ສານ​ສຳ​ຄັນ​ກ່ຽວ​ກັບ​ແນວ​ທາງ​ການ​ຕ່າງ​ປະ​ເທດ​ຂອງ ຫວຽດ​ນາມ

(VOVWORLD) -ແຕ່ວັນທີ 18-24 ກັນຍາປີ 2021,  ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຝຸກ ຈະເດີນທາງໄປຢ້ຽມຢາມ ກຸຍບາ ຢ່າງເປັນທາງການ ແລະ ເຂົ້າຮ່ວມວາລະປຶກສາຫາລືລວມຂັ້ນສູງ ສະມັດຊາໃຫ່ຍ ສປຊ ຊຸດທີ 76. ເປົ້າໝາຍລວມໃນການໄປປະຕິບັດງານຂອງທ່ານປະທານປະເທດ ແມ່ນຜັນຂະຫຍາຍແນວທາງການຕ່າງປະເທດຂອງຫວຽດນາມ ທີ່ວ່າ: “ເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ມິດຕະພາບ, ຮ່ວມມື ແລະ ພັດທະນາ, ຫັນການພົວພັນຕ່າງປະເທດເປັນຫຼາຍຮູບຫຼາຍແບບ, ຫຼາຍຝ່າຍ”
 
ສານ​ສຳ​ຄັນ​ກ່ຽວ​ກັບ​ແນວ​ທາງ​ການ​ຕ່າງ​ປະ​ເທດ​ຂອງ ຫວຽດ​ນາມ - ảnh 1

 ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຝຸກ ຈະເດີນທາງໄປຢ້ຽມຢາມ ກຸຍບາ ຢ່າງເປັນທາງການ ແລະ ເຂົ້າຮ່ວມວາລະປຶກສາຫາລືລວມຂັ້ນສູງ ສະມັດຊາໃຫ່ຍ ສປຊ ຊຸດທີ 76 ແຕ່ວັນທີ 18-24 ກັນຍາປີ 2021 (ພາບ: congthuong.vn)

    ນີ້ແມ່ນຄັ້ງທຳອິດທີ່ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຝຸກ ໄປຢ້ຽມຢາມ ກຸຍບາ, ກໍ່ແມ່ນຄັ້ງທຳອິດທີ່ໄປເຂົ້າຮ່ວມວາລະປຶກສາຫາລືລວມຂັ້ນສູງສະມັດຊາໃຫ່ຍ ສປຊ ໃນຖານະເປັນປະທານປະເທດ. ການເຄື່ອນໄຫວທາງການຕ່າງປະເທດພິເສດຄັ້ງນີ້ ແມ່ນການຢັ້ງຢືນເນື້ອໃນສຳຄັນ ໃນແນວທາງການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງຂອງຫວຽດນາມ ຄືນໃໝ່.

ປັບປຸງການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງຫວຽດນາມ-ກຸຍບາ

ການຢ້ຽມຢາມກຸຍບາ ຂອງທ່ານປະທານປະເທດຫວຽດນາມ ຫງວຽນຊວັນຝຸກ ຕາມຄຳເຊີນຂອງທ່ານເລຂາຜູ້ທີໜື່ງຄະນະບໍລິຫານງານສູນກາງພັກກອມມູນິດກຸຍບາ, ປະທານກຸຍບາ Miguel Díaz-Canel, ໄດ້ດຳເນີນໄປໃນສະພາບການທີ່ສອງປະເທດ ກຽມສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດຄົບຮອບ 61 ປີ (02/12/1960-02/12/2021.

ສານ​ສຳ​ຄັນ​ກ່ຽວ​ກັບ​ແນວ​ທາງ​ການ​ຕ່າງ​ປະ​ເທດ​ຂອງ ຫວຽດ​ນາມ - ảnh 2

 ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ດັ້ງຮ່ວາງຢາງ (ພາບ:ກະຊວງການຕ່າງປະເທດຫວຽດນາມ)

  ໃນກ່ວາ 60 ປີຜ່ານມາ, ເຖິງວ່າສະພາບການຂອງແຕ່ລະປະເທດ ແລະ ໂລກມີການປ່ຽນແປງຢ່າງຫຼວງຫຼາຍກໍ່ຕາມ, ແຕ່ການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງຫວຽດນາມ-ກຸຍບາ ຍັງໄດ້ຮັບການເພີ່ມພູນຄູນສ້າງ, ປັບປຸງ ແລະ ພັດທະນາຢ່າງບໍ່ຢຸດຢັ້ງ.

   ໃນການໂອ້ລົມທາງໂທລະສັບເມື່ອຕອນຄ່ຳວັນທີ 23 ສິງຫາ, ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຝຸກ ແລະ ທ່ານເລຂາຜູ້ທີໜື່ງ, ປະທານກຸຍບາ Miguel Díaz-Canel ອີກຄັ້ງໜຶ່ງໄດ້ຢັ້ງຢືນນ້ຳໃຈສາມັກຄີທີ່ບໍ່ອາດສັ່ນຄອນໄດ້ລະຫວ່າງຫວຽດນາມ-ກຸຍບາ. ສອງປະເທດ ພ້ອມແລ້ວທີ່ຈະສະໜັບສະໜູນ ແລະ ໜູນຊ່ວຍຊື່ງກັນ ແລະ ກັນ ບໍ່ວ່າໃນສະພາບການໃດ.

   ຍ້ອນເຫດນັ້ນ, ການຢ້ຽຢາມ ກຸຍບາ ຢ່າງເປັນທາງການຂອງທ່ານປະທານປະເທດຫວຽດນາມ ຫງວຽນຊວັນຝຸກ ຈຶ່ງມີຄວາມໝາຍພິເສດທີ່ສຸດ. ເມື່ອຕອບສຳພາດຕໍ່ວົງການນັກຂ່າວກ່ອນການໄປຢ້ຽມຢາມ, ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ດັ້ງຮ່ວາງຢາງ ຢືນຢັນວ່າ:

    “ໃນສະພາບພິເສດທີ່ສຸດຄືໃນປະຈຸບັນ, ການຊ່ວຍເຫຼືອປອດໂປ່ງບໍ່ຄິດໄລ່ລະຫວ່າງ 2 ປະເທດຍິ່ງມີຄວາມໝາຍພິເສດ. ນັ້ນແມ່ນຫວຽດນາມ ພວກເຮົາພວມຕ້ອງປະເຊີນໜ້າກັບສະພາບເກີດໂລກລະບາດຄັ້ງທີ 4. ເລື່ອງ ກຸຍບາ ໜູນຊ່ວຍ ວັກຊິນໃຫ້ແກ່ ຫວຽດນາມ ແລະ ໄດ້ຮັບການການຊີ້ນຳໂດຍກົງຈາກການນຳຂັ້ນສູງສຸດຂອງ ກຸຍບາ ສະແດງໃຫ້ເຫັນການສະໜັບສະໜູນຢ່າງແຮງຂອງ ກຸຍບາ ທີ່ມີຕໍ່ຫວຽດນາມ. ພ້ອມກັບການອຸປະຖຳທັນຍາຫານຂອງ ຫວຽດນາມ ໃຫ້ແກ່ ກຸຍບາ ໃນໄລຍະຜ່ານມາ ກໍ່ແມ່ນຄວາມມນະພະຍາຍາມຂອງພັກ, ລັດ ຫວຽດນາມ ທີ່ສະຫງວນໃຫ້ແກ່ປະຊາຊົນ ກຸຍບາ ໃນໄລຍະ, ຈຸດເວລາທີ່ປະສົບກັບຄວາມຫຍຸ້ງຍາກຄືໃນປະຈຸບັນ.”

ປະກອບສ່ວນຄວາມຮັບຜິດຊອບເຂົ້າໃນການເຄື່ອນໄຫວລວມຂອງ ສປຊ ແລະ ປະຊາຄົມສາກົນ

ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຝຸກ ເຂົ້າຮ່ວມວາລະປຶກສາຫາລືລວມຂັ້ນສູງສະມັດຊາໃຫ່ຍ ສປຊ  ກົງກັບໂອກາດສະເຫຼີມສະຫຼອງວັນຫວຽດນາມ ເຂົ້າເປັນສະມາຊິກ ຄົບຮອບ 44 ປີ (20/9/1977-20/9/2021). ໃນ 44 ປີຜ່ານມາ, ຫວຽດນາມ ໄດ້ຕັ້ງໜ້າເຂົ້າຮ່ວມໃນຄວາມມານະພະຍາຍາມລວມຂອງ ສປຊ ໃນການແກ້ໄຂບັນຫາສັນຕິພາບ, ຄວາມໝັ້ນຄົງໃນພາກພື້ນ ແລະ ສາກົນ, ຊຸກຍູ້ສິດທິມະນຸດ; ໄດ້ຮັບການຮັບຮູ້ ແລະ ຕີລາຄາສູງຈາກປະຊາຄົມສາກົນ.

ທີ່ການພົບປະກັບທ່ານປະທານປະເທດຫວຽດນາມ ຫງວຽນຊວັນຝຸກ ເພື່ອເຂົ້າຢ້ຽມອຳລາ ກ່ອນການສິ້ນສຸດອາຍຸການເມື່ອວັນທີ 12 ສິງຫາ, ທ່ານ Kamal Malhotra  ຜູ້ປະສານງານຂອງ ສປຊ ປະຈຳຫວຽດນາມ ໄດ້ຢືນຢັນວ່າ: ຫວຽດນາມ ນັບມື້ນັບມີບົດບາດ, ມີສຽງເວົ້າສຳຄັນຢູ່ ສປຊ, ຍ້ອນການເຂົ້າຮ່ວມ, ປະກອບສ່ວນຢ່າງເປັນເຈົ້າການ, ຕັ້ງໜ້າ ແລະ ມີຄວາມຮັບຜິດຊອບຕໍ່ວຽກງານລວມຂອງປະຊາຄົມສາກົນ ແລະ ສປຊ. ກ່ອນໜ້ານັ້ນ, ໃນການໂອ້ລົມທາງໂທລະສັບກັບທ່ານປະທານປະເທດຫວຽດນາມ ຫງວຽນຊວັນຝຸກ ເມື່ອວັນທີ 19 ມິຖຸນາ, ທ່ານເລຂາທິການໃຫ່ຍ ສປຊ António Guterres ກໍ່ໄດ້ຮັບຮູ້ເປັນພິເສດ ກ່ຽວກັບການປະກອບສ່ວນຢ່າງຕັ້ງໜ້າ ແລະ ມີຄວາມຮັບຜິດຊອບຂອງຫວຽດນາມ ຢູ່ ສປຊ ແລະ ທ່ານເນັ້ນໜັກວ່າ: ຫວຽດນາມ ແມ່ນປັດໄຈສຳຄັນ ປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບໃນພາກພື້ນ.

ດ້ວຍການເຂົ້າຮ່ວມຄັ້ງນີ້ ຂອງທ່ານປະທານປະເທດຫວຽດນາມ ຫງວຽນຊວັນຝຸກ, ການປະກອບສ່ວນຢ່າງຕັ້ງໜ້າ ແລະ ມີຄວາມຮັບຜິດຊອບຂອງຫວຽດນາມ ເຂົ້າໃນການເຄື່ອນໄຫວລວມຂອງປະຊາຄົມສາກົນ ສືບຕໍ່ໄດ້ຮັບການຢັ້ງຢືນ. ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ດັ້ງຮ່ວາງຢາງ ເນັ້ນໜັກວ່າ:

  ເລື່ອງທ່ານປະທານປະເທດ ເຂົ້າຮ່ວມວາລະປຶກສາຫາລືລວມຂັ້ນສູງສະມັດຊາໃຫ່ຍ ສປຊ ຊຸດທີ 76 ຄັ້ງນີ້ ແມ່ນໂອກາດເພື່ອໃຫ້ຫວຽດນາມ ສົ່ງສານກ່ຽວກັບພາບພົດຂອງປະເທດຫວຽດນາມ ທີ່ວ່າ: “ເອກະລາດ, ສ້າງຄວາມເຂັ້ມແຂວງດ້ວຍຕົນເອງ, ມີຄວາມຄາດຫວັງ ແລະ ວິໄສທັດພັດທະນາ, ມີແນວທາງການຕ່າງປະເທດເປີດກ້ວາງ, ຫັນການພົວພັນສາກົນເປັນຫຼາຍຮູບຫຼາຍແບບ, ຫຼາຍຝ່າຍ. ຫວຽດນາມ ໄດ້,  ພວມ ແລະ ສືບຕໍ່ປະກອບສ່ວນຢ່າງມີຄວາມຮັບຜິດຊອບຕໍ່ວຽກງານລວມຂອງປະຊາຄົມສາກົນ, ເພື່ອສັນຕິພາບ ແລະ ການພັດທະນາ”.

  ໄປຄຽງຄູ່ກັບສອງການເຄື່ອນໄຫວຕົ້ນຕໍຄື ຢ້ຽມຢາມ ກຸຍບາຢ່າງເປັນທາງການ ແລະ ເຂົ້າຮ່ວມວາລະປຶກສາຫາລືລວມຂັ້ນສູງສະມັດຊາໃຫ່ຍ ສປຊ ແລ້ວ, ການໄປປະຕິບັດງານຂອງທ່ານປະທານປະເທດຫວຽດນາມ ຫງວຽນຊວັນຝຸກ ຄັ້ງນີ້ ຍັງມີການເຄື່ອນໄຫວສອງຝ່າຍສຳຄັນອື່ນອີກ. ນີ້ແມ່ນໂອກາດເພື່ອໃຫ້ຫວຽດນາມ ສືບຕໍ່ຊຸກຍູ້ການພົວພັນຮ່ວມມືກັບປະເທດຕ່າງໆໃຫ້ຫຼາຍກ່ວາອີກ, ໂດຍສະເພາະແມ່ນບັນດາປະເທດໃຫ່ຍ, ຄູ່ຮ່ວມມືສຳຄັນ ແລະ ເພື່ອນມິດທີ່ເປັນມູນເຊື້ອ ໃຫ້ເຂົ້າສູ່ລວງເລິກ, ບັນລຸປະສິດທິຜົນ./.

ຕອບກັບ

ຂ່າວ/ບົດ​ອື່ນ