(VOVWORLD) -ຕາມວົງການນັກໄຈ້ແຍກແລ້ວ, ການຜັນແປທີ່ບໍ່ສາມາດຄາດຄະເນໄດ້ ຂອງໂລກລະບາດໂຄວິດ-19 ພ້ອມກັບສະພາບການພົວພັນສາກົນທີ່ສັບສົນ ໄດ້ເຮັດໃຫ້ບັນດາມາດຕະການຮັບມືຝ່າຍດຽວຂອງປະເທດຕ່າງໆ ພຽງແຕ່ເສີມຂະຫຍາຍປະສິດທິຜົນທີ່ຈຳກັດເທົ່ານັ້ນ. ຍິ່ງກ່ວາເວລາໃດໝົດ, ປະຈຸບັນ, ໂລກຕ້ອງມີຄວາມສາມັກຄີ ແລະ ຮ່ວມມືກັນຢ່າງແທ້ຈິງເພື່ອຜ່ານຜ່າຄວາມຫຍຸ້ງຍາກ.
ຕາມຄຳກ່າວເຕືອນຂອງທະນາຄານໂລກ (WB) ແລ້ວ, ກອງທຶນເງິນຕາສາກົນ (IMF) ພ້ອມກັບບັນດາອົງການການເງິນສາກົນອື່ນໆ, ໂລກພວມຕ້ອງປະເຊີນໜ້າກັບວິກິດການເສດຖະກິດ ແລະ ການເງິນທີ່ຮ້າຍແຮງ, ຊ້ຳບໍ່ໜຳແມ່ນຊົ່ວຮ້າຍກ່ວາວິກິດການການເງິນທົ່ວໂລກ 2008-2009. ພ້ອມກັນນັ້ນ, ຄວາມສ່ຽງທີ່ຈະເກີດວິກິດການທັນຍາຫານທົ່ວໂລກ ກໍ່ໄດ້ກ່າວເຕືອນຢ່າງລຽນຕິດ. ວັນທີ 20 ເມສາ ທີ່ຜ່ານມາ, ກອງທຶນພັດທະນາກະສິກຳສາກົນຂອງ (IFAD) ສປຊ ໄດ້ ຮຽກຮ້ອງໃຫ້ປະຊາຄົມໂລກ ຈົ່ງມີການກະທຳເພື່ອຫລີກລ້ຽງວິກິດການທັນຍາຫານທີ່ຈະເກີດຂຶ້ນຍ້ອນຜົນກະທົບຈາກໂລກລະບາດໂຄວິດ-19 .
ໃນຂະນະນັ້ນ, ສິ່ງທີ່ໜ້າວິຕົກກັງວົນກ່ວາ ນັ້ນແມ່ນໂລກລະບາດຍັງຄົງມີການຜັນແປທີ່ສັບສົນທີ່ສຸດ ແລະ ໂລກຕ້ອງມີການຮ່ວມມື, ສາມັກຄີກັນເພື່ອຜ່ານຜ່າຄວາມຫຍຸ້ງຍາກ.
ການກະທຳແຕ່ ຝ່າຍດຽວບໍ່ແມ່ນມາດຕະການແກ້ໄຂຄວາມຫຍຸ້ງຍາກ ໃນໄລຍະເລີ່ມເກີດວິກິດການ, ບັນດາຜູ້ຊ່ຽວຊານ ແລະ ນັກຄົ້ນຄ້ວາສາກົນ ໄດ້ກ່າວເຕືອນຫຼາຍເທື່ອວ່າ ການກະທຳພຽງລຳພັງຝ່າຍດຽວຂອງປະເທດຕ່າງໆ ພຽງແຕ່ ເຮັດໃຫ້ການແຜ່ລະບາດຖືກຊ້າລົງເທົ່ານັ້ນ ຫາກບໍ່ສາມາດສະກັດກັ້ນ ແລະ ຍູ້ໂລກລະບາດໃຫ້ຖອຍໄປໄດ້.
ທ່ານນາຍົກລັດຖະມົຮຕີຫງວຽນຊວັນຟຸກ ເປັນປະທານກອງປະຊຸມຂັ້ນສູງພິເສດຂອງອາຊຽນທາງອອນລາຍ
(ພາບ: Thống Nhất – TTXVN)
|
ຕົວຈິງເກີດຂຶ້ນໃນໄລຍະທີ່ຜ່ານມາ ໄດ້ພິສູດໃຫ້ເຫັນລັກສະນະຖືກຕ້ອງຂອງບັນດາຄຳກ່າວເຕືອນດັ່ງກ່າວ. ໂລກລະບາດນັບມື້ນັບແຜ່ ລະບາດອອກຢ່າງກ້ວາງຂວາງ ແລະ ໄດ້ເຮັດໃຫ້ນັບພັນຄົນເສຍຊີວິດໃນແຕ່ລະມື້ ໃນຂະນະທີ່ໃນໂລກ ຍັງມີການແບ່ງແຍກ ແລະ ຍັງບໍ່ທັນລົງລອຍກັນ ກ່ຽວກັບບັນດາບັນຫາກ່ຽວຂ້ອງເຖິງໂລກລະບາດ. ການຮັບມືກັບວິກິດການທົ່ວໂລກ ໄດ້ດຳເນີນຕາມວິທີ “ເຮັດໃຜເຮັດມັນ”, ບໍ່ທັນມີການປະສານສົມທົບ ແລະ ຮ່ວມມືສາກົນຢ່າງຕັ້ງໜ້າ ແລະ ມີປະສິດທິຜົນ. ສິ່ງທີ່ພິສູດໃຫ້ເຫັນຢ່າງຈະແຈ້ງທີ່ສຸດກ່ຽວກັບການຂາດການຮ່ວມມື ແລະ ສາມັກຄີກັນໃນທົ່ວໂລກ ນັ້ນແມ່ນ ເຖິງວ່າໂລກລະບາດໄດ້ເກີດຂຶ້ນໃນເກືອບເຄິ່ງປີແລ້ວກໍ່ຕາມ ແຕ່ມາຮອດປະຈຸບັນກໍ່ຍັງບໍ່ທັນມີການຈັດກອງປະຊຸມສຳມະນາ, ກອງປະຊຸມວິທະຍາສາດວິຊາສະເພາະທີ່ມີຂອບຂະໜາດທົ່ວໂລກຈັກຄັ້ງເທື່ອ ເພື່ອຊອກຫາມາດຕະການຮັບມືກັບໂລກລະບາດ.
ບົດຮຽນປະຫວັດສາດກ່ຽວກັບການຮ່ວມມືເພື່ອຮັບມືກັບໂລກພະຍາດ ມານຈູ ກ່ອນນີ້ 1 ສັດສະວັດ.
ໃນສະພາບການນີ້, ວົງການນັກວິທະຍາສາດ ແລະ ນັກຄົ້ນຄ້ວາ ພວມເຕື້ອງເຖິງບົດຮຽນປະຫວັດສາດຂອງກ່ວາ 100 ປີກ່ອນນີ້ ໃນ ຂະນະທີ່ໂລກໄດ້ຮ່ວມມືກັນເພື່ອຮັບມືກັບໂລກລະບາດມານຈູ ທີ່ໄດ້ແຜ່ລະບາດໄປ ທົ່ວປະເທດຈີນ ແລະ ມີໄພນາບຂູ່ກາຍເປັນໂລກລະບາດທົ່ວໂລກ ຊື່ງຄາດວ່າ ເຮັດໃຫ້ 63.000 ເສຍຊີວິດນັບແຕ່ລະດູໃບໄມ້ຫຼົ່ນ ປີ 1910 ຈົນກວ່າວ່າໂລກລະບາດ ໄດ້ຮັບການຄວບຄຸມເມື່ອຕົ້ນປີ 1911. ແຕ່ສິ່ງທີ່ໜ້າເວົ້າເຖິງນັ້ນແມ່ນນັບຕັ້ງແຕ່ຕົ້ນປີ 1911, ຈີນ ກໍ່ໄດ້ຊອກຫາວິທີຈັດກອງປະຊຸມສາກົນເພື່ອຊອກຫາມາດຕະການຮັບມື ແລະ ບັນດາປະເທດຄື: ອາເມລິກາ, ຍີ່ປຸ່ນ, ລັດເຊຍ, ອັງກິດ, ຝະລັ່ງ, ອີຕາລີ…. ໄດ້ສົ່ງຜູ້ຊ່ຽວຊານຂອງບັນດາສະຖາບັນທີ່ມີຊື່ສຽງເຂົ້າຮ່ວມກອງປະຊຸມ. ຕາມການຕີລາຄາແລ້ວ, ກອງປະຊຸມໄດ້ປະກອບສ່ວນສຳຄັນເຂົ້າໃນການສະກັດກັ້ນໂລກລະບາດມານຈູ ບໍ່ໃຫ້ແຜ່ລາມກາຍເປັນໂລກລະບາດໃນທົ່ວໂລກ, ເຊິ່ງໄດ້ກາຍເປັນບົດຮຽນທີ່ຍິ່ງໃຫ່ຍໃຫ້ແກ່ມວນມະນຸດກ່ຽວກັບການຮ່ວມມື ແລະ ສາມັກຄີກັນສະກັດກັ້ນ, ຮັບມືກັບວິກິດການ.
ນັກຊ່ຽວຊານ ແລະ ນັກວິທະຍາສາດຫຼາຍທ່ານເຊື່ອໝັ້ນວ່າ ການຈັດຕັ້ງກອງປະຊຸມສາກົນປອດການເມືອງຄືຢູ່ ເຊນຢາງ ເມື່ອປີ 1911 ນັ້ນອາດຈະຊ່ວຍໃຫ້ໂລກສາມາດສະກັດກັ້ນໂລກລະບາດໂຄວິດ-19 ໄດ້ສຳເລັດ ໂດຍໄວ. ແຕ່ໜ້າເສຍດາຍແມ່ນ ໂລກປະຈຸບັນພວມຕ້ອງປະເຊີນໜ້າກັບການແບ່ງແຍກຢ່າງໜັກໜ່ວງກ່ວາ. ອົງການອະນາໄມໂລກ (WHO) ຖືກຕຳໜິຕິຕຽນ, ສະພາບການຈຳແນກເຊື້ອຊາດຜິວພັນຍິ່ງເລິກເຊິ່ງກ່ວາ, ບັນດາປະເທດໃຫ່ຍໄດ້ໂຕ້ຕອບຊື່ງກັນ ແລະ ກັນ ແລະ ແກ່ງແຍ້ງແຫຼ່ງກຳລັງ, ຄວບຄຸມສະພາບການ ໃນຂະນະທີ່ບັນດາປະເທດທຸກຍາກ ຕ້ອງຜ່ານຜ່າຄວາມຫຍຸ້ງຍາກຊອກຫາວິທີປົກປ້ອງດ້ວຍຕົນເອງ.
ແຕ່ເຖິງຢ່າງໃດກໍຕາມ, ໂລກຍັງມີ ຄວາມຫວັງ ແລະ ເຊື່ອໝັ້ນຕໍ່ການຮ່ວມມື, ສາມັກຄີສາກົນເພື່ອຮັບມືກັບວິກິດການ, ໂດຍເລີ່ມຈາກບັນດາຂໍ້ລິເລີ່ມ, ຂໍ້ສະເໜີ ແລະ ການກະທຳທີ່ເຕັມໄປດ້ວຍຄວາມຮັບຜິດຊອບຂອງຫຼາຍປະເທດ. ຕົວຢ່າງຄື: ຫວ່າງແລ້ວນີ້, ອາຊຽນ ໄດ້ຈັດຕັ້ງກອງປະຊຸມພິເສດອາຊຽນ ແລະ ອາຊຽນ+3 (ກັບຈີນ, ສ.ເກົາຫຼີ ແລະ ຍີ່ປຸ່ນ) ທາງອອນລາຍ ເພື່ອປຶກສາຫາລືມາດຕະການຮັບມືກັບໂລກລະບາດໂຄວິດ-19. ການແຜ່ລາມອອກສູ່ວົງກ້ວາງຂອງບັນດາເຫດການໂດຍຫວຽດນາມ ເປັນປະທານນີ້ ໄດ້ຮັບການຮັບຮູ້ຈາກສາກົນ, ອາດຈະກາຍເປັນແຫຼ່ງລະດົມກຳລັງໃຈອັນຕັ້ງໜ້າເພື່ອໃຫ້ໂລກຊຸກຍູ້ການຮ່ວມມື, ສາມັກຄີພ້ອມກັນຜ່ານຜ່າວິກິດການ.