ຫວຽດນາມ ກຽ​​​​​ມພ້ອມ​​ໃຫ້​ໄລຍະ​ເຊື່ອມ​ໂຍງ​ໃໝ່

(VOVWORLD) -ປີ 2019 ແມ່ນປີທໍາອິດ ທີ່ຫວຽດນາມ ຜັນຂະຫຍາຍຄໍາສັ່ງຂອງຄະນະເລຂາສູນກາງພັກກອມມູນິດຫວຽດນາມ ກ່ຽວກັບການຍົກລະດັບການພົວພັນຕ່າງປະເທດຫຼາຍຝ່າຍເຂົ້າສູ່ລວງເລິກ, ຕັ້ງໜ້າເປັນເຈົ້າການເຂົ້າຮ່ວມບັນດາການເຄື່ອນໄຫວພົວພັນຕ່າງປະເທດເປັນຫຼາຍຮູບຫຼາຍແບບ, ຍົກອອກບັນດາຂໍ້ລິເລີ່ມ, ຂໍ້ສະເໜີແນະເພື່ອຕອບສະໜອງໄດ້ຕາມຄວາມສົນໃຈລວມຂອງບັນດາປະເທດ ແລະ ເໝາະສົມກັບຜົນປະໂຫຍດ ຂອງຫວຽດນາມ. ດ້ວຍບັນດາຜົນງານໃນການພົວພັນຕ່າງປະເທດ ທີ່ບັນລຸໄດ້ໃນປີ 2018, ດ້ວຍທ່າໄດ້ປຽບ ແລະ ກໍາລັງແຮງຂອງປະເທດໃນປັດຈຸບັນ, ຫວຽດນາມ ກຽມພ້ອມໃຫ້ແກ່ໄລຍະບຸກທະລຸໃໝ່, ຢັ້ງຢືນທີ່ຕັ້ງບົດບາດໃນບັນດາບັນຫາທົ່ວໂລກ.

ປີ 2019, ຫວຽດນາມ ສືບຕໍ່ເປັນເຈົົ້າການ, ຕັ້ງໜ້າເຂົ້າຮ່ວມບັນດາການເຄື່ອນໄຫວພົວພັນຕ່າງປະເທດຫຼາຍຝ່າຍ. ນີ້ບໍ່ແມ່ນສິ່ງທີ່ງ່່າຍດາຍ ເພາະວ່າ ບັນດາຂໍ້ລິເລີ່ມ, ຂໍ້ສະເໜີ ທີ່ຍົກອອກມານັ້ນ ຕ້ອງຕອບສະໜອງໄດ້ຕາມບັນດາຄວາມມຸ່ງມາດປາດຖະໜາລວມ, ຄວາມສົນໃຈລວມຂອງບັນດາປະເທດ ແລະ ເໝາະສົມກັບຜົນປະໂຫຍດຂອງປະເທດຊາດ.                                

ຫວຽດນາມ ກຽ​​​​​ມພ້ອມ​​ໃຫ້​ໄລຍະ​ເຊື່ອມ​ໂຍງ​ໃໝ່ - ảnh 1 (ພາບປະກອບ: TTXVN)

ກະກຽມປະກອບສ່ວນບົດບາດຢູ່ບັນດາອົງການຈັດຕັ້ງໃນພາກພື້ນ ແລະ ສາກົນ

        ປີ 2019, ຫວຽດນາມ ລົງສະໝັກເລືອກຕັ້ງຕໍາແໜ່່ງເປັນກໍາມະການບໍ່ປະຈໍາສະພາຄວາມໝັ້ນຄົງ ສະຫະປະຊາຊາດ (ສປຊ) ອາຍຸການ 2020 – 2021. ນີ້ບໍ່ແມ່ນຄັ້ງທໍາອິດ ທີ່ຫວຽດນາມ ລົງສະໝັກເລືອກຕັ້ງຕໍາແໜ່່ງສໍາຄັນນີ້ຂອງ ສປຊ ເຊິ່ງກ່ອນໜ້ານັ້ນ, ປີ 2008 – 2009, ຫວຽດນາມ ກໍເຄີຍດໍາລົງຕໍາແໜ່ງນີ້. ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່່າງປະເທດຫວຽດນາມ ຟ້າມບິງມິນ ໃຫ້ຮູ້ວ່າ:

        “ຕອນນັ້ນ ພວກເຮົາໄດ້ຮັບການເລືອກຕັ້ງດ້ວຍຈໍານວນບັດເຫັນດີສູງ ອັນໄດ້ສະແດງໃຫ້ເຫັນວ່າ ບັນດາປະເທດມີຄວາມໄວ້ເນື້ອເຊື່ອໃຈຕໍ່ ຫວຽດນາມ ຢ່າງແທ້ຈິງ ແລະ ຖືວ່າ ຫວຽດນາມ ສາມາດແບກຫາບພາລະຕໍາແໜ່ງດັ່ງກ່າວໄດ້. ຂ້າພະເຈົ້າຖືວ່າ ພາຍຫຼັງໄລຍະເວລາ 10 ປີ, ດ້ວຍການປະກອບສ່ວນຂອງຫວຽດນາມ ຢູ່ອາຍຸການກ່ອນ ກໍຄືທີ່ຕັ້ງບົດບາດຂອງຫວຽດນາມໃນປັດຈຸບັນ ບັນດາປະເທດຈະມີຄວາມໄວ້ເນື້ອເຊື່ອໃຈ ຫວຽດນາມ ຫຼາຍກວ່າອີກ. ນີ້ແມ່ນໂອກາດຂອງພວກເຮົາ ພ້ອມທັງແມ່ນສິ່ງທ້າທາຍ ເພື່ອຕອບສະໜອງຄວາມມຸ່ງຫວັງຂອງບັນດາປະເທດ. ໄລຍະກ່ອນນີ້, ພວກເຮົາໄດ້ເຂົ້າຮ່ວມແລ້ວ ແລະ ໄລຍະນີ້ ຕ້ອງເຂົ້າຮ່ວມຢ່າງ ຕັ້ງໜ້າກວ່າເກົ່າ. ດີໃຈຫຼາຍ ເມື່ອພວກເຮົາ ໄດ້ຮັບຄວາມເຫັນດີເຫັນພ້ອມຈາກກຸ່ມບັນດາປະເທດ ອາຊີ ສະເໜີເປັນປະເທດສະໝັກເລືອກຕັ້ງພຽງໜຶ່ງດຽວ, ສິ່ງດັ່ງກ່າວ ກໍສະແດງໃຫ້ເຫັນຄວາມໄວ້ວາງໃຈຈາກບັນດາປະເທດໃນພາກພື້ນ”.

        ປີ 2019 ກໍແມ່ນປີທີ່ ຫວຽດນາມ ກະກຽມໃຫ້ແກ່ເລື່ອງຮັບດໍາລົງຕໍາແໜ່ງເປັນປະທານ ສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ນັບແຕ່ວັນທີ 01 ມັງກອນ 2020 ເປັນຕົ້ນໄປ. ເຖິງຢ່າງໃດກໍຕາມ, ຫວຽດນາມໄດ້ດໍາເນີນການກະກຽມນັບແຕ່ປີ 2018 ມາແລ້ວ. ປັດຈຸບັນ, ຫວຽດນາມ ພວມສ້າງຫົວເລື່ອງ ແລະ ຈຸດສຸມບູລິມະສິດໃນປີປະທານອາຊຽນ 2020, ຕາມນັ້ນແລ້ວ ກໍຕອບສະໜອງໄດ້ມາດຖານຈໍານວນໜຶ່ງ ເຊິ່ງໄດ້ຮັບການສືບທອດຈາກຊຸມປີກ່ອນ, ໂດຍສະເພາະແມ່ນປີເປັນປະທານ ອາຊຽນ ຂອງ ຟີລິບປິນ, ສິງກະໂປ ແລະ ໄທ. ພ້ອມກັນນັ້ນ, ຫົວເລື່ອງ ແລະ ຈຸດສຸມບູລິມະສິດ ຕ້ອງມີຄວາມກົມກຽວກັບຄວາມສົນໃຈລວມຂອງບັນດາປະເທດສະມາຊິກ ອາຊຽນ ກໍຄືບັນດາຄູ່ຮ່ວມມືຂອງ ອາຊຽນ,  ຕອບສະໜອງ ແລະ ເໝາະສົມກັບຜົນປະໂຫຍດຂອງຫວຽດນາມ. ຫົວເລື່ອງຕ້ອງຕອບສະໜອງໄດ້ເລື່ອງສ້າງປະຊາຄົມ, ສາຍພົວພັນ ແລະ ທີ່ຕັ້ງບົດບາດຂອງ ອາຊຽນ, ການປັບຕົວຂອງ ອາຊຽນ ໃນສະພາບແວດລ້ອມຂອງພາກພື້ນ ແລະ ສາກົນ ທີ່ພວມມີການປ່ຽນແປງ. ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິງມິນ ຢັ້ງຢືນວ່າ:

        “ພວກເຮົາໄດ້ກະກຽມດໍາລົງຕໍາແໜ່ງເປັນປະທານອາຊຽນ ມາແຕ່ດົນແລ້ວ, ບໍ່ແມ່ນລໍຖ້້າຮອດປີ 2019 ນີ້ ຈຶ່ງກະກຽມ. ຫວຽດນາມ ໄດ້ສ້າງຕັ້ງຄະນະກໍາມະການແຫ່ງຊາດກ່ຽວກັບ ອາຊຽນ. ທີໜຶ່ງແມ່ນກະກຽມກ່ຽວກັບເນື້ອໃນ, ຮັບປະກັນ ທາງດ້ານເນື້ອໃນ, ພະລາທິການ, ພິທີການ, ການຈັດຕັ້ງ... ປະສົບຜົນສໍາເລັດ. ຂ້າພະເຈົ້າດີໃຈຫຼາຍທີ່ພວກເຮົາມີປະສົບການທີ່ດີ ແລະ ເຊື່ອໝັ້ນວ່າ ຂອດການຈັດຕັ້ງຂອງພວກເຮົາ ຈະປະສົບຜົນສໍາເລັດ. ທີສອງແມ່ນ ເຮັດແນວໃດ ເພື່ອໃຫ້ໃນປີ 2020 ໄດ້ມີການໂຄສະນາເຜີຍແຜ່ ຫວຽດນາມ ໃຫ້ຂຶ້ນສູ່ລະດັບສູງກວ່າອີກ. ສິ່ງສໍາຄັນທີ່ສຸດໃນປັດຈຸບັນ ແມ່ນເຮັດແນວໃດເພື່ອໃຫ້ ເນື້ອໃນຂອງປີ ອາຊຽນ 2020 ດ້ວຍຈິດໃຈຂອງພວກເຮົາເປັນເຈົ້າການ, ມີປະສິດທິຜົນ ແລະ ປະດິດຄິດສ້າງທີ່ສຸດ”.

        ປັບປຸງທ່າແຮງ ແລະ ກໍາລັງແຮງຂອງຫວຽດນາມ ໃຫ້ ໝັ້ນຄົງ

        ປີ 2019 ສະພາບການໂລກ ສືບຕໍ່ຜັນແປຢ່າງສັບສົນ ແລະ ບໍ່ສາມາດຄາດຄິດລ່ວງໜ້າໄດ້. ວຽກງານພົວພັນຕ່າງປະເທດ ປີ 2019 ຕ້ອງປະກອບສ່ວນຫຼາຍກວ່າອີກເຂົ້າໃນເລື່ອງປະຕິບັດບັນດາໜ້າທີ່ ເຊິ່ງ ສະພາແຫ່ງຊາດ ແລະ ລັດຖະບານໄດ້ວາງອອກ ໃຫ້ເປັນຢ່າງດີ. ຕາມນັ້ນແລ້ວ, ໜ້າທີ່ສໍາຄັນແຖວໜ້າແມ່ນ ຕ້ອງນໍາການພົວພັນທີ່ໄດ້ຮັບການສ້າງຕັ້ງ ໃຫ້ເຂົ້າສູ່ລວງເລິກ, ເພີ່ມທະວີການແລກປ່ຽນຜົນປະໂຫຍດກັບບັນດາຄູ່ຮ່ວມມືຍຸດທະສາດ ແລະ ຄູ່ຮ່ວມມືຮອບດ້ານ.

        “ປີ 2019 ພວກເຮົາສືບຕໍ່ເຮັດໃຫ້ການພົວພັນລະຫວ່າງຫວຽດນາມ ກັບບາງປະເທດທີ່ສໍາຄັນໃນໂລກ ກ້າວເຂົ້າສູ່ລວງເລິກ. ພ້ອມທັງສືບຕໍ່ເປີດກວ້າງການພົວພັນກັບບັນດາປະເທດອື່ນໆ ກໍຄື ພ້ອມແລ້ວທີ່ຈະຕ້ອນຮັບຄະນະຜູ້ແທນຕ່າງໆມາຢ້ຽມຢາມຫວຽດນາມ. ຈຸດເວລານີ້, ມີຫຼາຍປະເທດ ສະເໜີມາຢ້ຽມຢາມຫວຽດນາມ ເຊິ່ງຕົວເລກອາດຈະຫຼາຍກວ່າປີ 2018. ສິ່ງດັ່ງກ່າວສະແດງໃຫ້ເຫັນການພົວພັນສອງຝ່າຍຂອງຫວຽດນາມໃນປີ 2019 ຈະສືບຕໍ່ເປີດກວ້າງ”.

        ໃນສະພາບທີ່ປະເທດຊາດເຊື່ອມໂຍງເຂົ້າກັບສາກົນ ຢ່າງເລິກເຊິ່ງກວ້າງຂວາງ, ການພົວພັນຕ່າງປະເທດ ສືບຕໍ່ສົມທົບກັບ ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ປະກອບສ່ວນເຂົ້າໃນການປົກປັກຮັກສາ ອະທິປະໄຕ, ຄວາມເປັນເອກະພາບ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດ, ໂດຍສະເພາະແມ່ນການປ້ອງກັນຄວາມສະຫງົບອະທິປະໄຕເຂດທະເລໝູ່ເກາະ. ປີ 2019 ແມ່ນປີທີ່ມີຄວາມໝາຍພິເສດທີ່ສຸດ, ເຊິ່ງເປັນປີສະເຫຼີມສະຫຼອງ 50 ປີ ແຫ່ງວັນປະຕິບັດພິໄນກໍາອັນສັກກະລະບູຊາຂອງປະທານໂຮ່ຈີມິນ. ໂດຍເຊື່ອມຊຶມແນວຄິດ ແລະ ຄວາມມຸ່ງມາດປາດຖະໜາຂອງເພິ່ນ, ທັງຊາດພວມບືນຕົວຂຶ້ນຢ່າງແຮງ, ເສີມຂະຫຍາຍກໍາລັງແຮງຂອງຊາດ ດ້ວຍກໍາລັງແຮງຂອງຍຸກສະໄໝ, ຄວາມມານະພະຍາຍາມສູ້ຊົນສ້າງສາປະເທດຊາດໃຫ້ “ໃຫຍ່ໂຕໂອຖົງ ແລະ ສວຍງາມກວ່າເກົ່າ” ເໝືອນດັ່ງຄວາມໄຝ່ຝັນຂອງເພິ່ນ ແລະ ກໍແມ່ນຄວາມໄຝ່ຝັນຂອງປະຊາຊົນຫວຽດນາມ ນັບລ້ານໆ ຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ