ສາມັກຄີເພື່ອເສີມຂະຫຍາຍກຳລັງແຮງທົ່ວປວງຊົນທັງຊາດໃນໄລຍະເຊື່ອມໂຍງເຂົ້າກັບສາກົນ

(vovworld)-ວັນ​ບຸນ​ມະຫາ​ສາມັກຄີ ​ໄດ້​ ​ແລະ ພວມ​ຖືກ​ຈັດ​ຕັ້ງ​ຂຶ້ນ​ຢູ່​ຫລາຍ​ແຫ່ງ​ໃນ​ທົ່ວ​ປະ​ເທດ ​ເນື່ອງ​ໃນ​ໂອກາດ​ສະ​ເຫລີ​ມສະຫລອງ 83 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ແນວ​ໂຮມ​ເອກະ​ພາບ​​ແຫ່ງ​ຊາດ (18/11/1930-18/11/2013). ເລື່ອງ​ຈັດ​ຕັ້ງ​ວັນ​ບຸນ​ມະຫາ​ສາມັກຄີ​ແມ່ນ​ວຽກ​ງານ​ທີ​່​ແທດ​ຈິງ ​ເພື່ອ​ທະ​ວີຄູນ​ນຳ້​ໃຈ​ສາມັກຄີ, ປັດ​ໄຈ​ເຊ່ືອມ​ຕໍ່, ສ້າ​ງກຳລັງ​ແຮງ​ທົ່ວ​ປວງ​ຊົນທັງ​ຊາດ​ໃນ​ພາລະກິດ​ສ້າງສາ ​ແລະ ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ. ​ ​ໃນ​ຊຸມ​ມື້​ຜ່ານ​ມາ, ວັນ​ບຸນ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ ດຳ​ເນີນ​ໄປ​ຢູ່ ​ແຂວງ, ນອນຕ່າງໆ​ຄື: ຮື​ງອຽນ,  ຮ່າ​ໂນ້ຍ, ທາຍ​ບີ່​ງ, ນະຄອນ ​ໂຮ່ຈິມີນ ​ແລະ ທ້ອງ​ຖິ່ນ​ອ່ືນ​ໃນ​ທົ່ວ​ປະ​ເທດ. ​ໃນ​ມື້​ດຳ​ເນີນ​ວັນ​ບຸນ, ປະຊາຊົນ​ໃນ​ທົ່ວ​ປະ​ເທດ ​ໄດ້​ຈັດ​ຕັ້ງ​ລາຍການ​ສະ​ແດງ​ສິລະ​ປະ​ມະຫາຊົນ, ສະຫລຸບ​ບັນດາ​ຂະ​ບວນການ​ແຂ່ງຂັນ​ຮັກ​ຊາດ, ​ແລກປ່ຽນ​ບົດຮຽນ​ເສີມ​ຂະຫຍາຍ​ປະຊາທິປະ​ໄຕ​ຢູ່​ຂັ້ນ​ຮາກ​ຖານ, ຍ້ອງຍໍ​ແບບຢ່າງ​ດີ​ເດັ່ນ​ໃນ​ຂະ​ບວນການ“ທົ່ວ​ປວງ​ຊົນ​ສາມັກຄີ​ສ້າງ​ຊີວິດ​ທາງ​ດ້ານ​ວັດທະນະທຳ, ດ້ານ​ຈິດ​ໃຈ​ຢູ່​ເຂດ​ຊຸມ​ຊົນ”. ບໍ່​ພຽງ​ແຕ່​ມີ​ປະຊາຊົນ​ຢູ່​ບໍລິ​ເວນ​ເຂົ້າ​ຮ່ວມ ເທົ່າ​ນັ້ນ ​ ​ຫາກບັນດາ​ສະມາຊິກ​ແນວ​ໂຮມ​ປະ​ເທດ​ຊາດ​ທຸກ​ຂັ້ນ, ບັນດາ​ການ​ນຳ​ພັກ, ລັດ, ສະພາ​ແຫ່ງ​ຊາດ ​ແລະ ລັດຖະບານ ກໍ​ເຂົ້າ​ຮ່ວມ​ວັນ​ບຸນ​ພ້ອມ​ກັບ​ປະຊາຊົນອີກ​ດ້ວຍ​.

ສາມັກຄີເພື່ອເສີມຂະຫຍາຍກຳລັງແຮງທົ່ວປວງຊົນທັງຊາດໃນໄລຍະເຊື່ອມໂຍງເຂົ້າກັບສາກົນ - ảnh 1
ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊີງ​ຮຸ່ງເຂົ້າ​ຮ່ວມ​ວັນ​ບຸນ ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ

        ມະຫາ​ສາມັກຄີ​ແມ່ນ​ມູນ​ເຊື້ອອັນ​ລຳ້​ຄ່າ​ຂອງ​ຊາດ

        ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ​ແມ່ນ​ປັດ​ໄຈຫລັກ​ແຫ​ລ່ງ​ແກ່ນສານ​ເພື່ອ​ເຕົ້າ​ໂຮມ​ກຳລັງ​ແຮງ​ຂອງ​ປະຊາຊົນ​ທຸກ​ຊັ້ນ​ວັນນະ, ສ້າງ​ກຳລັງ​ແຮງ​ທົ່ວ​ປວງ​ຊົນ​ທັງ​ຊາດ ​ແລະ ນຳ​ປະ​ເທດ​ຫວຽດນາມ​ຍາດ​ໄດ້​ໄຊຊະນະ​ນີ້​​ໄປສູ່​ໄຊຊະນະ​ນອື່ນ. ນັ້ນ​ແມ່ນ​ຄຳ​ຢືນຢັນ​ຂອງ​ທ່ານປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ຊີງຮຸ່ງ ​ເມື່ອ​ເຂົ້າ​ຮ່ວມ​ວັນ​ບຸນ ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ ກັບ​ປະຊາຊົນ​ນະຄອນ​ຮ່​າ​ໂນ້ຍ. ​ເມື່ອ​ເຂົ້າ​ຮ່ວມ​ວັນ​ບຸນ​ດັ່ງກ່າວ​ຢູ່ແຂວງ ທາຍ​ບີ່​ງ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊີງ​ຮຸ່ງ ສືບ​ຕໍ່​ຢືນຢັນວ່າ: ນຳ້​ໃຈ​ສາມັກຄີຈະ​ສ້າງ​ກຳລັງ​ແຮງ​ທົ່ວ​ປວງ​ຊົນ​ທັງ​ຊາດ.

        “ມະຫາ​ສາມັກຄີ​ບໍ່​ພຽງ​ແຕ່​ສະ​ເພາະ​ໃນ​ຄອບຄົວ​ຫນຶ່ງ, ບ້ານ​ຫນຶ່ງ ຫາກ​ໃນ​ທົ່ວ​ປະ​ເທດ, ທົ່ວ​ປວງ​ຊົນ​ທັງ​ຊາດ. ພວກ​ເຮົາ​ພາກພູມ​ໃຈ​ສູ້​ຊົນ​ເພື່ອ​ມີ​ຈິດ​ໃຈ​ນັ້ນ​, ສືບ​ທອດ​ປະຫວັດສາດ, ເພື່ອສ້າງ​ຈິດ​ໃຈ​ນັ້ນ. ຈຸດປະສົງ​ສຸດ​ທ້າຍ​ກໍ​ແມ່ນ​ເພື່ອ​ສ້າງ​ຊີວິດ​ຂອງ​ປະຊາຊົນ​​ໃຫ້​ມີ​ຄວາມ​ອີ່ມ​ໜຳ​ສຳລານ ​ແລະ ພັດທະນາ.”

        ຮູບ​ພາບ​ມະຫາ​ສາມັກຄີ​ໃນ​ຊຸມ​ປີ​​ແຫ່ງ​ການປ່ຽນ​ແປງ​ໃຫມ່

​ແນວ​ໂຮ​ມປະ​ເທດ​ຊາດ​ຫວຽດນາມ ​ແມ່ນ​ອົງການ​ທີ່​ຕິດ​ພັນ, ສືບ​ທອດ ​ແລະ ສ້າງ​ນຳ້​ໃຈມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ ຜ່ານ​ການ​ໂຄສະນາ, ລະດົມ​ກຳລັງ​ໃຈ​ປະຊາຊົນ​ເສີມ​ຂະຫຍາຍ​ສິດ​ເປັນ​ເຈົ້າ, ປະຕິບັດ​ແນວທາງ, ​ແຜນ​ນະ​ໂຍບາຍ​ຂອງ​ພັກ, ນະ​ໂຍບາຍ, ກົດໝາຍ​ຂອງ​ລັດ ​ແລະ ປະຕິບັດ​ບັນດາ​ຂະ​ບວນການ​ແຂ່ງຂັນ​ຮັກ​ຊາດ, ບັນດາ​ການ​ຂົນ​ຂວາ​ຍສັງຄົມ​ອັນ​ກວ້າງ​ໃຫຍ່. ​ໃນ​​ໄລຍະ​ປ່ຽນ​ແປງ​​ໃຫມ່​ຂອງປະ​ເທດ​ຊາດ, ແນວ​ໂຮ​ມປະ​ເທດ​ຊາດ​ຫວຽດນາມ ​​ໄດ້​ຈັດ​ຕັ້ງ​ບັນດາ​ບັ້ນ​ຂົນຂວາຍໃນ​ຂອບ​ຂະຫນາດ​ທົ່ວ​ປະ​ເທດ​ກ່ຽວ​ກັບ​ຄວາມ​ສາມັກຄີ​ຊ່ວຍ​ເຫລືອ​ກັນ​ພັດທະນາ​ເສດຖະກິດ, ລົບ​ລ້າງ​ຄວາ​ມອຶດຫິວ​ຫລຸດຜ່ອນ​ຄວາມທຸກ​ຍາກ, ຕອບ​ບຸ​ນ​ແທນ​ຄຸນ, ອຸ້ມ​ຊູ​ຊ່ວຍ​ເຫລືອ​ເຊິ່ງກັນ ​ແລະ ກັນ… ມີ​ຜົນ​ປະ​ໂຫຍ​ດຢ່າງ​ແທດ​ຈິງ, ສ້າງ​ຄວາມ​ສະຫນິດ​ຕິດ​ພັນ​ໃນ​ວົງ​ຄະນາ​ຍາດ, ຮັບ​ໃຊ້​ພາລະກິດ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ. ແນວ​ໂຮ​ມປະ​ເທດ​ຊາດ​ຫວຽດນາມ ທຸກ​ຂັ້ນ ຍັງ​ພ້ອມ​ກັບ​ຄະນະ​ພັກ, ອຳນາດ​ການ​ປົກຄອງ​ຂັ້ນ​ຕ່າງໆ ຜັນ​ຂະຫຍາຍ​ການ​ປະຕິ​ບັດບັ້ນ​ຂົນ​ຂວາ​ຍ “ຮຳ່ຮຽນ ​ແລະ ປະຕິບັດ​ຕາມ​ແບບຢ່າງຄຸນສົມບັດ​ຂອງ​ປະທານ​ໂຮ່ຈິ​ມີ​ນຢ່າງ​ເລິກ​ເຊິ່ງ, ​ໃນ​ນັ້ນ ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ກາ​ນຂົນ​ຂວາ​ຍໝູ່​ປະຊາຊົນ​ຮຳ່ຮຽນ ​ແລະ ປະຕິບັດ​ຕາມ​ແນວ​ຄິດ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ​ຂອງ​ເພີ່ນ, ສ້າງ​ກຳລັງ​ຫນູນ​ຊຸກຍູ້​ການ​ສ້າງ ​ແລະ ​ເສີມ​ຂະຫຍາຍ​ກຸ່​ມກ້ອນ​ມະຫາ​ສາມັກຄີ​ຢູ່​ຮາກ​ຖານ ​ແລະ ​ເຂດ​ຊຸມ​ຊົນ. ແນວ​ໂຮ​ມປະ​ເທດ​ຊາດ​ຫວຽດນາມ ກໍ​ຜັນ​ຂະຫຍາຍ​ບັນດາ​ການ​ເຄື່ອນ​ໄຫວ​ຢ່າງ​ແຂງ​ແຮງ​​ເພື່ອ​ປະກອບ​ຄຳ​ເຫັນ​ໃສ່​ຮ່າງ​ລັດຖະທຳ​ມະນູນ​ປີ 1991 ສະບັບ​ປັບປຸງ, ​ເຂົ້າ​ຮ່ວມ​ບັນດາ​ບັ້ນ​ດຳ​ເນີນ​ຊີວິດ​ການ​ເມືອງ​ຢ່າງ​ກວ້າງຂວາງ​ຄື: ການ​ເລືອກ​ຕັ້ງ​ສະພາ​ແຫ່ງ​ຊາດ, ປະຕິບັດ​ມະຕິ​ສູນ​ກາງ​ພັກ​ຄັ້ງ​ທີ 4 ກ່ຽວ​ກັບ​ບັນດາ​ມາດ​ຕະການ​ຮີບ​ດ່ວນ​ໃນ​ການ​ກໍ່ສ້າງ​ພັກ.

        ມະຫາ​ສາມັກຄີ​ຕິດ​ພັນ​ກັບ​ການ​ເສີມ​ຂະຫຍາຍ​ປະຊາທິປະ​ໄຕ​ຢູ່​ຂັ້ນ​ຮາກ​ຖານ

        ຈາກ​ບັນດາ​ຜົນສຳ​ເລັດ​ໃນ​ວຽກ​ງານ​ສ້າງ​ກຸ່ມ​ກ້ອນ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ​ໃນ​ຊຸມ​ປີຜ່ານມາ, ທ່ານ ຫງວຽນ​ວັນ​ບາ, ຮອງ​ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ຖື​ວ່າ: ປັດ​ໄຈ ນີ້​ໄດ້​ສ້າງ​ຜົນສຳ​ເລັດ​ຂອງ​ແຕ່ລະ​ຂະ​ບວນການ​ມະຫາ​ສາມັກຄີ​ຈາກຮາກ​ຖານ ​ໂດຍ​ແມ່ນ​ ຄະນະ​ພັກ ​ແລະ ອຳນາດ​ການ​ປົກຄອງທຸກ​ຂັ້ນ​, ພະນັກງານ, ສະມາຊິກ​ພັກ ​ໄດ້​ປະຕິບັດ​ຂໍ້​ກຳນົດກົດ​ລະບຽບປະ​ຊາທິປະ​ໄຕ​ຢູ່​ຂັ້ນ​ຮາກ​ຖານ. ນັ້ນ​ແມ່ນ ​ເຊີດ​ຊູ​ບົດບາດ​ເປັນ​ເຈົ້າ​ການ, ຕັ້ງຫນ້າ​ຂອງ​ປະຊາຊົນ, ປະຊາຊົນ​ມີ​ສິດ​ປຶກສາ​ຫາລື, ຕິດຕາມ​ກວດກາ ​ແລະ ຕັດສິນ​ຊີ້​ຂາດທຸ​ກບັນຫາຂອງ​ເຂດ​ຊຸມ​ຊົນ. ທ່ານ ຫງວຽວັນ​ຟາ ​ເນັ້ນ​ຫນັກ​ວ່າ:

        “ປັດ​ໄຈ​ສຳຄັນ​ທີ່​ສຸດ​ນັ້ນ​ແມ່ນ​ການ​ຊີ້​ນຳ​ຢ່າງ​ແຫນ້ນ​ແຟ້ນ, ​​ໃກ້ຊິດ​ຈຂອງຄະນະ​ພັກ​ທຸກ​ຂັ້ນ, ການ​ປະສານ​ສົມທົບ​ເປັນ​ປະຈຳ, ມີ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ອຳນາດ​ການ​ປົກຄອງ​ທຸກ​ຂັ້ນ. ສຳລັບ​ບັນດາບັນຫາ​ທີ່​ປະຊາຊົນ​ສະ​ເຫ​ນີ​ແມ່ນ​ຕ້ອງ​ແກ້​ໄຂ​ຢ່າງ​ເໝາະ​ສົມ,​ທັນ​ການ ​ເພື່ອ​ບໍ່​ໃຫ້​ກາຍ​ເປັນ​ບັນຫາ​ໃຫຍ່ ​ເມື່ອ​ເຮັດ​ໄດ້​ຄື​ແນວ​ນັ້ນ ​ ແນ່ນອນ​ວ່າ ປະຊາທິປະ​ໄຕ​ຈະ​ໄດ້​ຮັບ​ການ​​ເສີມ​ຂະຫຍາຍ​ເປັນ​ຢ່າງ​ດີ     ກ​ວ່າ.”

        ຄວາມ​ຈິງ​ໃຫ້​ເຫັນ​ວ່າ: ການ​ສ້າງ ​ແລະ ປັບປຸງ​ກຸ່ມ​ກ້ອນ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ ຕ້ອງ​ເລີ່​ມມາ​ຈາກ​ວົງ​ຄະນາ​ຍາດ​​​ຊຸມຊົມ. ​ແຕ່ລະ​ຂະ​ບວນການ​​​ໄດ້ດີ​ຈາກ​ຮາກ​ຖານ ​ແມ່ນ​ກຳລັງ​ຫນູນ​ສຳຄັນ​ໃນ​ການ​ຜັນ​ຂະຫຍາຍ​​ຈາກ​ບັນດາ​ຂະ​ບວນການ​ແຂ່ງຂັນ​ຮັກ​ຊາດ​ຂອງ​ທົ່ວ​ປະ​ເທດຢ່າງ​ມີ​ໄຊ. ​ໃນ​ວັນ​ບຸນ​ມະຫາ​ສາມັກຄີ​ປີ​ນີ້, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊີງ​ຮຸ່ງ ​ໄດ້​ຊີ້​ແຈງ​ວ່າ: ການ​ສ້າງ​, ປັບປຸງ​ກຸ່ມ​ກ້ອນ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ​​ໃນ​ວົງ​ຄະນາ​ຍາດ​ເຂດ​ຊຸມ​ຊົນ​ແມ່ນ​ສຳຄັນ​ທີ່​ສຸດ. ​ໃນ​ແຕ່​ລະ​ວົງ​ຄະນາ​ຍາດ​ມີ​ຫລາຍ​ຄອບຄົວ​ໄດ້​ດີ ​ເຂດ​ຊຸມ​ຊົນ​ນັ້ນກໍ​ໄດ້​ດີ​​​. ມີ​ເຂດ​ຊຸມ​ຊົນ​ຫລາຍ​ແຫ່ງ​ໄດ້​ດີ ກຸ່ມ​ກ້ອນ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ​ໄດ້​ຮັບ​ການ​ປັບປຸງ ​ແລະ ທຸກ​ຫນ້າ​ທີ່​ພັດທະນາ​ເສດຖະກິດ​ສັງຄົມ​ຂອງ​ຫວຽດນາມ​ຈະ​ສຳ​ເລັດ​ຜົນ​ຢ່າງແນ່ນອນ.

ຕອບກັບ

ຂ່າວ/ບົດ​ອື່ນ