ສາສະໜາພຸດ ຫວຽດນາມ ຮ່ວມເດີນທາງ ແລະ ພັດທະນາພ້ອມກັບປະເທດຊາດ

(VOVWORLD) -ໃນອາຍຸການຜ່ານມາ, ສະມາຄົມພຸດທະສາສະໜາ ຫວຽດນາມ ມີຄວາມມານະພະຍາຍາມຫຼາຍຢ່າງໃນການປະຕິບັດເປົ້າໝາຍ, ແຜນການທີ່ໄດ້ວາງອອກ.
ສາສະໜາພຸດ ຫວຽດນາມ ຮ່ວມເດີນທາງ ແລະ ພັດທະນາພ້ອມກັບປະເທດຊາດ - ảnh 1ສາສະໜາພຸດ ຫວຽດນາມ ຍາມໃດກໍ່ແມ່ນສາສະໜາຮັກຊາດ, ມີຄວາມສະໜິດຕິດພັນ, ຮ່ວມເດີນທາງພ້ອມກັບຊາດ
(ພາບ: qdnd.vn)

        ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ພຸດທະສາສະໜາ ຫວຽດນາມ ຄັ້ງທີ 9, ອາຍຸການ 2022 – 2029 ໄຂຂຶ້ນໃນຕອນເຊົ້າວັນທີ 28 ພະຈິກ, ຢູ່ນະຄອນຫຼວງ ຮ່າໂນ້ຍ. ບັນດາຜົນງານດ້ານສາສະໜາບັນລຸໄດ້ໃນອາຍຸການທີ 8 (2017-2022) ແລະ ໜ້າທີ່ຍຸດທະສາດພັດທະນາສະມາຄົມພຸດທະສາສະໜາມໃນໄລຍະ 5 ປີຕໍ່ໄປຂອງອາຍຸການຄັ້ງທີ 9 (2022-2027) ສະແດງໃຫ້ເຫັນແຈ້ງເຖິງມູນເຊື້ອຮັກຊາດ, ຄວາມສະໜິດຕິດພັນ, ການຮ່ວມເດີນທາງພ້ອມກັບຊາດຂອງສາສະໜາພຸດ ຫວຽດນາມ.

        ໂດຍເລີ່ມນຳສາສະໜາພຸດເຂົ້າມາ ຫວຽດນາມ ກ່ອນນີ້ 2.000 ປີ, ສອດຄ່ອງກັບຊີວິດດ້ານຄຸນສົມບັດ, ວັດທະນະທຳ, ການເຫຼື້ອມໃສເຊື່ອຖືສາສະໜາຂອງຊາວ ຫວຽດນາມ, ສາສະໜາພຸດໄດ້ຮັບການຮັບຮູ້ຈາກປະຊາຊົນເປັນຈຳນວນຫຼວງຫຼາຍ. ນີ້ກໍ່ແມ່ນສາສະໜາໄດ້ສົ່ງຜົນສະທ້ອນຕັ້ງໜ້າຫຼາຍຢ່າງເຖິງຊີວິດສັງຄົມ, ປະກອບສ່ວນເຮັດໃຫ້ບັນດາຄຸນຄ່າວັດທະນະທຳ, ຄຸນສົມບັດທີ່ເປັນມູນເຊື້ອ ສ້າງຄວາມຜາສຸກໃຫ້ແກ່ມະນຸດ ແລະ ແນວຄິດເອກະລາດ, ເປັນເຈົ້າຕົນເອງຂອງຊາດ ຫວຽດນາມ ໃຫ້ອຸດົມສົມບູນ, ເລິກເຊິ່ງຂຶ້ນຕື່ມ.

ປະຫວັດສາດແຫ່ງການຮ່ວມເດີນທາງພ້ອມກັບປະເທດຊາດໃນການສ້າງສາ, ປົກປັກຮັກສາ, ພັດທະນາປະເທດຊາດ

        ແຕ່ກີ້ແຕ່ກ່ອນ, ສາສະໜາພຸດ ຫວຽດນາມ ຍາມໃດກໍ່ແມ່ນສາສະໜາຮັກຊາດ, ມີຄວາມສະໜິດຕິດພັນ, ຮ່ວມເດີນທາງພ້ອມກັບຊາດ. ຢູ່ສະໄໝໃດກໍ່ຕາມ, ກໍ່ລ້ນແຕ່ມີນັກບວດຜູ້ມີພັນສາສູງໄດ້ຊ່ວຍປະຊາຊົນ, ຊ່ວຍປະເທດຊາດ. ພາຍຫຼັງໂຮມປະເທດຊາດເປັນເອກະພາບ, ສາສະໜາພຸດ ຍາມໃດກໍ່ເປັນແບບຢ່າງນຳໜ້າປະຕິບັດການເຕົ້າໂຮມນິກາຍສາສະໜາພຸດໃນທົ່ວປະເທດ ໃນອົງການຈັດຕັ້ງລວມແມ່ນສະມາຄົມພຸດທະສາສະໜາ ຫວຽດນາມ.

        ໃນອາຍຸການຜ່ານມາ, ສະມາຄົມພຸດທະສາສະໜາ ຫວຽດນາມ ມີຄວາມມານະພະຍາຍາມຫຼາຍຢ່າງໃນການປະຕິບັດເປົ້າໝາຍ, ແຜນການທີ່ໄດ້ວາງອອກ. ມີພະສົງສຳມະເນນຫຼາຍອົງ, ວັດຫຼາຍແຫ່ງໄດ້ສວມບົດບາດສຳຄັນໃນບັ້ນຂົນຂວາຍມະຫາຊົນພັດທະນາເສດຖະກິດ, ວັດທະນະທຳ, ສັງຄົມຢູ່ທຸກບໍລິເວນ. ດ້ວຍຫຼາຍວິທີເຮັດທີ່ດີ, ພະສົງສຳມະເນນ, ພຸດທະສາສະນິກກະຊົນ ຕັ້ງໜ້າເຂົ້າຮ່ວມວຽກງານສັງຄົມ, ຫັນບັນດາການເຄື່ອນໄຫວດ້ານສາທາລະນະສຸກເປັນວຽກງານຂອງສັງຄົມ, ໜູນຊ່ວຍການຮັບປະກັນຊີວິດສັງຄົມ, ການກູ້ຊົນ, ມະນຸດສະທຳ.

        ໃນຊຸມປີຜ່ານມາ, ການເຄື່ອນໄຫວການຕ່າງປະເທດຂອງພຸດທະສາສະໜາໄດ້ຮັບການເປີດກວ້າງ, ເປັນຫຼາຍຮູບຫຼາຍແບບ, ພິເສດແມ່ນເລື່ອງເຂົ້າເປັນສະມາຊິກຂອງບັນດາອົງການຈັດຕັ້ງສາກົນ, ພັດທະນາບັນດາສະມາຄົມພຸດທະສາສະນິກະຊົນຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ຕອບສະໜອງຄວາມຕ້ອງການດຳເນີນຊີວິດດ້ານສາສະໜາຂອງພໍ່ແມ່ພີ່ນ້ອງຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ, ຕັ້ງໜ້າປະກອບສ່ວນເຂົ້າໃນວຽກງານການຕ່າງປະເທດປະຊາຊົນ, ການຕ່າງປະເທດສາສະໜາ ແລະ ຕໍ່ສູ້ເພື່ອສິດທິມະນຸດ, ຢືນຢັນຄວາມເສລີດ້ານສາສະໜາຢູ່ ຫວຽດນາມ. ພິເສດ, ໃນອາຍຸການທີ 8 ຜ່ານມາ, ສະມາຄົມພຸດທະສາສະໜາ ຫວຽດນາມ ໄດ້ສົມທົບກັນຈັດງານບຸນວິສາຂະບູຊາຂອງສະຫະປະຊາຊາດ (ປີ 2019) ບັນລຸຜົນສຳເລັດ, ໄດ້ຮັບການຕີລາຄາສູງທີ່ສຸດ.

        ເມື່ອຕີລາຄາກ່ຽວກັບບັນດາການປະກອບສ່ວນຂອງສາສະໜາພຸດ ຫວຽດນາມ ທີ່ມີຕໍ່ການພັດທະນາຂອງປະເທດຊາດ ທີ່ພິທີໄຂກອງປະຊຸມໃຫຍ່ຜູ້ແທນພຸດທະສາສະໜາທົ່ວປະເທດຄັ້ງທີ 9, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ຊີ້ແຈ້ງວ່າ:

“ສາສະໜາພຸດ ຫວຽດນາມ ໄດ້ສືບຕໍ່ມູນເຊື້ອ, ໃຫຍ່ໂຕເຂັ້ມແຂງຢ່າງບໍ່ຢຸດຢັ້ງໃນທຸກດ້ານ, ຍາມໃດກໍ່ນຳໜ້າໃນບັນດາຂະບວນການແຂ່ງຂັນຮັກຊາດ, ສາມັກຄີບັນດາສາສະໜາ; ຢືນຢັນສາຍພົວພັນສະໜິດແໜ້ນທີ່ບໍ່ອາດສາມາດຕັດແຍກອອກຈາກກັນໄດ້ລະຫວ່າງຫຼັກການດ້ານສາສະໜາ ແລະ ຊາດ; ຍາມໃດກໍ່ແມ່ນອົງການຈັດຕັ້ງສະມາຊິກມີຄວາມໄວ້ເນື້ອເຊື່ອໃຈຂອງແນວໂຮມປະເທດຊາດ ຫວຽດນາມ, ມີການປະກອບສ່ວນສຳຄັນຫຼາຍຢ່າງໃນການສ້າງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ; ຕັ້ງໜ້າປະກອບສ່ວນໃນທຸກຂົງເຂດ ພ້ອມກັບທົ່ວປວງຊົນພັດທະນາປະເທດຊາດ”.

ພ້ອມກັນສ້າງສາປະເທດ ຫວຽດນາມ ໃຫ້ພັດທະນາຢ່າງເຂັ້ມແຂງ, ມີຄວາມວັດທະນາຖາວອນ

        ດ້ວຍມູນເຊື້ອຮັກປະເທດຊາດ, ຮ່ວມເດີນທາງພ້ອມກັບຊາດຂອງສາສະໜາພຸດ ຫວຽດນາມ, ໃນອາຍຸການໃໝ່ (2022-2027), ພະສົງສຳມະເນນ, ພຸດທະສາສະນິກກະຊົນສະມາຄົມພຸດທະສາສະໜາ ຫວຽດນາມ ສືບຕໍ່ຍົກສູງຈິດໃຈສາມັກຄີ, ປອງດອງກັນ. ພະອາຈານ ທິກດຶກທ້ຽນ, ຮອງປະທານທັງເປັນເລຂານຸການໃຫຍ່ສະພາບໍລິຫານງານພຸດທະສາສະໜາ ຫວຽດນາມ ຊີ້ແຈ້ງວ່່າ:

        “ພະສົງສຳມະເນນ, ພຸດທະສາສະນິກະຊົນທຸກຂັ້ນຂອງສະມາຄົມພຸດທະສາສະໜາ ຫວຽດນາມ ຍົກສູງຈິດໃຈສາມັກຄີ, ປອງດອງ, ກໍ່ສ້າງ, ພັດທະນາສະມາຄົມພຸດທະສາສະໜາໃນການເຊື່ອມໂຍງເຂົ້າກັບສາກົນຢ່າງໝັ້ນຄົງເຂັ້ມແຂງ; ມີຄວາມໝັ້ນຄົງ, ຢຶດໝັ້ນບົນເສັ້ນທາງຮັບໃຊ້ຕາມແນວຄິດ, ຫຼັກການສາສະໜາຂອງຊາດ, ລັດທິສັງຄົມນິຍົມ; ເສີມຂະຫຍາຍຈິດໃຈຮັກຊາດ, ຕັ້ງໜ້າສ້າງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ, ຕອບສະໜອງການເຂົ້າຮ່ວມບັນດາຂະບວນການແຂ່ງຂັນຮັກຊາດ, ສ້າງຜົນປະໂຫຍດໃຫ້ແກ່ປະຊາຊົນ, ມີຄວາມໝາຍຕໍ່ສາສະໜາ, ສ້າງຜົນປະໂຫຍດໃຫ້ແກ່ສັງຄົມ, ພ້ອມກັນຮ່ວມແຮງຮ່ວມໃຈພ້ອມກັບພໍ່ແມ່ປະຊາຊົນໃນທົ່ວປະເທດ”.

        ກໍ່ຕາມພະອາຈານ ທິກດຶກທ້ຽນ ແລ້ວ, ສາສະໜາພຸດ ຫວຽດນາມ ຈະຊ່ວຍຮັກສາ ແລະ ເສີມຂະຫຍາຍຄຸນຄ່າວັດະນະທຳດ້ານສາສະໜາພຸດ, ຮັບປະກັນມີການສືບທອດແບບມູນເຊື້ອ ແລະ ທັນສະໄໝ, ປະກອບສ່ວນສ້າງພື້ນຖານວັດທະນະທຳ ຫວຽດນາມ ທີ່ກ້າວໜ້າ, ເຂັ້ມຂຸ້ນໄປດ້ວຍສີສັນຊາດ ໃນສະໄໝເຊື່ອມໂຍງເຂົ້າກັບສາກົນ.

        ໃນສະພາບເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງ, ກວ້າງຂວາງນັ້ນ, ດ້ວຍຈິດໃຈມະຫາສາມັກຄີ, ສະມາຄົມພຸດທະສາສະໜາ ຫວຽດນາມ ໄດ້ພ້ອມກັບພະສົງສຳມະເນນ, ພຸດທະສາສະນິກະຊົນ ສືບຕໍ່ປະຕິບັດບັນດາເປົ້າໝາຍເຊິ່ງກອງປະຊຸມໃຫຍ່ຜູ້ແທນພຸດທະສາສະໜາທົ່ວປະເທດ ອາຍຸການໃໝ່ໄດ້ວາງອອກໃຫ້ບັນລຸຜົນສຳເລັດ, ພ້ອມກັນສ້າງສາ ແລະ ພັດທະນາປະເທດຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ