ສານທີ່ແຂງກະດ້າງກ່ອນທີ່ກ້າວເຂົ້າສູ່ປີໃໝ່ຕາມປະຕິທິນເປີເຊຍ

ສານທີ່ແຂງກະດ້າງກ່ອນທີ່ກ້າວເຂົ້າສູ່ປີໃໝ່ຕາມປະຕິທິນເປີເຊຍ - ảnh 1

ປະທານາທິບໍ​ດີ​ອາ​ເມລິ​ກາ Barack Obama ປາດຖະໜາລົບລ້າງຄວາມ ອາຄາດບາດໝາງໃນສາຍພົວພັນອາເມລິກາ - ອີຣານ
(ພາບ:teenspeakeronline)

ວັນ​ທີ 21/3, ອີຣານໄດ້ກ້າວເຂົ້າສູ່ມື້ທຳອິດຂອງປີໃໝ່ຕາມປະຕິທິນເປີເຊຍ. ສຳລັບປະຊາຊົນຢູ່ປະເທດນີ້, ຄວາມ​ຫວັງ​ແມ່ນ​ມີ​ຫຼາຍ​ຢ່່າງ, ​ແຕ່​ກ່ອນ​ອື່ນ​ໝົດ ຍັງ​ຄົງ​ແມ່ນ​ຄວາມ​ມຸ່ງ​ຫວັງ​ມີ​ພື້ນຖານ​ສັນຕິພາບ, ສະຖຽນ​ລະ​ພາບ​ຢ່າງ​ແທ້​ຈິງ. ​ແຕ່​ກ່ອນ​ທີ່​ກ້າວ​​ເຂົ້າ​ສູ່​ລະດູບານ​ໃໝ່​ນີ້, ​ແມ່ນ​ບໍ່​ມີ​ສັນຍານ​ທີ່​ດີ, ຫາກ​ກົງກັນຂ້າມ ​ແມ່ນ​ບັນດາ​ຖະ​ແຫຼ​ງການ​ທີ່​ແຂງ​ກະດ້າງ ​ແນ​ໃສ່​ເຮັ່ງ​ຮັດ ​ປິດ​ລ້ອມອີຣານຊຶ່ງ​ແມ່ນ​ປະ​ເທດ​ພວມ​ເກີດ​ວິ​ກິດ​ການ​ນິວ​ເຄຼຍຫຼາຍ​ກ່ວາ​ອີກ.  

    ​ໃນ​ການ​ເດີນທາງ​ຢ້ຽ​ມຢາມ​ຕາ​ເວັນ​ອອກ​ກາງ​ເປັນ​ຄັ້ງ​ທຳ​ອິດ ​ໃນ​ຖານະ​ເປັນ​ປະທານາທິບໍດີ​ນັບ​ແຕ່​ປີ 2009 ​ເປັນ​ຕົ້ນ​ມາ, ວັນ​ທີ 20/3, ທີ່​ການ​ປະຊຸມ​ຂ່າ​ວຮ່ວມ​ກັບ​ນາຍົກລັດຖະມົນຕີ Israel  Benjamin Netayahu, ປະທານາທິບໍ​ດີ​ອາ​ເມລິ​ກາ Barack Obama ​ໄດ້​ຢືນຢັນ​ຄືນ​ຄຳ​ໝັ້ນ​ສັນຍາ​ຂອງ​ອາ​ເມ​ລິ​ກາ​ຢາກ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ​ລັດ​ຊາວ​ຢິວ ​ແນ​ໃສ່​ສະກັດ​ກັ້ນອີຣານ ຜະລິດ​ອາ​ວຸດ​ນິວ​ເຄຼຍ. ຊ້ຳບໍໜຳ, ຜູ້ນຳທ່ານນີ້ຍັງຖະແຫຼງວ່າ ສາຍພົວພັນ ວໍຊິງຕັນ-ແທນອາວິບ ແມ່ນຖາວອນ. ໃນຂະນັ້ນ, ທ່ານນາຍົກລັດຖະມົນຕີ Israel  Benjamin Netayahu ຍັງໃຫ້ຮູ້ວ່າ ແທນອາວິບ ອາດຈະຕ້ອງນຳໃຊ້ກຳລັງອາວຸດໃນກໍລະນີ ຈຳເປັນ ​ເພື່ອ​ບັງຄັບ​ໃຫ້​ອີຣານຕ້ອງ​ປະລະ​ໂຄງການ​ນິວ​ເຄຼຍ.

    ​ໃນ​ຕົວ​ຈິງ, ຖະ​ແຫຼ​ງການ​ນີ້​ຂອງ ວໍຊິງຕັນ ​ແລະ ແທນອາວິບ ບໍ່​ນອນ​ນອກ​ເໜືອ​ຈາກ​ຂໍ້​ມູນ​ຂອງ​ບັນດານັກສັງ​ເກດ​ການ. ຍ້ອນ​ວ່າ ກ່ອນ​ໜ້າ​ນັ້ນ, ອຳນາດ​ການ​ປົກຄອງ Israel ​ໄດ້​ສົ່ງ​ສັນຍານ​ຢ່າງ​ຕໍ່​ເນື່ອງ​​ເພື່ອກ່າວ​ເຕືອນ ອີຣານ. ຜູ້​ຄົນ​ທັງຫຼາຍ​ຍັງ​ຈືດີ​ວ່າ ​ໃນ​ກາງ​ເດືອນ​ມີນາ​ປີ 2013, ຈາກ Jerusalem, ທ່ານນາຍົກລັດຖະມົນຕີ Israel  Benjamin Netayahu ​ໄດ້​ສົ່ງ​ສານ​ສະບັບ​ໜຶ່ງ​ທີ່​ຈະ​ແຈ້​ງວ່າ ພຽງ​ແຕ່​ການ​ລົງ​ໂທດ​ເທົ່າ​ນັ້ນ​ແມ່ນ​ບໍ່​ພຽງພໍ​ເພື່ອ​ສະກັດ​ກັ້ນຄວາມ​ມັກ​ໃຫຍ່​ໄຝ່​ສູງ​ດ້ານ​ນິວ​ເຄຼຍຂອງ​ອີຣານ. ດັ່ງນັ້ນ  Israel  ຍາມ​ໃດ​ກໍ​ກຽມ​ພ້ອມສູ້​ຮົບ ດ້ວຍ​ແຜນການ​ບຸກ​ໂຈມ​ຕີ​ທາງ​ອາກາດ​ທີ່​ແນ​ໃສ່​ບັນດາ​ຮາກ​ຖານນິວ​ເຄຼຍ ຂອງ​ອີຣານ. ສ່ວນ​ທ່ານ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ Israel Ehud Barack ​ໄດ້​ຢືນຢັນ​ວ່າ ໂຄງການ​ນິວ​ເຄຼຍຂອງ​ອີຣານ​ແມ່ນ​ສິ່ງ​ທ້າ​ທາຍ​ຢ່າງ​ໃຫຍ່​ຫຼວງ​ທີ່ສຸດທີ່​ມີ​ຕໍ່ Israel. ​ໃນ​ຂະນະ​ນັ້ນ, ກ່ອນການ​ເດີນທາງ​ຢ້ຽ​ມຢາມ​ຕາ​ເວັນ​ອອກ​ກາງ​ຂອງປະທານາທິບໍ​ດີ​ອາ​ເມລິ​ກາ Barack Obama ​ເມື່ອ​ຕົ້ນ​ເດືອນ 3 ນີ້, ທັງ​ຮອງ​ປະທານາທິບໍດີ​ອາ​ເມ​ລິ​ກາ Joe Biden ​ແລະ ລັດຖະມ​ົນຕີ​ການ​ຕ່າງປະ​ເທດ John Kerry ກໍ​ລ້ວນ​ແຕ່​ກ່າວ​ເຕືອນ​ອີຣານອີກ​ເທື່ອ​ໜຶ່ງ​ກ່ຽວ​ກັບ​ກຳນົດ​ເວລາ​ໃຫ້​ແກ່​ບັນດາ​ວິທີ​ການ​ແກ້​ໄຂ​ທາງ​ດ້ານ​ການ​ທູດ​ທີ່​ມີ​ຕໍ່​ບັນຫາ​ນິວ​ເຄຼຍທີ່​ກໍ່​ຄວາມ​ໂຕ້​ຖຽງ​ກັນ​ຂອງ​ປະ​ເທດ​ນີ້. ທັດສະນະ​ຂອງວໍຊິງຕັນ​ແມ່ນ​ເລື່ອງ​ສະກັດ​ກັ້ນ​ອີຣານຜະລິດ​ລູກ​ລະ​ເບີດນິວ​ເຄຼຍນັ້ນ ນອນ​ໃນ​ຜົນ​ປະ​ໂຫຍ​ດທາງ​ດ້ານ​ຄວາມ​ໝັ້ນຄົງຂອງ​ອາ​ເມ​ລິ​ກາ ​ແລະ ທົວ່​ໂລກ, ຖ້າ​ບໍ່​ດັ່ງ​ນັ້ນ, ​ເລື່ອງດັ່ງກ່າ​ວຈະ​ພາ​ໄປ​ເຖິງ​ການ​ຊ່ວງ​ເສັງ​ປະກອບ​ອາວຸດ​ທີ່​ເປັນອັນຕະລາຍ.

   ຄຳ​ກ່າວ​ເຕືອນ​ຂອງ​ວົງ​ການ​ເຈົ້າ​ໜ້າ​ທີ່​ອາ​ເມ​ລິ​ກາ​ໄດ້​ຖືກ​ຍົກ​ອອກ​ມາ​ໃນ​ຈຸດ​ເວລາ​ດຳ​ເນີນ​ການ​ເຈລະຈາ​ຂັ້ນ​ນັກວິຊາການ​ລະຫວ່າງ​ອີຣານ ​ແລະ ກຸ່ມ P5+1 ກ່ຽວກັບ​ໂຄງການນິວ​ເຄຼຍທີ່​ກໍ່​ຄວາມ​ໂຕ້​ຖຽງ​ກັນ​ຂອງ​ອີຣານ, ວັນ​ທີ 18/3 ຢູ່ Istanbul ປະ​ເທດ​ຕວກກີ, ​ເປັນ​ທີ່​ຈະ​ແຈ້ງ​ແລ້ວ​ວ່າ ​ໄດ້​ກໍ່​ກຳລັງ​ດັນ​ໃນ​ທຸກ​ດ້ານ​ຕໍ່​ວິວັດທະນາ​ການ​ເຈລະຈາ. ​ເຖິງ​ວ່າການ​ປະຊຸມ​ລັບ​ໄດ້​ບັນລຸ​ຄວາມ​ຄືບ​ໜ້າ​ໃດ​ໜຶ່ງ ດ້ວຍ​ການ​ຮຽກຮ້ອງ​ອີຣານ​ໂຈະ​ໂຄງການ​ເສີມ​ທາດ​ຢູ​ເຣນຽມ​ໃນ​ລະດັບ 20% ​ໄວ້​ຊົ່ວຄາວ, ແທນທີ່ການສະເໜີຢຸດຕິ ໂຄງການ​ນິວ​ເຄຼຍທັງໝົດຄືກ່ອນນີ້, ພ້ອມກັບການຍອມຮັບຂອງ IAEA ວ່າ ໂຄງການ​ນິວ​ເຄຼຍຂອງ​ເຕ​ເຮຣານ ພຽງ​ແຕ່​ເພື່ອ​ຈຸດປະສົງ​ສັນຕິພາບ​ນັ້ນ, ​ແຕ່​ສິ່ງ​ດັ່ງກ່າວ​ຍັງ​ຄົງບໍ່​ສາມາດ​ຕອບ​ສະໜອງ​ຕາມ​ຄວາມ​ຮຽກຮ້ອງຕ້ອງການຂອງ​ອາ​ເມ​ລິ​ກາ​ເທື່ອ. ວໍຊິງຕັນ ຍັງ​ຖື​ວ່າ ໂຄງການ​ນິວ​ເຄຼຍຂອງ​ອີຣານ ​ໄດ້​ໄປ​ຮອດ​“ເສັ້ນ​ແດງ​” ​ແລ້ວ, ​ແລະ ຖ້າ​ຫາກ​ປະ​ເທດ​ອິດສະລາມນີ້​ບໍ່​ຜ່ອນ​ສັ້ນ​ຜ່ອນ​ຍາວ, ​ແມ່ນ​ຈະ​ຕ້ອງ​ຮັບ​ການ​ລົງ​​ໂທດ​ທີ່​ຮ້າຍ​ແຮງ​ກ່ວາ​ອີ​ກ. ກ່ອນ​ໜ້າ​ນັ້ນ, EU ຍັງ​​ເຮັ່ງ​ຮັດ​ການ​ລົງ​ໂທດ​ອີຣານ ຂະນະ​ທີ່​ໄດ້​ຈັດລາຍ​ຊື່​ເຈົ້າ​ໜ້າ​ທີ່​ຂອງ​ປະ​ເທ​ດນີ້​ຕື່ມ​ອີກ 9 ທ່ານ​ເຂົ້າ​ໃນ​“ບັນຊີ​ລາຍ​ຊື​່ດຳ” ຊຶ່ງ​ແມ່ນ​ບັນດາ​ຜູ້​ຖືກ​ຫ້າມ​ອອກ​ວີ​ຊາ ​ແລະ ປິດ​ລ້ອມ​ຊັບ​ສົມບັດ. ​ເປັນ​ອັນວ່າ ປະຈຸ​ບັນ​ມີທັງ​ໝົດ 490 ບໍລິສັດ ​ແລະ 105 ສ່ວນ​ບຸກຄົນ​ຂອງ​ອີຣານ ຖືກຈັດ​ເຂົ້າ ບັນຊີ​ລາຍ​ຊື​່ດຳ, ​ຖືກ​ຫ້າມ​ອອກ​ວີ​ຊາ ​ແລະ ປິດ​ລ້ອມ​ຊັບ​ສົມບັດ, ຖືກ​ຈຳກັດ​ການ​ຄ້າຂາຍ, ​ພົວພັນແລກປ່ຽນດ້ານ​ການ​ເງິນ ​ແລະ ຖືກ​ຂວ້ຳ​ບາດ​ດ້ານ​ນ້ຳມັນ.

   ​ເປັນ​ທີ່​ຈະ​ແຈ້ງ​ແລ້ວ​ວ່າ ​ໃນ​ຫຼາຍ​ດ້ານ ຈາກ​ການ​ທູດ, ​ເສດຖະກິດ​ຕະຫຼອດຮອດ​ການ​ທະຫານ, ອີຣານພວມ​ຖືກ​ຕົກ​ຢູ່​ໂດດ​ດຽວ, ​ເຖິງ​ວ່າ ​ແຕ່​ດົນ​ນານ​ມາ​ແລ້ວ, ​ໃນ​ການ​ເຈລະຈາ​ຄັ້ງ​ຕ່າງໆ ກໍ​ຄື​ໃນ​ການສະ​ແດງ​ທັດສະນະ​ກ່ຽວ​ກັບ ໂຄງການ​ນິວ​ເຄຼຍຂອງ​ຕົນ, ​ເຕ​​ເຮຣານ​ໄດ້​ຢືນຢັນ​ຫຼາຍ​ຄັ້ງ​ແລ້ວ​ວ່າ ພ້ອມ​ແລ້ວ​ຈະ​ຊ່ວຍ​ບັນ​ເທົ່າຄວາມ​ວິຕົກກັງວົນ​ຂອງ IAEA ພາຍຫຼັງ​ບັນລຸ​ໄດ້​ຂໍ້​ຕົກລົງ​ສະບັບ​ໜຶ່ງ, ​ແຕ່​ສິ່ງ​ດັ່ງ​ກ່າວຍັງບໍ່​ທັນ​ເຮັດ​​ໃຫ້​ອາ​ເມ​ລິ​ກາ ​ແລະ ຝ່າຍ​ຕາ​ເວັນ​ຕົກ​ພໍ​​ໃຈ.

     ປີ​ໃໝ່​ໄດ້​ວຽນມາ​ສູ່​ຊາວ​ອີຣານ ​ພ້ອມ​ກັບ​ການ​ຄາດ​ຄະ​ເນ​ທີ່​ບໍ່​ສະຫວ່າງ​ສະ​ໄຫວ. ພື້ນຖານ​ເສດຖະກິດ​ຂອງ​ອີຣານພວມ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ. ​ເງິນ​ເຟີ້​ບັນລຸ​ກ່ວາ 20%, ລະບົບ​ທະນາຄານ​ສ່ວນ​ຫຼາຍ​ຖືກ​ຢຸດ​ສະ​ງັກຍ້ອນ​ຄຳ​ສັ່ງ​ຂວ້ຳ​ບາດ, ອັດຕາ​ການ​ວ່າງ​ງານ​ສູງ. ການ​ສົ່ງ​ອອກ​ນ້ຳມັນ​ດິບ, ຄາດ​ຄະ​ເນ​ວ່າ ​ໄດ້​ຫຼຸດ​ລົງ​ຕ່ຳ​ກ່ວາ 1 ລ້ານ​ຖັງ/ວັນ ​ເມື່ອ​ທຽບ​​ໃສ່ 2,2 ລ້ານຖັງ/ວັນ​ຄື​ກ່ອນ​ນີ້ ​ແລະ ​ໄລ່​ສະ​ເພາະ​ປີ 2012, ອີຣານ​ຖືກ​​ເສຍ​ຫາຍ​ເງິນ​ກ່ວາ 40 ຕື້ USD . ​ສະພາບ​ການ​ນີ້ ພ້ອມ​ກັບ​ສານ​ທີ່​ແຂງ​ກະດ້າງຂອງ​ອາ​ເມ​ລິ​ກາ, ຝ່າຍ​ຕາ​ເວັນ​ຕົກ ​ແລະ Israel ນັ້ນ , ບໍ່​ສາມາດ​ເຮັດ​ໃຫ້​ປະ​ຊາຊົນ​ຂອງ​ປະ​ເທ​ດນີ້​ມີ​ຄວາມ​ເຊື່ອ​ໝັ້ນ​ຕໍ່​ສິ່ງ​ທີ່​ດີ ຊຶ່ງ​ຈະ​ປະກົດຂຶ້ນ​ໃນ​ອະນາຄົດ​ອັນ​ໃກ້ໆ​ນີ້.

ຕອບກັບ

ຂ່າວ/ບົດ​ອື່ນ