ຫັນ​ຈາກ​ຈິນ​ຕະ​ນາ​ການ​ການຄຸ້ມ​ຄອງ​ລັດ​ມາ​ເປັນ​ການປົກຄອງ​ແຫ່ງ​ຊາດ

(VOVWORLD) - ມາດຕະການ ຍົກສູງຄຸນນະພາບປະສິດທິຜົນການຄຸ້ມຄອງແຫ່ງຊາດ” ເປັນຄັ້ງທຳອິດໄດ້ລະບຸໄວ້ໃນເອກະສານຍື່ນກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດຫວຽດນາມໃນແຜນນະໂຍບາຍ ສືບຕໍ່ສ້າງລະບອບລະບຽບການເສດຖະກິດການຕະຫລາດຕາມການກຳນົດທິດສັງຄົມນິຍົມໃຫ້ສົມບູນແບບສຸມໃສ່ແກ້ໄຂບັນດາຂໍ້ຕິດຂັດ”. ສິ່ງນັ້ນສະແດງໃຫ້ເຫັນວ່າ ໃນອາຍຸການກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກບັນຫາຄຸ້ມຄອງແຫ່ງຊາດໄດ້ຮັບຄວາມສົນໃຈເປັນພິເສດຕາມນັ້ນແລ້ວ ກຳລັງຄວາມສາມາດຄຸ້ມຄອງຂອງພະນັກງານທຸກຂັ້ນໄດ້ຮັບຖືວ່າ ແມ່ນປັດໄຈຕັດສິນຊີ້ຂາດໃນການພັດທະນາ ຮັບປະກັນຄວາມຮຽກຮ້ອງຕ້ອງການຢ່າງໄວ ແລະ ໝັ້ນຄົງ.



ຫັນ​ຈາກ​ຈິນ​ຕະ​ນາ​ການ​ການຄຸ້ມ​ຄອງ​ລັດ​ມາ​ເປັນ​ການປົກຄອງ​ແຫ່ງ​ຊາດ - ảnh 1ເສດຖະກິດການຕະຫຼາດຕາມກຳນົດທິດສັງຄົມນິຍົມມຸ່ງໄປສູ່ເປົ້າໝາຍພັດທະນາເສດຖະກິດ ພ້ອມກັບການພັດທະນາສັງຄົມ (ພາບ: quanlynhanuoc.vn)

“ນະໂຍບາຍບໍ່ອາດປະກາດໃຊ້ຈາກຂັ້ນເທິງ ລົງຂັ້ນລຸ່ມ, ນະໂຍບາຍ ຕ້ອງມີການເຂົ້າຮ່ວມຂອງປະຊາຊົນ, ນັບທັງໃນການວາງແຜນກຳນົດ ແລະ ຕິດຕາມການປະຕິບັດເພື່ອເຂົ້າໃຈໄດ້ຄວາມມຸ່ງມາດປາດຖະຫນາຂອງປະຊາຊົນ”. ນັ້ນແມ່ນທັດສະນະຂອງ ປອ ຫງວຽນຊີ້ຢູ໋ງ  ອະດີດຮອງຫົວຫນ້າຫ້ອງວ່າການສະພາແຫ່ງຊາດ ເມື່ອເວົ້າເຖິງຄຳນິຍາມການປົກຄອງແຫ່ງຊາດ. ຕາມທ່ານແລ້ວ ຖ້າຫາກຄຸ້ມຄອງລັດ ແມ່ນຄຳນິຍາມຕາມຄວາມໝາຍແຄບກ່ຽວກັບບົດບາດຂອງລັດກະທົບເຖິງບັນດາເປົ້າໝາຍ, ຂົງເຂດຄຸ້ມຄອງ, ການປົກຄອງແຫ່ງຊາດແມ່ນຄຳນິຍາມມີຄວາມໝາຍກວ້າງກວ່າຫລາຍເພື່ອປະຕິບັດສິດອຳນາດຂອງລັດ.

ຍົກສູງກຳລັງຄວາມສາມາດການປົກຄອງແຫ່ງຊາດ ຕ້ອງເຄົາລົບບັນດາຫລັກການ. ກ່ອນອື່ນ ຕ້ອງຮັບປະກັນອຳນາດນິຕິບັນຍັດ, ທີສອງແມ່ນ ການເຄື່ອນໄຫວທຸກວຽກງານຂອງລັດ ຕ້ອງຈະແຈ້ງໂປ່ງໃສ.ທີສາມ ຕ້ອງຮັບປະກັນລະບອບລາຍງານອະພິປາຍຄວາມຮັບຜິດຊອບ ແລະ ທີ 4 ແມ່ນຕ້ອງມີການເຂົ້າຮ່ວມຂອງປະຊາຊົນ.”

ຄວາມຈິງການພັດທະນາໃນໂລກ ກໍ່ຊີ້ໃຫ້ເຫັນວ່າ ຫລາຍປະເທດມີບາດກ້າວພັດທະນາຢ່າງມະຫັດສະຈັນ, ກະໂດດຂັ້ນ ໃນສອງສາມ ທົດສະວັດຜ່ານມາ ຄື: ຍີ່ປຸ່ນ, ສເກົາຫລີ, ສິງກະໂປ ແຕ່ກໍ່ມີບາງປະເທດຖືກອຶດຫິວທຸກຍາກໃນຫລາຍປີ. ຄວາມແຕກຕ່າງນັ້ນ ກໍ່ຍ້ອນກຳລັງຄວາມສາມາດການປົກຄອງແຫ່ງຊາດຂອງແຕ່ລະປະເທດ. ຕາມສາດສະດາຈານ ປອ ບູ່ຍທິອານ ຫົວຫນ້າສະຖາບັນສິ່ງແວດລ້ອມ ແລະ ພັດທະນາ ແລ້ວ, ໃນການປະຕິບັດກຳລັງຄວາມສາມາດປົກຄອງແຫ່ງຊາດ, ລະບອບນະໂຍບາຍສວມບົດບາດສຳຄັນ ຕໍ່ມາແມ່ນກຳລັງຄວາມສາມາດຂອງພະນັກງານ.

ກໍ່ມີທັດສະນເຊັ່ນດຽວກັນກັບຮອງສາດສະດາຈານ ປອ ບູ່ຍທິອານ, ທ່ານ ເລແທງເວີນ, ກຳມະການຜູ້ປະຈຳການກຳມາທິການການເງິນ ແລະ ງົບປະມານ ສະພາແຫ່ງຊາດໄດ້ໃຫ້ຂໍ້ສັງເກດວ່າ: ກຳລັງຄວາມສາມາດການປົກຄອງແຫ່ງຊາດບໍ່ອາດຕັດແຍກອອກຈາກຄວາມຮຽກຮ້ອງຕ້ອງການກ່ຽວກັບຄຸນນະພາບພະນັກງານໄດ້.  

ຕາມຂ້າພະເຈົ້າແລ້ວເພື່ອໃຫ້ການປົກຄອງແຫ່ງຊາດບັນລຸໝາກຜົນດີ ບັນຫາຄຸນນະພາບພະນັກງານແມ່ນອັນດັບຫນຶ່ງ. ຊັບພະຍາກອນມະນຸດຕ້ອງມີຄວາມເຂົ້າໃຈເລິກ ມີຊຳນານງານໃນການຄຸ້ມຄອງ, ມີຄວາມຮູ້ ມີພູມປັນຍາດີ. ທີສອງ ລະບອບນະໂຍບາຍ ການຄຸ້ມຄອງຄວາມເປັນລະບຽບຮຽບຮ້ອຍທາງສັງຄົມຂອງລັດ ຕາມຄວາມມຸ່ງມາດປາດຖະຫນາຂອງປະຊາຊົນເປັນສວ່ນຫລາຍ. ທີສາມ ມອບສິດເປັນເຈົ້າຕົນເອງໃຫ້ແກ່ເປົ້າໝາຍຄຸ້ມຄອງ ນັ້ນແມ່ນປະຊາຊົນ ແລະ ວິສາຫະກິດ

ຖານະທີ່ຕັ້ງບົດບາດ ແລະແຫລ່ງກຳລັງແຮງຂອງປະເທດຊາດພາຍຫລັງ 35 ປີ ແຫ່ງການປ່ຽນແປງໃຫມ່ ໄດ້ເຕີບໃຫຍ່ເຂັ້ມແຂງກວ່າ ນັບທັງຂອບຂະຫນາດ ແລະ ກຳລັງແຮງຂອງພື້ນຖານເສດຖະກິດ, ສະພາບການການເມືອງສັງຄົມ, ເສດຖະກິດມະຫາພາກມີຄວາມສະຖຽນລະພາບ, ຄວາມໄວ້ເນື້ອເຊື່ອໃຈຂອງປະຊາຄົມວິສາຫະກິດ ແລະ ສັງຄົມກໍ່ເພີ່ມຂຶ້ນ. ເຖິງຢ່າງໃດກໍຕາມ ໃນໄລຍະໃຫມ່ ພື້ນຖານເສດຖະກິດ ຕ້ອງປະເຊີນຫນ້າກັບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫລາຍຢ່າງ.

ສະນັ້ນ ຄວາມຮຽກຮ້ອງປ່ຽນໃຫມ່ປະດິດຄິດສ້າງກ່ຽວກັບການສ້າງສຳເລັດລະບອບລະບຽບການ, ຍົກສູງກຳລັງຄວາມສາມາດການປົກຄອງແຫ່ງຊາດດ້ວຍລະບົບກົດໝາຍເປີດເຜີຍ ແມ່ນສິ່ງກະຕຸກຊຸກຍູ້ໃຫ້ແກ່ບັນດາແນວຄວາມຄິດກ່ຽວກັບການຜະລິດ ດຳເນີນທຸລະກິດ ກໍ່ແມ່ນຄວາມຮຽກຮ້ອງຕ້ອງການທີ່ຈຳເປັນ.  ຕາມທ່ານ ເຈີນກວັກເຟືອງ ຮອງລັດຖະມົນຕີ ກະຊວງແຜນການ ແລະການລົງທຶນຫວຽດນາມແລ້ວ, ປີ 2020 ເຖິງວ່າຖືກຜົນສະທ້ອນຢ່າງຫນັກຫນ່ວງຈາກໂລກລະບາດໂຄວິດ 19 ກໍຕາມ ແຕ່ຫວຽດນາມ ໄດ້ມານະພະຍາຍາມສຸມຈິດສຸມໃຈປ້ອງກັນ ຕ້ານໂລກລະບາດ ແລະ ການເຕີບໂຕບໍ່ບັນລຸຄາດໝາຍວາງອອກ ກໍຕາມ ແຕ່ແມ່ນຢູ່ໃນລະດັບເປັນບວກ. ນັ້ນກໍ່ແມ່ນສິ່ງທົດສອບກ່ຽວກັບຄວາມສາມາດການປົກຄອງແຫ່ງຊາດ.                       ຫັນປ່ຽນຈິນຕະນາການການຄຸ້ມຄອງລັດ ມາເປັນການຍົກສູງກຳລັງຄວາມສາມາດການປົກຄອງແຫ່ງຊາດ ນັ້ນແມ່ນ ເຮັດແນວໃດ ຕ້ອງສ້າງບາດກ້າວບຸກທະລຸກ່ຽວກັບດ້ານກົດໝາຍ, ກົນໄກນະໂຍບາຍເພື່ອແກ້ໄຂຂໍ້ຕິດຂັດດ້ານການເງິນ, ທີ່ດິນ, ມະນຸດ. ເຮັດແນວໃດເພື່ອປ່ຽນໃຫມ່ ປະດິດຄິດສ້າງ ຕ້ອງກາຍເປັນແຫລ່ງກຳລັງເຕີບໃຫຍ່, ໃນປະຊາຊົນແຕ່ລະຄົນ,ວິສາຫະກິດ, ອົງການຈັດຕັ້ງ. ນັ້ນແມ່ນວິທີການເພື່ອສຸມກຳລັງແຮງສັງລວມໃນໄລຍະໃຫມ່ຂອງປະເທດຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ