ສ້າງເງື່ອນໄຂສະດວກໃຫ້ແກ່ການປະຕິຮູບຢູ່ອີຣານ

(vovworld) - ການ​ເລືອກ​ຕັ້ງ​ສະພາ​ແຫ່ງ​ຊາດຢູ່ ອີຣານ ​ໄດ້​ດຳ​ເນີນ​ໄປ​ໃນ​ວັນ​ທີ 26/2, ດ້ວຍ​ຜົນງານ​ໃນ​ເບື້ອງ​ຕົ້ນ​ແມ່ນ​ຂຶ້ນ​ກັບ​ສຳພັນທະ​ພາບບັນດາ​ກຳລັງ​ປະຕິ​ຮູບ​ ​ແລະ ສະຫງ່ຽມ​ຄ່ຽມຄົມ, ລື່ນ​ກາຍ​ຈຳນວນ​ບັດ​ສະໜັບສະໜູນ​ຝ່າຍ​ຮັກສາ​ເດີມ​, ນັບ​ທັງ​ໃນ​ການ​ເລືອກ​ຕັ້ງ​ລັດຖະສະພາ​ ກັບ​ສະພາ​ນັກ​ຊ່ຽວຊານ​ຢ່າງຫຼວງ​ຫຼາຍ. ບັນດາ​ນັກ​ໄຈ້​ແຍກ​ໃຫ້​ຂໍ້​ສັງ​ເກດ​ວ່າ, ດ້ວຍ​ຜົນງານ​ນີ້, ບັນດາ​ສັນຍານ​ທີ່​ຕັ້ງໜ້າ​ໃນ​ການ​ປະຕິ​ຮູບ​ໃໝ່​ຢູ່ ອີຣານພວມ​ປະກົດ​ຢູ່​ຕໍ່ໜ້າ.

ສ້າງເງື່ອນໄຂສະດວກໃຫ້ແກ່ການປະຕິຮູບຢູ່ອີຣານ - ảnh 1
ຜູ້ມີສິດເລືອກຕັ້ງເຂົ້າຮ່ວມການປ່ອນບັດໃນວັນທີ 26/02
(ພາບ: AP)

ນີ້​ແມ່ນ​ຄັ້ງ​ທຳ​ອິດ​ທີ່​ຜູ້​ມີ​ສິດ​ເລືອກ​ຕັ້ງ​ປະມານ 55 ລ້ານ​ຄົນ​ໄດ້​ໄປ​ປ່ອນ​

ບັດ, ນັບ​ແຕ່​ພາຍຫຼັງ​ມີ​ມາດ​ຕະການ​ແກ້​ໄຂ​ໃຫ້​ບັນຫາ​ນິວຄະ​ເລຍ​ຂອງ​ ອີຣານ. ດ້ວຍ 90% ຈຳ​ນວນ​ບັດ​ທີ່​ໄດ້​ຮັບ​ການ​ນັບ​ນັ້ນ, ບັນດາ​ຜູ້​ນິຍົມຄວາມ​ກ້າວໜ້າ ​ແລະ ສະ​ຫງ່ຽມ​ຄ່ຽມຄົມ​ຍາດ​ໄດ້ 30/30 ທີ່​ນັ່ງ​ຢູ່​ນະຄອນຫຼວງ ​ເຕ​ເຮຣານ, ​ໃນ​ສະພາວະ​ການ​ທີ່​ການ​ຊ່ວງ​ເສັງ​ຢູ່​ທີ່​ນີ້​ມີ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ສະໝັກ​​ເລືອກ​ຕັ້ງກວ່າ 1.000 ຄົນ. ດ້ວຍ​ຜົນງານ​ນີ້, ກຳລັງນິຍົມ​ຄວາມ​ກ້າວໜ້າພວມ​ ​ປະກົດ​ຕົວ​ ຢ່າງ​ແຮງ​ທີ່​ສຸດໃນ​ສະພາ​ແຫ່ງ​ຊາດ ນັບ​ແຕ່​ປີ 2004 ມາ​ຮອດ​ປະຈຸ​ບັນ. ການ​ເລືອກ​ຕັ້ງ​ຫວ່າງ​ແລ້ວ​ນີ້​ອາດ​ຈະ​ກຳນົດ​ທິດ​ໃຫ້​ແກ່ອະນາຄົດ​ຢູ່ປະ​ເທດ​ອິດສະ​ລາມ​ນີ້​.

        ການ​ກຳນົດ​ທິດ​ໃຫ້​​ແກ່ອະນາຄົດ

        ດ້ວຍໝາກ​ຜົນ​ແຫ່ງ​ການ​ເລືອກ​ຕັ້ງ ​ເຊິ່ງ​ໄດ້​ຮັບ​ຖື​ວ່າ​ແມ່ນ​ການປ່ອນ​ບັດ​ໄວ້​ວາງ​ໃຈ​ສຳລັບ​ລັດຖະບານ ຕາມ​ທ່າ​ອ່ຽງປະຕິ​ຮູບ​ຂອງ​ປະທານາທິບໍດີ Hassan Rouhani, ​ແມ່ນ​ການ “ທົດ​ລອງ“ ກ່ຽວ​ກັບ​ຄວາມ​ພໍ​ໃຈ​ຂອງ​ປະຊາຊົນ ທີ່​ມີຕໍ່​ຂໍ້​ຕົກລົງ​ນິວຄະ​ເລຍ, ຕໍ່​ຄວາມ​ຂັດ​ແຍ້​ງກັນ​ໃນ​ສັງຄົມ ​ແລະ ສະພາບສິດ​ອຳນາດຕົວ​ຈິງ​ຢູ່​ປະ​ເທດ​ນີ້. ພ້ອມ​ກັນ​ນັ້ນ, ນີ້​ກໍ່​ແມ່ນ​ການ “ທົດ​ລອງ“ ກ່ຽວ​ກັບ​ກຳນົດ​ທິດ​ໃຫ້​ແກ່ສາຍ​ພົວພັນ​ກັບຕ່າງປະ​ເທດ​ຂອງ ອີຣານ​ໃນ​ອະນາຄົດ, ພິ​ເສດ​ແມ່ນ ອາ​ເມ​ລິ​ກາ ​ແລະ ບັນດາ​ປະ​ເທດຝ່າຍຕາ​ເວັນ​ຕົກ, ສຳລັບ ຊາ​ອຸ​ດີ ອາຣາ​ເບຍ ​ແລະ ອິດສະຣານ​ແອນ. ​ໃນ​ສະຖານະ​ການ​ທີ່ ອີຣານຫາ​ກໍ່​ຫຼຸດ​ພົ້ນ​ອອກ​ຈາກ​ສະພາບ​ຖືກ​ຕົກ​ຢູ່​ໂດດ​ດຽວ ທາງ​ດ້ານ​ເສດຖະກິດ ​ແລະ ການ​ທູດ​ໃນ​ຕະຫຼອດ​ໄລຍະ​ນັບ​ສິບ​ປີຜ່ານມາ​ນັ້ນ, ຜູ້​ມີ​ສິດ​ເລືອກ​ຕັ້ງ ອີຣານຍິ່ງ​ມີ​ຄວາມ​ຫວັງ​ຫຼາຍ​ກວ່າ​ຕໍ່​ສະພາ​ແຫ່​ງຊາດ​ຊຸດ​ໃໝ່​ ໃນ​ເລື່ອງ​ຊີ້​ນຳ​ນຳພາ​ປະ​ເທດ​ຊາດ​ພັດທະນາ. ດັ່ງ​ນັ້ນ, ​ເສດຖະກິດ​ແມ່ນ​ບັນຫາ​ທີ່​ຜູ້​ມີ​ສິດ​ເລືອກ​ຕັ້ງ ອີຣານມີ​ຄວາມ​ສົນ​ໃຈ​ທີ່​ສຸດ. ຍ້ອນ​ເຫດ​ນັ້ນ, ​ໃນ​ວິວັດ​ແຫ່ງ​ການ​ຫາ​ສຽງ​ເລືອກ​ຕັ້ງ, ບັນດາ​ຄຳ​ໝັ້ນ​ສັນຍາ​ປະຕິ​ຮູບ​ພື້ນຖານ​ເສດຖະກິດ​ຜ່ານ​ການ​ເປີດ​ປະຕູ​ກັບ​ຝ່າຍ​ຕາ​ເວັນ​ຕົກ​ນັ້ນ ​ໄດ້​ຮັບ​ການ​ສະໜັບສະໜູນ​ຢ່າງ​ແຮງ​ຈາກ​ຜູ້​ມີ​ສິດ​ເລືອກ​ຕັ້ງ. ກົງກັນຂ້າມ, ບັນດາ​ຄວາມ​ເຫັນ​ກ່ຽວ​ກັບ​ການ​ເພີ່ມ​ທະວີ​ກຳລັງ​ຄວມສາມາດຮັບ​ມື​ຂອງ ອີຣານ​ຕໍ່​ສັດຕູມາ​ແຕ່​ດົນ​ນານ​ນັ້ນ ພັດ​ບໍ່​ໄດ້​ຮັບ​ຄວາມ​ສົນ​ໃຈຈາກ​ຜູ້​ມີ​ສິດ​ເລືອກ​ຕັ້ງ. ສິ່ງ​ທີ່​ເຂົາ​ເຈົ້າ​ເອົາ​ໃຈ​ໃສ່ທີ່​ສຸດ​ໃນ​ປະຈຸ​ບັນ ​ແມ່ນ​ຕ້ອງ​ເຮັດ​ແນວ​ໃດ​ສາມາດ​ປັບປຸງ​ຊີວິດ​ການ​ເປັນ​ຢູ່​ໃຫ້​ໄດ້, ​ແລະ ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ຢ່າງ​ເໝາະ​ສົມ ​ເພື່ອ​ຊົດ​ເຊີຍ​ກັບ​ສະພາບ​ລາຄາ​ທັນ​ຍາ​ຫານ, ​ເຊື້ອ​ເພີງນັບ​ມື້​ນັບ​ເພີ່ມ​ຂຶ້ນ.

        ຜົນ​ແຫ່ງ​ການ​ເລືອກ​ຕັ້ງ​ນີ້​ມີ​ຄວາມ​ໝາຍ​ຕັດສິນ​ອະນາຄົດ​ຂອງ ອີຣານ, ສ້າງ​ປະຖົມປັດ​ໃຈ​ທີ່​ສະດວກ​ສະບາຍ ​ແລະ ​ເງື່ອນ​ໄຂ​ທີ່​ຈຳ​ເປັນ ​ເພື່ອ​ໃຫ້ ອີຣານ ກ້າວ​ເຂົ້າ​ສູ່​ໄລຍະ​ໃໝ່​ແມ່ນ​ຫຼຸດ​ພົ້ນ​ອອກ​ຈາກ​ສະພາບ​ຖືກ​ປິດ​ລ້ອມ, ຂວ້ຳ​ບາດ ​ແລະ ລົງ​ໂທດ, ສ້າງ​ການ​ພົວພັນ​ກັບ​ ອາ​ເມ​ລິ​ກາ ​ແລະ ຝ່າຍ​ຕາ​ເວັນ​ຕົກ​ເປັນ​ປົກກະຕິ, ​ເຊື່ອມ​ໂຍງ​ເຂົ້າ​ກັບ​ພາກ​ພື້ນ ​ແລະ ​ໂລກ. ​ເພາະວ່າ, ຖ້າ​ຫາກ​ຝ່າຍ​ປະຕິ​ຮູບ ​ແລະ ສະຫງ່ຽມ​ຄ່ຽມຄົມ ​ໄດ້​ຮັບ​ໄຊຊະນະ ​ເລື່ອງ​ປະຕິບັດ​ຂໍ້​ຕົກລົງ​ແກ້​ໄຂ​ບັນຫາ​ນິວຄະ​ເລຍ​ຈະ​ສະດວກ​ ​​ແລະ ​ໄດ້​ຮັບ​ຜົນງານ, ບາດກ້າວ​ຂ້າມ​ຜ່ານ​ໄລ​ຍະ​ໄດ້​ຮັບ​ການ​ປະຕິບັດ ​ແລະ ອະນາຄົດ​ຂອງ ອີຣານຈະ​ຢູ່​ຕໍ່ໜ້າ​ຢ່າງ​ແທ້​ຈິງ

        ​ເລີ່​ມດຳ​ເນີນການ​ປະຕິຮູບ​​

        ນັບ​ແຕ່​ດົນ​ນານ​ມາ​ແລ້ວ, ສະພາບ​ການ​ເມືອງ​ຢູ່ ອີຣານຍາມ​ໃດ​ກໍ່​ແມ່ນ​ການ​ຍາດ​ແຍ່ງ​ສິດ​ອຳນາດ​ຢ່າງ​ຂ້ຽວຂາດ​ລະຫວ່າງ​ກຳລັງ​ຮັກສາ​ເດີມ ​ແລະ ປະຕິ​ຮູບ. ​ໃນ​ຂະນະ​ທີ່​ຝ່າຍ​ປະຕິ​ຮູບ​ຖື​ວ່າ, ຈຳ​ເປັນຕ້ອງ​ມີ​ການ​ປ່ຽນ​ແປງ​ເພື່ອ​ຫຼຸດ​ພົ້ນ​ອອກ​ຈາກ​ບັນດາ​ມາດ​ຕະການ​ຂວ້ຳ​ບາດຂອງ​ຝ່າຍ​ຕາ​ເວັນ​ຕົກ, ປັບປຸງ​ສາຍ​ພົວພັນ​ກັບ​ໂລກ​ເພື່ອ​ພັດທະນາ​ເທື່ອ​ລະ​ກ້າວ​ນັ້ນ, ກຳລັງ​ຮັກສາ​ເດີມ​ພັດ​ສະ​ແດງ​ຄວາມລະມັດລະວັງ. ​ໂດຍ​ຖື​ສາສະໜາ​ອິສະລາມ ​ແມ່ນ​ແນວ​ຄິດ​ພື້ນຖານ​ໃຫ້​ແກ່​ຂໍ້​ຕົກລົງ​ດ້ານ​ການ​ເມືອງ - ສັງຄົມ, ຝ່າຍ​ຮັກສາ​ເດີມ​ສະ​ແດງ​ຄວາມ​ວິຕົກ​ກັງວົນ​ວ່າ, ຕາມ​ການ​ເວລາ, ການ​ປະຕິ​ຮູບ​ຈະ​ທັບ​ມ້າງ​ສິດ​ອຳນາດ​ຂອງ​ເຂົາ​ເຈົ້າ.

        ຍ້ອນ​ເຫດ​ນັ້ນ​ຜົນ​ຂອງ​ການ​ເລືອກ​ຕັ້ງ, ດ້ວຍ​ໄຊຊະນະ​​ແມ່ນ​ຂຶ້ນ​ກັບ​ຝ່າຍ​ປະຕິ​ຮູບ​ນັ້ນ, ​ໄດ້​ຮັບ​ການ​ຕີ​ລາຄາ​ວ່າ​ມີ​ລັກສະນະ​ຕັດສິນ​ອະນາຄົດ​ທາງ​ດ້ານ​ການ​ເມືອງ​ໃຫ້​ແກ່ ອີຣານ ​ໃນ​ທົດ​ສະ​ວັດ​ຈະ​ມາ​ເຖິງ. ​ໃນ​ຕໍ່ໜ້າ, ວິວັດທະນາ​ການ​ນີ້​ອາດ​ຈະ​ສົ່ງ​ຜົນ​ສະທ້ອນ​ເຖິງ​ນະ​ໂຍບາຍ​ຍັບ​ມໍ່​​ໃກ້​ກັນກັບ​ ອາ​ເມ​ລິ​ກາ ​ແລະ ຝ່າຍ​ຕາ​ເວັນ​ຕົກກວ່າ ຂອງ​ປະທານາທິບໍດີ H.Rouhani ຕາມ​ແນວທາງ​ນິຍົມ​ຄວາມ​ກ້າວໜ້າ ​ແລະ ສະຫງ່ຽມ​ຄ່ຽມຄົມ. ນີ້​ກໍ່​ແມ່ນ​ກາລະ​ໂອກາດ​ເພື່ອ​ເປີດ​ໜ້າ​ໄໝ່​ໃນ​ວິວັດ​ແຫ່ງ​ການ​ພັດທະນາ​ເສດຖະກິດ​ຂອງ​ ອີຣານ ​ໂດຍ​ອີງ​ຕາມ​ແຫຼ່ງກຳລັງ​ພາຍ​ໃນ ​ແລະ ສາກົນ. ປະທານາທິບໍດີ H.Rouhani ອາດ​ຈະ​ມີ​ການ​ຮ່ວມ​ມື​ທີ່​ດີ​ກັບ​ລັດຖະສະພາ​ທີ່​ສະຫງ່ຽມ​ຄ່ຽມຄົມ​ກວ່າ ​ເພື່ອ​ປະຕິບັດ​ໂຄງການ​ດຳ​ເນີນ​ງານ​ຂອງ​ຕົນ.

ຈຸ​ດໝາຍ​ເຊິ່ງທ່ານ H. Rouhani ​ໄດ້​ວາງ​ອອກ​ນັ້ນ​ແມ່ນ​ດຳ​ເນີນ​ບັນດາ​ການ​ປະຕິ​ຮູບ​ ​ດ້ານ​ເສດຖະກິດ​ຕາມ​ທິດ​ເປີດ​ກ້ວາງ​ການ​ຮ່ວມ​ມືກັບ​ພາຍ​ນອກ, ຊອກ​ຫາ​ວິທີ​ດຶງ​ດູດ​ການ​ລົງທຶນ​ຕື່ມ​ອີກ​ເພື່ອ​ຊ່ວຍ​ສ້າງ​ວຽກ​​ເຮັດ​ງານ​ທຳ​ໃໝ່. ດ້ວຍຕະຫລາດ​ທີ່ມີ​ພົນລະ​ເມືອງ 80 ລ້ານ​ຄົນນີ້, ອີ​ຣານ ຈະ​ມີ​ກຳ​ລັງ​ດຶງ​ດູດ​ພິ​ເສດ​ສຳລັບ​ບັນດາ​ນັກ​ລົງທຶນ​ຕ່າງປະ​ເທດ ​ຖ້າ​ຫາກວ່າ ອີຣານ ມີ​ນະ​ໂຍບາຍທີ່​ເໝາະ​ສົມ​ເພື່ອ​ຫລຸດ​ພົ້ນ​ອອກ​ຈາກ​ຄຳ​ສັ່ງ​ຂວຳ້​ບາດ.

        ​​ແຕ່​ເຖິງ​ຢ່າງ​ໃດ​ກໍ​ຕາມ, ວິວັດ​ການ​ປະຕິ​ຮູບ​ກໍ່​ບໍ່​ແມ່ນ​ວ່າຈະ​ປະຕິບັດ​ໃນ​ໄລຍະ​ສັ້ນ​ໆ, ງ່າຍດາຍ ​ແລະ ສະດວກ​ໄດ້. ຖ້າສັງ​ເກດ​ໂຄງ​ປະ​ກອບ​ສິດອຳ​ນາດ​ຢູ່ ອີຣານ ອາດ​ຈະ​ເຫັນ​​ໄດ້ວ່າ: ນັບ​ແຕ່​ໄຊຊະນະ​ຂອງ​ການ​ປະຕິວັດ​ອິດສະ​ລາມ ​ເມື່ອ​ປີ 1979, ຢູ່ ອີຣານ ​ໄດ້​ປະກົດ​ມີ​ລະບອບ​ການ​ເມ​ືອງພິ​ເສດ​ພໍ​ສົມຄວນ​ນັ້ນ​ແມ່ນ​ຮູບ​ແບບ​ມອບ​ໂອນ​ສິດ​ອຳນາດ​ລະຫວ່າງ​ສິດ​ຂອງ​ເທວະ​ດາ ​ແລະ ປະຊາທິປະ​ໄຕ. ​ເຖິງ​ວ່າ ອີຣານ ​ແມ່ນ​ປະ​ເທດ​​ເດີນຕາມ​ລະ​ບ​ອບສາທາ​ລະນະ ​ໂດຍ​ປະທານາທິບໍດີ​ນຳ​ໜ້າກໍຕາມ, ​ແຕ່​ສິດອຳນາດ​​ໄດ້ພັດ​ຂຶ້ນ​ກັບ​ສະພາ​ນັກ​ຊ່ຽວຊານ​ເຊິ່ງລວມມີສະມາຊິກ 88 ທ່ານ, ​ໂດຍມີ​ສິດ​ເລືອກ​ຕັ້ງ ​ແລະ ຍຸບ​ເລີກ​ການ​ນຳ​ສາສະໜາ​ຂັ້ນ​ສູງ​.

        ​ໃນ​ສະພາບ​ການ​ນັ້ນ, ນັກ​ສັງ​ເກດ​ການ​ຫຼາຍ​ທ່ານ​ໄດ້​​ໃຫ້​ຂໍ້​ສັງ​ເກດ​ວ່າ: ໝາກຜົນ​ຂອງ​ການ​ເລືອກ​ຕັ້ງ​ສະພາ​ແຫ່ງ​ຊາດຄັ້ງ​ນີ້​ຢູ່ ອີຣານ ອາດ​ຈະບໍ່​ທັນ​ສ້າງ​ບາດ​ກ້າວ​ບຸກທະລຸ​ໃນ​ທັນທີ​ໄດ້ ຫາກ​ວິວັດ​ການ​ປະຕິ​ຮູບ​ຈະປະຕິບັດ​ຕາມ​ຂັ້ນ​ຕອນ. ​ໂດຍ​ມີ​ທ່ານ​ໄດ້​ປຽບ​ກ່ຽວ​ກັບ​ຂອບ​ຂະໜາດ​ດ້ານ​ພູມ​ສາດ, ທີ່​ຕັ້ງ​ບົດບາດ​ຍຸດ​ທະ​ສາດ, ຈຳນວນປະຊາກອນຫຼາຍ, ວິວັດ​ການ​ບຳລຸງ​ສ້າງ​ຊັບພະຍາກອນ​ມະນຸດ​ກໍ່​ຄື​ປະ​ຫວັດ​ສາດ, ພື້ນຖານ​ວັດທະນະທ​ຳ​ແບບ​ດັ້ງ​ເດີມ ​ແລະ ​ແຫຼ່ງຊັບພະຍາກອນ​ທຳ​ມະ​ຊາດ​ໃຫຍ່​ໂຕ​ມະ​ໂຫຖານ, ອີຣານ ຍາ​ມ​ໃດ​ກໍ່​ມີ​ຜົນ​ສະທ້ອນ​ອັນ​ໃຫຍ່ຫຼວງ​ຢູ່​ເຂດ​ຕາ​ເວັນ​ອອກ​ກາງ. ​ໂດຍ​ຜ່ານ​ຜ່າ​ໄລຍະ​ຖືກ​ຂວຳ້​ບາດ​ອັນ​ຍາວ​ນານ, ຍິ່ງ​ກ່ວາ​ເວລາ​ໃດ​ໝົດ, ​ເຕ​ເຮຣານ ພວມ​ບືນຕົວ​ຂຶ້ນ​ຢ່າງ​ແຮງ ​ແລະ ນັບ​ມື້​ນັບ​ຢັ້ງຢືນ​ຕົນ​ເອງ​ໃນ​ພາກ​ພື້ນ ​ແລະ ​ໃນ​​ໂລກ.

 

ຂ່າວ/ບົດ​ອື່ນ