ສານສັນຕິພາບຈາກບັນດາແມ່ຍິງ ອາເມລິກາ.

(vovworld)- ​37 ປີ ພາຍຫລັງ​ສົງຄາມ, 17 ປີ ນັບ​ແຕ່​ເມື່ອ​ສອງ​ປະ​ເທດ ຫວຽດນາມ ​ແລະ ອາ​ເມ​ລິ​ກາ ສ້າງສາ​ຍພົບ​ພັນ​ເປັນ​ປົກກະຕິ, ສອງ​ປະ​ເທດ ​ໄດ້​ມີ​ການ​ພົວພັນ​ ມິດຕະພາບ, ລົບ​ລ້າງ​ທຸກ​ຄວາມ​ອາ​ຄາດບາດໝາງ, ຄວາມອາພັບ, ​ຮຳບາດ​ແຜ​ສົງຄາມ. ​ເພື່ອ​ມີ​​ຄ​ວາ​ມຄືບ​ໜ້າ​ໃນ​ການພົວພັນຮ່ວມ​ມື​ນັ້ນ  ແມ່ນມີ​ການ​ປະກອບສ່ວນ​ບໍ່​ຫນ້ອຍ​ຂອງ​ບັນດາ​ແມ່ຍິງ ອາ​ເມ​ລິ​ກາ. ​ໂດຍ​ຂຶ້ນ​ກັບ​ຫລາຍ​ພາກ​ສ່ວນ​ທີ່ແຕກ​ຕ່າງ​ກັນ​ໃນ​ສັງຄົມ, ​ແຕ່​ເຂົາ​ເຈົ້າ​ທັງ​ໝົດ​ລ້ວນ​ແຕ່​ປາດ​ຖະຫນາ​ຢາກ​ປະກອບ​ກຳລັງ​​​ເຫື່ອແຮງ​ຂອງ​ຕົນ​ເຂົ້າ​ໃນ​ການ​ສ້າງ​ຂົວ​ຕໍ່​ມິດຕະພາບ ​ແລະ ສັນຕິພາບ ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ, ຜ່ານ​ບັນດາ​ໂຄງການ, ການ​ເຄື່ອນ​ໄຫວ​ຫນູນ​ຊ່ວຍ​ຢ່າງ​ແທດ​ຈິງ​ໃຫ້​ແກ່​ປະຊາຊົນ​ຫວຽດນາມ.

ສານສັນຕິພາບຈາກບັນດາແມ່ຍິງ ອາເມລິກາ. - ảnh 1
ທ່ານນາງ Rae Cheney(ເບື້ອງຂວາ) ຜູ້ສ້າງຕັ້ງອົງການຕົ້ນໄມ້ສັນຕິພາບ ແລະ ລູກສາວ

ພາບປະກອບ:internet

        ​ໂດຍ​ໄດ້​ເຂົ້າ​ຮ່ວມ​ຂະ​ບວນການ​ຄັດຄ​້ານສົງຄາມຊຶ່ງ​ດຳ​ເນີນ​ໄປ​ຢູ່ ອາ​ເມ​ລິ​ກາ ​ໃນ​ຄາວຍັງ​ແມ່ນ​ນັກ​ສຶກສາ ​ແຕ່​ຈົນ​ຮອດ​ປີ 2011 ທ່ານ​ນາງ Karen Lynne Keiser ສະມາຊິກ​ສະພາ​ສູງ ລັດ Washington ຈຶ່ງ​ມີ​ໂອກາດ​ມາ​ຢ້ຽມຢາມ ຫວຽດນາມ ​ເພື່ອ​ເຂົ້າຮ່ວມ​ວິວັດ​ການ​ໄກ​່​ເກ​ຍລະຫວ່າງ ສອງ​ປະ​ເທດ. ຜ່ານ​ການ​ຢ້ຽມຢາມ​ຊອກ​ຮູ້​ສະພາບ​ຕົວ​ຈິງ​ຢູ່ ຫວຽດນາມ ​ແລະ ປະຕິບັດ​ການ​ເຄື່ອນ​ໄຫວ​ມະນຸດ​ສະ​ທຳ​ຈຳນວນ​ຫນຶ່ງ ​ໃນ​ໄລຍະເວລາ​ສັ້ນ​ໆ ​ແຕ່​ທ່ານ​ນາງ Keiser ປາດ​ຖະຫນາ​ຢາກ​ສົ່ງ​ສານ​ສະບັບ​ຫນຶ່ງ​ເຖິງ​ບັນດາ​ຜູ້​ມີ​ສິດ​ເລືອກ​ຕັ້ງ, ປະຊາຊົນ​ອາ​ເມ​ລິ​ກາ ທີ່​ມີ​ຄວາມ​ສົນ​ໃຈ​ເຖິງ ຫວຽດນາມ ​ເພື່ອ​ປະກອບສ່ວນ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫລັງ​ຈາກ​ສົງຄາມ, ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ. ທ່ານ​ນາງ​ໄດ້​ພ້ອມ​ກັບ​ສາມ​ີຂອງ​ຕົນ ຊຶ່ງ​ແມ່ນ​ທະຫານ​ຜ່ານ​ເສີກ ອາ​ເມ​ລິ​ກາ ທີ່​ເຄີຍ​ເຂົ້າ​ຮ່ວມ​ສົງຄາມ​ຢູ່ ຫວຽດນາມ ຍາມ​ໃດ​ກໍ​ສຸດ​ຈິດ​ສຸດ​ໃຈ​ສະຫນັບສະຫນູນ ຫວຽດນາມ ​ແລະ ການ​ພົວພັນ​ມິດຕະພາບ ຫວຽດນາມ - ອາ​ເມ​ລິ​ກາ ດ້ວຍການ​ປະກອບສ່ວນ​ຢ່າງ​ຕັ້ງຫນ້າ​ເຂົ້າ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ຫນູນ​ຊ່ວຍ ຫວຽດນາມ.

        “ປີ 1993, ກ່ອນ​ເວລາ ທີ່ຫວຽດນາມ ​ແລະ ອາ​ເມ​ລິ​ກາ ສ້າງສາ​ຍພົວພັນ​ທາງ​ການ​ທູດ​ເປັນ​ປົກກະຕິ, ສາມີ​ຂ້າພະ​ເຈົ້າ​ໄດ້​ຖ່າຍ​ທຳຮູບ​ເງົາກ່ຽວ​ກັບ​ນັກ​ຮົບ​ເກົ່າ ຫວຽດນາມ. ພາຍ​ໃຕ້​ຫົວ​ຂໍ້​ວ່າ: ສອງ​ທົດ​ສະ​ວັດ​ແຫ່ງ​ຄວາມ​ຕື່ນຕົວ, ຟີມ​ຮູບ​ເງົາຊຸດ​ນີ້ໄດ້​ຮັບ​ການ​ສະຫນັບສະຫນູນ​ຢ່າງ​ຕັ້ງຫນ້າ​ຈາກ​ປະຊາຊົນ ອາ​ເມ​ລິ​ກາ. ຜ່ານ​ນັ້ນ ຊ່ວຍ​ໃຫ້​ປະຊາຊົນ ອາ​ເມ​ລິ​ກາ, ບັນດາ​ທະຫານ​ຜ່ານ​ເສິກ​ອາ​ເມ​ລິ​ກາ ມີ​ຄວາມ​ເຂົ້າ​ໃຈ​ກວ່າກ່ຽວ​ກັບ ຫວຽດນາມ, ກ່ຽວ​ກັບ ສົງຄາມ​ຫວຽດນາມ ​ແລະ ຜົນ​ຮ້າຍ​ຊຶ່ງ​ສົງ​ຄາມ​ໄດ້​ປະ​​​ໄວ້ໃຫ້​ປະ​ຊາ​ຊົນ ຫວຽດນາມ .”

        ດ້ວຍ​ຄວາມ​ນຶກ​ຄິດ​ທີ່ວ່າ: ຈະ​ເຮັດ​ສິ່ງ​ໃດ​ສິ່ງ​ຫນຶ່ງ​ເພື່ອ​ປະກອບສ່ວນ​ໄກ່​ເກ​່ຍ, ຊຸກຍູ້​ການ​ພົບ​ປະ​ແລກປ່ຽນ, ​ເພີ່ມ​ທະວີ​ຄວາມ​​ເຂົ້າ​ອົກ​ເຂົ້າ​ໃຈ​ລະຫວ່າງປະຊາຊົນ​ສອງ​ປະ​ເທດ, ​ໃນ​ຖານະ​ຂອງ​ຕົນ, ທ່ານ​ນາງ Cherry Mellor ການ​ນຳ​ໂຮງຮຽນ​ມັດທະຍົມ​ຕອນ​ປ່າຍ George School  ລັດ Pensyvania ສະຫະລັດ​ອາ​ເມ​ລິ​ກາ ​ໄດ້​ ມາ​ຫວຽດນາມ 6 ຄັ້ງ​ແລ້ວ ນັບ​ແຕ່​ເມື່ອ ຫວຽດນາມ ​ແລະ ອາ​ເມ​ລິ​ກາ ສ້າງ​ການ​ພົວພັນ​ທາງ​ການ​ທູດ​ເປັນ​ປົກກະຕິ. ດ້ວຍ​ທັດສະນະ​ປ່ຽນ​ແປງ​ຄວາມ​ຮັບ​ຮູ້​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ ​ແມ່ນຕ້ອງ​ເລີ່​ມຕົ້ນ​ຈາກ​ລຸ້ນ​​ຫນຸ່ມ, ຈາກ​ການ​ສຶກສາ​ໃນ​ໂຮງຮຽນ ​ແລະ ນັ້ນ​ແມ່ນ​ວິທີ​ປະຕິບັດ​ຢ່າງ​ມີ​ປະສິດທິ​ຜົນ​ທີ່​ສຸດ​ເພື່ອ​ໃ​ຫ້​ສອງ​ປະ​ເທດ​ຫຍັບ​ມໍ່​ເຂົ້າ​​ໃກ້​ກັນ​ກວ່າ, ​ແຕ່ລະ​ປີ, ທ່ານ​ນາງ ​ໄດ້​ພາ​ບັນດາ​ຄູ​ສອນ ​ແລະ ນັກຮຽນ​​ໃນໂຮງຮຽນ ​ມາ ຫວຽດນາມ ​ເພື່ອ​ເຈືອ​ຈານ​ເຂົ້າ​ກັບການ​ດຳລົງ​ຊີວິດ​ຂອງ​ປະຊາຊົນ, ​ເຂົ້າຮ່ວມ​ການ​ອອກ​ແຮງ​ງານ​ອາສາ​ສະໝັກ​ຢູ່ ຮາກ​ຖານ​ມະນຸດ​ສະ​ທຳ​ຈຳນວນ​ຫນຶ່ງ ຢູ່ ບາງ​ທ້ອງ​ຖິ່ນ​ຂອງ​ຫວຽດນາມ.​ ທ່ານນາງ Cherry Mellor ​ເວົ້າ​ວ່າ:

        “ຂ້າພະ​ເຈົ້າ​ຢາກ​ຊ່ວຍ​ໃຫ້ພວກ​ນ້ອງ​ນັກຮຽນ​ມີ​ຄວາມຮູ້​ຕົວ​ຈິງ​ກ່ຽວ​ກັບ​ສົງຄາມ ຢູ່ ຫວຽດນາມ. ​ເພາະວ່າ ນັກຮຽນ​ໃນ​ຄະນະສ່ວນ​ຫລາຍ​ແມ່ນ​ກຳ​            ເນີ​ດພາຍຫລັງ​ສົງ​ຄາມ ສະ​ນັ້ນ ຂ້າພະ​ເຈົ້າ​ຖື​ວ່າ: ສິ່ງ​ນີ້​ແມ່ນ​ມີ​ປະ​ໂຫຍ​ດສຳລັບ​ພວກ​ນ້ອງ​ໃນ​ການ​ຮ່ຳຮຽນທີ່​ສຸດ. ຜ່ານ​ບັນດາ​ການ​ເຄື່ອນ​ໄຫວ​ອາສາ​ສະໝັກ, ​ການ​ກຸສົນ, ການ​ອອກ​ແຮງ​ງານ ​ແລະ ​ເຂົ້າ​ຮ່ວມ​ຊີວິດ​ການ​ເປັນ​ຢູ່​ປະຈຳ​ວັນ ຂອງ ຫວຽດນາມ​, ການຢ້ຽມຢາມ​ຄັ້ງ​ນີ້ ຈະ​ຊ່ວຍ​ໃຫ້ພວກ​ນ້ອງ​ຮ່ຳຮຽນ​ເອົາ​ບົດຮຽນ​ໄດ້​ຫລາຍ​ຢ່າງ. ພວກ​ນ້ອງ​ເອງ​ຈະ​ສວມ​ບົດບາດ​ສຳຄັນ​ກວ່າ​ໃນ​ການ​ຊຸກຍູ້​ການ​ພົວພັນ​ລະຫວ່າງ ຫວຽດນາມ ​ແລະ ອາ​ເມ​ລິ​ກາ ​ໃນ​ໄລຍະ​ຈະ​ມາ​ເຖິງ.”

        ບັນດາ​ອາລົມ​ຈິດ​​ທີ່ແມ່ຍິງ ອາ​ເມ​ລິ​ກາ ຜູ້​ນີ້​ສະຫງວນ​ໃຫ້​ແກ່​ຫວຽດນາມ ນັບ​ມື້​ນັບ​ເພີ່ມ​ຂຶ້ນ​ເມື່ອ​ປີ 2003 ທ່ານ​ນາງຕົກລົງ​ຮັບ​ຫລານ​ຊາຍ​ຄົນ​ຫນຶ່ງ​ຢູ່ ສູນ​ສົງ​ເຄາະ ​ສັງຄົມ, ​​ເບິ່ງ​ແຍດູ​ແລ​ເດັກ​ກຳພ້າ, ​ເດັກ​ພິການ ຢູ່ ​ແຂວງ Bac Ninh ​ມາລ້ຽງ. ບໍ່​ພຽງ​ແຕ່​ເທົ່າ​ນັ້ນ, ​ໃນ​ແຕ່ລະ​ປີ ທ່ານ​ນາງ​ລ້ວນ​ແຕ່​ປະຕິບັດ​ບັນດາ​ການ​ເຄື່ອນ​ໄຫວ​ຫນູນ​ຊ່ວຍມະ​ນຸດ​ສະ​ທຳ​ຢູ່​ບັນດາ​ທ້ອງ​ຖິ່ນ​ທີ່ທຸກ​ຍາກ, ຊ່ວຍ​ເຫລືອບັນດາ​​ຄອບຄົວ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຢູ່ ຫວຽດນາມ.

        ຢູ່ ຫວຽດນາມ ອົງການ​ຕົ້ນ​ໄມ້ສັນຕິພາບ ​ແມ່ນ​ອົງການ​ທີ່​ປະຊາຊົນ​ຫວຽດນາມ ຫລາຍ​ຄົນ​ຮູ້ຈັກ​ເຖິງ​. ​ຈາກ​ແນວ​ຄວາມ​ຄິດ​ຂອງ​ຄອບຄົວ​ຫນຶ່ງ​ຢູ່​ອາ​ເມ​ລິ​ກາ ທີ່ມີ​ລູກ​ຊາຍ​ຜູ້​ດຽວ​ຖືກ​ເສຍ​ຊີວິດ​ໃນ​ສົງ​ຄາມ​ຢູ່ ຫວຽດນາມ, ອົງການ​ຕົ້ນ​ໄມ້​ສັນ​ຕິ​ພາບ​ໄດ້​ຮັບ​ການ​ສ້າງ​ຕັ້ງຂຶ້ນ ​ແລະ ​ໃນ 17 ປີຜ່ານມາ, ຄອບຄົວ​ນີ້​ໄດ້​ມີ​ການ​ເຄື່ອນ​ໄຫວ​ຊ່ວຍ​ເຫລືອ​ປະຊາຊົນ ​ແລະ ​ເດັກນ້ອຍ ຫວຽດນາມ​ ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫລັງ​ຈາກ​ສົງຄາມ. ທ່ານ​ນາງ Rae Cheney ອາຍຸ​ເກືອບ 90 ປີ​ແມ່ນຜູ້​ສ້າງ​ຕັ້ງ​ອົງການ​ດັ່ງກ່າວ​​ໄດ້ແບ່ງປັນ​ວ່າ:

        “ຂ້າພະ​ເຈົ້າ​ຢາກ​ໃຫ້​ເຂົາ​ເຈົ້າ​ເຫັນ​ໄດ້​ຄວາມ​ເຈັບ​ປວດ​ຂອງ​ຜູ້​ເປັນ​ແມ່​ຄົນ​ຫນ່ຶງ​ທີ່​ມີ​ລູກ​ເສຍ​ຊີວິດ. ຂ້າພະ​ເຈົ້າ​ຢາກ​​ແບ່ງປັນ ແລະ ເປັນ​ເພື່ອນ​ມິດ​ກັບ​ເຂົາ​ເຈົ້າ​ກໍ​ຄື​ກໍ​ຄື​ຢາກ​​ເຮັດ​ສິ່ງ​ໃດ​ຫນຶ່ງ​ເພື່ອ​ໃຫ້​ຊີວິດ​ນີ້​ຈົບງາມ​ກວ່າ, ຢາກ​ປະກອບສ່ວນ​ກຳລັງ​​ເຫື່ອ​ແຮງ​ຂອງ​ຕົນ​ໃຫ້​ແກ່​ອົງການ​ຕົ້ນ​ໄມ້​ສັນຕິພາບ ຫວຽດນາມ.”

        ​ບັນດາ​ອາລົມ​ຈິດ​ຂອງ​​ແມ່ຍິງ​ອາ​ເມ​ລິ​ກາ​ໄດ້​ປະກອບສ່ວນ​ພວມ​ເພີ່ມ​ພູນ​ຄູນ​ສ້າງ​ການ​ພົວພັນ​ມິດຕະພາບລະ​ຫວ່າງ​ສອງ​ປະ​ເທດ ຫວຽດນາມ ​ແລະ ອາ​ເມ​ລິ​ກາ ນີ້​ແມ່ນ​ສັນຍາ​ລັກ​ທີ່​ຄວນ​ທະວີຄູນ​ຢ່າງ​ກວ້າງຂວາງ​​​ ​ໃນ​ຂະນະທ່ີໂລກຍັງ​ມີ​ຫລາຍ​ແຫ່ງ​ພວມເກິ​ດການ​ໃຊ້​ຄວາມ​ຮຸ​ນ​ແຮງ ​ແລະ ສົງຄາມ.

​ແອ​ງຮ່ວຽນ

ຕອບກັບ

ຂ່າວ/ບົດ​ອື່ນ