ຫວຽດ​ນາມ - 24ປີ​ແຫ່ງ​ການ​ຮ່ວມ​ເດີນ​ທາງ​ໃນ​ຊາຍ​ຄາ​ຮ່ວມ​ຂອງ ອາ​ຊຽນ

(VOVWORLD) -ວັນທີ 28 ກໍລະກົດ 2019, ເປັນຂີດໝາຍເຫດການສະເຫຼີມສະຫຼອງ 24 ປີແຫ່ງວັນ ຫວຽດນາມເຂົ້າຮ່ວມເປັນສະມາຊີກຂອງ ສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ຢ່າງເປັນທາງການ. ພາຍຫຼັງກ່ວາ 2 ທົດຕະວັດ ແຫ່ງການເຊື່ອມໂຍງເຂົ້າກັບພາກພື້ນ, ຫວຽດນາມໄດ້ກາຍເປັນໜຶ່ງໃນບັນດາສະມາຊິກທີ່ມີຄວາມເປັນເຈົ້າການ, ຕັ້ງໜ້າ, ມີຄວາມຮັບຜິດຊອບ, ມີຜົນສະທ້ອນອັນໃຫຍ່ຫຼວງເຖິງໂຄງປະກອບທີ່ເປັນເອກະພາບຂອງ ອາຊຽນ ກໍ່ຄືການຮັກສາສັນຕິພາບ, ວັດທະນາຖາວອນໃນພາກພື້ນ, ສ້າງຕັ້ງ ອາຊຽນ ກາຍເປັນປະຊາຄົມລວມທີ່ສົມບູນແບບ, ຖືປະຊາຊົນເປັນໃຈກາງ.
ຫວຽດ​ນາມ - 24ປີ​ແຫ່ງ​ການ​ຮ່ວມ​ເດີນ​ທາງ​ໃນ​ຊາຍ​ຄາ​ຮ່ວມ​ຂອງ ອາ​ຊຽນ - ảnh 1ທ່ານ ເລຮ່ວາຍຈຸງ ຮອງລັດຖະມົນຕີກະຊວງການຕ່າງປະເທດ  ຫວຽດນາມ

ແຕ່ດົນນານມາແລ້ວ, ໄທ ໄດ້ຮັບຮູ້ວ່າ ອາຊຽນ ຈະບໍ່ສົມບູນແບບຖ້າວ່າບໍ່ມີບັນດາສະມາຊິກອື່ນໆໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້. ເມື່ອ ຫວຽດນາມ ເຂົ້າເປັນສະມາຊິກ ອາຊຽນ ຈະຊ່ວຍໃຫ້  ພາກພື້ນຂອງພວກເຮົາເຂັ້ມແຂງກ່ວາ, ມີບັນດາກຳລັງໜູນຕື່ມອີກເພື່ອພັດທະນາດີກ່ວາອີກ.”

        ນີ້ແມ່ນຄຳເປັນປະກອບຂອງທ່ານ ມ່ອນຣາດຈາວົງ ກາເສນສາໂມສອນ ກາເສນສີ , ລັດຖະມົນຕີການຕ່າງປະເທດ ໄທ ໃນຂະນະນັ້ນ, ເຊິ່ງໄດ້ຍົກອອກມາໃນຂະນະທີ່ ຫວຽດນາມ ໄດ້ເຂົ້າຮ່ວມເປັນສະມາຊິກຂອງ ອາຊຽນ ຢ່າງເປັນທາງການໃນປີ 1995 ຢູ່ ບຣູໄນ.

        ບາດກ້າວບຸກທະລຸໃນວິວັດທະນາການເຊື່ອມໂຍງ

        ເຂົ້າຮ່ວມອາຊຽນແມ່ນບາດກ້າວບຸກທະລຸໃນວິວັດທະການການເຊື່ອມໂຍງຂອງປະເທດຊາດ, ເປີດປະຕູ, ທຳລາຍການປິດລ້ອມ ຂວໍ້າບາດ ແລະ ເຊື່ອມໂຍງເຂົ້າກັບພາກພື້ນ ແລະ ສາກົນ. ຫວນຄືນການຕັດສິນໃຈຂອງ ຫວຽດນາມ ເມື່ອເຂົ້າຮ່ວມ ອາຊຽນ ໃນຂະນະນັ້ນ, ທ່ານ ເລຮ່ວາຍຈຸງ ຮອງລັດຖະມົນຕີກະຊວງການຕ່າງປະເທດໃຫ້ຮູ້ວ່າ:

        ເມື່ອພວກເຮົາກ້າວເຂົ້າສູ່ວິວັດການປ່ຽນແປງໃຫມ່, ຄຳຕີລາຄາໃຫຍ່ທີ່ສຸດແມ່ນພວກເຮົາຕ້ອງສ້າງເງື່ອນໄຂສາກົນທີ່ສະດວກທີ່ສຸດ, ເປັນຕົ້ນແມ່ນບັນຫາສັນຕິພາບ ແລະ ການຮ່ວມມືເພື່ອສຸມໃສ່ເຂົ້າການພັດທະນາເສດຖະກິດສັງຄົມ. ສິ່ງນີ້ໄດ້ສະແດງໃຫ້ເຫັນໃນມະຕິກອງປະຊຸມໃຫຍ່ເທື່ອທີ 6 ແລະ ກອງປະຊຸມໃຫຍ່ເທື່ອທີ 7 ຂອງພັກ ແລະ ໃນມະຕິເລກທີ 13 ຂອງກົມການເມືອງໃນປີ 1988. ໃນຂອບເຂດນັ້ນ, ເລື່ອງຊຸກຍູ້ການພົວພັນມິດຕະພາບຮ່ວມມືກັບບັນດາປະເທດບ້ານໃກ້ເຮືອນຄຽງໃນພາກພື້ນມີບົດບາດສຳຄັນເພື່ອແນໃສ່ປະຕິບັດແນວທາງດັ່ງກ່າວ.

        ໄລຍະ 24 ປີແມ່ນຂີດໝາຍໄລຍະທາງອັນຍາວໄກຂອງ ຫວຽດນາມ ໃນວິວັດທະນາການເຊື່ອມໂຍງເຂົ້າກັບພາກພື້ນ. ມີຄົນຈຳນວນໜ້ອຍທີ່ສາມາດວາດພາບໄດ້ວ່າ ກ່ອນນີ້ກ່ວາ 2 ທົດສະວັດ, ປະເທດ ຫວຽດນາມ ເຄີຍມີຄວາມເປັນຫ່ວງ ດ້ວຍຄວາມນຶກຄິດທີ່ວ່າ “ເຊື່ອມຕົວເຂົ້າ” ຫຼືຈະຖືກ “ສະຫຼາຍຕົວ” ແຕ່ພັດອາດສາມາດສວມບົດບາດເປັນເຈົ້າການ, ຕັ້ງໜ້າໃນອາຊຽນຄືປັດຈຸບັນ.

        ພາຍຫຼັງເຂົ້າຮ່ວມອາຊຽນ, ຫວຽດນາມໄດ້ຕັ້ງໜ້າຊຸກຍູ້ ອາຊຽນ ຮັບເອົາລາວ, ກຳປູເຈຍ ແລະ ມຽນມາ ເຂົ້າຮ່ວມເປັນສະມາຊິກຂອງ ອາຊຽນ, ມານະພະຍາຍາມປະຕິບັດຄວາມຝັນກ່ຽວກັບຄອບຄົວໃຫຍ່ອາຊຽນລວມມີ 10 ປະເທດສະມາຊິກ. ແຕ່ປະເທດໜຶ່ງທີ່ເຂົ້າຮ່ວມອາຊຽນຕາມຫຼັງ, ຫວຽດນາມພວມກາຍເປັນໜຶ່ງໃນບັນດາປະເທດນຳໜ້າ ປະກອບສ່ວນເຂົ້າການພັດທະນາຂອງອາຊຽນ. ເລື່ອງພ້ອມກັບບັນດາປະເທດ ສະມາຊິກ ຊີ້ນຳ ອາຊຽນກ້າວໄປຢ່າງຖືກທິດແມ່ນການປະກອບສ່ວນທີ່ຍິ່ງໃຫຍ່ທີ່ສຸດຂອງຫວຽດນາມ. ທ່ານ Haile Manning ອະດີດເອກອັກຄະລັດຖະທູດ  ນິວຊີແລນ ຊຶ່ງເປັນໜຶ່ງໃນບັນດາຄູ່ຮ່ວມມືໃຫຍ່ຂອງ ອາຊຽນ ຖືວ່າ ຫວຽດນາມແມ່ນສະມາຊິກທີ່ສຳຄັນຂອງ ອາຊຽນ:

        “ຫວຽດນາມ ແມ່ນສະມາຊິກທີ່ສໍາຄັນທີ່ສຸດຂອງ ອາຊຽນ, ສ້າງພາກພື້ນ ອາຊຽນ ທີ່ຂະຫຍັນຂັນເຄື່ອນ ແລະ ວັດທະນາຖາວອນ. ອາຊຽນ ພວມດຶງດູດຄວາມສົນໃຈຈາກບັນດາປະເທດໃຫຍ່ ແລະ ພວກຂ້າພະເຈົ້າຖືການພົວພັນກັບ ອາຊຽນ ເປັນສໍາຄັນ. ນິວຊີແລນ ໄດ້ສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດກັບ ອາຊຽນ, ອັນໄດ້ສະແດງໃຫ້ເຫັນຄໍາໝັ້ນສັນຍາຂອງພວກຂ້າພະເຈົ້າກັບບັນດາປະເທດໃນພາກພື້ນ”.

ສ້າງທ່ວງທ່າເຊື່ອມໂຍງ ແລະ ຍົກລະດັບທີ່ຕັ້ງບົດບາດ

        ກົງກັນຂ້າມ, ວິວັດການເຂົ້າຮ່ວມ ອາຊຽນ ກໍໄດ້ນໍາມາໃຫ້ຫວຽດນາມ ເຊິ່ງຜົນປະໂຫຍດສໍາຄັນ ແລະ ແທດຈິງຫຼາຍຢ່າງ. ອາຊຽນ ແມ່ນກຸ່ມບັນດາປະເທດກຸ່ມທໍາອິດ ເພື່ອໃຫ້ຫວຽດນາມ ເຂົ້າຮ່ວມຍົກສູງກໍາລັງຄວາມສາມາດເຊື່ອມໂຍງເຂົ້າກັບສາກົນ, ສ້າງການຜັນປ່ຽນຢ່າງຕັ້ງໜ້າໃນການກໍ່ສ້າງ ແລະ ສ້າງນະໂຍບາຍ, ຂໍ້ກໍານົດກົດໝາຍ ແລະ ລະບຽບການພາຍໃນປະເທດໃຫ້ສົມບູນແບບ ແລະ ເໝາະສົມກັບມາດຕະຖານສາກົນກວ່າເກົ່າ.

ການເຂົ້າຮ່ວມ ອາຊຽນ ກໍໄດ້ຊ່ວຍ ຫວຽດນາມ ຍົກສູງກໍາລັງຄວາມມາດຂອງບັນດາອົງການຈັດຕັ້ງຂອງລັດ ແລະ ຄວາມອາດສາມາດໃນການແກ້ໄຂບັນດາບັນຫາຂ້າມຊາຍແດນຄືສະພາບແວດລ້ອມ, ໄພທໍາມະຊາດ, ໂລກພະຍາດ, ການປ່ຽນແປງຂອງດິນຟ້າອາກາດ; ບໍາລຸງສ້າງ ແລະ ຍົກສູງກໍາລັງຄວາມສາມາດຂອງຖັນແຖວພະນັກງານການຕ່າງປະເທດຫຼາຍຝ່າຍຢູ່ບັນດາເວທີປາໄສທົ່ວໂລກ. ຖ້າຫາກບໍ່ມີການຝຶກຝົນຫຼໍ່ຫຼອມ ແລະ ເກັບກໍາປະສົບການໃນ ອາຊຽນ, ຫວຽດນາມ ຍາກທີ່ຈະບັນລຸໄດ້ຜົນສໍາເລັດຢູ່ບັນດາກົນໄກ, ຮ່ວມມືຫຼາຍຝ່າຍ ແລະ ໃນມໍ່ໆນີ້ແມ່ນໄດ້ຮັບການເລືອກຕັ້ງເປັນກໍາມະການບໍ່ປະຈໍາການ ສະພາຄວາມໝັ້ນຄົງ ສປຊ ດ້ວຍຈໍານວນບັດສະໜັບສະໜູນເກືອບທັງໝົດ... ພິເສດ, ບົດບາດນັບມື້ນັບສໍາຄັນຂອງຫວຽດນາມ  ໃນ ອາຊຽນ ແມ່ນທາດເລັ່ງປະກອບສ່ວນຍົກສູງຄຸນຄ່າຍຸດທະສາດຂອງຫວຽດນາມ, ເພີ່ມທະວີການຮ່ວມມືສອງຝ່າຍຂອງຫວຽດນາມ ກັບບັນດາຄູ່ຮ່ວມມືຢູ່ນອກກຸ່ມອາຊຽນ, ໂດຍສະເພາະແມ່ນບັນດາປະເທດໃຫຍ່. ເມື່ອຕີລາຄາກ່ຽວກັບເລື່ອງ ຫວຽດນາມ ເຂົ້າຮ່ວມ ອາຊຽນ ນັ້ນ, ທ່ານອະດີດຮອງນາຍົກລັດຖະມົນຕີ ຫວູຄວານ ຖືວ່າ:

        “ຫວນຄືນໄລຍະກວ່າ 2 ທົດສະວັດຜ່ານມາ, ເຮົາສາມາດເວົ້າໄດ້ວ່າ ການເຂົ້າຮ່ວມ ອາຊຽນ ຂອງພວກເຮົາ ແມ່ນລັດຖະນະໂຍບາຍ ທີ່ຖືກຕ້ອງທີ່ສຸດ, ອັນໄດ້ນໍາມາເຊິ່ງຜົນປະໂຫຍດຫຼາຍຢ່າງໃຫ້ແກ່ຫວຽດນາມ.  ພ້ອມກັບ ອາຊຽນ, ພວກເຮົາມີທີ່ຕັ້ງສາກົນທີ່ໃຫຍ່ ໂດຍບໍ່ເຄີຍມີມາກ່ອນ. ພ້ອມກັບ ອາຊຽນ ພວກເຮົາໄດ້ເຂົ້າຮ່ວມຫຼາຍອົງການຈັດຕັ້ງທີ່ສໍາຄັນ ແລະ ທຽບເທົ່າກັບບັນດາປະເທດໃຫຍ່ໃນໂລກ”.

        ປີີ 2020, ອີກຄັ້ງໜຶ່ງ, ຫວຽດນາມຈະຮັບບົດບາດເປັນປະທານໝູນວຽນຂອງ ອາຊຽນ. ໃນສະພາບການທີ່ພາກພື້ນພວມກ້າວເຂົ້າສູ່ໄລຍະພັດທະນາໃໝ່ຢ່າງສິ້ນເຊິງ ດ້ວຍບັນດາກາລະໂອກາດ ແລະ ສິ່ງທ້າທາຍໃໝ່, ຫວຽດນາມ ຈະສືບຕໍ່ໃຫ້ຄໍາໝັ້ນສັນຍາຢ່າງແຮງວ່າ ຈະພ້ອມກັບ ອາຊຽນ ກ້າວເຂົ້າສູ່ສະພາບແວດລ້ອມຮອບດ້ານ, ກະກຽມຈິດໃຈ ແລະ ມີທ່ວງທາໃໝ່ເພື່ອເຂົ້າຮ່ວມການຮ່ວມມືໃຫ້ມີປະສິດທິຜົນກວ່າໃນພາກພື້ນ ກໍຄືການເຊື່ອມໂຍງເຂົ້າກັບສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ