ສາ​ມັກ​ຄີ​ກັນ​ຮ່ວມ​ແຮງ​ຮ່​ວ​ມ​ໃຈ​ເພື່ອ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19

(VOVWORLD) -   ວັນທີ 29 ກໍລະກົດ, ທ່ານ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝຸຈ້ອງ ຫາກໍອອກຄຳຮຽກຮ້ອງພໍ່ແມ່ປະຊາຊົນ, ສະຫາຍ, ນັກຮົບທົ່ວປະເທດ ແລະ ພໍ່ແມ່ພີ່ນ້ອງຊົນຫວຽດນາມ ອາໄສຢູ່ຕ່າງປະເທດກ່ຽວກັບວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19. ໃນບັ້ນຕໍ່ສູ້ຕ້ານໂລກລະບາດໂຄວິດ - 19, ດ້ວຍຈິດໃຈ “ຕ້ານໂລກລະບາດໂຄວິດ - 19 ຄືຕ້ານສັດຕູ”, ຄຳຮຽກຮ້ອງຂອງທ່ານເລຂາທິການໃຫຍ່ ໄດ້ຮຽກຮ້ອງທົ່ວພັກ, ທົ່ວປວງຊົນ ເສີມຂະຫຍາຍມູນເຊື້ອຮັກແພງ, ອຸ້ນຊູຊ່ວຍເຫຼືອເຊິ່ງກັນແລະກັນ, ສາມັກຄີແຫ່ງຊາດ, ອັນໄດ້ສ້າງເປັນກຳລັງແຮງ ແລະ ຄວາມເຊື່ອໝັ້ນ ເພື່ອໃຫ້ ຫວຽດນາມ ຜ່ານຜ່າໂລກລະບາດໂຄວິດ - 19 ຢ່າງໝັ້ນຄົງ.
ສາ​ມັກ​ຄີ​ກັນ​ຮ່ວມ​ແຮງ​ຮ່​ວ​ມ​ໃຈ​ເພື່ອ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 - ảnh 1ພາບປະກອບ: Nhandan.vn

ການຜັນແປຢ່າງສັບສົນຂອງ ໂລກລະບາດໂຄວິດ - 19 ໄດ້ ແລະ ພວມກໍ່ຜົນກະທົບຕໍ່ຊີວິດການເປັນຢູ່ຂອງ ປະຊາຊົນ ກໍ່ຄື ການພັດທະນາເສດຖະກິດ - ສັງຄົມຂອງ ປະເທດຊາດຢ່າງເລິກເຊິ່ງກວ້າງຂວາງ, ຮຽກຮອ້ງໃຫ້ທົ່ວລະບົບການເມືອງ ແລະ ປະຊາຊົນສຸມທຸກແຫຼ່ງກຳລັງ, ຮ່ວມແຮງຮ່ວມໃຈຍຸ້ໂລກລະບາດໂຄວິດ - 19 ໃຫ້ຖອຍໄປ. ທ່ານເລຂາທິການໃຫຍ່ມີຄຳຮຽກຮ້ອງວ່າ: ດ້ວຍຈິດໃຈ “ຕ້ານໂລກລະບາດໂຄວິດ - 19 ຄືຕ້ານສັດຕູ”, ການຮັກສາສຸຂະພາບ, ຊີວິດອິນຊີຂອງປະຊາຊົນແມ່ນເໜືອກ່ວາສິ່ງໃດໝົດ, ກ່ອນອື່ນໝົດ, ໂດຍຕາງໜ້າການນຳພັກ ແລະ ລັດ, ຂ້າພະເຈົ້າຮຽກຮ້ອງໃຫ້ທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບ ແລະ ພໍ່ແມ່ປະຊາຊົນເຮົາຢູ່ຕ່າງປະເທດ: ພວກເຮົາໄດ້ພະຍາຍາມແລ້ວກໍ່ຍິ່ງພະຍາຍາມກ່ວາອີກ, ໄດ້ສາມັກຄີກັນ ແລ້ວກໍ່ຍິ່ງສາມັກຄີກັນກ່ວາອີກ, ໄດ້ຕັດສິນໃຈຢ່າງສູງ ແລ້ວກໍ່ຍິ່ງຕັດສິນໃຈຢ່າງສູງກ່ວາອີກ, ປະຊາຊົນໝົດທຸກຄົນ ສາມັກຄີກັນເປັນຈິດໜຶ່ງໃຈດຽ, ຮ່ວມແຮງຮ່ວມໃຈກັບພັກ, ລັດຖະບານ, ທຸກຂັ້ນ, ທຸກຂະແໜງການ, ຊອກຫາທຸກວິທີການແກ້ໄຂ, ສະກັດກັ້ນ, ຍູ້ໂລກລະບາດໂຄວິດ - 19 ໃຫ້ຖອຍໄປ, ບໍ່ປະໃຫ້ໂລກລະບາດແຜ່ລະບາດໃນວົງກ້ວາງ, ລະເບີດໃນຊຸມຊົນ.

        ບໍ່ພຽງແຕ່ແມ່ນແຫຼ່ງລະດົມກຳລັງໃຈອັນໃຫຍ່ຫຼວງກັບປະຊາຊົນເທົ່ານັ້ນ, ຄຳຮຽກຮ້ອງຂອງ ທ່ານເລຂາທິການໃຫຍ່ ຍັງສະແດງໃຫ້ເຫັນຢ່າງຈະແຈ້ງຄຳໝັ້ນສັນຍາ, ຄວາມຕັດສິນໃຈຢ່າງສູງກ່ວາ ໃນການຍູ້ໂລກລະບາດໂຄວິດ - 19 ໃຫ້ຖອຍໄປຂອງຜູ້ນຳລະບົບການເມືອງ. ຄຳຮຽກຮ້ອງໄດ້ກຳນົດຢ່າງຈະແຈ້ງວ່າ “ຕ້ານໂລກລະບາດໂຄວິດ - 19 ຄືຕ້ານສັດຕູ” ເຊິ່ງສະແດງໃຫ້ເຫັນການຮ່ວມແຮງຮ່ວມໃຈ, ຄວາມເປັນເອກະພາບຂອງທົ່ວລະບົບ, ການປ້ອງກັນ, ສະກັດກັ້ນຢ່າງຂ້ຽວຂາດເພື່ອຍູ້ໂລກລະບາດໂຄວິດ - 19 ໃຫ້ຖອຍໄປ, ເອົາຊະນະຕໍ່ໂລກລະບາດໂຄວິດ - 19. ເຄົາລົບ ແລະ ຕີລາຄາສູງຄຳຮຽກຮ້ອງຂອງ ທ່ານເລຂາທິການໃຫຍ່ ໃນການລະດົມແຫຼ່ງກຳລັງ ຂອງປະຊາຊົທຸກຊັ້ນວັນນະ, ຂອງທົ່ວລະບົບການເມືອງ ເພື່ອເປົ້າໝາຍອັນໜຶ່ງດຽວແມ່ນຍູ້ໂລກລະບາດໂຄວິດ - 19 ໃຫ້ຖອຍໄປ, ທ່ານ ເລແທັງເວິນ ອະດີດສະມາຊິກສະພາແຫ່ງຊາດຖືວ່າ:

ໃນຄັ້ງນີ້, ທ່ານເລຂາທິການໃຫຍ່ໄດ້ອອກຄຳຮຽກຮ້ອງຢູ່ໃນລະດັບສູງກ່ວາ “ການຕ້ານໂລກລະບາດໂຄວິດ - 19 ຄືຕ້ານສັດຕູ”, ເຊິ່ງສະແດງໃຫ້ເຫັນເຈດຈຳນົງຕັດສິນໃຈຢ່າງສູງຂອງ ຜູ້ນຳ ລະບົບການເມືອງ, ພ້ອມກັບທົ່ວພັກ, ທົ່ວປວງຊົນ ຈະຮັບມືດ້ວຍຄວາມຕັດສິນໃຈຢ່າງສູງ, ດ້ວຍຈດຈຳນົງອັນໃຫຍ່ຫຼວງເພື່ອເອົາຊະນະຕໍ່ໂລກລະບາດ. ແລະ ສົ່ງເສີມປະຊາຊົນທຸກຊັ້ນວັນນະ, ແບ່ງປັນຄວາມຫຍຸ້ງຍາກ ເພື່ອພ້ອມກັນຜ່ານຜ່າສິ່ງທ້າທາຍນີ້. ຄຳຮຽກຮ້ອງຂອງ ທ່ານເລຂາທິການໃຫຍ່ ຄືດັ່ງຄຳຮຽກຮ້ອງມີລັກສະນະເຊື້ອຊາດຂອງຊາວຫວຽດນາມໝົດທຸກຄົນ, ບໍ່ພຽງແຕ່ພາຍໃຈປະເທດເທົ່ານັ້ນ ຫາກຍັງນັບທັງຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ເພື່ອເນັ້ນໜັກເຖິງນ້ຳໃຈຊົນຊາດຂອງ ຊາວ ຫວຽດນາມ ອີກດ້ວຍ

ໂດຍຕອບສະໜອງຄຳຮຽກຮ້ອງຂອງທ່ານເລຂາທິການໃຫຍ່, ຊຸມວັນຜ່ານມາ, ມີຫຼາຍອົງການ, ຫົວໜ່ວຍ, ອົງການຈັດຕັ້ງ, ວິສາຫະກິດ, ສ່ວນບຸກຄົນທັງຢູ່ພາຍໃນປະເທດ ແລະ ຕ່າງປະເທດ, ພໍ່ແມ່ປະຊາຊົນຊາວຫວຽດນາມ ຢູ່ຕ່າງປະເທດ ໄດ້ເສີມຂະຫຍາຍມູນເຊື້ອສາມັກຄີ, ຮັກແພງຊ່ວຍເຫຼືອເຊິ່ງກັນແລະກັນ “ເຮົາເພື່ອທຸກຄົນ, ທຸກຄົນເພື່ອເຮົາ”, ຮັກແພງມະນຸດຄືດັ່ງຮັກແພງຕົນເອງ”, ເຂົ້າຮ່ວມພາລະກິດປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ໃນທົ່ວປະເທດ ຫວຽດນາມ ຢ່າງຕັ້ງໜ້າດ້ວຍທຸກວິທີ. ທ່ານນາງ ດິ່ງຕວຽດຍຸງ, ປະທານສະຫະພັນສະຫະກອນກະສິກຳການຢາ ແຂວງ ບັກກ້ານ ໃຫ້ຮູ້ວ່າ:

ຄຳຮຽກຮ້ອງທົ່ວປະເທດ, ທົ່ວປວງຊົນ ຕ້ານໂລກລະບາດໂຄວິດ - 19 ຂອງທ່ານເລຂາທິການໃຫຍ່ ແມ່ນມີຄວາມໝາຍທີ່ສຸດ. ສະຫະກອນພວກຂ້າພະເຈົ້າໄດ້ ແລະ ພວມຮ່ວມແຮງຮ່ວມໃຈສະໜັບສະໜູນພໍ່ແມ່ປະຊາຊົນທາງພາກໃຕ້, ພໍ່ແມ່ປະຊາຊົນຢູ່ຫັ້ນ ພວມມີຄວາມຕ້ອງການກ່ຽວກັບເຄື່ອງຂອງທີ່ຈຳເປັນ. ດັ່ງນັ້ນ, ພວກຂ້າພະເຈົ້າໄດ້ສະໜັບສະໜູນກ່ຽວກັບວັດຖຸ ແລະ ຈິດໃຈ, ມີບັນດານະໂຍບາຍຂາຍບັນດາຜະລິດຕະພັນກະເສດ ດ້ວຍລາຄາບຸລິມະສິດສຳລັບ ພໍ່ແມ່ປະຊາຊົນຢູ່ເຂດ ເກີດໂລກລະບາດໂຄວິດ - 19.

ຄວາມຮັກແພງຊ່ວຍເຫຼືອກັນ, ຄວາມສາມັກຄີ, ການແບ່ງປັນຂອງປະຊາຊົນທົ່ວປະເທດ ຕໍ່ພໍ່ແມ່ປະຊາຊົນຢູ່ເຂດເກີດໂລກລະບາດໂຄວິດ - 19, ຜູ້ບໍລິຈານປະກອບເງິນ, ເຄື່ອງຂອງທີ່ຈຳເປັນ, ຜູ້ປະກອບເຫື່ອແຮງ, ຜູ້ສະໜອງຂອງກິນໂດຍບໍ່ເສຍຄ່າ, ຄວາມສາໝັກໃຈຂອງຖັນແຖວແພດໝໍທີ່ໄດ້ອອກພັກບຳນານແລ້ວ, ຂອງນັກສຶກສາບັນດາໂຮງຮຽນການແພດ, ບັນດາໂຮງຮຽນຕຳຫຼວດປະຊາຊົນ, ກອງທັບປະຊາຊົນສະໝັ້ກໃຈອອກແນວໜ້າເພື່ອປ້ອງກັນຕ້ານໂລກລະບາດໂຄວິດ - 19...ແມ່ນການຕອບສະໜອງອັນຊີວິດຊີວາ ແລະ ແທ້ຈິງທີ່ສຸດສຳລັບຄຳຮຽກຮ້ອງຂອງຜູ້ນຳສູງສຸດຂອງພັກກອມມູນິດ ຫວຽດນາມ.

ກ່ອນໜ້ານັ້ນ, ເມື່ອໂລກລະບາດໂຄວິດ - 19 ແຜ່ລະບາດຢູ່ ຫວຽດນາມ ຮອບທີໜຶ່ງ, ໃນເດືອນ ມີນາ 2020, ໂດຍຕອບສະໜອງຄຳຮຽກຮ້ອງຄັ້ງທີໜຶ່ງຂອງ ທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ, ທົ່ວປວງຊົນ, ທົ່ວກອງທັບ ແລະ ພໍ່ແມ່ປະຊາຊົນ ຫວຽດນາມ ອາໄສຢູ່ຕ່າງປະເທດ ໄດ້ສາມັກຄີກັນ, ເປັນຈິດໜຶ່ງໃຈດຽວ, ເຫັນດີເປັນເອກະພາບເຈດຈຳນົງ ແລະ ການກະທຳ ເພື່ອພາຍຫຼັງ 3 ເດືອນ, ບັນດາສະຖານທີ່ເກີດໂລກລະບາດ ແລະ ບັນດາແຂວງ, ນະຄອນຕ່າງໆ ດັບມອບ ແລະ ຄວບຄຸມໂລກລະບາດໂຄວິດ - 19 ໄດ້. ປະເທດຊາດ ມີຄວາມສະຫງົບເປັນເວລາຫຼາຍເດືອນ ເພື່ອປະຕິບັດເປົ້າໝາຍຄວບຄູ່ທັງປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ທັງພັດທະນາເສດຖະກິດ. ດ້ວຍຄຳຮຽກຮ້ອງໃນລະດັບສູງກ່ວາໃນຄັ້ງທີ 2 ນີ້, ພ້ອມກັບບັນດາມາດຕະການຂ້ຽວຂາດຄົບຊຸດຂອງລັດຖະບານ, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ເຮັດວຽກຢ່າງລືມເນື້ອລືມຕົວຂອງກຳລັງແນວໜ້າຈະສືບຕໍ່ແມ່ນແຫຼ່ງກຳລັງໜູນ, ແມ່ນຄວາມຕັດສິນໃຈ, ຄຳໝັ້ນສັນຍາອັນໃຫຍ່ຫຼວງຂອງ ທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບ ຮ່ວມແຮ່ງຮ່ວມໃຈຍູ້ໂລກລະບາດໂຄວິດ - 19 ໃຫ້ຖອຍໄປ, ປະກອບສ່ວນຢ່າງເໝາະສົມເຂົ້າໃນຄວາມມານະພະຍາຍາມ ຂອງມວນມະນຸດ ເພື່ອໂລກແຫ່ງຄວາມປອດໄພ, ສົດໄສ, ສັນຕິພາບ, ມິດຕະພາບ, ການຮ່ວມມື ແລະ ວັດທະນາຖາວອນ.

ຕອບກັບ

ຂ່າວ/ບົດ​ອື່ນ