ສາຍພົວພັນລະຫວ່າງອາເມລິກາ-ອິນເດຍພວມໄດ້ຮັບການປົວແປງເທື່ອລະກ້າວ

ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ John Kerry ພວມ​ທຳ​ການ​ຢ້ຽມຢາມ​ອີນ​ເດຍ​ເປັນ​ຄັ້ງ​ທຳ​ອິດຢ່າງ​ເປັນ​ທາງ​ການ, ນັບ​ຕັ້ງ​ແຕ່​ອິນ​ເດຍມີນາ​ຍົກ​ລັດຖະມົນຕີຄົນໃໝ່. ວັນທີ 31/7, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ John Kerry ແລະ ຄູ່ຕຳແໜ່ງຂອງອິນເດຍ ທ່່ານ Sushama Swaraij ​ໄດ້​ເປັນ​ປະທານ​ຮ່ວມ​ການ​ສົນທະນາ​ຍຸດ​ທະ​ສາດ​ອາ​ເມ​ລິ​ກາ-ອິນ​ເດຍຄັ້ງ​ທີ 5 ​ເພື່ອ​ປຶກສາ​ຫາລື​ບັນດາ​ມາດ​ຕະການ​ປົວ​ແປງ​ສາຍ​ພົວພັນ 2 ຝ່າຍ​ຊຶ່ງ​ເຄີຍ​ປະສົບ​ກັບ​ສິ່ງ​ອຸປະສັກ​ຂັດຂວາງ​ໃນ​ໄລຍະ​ທີ່​ຜ່ານ​ມາ. ​ເປັນ​ອັນວ່າ 2 ຝ່າຍ​ອາດ​ຈະ​ປະລະບັນດາຄວາມ​ບໍ່​ລົງລອຍ​ກັນ​ເພື່ອ​ພ້ອມ​ກັນ​ປົວ​ແປງ ສາຍ​ພົວພັນ​ລະຫວ່າງ 2 ປະ​ເທດ​ໄດ້​ຫຼື​ບໍ່?

ສາຍພົວພັນລະຫວ່າງອາເມລິກາ-ອິນເດຍພວມໄດ້ຮັບການປົວແປງເທື່ອລະກ້າວ   - ảnh 1
ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ John Kerry
(ພາບ:reuters)


     ປະທານາທິບໍດີ​ອາ​ເມ​ລິ​ກາ Barak Obama ​ເຄີຍ​ຖະ​ແຫຼ​ງ​ໃນ​ເວລາ​ກ່ອນ​ນີ້ 4 ປີ ວ່າ ສາຍ​ພົວພັນ​ລະຫວ່າງ​ອາ​ເມ​ລິ​ກາ-ອິນ​ເດຍອາດ​ຈະ​ກາຍ​ເປັນ ໜຶ່ງ​ໃນ​ບັນດາ​ສາຍ​ພົວພັນ​ຄູ່​ຮ່ວມ​ມື​ທີ່​ໝັ້ນ​ຄົງໜັກ​ແໜ້ນ​ໃນ​ສະຕະວັດ​ທີ 21. ​ແຕ່​ມາ​ຮອດ​ປະຈຸ​ບັນ, ສິ່ງ​ນີ້​ຍັງ​ບໍ່​ທັນ​ໄດ້​ຕາມ​ຄວາມ​ມຸ່ງ​ຫວັງ ​ແລະ ຍັງ​ມີ​ຫຼາຍ​ບັນຫາ​ທີ່​ເຮັດ​ໃຫ້ ການພົວພັນ 2 ຝ່າຍ​ບໍ່​ຂະ​ຫາຍ​ຕົວ. ​ເພາະສະ​ນັ້ນ, ​ໃນ​ການ​ຢ້ຽມຢາມ​ອິນ​ເດຍຂອງ ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ John Kerry ຄັ້ງ​ນີ້, ອາ​ເມ​ລິ​ກາ​ປາດ​ຖະໜາ​ວ່າ 2 ຝ່າຍ​ຈະ​ບັນລຸ​ຄວາມ​ກ້າວໜ້າ​ໃດ​ໜຶ່ງ​ໃນ​ບັນດາ​ໂຄງການ​ຮ່ວມ​ມື​ດ້ານ​ປ້ອງ​ກັນຊາ​ດ, ປັດ​ເຂ່ຍບັນດາ​ສິ່ງ​ກີດຂວາງ ​ເພື່ອ​ໃຫ້​ບັນດາ​ກຸ່ມ​ບໍລິສັດ​ອາ​ເມ​ລິ​ກາເຂົ້າ​ຮ່ວມບັນດາ​ຂົງ​ເຂດ​ພະລັງງານ​ນິວ​ເຄຼຍ, ກໍ​ຄື​ມີ​ບັນດາ​ຄຳ​ໝັ້ນ​ສັຍາ​ຂອງ​ອິນ​ເດຍ​ໃນ​ການ​ແບ່ງປັນ​ບັນດາ​ຜົນ​ປະ​ໂຫຍ​ດຢູ່​ອາຊີ.

   ​ມຸ່ງ​ໄປ​ສູ່​ບັນດາ​ຜົນ​ປະ​ໂຫຍ​ດຍຸດ​ທະ​ສາດ

  ກ່ອນ​ດຳ​ເນີນ​ການ​ຢ້ຽມຢາມ, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ John Kerry ຢືນຢັນ​ວ່າ ການ​ພົວພັນ​ມິດຕະພາບ​​ແບບ​ໃກ້ຊິດ​ຕິດ​ແທດ​ກັບ​ອິນ​ເດຍ ​ແມ່ນ​ໜຶ່ງ​ໃນ​ບັນດາ​ບຸລິມະສິດ​ຍຸດ​ທະ​ສາດ​ໄລຍະ​ຍາວ​ຂອງ​ອາ​ເມ​ລິ​ກາ. ທ່ານ​ຖື​ວ່າ ປະຈຸ​ບັນ​ແມ່ນ​ຈຸດ​ເວລາ​ຫັນປ່ຽນ​ຄວາມ​ສາມາດ​ບົ່ມ​ຊ້ອນ​ໃນ ສາຍ​ພົວພັນຄູ່​ຮ່ວມ​ມື​ລະຫວ່າງ​ອາ​ເມ​ລິ​ກາ-ອິນ​ເດຍ ຂະນະ​ທີ່ 2 ປະ​ເທດ​ໄດ້​ຕັດສິນ​ໃຈ​ປະຕິບັດ​ບັນດາ​ກາລະ​ໂອກາດ​ຍຸດ​ທະ​ສາດ ​ແລະ ປະຫວັດສາດ ຊຶ່ງ​ເຂົາ​ເຈົ້າ​ອາດ​ຈະພ້ອມ​ກັນສ້າງ​ຂຶ້ນ. ອິນ​ເດຍ​ໄດ້​ມີ​ລັດຖະບານ​ຊຸດ​ໃໝ່​ດ້ວຍ​ບັນດາບຸລິມະສິດ​ໃໝ່ ​ແລະ ຄວາມ​ສາ​ມາດ​ໃໝ່. ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ John Kerry ກໍ​ບໍ່​ລືມ​ສະ​ແດງ​ການ​ສະໜັບສະໜູນ​ຢ່າງ​ແຂງ​ແຮງ​ກ່ຽວ​ກັບ​ວິ​ໄສ​ທັດ ​ແລະ ບັນດາ​ແຜນການ​ພັດທະນາ​ຂອງ​ທ່ານ​ນາຍົກລັດຖະມົນຕີ Narendra Modi. ​ໃນ​ຂະນະ​ນັ້ນ, ຜູ້​ບັນຊາ​ການ​ບັນດາ​ກຳລັງ​ອາ​ເມ​ລິ​ກາ​ຢູ່​ປາຊີ​ຝິກ ທ່ານ Samuel Locklear ​ໃຫ້​ຮູ້​ວ່າ ວໍ​ຊິງ​ຕັນ ຢາກ​ເພີ່ມ​ທະວີ​ການ​ພົວພັນ​ທາງ​ດ້ານ​ການ​ທະຫານ​ກັບ​ນິ​ວເດ​ລີ. ວໍ​ຊິງ​ຕັນ ກໍ​ຫວັງ​ໃຫ້ ນິ​ວເດ​ລີ ມີ​ບົດບາດ​ຕັ້ງໜ້າ​ກວ່າ​ຢູ່​ອາຊີໃຕ້ ​ແລະ ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້, ​ແຫ່ງ​ທີ່​ທ່າ​ທີ​ຂອງ​ປັກ​ກິ​ງ​ໃນ​ການ​ພິພາດ​ອະທິປະ​ໄຕ​ເຂດ​ນ້ຳ​ແດນ​ດິນ ພວມກໍ່​ຄວາມ​ວິຕົກ​ກັງ​ວົນ​ຢ່າງ​ຫຼວງ​ຫຼາຍ.

   ​ໃນ​ຂົງ​ເຂດ​ເສດຖະກິດ, ປະຈຸ​ບັນ, ວົງ​ເງິນ​ການ​ຄ້າ 2 ຝ່າຍ​ອາ​ເມ​ລິ​ກາ-ອິນ​ເດຍບັນລຸ​ປະມານ 100 ຕື້ USD ​ແລະ​ວົງ​ການ​ເຈົ້າ​ໜ້າທີ່ຂອງ 2 ປະ​ເທດ​ພວມ​ປາດ​ຖະໜາ​ວ່າ ຕົວ​ເລກ​ນີ້​ຈະ​ເພີ່ມ​ຂຶ້ນ​ທົບ 5 ​ເທົ່າ​ໃນ​ໄລຍະ​ທີ່​ຈະ​ເຖິງ. ສ່ວນ​ລັດຖະບານ​ອິນ​ເດຍ ປາດ​ຖະໜາ​ວ່າ ຈະ​ດຶງ​ດູດ​ການ​ລົງທຶນ​ຂອງ​ອາ​ເມ​ລິ​ກາ​ຫຼາຍ​ຂຶ້ນ. ​ເພື່ອ​ເຮັດ​​ໄດ້ສິ່ງ​ນີ້, ນິ​ວເດ​ລີ ​ໄດ້​ປະກາດ​ເປີດ​ປະຕູ​ບັນດາ​ຂົງ​ເຂດ​ໃໝ່​ຄື​ການ​ປະກັນ​ໄພ, ປ້ອງ​ກັນຊາ​ດ ​ໃຫ້​ຕ່າງປະ​ເທດ​ເຂົ້າ​ລົງທຶນ. ດ້ວຍ​ການ​ຕັດ​ສິນຂອງ​ອິ​ນເດຍຍົກ​ລະດັບ​ເພດານລົງທຶນ​ໂດຍ​ກົງ​ຂອງ​ຕ່າງ​ປະ​ເທດ(FDI) ​ເຂົ້າ​ຂົງ​ເຂດ​ການ​ຜະລິດ​ເຄື່ອງ​ອຸປະກອນ​ປ້ອງ​ກັນຊາ​ດຂຶ້ນ​ເຖິງ 49% ​ເມື່ອ​ທຽບ​ໃສ່ 26% ​ໃນ​ປະຈຸ​ບັນ, 2 ​ປະ​ເທດຄາດ​ຄະ​ເນ​ວ່າ ຈະ​ຜັນ​ຂະຫຍາຍ​ບັນດາ​ບາດກ້າວ​ຕໍ່​ໄປ​ໃນ​ຍຸດ​ທະ​ສາດ​ພ້ອມ​ກັນ​ຜະລິດ ​ແລະ ພ້ອມ​ກັນ​ພັດທະນາ. ບົນ​ພື້ນຖານ​ນັ້ນ,  ​ໃນ​ໂຄງການ​ດຳ​ເນີນ​ງານ​ຂອງ​ຮອບ​ສົນທະນາ​ຍຸດ​ທະ​ສາດ​ຄັ້ງ​ນີ້, 2 ຝ່າຍ​ເຕື້ອງ​ເຖິງ​ການ​ຮ່ວມ​ມື​ຜະລິດ​ລູກ​ສອນ​ໄຟ Javelin ລຸ່ນ​ໃໝ່​ກໍ​ຄື​ໂຄງການ​ພັດທະ​ນາ​ເຮືອບິນ​ບໍ່​ມີ​ຄົນ​ຂັບ.

   ອິນ​ເດຍກໍ​ຫວັງ​ຮ່ວມ​ມື ​ກັບ​ອາ​ເມ​ລິ​ກາ​​ຫຼາຍ​ກ່ວາໃນ​ການ​ຂຸດ​ຄົ້ນອາຍ​ແກັສ​ໃນ​ຂະນະ​ທີ່​ອາ​ເມ​ລິ​ກາ​ຫວັງ​ຢາກ​ເປີດ​ກ້ວາງ​ການ​ສົ່ງ​ອອກ ​ແລະ ລົງທຶນ​ເຂົ້າ​ອິນເດຍ.

   ຮົ້ວ​ກີດຂວາງ​ບໍ່​ນ້ອຍ.

   ​ເຖິງ​ວ່່າລະຫວ່າງ 2 ປະ​ເທດ​ມີຫຼາຍ​ເງື່ອນ​ໄຂ​ເພື່ອ​ຫຍັບ​ມໍ່​ເຂົ້າກັນ​ກວ່າກໍ​ຕາມ, ​ແຕ່​ຕ້ອງ​ຍອມຮັບ​ວ່າ ການ​ພົວພັນ 2 ຝ່າຍ ​ແມ່ນ​ຍັງບໍ່​ທັນ​ບັນລຸ​ຄວາມ​ຄືບ​ໜ້າ​ດີ, ກ່ອນ​ອື່ນ​ໝົດ ​ແມ່ນ​ຕ້ອງ​ເວົ້າ​ເຖິງ​ເລື່ອງ​ນາຍົກລັດຖະມົນຕີຜູ້ຫາກໍ​ໄດ້​ຮັບ​ໄຊຊະນະ​ໃນ​ການ​ເລືອກ​ຕັ້ງ ທ່ານ Narendra Modi ສັງກັດ​ພັກ Bharatiya Janata (BJP) ​ເຄຍຖືກ​ຫ້າມ​ເຂົ້າ​ເມືອງ​ອາ​ເມ​ລິ​ກາ​ເປັນ​ເວລາ 9 ປີ ພາຍຫຼັງ​ການ​ຈະລາຈົນ​ຄັ້ງຕ່າງໆ​ຢູ່​ລັດ Gujarat , ​ໃຕ້​ສະ​ໄໝ​ທ່ານ​ເປັນ​ຜູ້​ວ່າການ​ລັດ ອັນ​ໄດ້​ເຮັດ​ໃຫ້​ກວ່າ 1 ພັນ​ຄົນ​ເສຍ​ຊີວິດ, ​ໃນ​ນັ້ນ​ສ່ວນ​ຫຼາຍ​ແມ່ນ​ຊາວ​ມຸດ​ສະ​ລິ​ມ. ພາຍຫຼັງ​ຂຶ້ນ​ກຳ​ອຳນາດ, ໜຶ່ງ​ໃນ​ບັນດາ​ການ​ຕັດສິນ​ທຳ​ອິດ​ຂອງ​ທ່ານ Narendra Modi ​ແມ່ນ​ເຊັນ​ສັນຍາ​ສ້າງ​ຕັ້ງ​ທະນາຄານ​ພັດທະນາ​ຂອງ​ກຸ່ມ​ບັນດາ​ພື້ນຖານ​ເສດຖະກິດ​ຫາ​ກໍ​ພົ້ນ​ເດັ່ນ BRICS ​ເພື່ອ​ຫຼຸດ​ພົ້ນ​ອອກ​ຈາກ​ບັນດາ​ລະບອບ​ກຳນົດ​ການ​ເງິນ​ສາກົນ. ນອກຈາກ​ນັ້ນ, ການ​ພົວພັນ​ລະຫວ່າງ 2 ປະ​ເທດ ກໍ​ຖືກ​ປົກ​ຄຸມ​ໄປ​ດ້ວຍ​ເງົາ​ມືດ ພາຍຫຼັງ​ທີ່ ວໍ​ຊິງ​ຕັນຈັບ​ຕົວ ທ່າ​ນນາງ Khobragade ຮອງ​ຫົວໜ້າ​ກົງ​ສູນ​ໃຫຍ່​ອິນ​ເດຍປະຈຳ​ນິວຢອກ ​ເມື່ອ​ປີ​ກາຍ​ນີ້ ຍ້ອນ​ຖືກ​ກ່າວ​ຫາ​ມີ​ການ​ສໍ້​ກົງ​ວີ​ຊາ, ຂຸດ​ຮີດ​ການ​ອອກ​ແຮງ​ງານ​ຂອງ​ຄົນ​ໃຊ້....

     ຖັດຈາກ​ການ​ເດ​ີນທາງ​ອິນ​ເດຍຂອງ ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ John Kerry, ຕົ້ນ​ເດືອນ 8, ລັດຖະມົນຕີ​ກະຊວງ​ປ້ອງ​ກັນຊາ​ດອາ​ເມລິກາ Chuck Hagel ກໍ​ຈະ​ໄປ​ຢ້ຽມຢາມ​ອິນ​ເດຍ ​ແລະ ຕາມ​ແຜນການ, ນາຍົກລັດຖະມົນຕີຄົນ​ໃໝ່​ຂອງ​ອິ​ເດຍ ທ່ານ Narendra Modi ຈະ​ຢ້ຽມຢາມ​ອາ​ເມ​ລິ​ກາ​ໃນ​ເດືອນ 9 ຕາມ​ຄຳ​ເຊີນ​ຂອງປະທານາທິບໍດີ​ອາ​ເມ​ລິ​ກາ Barak Obama. ບັນດາ​ການ​ກະທຳ​ທາງ​ການ​ທູດ​ເຫຼົ່າ​ນີ້, ສະ​ແດງ​ໃຫ້​ເຫັນ​ຄວາມ​ຫວັງ​ຢາກ​ຊຸກຍູ້​ການ​ພົວພັນຂອງ 2 ຝ່າຍ, ​ແຕ່​ເພື່ອ​ບັນລຸ​​ໄດ້​ປະສິດທິ​ຜົນ ກໍ​ບໍ່​ແມ່ນ​ສິ່ງ​ທີ່​ປະຕິບັດ​ໄດ້​ຢ່າງ​ງາຍ​ດາຍ.
ຂ່າວ/ບົດ​ອື່ນ