ສ້າງເສດຖະກິດທະເລ ຫວຽດນາມ

(vovworld)- ​ເວທີ​ປາ​ໄສ​ເຄື່ອງໝາຍ​ການ​ຄ້າ​ທະ​ເລ ຫວຽດນາມ ຄັ້ງ​ທີ 4 ພາຍ​ໃຕ້​ຫົວ​ຂໍ້​ວ່າ: “ຄວາມ​ສາມາດ​ບົ່ມ​ຊ້ອນ​ເສດຖະກິດ ​ແລະ ຊີວະ​ພາບ​ຢູ່​ບັນດາ​ໝູ່​ເກາະ ຂອງ ຫວຽດນາມ ” ​ໃນ​ຂອບ​ເຂດ​ສັບປະດາ​ທະ​ເລ ​ແລະ ໝູ່​ເກາະ ພວມ​ດຳ​ເນີນ​ຢູ່​ແຂວງ ບ່າ​ເຣ້ຍ ຫວູງ​ເຕົາ ​ແມ່ນ​ເຫດການ​ມີ​ຄວາມ​ໝາຍ ສືບ​ຕໍ່​ບັນດາ​ຄວາມ​ມານະ​ພະຍາຍາມ​ສຸມ​ໃສ່​ສ້າງ​ເຄື່ອງໝາຍ​ການ​ຄ້າ​ທະ​ເລ ​ແລະ ພັດທະນາ​ເສດຖະກິດ​ທະ​ເລ ​ແລະ ໝູ່​ເກາະ​ຂອງ​ທຸກ​ຂະ​ແຫ​ນງການ, ທຸກຂັ້ນ​ ​ແລະ ທ້ອງ​ຖິ່ນ​ຕ່າງໆ​ຂອງ​ ຫວຽດນາມ.

ສ້າງເສດຖະກິດທະເລ ຫວຽດນາມ - ảnh 1
ທ່າກຳປັ່ນສາກົນ ຢູ່ ແຂວງ ບ່າເຣ້ຍ ຫວູງເຕົາ
ພາບປະກອບ:internet

        ດ້ວຍ​ເນື້ອ​ທ່ີ​ເຂດ​ທະ​ເລ ​ແລະ ​ໄຫລ່​ທະວີບ​ກວ້າງ​ກວ່າ 1 ລ້ານ​ຕາລາງ​ກິ​​ໂລ​ແມດ, ມີ​ຝັ່ງທະ​ເລ​ຍາວ​ກວ່າ 3.260 ກິ​ໂລ​ແມດ ດ້ວຍ​ເກາະ​ໃຫຍ່,​ ນ້ອຍ​ປະມານ 4000​ ​ແຫ່ງ ຕັ້ງ​ຢູ່​ບໍລິ​ເວນ​ຕ່າງໆ​ທີ່​ຂຶ້ນ​ກັບບັນດາ​​ແຂວງ​ແຄມ​ທະ​ເລ ຈາກ​ພາກ​ເຫນືອ​ຕະຫລອດ​ຮອດ​ພາກ​ໃຕ້ ​ແລະ ຫວຽດນາມ ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ທາງ​ດ້ານ​ເສດຖະກິດ​ທະ​ເລ​ທີ່​ອຸດົມ​ສົມ​ບູນ. ​ເລີ່​ມມາ​ຈາກ​ເງື່ອນ​ໄຂ​ດັ່ງກ່າວ, ລັດຖະບານ ຫວຽດນາມ​ ​ໄດ້​ປະກາດ​ໃຊ້​ມະຕິ​ກ່ຽວ​ກັບ​ຍຸດ​ທະ​ສາດ​ທະ​ເລ​ຮອດ​ປີ 2020, ​ໃນ​ນັ້ນ​ກຳນົດ​ເສດຖະກິດ​ທະ​ເລ​, ໝູ່​ເກາະ ​ແມ່ນ​ຫນຶ່ງ​ໃນ​ຈຳນວນ 5 ຂົງ​ເຂດ​ບຸກທະລຸ​ກ່ຽວ​ກັບ​ການ​ເຕີບ​ໂຕ, ສົມທົບ​ຢ່າງ​ແຫນ້ນ​ແຟ້ນລະຫວ່າງ​ການ​ພັດທະນາ​ເຂດ​ທະ​ເລ,​​ ​ແຄມທະ​ເລ, ໝູ່​ເກາະ ​ແລະ ການ​ພັດທະນາ​​ເສດຖະກິດ​ພາຍ​ໃນ​ປະ​ເທດ​ຕາມ​ທິດ​ຫັນ​ເປັນ​ອຸດສາຫະກຳ ​ແລະ ທັນ​ສະ​ໄຫມ. ຈຸດໝາຍ​ຮອດ​ປີ 2020, ​ເສດຖະກິດ​ທະ​ເລ ຫວຽດນາມ ຕ້ອງ​ບັນລຸ​ກວ່າ 53% - 55% GDP ​ແລະ ປະກອບສ່ວນ​ກວ່າ 60% ​ເຂົ້າ​ໃນ​ວົງ​​ເງິນ​ສົ່ງ​ອອກ​ຂອງ​ທົ່ວ​ປະ​ເທດ. ທ່ານ Nguyen Chu Hoi ຮອງ​ຫົວຫນ້າ​ກົມ​ໃຫຍ່​ທະ​ເລ ​ແລະ ​ໝູ່​ເກາະ ຫວຽດນາມ ​ໄດ້​ຢືນຢັນ​ວ່າ:  ກົມ​ໃຫຍ່​ທະ​ເລ ​ແລະ ​ໝູ່​ເກາະ ຫວຽດນາມ ​ໄດ້​ກຳນົດ​ທິດ​ຢ່າງ​ຈະ​ແຈ້ງ​ກ່ຽວ​ກັບ​ບັນຫາ​ດັ່ງກ່າວ ​ແລະ ພວມ​ປະຕິບັດ​ບັນດາ​ວຽກ​ງານ​ທີ່​ຈຳ​ເປັນ​ເພື່ອ​ສ້າງ​ເຄື່ອງໝາຍ​ການ​ຄ້າ​ທະ​ເລ ຫວຽດນາມ.

        “​ເຄື່ອງໝາຍ​ທະ​ເລ ​ແມ່ນ​ເຄື່ອງໝາຍ​ຂອງ​ພື້ນຖານ​ເສດຖະກິດ, ​ເຄື່ອງໝາຍ​ບັນດາ​ວິ​ສາ​ຫະກິດ, ​ເຄື່ອງໝາຍ​ປະ​ເພດ​ສິນ​ຄ້າ​ຕ່າງໆ​ຜະລິດຈາກ​ທະ​ເລ. ​ເພື່ອ​ປະຕິບັດ​ເຄື່ອງໝາຍ​ທະ​ເລ​ເປັນ​ຢ່າ​ງດີ, ພວກ​ຂ້າພະ​ເຈົ້າ​ໄດ້​ສ້າງ​ logo ​ໃຫ້​ແກ່​ເຄື່ອງໝາຍ​ການ​ຄ້າ​ທະ​ເລ​ລວມ ​ແລະ ສ້າງ​ໃບ​ຢັ້ງຢືນ​ຂຽວ​ໃຫ້​ແກ່​ບັນດາ​ເຂດ​ທະ​ເລ, ​ໃຫ້​ແກ່​ບັນດາ​ວິ​ສາ​ຫະກິດ ​ແລະ ຂະ​ແຫນງ​ເຄື່ອນ​ໄຫວ​ຢູ່​ທະ​ເລ ​ແລະ ໝູ່​ເກາະ ຮັບປະກັນ​ບັນຫາ​ຊັບພະຍາກອນ​ສິ່ງ​ແວດ​ລ້ອມ ຫລື ​ເວົ້າ​ແນວ​ອື່ນ ​ແມ່ນຕາມ​ທິດ​ພັດທະນາ​ແບບ​ຍືນ​ຍົງ. ອີກ​ບັນຫາ​ຫນຶ່ງ ພວກ​ເຮົາ​ຕ້ອງ​ປະຕິບັດ​ການ​ກວດກາ, ປະຕິບັດ​ຢ່າງ​ມີ​ປະສິດທິ​ຜົນ. ຈຸດປະສົງ​ສຸດ​ທ້າຍ​​ແມ່ນ​ເຮັດ​ໃຫ້​ຊັບພະຍາກອນ​ທະ​ເລ​ກາຍ​ເປັນ​ຊັບ​ສິນ.”

ສ້າງເສດຖະກິດທະເລ ຫວຽດນາມ - ảnh 2
ຂຸດຄົ້ນນ້ຳມັນອາຍແກສ ສ້າງບຸກທະລຸໃຫ້ແກ່ເສດຖະກິດທະເລ
ພາບ:tinkinhte.com

        ພ້ອມ​ກັບ​ບັນດາ​ຄວາ​ມານະ​ພະຍາຍາມ​ຂອງ​ກົມ​ໃຫຍ່​ທະ​ເລ ​ແລະ ໝູ່​ເກາະ ຫວຽດນາມ, ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ ຫວຽດນາມ ກໍ​​ໄດ້​ຍື່ນ​ສະ​ເຫ​ນີຕໍ່​ລັດຖະບານ​ເພື່ອ​ປະກາດ​ໃຊ້​ຂໍ້​ກຳນົດ​ກ່ຽວ​ກັບ​ການ​ຂຸດ​ຄົ້ນ, ປົກ​ປັກ​ຮັກສາ​ຜົນ​ປະ​ໂຫຍ​ດຂອງ​ສິນ​ໃນ​ນ້ຳ. ​ເຄື່ອງໝາຍ​ການ​ຄ້າ​ທະ​ເລ​ສຳລັບ​ຜະລິດ​ຕະພັນ​ສິນ​ໃນ​ນ້ຳຂອງ ຫວຽດນາມ ພວມ​ໄດ້​ຮັບ​ການ​ສ້າງ​ຈາກ​ບັນດາ​ອົງການ​ທີ່​ມີຫນ້າ​ທີ່​ຮັບຜິດຊອບ, ​ໃນນັ້ນ ປັດ​ໄຈ​ກ່ຽວ​ກັບ​ຄຸນ​ນະພາ​ບ​​ແມ່ນ​ບັນຫາ​ຕົ້ນຕໍ.

        ​ເພື່ອ​ບັນລຸ​ໄດ້​ບັນດາ​ຈຸດໝາຍ​ໃນ​ຍຸດ​ທະ​ສາດ​ເສດຖະກິດ​ທະ​ເລ, ​ໄປຄຽງ​ຄູ່​ກັບ​ຄວາມ​ມານະ​ພະຍາຍາມ​ສ້າງ​ເຄື່ອງໝາຍ​ການ​ຄ້າ​ທະ​ເລ​ທີ່​ຈຳ​ເປັນ​ແລ້ວ ຕ້ອງ​​ສ້າງ​ແຜນ​ກຳນົດ​ສັງ​ລວມເພື່ອ​ພັດທະນາ​ເສດຖະກິດ​ທະ​ເລ​ ​ແລະ ໝູ່​ເກາະ. ​ເມື່ອ​ເວົ້າ​ເຖິງ​ບັນຫາ​ນີ້, ທ່ານ Nguyen Chu Hoi ຮອງ​ຫົວຫນ້າ​ກົມ​ໃຫຍ່​ທະ​ເລ ​ແລະ ໝູ່​ເກາະ ຫວຽດນາມ ຖື​ວ່າ:

        “ພວກ​ເຮົາ​ຕ້ອງ​ກຳນົດ​ຢ່າງ​ຖືກຕ້ອງ​ເຂດ​ເສດຖະກິດ​ເປັນ​ກຳລັງ​ຫນູນ​ເພື​ອ່ພັດທະນາ​ເສດຖະກິດ​ທະ​ເລ. ກົມ​ໃຫຍ່​ທະ​ເລ ​ແລະ ໝູ່​ເກາະ ພວມ​ປະຕິບັດ​ການວາງ​ແຜນ​ກຳນົດ​ນຳ​ໃຊ້​ເຂດ​ທະ​ເລ ​ຫລື​ເອີ້ນ​ຫຍໍ້​ວ່າ: ການວາງ​ແຜນ​ກຳນົດ​ນຳ​ໃຊ້​ທະ​ເລ ​ແລະ ໝູ່​ເກາະ ຄ້າຍຄື​ການວາງ​ແຜນ​ກຳນົດ​ທີ່​ດິນ​ເພື່ອ​ເປັນ​ບ່ອນ​ອີງ​ໃຫ້​ແກ່​ບັນດາ​ຂະ​ແຫນງ​ເສດຖະກິດ​ທະ​ເລ.”

        ຄຽງ​ຄູ່​ກັນ​ນັ້ນ ຍ້ອນ​ມີ​ຄວາມ​ສະດວກ​ກ່ຽວ​ກັບ​ທີ່​ຕັ້ງ​ພູມີ​ປະ​ເທດ, ຄວາມ​ອຸດົມສົມບູນ​ບັນດາ​ແຫ​ລ່ງຊັບພະຍາກອນ​ທຳ​ມະ​ຊາດ​ຢູ່​ໝູ່​ເກາະ ​ແລະ ​ເຂດ​ທະ​ເລ, ປະຈຸ​ບັນ ຂະ​ແຫນງ​ເສດຖະກິດ​ຄື: ອາຊີບ​ຫາ​ປາ, ການທ່ອງທ່ຽວ, ບໍລິການ​ທະ​ເລ ພວມ​ພັດທະນາ​ຢ່າງ​ແຮງ ​ແລະ ກາຍ​ເປັນ​ແຫ​ລ່ງລາຍ​ຮັບ​ຕົ້ນຕໍ​ຂອງ​ປະຊາຊົນ​ທ້ອງ​ຖິ່ນ​ຢູ່​​ເຂດແຄມ​ທະ​ເລ. ​ໃນ​ເງື່ອນ​ໄຂ​ແຫ​ລ່ງກຳລັງ​ການ​ເງິນ​ຖືກຈຳກັດ, ​ໃນ​ພາຍ​ພາກ​ຫນ້າ, ລັດຖະບານ​ສຸມ​ໃສ່​ກໍ່ສ້າງ​ເກາະ​ບາງ​ແຫ່ງ​ທີ່​ມີ​ເງື່ອນ​ໄຂ​ເພື່ອ​ສ້າງ​ບາດກ້າວ​ບຸກທະລຸ, ສ້າງ​ບັນດາ​ຜະລິດ​ຕະພັນ​ປາຍ​ແຫລມ​ຢ່າງ​ວ່ອງ​ໄວ​ໃຫ້​ເໝາະ​ສົມ​ກັບ​ທ່າ​ໄດ້​ປຽບ​ຄື: ການທ່ອງທ່ຽວ, ບໍລິການ​ທະ​ເລ, ຂຸດ​ຄົ້ນ ​ແລະ ລ້ຽງ​ປູກ​ສິນ​ນ້ຳ ​ເພື່ອ​ຍົກ​ສູງ​ການ​ປະກອບສ່ວນ​ຂອງ​ເສດຖະກິດ​ທະ​ເລ, ໝູ່​ເກາະ​ເຂົ້າ​ໃນ​ໂຄງ​ປະກອບ​ເສດຖະກິດ​ເວົ້າ​ລວມ.

        ຍຸດ​ທະ​ສາດ​ທະ​ເລ​ຮອດ​ປີ 2020 ​ແມ່ນ​ການ​ກຳນົດ​ທິດ​ສຳຄັນ​ໃນ​ການ​ພັດທະນາ​ເສດຖະກິດ​ທະ​ເລ​ຂອງ ຫວຽດນາມ. ບັນດາ​ການ​ເຄື່ອນ​ໄຫວ​ຂອງ​ທຸກຂະ​ແຫນງ​ການ​, ທຸກ​ຂັ້ນ​ໃນ​ໄລຍະ​ຜ່ານ​ມາສະ​ແດງ​ໃຫ້​ເຫັນ​ວ່າ ຍຸດ​ທະ​ສາດ​ນີ້​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ ດ້ວຍ​ຄວາມ​ມານະ​ພະຍາຍາມ​ສ້າງ​ເຄື່ອງໝາຍ​ການ​ຄ້າ​ທະ​ເລ ​ແລະ ຍົກ​ສູງ​ການ​ປະກອບສ່ວນ​ຂອງ​ເສດຖະກິດ​ທະ​ເລ, ໝູ່​ເກາະ ​ເຂົ້າ​ໃນ​ໂຄງ​ປະກອບ​ເສດ​ຖະກິດ​ເວົ້າ​ລວມ. ​ເລື່ອງ​ສືບ​ຕໍ່​ສ້າງ ​ແລະ ຂຸດ​ຄົ້ນ​ຄຸນຄ່າ​ຂອງ​ເຄື່ອງໝາຍ​ການ​ຄ້າ​ທະ​ເລ ຫວຽດນາມ ​ເປັນ​ຢ່າງ​ດີ ຈະ​ປະກອບສ່ວນ​ຊຸກຍູ້​ການ​ເຕີບ​ໂຕ​ແບບ​ຍືນ​ຍົງ ​ແລະ ​ເສີມ​ຂະຫຍາຍ​ທ່າ​ແຮງ​ຂອງ​ເສດຖະກິດ​ທະ​ເລ ຫວຽດນາມ ​ໃນ​ອະນາຄົດ.

ຕອບກັບ

ຂ່າວ/ບົດ​ອື່ນ