ສ້າງ​ເຂດ​ໄຕ​ງວຽນ​ພັດ​ທະ​ນາ​ຢ່າງ​ກົມ​ກຽວ

(VOVWORLD) - ທ້າຍອາທິດຜ່ານມາ, ຢູ່ແຂວງດັກລັກ, ໄດ້ດຳເນີນກອງປະຊຸມສະຫຼຸບການປະຕິບັດມະຕິເລກທີ 10 (ປີ 2002) ແລະ ບົດສະຫຼຸບເລກທີ 12 (ປີ 2011) ຂອງກົມການເມືອງກ່ຽວກັບການພັດທະນາເສດຖະກິດ - ສັງຄົມ ແລະ ຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບຢູ່ເຂດໄຕງວຽນ. ບັນດາການກຳນົດທິດໃໝ່ກ່ຽວກັບການພັດທະນາເຂດໄຕງວຽນໃນໄລຍະຈະມາເຖິງ ໄດ້ຍົກອອກມາ ບົນຈິດໃຈພັດທະນາໄຕງວຽນ ໂດຍໄວ ແລະ ຍືນຍົງ ແມ່ນຄວາມຮັບຜິດຊອບຂອງທຸກຂັ້ນ, ທຸກຂະແໜງການ, ຂອງທົ່ວລະບົບການເມືອງ.

ສ້າງ​ເຂດ​ໄຕ​ງວຽນ​ພັດ​ທະ​ນາ​ຢ່າງ​ກົມ​ກຽວ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VGP)

ເຂດໄຕງວຽນມີ 53 ຊົນເຜົ່າດຳລົງຊີວິດຢູ່ຮ່ວມກັນ, ໃນນັ້ນມີ 52 ຊົນເຜົ່າສ່ວນໜ້ອຍດ້ວຍ 2 ລ້ານກ່ວາຄົນ, ກວມເອົາກ່ວາ 37% ປະຊາກອນທົ່ວເຂດ. ນີ້ກໍ່ແມ່ນເຂດທີ່ມີຫຼາຍຊົນເຜົ່າທີ່ສຸດໃນທົ່ວປະເທດ.

ມີທ່າໄດ້ປຽບພັດທະນາຫຼາຍຢ່າງ

       ໄຕງວຽນມີທ່າໄດ້ປຽບພັດທະນາຫຼາຍຢ່າງຄື ມີເນື້ອທີ່ດິນປ່າ 3,2 ລ້ານເຮັກຕາ (ກວມເອົາ 21% ທົ່ວປະເທດ), ມີເນື້ອທີ່ດິນ ບາຢານ 1 ລ້ານ ເຮັກຕາ, ດິນແດງ 1, 8 ລ້ານເຮັກຕາ. ນີ້ແມ່ນເຂດມີລະບົບຊີວະພາບທີ່ອຸດົມສົມບູນ, ອາກາດປອດໂປ່ງບໍລິສຸດ. ເຂດກໍ່ຍັງມີຄວາມສາມາດບົ່ມຊ້ອນຢ່າງໃຫຍ່ຫຼວງກ່ຽວກັບການພັດທະນາອຸດສາຫະກຳພະລັງງານ (ເຂື່ອນໄຟຟ້າ, ໄຟຟ້າແຮງລົມ, ໄຟຟ້າແສງຕາເວັນ), ມີບໍ່ແຮ່ທີ່ອຸດົມສົມບູນ ແລະ ເປັນສູນຜະລິດ bauxite. ໄຕງວຽນກໍ່ແມ່ນເຂດໃຫຍ່ຜະລິດຕົ້ນໄມ້ອຸດສາຫະກຳໃຫຍ່ (ຢາງພາລາ, ກາເຟ, ພິກໄທ, ຊາ, ໝາກມ່ວງຫິມະພານ…), ມີຢາສະໝູນໄພທີ່ມີຄ່າຫຼາຍຢ່າງຄື: ໂສມງອກລິງ, ມີເງື່ອນໄຂສະດວກເພື່ອພັດທະນາກາຍເປັນສູນການທ່ອງທ່ຽວໃຫຍ່ຂອງທົ່ວປະເທດ.

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ: ພາຍຫຼັງ 20 ປີ ແຫ່ງການປະຕິບັດມະຕິເລກທີ 10 ແລະ 10 ປີແຫ່ງການປະຕິບັດບົດສະຫຼຸບເລກທີ 12, ຂອບຂະໜາດເສດຖະກິດ ປີ 2020 ເພີ່ມຂຶ້ນທົບປະມານ 14 ເທື່ອເມື່ອທຽບໃສ່ປີ 2002, GRDP ຄິດສະເລ່ຍໃນໄລຍະ 2002 – 2020 ແມ່ນ 7,98%, ສູງທີ່ສຸດໃນເຂດຕ່າງໆ. ກະສິກຳກາຍເປັນເຂດຜະລິດຜະລິດຕະພັນກະເສດໃຫຍ່, ດ້ວຍຜະລິດຕະພັນຫຼາຍຊະນິດທີ່ກວມເອົາມາດຕາຖ່ວງສູງໃນການສົ່ງອອກຂອງທົ່ວປະເທດຄື: ກາເຟ, ຢາງພາລາ, ພິກໄທ, ຕົ້ນໄມ້ກິນໝາກ… ອັດຕາຄອບຄົວທຸກຍາກຫຼຸດລົງພໍສົມຄວນ. ວຽກງານຄຸ້ມຄອງປົກປັກຮັກສາພັດທະນາປ່າ, ນຳໃຊ້ຊັບພະຍາກອນນ້ຳຢ່າງມີປະສິດທິຜົນໄດ້ຮັບຄວາມເອົາໃຈໃສ່ຈາກທຸກຂັ້ນ, ທຸກຂະແໜງການ, ທ້ອງຖິ່ນ ແລະ ໄດ້ຮັບການກຳນົດແມ່ນບັນຫາສຳຄັນ, ຮີບດ່ວນຕໍ່ການຫາເງິນລ້ຽງຊີບຂອງປະຊາຊົນໃນເຂດ.

ບັນຫາສັງລວມ ເພື່ອພັດທະນາໄຕງວຽນ

ຕາມທ່ານນາຍົກລັດຖະມົນຕີ ແລ້ວ, ຖ້າໃນເມື່ອກ່ອນ, ຫວຽດນາມ ກຳນົດວ່າ ໄຕງວຽນຄວນ “ມີສະຖຽນລະພາບເພື່ອພັດທະນາ”ນັ້ນ, ໃນປັດຈຸບັນແມ່ນບຸລິມະສິດໃຫ້ການພັດທະນາເພື່ອປະກອບສ່ວນສຳຄັນເຂົ້າໃນການຮັກສາສະຖຽນລະພາບດ້ານການເມືອງ - ສັງຄົມ, ຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ຊຸກຍູ້ການພົວພັນຕ່າງປະເທດ, ຮັບມືກັບທຸກການຜັນແປຂອງສະພາບການຢ່າງມີໄຫວພິບ, ຍາດແຍ່ງຄວາມສະດວກຢ່າງສຸດຂີດ, ແກ້ໄຂສິ່ງທ້າທາຍເພື່ອພັດທະນາ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຊີ້ແຈ້ງວ່າ:

        ພັດທະນາເຂດໄຕງວຽນຕ້ອງສຸມໃສ່ ແລະ ສົມທົບກັນແກ້ໄຂກ່ຽວກັບການເມືອງ, ແນວຄິດ, ເສດຖະກິດ, ສັງຄົມ, ສິ່ງແວດລ້ອມ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ການພົວພັນຕ່າງປະເທດ ຢ່າງຄົບຊຸດ. ໝາຍຄວາມວ່າຕັ້ງບັນຫາສັງລວມພັດທະນາໄຕງວຽນ. ການພັດທະນາເສດຖະກິດຕ້ອງຕິດພັນກັບການເບິ່ງແຍງດູແລແກ້ໄຂບັນດາບັນຫາສັງຄົມ, ນະໂຍບາຍຊົນເຜົ່າ, ສາສະໜາ, ປຸກລຸກຄວາມເອກອ້າງທະນົງໃຈ, ຫັນຄຸນຄ່າດ້ານປະຫວັດສາດ, ວັດທະນະທຳ, ມູນເຊື້ອການປະຕິວັດ ແລະ ເຈດຈຳນົງ, ຄວາມມຸ່ງມາດປາດຖະໜາບືນຕົວຂຶ້ນ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ຄວາມສາມັກຄີກັນກາຍເປັນກຳລັງໜູນພັດທະນາ. ຕ້ອງມີກົນໄກເພື່ອພັດທະນາ, ເປັນຕົ້ນແມ່ນດຶງດູດແຫຼ່ງກຳລັງສັງຄົມ ແລະ ການລົງທຶນຈາກຕ່າງປະເທດ.

        ກ່ຽວກັບເປົ້າໝາຍ, ທ່ານນາຍົກລັດຖະມົນຕີ ຊີ້ແຈ້ງວ່າ ພັດທະນາເຂດໄຕງວຽນຕິດພັນກັບເສດຖະກິດສີຂຽວ, ໝູນວຽນ, ເຕັມໄປດ້ວຍສີສັນວັດທະນະທຳບັນດາເຜົ່າ. ຫັນຈິນຕະນາການຈາກການຜະລິດກະສິກຳກາຍເປັນເສດຖະກິດກະສິກຳ, ໃນນັ້ນສ້າງບາງຜະລິດຕະພັນກະເສດ ທີ່ມີເຄື່ອງໝາຍສາກົນ, ລະບົບຊີວະພາບໄດ້ຮັບການອະນຸລັກ, ຄ້ຳປະກັນຄວາມໝັ້ນຄົງແຫຼ່ງນ້ຳ, ຮັກສາສະຖຽນລະພາບຄວາມໝັ້ນຄົງດ້ານການເມືອງ, ປັບປຸງຊີວິດດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນ, ຮັກສາການປ້ອງກັນຊາດ, ປ້ອງກັນຄວາມສະຫງົບຢ່າງໝັ້ນຄົງໜັກແໜ້ນ.

        ຕາມທ່ານນາຍົກລັດຖະມົນຕີ ແລ້ວ, ການສ້າງແຜນຜັງພັດທະນາເຂດໄຕງວຽນ ໄລຍະ 2021 – 2030, ວິໄສທັດຮອດປີ 2050 ຕາມທິດສີຂຽວ, ໝູນວຽນ, ເຕັມໄປດ້ວຍສີສັນໂດຍອີງໃສ່ປັດໄຈລັກນະສະພິເສດຂອງມະນຸດ, ວັດທະນະທຳ, ທີ່ດິນ, ແຫຼ່ງນ້ຳ ແລະ ປ່າໄມ້ ຂອງໄຕງວຽນ. ສຸມໃສ່ພັດທະນາຕົວເມືອງຢູ່ໃຈກາງທີ່ເປັນກຳລັງໜູນຂອງເຂດ, ພາກ, ອະນຸພາກພື້ນ ເພື່ອແຜ່ຂະຫຍາຍ, ຊຸກຍູ້ເຂດໃກ້ຄຽງ, ເຂດຕ່າງໆພ້ອມກັນພັດທະນາ. ທ່ານກ່າວວ່າ:

        ພັດທະນາການສ້າງພື້ນຖານໂຄງລ່າງເສດຖະກິດ - ສັງຄົມ, ເປັນຕົ້ນແມ່ນສ້າງພື້ນໂຄງລ່າງຄົມມະນາຄົມ, ຊົນລະປະທານ, ສະໜອງນ້ຳຢ່າງມີປະສິດທິຜົນ. ກໍ່ສ້າງສຳເລັດບາງເສັ້ນທາງຄວາມໄວສູງ, ຍົກລະດັບສະໜາມບິນ. ເຊື່ອມຕໍ່ຄວາມສະດວກພາຍໃນປະເທດ, ພາກພື້ນ ແລະ ສາກົນ. ໄປຄຽງຄູ່ກັນນັ້ນ, ກໍ່ປະຕິບັດການຫັນປ່ຽນ, ຍົກລະດັບພື້ນຖານໂຄງລ່າງເຕັກໂນໂລຢີຂໍ້ມູນຂ່າວສານ ໄປສູ່ພື້ນຖານໂຄງລ່າງດີຈີຕອນ ໄປຄຽງຄູ່ກັບການຫັນເປັນດີຈີຕອນແຫ່ງຊາດ. ພັດທະນາການເຊື່ອມຕໍ່ພື້ນຖານໂຄງລ່າງການຄ້າຕາມທິດທັນສະໄໝດ ເປີດກ້ວາງການເຊື່ອມຕໍ່ການເຄື່ອນໄຫວການຄ້າ ຕິດພັນກັບການຕະຫຼາດ ທັງຢູ່ພາຍໃນ ແລະ ຕ່າງປະເທດ, ຊຸກຍູ້ການຄ້າເອເລັກໂຕນິກ ແລະ Logistics.

        ທ່ານນາຍົກລັດຖະມົນຕີ ກໍ່ຮຽກຮ້ອງວ່າ ເຂດຕ້ອງຖືການພັດທະນາກະສິກຳປ່າໄມ້ແມ່ນ ພື້ນຖານດ້ວຍຜະລິດຕະພັນທີ່ເປັນເອກະລັກສະເພາະ, ມີຄຸນນະພາບ ແລະ ມູນຄ່າສູງ, ການທ່ອງທ່ຽວແມ່ນບຸກທະລຸຕິດພັນກັບການຮັກສາສີສັນວັດທະນະທຳ, ພັດທະນາສະຖານທີ່ທ່ອງທ່ຽວລະດັບຊາດ ແລະ ເຂດຕົວເມືອງທ່ອງທ່ຽວສາກົນ.

        ໄຕງວຽນແມ່ນ 1 ໃນ 3 ເຂດຍຸດທະສາດກ່ຽວກັບຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ, ແມ່ນໜຶ່ງໃນ 6 ເຂດເສດຖະກິດຈຸດສຸມຂອງ ຫວຽດນາມ. ການພັດທະນາເຂດໄຕງວຽນໂດຍໄວ, ຍືນຍົງ, ກົມກຽວ ມີບົດບາດສຳຄັນທີ່ສຸດຕໍ່ການພັດທະນາເສດຖະກິດ, ສ້າງ ສັງຄົມມີສະຖຽນລະພາບຂອງ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ