ສຳພັນທະມິດສາກົນຕ້ານ IS ອາດຈະສຳເລັດພາລະກຳຂອງຕົນໄດ້ຫຼືບໍ່?

ພາຍຫຼັງ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ມາ​ເປັນ​ເວລາ 2 ອາທິດ, ສຳພັນ​ທະ​ມິດສາ​ກົນ​ຕ້ານ​ກຳລັງທຳສົງຄາມສັກສິດ​ແຫ່ງລັດອິດສະລາມໂດຍຂະໜານນາມເອງ IS ຢູ່​ຕາ​ເວັນ​ອອກ​ກາງ ພວມ​ດຳ​ເນີນບັນດາ​ບາດກ້າວ​​ເດີນ​ທຳ​ອິດ​ເພື່ອ​ແນ​ໃສ່​ດັບ​ສູນ​ກຸ່ມ​ກຳລັງ​ກະບົດ​ທີ່​ໂຫດຮ້າຍ​ສາມານ​ນີ້. ຈຳນວນ​ບັນດາ​ປະ​ເທດ​ໃຫ້​ຄຳ​ໝັ້ນສັນຍາ​ເຂົ້າ​ຮ່ວມ ສຳພັນ​ທະ​ມິດສາ​ກົນ​ໂດຍ​ອາ​ເມລິກາ​ລິ​ເລີ່​ມ ​ໄດ້​ນັບ​ມື້​ນັບ​ເພີ່ມ​ຂຶ້ນ, ປະຈຸ​ບັນ​ໄດ້​ຂຶ້ນ​ເຖິງ 54 ປະ​ເທດ​ແລ້ວ. ​ແຕ່ສຳພັນ​ທະ​ມິດສາ​ກົນນີ້ ຈະ​ຮ່ວມ​ສຳພັນ​ນຳ​ກັນ​ຢ່າງ​​ແທ້​ຈິງ​ເພື່ອ​ປະຕິບັດ​ສຳ​ເລັດ​ພາລະ​ກຳ​ຂອງ​ຕົນ​ໄດ້​ຫຼື​ບໍ່? ມາ​ຮອດ​ປະຈຸ​ບັນ ຍັງ​ຄົງ​ແມ່ນ​ຄຳ​ຖາມ​ທີ່​ຜູ້​ຄົນ​ທັງຫຼາຍ​ພວມມີ​ຄວາມ​ສົນ​ໃຈ​ທີ່​ສຸດ.

     ຕາ​ເວັນ​ອອກ​ກາງ​ໃນ​ປະຈຸ​ບັນ, ຍັງ​ຄົງ​ແມ່ນ​ພາກ​ພື້ນ​ເກີດ​ວິ​ກິດ​ການ​ທີ່​ຮ້າຍ​ແຮງ ​ແລະ ຕໍ່​ເນືອງ, ອັນ​ໄດ້​ເຮັດ​ໃຫ້ການ​ສ້າງ​​ພື້ນຖານ​ການ​ປ້ອງ​ກັນ​ຄວາມ​ສະຫງົບ​ຄືນ​ໃໝ່ໃນ​ພາກ​ພື້ນນີ້ ​ເກືອບ​ຄື​ວ່າ ​ແມ່ນ​ໜ້າ​ທີ່​ຊຶ່ງບໍ່​ສາມາດປະຕິບັດ​ໄດ້. ​ໃນ​ຂະນະ​ທີ່​ສົງຄາມ​ກາງ​ເມືອງ​ຢູ່​ຊີຣີ ​ແມ່ນ​ຍັງ​ບໍ່​ທັນ​ໄດ້​ຮັບ​ການ​​ແກ້​ໄຂ​ໄດ້​, ອຳນາດ​ການ​ປົກຄອງ​ອີຣັກຍັງ​ອ່ອນ​ແອນັ້ນ, ການ​ຟື້ນ​ຕົວ​ຂອງ​ອົງການ ລັດອິດສະລາມໂດຍຂະໜານນ າມ ເອງ IS ​ໄດ້​ກາຍ​ເປັນ​ໄພ​ນາບ​ຂູ່​ຕໍ່​ຄວາມ​ສະຫງົບ​ທີ່​ລ່ວງ​ເກີນ​ຂອບ​ເຂດ​ພາກ​ພື້ນ. ຄວາມ​ໂຫດຮ້າຍ​ສາມານ​ຂອງກຳລັງ​ກະບົດ IS , ພິ​ເສດ​ແມ່ນ​ດ້ວຍ​ບັນດາ​ການ​ກະທຳ​ເຂັ່ນຂ້າ​ບັນດາ​ນັກ​ຂ່າວ, ຕົວ​ປະກັນ​ນັ້ນ, ​ໄດ້​ພາ​ໃຫ້​ເກີດ​ມີ​ຄວາມ​ຮຽກຮ້ອງ​ຕ້ອງການ​ໂດຍ​ດ່ວນ​ໃນ​ໂລກວ່າ ຕ້ອງ​ກະທຳ​ຢ່າງ​ຮີບ​ດ່ວນ, ຮຽງ​ບ່າ​ຮຽງ​ໄຫຼ່​ເພື່ອ​ຮັບ​ມື​ກັບ​ ກຸ່ມ​ກຳລັງ​ກະບົດ​ທີ່​ໂຫດຮ້າຍ​ສາມານ​ນີ້. ​ເພື່ອ​ປະຕິບັດ​ຍຸດ​ທະ​ສາດ​ຮອບດ້ານ​ແນ​ໃສ່​ດັບ​ສູນ IS ນັ້ນ, ຕາມ​ນັ້ນ​ແລ້ວ, ກໍ​ໄດ້​ເປີດ​ກ້ວາງ​ບັ້ນ​ບຸກ​ໂຈມ​ຕີ​ທາງ​ອາ​ກາດ​ໃສ່​ເປົ້າໝາຍ​ຕ່າງໆ​ຂອງ IS ຊຶ່ງ​ບໍ່​ພຽງ​ແຕ່​ຢູ່​ອີຣັກ ​ແລະ ນັບ​ທັງຢູ່​ພາຍ​ໃນ​ເຂດ​ດິນ​ແດນ​ຊີຣີອີກ​ດ້ວຍ. ຮຸ່ງ​ເຊົ້າ​ວັນ​ທີ 23/9, ວໍ​ຊິງ​ຕັນ​ໄດ້ດຳ​ເນີນການບຸກ​ໂຈມ​ຕີ​ທາງ​ອາ​ກາດ​​ເຂົ້າ​ເຂດ​ດິນ​ແດນ​ຊີຣີ ​ແນ​ໃສ່​ກວາດ​ລ້າງ​ບັນດາ​ເຮືອນ​ຮັງຂອງກຸ່ມ​ກຳລັງ​ກະບົດ IS. ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ບັນດາ​ກຳ​ປັ່ນ​ພິຄາດ USS Arleigh Burke ທີ່​ປະກອບ​ລູກ​ສອນ​ໄຟ​ Tomahawk ຢູ່​ກາງທະ​ເລ​ແດງ ​ແລະ ກຳ​ປັ່ນ​ລາດຕະ​ເວນ ປະກອບ​ລູກ​ສອນ​ໄຟ​ນຳ​ວິຖີ USS Philipines Sea ຢູ່​ທາງ​ທິດ​ເໜືອ​ອ່າວ​ເປີ​ເຊຍ, ບັນດາ​ການບຸກ​ໂຈມ​ຕີ​ທາງ​ອາ​ກາດ​ຂອງ​ອາ​ເມ​ລິ​ກາ​ໄດ້​ທຳລາຍ​ພື້ນຖານ​ໂຄງ​ລ່າງ​ຫຼາຍ​ແຫ່ງ ​ແລະ ອາວຸດ​ຍຸດທະ​ພັນ​ທີ່​ສຳຄັນ​ຂອງ IS. ກ່ອນ​ໜ້າ​ນັ້ນ, ອາ​ເມ​ລິ​ກາ​ໄດ້​ດຳ​ເນີນການບຸກ​ໂຈມ​ຕີ​ທາງ​ອາ​ກາດ​​ເກືອບ 200 ຄັ້ງ​ຢູ່​ອີຣັກ ນັບ​ຕັ້ງ​ແຕ່​ເດືອນ 8 ​ເປັນ​ຕົ້ນ​ມາ.

 ສຳພັນທະມິດສາກົນຕ້ານ IS ອາດຈະສຳເລັດພາລະກຳຂອງຕົນໄດ້ຫຼືບໍ່?  - ảnh 1
ເຮືອບິນສູ້ຮົບຂອງອາເມລິກາ (ພາບ:Utah People's Post)


    ປະຕິກິ​ລີ​ຍາ​ທີ່​ກົງກັນ​ຂ້າມ​ຂອງ​ປະຊາ​ຄົມ​ໂລກ.

  ​ເລື່ອງ​ອາ​ເມ​ລິ​ກາ​ໄດ້​ນຳພາ​ບັ້ນບຸກ​ໂຈມ​ຕີ​ທາງ​ອາ​ກາດ​​ໃນ​ເຂດ​ດິນ​ແດນ​ຊີຣີ ​ໄດ້​ກໍ່​ໃຫ້​ເກີດ​ບັນດາ​ປະຕິກິ​ລີ​ຍາ​ທີ່​ກົງກັນ​ຂ້າມ​ຢູ່​ຕາ​ເວັນ​ອອກ​ກາງ ​ແລະ ທົ່ວ​ທຸກ​ແຫ່ງ​ໃນ​ໂລກ, ຈາກ​ການ​ສະໜັບສະໜູນ​ຢ່າງ​ຂາດ​ຕົວຕະຫຼອດ​ຮອດການ​ກ່າວ​ປະນາມ​ຢ່າງຮຸນ​ແຮງ.

   5 ປະ​ເທດ​ໃນ​ພາກ​ພື້ນ​ຄື ຊາ​ອຸ​ດິ ອາຣາ​ເບຍ, ສະຫະລັດ​ອາຣັບ​ເອັມມີ​ເລັດ, ຈໍ​ແດນ, ບາ​ແຣນ ​ແລະ ກາ​ຕາ ​ໄດ້​ເຂົ້າ​ຮ່ວມ​ພ້ອມ​ກັບ​ອາ​ເມ​ລິ​ກາ​ໃນ​ບັ້ນ​ຮົບ​ຕ້ານ IS. ​ເຖິງ​ວ່າ​ປະລິມານ​ລູກລະ​ເບີດ ​ແລະ ລູກ​ສອນ​ໄຟ​ທີ່​ບຸກ​ໂຈມ​ຕີ​ໃສ່​ບັນດາ​ເປົ້າ​ໝາຍ​ຂອງ IS ​ແມ່ນ​ຖືກ​ຍິງ​​ຈາກ​ບັນດາ​ເຮືອບິນ​ສູ້ຮົບຂອງ​ອາ​ເມ​ລິ​ກາ​ກໍ​ຕາມ, ​ແຕ່​ການ​ເຂົ້າ​ຮ່ວມ​ຂອງ​ບັນດາ​ປະ​ເທດ​ອາຣັບ ​ແມ່ນ​ມີ​ຄວາມ​ສຳຄັນ​ພິ​ເສດ​ກ່ຽວ​ກັບ​ດ້ານ​ພູມິີປະ​ເທດ ​ແລະ ການ​ເມືອງ, ຊຶ່ງ​ເປັນ​ການ​ຢັ້ງຢືນ​ວ່າ ບັ້ນ​ຮົບ​ຕ້ານ IS ​ໄດ້​ເຮັດ​ໃຫ້​ຫັນປ່ຽນ​ກຳລັງ​ໜູນ​ໃນ​ພາກ​ພື້ນ, ຍາດ​ແຍງ​ເອົາ​ໄດ້​ການ​ສະໜັບສະໜູນ​ຈາກ​ບັນດາ​ປະ​ເທດ​ອາຣັບ ຊຶ່ງ​ແມ່ນ​ບັນດາ​ປະ​ເທດ​ເມື່ອ​ກ່ອນ​ນີ້ ​ໄດ້​ຄັດຄ້ານ​ອາ​ເມ​ລິ​ກາ​ແຊກ​ແຊງ​ທາງ​ທະຫານ​​ເຂົ້າໃນ​ພາກ​ພື້ນ. ຢູ່​ເອີ​ລົບ, ອັງກິດ​ໄດ້​ມີ​ຖະ​ແຫຼ​ງການ​ສະໜັບສະໜູນ​ຢ່າງ​ແຂງ​ແຮງ​ທີ່​ສຸດຕໍ່ບັ້ນຮົບ​ຕ້ານ IS. ​ແບນ​ຊິກ, ​ໂຮ​ນລັງ​ໝັ້ນໝາຍ​ຈະ​ຈັດ​ສົ່ງ​ເຮືອບິນ​ສູ້​ຮົບ F- 16 ​ເພື່ອ​ໜູນ​ຊ່ວຍການບຸກ​ໂຈມ​ຕີ​ທາງ​ອາ​ກາດ​​ໂດຍ​ອາ​ເມ​ລິ​ກາ​ນຳ​ໜ້າ. ​ໃນ​ຂະນະ​ນັ້ນ, ຕວກກີ ພຽງ​ແຕ່​ເປີດ​ເຜີຍ​ແຜນການ​ຈະ​ໜູນ​ຊ່ວຍ​ດ້ານ​ການ​ທະຫານ ​ແລະ ພະລາທິການ​ໃຫ້​ແກ່ບັ້ນບຸກ​ໂຈມ​ຕີ​ທາງ​ອາ​ກາດ​​ໂດຍ​ອາ​ເມ​ລິ​ກາ​ນຳ​ໜ້າ.

   ຢູ່​ຊີຣີ, ປະຕິ​ກິ​ລີ​ຍາ​ຈາກ Damascus ມາ​ຮອດ​ປະຈຸ​ບັນ ກໍ​ຍັງ​ບໍ່​ທັນ​ຈະ​​ແຈ້ງ​ເທື່ອ. ​ໃນ​ຂະນະ​ທີ່​ຝ່າຍ​ຄ້ານ​ຢູ່ ຊີຣີ ​ໄດ້​ກ່່າວສະ​ແດງ​ການ​ສະໜັບສະໜູນການບຸກ​ໂຈມ​ຕີ​ທາງ​ອາ​ກາດ​​ຕ້ານ IS ນັ້ນ, ບັນດາ​ເຈົ້າ​ໜ້າ​ທີ່​ຂອງ​ຊີຣີ ​ແລະ ອີຣານ ພັດ​ຕຳ​ໜິຕິຕຽນ​ອຳນາດ​ການ​ປົກຄອງ​ຂອງ​ປະທານາທິບໍດີ​ອາ​ເມ​ລິ​ກາ Barak Obama ​ເພາະ​ໄດ້​ປັດ​ເຂ່ຍ 2 ປະ​ເທດ​ນີ້​ອອກ​ຈາກສຳພັນ​ທະ​ມິດສາ​ກົນຕ້ານ IS. ສ່ວນ​ລັດ​ເຊຍ ກໍ​ເອີ້ນ​ບັນດາການບຸກ​ໂຈມ​ຕີ​ທາງ​ອາ​ກາດ​​ ​ແມ່ນ​ການ​ກະທຳ​ລະ​ເມີດ​ກົດໝາຍ​ສາກົນ ​ແລະ ຈະ​ຖືກ​ປະລາ​ໄຊ. ຕາມ​ມົດສກູ ​ແລ້ວ, ທຸກໆ​ການ​ກະທຳ​ແຊກ​ແຊງ​ທາງ​ທະຫານ​ໃດໆ ກໍ​ຕ້ອງ​ປະຕິບັດ​ຕາມ​ກົດໝາຍ​ສາກົນ.

   ການ​ສູ້​ຮົບ​ແມ່ນ​ບໍ່​ງ່າຍດາຍ

  ຄວາມ​ປາຖະໜາ​ຂອງ​ປະທານາທິບໍດີ​ອາ​ເມ​ລິ​ກາ Barak Obama ກ່ຽວ​ກັບ​ເລື່ອງ​ສາກົນ​ຈະ​ສະໜັບສະໜູນ​ບັນດາ​ການ​ກະທຳ​ຕ້ານ IS ຢູ່​ອີຣັກ, ຊີຣີນັ້ນ, ​ເບິ່ງ​ຄື​ວ່າ​ພວມ​ຄ່ອຍໆ​ປະກົດ​ຜົນ​ເປັນ​ຈິງ ດ້ວຍ​ເລື່ອງ 54 ປະ​ເທດ​ໝັ້ນໝາຍ​ເຂົ້າ​ຮ່ວມ. ແຕ່ສຳພັນ​ທະ​ມິດສາ​ກົນນີ້ ຈະ​ຮ່ວມ​ສຳພັນ​ນຳ​ກັນ​ຢ່າງ​​ແທ້​ຈິງ​ເພື່ອ​ປະຕິບັດ​ສຳ​ເລັດ​ພາລະ​ກຳ​ຂອງ​ຕົນ​ໄດ້​ຫຼື​ບໍ່? ມາ​ຮອດ​ປະຈຸ​ບັນ ຍັງ​ຄົງ​ແມ່ນ​ຄຳ​ຖາມ​ທີ່​ຜູ້​ຄົນ​ທັງຫຼາຍ​ພວມມີ​ຄວາມ​ສົນ​ໃຈ​ທີ່​ສຸດ.

   ການ​ສູ້​ຮົບ​ຕ້ານ IS ນີ້, ​ແນ່ນອນ​ວ່າ​ຈະ​ບໍ່​ງ່າຍດາຍ​ສຳລັບ​ອາ​ເມ​ລິ​ກາ ​ແລະ ບັນດາ​ປະ​ເທດ​ພັນທະ​ມິດ. ວົງ​ການ​ນັກ​ໄຈ້​ແຍກ​ໃຫ້​ຂໍ້​ສັງ​ເກດ​ວ່າ ຍຸດ​ທະ​ສາດ​ຮອບດ້ານ​ຕ້ານ IS ມີ​ຈຸດປະສົງ​ຈະ​ແຈ້ງ, ​ແຕ່​ຍັງ​ບໍ່​ທັນ​ມີ​ລັກສະນະສາມາດ​ປະຕິບັດ​ໄດ້. ສິດຜົນປະ​ໂຫຍ​ດຂອງ​ບັນດາ​ຝ່າຍ​ທີ່​ເຂົ້າ​ຮ່ວມສຳພັນ​ທະ​ມິດສາ​ກົນຖືກ​ຂັດ​ແຍ້​ງກັນ, ອັນ​ໄດ້​ເຮັດ​ໃຫ້​ເຂົາ​ເຈົ້າ​ຍາກ​ທີ່​ຈະ​ບັນລຸ​ຈຸດໝາຍ​ລວມ​ໄດ້, ​ມາດ​ຕະການ​ເພີ່ມ​ທະວີ​ການ​ໜູນ​ຊ່ວຍ​ໃຫ້​ແກ່​ກຳລັງ​ສູ້​ຮົບ​ທ້ອງ​ຖິ່ນ ກໍ​ຊ້ອນ​ແຝງ​ຄວາມ​ສ່ຽງ​ໄພ​ຫຼາຍ​ຢ່າງ. ການ​ສະໜອງ​ອາວຸດ ​ແລະ ການ​ຝຶກ​ຊ້ອມ​ໃຫ້​​ແກ່​ບັນດາ​ມື​ປືນ​ຊາວ Kurd ​ໄດ້​ກໍ່​ຄວາມ​ວິຕົກ​ກັງວົນ​ໃຫ້​ແກ່​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ. ຍິ່ງ​ກວ່າ​ນັ້ນ​, ບໍ່​ມີ​ຫຍັງ ​ເປັນ​ການ​ຮັບປະກັນ​ວ່າ ບັນດາ​ກຸ່ມ​ປະກອບ​ອາວຸດ​ຈະ​ບໍ່​ຫັກຫຼັງ ປີ້ນ​ໜ້າ​ມາ​ຕ້ານ​ຄືນ​ອາ​ເມ​ລິ​ກາ ​ແລະ ຝ່າຍ​ຕາ​ເວັນ​ຕົກ.

    ຄວາມ​ຕັດສິນ​ໃຈ​ໄດ້​ມີ​ຢູ່​ແລ້ວ, ​ແຕ່​ບັນດາ​ມາດ​ຕະການ​ສ້າງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ສາກົນ ອາດ​ຈະ​ບໍ່​ໄດ້​ຮັບ​ການ​ແກ້​ໄຂ​ຢ່າງ​ເຖິງ​ຖອງ ​ແລະ ທັນ​ການ​ສຳລັບ​ບັນຫາ​ຄວາມ​ສະຫງົບ​ສາກົນ, ​ໂດຍ​ສະ​ເພາະ​ແມ່ນ​ໃນ​ການ​ຕໍ່ສູ້​ຕ້ານ​ກຳລັງ​ກໍ່​ການ​ຮ້າຍ​ຫົວ​ຮຸນ​ແຮງ ​ແລະ ​ໂຫດຮ້າຍ​ສາມານ​ຄື IS . ​ໃນ​ຈຸດ​ເວລາ​ນີ້, ສິ່ງ​ທີ່​ຈຳ​ເປັນ ​ແມ່ນ​ບັນດາ​ປະ​ເທດ​ຄວນ​ກຳນົດ​ຢ່າງ​ຖືກຕ້ອງ​ກ່ຽວ​ກັບ​ບັນດາ​ຜົນ​ປະ​ໂຫຍ​ດ ​ແລະ ການ​ຜ່ອນ​ສັ້ນ​ຜ່ອນ​ຍາວ​ໃດ​ໜຶ່ງ ​ເພື່ອ​ປະກອບສ່ວນ​​ເຂົ້າ​ໃນ​ສັນຕິພາບ​, ຄວາມ​ສະຫງົບ​ລວ​ມ​ໃນ​ໂລກ .

ຕອບກັບ

ຂ່າວ/ບົດ​ອື່ນ