ຫລຸດ​ຜ່ອນ​ຜົນ​ຮ້າຍ​ຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດໃຫ້​ຢູ່​ໃນ​ລະ​ດັບ​ຕ່ຳສຸດ​ເພື່ອ​ຍົກ​ສູງ​ສິດທິ​ມະ​ນຸດ​

(VOVWORLD) - ໜຶ່ງໃນບັນດາເນື້ອໃນຂອງກອງປະຊຸມສະພາສິດທິມະນຸດ ສປຊ ຄັ້ງທີ 42 ທີ່ພວມດຳເນີນຢູ່ເຊີແນວ ປະເທດສະວິດ ແຕ່ວັນທີ 10-27 ກັນຍາ ແມ່ນສຸມໃສ່ບັນດາການປ່ຽນແປງຂອງດິນຟ້າອາກາດ. ໂດຍແມ່ນປະເທດຖືກຜົນສະທ້ອນຢ່າງເລິກເຊິ່ງຈາກການປ່ຽນແປງຂອງດິນຟ້າອາກາດນັ້ນ, ຫວຽດນາມ ມີບັນດານະໂຍບາຍ, ແຜນນະໂຍບາຍ ແລະ ບັນດາວຽກເຮັດຕົວຈິງ ເພື່ອແນໃສ່ ຫລຸດຜ່ອນຜົນຮ້າຍຈາກການປ່ຽນແປງຂອງດິນຟ້າອາກາດໃຫ້ຢູ່ໃນລະດັບຕ່ຳສຸດ.
ຫລຸດ​ຜ່ອນ​ຜົນ​ຮ້າຍ​ຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດໃຫ້​ຢູ່​ໃນ​ລະ​ດັບ​ຕ່ຳສຸດ​ເພື່ອ​ຍົກ​ສູງ​ສິດທິ​ມະ​ນຸດ​ - ảnh 1

(ພາບປະກອບ: Soha.vn)

    ຫວຽດນາມ ແມ່ນ 1 ໃນຈຳນວນ 10 ປະເທດຖືກຜົນສະທ້ອນຢ່າງໜັກໜ່ວງກ່ວາໝູ່ຈາກການປ່ຽນແປງຂອງດິນຟ້າອາກາດໃນຮອບເວລາ 20 ປີຜ່ານມາຍ້ອນພະຍຸ, ນ້ຳຖ້ວມ ແລະ ດິນເຊາະເຈື່ອນ. ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ ແມ່ນໜຶ່ງໃນເຂດທົ່ງພຽງສາມແຫ່ງໃນໂລກ ຖືກຜົນກະທົບຍ້ອນນ້ຳທະເລຂຶ້ນສູງ. ຜົນສະທ້ອນຈາກການປ່ຽນແປງຂອງດິນຟ້າອາກາດຕໍ່ຫວຽດນາມ ແມ່ນໜັກໜ່ວງທີ່ສຸດ. ແມ່ນໄພອັນຕະລາຍຕໍ່ເປົ້າໝາຍລົບລ້າງຄວາມອຶດຫິວ ຫລຸດຜ່ອນຄວາມທຸກຍາກ, ເປົ້າໝາຍສະຫັດສະວັດເພື່ອການພັດທະນາແບບຍືນຍົງ. ການປ່ຽນແປງຂອງດິນຟ້າອາກາດຢູ່ຫວຽດນາມ ຍັງນາບຂູ່ຢ່າງຮ້າຍແຮງເຖິງການຄ້ຳປະກັນສະບຽງອາຫານ ແລະ ການພັດທະນາກະສິກຳ.

ແຜນນະໂຍບາຍ, ນະໂຍບາຍທີ່ເໝາະສົມ

   ໂດຍຮັບຮູ້ໄດ້ບັນດາໄພອັນຕະລາຍ ແລະ ສິ່ງທ້າທາຍຈາກການປ່ຽນແປງຂອງດິນຟ້າອາກາດ, ຫວຽດນາມ ໄດ້ເປັນເຈົ້າການໃນການຜັນຂະຫຍາຍການສ້າງ ແລະ ປະກາດໃຊ້ບັນດາແຜນນະໂຍບາຍ, ນະໂຍບາຍຢ່າງເປັນລະບົບເພື່ອແນໃສ່ຮັບມືກັບກະທົບຈາກການປ່ຽນແປງຂອງດິນຟ້າອາກາດຢ່າງມີປະສິດທິຜົນ. ນັບແຕ່ຫົວທີ, ຫວຽດນາມ ໄດ້ມີມະຕິກ່ຽວກັບ “ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ເພີ່ມທະວີການຄຸ້ມຄອງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ”. ພ້ອມກັນນັ້ນ, ຫວຽດນາມ ຍັງໄດ້ປະກາດໃຊ້ໂຄງການດຳເນີນງານເພື່ອແນໃສ່ເປົ້າໝາຍຮອດປີ 2020, ເປັນເຈົ້າການໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດໂດຍພື້ນຖານ, ປ້ອງກັນ ແລະ ຫຼີກລ້ຽງໄພທຳມະຊາດ, ຫລຸດຜ່ອນການປ່ອຍອາຍຜິດເຮືອນແກ້ວ, ບັນລຸໄດ້ບັນດາການຫັນປ່ຽນໂດຍພື້ນຖານໃນການຂຸດຄົ້ນ, ນຳໃຊ້ຊັບພະຍາກອນທຳມະຊາດຕາມທິດເໝາະສົມ, ມີປະສິດທິຜົນ ແລະ ຍືນຍົງ…ມຸ່ງໄປເຖິງພື້ນຖານເສດຖະກິດຂຽວ, ເປັນມິດກັບສິ່ງແວດລ້ອມ.

ເປັນເຈົ້າການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ

   ອີງຕາມບັນດາແຜນນະໂຍບາຍ, ນະໂຍບາຍກ່ຽວກັບການຮັບມືກັບການປ່ຽນແປງຂອງດິນຟ້າອາກາດທີ່ມີຢູ່ແລ້ວ, ໃນໄລຍະຜ່ານມາ, ບັນດາອົງການສຳນັກງານສູນກາງ ແລະ ທ້ອງຖິ່ນໄດ້ມີການກະທຳຢ່າງຕັ້ງໜ້າເພື່ອຫັນບັນດາມາດຕະການຮັບມືກັບການປ່ຽນແປງຂອງດິນຟ້າອາກາດໃຫ້ປະກົດຜົນເປັນຈິງຄື: ໂຄສະນາ, ເຜີຍແຜ່, ສ້າງການຫັນປ່ຽນດ້ານສະຕິຄວາມຮັບຮູ້, ປ່ຽນແປງໃໝ່, ສ້າງໃຫ້ສົມບູນແບບ ແລະ ຍູ້ແຮງການປະຕິບັດນະໂຍບາຍ, ກົດໝາຍກ່ຽວກັບ ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ. ບູລະນະກົງຈັກຄຸ້ມຄອງລັດໃຫ້ສົມບູນແບບ, ພັດທະນາແຫຼ່ງຊັບພະຍາກອນມະນຸດໃນຂົງເຂດຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ເສີມຂະຫຍາຍບົດບາດຂອງວິທະຍາສາດ ແລະ ເຕັກໂນໂລຊີໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ. ພິເສດ, ຫວຽດນາມ ໄດ້ຍູ້ແຮງການຮ່ວມມື, ເຊື່ອມໂຍງເຂົ້າກັບສາກົນ ແລະ ເປີດກ້ວາງຄູ່ຮ່ວມມືຍຸດທະສາດກ່ຽວກັບການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ. ຫວຽດນາມ ກໍ່ໄດ້ເພີ່ມທະວີການລະດົມບັນດາແຫຼ່ງກຳລັງແຮງດ້ານການເງິນໃຫ້ແກ່ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດຄືເພີ່ມທະວີການລົງທຶນ ແລະ ລາຍຈ່າຍເປັນປົກກະຕິຈາກງົບປະມານຂອງລັດໃຫ້ແກ່ວຽກງານການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ຂຸດຄົ້ນແຫຼ່ງໜູນຊ່ວຍພັດທະນາທາງການໃຫ້ແກ່ເປົ້າໝາຍຮັບມືກັບການປ່ຽນແປງຂອງດິນຟ້າອາກາດຢ່າງມີປະສິດທິຜົນ.

  ເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດນັ້ນ, ຫວຽດນາມ ໄດ້ຜັນຂະຫຍາຍຫຼາຍຮູບແບບເຮືອນອະເນກປະສົງເພື່ອຫລີກລ້ຽງພະຍຸ, ນ້ຳຖ້ວມ,       ກໍ່ສ້າງແນວພັນເຈື່ອນ, ຄອງເໝືອງຊົນລະປະທານສົມທົບກັບເສັ້ນທາງຄົມມະນາຄົມຊົນນະບົດ, ປ່ຽນນ້ຳເຄັມເປັນນ້ຳຈືດ, ປູກປ່າຊາຍເລນແຄມທະເລ, ປູກປ່າ ແລະ ຮັກສາປ່າສະຫງວນ, ສ້າງລະບົບເຕືອນໄພທຳມະຊາດ…ສົມທົບກັບມາດຕະການຫາລ້ຽງຊີບໃຫ້ແກ່ປະຊາຊົນ. ຄຽງຄູ່ກັນນັ້ນ, ຫວຽດນາມ ກໍ່ເພີ່ມທະວີການຍົກສູງສະຕິຄວາມຮັບຮູ້ໃຫ້ແກ່ວົງຄະນາຍາດດ້ວຍບັນດາການເຄື່ອນໄຫວປົກປັກຮັກສາສິ່ງແວດລ້ອມ; ໂຄສະນາຄວາມຮູ້ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດໃຫ້ປະຊາຊົນຢ່າງກ້ວາງຂວາງ.

   ເບິ່ງລວມແລ້ວ, ນະໂຍບາຍກົດໝາຍກ່ຽວກັບການຮັບມືກັບການປ່ຽນແປງຂອງດິນຟ້າອາກາດຂອງຫວຽດນາມ ໄດ້ ແລະ ພວມມຸ່ງໄປເຖິງການຮັບປະກັນ, ປົກປ້ອງສິດທິມະນຸດ ໄດ້ດຳລົງຊີວິດໃນສະພາບແວດລ້ອມທີ່ປອດໄພ, ຮັບປະກັນການຫາລ້ຽງຊີບ, ສະບຽງອາຫານ, ຮັບປະກັນຊີວິດການເປັນຢູ່ ແລະ ສຸຂະພາບຂອງປະຊາຊົນ ໂດຍສະເພາະແມ່ນປະຊາຊົນເຂດຖືກຜົນສະທ້ອນຢ່າງໜັກໜ່ວງຈາກການປ່ຽນແປງຂອງດິນຟ້າອາກາດ. ໃນຕົວຈິງ, ການປະຕິບັດບັນດານະໂຍບາຍນີ້ໄດ້ຊີ້ໃຫ້ເຫັນວ່າ ຫວຽດນາມ ໄດ້ ແລະ ພວມຕັ້ງໜ້າຮັບປະກັນສິດທິມະນຸດຕາມບັນດາສົນທິສັນຍາສາກົນທີ່ຫວຽດນາມ ໄດ້ເຂົ້າຮ່ວມ.

ຕອບກັບ

ຂ່າວ/ບົດ​ອື່ນ