ສານຢ່າງແຮງກ່ຽວກັບວິວັດການຟື້ນຕົວ ແລະ ພັດທະນາເສດຖະກິດ

(VOVWORLD) - ສະພາບການເສດຖະກິດ ສັງຄົມ ປີ 2021-2022 ແມ່ນຫນຶ່ງໃນສອງໝວດບັນຫາໃຫຍ່, ສຳຄັນ ຊື່ງກອງປະຊຸມຄັ້ງທີ 4 ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຊຸດທີ XIII ພວມຄົ້ນຄ້ວາປຶກສາຫາລື. ໃນບົດກ່າວປາໄສໄຂກອງປະຊຸມຂອງທ່ານ ເລຂາທິການໃຫຍ່ ຫງວຽນຝູຈ້ອງ ຊີ້ໃຫ້ເຫັນ ສານຢ່າງແຮງຂອງພັກ ແລະ ລັດຫວຽດນາມ ແມ່ນສືບຕໍ່ວາງເປົ້າໝາຍຮັບປະກັນຄວາມປອດໄພຕໍ່ໂລກລະບາດໂຄວິດ -19, ຮັບປະກັນຊີວິດການເປັນຢູ່, ຮັກສາສຸຂະພາບຂອງປະຊາຊົນ; ຄຽງຄູ່ກັນນັ້ນແມ່ນການຟື້ນຕົວ ແລະ ພັດທະນາເສດຖະກິດໃນຊຸມເດືອນຍັງເຫລືອຂອງປີ 2021 ແລະ ແຜນການປີ 2022. ບັນດາທັດສະນະ, ແຜນນະໂຍບາຍນີ້ໄດ້ຮັບການຕີລາຄາສູງຈາກຫາງສຽງພາຍໃນປະເທດ.

ສານຢ່າງແຮງກ່ຽວກັບວິວັດການຟື້ນຕົວ ແລະ ພັດທະນາເສດຖະກິດ - ảnh 1ກອງປະຊຸມຄັ້ງທີ 4 ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຊຸດທີ XIII 

ທ່ານນາງ ໂດ໊ທິຊວຽນ ຢູ່ ຕາແສງ ໂກ໋ເຍ ເມືອງ ບັກຕື່ລຽມ ຮ່າໂນ້ຍ ຖືວ່າ: ບັນດາທິດທາງຊື່ງ ທ່ານ ເລຂາທິການໃຫຍ່ ຫງວຽນຝູຈ້ອງ ຍົກອອກໃນບົດກ່າວປາໄສແມ່ນອີງໃສ່ການພິນິດໄສອັນຖືກຕ້ອງກ່ຽວກັບກາລະໂອກາດ ແລະ ສິ່ງທ້າທາຍໃນສະພາບການປະຈຸບັນ.

“ຂ້າພະເຈົ້າມີຄວາມຈັບໃຈຕໍ່ບົດກ່າວປາໄສຂອງທ່ານ ເລຂາທິການໃຫຍ່ ຫງວຽນຝູຈ້ອງ ທີ່ກອງປະຊຸມ. ຂ້າພະເຈົ້າຕີລາຄາສູງການຕີລາຄາສະພາບຂອງທ່ານ ເລຂາທິການໃຫຍ່ ຫງວຽນຝູຈ້ອງ ກ່ຽວກັບສະພາບການເສດຖະກິດສັງຄົມຕໍ່ຜົນສະທ້ອນຈາກໂລກລະບາດໂຄວິດ 19. ໂດຍແມ່ນສະມາຊິກພັກຜູ້ຫນຶ່ງ ຂ້າພະເຈົ້າມີຄວາມເຊື່ອໝັ້ນຕໍ່ບັນດາແຜນນະໂຍບາຍ, ນະໂຍບາຍ, ແຜນການຂອງພັກ, ລັດໃນໄລຍະຈະມາເຖິງ ແລະ ເຊື່ອໝັ້ນວ່າ ສະພາບການເສດຖະກິດ ສັງຄົມ ຈະກັບຄືນມາຟື້ນຕົວເປັນປົກກະຕິ ແລະ ພັດທະນາໂດຍໄວ”

 ຫາງສຽງຖືວ່າ ໃນສະພາບປະສົບກັບຄວາມຫຍຸ້ງຍາກນາໆປະການ, ພື້ນຖານເສດຖະກິດຫວຽດນາມ ຖືກຜົນສະທ້ອນຈາກໂລກລະບາດ, ສານອັນຈະແຈ້ງ ແລະ ແຮງຈາກບົດກ່າວປາໄສຂອງທ່ານເລຂາທິການໃຫຍ່ ແມ່ນມີຄວາມສຳຄັນຍິ່ງ. ພ້ອມກັນນັ້ນ ເລື່ອງຕ້ອງມີມາດຕະການເພື່ອຟື້ນຕົວ ແລະ ພັດທະນາເສດຖະກິດໃນຊຸມເດືອນຍັງເຫລືອຂອງປີ ແລະ ປີຫນ້າ ໂດຍໄວ ເປັນການສະແດງໃຫ້ເຫັນຄວາມຕັດສິນໃຈສູງສຸດຂອງພັກ ແລະ ລັດໃນການຄວບຄຸມໂລກລະບາດ, ຮັບປະກັນຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ ແລະ ພັດທະນາເສດຖະກິດໃນສະພາບການໃຫມ່. ທ່ານໂຕຮ່ວາຍນາມ, ຮອງປະທານຜູ້ປະຈຳການທັງເປັນເລຂາທິການໃຫຍ່ ສະຫະສະມາຄົມວິສາຫະກິດ ຂະຫນາດກາງ ແລະ ນ້ອຍ ຫວຽດນາມ ຍົກອອກທັດສະນະວ່າ:

“ພາຍຫລັງເກືອບ 2 ປີ ແຫ່ງການຕ້ານໂລກລະບາດ ພິເສດ ໃນຮອບ 4 ຜ່ານມາ, ພວກເຮົາກໍ່ມີຄວາມເຂົ້າໃຈແຈ້ງກວ່າກ່ຽວກັບໂລກລະບາດ, ກ່ຽວກັບສິ່ງທ້າທາຍເພື່ອໃຫ້ພວກເຮົາມີການກະທຳ. ສະນັ້ນ ຂ້າພະເຈົ້າຄິດວ່າ ພວກເຮົາຄວນສ້າງຫລາຍແຜນການເພື່ອຮັບມື. ພິເສດໃນບົດກ່າວປາໄສຂອງທ່ານ ເລຂາທິການໃຫຍ່ ຫງວຽນຝູຈ້ອງ ກໍ່ໄດ້ເຕື້ອງເຖິງລັກສະນະເໝາະສົມ ແລະ ຂ້າພະເຈົ້າຖືວ່າ ສຳລັບ ຫວຽດນາມ ລັກສະນະເໝາະສົມແມ່ນສຳຄັນທີ່ສຸດ.”

ດ້ວຍການບໍລິຫານຢ່າງຂ້ຽວຂາດ, ລະມັດລະວັງ, ເໝາະສົມ ຂອງພັກ, ລັດ, ລັດຖະບານ, ເບິ່ງລວມແລ້ວ ສະພາບການເສດຖະກິດ ສັງຄົມ ໃນ 9 ເດືອນຜ່ານມາຂອງຫວຽດນາມ ບັນລຸໝາກຜົນຕັ້ງຫນ້າ. ໄລ່ລວມ 9 ເດືອນ, ການເຄື່ອນໄຫວຜະລິດ ດຳເນີນທຸລະກິດ ຍັງຄົງໄດ້ຮັບການຮັກສາ. ບາງຈຸດເດັ່ນຂອງພື້ນຖານເສດຖະກິດ ນັ້ນຄື: ການເຕີບໂຕດ້ານສິນເຊື່ອບັນລຸ 7,17%, ຍອດລະດັບການລະດົມທຶນໃນຕະຫລາດຫລັກຊັບໃຫ້ແກ່ພື້ນຖານເສດຖະກິດເພີ່ມຂຶ້ນ 12%..

ເຖິງຢ່າງໃດກໍຕາມ ເພື່ອຮັບປະກັນໃຫ້ພື້ນຖານເສດຖະກິດພັດທະນາໃນສະພາບການໃຫມ່, ຍັງຕ້ອງການການຫັນປ່ຽນຄາດໝາຍການເຕີບໂຕເສດຖະກິດໄປສູ່ຄາດໝາຍຮັກສາສະຖຽນລະພາບເສດຖະກິດມະຫາພາກ, ຮັບປະກັນຊີວິດສັງຄົມ, ວຽກເຮັດງານທຳໃຫ້ຜູ້ອອກແຮງງານຢ່າງວ່ອງໄວ. ທ່ານ ເລຢູຍບິ່ງ, ນັກຊ່ຽວຊານດ້ານເສດຖະກິດ ຍົກອອກທັດສະນະວ່າ:                                            

“ພວກເຮົາຄວນມີບັນດາມາດຕະການຕ້ານໂລກລະບາດໃຫ້ເໝາະສົມກັບບັນດາຄວາມສ່ຽງຂອງໂລກລະບາດ. ຄວນໃຫ້ບຸລິມະສິດແຖວຫນ້າ ນັ້ນແມ່ນ ຕ້ອງຟື້ນຕົວການເຄື່ອນໄຫວຜະລິດ ດຳເນີນທຸລະກິດ, ການຈໍລະຈອນສິນຄ້າຂອງວິສາຫະກິດໃຫ້ເປັນປົກກະຕິ.”

 ບົນພື້ນຖານການວິເຄາະ,ຄາດຄະເນບັນດາກໍລະນີອາດຈະເກີດຂຶ້ນ ເປັນຕົ້ນ ສະພາບການໂລກລະບາດໃນໂລກ ແລະ ຢູ່ຫວຽດນາມ ໃນໄລຍະຈະມາເຖິງ, ກອງປະຊຸມສູນກາງຄັ້ງນີ້ ຄວນກຳນົດ ທັດສະນະ, ແຜນນະໂຍບາຍກ່ຽວກັບການປ້ອງກັນ ຕ້ານໂລກລະບາດ ແລະ ຟື້ນຕົວ, ພັດທະນາເສດຖະກິດ ສັງຄົມ ໃນສະພາບການໃຫມ່ ໃຫ້ ຈະແຈ້ງ ເພື່ອແນໃສ່ປະຕິບັດສຳເລັດຄາດໝາຍພັດທະນາເສດຖະກິດ ສັງຄົມ ປີ 2021. ກອງປະຊຸມ ກໍ່ໄດ້ວາງອອກເປົ້າໝາຍສັງລວມ, ບັນດາຄາດໝາຍພື້ນຖານ, ສຳຄັນທີ່ສຸດ, ການກຳນົດທິດ, ແຜນນະໂຍບາຍ, ນະໂຍບາຍ ຫນ້າທີ່, ມາດຕະການ ແລະ ແຜນການ, ວິວັດການຜັນຂະຫຍາຍຢ່າງລະອຽດໃຫ້ປີ 2022, ຮັບປະກັນການໃກ້ຊິດຕິດແທດກັບພຶດຕິກຳຕົວຈິງ, ມີລັກສະນະເປັນໄປສູງ ເພື່ອສຸມໃສ່ຊີ້ນຳ ນຳພາປະຕິບັດນັບແຕ່ນີ້ຮອດທ້າຍປີ 2021 ແລະ ທັງປີ 2022. ບັນດາສານອັນຖືກຕ້ອງຈາກກອງປະຊຸມສູນກາງຄັ້ງນີ້ ສະແດງໃຫ້ເຫັນຄວາມຕັດສິນໃຈຂອງພັກ, ລັດ ເພື່ອເປົ້າໝາຍສ້າງສາ ແລະ ພັດທະນາປະເທດຊາດໃນສະພາບການໃຫມ່.

ຕອບກັບ

ຂ່າວ/ບົດ​ອື່ນ