​ຫັນ​ສິດ​ເສ​ລີ​ໃນ​ການ​ເຊື່ອ​ຖື​, ເຫລື້ອມ​ໃສ​ສາ​ສະ​ຫ​ນາ​ຢູ່ ຫວຽດ​ນາມ ໃຫ້​ປະ​ກົດ​ຜົນ​ເປັນ​ຈິງ

(VOVWORLD) -ວັນບຸນຄຼິດສະມາດ ໃນວັນທີ 25 ທັນວາ ທຸກໆປີ ແມ່ນວັນບຸນຂອງປະຊາຊົນເຊື່ອຖືສາສະຫນາ ກິໂຕ ຄື: ກາໂຕລິກ ແລະ ໂປແຕສະຕັງ ແຕ່ດົນນານມາແລ້ວ ມັນໄດ້ປະກອບສ່ວນເຮັດໃຫ້ການເຄື່ອນໄຫວດ້ານຈິດວິນຍານ, ວັດທະນະທຳອຸດົມສົມບູນຂຶ້ນຕື່ມ ແລະ ຄວາມຈິງ ແມ່ນໂອກາດເພື່ອເພີ່ມທະວີກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ, ເປັນເອກະພາບເຈດຈຳນົງ ແລະ ຄວາມມຸ່ງມາດປາດຖະຫນາຂອງປະຊາຊົນຫວຽດນາມ ໝົດທຸກຄົນ. ເພາະສະນັ້ນ ວັນບຸນຄຼິດສະມາດ ແມ່ນນຳມາໃຫ້ສານຢ່າງແຮງກ່ຽວກັບສິດເສລີໃນການເຫລື້ອມໃສສາສະຫນາ, ໂດຍບໍ່ຫົວຊາຕໍ່ຖ້ອຍທຳນອງເສກສັນປັ້ນແຕ່ງຂອງພວກຫົວຮຸນແຮງ ເພື່ອແນໃສ່ປະຕິເສດນະໂຍບາຍກ່ຽວກັບສິດເສລີໃນການເຫລື້ອມໃສສາສະຫນາຂອງ ພັກ ແລະ ລັດ ຫວຽດນາມ.
​ຫັນ​ສິດ​ເສ​ລີ​ໃນ​ການ​ເຊື່ອ​ຖື​, ເຫລື້ອມ​ໃສ​ສາ​ສະ​ຫ​ນາ​ຢູ່ ຫວຽດ​ນາມ ໃຫ້​ປະ​ກົດ​ຜົນ​ເປັນ​ຈິງ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມີງຈິງ ໄດ້ໄປຢ້ຽມຢາມ, ອວຍພອນຜູ້ມີຍົດສັກຕຳແຫນ່ງ, ຊາວຄຼິດ ຢູ່ ແຂວງ ບ່າເຣ້ຍ ຫວູງເຕົາ

ເນື່ອງໃນໂອກາດວັນບຸນຄຼິດສະມາດ ປີ 2021, ທ່ານນາຍົກລັດຖະມົນຕີ ຟ້າມມີງຈິງ ໄດ້ໄປຢ້ຽມຢາມ, ອວຍພອນຜູ້ມີຍົດສັກຕຳແຫນ່ງ, ຊາວຄຼິດ ຢູ່ ແຂວງ ບ່າເຣ້ຍ ຫວູງເຕົາ. ທ່ານ ນາຍົກລັດຖະມົນຕີ ຟ້າມມີງຈິງ ສະແດງຄວາມປິຕິຊົມຊື່ນ ເມື່ອເຫັນວ່າ ເຂດຊາວຄິຼິດ ຢູ່ທີ່ນີ້ ໃຫຍ່ໂຕສວຍງາມ, ສະອາດເພື່ອຮັບຕ້ອນ ວັນບຸນຄຼິດສະມາດ. ທ່ານນາຍົກລັດຖະມົນຕີ ປາດຖະຫນາຢາກໃຫ້ພໍ່ແມ່ປະຊາຊົນຊາວຄຼິດ ສືບຕໍ່ເສີມຂະຫຍາຍຈິດໃຈ “ເຄົາລົບນັບຖືພະເຢຊູ, ຮັກຊາດ”, ປະຕິບັດແຜນນະໂຍບາຍ, ນະໂຍບາຍ ກົດໝາຍຂອງຂອງພັກ, ລັດ ຢ່າງເຂັ້ມງວດ, ມານະພະຍາຍາມບືນຕົວຂຶ້ນເພື່ອໃຫ້ມີຊີວິດນັບມື້ນັບອີ່ມຫນຳສຳລານ, ສົມບູນພູນສຸກ, ສາມັກຄີ, ຮັກແພງຊ່ວຍເຫລືອເຊິ່ງກັນ ແລະກັນ, ປະກອບສ່ວນສ້າງສາບ້ານເກີດເມືອງນອນ, ປະເທດຊາດໃຫ້ນັບມື້ນັບພັດທະນາ.

ທ່ານນາຍົກລັດຖະມົນຕີ ຢັ້ງຢືນ: ຫວຽດນາມ ພວມກໍ່ສ້າງພື້ນຖານປະຊາທິປະໄຕ ສັງຄົມນິຍົມ, ລັດແຫ່ງອຳນາດນິຕິບັນຍັດ ສັງຄົມນິຍົມ, ພື້ນຖານເສດຖະກິດການຕະຫລາດ ສັງຄົມນິຍົມ, ພັກ ແລະ ລັດ ຍາມໃດກໍ່ເຄົາລົບ ແລະ ຮັບປະກັນສິດທິມະນຸດ, ສິດເສລີໃນການເຊື່ອຖືສາສະຫນາ ແລະ ບໍ່ເຊື່ອຖືສາສະຫນາ. ເນື່ອງໃນໂອກາດ ວັນບຸນຄຼິດສະມາດ ແລະ ປີໃຫມ່ສາກົນ 2022, ທ່ານ ນາຍົກລັດຖະມົນຕີ ຟ້າມມີງຈິງ ໄດ້ຕາງຫນ້າການນຳພັກ, ລັດ ອວຍພອນປະຊາຊົນຊາວຄິຼດ ຢູ່ ແຂວງ ບ່າເຣ້ຍ ຫວູງເຕົາ ແລະ ຊາວຄິຼິດ ໃນທົ່ວປະເທດ ຕ້ອນຮັບວັນບຸນຢ່າງເບີດບານມ່ວນຊື່ນ, ປອດໄພ ແລະ ມີຊີວິດນັບມື້ນັບອີ່ມໜຳສຳລານ, ສົມບູນພູນສຸກ.

ວັນບຸນຄຼິດສະມາດ ພຽງແຕ່ແມ່ນຫນຶ່ງໃນຈຳນວນ 8000 ງານບຸນກ່ຽວກັບການເຫລື້ອມໃສ, ສາສະຫນາໃນປີຫນຶ່ງຂອງປະຊາຊົນທີ່ເຊື່ອຖືສາສະຫນາຕ່າງໆຢູ່ ຫວຽດນາມ. ໄລ່ມາຮອດທ້າຍປີ 2019, ຫວຽດນາມ ມີ 43 ອົງການຈັດຕັ້ງສາສະຫນາທີ່ຂຶ້ນກັບ 16 ສາສະຫນາ. ຕາມການສະຖິຕິ ມີຊາວຫວຽດນາມ ປະມານ 95% ເຂົ້າຮ່ວມການເຄື່ອນໄຫວເຫລື້ອມໃສສາສະຫນາ. ຄວາມຈິງ ບັນຍາກາດການເຄື່ອນໄຫວສາສະຫນາໃນໝູ່ປະຊາຊົນທຸກຊັ້ນວັນນະໃນຊຸມປີຜ່ານມາ ນັບມື້ນັບຟົດຟື້ນ ແລະ ມີທ່າອ່ຽງເພີ່ມຂຶ້ນ.

ເລື່ອງຫັນການເຄື່ອນໄຫວດ້ານສາສະຫນາເປັນຫລາຍຮູບແບບ ເປັນການພິສູດໃຫ້ເຫັນສິດເສລີໃນການເຊື່ອຖືເຫລື້ອມໃສສາສະຫນາຢູ່ ຫວຽດນາມ ໄດ້ ແລະ ພວມໄດ້ຮັບປະກັນ. ບໍ່ພຽງແຕ່ສຳລັບປະຊາຊົນທີ່ເຊື່ອຖືສາສະຫນາກາໂຕລິກເທົ່ານັ້ນ ຫາກຂອບຂະຫນາດ ແລະ ການເຄື່ອນໄຫວຂອງປະຊາຊົນທີ່ເຊື່ອຖືສາສະຫນາອື່ນ ກໍ່ນັບມື້ນັບເພີ່ມຂຶ້ນ ແລະ ດຳເນີນໄປຢ່າງຟົດຟື້ນ, ການເຄື່ອນໄຫວຊີວິດດ້ານຈິດວິນຍານຂອງປະຊາຊົນ ຍາມໃດກໍ່ໄດ້ຮັບຄວາມເອົາໃຈໃສ່ຈາກອຳນາດການປົກຄອງ.

ໃນສະພາບທີ່ປະເທດຊາດນັບມື້ນັບເຊື່ອມໂຍງເຂົ້າກັບໂລກຢ່າງເລິກເຊິ່ງ, ການເຄື່ອນໄຫວສາກົນຂອງສາສະໜາຕ່າງໆຢູ່ ຫວຽດນາມ ໄດ້ດຳເນີນຫຼາກຫຼາຍຮູບແບບ, ອຸດົມສົມບູນ ນັ້ນແມ່ນໝາກຜົນຂອງນະໂຍບາຍເປີດກວ້າງຂອງພັກ ແລະ ລັດ ຫວຽດນາມ ທີ່ໄດ້ອຳນວຍຄວາມສະດວກໃຫ້ບັນດາອົງການຈັດຕັ້ງທາງສາສະໜາ, ສ່ວນບຸກຄົນເຄື່ອນໄຫວ. ລັດ ຫວຽດນາມ ໄດ້ສ້າງເງື່ອນໄຂເພື່ອໃຫ້ບັນດາອົງການຈັດຕັ້ງ, ຄະນະ, ສະມາຄົມສາສະໜາຈັດຕັ້ງກອງປະຊຸມ, ວັນບຸນທາງສາສະໜາສາກົນໃຫຍ່ຢູ່ ຫວຽດນາມ, ກໍຄືເຂົ້າຮ່ວມການສົນທະນາກ່ຽວກັບສິດທິມະນຸດກັບຄູ່ຮ່ວມມືຢ່າງມີປະສິດທິຜົນ (ໃນນັ້ນມີບັນຫາສິດເສລີໃນການເຫຼື້ອມໃສ, ເຊື່ອຖືສາສະໜາ); ສ້າງ ແລະ ປ້ອງກັນຕໍ່ ສປຊ “ບົດລາຍງານແຫ່ງຊາດຕາມກົນໄກທົບທວນປະຈຳໄລຍະ ຮອບວຽນ III” (UPR) ແລະ “ບົດລາຍງານປະຕິບັດສົນທິສັນຍາສາກົນກ່ຽວກັບ ສິດພົນລະເຮືອນ ແລະ ການເມືອງ” (ICCPR); ຕອບຄຳສະເໜີແນະຂອງບັນດາອົງການ ສປຊ ກ່ຽວກັບສິດທິມະນຸດ, ໃນນັ້ນມີບັນຫາການເຫຼື້ອມໃສ ແລະ ເຊື່ອຖືສາສະໜາ. ການພົວພັນລະຫວ່າງ ຫວຽດນາມ - ສຳນັກວາຕີກັງ ສືບຕໍ່ໄດ້ຮັບການຮັກສາ ແລະ ມີບາດກ້າວເດີນໃໝ່; ຍົກລະດັບການພົວພັນຈາກທູດພິເສດບໍ່ປະຈຳການ ຂຶ້ນເປັນທູດພິເສດປະຈຳການ; ສືບຕໍ່ແລກປ່ຽນຄະນະຜູ້ແທນຂັ້ນສູງ, ກະກຽມໃຫ້ແກ່ການເຈລະຈາ ແລະ ການເຄື່ອນໄຫວຊຸກຍູ້ການພົວພັນລະຫວ່າງສອງຝ່າຍໃຫ້ເປັນຢ່າງດີ.

​ຫັນ​ສິດ​ເສ​ລີ​ໃນ​ການ​ເຊື່ອ​ຖື​, ເຫລື້ອມ​ໃສ​ສາ​ສະ​ຫ​ນາ​ຢູ່ ຫວຽດ​ນາມ ໃຫ້​ປະ​ກົດ​ຜົນ​ເປັນ​ຈິງ - ảnh 2ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ອວຍພອນ ແລະ ມອບຂອງຂວັນເນື່ອງໃນໂອກາດບຸນຄຼິດສະມາດ ຢູ່ເຂດຊາວຄຼິດ ລອງເຮືອງ, ແຂວງ ບ໋າເຣ້ຍ - ຫວູງເຕົາ
ພັກ, ລັດ ຫວຽດນາມ ໄດ້ເອົາໃຈໃສ່ຕໍ່ການເຄື່ອນໄຫວເຫຼື້ອມໃສ, ເຊື່ອຖືສາສະໜາໃຫ້ແກ່ພໍ່ແມ່ພີ່ນ້ອງບໍ່ພຽງແຕ່ຢູ່ພາຍໃນປະເທດເທົ່ານັ້ນ ຫາກນັບທັງປະຊາຄົມຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດອີກດ້ວຍ. ຄະນະສາສະໜາລັດຖະບານໄດ້ສ້າງຕັ້ງຫຼາຍຄະນະ ຫຼື ສົມທົບກັບການເດີນທາງໄປປະຕິງານຢູ່ຕ່າງປະເທດເພື່ອພົບປະໂອ້ລົມກັບປະຊາຄົມຊາວ ຫວຽດນາມ ເພື່ອຮັບຟັງຊອກຮູ້ຄວາມມຸ່ງມາດປາດຖະໜາຂອງພໍ່ແມ່ພີ່ນ້ອງ, ແລກປ່ຽນກັບອຳນາດການປົກຄອງປະເທດປະຈຳຖິ່ນ ສະເໜີໃຫ້ໜູນຊ່ວຍປະຊາຄົມຊາວ ຫວຽດນາມ ມີສິດເສລີໃນການເຄື່ອນໄຫວທາງສາສະໜາ, ສ້າງຄວາມຕື່ນເຕັ້ນດີໃຈ ແລະ ຄວາມຜູກພັນກັບບ້ານເກີດເມືອງນອນ, ປະເທດຊາດຫຼາຍກວ່າອີກ. ການເຄື່ອນໄຫວພົວພັນຕ່າງປະເທດທາງສາສະໜາຢູ່ ຫວຽດນາມ ບໍ່ພຽງແຕ່ໄດ້ຮັບການປະຕິບັດຕາມຂໍ້ກຳນົດຂອງກົດໝາຍວ່າດ້ວຍການເຫຼື້ອມໃສ, ເຊື່ອຖືສາສະໜາເທົ່ານັ້ນ, ຫາກຍັງໄດ້ຮັບການອຳນວຍຄວາມສະດວກເພື່ອໃຫ້ອົງການຈັດຕັ້ງທາງສາສະໜາຍົກສູງຖານະບົດບາດ ແລະ ທີ່ຕັ້ງໃນການເຄື່ອນໄຫວສາກົນ, ກໍຄືສ້າງເງື່ອນໄຂເພື່ອໃຫ້ບັນດາອົງການຈັດຕັ້ງຕ່າງປະເທດມີໂອກາດໄດ້ສຳຜັດກັບຊີວິດຕົວຈິງທາງສາສະໜາຢູ່ບັນດາເຂດພາກແຫ່ງຕ່າງໆຂອງ ຫວຽດນາມ, ປະກອບສ່ວນເຂົ້າໃນວຽກງານຮັບປະກັນສິດເສລີໃນການເຫຼື້ອມໃສ, ເຊື່ອຖືສາສະໜາຂອງສ່ວນບຸກຄົນ, ອົງການຈັດຕັ້ງທາງສາສະໜາໃຫ້ນັບມື້ນັບດີຂຶ້ນ.

ບັນດາຫຼັກຖານດັ່ງກ່າວໄດ້ຊີ້ໃຫ້ເຫັນນະໂຍບາຍສະເໝີຕົ້ນສະເໝີປາຍຂອງພັກ ແລະ ລັດ ຫວຽດນາມ ນັ້ນແມ່ນ ເຄົາລົບສິດເສລີໃນການເຫຼື້ອມໃສ, ເຊື່ອຖືສາສະໜາ ແລະ ປະຊາຊົນ ຫວຽດນາມ ບໍ່ຖືກກີດກັ້ນ ຫຼື ກໍ່ຄວາມຫຍຸ້ງຍາກແກ່ການເຄື່ອນໄຫວທາງສາສະໜາ. ວັນບຸນຄຼິດສະມາດຂອງພໍ່ແມ່ພີ່ນ້ອງຊາວຄຼິດ ແລະ ສະພາບການຕົວຈິງທີ່ມີຊີວິດຊີວາໃນຊີວິດສັງຄົມ ແມ່ນສານປະຕິເສດຢ່າງແຮງຕໍ່ທຸກຖ້ອຍທຳນອງເສກສັນປັ້ນແຕ່ງ, ບໍ່ມີມູນຄວາມຈິງກ່ຽວກັບສິດເສລີໃນການເຫຼື້ອມໃສ, ເຊື່ອຖືສາສະໜາຂອງ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ