແລະ​ໂຄງ​ປະກອບ​ບັນດາ​ຂະ​ແໜງຜະລິດ, ການ​ບໍລິການ​ຕາມ​ຄວາມ​ຮຽກຮ້ອງ​ຕ້ອງການ​ຍົກ​ສູງ​ສະມັດ​ຕະພາບ, ຄຸນ​ນະພາ​ບ , ປະສິດທິ​ຜົນ ​ແລະ​ ກຳລັງ​ແກ່ງ​ແຍ້​ງຢູ່​ຕະຫຼາດ​ພາຍ​ໃນ ​ແລະ ສາກົນ ​ເພື່ອ​ສາມາດ​ເຂົ້າ​ຮ່ວມ​ບັນດາ​ຂັ້ນ​ຕອນ​ທີ່​ມີ​ມູນ​ຄ່າ​ສູງ​ໃນ​ເຄືອ​ຂ່າຍ​ການ​ຜະລິດ ​ແລະ​ສະໜອງ​ຂອງ​ພາກ​ພື້ນ ​ແລະ ທົ່ວ​ໂລກ. ວິວັດ​ການ​ສ້າງ​ໂຄງ​ປະກອບ​ເສດຖະກິດ​ຄືນ​ໃໝ່ ຈະ​ໄດ້​ຮັບ​ການ​ປະຕິບັດ​ຢ່າງ​ຄົບ​ຊຸດ​ໃນ 3 ​ເນື້ອ​ໃນ. ​ນັ້ນ​ແມ່ນ​ສ້າງ​ໂຄງ​ປະກອບ​ບັນດາ​ຂະ​ແໜງ​ຜະລິດ ​ແລະ​ ການ​ບໍລິການຄືນ​ໃໝ່, ສ້າງ​ໂຄງ​ປະກອບ​ວິ​ສາ​ຫະກິດ​ຄືນ​ໃໝ່ ​ແລະ​ ດັດ​ແກ້​ຍຸດ​ທະ​ສາດ​ການ​ຕະຫຼາດ. ​ໄປ​ຄຽງ​ຄູ່​ກັບ​ການ​ສ້າງ​ໂຄງ​ປະກອບ​ບັນດາ​ຂົງ​ເຂດ​ດັ່ງກ່າວ​ຄືນ​ໃໝ່​ແລ້ວ ​ແມ່ນ​ຕ້ອງ​ສ້າງ​ໂຄງ​ປະກອບ​ການ​ລົງທຶນ​ພັດທະນາ​ອົງ​ປະກອບ​ພື້ນຖານ​ໂຄງ​ລ່າງ​ເສດຖະກິດ​ສັງ​ຄົງ​ຕາມ​ແຜນ​ກຳນົດ ​ແລະ ລະບົບ​ແບ່ງ​ຂັ້ນ​ຕາມ​ວິ​ໄສ​ທັດ​ໄລຍະ​ຍາວ ​ແລະ​ ຈີນ​ຕະນາ​ການ​ລະຫວ່າງ​ເຂດ. ຄຽງ​ຂ້າງ​ນັ້ນ, ບັນດາ​ເນື້ອ​ໃນ​ສ້າງ​ໂຄງ​ປະກອບ​ພື້ນຖານ​ເສດຖະກິດ​ຄືນ​ໃໝ່ຕ້ອງ​ໄດ້​ຮັບ​ການ​ປະຕິບັດ​ໃນ​ຕະຫຼອດ​ວິວັດ​ການ​ຫັນ​ເປັນ​ອຸດສາຫະກຳ, ​ແຕ່​ຕ້ອງ​ເລີ່​ມຕົ້ນ​ນັບ​ແຕ່​ບັນດາ​ຂົງ​ເຂດ​ທີ່​ມີ​ລັກສະນະຮີບ​ດ່ວນ​ທີ່​ສຸດ, ນັ້ນ​ແມ່ນ​ການ​ສ້າງ​ໂຄງ​ປະ​ກອບ​ການ​ລົງທຶນ​ຄືນ​ໃໝ່, ການ​ສ້າງ​ໂຄງ​ປະ​ກອບ​ຕະຫຼາດ​ການ​ເງິນ​ຄືນ​ໃໝ່, ການ​ສ້າງ​ໂຄງ​ປະ​ກອບ​ລັດ​ວິ​ສາ​ຫະກິດ​ຄືນ​ໃໝ່..

    ​ໃນ​ບົດ​ຂຽນ, ທ່ານ​ນາຍົກລັດຖະມົນຕີ​ໄດ້​ຢືນຢັນ​ວ່າ ​ເພື່ອ​ຊຸກຍູ້​ວິວັດ​ການ​ຫັນປ່ຽນ​ຮູບ​ແບບ​ເຕີບ​ໂຕ, ​ໃນ​ປີ 2012, ພ້ອມ​ກັບ​ເລື່ອງ​ອະນຸມັດ​ຜ່ານ​ແຜນ​ຮ່າງ​ພັດທະນາ​ຕະຫຼາດ​ເຕັກ​ໂນ​ໂລ​ຢີຢ່າງ​ວ່ອງ​ໄວ​ນັ້ນ, ລັດຖະບານ​ຈະ​ປະກາດ​ໃຊ້​ບັນດາ​ນະ​ໂຍບາຍ​ສົ່ງ​ເສີມ​ການ​ປ່ຽນ​ໃໝ່​ເຕັກ​ໂນ​ໂລ​ຢີ​ໃນ​ວິ​ສາ​ຫະກິດ​ຕ່າງໆ, ກຳນົດ​ມາດຖານ​ເຕັກ​ໂນ​ໂລ​ຢີ​ໃນ​ກົດໝາຍ​ວ່າ​ດ້ວຍ​ການ​ລົງທຶນ​ແຫ່ງ​ລັດ ​ແລະ​ບັນດາ​ໂຄງການ​ປະມູນ​. ພ້ອມ​ກັບ​ການ​ສ້າງ​ໂຄງ​ປະ​ກອບ​ພື້ນຖານ​ເສດຖະກິດ​ຄືນ​ໃໝ່, ຫັນປ່ຽນ​ຮູບ​ແບບ​ເຕີບ​ໂຕ​ແລ້ວ, ປີ 2012 ຕ້ອງ​ສືບ​ຕໍ່​ຊາບ​ຊືມທັດສະນະ​ຊີ້​ນຳ​ຂອງ​ກົມ​ການ​ເມືອງ, ມະຕິ​ເລກ 11 ຂອງ​ລັດຖະບານ, ​ເພີ່ມ​ທະວີ​ການ​ຮັກສາ​ເສດຖະກິດ​ມະຫາ​ພາກ​ໃຫ້​ເປັນ​ປົກກະຕິ, ຄວບຄຸມ​ໄພ​ເງິນ​ເຟີ້ ​ແລະ ຮັກສາ​ລະດັບ​ເຕີບ​ໂຕ​ຢູ່​ໃນ​ລະດັບເໝາະ​ສົມ, ຮັບປະກັນ​ຊີວິດ​ສັງຄົມ. ນີ້​ແມ່ນ​ບັນດາ​ໜ້າ​ທີ່​ອັນ​ໜັກໜ່ວງ​ແລະ ຫຍຸ້ງ​ຍາກທີ່​ສຸດ ​, ພິ​ເສດ​ແມ່ນ​ໃນ​ສະພາບ​ການ​ເສດຖະກິດ​ໂລກ​ພວມ​ມີ​ການ​ຜັນ​ແປ​ຢ່າງ​ສັບສົນ.

    ​ມ້ວນ​ທ້າຍ​ບົດ​ຂຽນ, ທ່ານ​ນາຍົກລັດຖະມົນຕີຖືວ່າ ຫວຽດນາມ​ມີ​ຄວາມ​ສະດວກ​​ໃນ​ຂັ້ນພື້ນຖານ​ເພື່ອ​ສ້າງ​ຄວາມ​ເຫັນ​ດີ​ເປັນ​ເອກະ​ພາບ​ສູງ​ກ່ຽວ​ກັບ​ຄວາມ​ຮັບ​ຮູ້​ໃນ​ທົ່ວ​ລະບົບ​ການ​ເມືອງ, ມີ​ຄວາມ​ຕັດສິນ​ໃຈ​ສູງ​ໃນ​ບນດາ​ອົງການ​ຄຸ້ມ​ຄອງ​ລັດ​ ຈາກ​ຂັ້ນ​ສູນ​ກາງ​ລົງ​ຮອດ​ທ້ອງ​ຖີ່​ນ ​ແລະ ​ປະຊາ​ຄົມ​ວິ​ສາ​ຫະກິດ. ນີ້​ແມ່ນ​ປັດ​ໃຈ​ພື້ນຖານ​ເພື່ອ​ຫັນ​ຄວາມ​ຕັດສິນ​ໃຈ​ເປັນ​ການ​ກະທຳຕົວ​ຈິງ, ນຳ​ວິວັດ​ການ​ພັດທະນາ​ຂອງ​ປະ​ເທດ​ເຂົ້າ​ໃນ​ວົງ​ໂຄຈອນ​ໃໝ່ - ​ເຊິ່ງ​ແມ່ນ​ວົງ​ໂຄຈອນ​ແຫ່ງ​ການ​ພັດທະນາ​​ແບບ​ຍືນ​ໂຍງ.

     

ຕອບກັບ

ຂ່າວ/ບົດ​ອື່ນ