ຫວຽດນາມ ກັບ WEF ASEAN 2018: ກຽມພ້ອມໃຫ້ແກ່ໄລຍະແຫ່ງການເຊື່ອມໂຍງໃໝ່

(VOVWORLD) - ເວທີປາໄສເສດຖະກິດໂລກກ່ຽວກັບ ອາຊຽນ (WEF - ASEAN) ໄດ້ໄຂຂຶ້ນຢ່າງເປັນທາງການໃນວັນທີ 11 ກັນຍາ ຢູ່ຮ່າໂນ້ຍ. ນີ້ແມ່ນເຫດການການຕ່າງປະເທດສຳຄັນທີ່ສຸດໃນປີ 2018 ຂອງ ຫວຽດນາມ.

ໂດຍເປັນເຈົ້າພາບຈັດຕັ້ງ WEF ASEAN 2018, ຫວຽດນາມ ໄດ້ຢັ້ງຢືນບົດບາດເປັນຄູ່ຮ່ວມມືທີ່ໄວ້ເນຶ້ື້ອເຊື່ອໃຈຂອງ WEF, ໄດ້ຍົກອອກແນວຄວາມຄິດ ແລະ ການກຳນົດທິດຫລາຍຢ່າງກ່ຽວກັບການຮ່ວມສຳພັນເສດຖະກິດພາກພືຶ້ນ ແລະ ທົ່ວໂລກໃນໄລຍະຈະມາເຖິງ, ພ້ອມທັງສົ່ງສານເຖິງປະຊາຄົມວິສາຫະກິດສາກົນກ່ຽວກັບຄວາມຕັດສິນໃຈ, ແຜນນະໂຍບາຍ, ນະໂຍບາຍໃນການເຊື່ອມໂຍງຂອງ ຫວຽດນາມ.

ຫວຽດນາມ ກັບ WEF ASEAN 2018: ກຽມພ້ອມໃຫ້ແກ່ໄລຍະແຫ່ງການເຊື່ອມໂຍງໃໝ່ - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກວດກາວຽກງານຈັດຕັ້ງ WEF ASEAN 2018 ຢູ່ ຮ່າໂນ້ຍ

ກອງປະຊຸມປີນີ້ ໄດ້ດຳເນີນໃນສະພາວະວິວັດທະນາການກໍ່ສ້າງປະຊາຄົມ ອາຊຽນ ສືບຕໍ່ໄດ້ຮັບການຍູ້ແຮງ, ສະພາບການໂລກ ແລະ ພາກພື້ນມີການຫັນປ່ຽນຢ່າງວ່ອງໄວ ແລະ ສັບສົນ, ການກະທົບຂອງການປະຕິວັດອຸດສາຫະກຳ 4.0 ນັບມື້ນັບເລິກເຊິ່ງ. ເຂົ້າຮ່ວມ WEF – ASEAN ມີປະມຸກລັດໃນໂລກ 10 ທ່ານ ແລະ ຜູ້ແທນທີ່ເປັນການນຳບັນດາກຸ່ມບໍລິສັດ, ວິສາຫະກິດແຖວໜ້າໂລກກ່ວາ 1400 ທ່ານ.

ການຮ່ວມມືຢ່າງແໜ້ນແຟ້ນກັບ WEF, ຮັບປະກັນໃຫ້ກອງປະຊຸມສຳເລັດຜົນ

       ຫວຽດນາມ ແລະ WEF ເລີ່ມດຳເນີນການຮ່ວມມືແຕ່ປີ 1989. ເກືອບ 30 ປີຜ່ານມາ, ຫວຽດນາມ ຍາມໃດກໍ່ສະແດງໃຫ້ເຫັນຄວາມຂະຫຍັນຂັນເຄື່ອນ, ຕັ້ງໜ້າສະເໜີບັນດາແນວຄວາມຄິດໃໝ່, ຜັນຂະຫຍາຍບັນດາແຜນການຮ່ວມມືຢ່າງແທດຈິງ. ຂີດໝາຍພົ້ນເດັ່ນທີ່ສຸດຂອງ ຫວຽດນາມ ແມ່ນໄດ້ສົມທົບກັບ WEF ຈັດຕັ້ງກອງປະຊຸມ WEF ອາຊີຕາເວັນອອກ ປີ 2010 ແລະ ກອງປະຊຸມເວທີປາໄສເສດຖະກິດໂລກພາກພື້ນແມ່ນ້ຳຂອງ (WEF Mekong) ປີ 2016 ແລະ ປັດຈຸບັນແມ່ນກອງປະຊຸມ WEF – ASEAN 2018.

        ເພື່ອກະກຽມສຳລັບການຈັດຕັ້ງ WEF – ASEAN 2018, ນັບແຕ່ປີ 2017, ນາຍົກລັດຖະມົນຕີ ຫວຽດນາມ ໄດ້ອອກຂໍ້ຕົກລົງສ້າງຕັ້ງຄະນະຈັດຕັ້ງກອງປະຊຸມ WEF – ASEAN 2018 ໂດຍທ່ານຮອງລັດຖະມົນຕີຜູ້ປະຈຳການກະຊວງການຕ່າງປະເທດ ຫວຽດນາມ ຮັບຜິດຊອບ, ສົມທົບກັບ WEF ເພື່ອແລກປ່ຽນລາຍລະອຽດກ່ຽວກັບວຽກງານການຈັດຕັ້ງໃນທຸກຂົງເຂດຄື: ວຽກງານພະລາທິການ, ພິທີການ, ພິເສດແມ່ນຍົກອອກຫົວຂໍ້, ເນື້ອໃນທີ່ຕິດແທດກັບສະພາບຕົວຈິງ, ຮັບປະກັນໃຫ້ກອງປະຊຸມ WEF – ASEAN ປະສົບຜົນສຳເລັດຢ່າງຮອບດ້ານ. ທ່ານ ບູຍແທງເຊີນ ຮອງລັດຖະມົນຕີຜູ້ປະຈຳການກະຊວງການຕ່າງປະເທດ ຫວຽດນາມ, ຫົວໜ້າຄະນະຈັດຕັ້ງ WEF – ASEAN 2018 ແບ່ງປັນວ່າ:

        “ຫົວຂໍ້ຂອງກອງປະຊຸມແມ່ນ “ອາຊຽນ 4.0: ຈິດໃຈວິສາຫະກິດ ແລະ ການປະຕິວັດອຸດສາຫະກຳ 4.0”. ນີ້ແມ່ນຫົວຂໍ້ທີ່ມີລັກສະນະສະຖານະການທີ່ສຸດ, ໂດຍຕອບສະໜອງຄວາມສົນໃຈລວມຂອງ ອາຊຽນ ແລະ ຫລາຍປະເທດໃນໂລກ. ພ້ອມທັງກໍ່ຕິດພັນຢ່າງແໜ້ນແຟ້ນກັບຫົວຂໍ້ຂອງ ອາຊຽນ ປີນີ້ ແມ່ນກໍ່ສ້າງປະຊາຄົມ ອາຊຽນ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ປະດິດຄິດສ້າງ.  ກອງປະຊຸມແມ່ນໂອກາດທີ່ດີ ເພື່ອໃຫ້ບັນດາຝ່າຍໄດ້ພົບປະ, ແລກປ່ຽນບົດຮຽນ, ມີການກະກຽມດີທີ່ສຸດເພື່ອກ້າວເຂົ້າສູ່ການປະຕິວັດອຸດສາຫະກຳ 4.0 ຢ່າງມີປະສິດທິຜົນທີ່ສຸດ.

ຫວຽດນາມ - ຂົວເຊື່ອມຕໍ່ຮ່ວມສຳພັນ ແລະ ເຊື່ອມໂຍງພາກພື້ນ

       ພາຍຫລັງໄລຍະ 51 ປີໃນວິວັດການພັດທະນາ, ອາຊຽນ ພວມສືບຕໍ່ເດີນຕາມເປົ້າໝາຍເພີ່ມທະວີການເຊື່ອມໂຍງເສດຖະກິດ ແລະ ກໍ່ສ້າງປະຊາຄົມເຊື່ອມຕໍ່ເພື່ອສ້າງ ອາຊຽນ ກາຍເປັນພາກພື້ນທີ່ມີຄວາມຂະຫຍັນຂັນເຄື່ອນຢ່າງແທ້ຈິງ. ສານ “ອາຊຽນ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ປະດິດຄິດສ້າງ”, ຄືຫົວຂໍ້ໂດຍປະເທດ ສິງກະໂປ ເປັນປະທານ ອາຊຽນ ປີ 2018 ຍົກອອກມາ ເຊິ່ງ ບັນດາປະເທດ ອາຊຽນ ໄດ້ຫັນເປັນຮູບປະທຳ, ໂດຍຜ່ານການສົມທົບກັນແກ້ໄຂບັນດາບັນຫາທີ່ຍັງຄົງຄ້າງດ້ວຍຕົນເອງ, ຮັບມືຕໍ່ບັນດາສິ່ງທ້າທາຍລວມ ແລະ ນັບມື້ນັບຢືນຢັນບົດບາດເປັນໃຈກາງຂອງຕົນໃນພາກພື້ນ.

        ເຖິງຢ່າງໃດກໍ່ຕາມ, ໃນສະພາບການໂລກເວົ້າລວມ, ອາຊຽນ ເວົ້າສະເພາະ ທີ່ພວມຢືນຢູ່ຕໍ່ໜ້າບັນດາກາລະໂອກາດ ແລະ ສິ່ງທ້າທາຍອັນໃຫຍ່ຫລວງກ່ຽວກັບການປະຕິວັດອຸດສາຫະກຳ 4.0 ນັ້ນ, ແຕ່ລະປະເທດຄວນກຳນົດວິໄສທັດ ແລະ ບາດກ້າວການເຊື່ອມໂຍງເຂົ້າກັບສາກົນ ເພື່ອໃຫ້ແທດເໝາະກັບການປະຕິວັດອຸດສາຫະກຳ 4.0. ຈາກຄວາມຮຽກຮ້ອງຕ້ອງການນັ້ນ, ເລື່ອງເປັນປະເທດເຈົ້າພາບຈັດຕັ້ງກອງປະຊຸມ WEF – ASEAN 2018, ຫວຽດນາມ ປາດຖະໜາວ່າ ຈະເປັນຂົວເຊື່ອມຕໍ່ເພື່ອໃຫ້ ຫວຽດນາມ ກໍ່ຄືບັນດາປະເທດ ອາຊຽນ ຊອກຫາບັນດາຮູບແບບການຄຸ້ມຄອງເໝາະສົມທີ່ສຸດໃນຍຸກສະໄໝສັກກະລາດດີຈີຕອນ. ຄວາມຕັ້ງໜ້າຂອງ ຫວຽດນາມ ໄດ້ຮັບການຮັບຮູ້ຈາກທ່ານປະທານເວທີປາໄສເສດຖະກິດໂລກ Borge Brende ວ່າ:

        “ພວກຂ້າພະເຈົ້າມີຄວາມເປັນກຽດທີ່ໄດ້ເຮັດວຽກກັບ ຫວຽດນາມ, ບັນດາຄູ່ຮ່ວມມື ຫວຽດນາມ ໄດ້ເຮັດວຽກມີລັກສະນະມືອາຊີບ ແລະ ມີປະສິດທິຜົນທີ່ສຸດ. ເຖິງຢ່າງໃດກໍ່ຕາມ, ຂ້າພະເຈົ້າຢາກເນັ້ນໜັກເຖິງຄວາມດຶງດູດສົນໃຈດ້ານການເມືອງ ຍ້ອນວ່າ ອາຊຽນ ເວົ້າລວມ, ຫວຽດນາມ ເວົ້າສະເພາະແມ່ນພວມມີສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດທີ່ດູດດື່ມ. ອາຊຽນ ລວມມີບັນດາພື້ນຖານເສດຖະກິດພວມພົ້ນເດັ່ນຂຶ້ນ ສະນັ້ນ ອາຊຽນ ມີກາລະໂອກາດຫລາຍຢ່າງເພື່ອພັດທະນາ ໂດຍອີງໃສ່ການໝູນໃຊ້ເຕັກໂນໂລຊີຂອງການປະຕິວັດອຸດສາຫະກຳ 4.0. WEF ປາດຖະໜາຢາກສົມທົບກັບ ຫວຽດນາມ ເພື່ອພັດທະນາກ່ວາອີກ ເພື່ອຜົນປະໂຫຍດຂອງປະຊາຊົນ.

        ຫວຽດນາມ ແລະ ທັງ ອາຊຽນ ພວມຢືນຢູ່ຕໍ່ໜ້າບັນດາກາລະໂອກາດອັນໃຫຍ່ຫລວງ ເພື່ອພັດທະນາ ແລະ ຊຸກຍູ້ການຮ່ວມສຳພັນເສດຖະກິດ ໂດຍອີງໃສ່ການຫັນເປັນໂລກາພິວັດນັບມື້ນັບເລິກເຊິ່ງກ້ວາງຂວາງ ແລະ ກຳລັງແຜ່ຂະຫຍາຍຢ່າງແຮງຂອງການປະຕິວັດອຸດສາຫະກຳ 4.0, ພິເສດແມ່ນເຕັກໂນໂລຊີດີຈີຕອນ, ອິນເຕີແນັດ, ພູມປັນຍາປະດິດສ້າງ…ເລື່ອງຈັດຕັ້ງກອງປະຊຸມ WEF – ASEAN 2018 ບໍ່ພຽງແຕ່ສະແດງໃຫ້ເຫັນບົດບາດເປັນເຈົ້າການ ແລະ ການປະກອບສ່ວນທີ່ມີຄວາມຮັບຜິດຊອບຂອງ ຫວຽດນາມ ສຳລັບ ອາຊຽນ, ອິດທິພົນຊື່ສຽງ ແລະ ທີ່ຕັ້ງນັບມື້ນັບສູງຂອງ ຫວຽດນາມ ກັບ ໂລກເທົ່ານັ້ນ ຫາກຍັງຢືນຢັນວິໄສທັດຍຸດທະສາດກ່ຽວກັບການພົວພັນຕ່າງປະເທດ ແລະ ການພັດທະນາຂອງ ຫວຽດນາມ ອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ