ຫລຸດຜ່ອນການຊ່ວຍເຫລືອດ້ານການທະຫານ-ບາດຖອຍຫລັງໃນການພົວພັນລະຫວ່າງ ອາເມລິກາ - ອີຢີບ

(vovworld)-ພາຍຫລັງ​ບັນດາການ​ບຸກ​ໂຈມ​ຕີ ​ແລະ ປາບ​ປາມ​ຜູ້​ແຫ່​ຂະ​ບວນປະ​ທ້ວງ​ທີ່​ສະຫນັບສະຫນູນ​ປະທານາທິບໍດີ​ອີ​ຢີບ Mohamed Morsi ຜູ້​ຖືກ​​ໂຄ່ນ​ລົ້ມ, ອາ​ເມ​ລິ​ກາ ​ໄດ້​ຢຸດຕິ​ບ້ວງ​ເງິນ​ຊ່ວຍ​ເຫລືອ​ດ້ານ​ການ​ທະຫານ ​ແລະ ​ເສດຖະກິດ​ໃຫ້​ແກ່​ປະ​ເທດ​ພັນທະ​ມິດ​ຈຳນວນ​ຫນຶ່ງ​ຢ່າງ​ເປັນ​ທາງ​ການ​ໃນ​ກາງອາທິດ​ນີ້. ບໍ່​ແນ່​ວ່າ ນີ້​ແມ່ນ​ຄຳຕັດ​ສິນຂອງ​ອຳນາດ​ການ​ປົກຄອງ​​ອາ​ເມ​ລິ​ກາ​ໃນຂະນະທີ່​ປະ​ເທດ​ອີ​ບຢີບ​ເຊິ່ງ​ແມ່ນພັນທະ​ມິດ​ສຳຄັນ​ຂອງ​ອາ​ເມ​ລິ​ກາ​ຢູ່​ພາກ​ພື້ນ ຕ​າ​ເວັນ​ອອກ​ກາງ ພວມ​ຕ້ອງ​ປ​ະ​ເຊີນ​ຫນ້າ​ກັບ​ບັນດາ​ສິ່ງ​ທ້າ​ທາຍ​ຈາກ​ດ້ານ​ເສດຖະກິດ​ຕະຫລອດ​ຮອດ​ຄວາມໝັ້ນຄົງ. ​   

ຫລຸດຜ່ອນການຊ່ວຍເຫລືອດ້ານການທະຫານ-ບາດຖອຍຫລັງໃນການພົວພັນລະຫວ່າງ ອາເມລິກາ - ອີຢີບ - ảnh 1
ຄວາມເຄັງຕືງສືບຕໍ່ເກີດຂຶ້ນຢູ່ອີຢີບ
ພາບ:internet

ສັນ​ຍານ​ບໍ່​ດີ​ກ່ຽວ​ກັບ​ດ້ານ​ການ​ເງິນ, ການ​ທະຫານ.

        ບ້ວງ​​ເງິນ​ຊ່ວຍ​ເຫລືອ​ດ້ານ​ການ​ເງິນ ຊື່​ງວໍ​ຊິງ​ຕັນ ຢຸດຕິ​ການ​ສະຫນອງ​ໃຫ້​ແກ່​ອີ​ຢີບ​ແມ່ນ 260 ລ້ານ USD, ພ້ອມ​ກັນ​ນັ້ນ ​ແມ່ນ​ເລື່ອງ ອາ​ເມ​ລິ​ກາ ຈະ​ຢຸດຕິ​ການ​ມອບ​​ໂອນ​ບັນດາ​ອາວຸດ​ສຳຄັນ, ​ໃນ​ນັ້ນ ມີ​ເຮືອບິນ​​ເອລີກອບ​​​​​​ແຕ Apache 10 ລຳ, ​ເຮືອບິນ​ສູ້​ຮົບ F 16, ລົດ​ຖັງ M1A1 Abrams ​ແລະ ລູກ​ສອນ​ໄຟ Harpoon. ກ່ອນ​ຫນ້າ​ນັ້ນ ອາ​ເມ​ລິ​ກາ ກໍ​ໄດ້​ຍົກ​ເລີກ​ການ​ຊ​້ອມຮົບ​ຮ່ວມ​ກັບ ອີ​ຢີບ ​ແລະ ​ໂຈະ​ການມອບ​ໂອນ​ເຮືອບິນ​ສູ້​ຮົບ E 16 4 ລຳ ພ້ອມ​ກັບ​ອາວຸດ​ທີ່​ມີ​ລາ​ຄາ​ສູງ​ໃຫ້​ແກ່​ປະ​ເທດ​ນີ້.

        ຜ່ານ​ຂໍ້​ຕົກລົງ​ຢຸດ​ຕິ​ການ​ຫນູນ​ຊ່ວຍ​ໃຫ້​ແກ່​ອີ​ຢີບ, ປະທານາທິບໍດີ ອາ​ເມ​ລິ​ກາ Brack Obama ຢາກ​ສ້າງ​ກຳລັງ​ດັນ​ຮຽກຮ້ອງ​ໃຫ້​ອຳນາດ​ການ​ປົກຄອງ​ຊົ່ວຄາວ​ອີ​ ຢີບ ຫລຸ​ດຜ່ອນ​ບັນດາ​ການ​ປາບ​ປາມ​ຜູ້​ສະຫນັບສະຫນູນ​ທ່ານ Morsi ​ແລະ ຕັ້ງຫນ້າ​ກວ່າ​ໃນ​ວິວັດ​ການ​ມອບ​ໂອນ​ການ​ເມືອງຢູ່​ອີ​ຢີບ.

        ​ເລື່ອງ​ຢຸດຕິ​ບ້ວງ​ເງິນ​ຊ່ວຍ​ເຫລືອ​ດັ່ງກ່າວ​ບໍ່​ແມ່ນ​ເລື່ອງ​ບັງ​ເອີນ ​ເມື່ອ​ກ່ອນ​ນັ້ນ ຫາງ​ສຽງ​ກໍ​ໄດ້​ເຕື້ອງ​ເຖິງ​​ເລື່ອງ​ອາ​ເມ​ລິ​ກາອາດ​ຈະຄິດ​ໄລ່​ຊັ່ງຊາ​ຄືນ​ບ້ວງ​ເງິນ​ຊ່ວຍ​ເຫລືອ​ໃຫ້​ແກ່​ອີ​ຢີບ ນັບ​ແຕ່​ເມື່ອ​ເກີດ​ການ​ລັດຖະປະຫານ​ປະທານາທິບໍດີ Morsi ​ເມື່ອ​ເດືອນ 7 ​ແລະ ບັນດາ​ບັ້ນ​ປາບ​ປາມ​ທີ່​ນອງ​ເລືອດ​​ໃສ່​ບັນດາ​ສະມາຊິກ​ອົງການ​ອ້າຍ​ນ້ອງ ມຸດ​ສະລີ​ມ (MB)ຫລັງ​ຈາກ​ນັ້ນ.

        ຫລຸດຜ່ອນ​ຄວາມຜົນ​ສະທ້ອນດ້ວຍ​ຕົນ​ເອງ

​ເມື່ອ​ ອາ​ເມ​ລິ​ກາ ປະກາດ​ຫລຸດຜ່ອນ​ການ​ຊ່ວຍ​ເຫລືອ​​ຢ່າງ​ເປັນ​ທາງ​ການ, ລັດຖະບານ​ຊົ່ວ​ຄາວ ອີ​ຢີບ​ໄດ້​ປະຕິ​ເສດ​ຢ່າງ​ແຂງ​ແຮງ. ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ອີ​ຢີບ Badr Abdelatty ​ເນັ້ນ​ຫນັກ ຂໍ້​ຕົກລົງ​ຂອງ​ອາມ​ເລິ​ກາ​ແມ່ນ​ສິ່ງ​ທີ່​ຜິດພາດ​ທີ່​ສຸດ ​ແລະ ບໍ່​ຖືກ​ກັບ​ຈຸດ​ເວລາ ຂະນະ​ທີ່​ອີ​ຢີບພວມ​ປະ​ເຊີນ​ຫນ້າ​ກັບ​ບັນດາ​ສິ່ງ​ທ້າ​ທາຍ​ອັນ​ຕະລາຍ​ທີ່​ກ່ຽວຂ້ອງ​ເຖິງ​ການ​ກໍ່​ການ​ຮ້າຍ. ຕາມ ທ່ານ Badr Abdelatty ​ແລ້ວ, ຂໍ້​ຕົກລົງ​ດັ່ງກ່າວ​ເຮັດ​ໃຫ້​ວົງ​ການ​ການ​ເມືອງ Cairo ​ເກີດ​ຄວາມ​ສົງ​ໃສ​ກ່ຽວ​ກັບ​ການ​ສະຫນັບສະຫນູນ​ທີ່​ມີ​ລັກສະນະ​ຍຸດ​ທະ​ສາດ​ຂອງ ວໍ​ຊິງ​ຕັນ ສຳລັບ​ບັນດາ​ໂຄງການ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ຂອງ ອີ​ຢີບ. ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ອີ​ຢີບ Badr Abdelatty ກໍ​ຢືນຢັນ: ຄະນະ​ການ​ນຳ​ປະ​ເທດ​ນີ້​ຈະ​ບໍ່​ປ່ຽນ​ແປງ​ບັນດາ​ນະ​ໂຍບາຍ​ປະຈຸ​ບັນ​ຂອງ​ຕົນ.

        ນາຍົກລັດຖະມົນຕີ ຊົ່ວຄາວ ອີ​ຢີບ Hazem El Beblawi ກ່າວ​ເຕືອນ​ວ່າ ​ໃນ​ອະດີດຕະການ, ອີ​ຢີບ ​ເຄີຍ​ຊື້​ອາວຸດ​ຂອງ​ລັດ​ເຊຍ ​ແລະ ຈະ​ຊອກ​ວິທີ​ການ​ໃຫ້​ແກ່​ອະນາຄົດ ​ໂດຍ​ບໍ່​ຕ້ອງການ​ເຖິງ​ການ​ຊ່ວຍ​ເຫລືອ​ຈາກ ອາ​ເມ​ລິ​ກາ. ທ່ານ​ກໍ​​ເປ​ີດ​ເຜີຍ​ວ່າ: ຊາ​ອຸ​ດີ ອາຣັບບີ,  ຢູ​ໄນ​ເຕບ ອາຣັບ ​ເອມີ​ເຣດ ​ແລະ ຄູ​ເວດ ​ໄດ້​ໝັ້ນ​ໝາຍ​ຊ່ວ​ຍ​ເຫລືອ​ລັດຖະບານ​ໃຫມ່​ຂອງ​ອີ​ຢີບ ນັບ​ຕື້ USD, ບັນດາ​ບ້ວງ​ຊ່ວຍ​ເຫລືອ​ດັ່ງ​ກ່າວ​ຈະ​ຊ່ວຍ​ໃຫ້​ກອງທັບ​ສາມາດ​ຄົງ​ຕົວ​ໄດ້ ​​ແຕ່​ບໍ່​ຖືກຜົນ​ສະທ້ອນ​ຍ້ອນ​ຂາດ​ການ​ຊ່ວຍ​ເຫ​ລື​ອດ້ານ​ການ​ທະຫານ​ຂອງ ອາ​ເມ​ລິ​ກາ. ຜູ້​ບັນຊາ​ການ​ທະຫານ​ອີ​ຢີບ Abdel Fattah Sisi ກ່າວ​ເຕືອນ​ວ່າ ອີ​ຢີບ ຈະ​ອະ​ໄພ​ຕໍ່ຫນ້າ​ບໍ່ວ່າ​ກຳລັງ​ດັນ​ໃດ ​ເຖິງ​ວ່າ​ຜ່ານ​ການ​ກະທຳ​ຫລື​ພຽງ​ແຕ່​ແມ່ນ​ການ​ໃສ່​ຮ້າຍ​ປາຍ​ສີ.

        ຂໍ້​ຕົກລົງ​ຂອງ​ອາ​ເມ​ລິ​ກາ ບໍ່​ພຽງ​ແຕ່​ເຮັດ​ໃຫ້ການ​ພົວພັນ​ກັບ​ພັນ​ທະ​ມິດ​ມີ​ຄວາມເຄັ່ງ​ຕືງ​ເທົ່າ​ນັ້ນ ຫາກຍັງ​ຄາດ​ຄະ​ເນ​ຈະ​ກໍ່​ຜົນ​ຮ້າຍ​ຢ່ອນ​ຫລັງ​ຢ່າງ​ຫນັກຫນ່ວງ​ສຳລັບ​ເສດຖະກິດ ອີ​ຢີບ ພາຍຫລັງ​ກວ່າ 2 ປີ​ ທີ່​ປະ​ເທດ​ນີ້​ຕົກ​ເຂົ້າ​ສູ່​ສະພາບຂາດ​ຄວາມ​ສະຖຽນລະ​ພາບ. ຂະ​ແຫນງ​ທອ່ງທ່ຽວ​ຫລຸດ​ລົງ, ວິ​ກິດ​ການ​ເສດຖະກິດ​ຜັນ​ແປ​ໄປ​ຢ່າງ​ສັບສົນ.

        ລະດົມ​ກຳລັງ​ໃຈ​ປະ​ເທດ​ພັນ​ທະ​ມິດ

​ເຖິງ​ວ່າ​ຫລຸດຜ່ອນການ​ຊ່ວຍ​ເຫລືອ​ດ້ານ​ການ​ທະຫານ ​ແລະ ​ເສດຖະກິດ​ກໍ​ຕາມ ​ແຕ່ ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ John Kerry ຖະ​ແຫລ​ງວ່າ: ອາ​ເມ​ລິ​ກາ ຍັງ​ຄົງ​ຮັກສາ​ບ້ວງ​ເງິນ​ຊ່ວຍ​ເຫລືອ​ໃຫ້​ແກ່​ສາທາລະນະ​ສຸກ, ການ​ສຶກສາ, ຕ້ານ​ການ​ກໍ່​ການ​ຮ້າຍ ​ແລະ ຮັບປະກັນ​ຄວາມ​ສະຫງົບ​ປອດ​ໄພ​ຢູ່​ເຂດ​ຊາຍ​ແດນ​ຂອງ​ອີ​ຢີບ. ຂໍ້​ຕົກລົງ​ຢຸດຕິ​ການ​ຊ່ວຍ​ເຫລືອ​ໃຫ້​ແກ່ ອີ​ຢີບ ບໍ່​ໝາຍຄວາມ​ວ່າ ວໍຊິງ​ຕັນ ຢາກ​ເຮັດ​ໃຫ້ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ຊົ່ວ​ຮ້າຍ​ລົງ. ອາ​ເມ​ລິ​ກາ ບໍ່​ມີ​ເຈດ​ຈຳນົງ​​ຢຸດ​ຕິ​ການ​ພົວພັນ​ນີ້ ຫລື​​ໄປ​ຝືນ​ກັບ​ບັນດາ​ຄຳ​ໝັ້ນ​ສັນຍາ​ຫນູນ​ຊ່ວຍ​ຢ່າງ​ເຂັ້ມ​ງວດ. ທ່ານ John Kerry ກໍ່​ເວົ້າວ່າ: ອຳນາດ​ການ​ປົກຄອງປະທານາທິບໍດີ Barack Obama ຈະ​ເຊື່ອມ​ຕໍ່​ການ​ຊ່ວຍ​ເຫລືອ, ອີງ​ໃສ່​ບາດກ້າວ​ຕໍ່​ໄປ​ຂອງ​ອຳນາດ​ການ​ປົກຄອງ​ຊົ່ວຄາວ ​ເພື່ອ​ມຸ່ງ​ໄປ​ເຖິງ​ການ​ມອບ​ໂອນ​ດ້ານ​ການ​ເມືອງ​ຢູ່​ອີ​ຢີບ.

        ​ເຖິງ​ຢ່າງ​ໃດ​ກໍ​ຕາມ ການ​ລະດົມ​ກຳລັງ​ໃຈ​ດັ່ງກ່າວ​ບໍ່​ທັນ​ພຽງພໍ​ເທື່ອ

ອີ​ຢີບ ​ເຄີຍ​ແມ່ນ​ປະ​ເທດ​ມີ​ພື້ນຖານ​ເສດຖະກິດ​ພົ້ນ​ເດັ່ນ​ຢູ່ ຕາ​ເວັນ​ອອກ​ກາງ- ອາ​ຟຼິກາ​ເຫນືອ. ນັບ​ແຕ່​ປີ 1978, ອີ​ຢີບ ​ໄດ້​ຮັບ​ຖື​ວ່າ​ແມ່ນ​ປະ​ເທດ​ພັນທະ​ມິດ​ສຳຄັນ​ຂອງ​ອາ​ເມ​ລິ​ກາ ຢູ່ ພາກ​ພື້ນ​ທີ່​ເກີດ​ການ​ຜັນ​ແປ​ຫລາຍ​ຢ່າງ​ນີ້. ​ດ້ວຍ​ບັນດາ​ສິ່ງ​ທີ່​ພວມ​ເກີດ​ຂຶ້ນ​ດັ່ງກ່າວ​ເບິ່ງຜົນ​ປະ​ໂຫຍ​ດຂອງ​ອາ​ເມ​ລິ​ກາ ​ໃນ​ພາກ​ພື້ນ ຍາກ​ທີ່​ຈະຮັບປະກັນ​ຄື​ກ່ອນ​ນີ້​ໄດ້ ​ແລະ ສຽງ​ເວົ້າ​ຂອງ​ອາ​ເມ​ລິ​ກາ​ ສຳລັບ​ລັດຖະບານ​ຊົ່ວຄາວ​ອີ​ຢີບພວມ​ຄ່ອຍ​ໆ​ບໍ່​ມີ​ຄຸນຄ່າ​ອີກ.

ຂ່າວ/ບົດ​ອື່ນ