ສານ​ສັນ​ຕິ​ພາບ​ ແລະ ການ​ຮ່ວມ​ມື​ໃຫ້​ແກ່​ປີ 2020 ຂອງ​ບັນ​ດາ​ການ​ນຳ​ໂລກ

(VOVWORLD) -ໃນຊຸມວັນສຸດທ້າຍຂອງປີ 2019 ແລະ ຊຸມວັນທຳອິດຂອງປີ 2020, ບັນດາການນຳໂລກໄດ້ສົ່ງສານທີ່ຕັ້ງໜ້າກ່ຽວກັບການຮ່ວມມື ແລະ ສ້າງສັນຕິພາບໃຫ້ແກ່ປີ 2020 ຢ່າງລຽນຕິດ, ອັນໄດ້ດຶງດູດຄວາມສົນໃຈເປັນພິເສດຈາກຫາງສຽງ.
ສານ​ສັນ​ຕິ​ພາບ​ ແລະ ການ​ຮ່ວມ​ມື​ໃຫ້​ແກ່​ປີ 2020 ຂອງ​ບັນ​ດາ​ການ​ນຳ​ໂລກ - ảnh 1

ທ່ານ ເລຂາທິການໃຫ່ຍ ສປຊ Antonio Guterres

ພາບ: https://vi.wikipedia.org/

    ສານຂອງທ່ານເລຂາທິການໃຫ່ຍ ສປຊ

      ໃນສານປີໃໝ່ສົ່ງເຖິງປະຊາຊົນໃນທົ່ວໂລກ, ທ່ານ Antonio Guterres ເລຂາທິການໃຫ່ຍ ສປຊ ໄດ້ຮຽກຮ້ອງໃຫ້ໂລກ ຈົ່ງສາມັກຄີກັນ, ຮ່ວມແຮງຮ່ວມໃຈກັນຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ບັນຫາສິດສະເໝີພາບລະຫວ່າງຍິງຊາຍ, ຄວາມຍຸດຕິທຳໃນສັງຄົມ ແລະ ສິດທິມະນຸດ. ທ່ານເລຂາທິການໃຫ່ຍ ສປຊ ຖືວ່າ ໂລກພວມກ້າວເຂົ້າສູ່ປີ 2020 ດ້ວຍ “ຄວາມບໍ່ແນ່ນອນ ແລະ ບໍ່ປອດໄພ”, ພ້ອມທັງສະແດງຄວາມຫວັງຕໍ່ກຳລັງແຮງຂອງລຸ້ນໜຸ່ມໃນທົ່ວໂລກ.

  ກ່ຽວກັບບັນຫາປອດນິວເຄຼຍໃນແຫຼມເກົາຫຼີ ຊື່ງແມ່ນໜຶ່ງໃນບັນດາຫົວເລື່ອງໄດ້ດຶງດູດຄວາມສົນໃຈເປັນພິເສດຈາກຫາງສຽງໂລກໃນຊຸມວັນນີ້, ທ່ານເລຂາທິການໃຫ່ຍ ສປຊ Guterres ຢືນຢັນວ່າ “ຄວາມມານະພະຍາຍາມດ້ານການຕ່າງປະເທດແມ່ນເສັ້ນທາງດຽວພາໄປເຖິງສັນຕິພາບແບບຍືນຍົງ”. ເມື່ອເຕື້ອງເຖິງເລື່ອງສື່ມວນຊົນ ສປປ.ເກົາຫຼີ ເມື່ອວັນທີ 31 ທັນວາໄດ້ໃຫ້ຂ່າວວ່າ: ການນຳ Kim Jong-un ກ່າວຄຳເຫັນວ່າ ພຽງຢາງ ບໍ່ມີເຫດຜົນໃດເພື່ອໂຈະບັນດາການຍິງທົດລອງລູກສອນໄຟລະຫວ່າງທະວີບ ແລະ ລູກສອນໄຟນຳວິຖີ, ພ້ອມທັງກ່າວເຕືອນວ່າຈະສະແດງ “ອາວຸດຍຸດທະສາດໃໝ່” ໃນອະນາຄົດອັນໃກ້ໆນີ້, ວັນທີ 1 ມັງກອນ, ທ່ານ Stephane Dujarric ໂຄສົກຂອງ ສປຊ ເນັ້ນໜັກວ່າ: “ທ່ານເລຂາທິການໃຫ່ຍ ສປຊ Gutterres ມີຄວາມຫວັງວ່າ ການຍິງທົດລອງຄັ້ງຕ່າງໆຈະບໍ່ສືບຕໍ່ດຳເນີນໄປ, ສອດຄ່ອງກັບບັນດາມະຕິຂອງສະພາຄວາມໝັ້ນຄົງ ສປຊ. ການບໍ່ເຜີຍແຜ່ອາວຸດຍັງຄົງແມ່ນເສົາຄ້ຳຕົ້ນຕໍຂອງຄວາມໝັ້ນຄົງ ນິວເຄຼຍທົ່ວໂລກ ແລະ ຕ້ອງໄດ້ຮັບການຮັກສາໄວ້”.

ສັນທະປະປາ Francis ຮຽກຮ້ອງການສ້າງສັນຕິພາບໃຫ້ແກ່ໂລກ

   ກ່ອນໜ້ານັ້ນ, ໃນໂອກາດວັນບຸນ ຄຼິດສະມາດ (ວັນທີ 25 ທັນວາ), ຫົວໜ້າສຳນັກ Vatican, ສັນທະປະປາ Francis ໄດ້ສົ່ງສານຮຽກຮ້ອງໃຫ້ມີການສ້າງສັນຕິພາບຢູ່ບັນດາແຫ່ງເກີດການປະທະກັນໃນທົ່ວໂລກຄື: Syria, Lebanon, Yemen, Iraq, Venezuela, Ukraine ແລະ ບາງປະເທດອາຟຣິກກາ. ທ່ານຢືນຢັນວ່າ, ເພື່ອສ້າງໂລກໃຫ້ມີສັນຕິພາບນັ້ນ, “ພວກເຮົາຕ້ອງເຊື່ອໝັ້ນຕໍ່ການເຈລະຈາລະຫວ່າງປະຊາຊົນ ແລະ ລະຫວ່າງ ປະເທດຕ່າງໆ, ເຊື່ອໝັ້ນຕໍ່ບົດບາດຂອງບັນດາອົງການຈັດຕັ້ງສາກົນ, ການທູດ ແລະ ລັດທິຫຼາຍຝ່າຍ”.

  ພິເສດ, ສັນທະປະປາ ກໍ່ໄດ້ຮຽກຮ້ອງໃຫ້ປະຊາຄົມສາກົນ “ຈົ່ງຮັບຟັງສຽງເວົ້າຂອງໄວໜຸ່ມ, ບັນດາຜູ້ທີ່ຊ່ວຍເຫຼືອເຮົາມີສະຕິຮັບຮູ້ໄດ້ວ່າ ແມ່ນຫຍັງກຳລັງເກີດຂຶ້ນໃນໂລກປະຈຸບັນນີ້ ແລະ ຮຽກຮ້ອງໃຫ້ພວກເຮົາກາຍເປັນຜູ້ກໍ່ສ້າງສັນຕິພາບໄປພ້ອມກັນ, ຫາກບໍ່ແມ່ນພຽງລຳພັງຝ່າຍດຽວ”. ທ່ານຍັງຊຸກຍູ້ໂລກຈົ່ງສາມັກຄີກັນໃນການຕ້ານທຸກການສວຍໃຊ້ເດັກນ້ອຍ.

ອາເມລິກາຢາກມີສັນຕິພາບກັບອີຣານ

  ໜຶ່ງໃນບັນດາສານທີ່ໄດ້ຮັບຄວາມສົນໃຈທີ່ສຸດໃນຊຸມວັນທີ່ຜ່ານມາ ແມ່ນຖະແຫຼງການຂອງປະທານາທິບໍດີ ອາເມລິກາ Donald Trump ທີ່ວ່າ: “ບໍ່ຢາກກໍ່ສົງຄາມກັບອີຣານ”. ໃນການປະຊຸມຂ່າວກ່ອນເຫດການອວຍພອນປີໃໝ່ຢູ່ເຂດພັກຜ່ອນຢ່ອນອາລົມ Mar-a-Lago ລັດ Florida, ເມື່ອຕອນເຊົ້າວັນທີ 1 ມັງກອນຕາມເລາຫວຽດນາມ, ທ່ານ ປະທານາທິບໍດີ ອາເມລິກາ Donald Trump ຢືນຢັນວ່າ “ຂ້າພະເຈົ້າບໍ່ຢາກໃຫ້ສົງຄາມເກີດຂຶ້ນ, ຂ້າພະເຈົ້າຮັກຫອມສັນຕິພາບ. ອີຣານ ກໍ່ໄຝ່ຝັນຢາກມີສັນຕິພາບກ່ວາປະເທດໃດໝົດ. ສະນັ້ນ, ຂ້າພະເຈົ້າບໍ່ຄິດວ່າສົງຄາມຈະເກີດຂຶ້ນ”.

  ຄຳຢັ້ງຢືນຂອງທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ເຮັດໃຫ້ຫຼາຍຄົນ”ອຸ່ນອ່ຽນໃຈໄດ້”, ຍ້ອນວ່າກ່ອນນັ້ນ, ທ່ານ Donald Trump ໄດ້ນາບຂູ່ ອີຣານ ວ່າຕ້ອງຮັບຜິດຊອບຕໍ່ເລື່ອງບັນດາພົນລະເມືອງ ອາເມລິກາ ໄດ້ເສຍຊີວິດ ແລະ ໄດ້ຮັບບາດເຈັບໃນເຫດການທີ່ຜູ້ເດີນຂະບວນປະທ້ວງໄດ້ບຸກເຂົ້າສະຖານທູດ ອາເມລິກາ ປະຈຳ ແບກແດດ ປະເທດ ອີຣັກ ເມື່ອວັນທີ 31 ທັນວາ.

  ຮຽກຮ້ອງການສ້າງສັນຕິພາບ ແລະ ເພີ່ມທະວີການຮ່ວມມື, ການເຈລະຈາກໍ່ແມ່ນບັນດາເນື້ອໃນທີ່ການນຳຫຼາຍທ່ານໃນໂລກໄດ້ເຕື້ອງເຖິງໃນສານຕົ້ນປີໃໝ່ 2020.

ທ່ານ ສີຈິ້ນຜິງ, ປະທານປະເທດຈີນ ໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະພະຍາຍາມຮັບປະກັນຄວາມໝັ້ນຄົງ ແລະ ວັດທະນາຖາວອນໃຫ້ມີຄວາມຍາວນານໃຫ້ແກ່ ຮົງກົງ ແລະ ມາເກົ້າ, ຊຸກຍູ້ການພັດທະນາສັນຕິພາບໃນການພົວພັນລະຫວ່າງຊ່ອງແຄບທະເລ        ໄຕ້ຫວັນ ບົນພື້ນຖານຄວາມເຫັນດີເຫັນພ້ອມເມື່ອປີ 1992 ແລະ ມີການປະກອບສ່ວນໃໝ່ໃຫ້ແກ່ສັນຕິພາບ ແລະ ການພັດທະນາຂອງໂລກ. ໃນຂະນະນັ້ນ, ທ່ານນາງ Angela Merkel  ນາຍົກລັດຖະມົນຕີ ເຢັຍລະມັນ ພັດປະກາດວ່າ ພວມຕໍ່ສູ້ກັບການປ່ຽນແປງຂອງດິນຟ້າອາກາດດ້ວຍທຸກຄວາມສາມາດຂອງຕົນ ເພື່ອໃຫ້ຄົນລຸ້ນຕ່າງໆໃນອະນາຄົດໄດ້ດຳລົງຊີວິດຢູ່ໃນສັນຕິພາບ ແລະ ຄວາມວັດທະນາຖາວອນ.


ຕອບກັບ

ຂ່າວ/ບົດ​ອື່ນ