ສ້າງເງື່ອນໄຂເພື່ອໃຫ້ແມ່ຍິງພັດທະນາ ແລະ ອຸທິດສ່ວນ

(vovworld) - ​ແມ່ຍິງ​ຫວຽດນາມ ສວມ​ບົດບາດ​, ທີ່​ຕັ້ງສຳຄັນ​ໃນ​ປະຫວັດສາດ​ແຫ່ງ​ການ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ. ການ​ບຳລຸງ ​ແລະ ຝຶກ​ຝົນ​ຫລໍ່​ຫລອມ​ກຳລັງ​ແມ່ຍິງ, ​ເສີມ​ຂະຫຍາຍ​ກຳລັງ​ແຮງ, ຍົກ​ສູງ​ສະຕິປັນຍາ ​ແລະ ​ເອົາ​ໃຈ​ໃສ່​ຕໍ່ການ​ພັດທະນາ​​ໃນທຸກ​ດ້ານ​ຂອງ​ແມ່ຍິງ ​ແມ່ນ​ຫນ້າ​ທີ່​ເປັນ​ປະຈຳ ​ແລະ ສຳຄັນຂອງ​ສະຫະພັນ​ແມ່ຍິງ​ຂັ້ນ​ຕ່າງໆ​ໃນ​ທຸກ​ສະ​ໄໝ​​ແຫ່ງ​ການ​ປະຕິວັດ, ພິ​ເສດ​​ແມ່ນໃນ​ໄລຍະ​ການ​ປະຕິວັດ​ປະຈຸ​ບັນ. ​ເນື່ອງ​ໃນ​ໂອກາດ​ດຳ​ເນີນກອງ​ປະຊຸມ​ໃຫຍ່​ຜູ້​ແທນ​​ແມ່ຍິງທົ່ວ​ປະ​ເທດ​ສະຫະພັນ​ແມ່ຍິງ​ຫວຽດນາມ ຊຸດ​ທີ XI ຖືກ​ໄຂ​ຂຶ້ນ​ໃນ​ວັນ​ທີ 12/03 ຢູ່​ຮ່າ​ໂນ້ຍ, ນັກ​ຂ່າວ​ວິທະຍຸ​ກະຈາຍສຽງ​ຫວຽດນາມ ມີ​ບົດ​ຂຽນ​ທີ່​ມີ​ຫົວ​ຂໍ້​ວ່າ: ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້​ແມ່ຍິງ​ພັດທະນາ ​ແລະ ​ອຸທິດ​ສ່ວນ.

ສ້າງເງື່ອນໄຂເພື່ອໃຫ້ແມ່ຍິງພັດທະນາ ແລະ ອຸທິດສ່ວນ - ảnh 1
                ສ້າງວຽກເຮັດງານທຳໃຫ້ແກ່ແມ່ຍິງຢູ່ເຂດຊົນນະບົດ
                                ພາບ:vtv.vn


        ອາດ​ຈະ​ເຫັນ​ໄດ້​ວ່າ, ​ໃນ 5 ປີຜ່ານມາ, ​ແມ່ຍິງ​​ໃນ​ທົ່ວ​ປະ​ເທດທຸກ​ຂັ້ນ ຍາມ​ໃດ​ກໍ​ມານະ​ພະຍາຍາມ​ສູ້​ຊົນ, ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ, ຂະຫຍັນ​ຂັນ​ເຄື່ອນ, ຕັ້ງຫນ້າ ​ເຂົ້າ​ຮ່ວມ​ບັນດາ​ຂະ​ບວນການ​ແຂ່ງຂັນ​ຮັກ​ຊາດ ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ຜົນງານ​ພັດທະນາ​ລວມຂອງ​ປະ​ເທດ​ຊາດ. ດ້ວຍ​ບົດບາດ​ຫລັກ​ແຫ​ລ່ງ, ​ໃນອາຍຸ​ການ​ຜ່ານ​ມາ, ສະຫະພັນ​ແມ່ຍິງ​ຫວຽດນາມ​ໃນ​ທຸກ​ຂັ້ນ​ໄດ້ມີ​ການ​ປ່ຽນ​ແປງ​ທາງ​ດ້ານເນື້ອ​ໃນ, ວິທີ​ການ​ເຄື່ອນ​ໄຫວຢ່າງ​ບໍ່​ຢຸດ​ຢັ້ງ, ປຸກລະດົມ​ຫລາຍ​ຂະ​ບວນການ​ແຂ່ງຂັນ ​ແລະ ການ​ຂົນຂວາຍຕ່າງໆ, ປະຕິບັດ​​ກິດຈະການ​ລົບ​ລ້າງ​ຄວາມ​ອຶ​ດຫິວ​ຫລຸດຜ່ອນ​ຄວາມທຸກ​ຍາກ, ສ້າງ​ເສດຖະກິດ​ຢູ່​ບັນດາ​ທ້ອງ​ຖິ່ນຢ່າງ​ມີ​ປະສິດທິ​ຜົນ. ບັນດາ​ກາ​ນຂົນຂວາຍ​ນີ້​ໄດ້​ດຶງ​ດູດ​ການ​ເຂົ້າ​ຮ່ວມ​ຂອງ​ພະນັກງານ, ສະມາຊິກ​ສະຫະພັນ, ​ແມ່ຍິງ ​ແລະ ວົງ​ຄະນາ​ຍາດເປັນ​ຈຳນວນ​ຫລວງຫລາຍ. ທ່ານ​ນາງ ຮ່ວາງ​ທິອ໋າຍ​ຍຽນ, ຮອງ​ປະທານ​ສະຫະພັນ​ແມ່ຍິງ​ຫວຽດນາມ ​ໃຫ້​ຮູ້​ວ່າ:

        “​ໃນ 5 ປີຜ່ານມາ, ການ​​ເອົາ​ໃຈ​ໃສ່ເບີ່ງ​ແຍງ​ໃຫ້​ແກ່​ແມ່ຍິງ ​ເປັນ​ຕົ້ນ​ແມ່ນ​ການ​ຫນູນ​ຊ່ວຍ​ແມ່ຍິງ​ໃນ​ການ​ລົບ​ລ້າງ​ຄວາມ​ອຶດຫິວ​ຫລຸດຜ່ອນ​ຄວາມທຸກ​ຍາກ ​ແລະ ພັດທະນາ​ເສດຖະກິດ ສືບ​ຕໍ່​ໄດ້​ຮັບ​ການ​ຜັນ​ຂະຫຍາຍ ​ແລະ ປະຕິບັດ​ຢູ່​ສະຫະພັນ​ຂັ້ນ​ຕ່າງໆ​ເປັນ​ຢ່າງ​ດີ. ຈາ​ກການ​ປະຕິບັດ​ຂະ​ບວນການ​ແຂ່ງຂັນ​ຮຳ່ຮຽນ, ມີ​ຫົວຄິດ​ປະດິດ​ສ້າງ​ໃນ​ການອອກ​ແຮງ​ງານ​, ສ້າງ​ຄອບຄົວ​ໃຫ້​ມີ​ຄວາມ​ຜາ​ສຸກ, ຕິດ​ພັນ​ກັບ​ການ​ຂົນຂວາຍ​ຮຳ່ຮຽນ ​ແລະ ປະຕິບ​ັດຕາມ​ແບບຢ່າງ​ຄຸນສົມບັດ​ປະທານ​ໂຮ່ຈິ​ມີນ, ຂະ​ບວນການ​ແມ່ຍິງ​ຂັ້ນ​ຕ່າງໆ​ໃນ​ທົ່ວ​ປະ​ເທດ​ປຸກລະດົມ​ຂະ​ບວນການ​ປະຕິບັດ​ການ​ປະຢັດ​ຕາມ​ແບບຢ່າງ​ຄຸນສົມບັດ​ປະທານ​ໂຮ່ຈິ​ມີນ. ຄຽງ​ຂ້າງ​ນັ້ນ ສະຫະພັນ​ແມ່ຍິງ ຍັງຫນູນ​ຊ່ວຍ​ປັນຍາຊົນ​ຍິງສ້າງ​ຕັ້ງ​ອົງການ​ສະຫະພັນ​ຂອງ​ຕົນ, ດຳ​ເນີນ​​ຈັດ​ຕັ້ງ​ສະຫະພັນ​ແມ່​ຍິງທົດ​ລອງ​ໃນ​ບັນດາ​ວິ​ສາ​ຫະກິດ​ພາກ​ເອກະ​ຊົນ, ສ້າງ​ຕັ້ງ​ຮູບ​ແບບ​ສະ​ໂມ​ສອນ​ກຳມະກອນຍິງ​ຢູ່​ເຂດ​ອຸດສາຫະກຳ, ສະ​ໂມ​ສອນນັກທຸລະກິດ​ຍິງ, ຍົດ​ຖາບັນດາສັກ​ຍິງ​ໃນ​ສາສະຫນາ ​ແລະ​ອື່ນໆ. ມາ​ຮອດ​ທ້າຍ​ອາຍຸ​ການ ອັດຕາ​ສ່ວນ​ແມ່ຍິງ​ເຂົ້າ​ຮ່ວມ​ວຽກ​ງານ​ຂອງ​ສະຫະພັນ​​ແມ່ນ 15 ລ້ານ​ຄົນ.”

        ຢູ່​ຫວຽດນາມ, ອັດຕາ​ສ່ວນ​ແມ່ຍິງ​ໃນ​ເກັນ​ອາຍຸ​ອອກ​ແຮງ​ງານ​ກວມ​ເກືອບ 50% ຍອດ​ຈຳນວນ​ພົນລະ​ເມື​ອງຢູ່​​ເຂດ​ຊົນນະບົດ. ​ເພື່ອ​ຮັບປະກັນ​ສິດຜົນປະ​ໂຫຍ​ດ​ໃຫ້​ແກ່​ແມ່ຍິງ​ເວົ້າ​ລວມ, ​ເປັນ​ຕົ້ນ​ແມ່ນ​ແມ່ຍິງ​ຢູ່ເຂດ​ຊົນນະບົດ, ​ແມ່ຍິງ​ຊາວ​ຊົນ​ເຜົ່າ​ສ່ວນ​ຫນ້ອຍ​ເວົ້າ​ສ​ະ​ເພາະ ​ໃນ​ຊຸມ​ປີຜ່ານມາ ສະຫະພັນ​ແມ່ຍິງ​ຫວຽດນາມ ​ໄດ້​ຊ່ວຍ​ເຫລືອ​ແມ່ຍິງ​ທີ່​ປະສົບ​ກັບ​ຄວາມ​ທຸກ​ຍາກ​ກວ່າ 2 ລ້ານ​ຄົນ ​ໄດ້​ກູ້​ຢືມ​ທຶນ​ເພື່ອ​ພັດທະນາ​ເສດຖະກິດ​ຄອບຄົວ​, ປັບປຸງ​ຊີວິດ​ການ​ເປັນ​ຢູ່. ​ແຕ່ລະ​ປີ, ມີ​ຄອບຄົວ​ແມ່ຍິງ​ທຸກ​ຍາກ​ກວ່າ 3 ລ້ານ​ຄອບຄົວ​ໄດ້​ຮັບ​ການ​ຫນູນ​ຊ່ວຍ​ດ້ານທຶນຮອນ, ຄວາມ​ຮູ້, ​ເຕັກນິກ, ວິທີ​ການ​ສ້າງ​ເສດຖະກິດ, ມີ​ປະມານ 40% ​ໃນ​ຈຳນວນ​ຄອບຄົວ​ເຫຼົ່າ​ນັ້ນ​ຫລຸດ​ພົ້ນ​ອອກ​ຈາກ​ຄວາມທຸກ​ຍາກ​. ​ສ້າງ​ເງື່ອນ​ໄຂ​ໃຫ້​​ແມ່ຍິງ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ສັງຄົມ​​ໄດ້​ຫລາຍ​ກວ່າ, ຫນູນ​ຊ່ວຍ​ແມ່ຍິງ​​ໃຫ້​ຫລຸດ​ພົ້ນ​ອອກ​ຈາກ​ຄວາມທຸກ​ຍາກ, ບືນ​ຕົວ​ຂຶ້ນ​ສ້າງ​ຄວາມ​ຮັ່ງມີ ສືບ​ຕໍ່​ແມ່ນ​ການ​ບຸລິມະສິດ​ຂອງ​ສະຫະພັນ​ແມ່ຍິງ​ໃນ​ອາຍຸ​ການ​ຈະ​ມາ​ເຖິງ. ທ່ານນາງ ຫງວຽນ​ທິ​ແທນ​ຮ່ວາ ປະທານສະຫະພັນ​ແມ່ຍິງ​ຫວຽດນາມ​ໃຫ້​ຮູ້​ວ່າ:

        “ພວກ​ຂ້າພະ​ເຈົ້າ​ສືບ​ຕໍ່​ຈັດ​ຕັ້ງ​ບັນດາ​ການ​ເຄື່ອນ​ໄຫວ​ຄື: ຫນູນ​ຊ່ວຍ​ກ່ຽວ​ກັບ​ດ້ານ​ທຶນຮອນ ດ້ວຍ​ຫລາຍ​ແຫ​ລ່ງ​ເງິນ, ຕາມ​ທິດ​ເປັນ​ເຈົ້າ​ການ, ຂົນຂວາຍ​ເອື້ອຍ​ນ້ອງ​ແມ່ຍິງ​ປະຢັດ​ຢ່າງ​ຫນ້ອຍ​ສຸດ 5 ພັນ​ດົ່ງ​ເພື່ອສ້າງ​ກອງ​ທຶນ​ໃຫ້​ແກ່​ແມ່​ຍິງຢູ່​ເຂດ​ຊົນນະບົດ​ກູ້​ຢືມ, ລັດຖະບານ​​ໄດ້​ຕົກລົງ ​ລົງທຶນ​ຈຳນວນ​ເງິນ 100 ຕຶ້ດົ່ງ ​ແລະ ຂຸດ​ຄົ້ນ​ຈາກ​ແຫ​ລ່ງທຶນ​ອື່ນ​ຄື: ບັນດາ​ອົງການ​ຈັດ​ຕັ້ງ​ສາກົນ ຫລື​ອົງການ​ເຄື່ອນ​ໄຫວ​ສັງຄົມ ​ເພື່ອ​ຍົກ​ສູງ​ຄວາມ​ຮູ້ ຄວາມ​ຊຳນານ​ໃຫ້​ແກ່​ແມ່ຍິງ, ພິ​ເສດ​ຊ່ວຍ​ແມ່ຍິງ​ຢູ່​ເຂດ​ຫ່າງ​ໄກ​ສອກຫລີກ, ​ເຂດ​ຊົນ​ເຜົ່າ​ສ່ວນ​ຫນ້ອຍ​ພັດທະນາ​​ເສດຖະກິດ.”

        ​ໃນ​ການ​ໂອ້​ລົມ​ສົນທະນາ​ກັບ​ອົງການ​ສະ​ຫະປະຊາ​ຊາດປະຈຳ​ຫວຽດນາມ ຫວ່າງ​ແລ້ວນີ້ ຢູ່ ຮ່າ​ໂນ້ຍ, ທ່ານນາງ ຟ້າ​ມທິຫາຍ​ຈ່ວຽນ ລັດຖະມົນຕີ​ກະຊວງ​ແຮງ​ງານ​ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ​ຫວຽດນາມ ກໍ​ຢືນຢັນ​ວ່າ: ​“ໃນ​ຍຸດ​ທະ​ສາດ​ແຫ່ງ​ຊາດ​ກ່ຽວ​ກັບ​ຄວາມ​ສະ​ເໝີ​ພາບລະຫວ່າງ​ຍິງ​ຊາຍ​ໄລຍະ 2011 - 2015”, ພັກ ​ແລະ ລັດ​ຫວຽດນາມ ປະຕິບັດ​ການ​ຊຸກຍູ້​ຄວາມ​ສະ​ເຫມີ​ພາບ​ລະຫວ່າງຍິງ​ຊາຍ ​ແລະ ມອບ​ສິດ​ໃຫ້​ແກ່​ແມ່ຍິງ​​ໂດຍຜ່ານ​ການ​ປະຕິບັດ​ບັນດາ​ນະ​ໂຍບາຍ, ​ໂຄງການ​ທີ່​ກ່ຽວຂ້ອງ​​ເຖິງຄວາມ​ສະ​ເໝີ​ພາບ​ລະຫວ່າງ ຍິງ​ຊາຍ, ສ້າງ​ກອບ​ກົດໝາຍ ​ແລະ ​ເພີ່ມ​ທະວີ​ການ​ຕິດ​ພັນ​ລະຫວ່າງ​ເພດໃນ​ວິວັດ​ການ​ສ້າງ​ເອກະສານ​ນິຕິ​ກຳ. ສະ​ນັ້ນ ​ເລື່ອງ​ຮັບປະກັນ​ບັນດາ​ສິດ​ສຳ​ພັດ​ກັບ​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ​ຊາຍ​ໃນ​ບາງຂົງ​ເຂດ​ໃຫ້​ແກ່​ແມ່ຍິງ​ແມ່ນ​ຫນຶ່ງ​ໃນ​ບັນດາ​ຍຸດ​ທະ​ສາດ​ສຳຄັນ.

        “ຫວຽດນາມ​ໄດ້​ຮັບ​ການ​ຮັບ​ຮູ້​ຈາກ​ສະ​ຫະປະຊາ​ຊາດ​ແມ່ນ​ປະ​ເທດ​ໃນພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ທີ່ ລົບ​ລ້າງ​​ຊ່ອງ​ຫວ່າງ ລະຫວ່າງ​ເພດ​ຊາຍ​ ​ແລະ ຍິງ​​ໄດ້ຢ່າງ​ວ່ອງ​ໄວ​ໃນ​ຮອບ 20 ປີ ​ ອັດຕາ​ສ່ວນ​ແມ່ຍິງ​ພາຍ​ໃນ​ສະພາ​ແຫ່ງ​ຊາດ​ບັນລຸ 24,4% ຢືນ​ອັນ​ດັບ​ທີ 2 ​ໃນ 8 ປະ​ເທດ​ພາຍ​ໃນ​ກຸ່ມ​ອາ​ຊຽນທ່ີມີ​ສະພາ​ແຫ່​ງຊາດ. ສະ​ນັ້ນ ພວກ​ເຮົາ​ຈະ​ພ້ອມ​ກັນ​ຍົກ​ສູ​ງບົດບາດ​ຂອ​ງ​ແມ່ຍິງ​ຢູ່ເຂດ​ຊົນນະບົດ​ໃນ​ການ​ລົບ​ລ້າງ​ຄວາມ  ​ອຶ​ດຫິວ​ຫລຸດຜ່ອນ​ຄວາມທຸກ​ຍາກ ​ແລະ ​ໃນ​ການ​ພັດທະນາ. ວາງ​ອອກ​ບັນດາ​ນະ​ໂຍບາຍ​ເພື່ອ​ຮັບປະກັນ​ການ​ປ່ຽນ​ແປງ​ກ່ຽວ​ກັບ​ຄວາມສ​ະ​ເໝີ​ພາບ​ລະຫວ່າງ​ຍິງ​ຊາຍ​ໃນ​ວິວັດ​ການຈັດ​ຕັ້ງ​ຜັນ​ຂະຫຍາຍ​ການ​ປະຕິບັດ​ນະ​ໂຍບາຍ​ແຫ່ງ​ຊາດ​ກ່ຽວ​ກັບ​ຄວາມ​ສະ​ເໝີ​ພາບ​ລະຫວ່າງ​ຍິງ​ຊາຍ​ໃນ​ໄລຍະ​ຈະ​ມາ​ເຖິງ.”

        ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ແມ່ຍິງ​ທົ່ວ​ປະ​ເທດ​ຄັ້ງ​ທີ XI ​ໄດ້​ສ້າງ​ວິວັດ​ການ ​ແຕ່​ນີ້​ຮອດ​ທ້າຍ​ປີ 2017 ຍູ້​ແຮງ​ວຽກ​ງານ​ໂຄສະນາ​​ຂົນຂວາຍ​ແມ່ຍິງ​ເຂົ້າ​ຮ່ວມ​ການ​ສ້າງ​ກໍ​ຄື​ສ່ອງ​ແສງ​ຕີ​ລາຄາ​ກ່ຽວ​ກັບ​ກົດໝາຍ, ນະ​ໂຍບາຍ​ເພື່ອ​ໃຫ້​ແມ່ຍິງ​ປົກ​ປ້ອງ​ສິດ​ຜົນ​ສະ​​ໂຫຍດອັນ​ຊອບ​ທຳ​ຂອງ​ຕົນ. ​ໃນ​ປີ 2012, ​ເຊິ່ງ​ແມ່ນປີ​ທຳ​ອິດ​ແຫ່ງ​ການ​ຜັນ​ຂະຫຍາຍ​ມະຕິ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ແມ່ຍິງ​ອາຍຸ​ການ​ຄັ້ງ​ທີ 11, ສະຫະພັນ​ແມ່ຍິງ​ຫວຽດນາມ ຍູ້​ແຮງ​ວຽກ​ງານ​ສ້າງ​ຄອບຄົວ​​ໃຫ້​ມີ​ຄວາມ​ຜາ​ສຸກ, ພ້ອມ​ທັງ​ກະກຽມ​ຍຸດ​ທະ​ສາດ​ແຫ່ງ​ຊາດ​ກ່ຽວ​ກັບ​ຄອບຄົວ ​ແລະ ກະກຽມ​ໃຫ້​ແກ່​ໂຄງການ​ສອນ​ວິຊາ​ຊີບ, ​ແກ້​ໄຂ​ວຽກ​​ເຮັດ​ງານ​ທຳ​ໃຫ້​ແກ່​ແມ່ຍິງ​ໃນ​ໄລຍະ 2012 - 2017.

ນັກ​ຂ່າວ​: ທູ​ຮັ່ງ

ຕອບກັບ

ຂ່າວ/ບົດ​ອື່ນ