ຫັນລັດຖະທຳມະນູນເປັນລະບອບກົດໝາຍ:ຈຸດພົ້ນເດັ່ນຂອງການເຄື່ອນໄຫວສະພາແຫ່ງຊາດປີ 2014

(vovworld)- ນິ​ຕິ​ບັນ​ຍັດ ແມ່ນ​ຫນຶ່ງ​ໃນ​ບັນ​ດາ​ພາ​ລະ​ບົດ​ບາດ​ສຳ​ຄັນ​ທີ່​ສຸດ​ຂອງ​ສະ​ພາ​ແຫ່ງ​ຊາດ. ປີ 2014, ຊື່ງ​ແມ່ນ​ປີ​ທຳ​ອິດ​ແຫ່ງ​ການຜັນ​ຂະ​ຫຍາຍ​ປະ​ຕິ​ບັດ​ລັດ​ຖ​ະ​ທຳ​ມະ​ນູນ​ປີ 2013, ສະ​ພາ​ແຫ່ງ​ຊາດ​ບຸ​ລິ​ມະ​ສິດ​ສູງ​ສຸດ​ໃຫ້​ວຽກ​ງານ​ນິ​ຕິ​ບັນ​ຍັດ ດ້ວຍ​ເລື່ອງ​ຮັບ​ຮ​ອງ​ເອົາ​ກົດ​ໝາຍ 29 ສະ​ບັບ, ໃຫ້​ຄຳ​ເຫັນ​ເປັ​ນ​ຄັ້ງ​ທຳ​ອິດ​ໃສ່ ຮ່າງ​ກົດ​ໝາຍ​ອື່ນ 28 ສະ​ບັບ. ໝາກ​ຜົນ​ນີ້ ປະ​ກອບ​ສ່ວນ​ນຳບັນ​ດາ​ຂໍ້​ກຳ​ນົດ​ຂອງ​ລັດ​ຖະ​ທຳ​ມະ​ນູນ​ ເຂົ້າ​ສູ່​ຊີ​ວິດ, ສ້າງ​ລະ​ບົບ​ກົດ​ໝາຍ​ໃຫ້​ສົມ​ບູນ​ແບບ, ຕອບ​ສະ​ຫນອງ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ນັບ​ມື້​ນັບ​ສູງ​ຂອງ​ກາ​ນ​ຄຸ້ມ​ຄອງ​ປະ​ເທດ, ຄຸ້ມ​ຄອງ​ສັງ​ຄົມ, ສ້າງ​ລັດ​ແຫ່ງ​ອຳ​ນາດ​ນິ​ຕິ​ບັນ​ຍັດ​ສ​ັງ​ຄົມ​ນ​ິ​ຍົມ.

        ເບິ່ງ​ລວມ​ແລ້ວ, ປີ 2014, ເລື່ອງ​ສ້າງ​ກົດ​ໝາຍ, ລັດ​ຖະ​ບັນ​ຍັດ​ຂອງ​ສະ​ພາ​ແຫ່ງ​ຊາດ ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ​ຢ່າງ​ແຮງ, ສຸມ​ໃສ່​ຮ່າງ​ກົດ​ໝາຍ​ສຳ​ຄັນ​ຫລາຍ​ສະ​ບັບ​ໃນ​ບາງ​ຂົງ​ເຂດ​ຕົ້ນ​ຕໍ​ຄື: ບັນ​ດາກົດ​ໝາຍ​ວ່າ​ດ້ວຍ​ການ​ຈັດ​ຕັ້ງ​ກົງ​ຈັກລັດ, ບັນ​ດາ​ຮ່າງ​ກົດ​ໝາຍ​ກຳ​ນົດ​ກ່ຽວ​ກັບ​ເສດ​ຖະ​ກິດ​ການ​ຕະ​ຫລາດ​ຕາມ​ການ​ກຳ​ນົດ​ທິດ​ສັງ​ຄົມ​ນິ​ຍົມ, ສິດ​ທິ​ມະ​ນຸດ, ສິດ ແລະ ພັນ​ທະ​ພື້ນ​ຖານ​ຂອງ​ພົນ​ລະ​ເມືອງ.

        ຫນ້າ​ທີ່​ຈຸດ​ສຸມ​ຂອງກອງ​ປະ​ຊຸມ​ສະ​ໄຫມ​ສາ​ມັນ​ 2 ເທື່ອຂອງ​ສະ​ພາ​ແຫ່ງ​ຊາດໃນ​ປີ​2014

        ປີ 2014, ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 13 ກຳ​ນົດ​ຫນ້າ​ທີ່​ຈຸດ​ສຸມ​ຂອງກອງ​ປະ​ຊຸມ​ສະ​ໄຫມ​ສາ​ມັນ 2 ເທື່ອ​ໃນ​ປີ ແມ່ນ​ວຽກ​ງານ​ນິ​ຕິ​ບັນ​ຍັດ. ເວ​ລາ​ສະ​ຫງວນ​ໃຫ້​ແກ່​ວຽກ​ງານນີ້ກວມ 2/3 ​ເວ​ລາ​ດຳ​ເນີນ​ກອງ​ປະ​ຊຸມ​ທັງ​ໝົດຂອງ​ສະ​ພາ​ແຫ່ງ​ຊາດ. ມີ​ຜູ້​ຊ່ຽວ​ຊານ​ຫລາຍ​ທ່ານ​ຕີ​ລາ​ຄາ​ວ່າ: ບໍ່​ທັນ​​​ມີເວ​ລາ​ໃດ​ທີ່ສະ​ພາ​ແຫ່ງ​ຊາດ ສະ​ພາ​ແຫ່ງ​ຊາດ​ດຳ​ເນີນກອງ​ປະ​ຊຸມ​ດ້ວຍ​ເນື້ອ​ໃນ​ນິ​ຕິ​ບັນ​ຍັດ​ທີ່​ກ້​ວາງ​ໃຫຍ່​ຄື​​ແນວນັ້ນ. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ເພື່ອ​ຫັນ​ລັດ​ຖະ​ທຳ​ມະ​ນູນ​ປີ 2013 ເປັນ​ລະ​ບອບ​ກົດ​ໝາຍ, ຮັບ​ມື​ກັບ​ບັນ​ດາ​ເງື່ອນ​ໄຂ​ພັດ​ທະ​ນາ​ຂອງ​ສັງ​ຄົມ. ທ່ານ ຟານ​ວັນ​ກູຍ, ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ແຂວງ​ເງ້​ອານ ຕີ​ລາ​ຕ​າ​ວ່າ:

        “ທີ່​ສະ​ໄຫມ​ປະ​ຊຸມ​ກ່ອນນີ້ ແລະ ສະ​ໄຫມ​ປະ​ຊຸມ​ເທື່ອນີ້, ສະ​ພາ​ແຫ່ງ​ຊາດ​ໄດ້​ຮັບ​ຮ​ອງ​ເອົາ ແລະ ສືບ​ຕໍ່​ຮັບ​ຮອງ​ເອົາ​ຮ່າງ​ກົດ​ໝາຍ​ຫລາຍ​ສະ​ບັບ. ລັດ​ຖະ​ບານ​ໄດ້​ປະ​ກາດ​ໃຊ້​ບັນ​ດາ​ເອ​ກະ​ສານ​ແນະ​ນຳ​ການ​ປະ​ຕິ​ບັດ​ກົດ​ໝາຍ​ຢ່າງ​ທັນ​ການ, ເພື່ອ​ສືບ​​ປັບ​ປຸງລະ​ບອບ​ນະ​ໂຍ​ບາຍ​ໃຫ້​ສົມ​ບູນ ຕອບ​ສະ​ຫນອງ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ຂອງ​ພື້​ນ​ຖານ​ເສດ​ຖະ​ກິດ, ສ້າງ​ຄວາມ​ດຶງ​ດູດ​ການ​ລົງ​ທຶນ​ໃນຂົງ​ເຂດ​ຈຳ​ນວນ​ຫນຶ່ງ​ຄື: ລົງ​ທຶນ​​ເຂົ້າພື້ນ​ຖານ​ໂຄງ​ລ່າງ, ລົງ​ທຶນ​​ເຂົ້າອຸດ​ສາ​ຫະ​ກຳ​ຫນູນ​ຊ່ວຍ ຊື່ງ​ພື້ນ​ຖານ​ເສດ​ຖະ​ກິດ​ພວມ​ຕ້ອງ​ການ.”

ຫັນລັດຖະທຳມະນູນເປັນລະບອບກົດໝາຍ:ຈຸດພົ້ນເດັ່ນຂອງການເຄື່ອນໄຫວສະພາແຫ່ງຊາດປີ 2014 - ảnh 1
ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ຊີງ​ຮຸ່ງ
ພາບ:antoangiaothong.gov.vn

 ກວມ​ລວມ​ຫລາຍ​ຂົງ​ເຂດ​ຂອງ​ຊີ​ວິດ

       ສະ​ພາ​ແຫ່ງ​ຊາດ​ໄດ້​ສະ​ຫງວ​ນ​ຄວາມ​ເອົ​າ​ໃຈ​ໃສ່​ຫລາຍ​ສຸດ​ໃຫ້​ແກ່​ເລື່ອງ​ຫັນ​ລັດ​ຖະ​ທຳ​ມະ​ນູນ​ປີ 2013 ເປັນ​ລະ​ອຽດ ນັບ​ທັງ​ລະ​ບອບ​ການ​ເມືອງ, ເສດ​ຖະ​ກິດ​ການ​ຕ​ະ​ຫລາດ ແລະ ເປີດກວ້າງ​ປະ​ຊາ​ທິ​ປະ​ໄຕ​ ແລະ ສິດ​ທິ​ມະ​ນຸດ.

        ໃນ​ປີ​ທຳ​ອິດ​ແຫ່ງ​ການ​ຜັນ​ຂະ​ຫຍາຍ​ປະ​ຕິ​ບັດ​ລັດ​ຖະ​ທຳ​ມະ​ນູນ​ປີ 2013, ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ໄດ້​ປະ​ກາດ​ໃຊ້ ກົດ​ໝາຍ 3 ສະ​ບັບ ກ່ຽບ​ກັບ​ການ​ຈັດ​ຕັ້ງ, ກົງ​ຈັກ​ລັດ. ສະ​ພາ​ແຫ່ງ​ຊາດ ກໍ​ໃຫ້​ຄ​ຳ​ເຫັນ​ເປັນ​ຄັ້ງ​ທຳ​ອິດ​ໃສ່​ຮ່າງ​ກົດ​ໝາຍ​ວ່າ​ ​ລັດ​ຖະ​ບານ(ສະ​ບັບ​ປັບ​ປຸງ), ອົງ​ການ​ບໍ​ລິ​ຫານ​ລັດ​ສ​ູງ​ສຸດ; ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ຈັດ​ຕັ້ງ​ອຳ​ນາດ​ການ​ປົກ​ຄອງ​ທ້ອງ​ຖິ່ນ. ເລື່ອງ​ຮັບ​ຮອງ​ເອົາ​ກົດ​ໝາຍ 3 ສະ​ບັບ ແລະ ໃຫ້​ຄຳ​ເຫັນ​ໃສ່ ຮ່າງ​ກົດ​ໝາຍ 2 ສະ​ບັບ​ກ່ຽວ​ກັບ​ການ​ຈັດ​ຕັ້ງ​ກົງ​ຈັກ​ລັດ​ໃນ​ປີ 2014 ແມ່ນ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ອັນ​ໃຫຍ່​ຫລວງ​ຂອງ​ສະ​ພາ​ແຫ່ງ​ຊາດ ເພື່ອ​ຮັບ​ປະ​ກັນ​ພື້ນ​ຖານ​ດ້ານ​ກົດ​ໝາຍ​ໃຫ້​ແກ່​ບັນ​ດາ​ອົງ​ການ​ໃນ​ກົງ​ຈັກ​ລັດ​ເຄື່ອນ​ໄຫວ​ຢ່າງ​ເປັນ​ລະ​ບົບ, ມີ​ປະ​ສິດ​ທິ​ຜົນ, ຖືກ​ກັບ​ເນື້ອ​ໃນ​ຈິດ​ໃຈ​ຂອງ​ລັດ​ຖະ​ທຳ​ມະ​ນູນ​ປີ 2013.

        ກ່ຽວ​ກັບ​ການ​ປັບ​ປຸງ​ລະ​ບອບ​ເສດ​ຖະ​ກິດ​ໃຫ້​ສົມ​ບູນ​ແບບ, ປີ 2014, ສະ​ພາ​ແຫ່ງ​ຊາດ​ໄດ້​ຮັບ​ຮອງ​ເອົາ​ຮ່າງ​ກົດ​ໝາຍ​ກຳ​ນົດ​ກ່ຽວ​ກັບ​ເສດ​ຖະ​ກິດ​ການ​ຕະ​ຫລາດ​ຕາມ​ກ​ານ​ກຳ​ນົດ​ທິດ​ສັງ​ຄົມ​ນິ​ຍົມ​ຫລາຍ​ສະ​ບັບ. ກົດ​ໝາຍ​ວ່າ​ດ້ວຍ​ເຮືອນ​ຢູ່ (ສະ​ບັບ​ປັບ​ປຸງ) ແມ່ນ​ສະ​ແດງ​ໃຫ້​ເຫັນທັດ​ສະ​ນະ, ແຜນ​ນະ​ໂຍ​ບາຍ​ຂອງ​ລັດ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ພື້ນ​ຖານ​ເສດ​ຖະ​ກິດ​ການ​ຕ​ະ​ຫລາດ​ຕາມ​ການ​ກຳ​ນົດ​ທິດ​ສັງ​ຄົມ​ນິ​ຍົມ​ໃນ​ຂົງ​ເຂດ​ພັດ​ທະ​ນາ​ເຮືອນ​ຢູ່. ດ້ານ​ຫນຶ່ງ​ແມ່ນ​ສ້າງ​​ສະ​ພາບ​ແວດ​ລ້ອມ​ສະ​ດວກເພື່​ອ​ພັດ​ທະ​ນາ​ເຮືອນ​ຢູ່ ເພື່ອ​ຕອບ​ສະ​ຫນອງ​ຄວາມ​ຕ້ອງ​ການ​ກ່ຽວ​ກັບ​ເຮືອນ​ຢູ່​ຂອງ​ປະ​ຊາ​ຊົນ​ມີ​ລາຍ​ຮັບ​ຕ່ຳ, ພ້ອມ​ທັງ​ເອົາ​ໃຈ​ໃສ່​ການ​ພັດ​ທະ​ນາ​ເຮືອນ​ຢູ່​ສັງ​ຄົມ ເພື່ອ​ຮັບ​ໃຊ້​ບັນ​ດາ​ເປົ້າ​ໝາຍ​ນະ​ໂຍ​ບາຍ, ຜູ້​ທຸກ​ຍາກ, ຜູ້​ມີ​ລາຍ​ຮັບ​ຕ່ຳ. ກົດ​ໝາຍ​ວ່າ​ດ້ວຍ​ການ​ລົງ​ທຶນ(ສະ​ບັບ​ປັບ​ປຸງ)ໄດ້​ຮັບ​ການ​ປະ​ກາດ​ໃຊ້ ນັ້ນ​ໄດ້​ສ້າງ​ບາ​ດ​ກ້າວ​ຫັນ​ປ່ຽນກ່ຽວ​ກັບ​ລະ​ບຽບ​ບໍ​ລິ​ຫານ​ໃນ​ການ​ປະ​ຕິ​ບັດ​ການ​ເຄື່ອນ​ໄຫວ​ລົງ​ທຶນ​ຕິດ​ພັນ​ກັບ​ການ​ປ່ຽນ​ໃຫມ່, ຍົກ​ສູງ​ປະ​ສິດ​ທິ​ຜົນ​ວຽກ​ງານ​ຄຸ້ມ​ຄອງ​ລັດ​ສຳ​ລັບ​ການ​ເຄື່ອນ​ໄຫວ​ລົງ​ທຶນ. ກົດ​ໝາຍ​ວ່າ​ດ້ວຍ​ວິ​ສ​າ​ຫະ​ກິດ (ສະ​ບັບ​ປັບ​ປຸງ) ຊ່ວຍ​ລະ​ດົມ​ບັນ​ດາ​ແຫລ່ງ​ກຳ​ລັງ​ເຂົ້າ​ໃນ​ການ​ຜະ​ລິດ, ດຳ​ເນີນ​ທຸ​ລະ​ກິດ.

        ບັນ​ດາ​ກົດ​ໝາຍ​ໂດຍ​ສະ​ພາ​ແຫ່ງ​ຊ​າດ​ປະ​ກາດ​ໃຊ້​ໃນ​ປີ 2014 ກໍ​ຢືນ​ຢັນ​ຢ່າງ​ຈະ​ແຈ້ງ​ການ​ຮັບ​ປະ​ກັນ​ສິດ​ທິ​ມະ​ນຸດ ແລະ ສິດ​ພົນ​ລະ​ເມືອງ ຕາມ​ການ​ກຳ​ນົດ​ຂອງ​ລັດ​ຖະ​ທຳ​ມະ​ນູນ. ສະ​ພາ​ແຫ່ງ​ຊາດ​ຮັບ​ຮອງ​ເອົາ​ກົດ​ໝາຍ​ສະ​ບັບ​ປັບ​ປຸງ, ເພີ່ມ​ເຕີມ​ບາງ​ຂໍ້​ມາດ​ຕາ​ຂອງ​ກົດ​ໝາຍ​ວ່າ​ດ້ວຍ​ປະ​ກັນ​ສຸ​ຂະ​ພາບ, ກົດ​ໝາຍ​ວ່າ​ດ້ວຍ​ປະ​ກັນ​ສັງ​ຄົມ(ສະ​ບັບ​ປັບ​ປຸງ). ບັນ​ດາ​ກົດ​ໝາຍນີ້ ແມ່ນ​ການ​ກຳ​ນົດ​ທິດ​ສຳ​ຄັນ​ກ່ຽວ​ກັບ​ການ​ເປີດກວ້າງ​ເປົ້າ​ໝາຍ​ຊື້​ບັດ​ປະ​ກັນ​ສັງ​ຄົມ, ມູ່ງ​ໄປ​ເຖິງ​ທົ່ວ​ປວງ​ຊົນ​ນຳ​ໃຊ້​ປະ​ກັນ​ສັງ​ຄົມ​ກໍ​ຄື​ສ້າງ​ກົນ​ໄກ​ດ້ານ​ກົດ​ໝາຍ ຮັບ​ປະ​ກັນ​ສິດ​ຜົນ​ປະ​ໂຫຍດ​ຂອງ​ຜູ້​ເຂົ້າ​ຮ່ວມ​ປະ​ກັນ​ສ​ຸ​ຂະ​ພາບ. ແລະ ກໍ​ໃນ​ປີ 2014, ສະ​ພາ​ແຫ່ງ​ຊາດ ປືກ​ສ​າ​ຫາ​ລື​ປະ​ມວນ​ກົດ​ໝາຍ​ພົນ​ລະ​ເຮືອນ(ສະ​ບັບ​ປັບ​ປຸງ) ເພື່ອ​ຮັບ​ເອົາ​ຄຳ​ເຫັນ​ປະ​ກອບ​ຂອງ​ປະ​ຊາ​ຊົນ​ໃນ 3 ເດືອນ​ຕົ້ນ​ປີ 2015.

        ເມື່ອ​ຕ​ີ​ລາ​ຄາ​ໂດຍ​ສັງ​ເຂບ​ກ່ຽວ​ກັບ​ການ​ສ້າງ​ກົດ​ໝາຍ, ທ່ານ ດີງ​ຊວນ​ຖາວ, ສະ​ມາ​ຊ​ິກ​ສະ​ພາ​ແຫ່ງ​ຊາດ ນະ​ຄອນ ຮ່າ​ໂນ້ຍ ຖື​ວ່າ:

        “ເລື່ອງ​ສ້າງ​ກົດ​ໝາຍ​ມີ​ການ​ຫັນ​ປ່ຽນ​ຢ່າງ​ຕັ້ງ​ຫນ້າ, ​ບັນ​ດາ​ມາດ​ຕາ​ລ້ວນ​ແຕ່​ສຸມ​ໃສ່ສິດ​ຂອງ​ປະ​ຊາ​ຊົນ, ຂອງ​ອົງ​ການ​ຈັດ​ຕັ້ງ. ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ເສີມ​ຂະ​ຫຍາຍ​ບົດ​ບາດ ແລະ ຄວາມ​ຮັບ​ຜິດ​ຊອບ​ຕໍ່​ຜູ້​ມີ​ສິດ​ເລືອກ​ຕັ້​ງເປັນ​ຢ່າງ​ດີ, ເປັນ​ຕົ້ນ​ແມ່ນ​ການ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ບັນ​ດາ​ຮ່າງ​ກົດ​ໝາຍ. ເບິ່ງ​ລວມ​ແລ້ວ, ຄຸນ​ນະ​ພາບ​​ໃນ​ການສ້າງ​ກົດ​ໝາຍ ແລະ ວາງ​ອອກ​ບັນ​ດາ​ມະ​ຕິ​ທີ່​ສະ​ໄຫມ​ປະ​ຊຸມ​ແມ່ນ​ມີ​ບາດ​ກ້າວ​ໃຫມ່.”

        ລັດ​ຖະ​ທຳ​ມະ​ນູ​ນ​ປີ 2013 ສ້າງ​ພື້ນ​ຖານ​ດ້ານການ​ເມືອງ, ດ້​ານ​ກົດ​ໝາຍ​ໃຫ້​ແກ່​ໄລ​ຍະ​ພັດ​ທະ​ນາ​ໃຫມ່​ຂ​ອງ​ປະ​ເທດ​ຊາດ. ເລື່ອງ​ຈັດ​ຕັ້ງ​ຜັນ​ຂະ​ຫຍາຍ​ປະ​ຕິ​ບັດ​ລັດ​ຖະ​ທຳ​ມະ​ນູນ ບໍ່​ພຽງ​ແຕ່​ດຳ​ເນີນ​ໃນ​ປີ 2014, 2015 ເທົ່າ​ນັ້ນ ຫາກ​ຕ້ອງ​ປະ​ຕິ​ບັດ​ໃນ​ຊຸມ​ປີ​ຈະ​ມາ​ເຖິງ, ມູ່ງ​ໄປ​ເຖິງ​ຈຸດ​ໝາຍ​ສ້າງ​ລັດ​ແຫ່ງ​ອຳ​ນາດ​ນິ​ຕິ​ບັນ​ຍັດ​ສັງ​ຄົມ​ນິ​ຍົມ. ເມື່ອ​ເຕື້ອງ​ເຖິງ​ເນື້ອ​ໃນ​ດັ່ງ​ກ່າວ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຫງວຽນ​ຊີງ​ຮຸ່ງ ຢືນ​ຢັນ​ວ່າ:

        “ສະ​ພາ​ແຫ່ງ​ຊາດມອບ​ໃຫ້​ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ, ບັນ​ດາ​ອົງ​ການ​ຂອງ​ສະ​ພາ​ແຫ່ງ​ຊາດ, ລັດ​ຖະ​ບານ ແລະ ບັນ​ດາ​ອົງ​ການຈັດ​ຕັ້ງ​ກ່ຽວ​ຂ​້ອງ ຮັບ​ປະ​ກັນ​ການ​ປະ​ຕິ​ບັດ່​​ບັນ​ດາ​ກົດ​ໝາຍ, ມະ​ຕິ​ ຊື່ງ​ສະ​ພາ​ແຫ່ງ​ຊາດ​ຮັບ​ຮ​ອງ​ເອົາ​ຢ່າງ​ທັນ​ການ, ມີປະ​ສິດ​ທິ​ຜົນ, ພ້ອມ​ທັງ​ສືບ​ຕໍ່​ກວດ​ກາ​ຄືນ​ ລະ​ບົບກົດ​ໝາຍ​ທັງ​​ໝົດ ເພື່ອປັບ​ປຸງ, ເພີ່ມ​ເຕີມ, ຍົກ​ເລີກ ຫລື​ປະ​ກາດ​ໃຊ້​ໃຫມ່​ໃຫ້​ເໝາະ​ສົມ​ກັບ​ລັດ​ຖະ​ທຳ​ມະ​ນູນ​ຢ່າງ​ທັນ​ການ. ຍູ້​ແຮງວຽກ​ງານ​ໂຄ​ສະ​ນາ, ເຜີຍ​ແຜ່, ສຶກ​ສາ​ດ້ານກົດ​ໝາຍ, ປະ​ກອບ​ສ່ວນ​ນຳ​ລັດ​ຖະ​ທຳ​ມະ​ນູນ ແລະ ກົດ​ໝາຍ​ເຂົ້າ​ສູ່​ຊີ​ວິດ.”

        ລັດ​ຖະ​ທຳ​ມ​ະ​ນູນ​ປີ 2013 ໄດ້​ຮັບ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ໄດ້​ດີ​ຫລືບໍ່ ແມ່ນ​ອີງ​ໃສ່​ວຽກ​ງານ​ສ້າງ​ກົດ​ໝາຍ ແລະ ຜັນ​ຂະ​ຫຍາຍ​ປະ​ຕິ​ບັດ​ກົດ​ໝາຍ. ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຫັນ​ລັດ​ຖະ​ທຳ​ມະ​ນູນ​ເປັນ​ລະ​ບອບ​ກົດ​ໝາຍ​ຂອງ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ​ໃນ​ປີ 2014 ປະ​ກອບ​ສ່ວນ​ສຳ​ຄັນ​ເພື່ອ​ໃຫ້​ລັດ​ຖະ​ທຳ​ມະ​ນູນ​ເຂົ້າ​ສູ່​ຊີ​ວິດ, ສ້າງ​ທ່າ​ເພື່ອ​ປັບ​ປຸງ​ພື້ນ​ຖານ​ດ້ານ​ກົດ​ໝາຍ​ສັງ​ຄົມ​ນິ​ຍົມ​ , ປ່ຽນ​ໃຫມ່​ພັດ​ທະ​ນາ​ປະ​ເທດ​ຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ